ກະສັດສະບັບທີໜຶ່ງ
10 ເມື່ອລາຊີນີຂອງປະເທດເຊບາໄດ້ຍິນຊື່ສຽງຂອງໂຊໂລໂມນ ແລະໄດ້ຍິນວ່າຊື່ສຽງນີ້ເຮັດໃຫ້ພະເຢໂຫວາໄດ້ຮັບກຽດ+ ລາວຈຶ່ງມາທົດສອບສະຕິປັນຍາຂອງໂຊໂລໂມນໂດຍຖາມຄຳຖາມ*ທີ່ຍາກໆ.+ 2 ລາວມາເມືອງເຢຣູຊາເລັມກັບຄົນຂອງລາວທີ່ເປັນຂະບວນໃຫຍ່+ ພ້ອມກັບຝູງອູດທີ່ຂົນນ້ຳມັນຫອມ+ ຄຳ ແລະເພັດນິນຈິນດາຈຳນວນຫຼາຍ. ລາວເຂົ້າໄປຫາໂຊໂລໂມນແລະຖາມທຸກສິ່ງທຸກຢ່າງທີ່ລາວຢາກຮູ້. 3 ໂຊໂລໂມນຕອບຄຳຖາມຂອງລາວໄດ້ທຸກຂໍ້. ບໍ່ມີຫຍັງຍາກໂພດສຳລັບ*ໂຊໂລໂມນ. ລາວອະທິບາຍໄດ້ທຸກຢ່າງ.
4 ເມື່ອລາຊີນີຂອງປະເທດເຊບາເຫັນວ່າໂຊໂລໂມນມີສະຕິປັນຍາຫຼາຍ+ແທ້ໆ ເຫັນວັງທີ່ລາວສ້າງ+ 5 ອາຫານທີ່ຢູ່ເທິງໂຕະ+ຂອງລາວ ບ່ອນນັ່ງທີ່ຈັດໄວ້ສຳລັບພວກຂ້າລາຊະການ ການບໍລິການຂອງຄົນຮັບໃຊ້ກັບເຄື່ອງນຸ່ງຂອງເຂົາເຈົ້າ ຄົນເຫຍັ້ນເຄື່ອງດື່ມ ແລະເຄື່ອງບູຊາເຜົາທີ່ລາວເຜົາໃຫ້ເປັນປະຈຳຢູ່ວິຫານຂອງພະເຢໂຫວາ ລາຊີນີກໍຮູ້ສຶກງຶດຫຼາຍ. 6 ລາວຈຶ່ງເວົ້າກັບກະສັດໂຊໂລໂມນວ່າ: “ສິ່ງທີ່ຂ້ອຍໄດ້ຍິນຢູ່ປະເທດຂອງຂ້ອຍກ່ຽວກັບຄວາມສຳເລັດ*ແລະສະຕິປັນຍາຂອງທ່ານມັນແມ່ນແທ້ໆ. 7 ຂ້ອຍບໍ່ເຊື່ອສິ່ງທີ່ໄດ້ຍິນຈົນໄດ້ມາເຫັນກັບຕາຂອງໂຕເອງ. ສິ່ງທີ່ຄົນໄປເລົ່າບໍ່ໄດ້ເຄິ່ງໜຶ່ງຂອງສິ່ງທີ່ຂ້ອຍເຫັນຊ້ຳ. ທ່ານມີສະຕິປັນຍາແລະຮັ່ງຫຼາຍກວ່າທີ່ຂ້ອຍໄດ້ຍິນ. 8 ປະຊາຊົນແລະຄົນທີ່ເຮັດວຽກນຳທ່ານທຸກມື້ຄືຊິມີຄວາມສຸກຫຼາຍທີ່ໄດ້ຟັງຄຳເວົ້າທີ່ມີສະຕິປັນຍາຂອງທ່ານ.+ 9 ຂໍໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນໄດ້ຮັບການສັນລະເສີນ.+ ເພິ່ນພໍໃຈໃນໂຕທ່ານ ເພິ່ນຈຶ່ງໃຫ້ທ່ານປົກຄອງພວກອິດສະຣາເອນ. ຍ້ອນພະເຢໂຫວາຮັກພວກອິດສະຣາເອນຕະຫຼອດໄປ ເພິ່ນຈຶ່ງເລືອກທ່ານໃຫ້ເປັນກະສັດເພື່ອຈະຕັດສິນຢ່າງຖືກຕ້ອງແລະປົກຄອງດ້ວຍຄວາມຍຸຕິທຳ.”
10 ແລ້ວລາຊີນີຂອງປະເທດເຊບາກໍເອົາຄຳ 120 ຕະລັນ* ນ້ຳມັນຫອມ+ ແລະເພັດນິນຈິນດາຈຳນວນຫຼາຍ+ໃຫ້ກະສັດໂຊໂລໂມນ. ນັບຕັ້ງແຕ່ນັ້ນມາ ບໍ່ເຄີຍມີໃຜເອົານ້ຳມັນຫອມມາໃຫ້ປະເທດນີ້ຫຼາຍສ່ຳກັບລາຊີນີຂອງປະເທດເຊບາເອົາໃຫ້ໂຊໂລໂມນ.
11 ເຮືອຫຼາຍລຳທີ່ຮີຣາມສົ່ງໄປຂົນຄຳມາຈາກໂອຟີ+ຍັງໄດ້ຂົນໄມ້ດູ່+ຈຳນວນຫຼາຍແລະເພັດນິນຈິນດາມາຈາກຫັ້ນນຳ.+ 12 ກະສັດໂຊໂລໂມນເອົາໄມ້ດູ່ມາເສີມຄານສຳລັບວິຫານຂອງພະເຢໂຫວາ ສຳລັບວັງຂອງກະສັດ ແລະຍັງເອົາມາເຮັດພິນກັບເຄື່ອງດົນຕີທີ່ມີສາຍສຳລັບນັກຮ້ອງ.+ ນັບຕັ້ງແຕ່ນັ້ນມາ ບໍ່ເຄີຍມີໃຜເອົາໄມ້ດູ່ຄຸນນະພາບດີປານນັ້ນເຂົ້າມາແລະບໍ່ມີໃຜໄດ້ເຫັນໄມ້ດູ່ແບບນັ້ນອີກຈົນຮອດທຸກມື້ນີ້.
13 ທຸກສິ່ງທີ່ລາຊີນີຂອງປະເທດເຊບາຢາກໄດ້ ໂຊໂລໂມນກໍເອົາໃຫ້ລາວ. ໂຊໂລໂມນຍັງໃຈກວ້າງແລະໃຫ້ແນວອື່ນອີກທີ່ລາວບໍ່ໄດ້ຂໍ. ຈາກນັ້ນ ລາຊີນີກັບຄົນຂອງລາວກໍກັບເມືອປະເທດຂອງເຂົາເຈົ້າ.+
14 ແຕ່ລະປີໂຊໂລໂມນໄດ້ຄຳໜັກ 666 ຕະລັນ.*+ 15 ລາວຍັງໄດ້ກຳໄລເປັນຄຳຈາກຄົນຂອງລາວທີ່ເປັນພໍ່ຄ້າເດີນທາງແລະຄົນຄ້າຂາຍ ແລະຈາກພວກກະສັດຂອງອາຣັບກັບພວກເຈົ້າເມືອງຕ່າງໆ.
16 ກະສັດໂຊໂລໂມນເຮັດໂລ້ໃຫຍ່ 200 ອັນຈາກຄຳປະສົມກັບເຫຼັກ.+ ໂລ້ແຕ່ລະອັນໃຊ້ຄຳໜັກ 600 ເຊເກນ.*+ 17 ລາວຍັງເຮັດໂລ້ນ້ອຍ* 300 ອັນຈາກຄຳປະສົມກັບເຫຼັກ. ໂລ້ແຕ່ລະອັນໃຊ້ຄຳໜັກ 3 ມິນາ.* ແລ້ວລາວກໍເອົາໂລ້ເຫຼົ່ານີ້ໄປໄວ້ຢູ່ຕຶກທີ່ຊື່ວ່າປ່າເລບານອນ.+
18 ກະສັດໂຊໂລໂມນຍັງໄດ້ເຮັດບັນລັງຂອງລາວທີ່ໃຫຍ່ໆເຊິ່ງຕົກແຕ່ງດ້ວຍງາຊ້າງ+ແລະໂອບດ້ວຍຄຳແທ້.+ 19 ບັນລັງນີ້ມີຂັ້ນໄດ 6 ຂັ້ນ. ຢູ່ເທິງບັນລັງມີຫຼັງຄາມົນໆ ແລະມີບ່ອນວາງແຂນຢູ່ 2 ເບື້ອງ. ຢູ່ທາງຂ້າງບ່ອນວາງແຂນມີຮູບປັ້ນສິງ+ຕັ້ງຢູ່ເບື້ອງລະໂຕ. 20 ຂັ້ນໄດແຕ່ລະຂັ້ນມີຮູບປັ້ນສິງຕັ້ງໄວ້ເບື້ອງລະໂຕ. ຂັ້ນໄດທັງຫົກຂັ້ນມີຮູບປັ້ນສິງລວມທັງໝົດ 12 ໂຕ. ບໍ່ເຄີຍມີປະເທດໃດເຮັດບັນລັງແບບນີ້ມາກ່ອນ.
21 ຈອກທັງໝົດຂອງກະສັດໂຊໂລໂມນເຮັດຈາກຄຳ ແລະເຄື່ອງໃຊ້ທຸກຢ່າງໃນຕຶກທີ່ຊື່ວ່າປ່າເລບານອນ+ກໍເຮັດຈາກຄຳແທ້. ບໍ່ມີເຄື່ອງໃຊ້ອັນໃດເລີຍທີ່ເຮັດຈາກເງິນ ຍ້ອນວ່າໃນສະໄໝຂອງໂຊໂລໂມນເງິນມີຫຼາຍໂພດຈົນຖືວ່າບໍ່ມີຄ່າ.+ 22 ກະສັດໂຊໂລໂມນມີເຮືອຫຼາຍລຳທີ່ລ່ອງໄປຕາຊິດ+ກັບເຮືອຂອງຮີຣາມ. ທຸກໆ 3 ປີເຮືອເຫຼົ່ານີ້ຈະຂົນເງິນ ຄຳ ງາຊ້າງ+ ລີງແລະນົກຍຸງມາ.
23 ກະສັດໂຊໂລໂມນຍິ່ງໃຫຍ່ກວ່າກະສັດທຸກອົງໃນໂລກ ຍ້ອນວ່າລາວຮັ່ງ+ແລະມີສະຕິປັນຍາຫຼາຍກວ່າເຂົາເຈົ້າ.+ 24 ຄົນຈາກທົ່ວໂລກມາຫາ*ໂຊໂລໂມນ ຍ້ອນວ່າຢາກຟັງຄຳເວົ້າທີ່ມີສະຕິປັນຍາທີ່ພະເຈົ້າເອົາໃຫ້ລາວ.+ 25 ເຂົາເຈົ້າເອົາເຄື່ອງຂອງທີ່ເຮັດຈາກເງິນຈາກຄຳ ເຄື່ອງນຸ່ງ ຊຸດຮົບ ນ້ຳມັນຫອມ ມ້າແລະລໍ*ມາເປັນຂອງຂວັນໃຫ້ໂຊໂລໂມນ. ລາວໄດ້ຂອງຂວັນແບບນີ້ທຸກປີ.
26 ໂຊໂລໂມນໄດ້ສະສົມລົດມ້າແລະມ້າ*ຫຼາຍຂຶ້ນເລື້ອຍໆ. ລາວມີລົດມ້າ 1.400 ຄັນແລະມີມ້າ 12.000 ໂຕ.*+ ລາວເອົາລົດມ້າກັບມ້າໄວ້ຢູ່ເມືອງຕ່າງໆສຳລັບມ້ຽນລົດມ້າແລະເອົາໄວ້ໃກ້ໆລາວໃນເມືອງເຢຣູຊາເລັມ.+
27 ກະສັດໂຊໂລໂມນໄດ້ເຮັດໃຫ້ເມືອງເຢຣູຊາເລັມມີເງິນຫຼາຍຄືກັບກ້ອນຫີນ ແລະມີໄມ້ຊີດ້າ*ຫຼາຍຄືກັບຕົ້ນຊີກາມົນ*ຢູ່ເຊເຟລາ.+
28 ໂຊໂລໂມນຊື້ມ້າມາຈາກເອຢິບ. ພວກພໍ່ຄ້າຂອງໂຊໂລໂມນໄປເໝົາຝູງມ້າ*ເຫຼົ່ານີ້ມາໃຫ້ລາວ.+ 29 ເຂົາເຈົ້າຊື້ລົດມ້າມາຈາກເອຢິບຄັນລະ 600 ເຊເກນ* ແລະມ້າໂຕລະ 150 ເຊເກນ* ແລ້ວສົ່ງໄປຂາຍໃຫ້ພວກກະສັດຂອງເຮດ+ແລະພວກກະສັດຂອງຊີເຣຍ.