ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຕີໂມທຽວ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຕີໂມທຽວ

      • ຄຳ​ເຕືອນ​ເລື່ອງ​ຄຳສອນ​ຂອງ​ພວກ​ປີສາດ (1-5)

      • ການ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂອງ​ພະຄລິດ (6-10)

        • ການ​ຝຶກ​ຝົນ​ຮ່າງກາຍ​ກັບ​ການ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ (8)

      • ເອົາ​ໃສ່​ໃຈ​ໃນ​ການ​ສອນ (11-16)

1 ຕີໂມທຽວ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 2:1, 2; 2ຕມ 4:3, 4; 2ປຕ 2:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ນະມັດສະການ ໜ້າ 72-73

1 ຕີໂມທຽວ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:29, 30; 2ຕມ 2:16; 2ປຕ 2:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 21-22

1 ຕີໂມທຽວ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:36; 9:5
  • +ຣມ 14:3
  • +ປຖກ 9:3
  • +ຣມ 14:17; 1ກຣ 10:25

1 ຕີໂມທຽວ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:31
  • +ກຈກ 10:15

1 ຕີໂມທຽວ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຕມ 2:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 54

1 ຕີໂມທຽວ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 6:20; ຕຕ 1:13, 14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2020, ໜ້າ 28

    ຫໍສັງເກດການ (ສຶກສາ)

    8/2018, ໜ້າ 32

1 ຕີໂມທຽວ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 17:3

1 ຕີໂມທຽວ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 13:24
  • +ຢດ 25
  • +1ຕມ 2:3, 4

1 ຕີໂມທຽວ 4:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2018, ໜ້າ 31

1 ຕີໂມທຽວ 4:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2022, ໜ້າ 4-9

    ຫໍສັງເກດການ (ສຶກສາ)

    8/2018, ໜ້າ 13

    8/2018, ໜ້າ 31

1 ຕີໂມທຽວ 4:13

ໄຂເງື່ອນ

  • *

    ຫຼື “ການ​ໃຫ້​ກຳລັງ​ໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 4:16; 1ທຊ 5:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2021, ໜ້າ 24

1 ຕີໂມທຽວ 4:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂອງຂວັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 6:5, 6; 13:2, 3; 19:6; 2ຕມ 1:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 121

1 ຕີໂມທຽວ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຕມ 4:2
  • +1ກຣ 9:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2021, ໜ້າ 24

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 21

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 19

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຕມ. 4:12ທຊ 2:1, 2; 2ຕມ 4:3, 4; 2ປຕ 2:1
1ຕມ. 4:2ກຈກ 20:29, 30; 2ຕມ 2:16; 2ປຕ 2:3
1ຕມ. 4:31ກຣ 7:36; 9:5
1ຕມ. 4:3ຣມ 14:3
1ຕມ. 4:3ປຖກ 9:3
1ຕມ. 4:3ຣມ 14:17; 1ກຣ 10:25
1ຕມ. 4:4ປຖກ 1:31
1ຕມ. 4:4ກຈກ 10:15
1ຕມ. 4:62ຕມ 2:15
1ຕມ. 4:71ຕມ 6:20; ຕຕ 1:13, 14
1ຕມ. 4:8ຢຮ 17:3
1ຕມ. 4:10ລກ 13:24
1ຕມ. 4:10ຢດ 25
1ຕມ. 4:101ຕມ 2:3, 4
1ຕມ. 4:13ກລຊ 4:16; 1ທຊ 5:27
1ຕມ. 4:14ກຈກ 6:5, 6; 13:2, 3; 19:6; 2ຕມ 1:6
1ຕມ. 4:162ຕມ 4:2
1ຕມ. 4:161ກຣ 9:22
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
ຄຳພີໄບເບິນສະບັບແປໂລກໃໝ່
1 ຕີໂມທຽວ 4:1-16

ຈົດໝາຍສະບັບທຳອິດເຖິງຕີໂມທຽວ

4 ພະລັງ​ຂອງ​ພະເຈົ້າ​ບອກ​ຢ່າງ​ຊັດເຈນ​ວ່າ ໃນ​ອະນາຄົດ​ຈະ​ມີ​ບາງ​ຄົນ​ຖິ້ມ​ຄວາມ​ເຊື່ອ​ຍ້ອນ​ປ່ຽນ​ໄປ​ສົນໃຈ​ຄຳເວົ້າ​ຫຼອກລວງ​ທີ່​ເບິ່ງ​ຄື​ວ່າ​ມາ​ຈາກ​ພະເຈົ້າ+ ແລະ​ໄປ​ສົນໃຈ​ຄຳສອນ​ຂອງ​ພວກປີສາດ. 2 ເຂົາເຈົ້າ​ຟັງ​ຄຳ​ຕົວະ​ຂອງ​ຄົນ​ຫຼອກລວງ+ ເຊິ່ງ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຄົນ​ເຫຼົ່າ​ນັ້ນ​ດ້ານ​ຄື​ກັບ​ຜິວ​ໜັງ​ທີ່​ຖືກ​ເຫຼັກ​ຮ້ອນ​ໆ​ດາດ​ຈົນ​ຕາຍ​ດ້ານ. 3 ພວກ​ຄົນ​ຫຼອກລວງ​ຫ້າມ​ບໍ່​ໃຫ້​ແຕ່ງດອງ+ ຫ້າມ​ບໍ່​ໃຫ້​ກິນ​ຂອງກິນ​ບາງ​ຢ່າງ+​ທີ່​ພະເຈົ້າ​ສ້າງ​ໄວ້​ໃຫ້​ຄົນ​ເຮົາ​ກິນ+ ເຊິ່ງ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ແລະ​ຮູ້ຈັກ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ​ຈະ​ກິນ​ດ້ວຍ​ຄວາມ​ຂອບໃຈ.+ 4 ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ໄວ້​ດີ​ໝົດ+ ບໍ່​ມີ​ສິ່ງ​ໃດ​ທີ່​ຫ້າມ​ບໍ່​ໃຫ້​ກິນ+ ຖ້າ​ກິນ​ດ້ວຍ​ຄວາມ​ຂອບໃຈ 5 ຍ້ອນ​ຖ້ອຍຄຳ​ຂອງ​ພະເຈົ້າ​ແລະ​ຄຳ​ອະທິດຖານ​ເຮັດ​ໃຫ້​ສິ່ງ​ນັ້ນ​ບໍລິສຸດ​ແລ້ວ.

6 ເມື່ອ​ເຈົ້າ​ແນະນຳ​ພີ່ນ້ອງ​ກ່ຽວກັບ​ເລື່ອງ​ເຫຼົ່າ​ນີ້ ເຈົ້າ​ກໍ​ຈະ​ເປັນ​ຜູ້​ຮັບໃຊ້​ທີ່​ດີ​ຂອງ​ພະຄລິດ​ເຢຊູ ເປັນ​ຄົນ​ທີ່​ລ້ຽງ​ຈິດໃຈ​ດ້ວຍ​ຖ້ອຍຄຳ​ກ່ຽວກັບ​ຄວາມ​ເຊື່ອ​ແລະ​ດ້ວຍ​ຄຳສອນ​ທີ່​ດີ​ທີ່​ເຈົ້າ​ເຮັດ​ຕາມ​ສະເໝີ.+ 7 ຢ່າ​ສົນໃຈ​ເລື່ອງ​ຕົວະ​ທີ່​ຂັດ​ກັບ​ຄວາມ​ຄິດ​ຂອງ​ພະເຈົ້າ+​ທີ່​ຜູ້​ຍິງ​ສູງ​ອາຍຸ​ມັກ​ເລົ່າ ແຕ່​ໃຫ້​ຝຶກຝົນ​ໂຕເອງ​ເພື່ອ​ຈະ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ. 8 ການ​ຝຶກຝົນ​ຮ່າງກາຍ​ມີ​ປະໂຫຍດ​ແຕ່​ໜ້ອຍ​ດຽວ ແຕ່​ການ​ເຊື່ອຟັງ​ພະເຈົ້າ​ສຸດ​ຫົວໃຈ​ມີ​ປະໂຫຍດ​ທຸກ​ດ້ານ ຍ້ອນ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ພອນ​ໃນ​ຊີວິດ​ທັງ​ປັດຈຸບັນ​ແລະ​ອະນາຄົດ.+ 9 ຖ້ອຍຄຳ​ນັ້ນ​ເປັນ​ຄວາມ​ຈິງ​ແລະ​ຄວນ​ຍອມຮັບ​ເອົາ. 10 ພວກ​ເຮົາ​ທຸ່ມເທ​ເຮັດ​ວຽກ​ໜັກ+​ກໍ​ຍ້ອນ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່. ເພິ່ນ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ+​ຂອງ​ຄົນ​ທຸກ​ປະເພດ+​ໂດຍ​ສະເພາະ​ຄົນ​ທີ່​ສັດຊື່.

11 ໃຫ້​ເຈົ້າ​ບອກ​ແລະ​ສອນ​ພີ່ນ້ອງ​ໃນ​ເລື່ອງ​ເຫຼົ່າ​ນີ້​ຢູ່​ສະເໝີ. 12 ຢ່າ​ໃຫ້​ຜູ້​ໃດ​ດູຖູກ​ເຈົ້າ​ຍ້ອນ​ເຫັນ​ວ່າ​ເຈົ້າຍັງ​ໜຸ່ມ. ແຕ່​ໃຫ້ຄຳເວົ້າ ການ​ປະພຶດ ຄວາມ​ຮັກ ຄວາມ​ເຊື່ອ ແລະ​ຄວາມ​ບໍລິສຸດ​ຂອງ​ເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຄົນ​ທີ່​ສັດຊື່. 13 ໃຫ້​ເຈົ້າ​ເອົາໃຈໃສ່​ໃນ​ການ​ອ່ານ​ໃຫ້​ຄົນ​ອື່ນ​ຟັງ+ ການ​ໃຫ້​ຄຳ​ແນະນຳ* ແລະ​ການ​ສອນ​ຈົນ​ກວ່າ​ຂ້ອຍ​ຈະ​ໄປ​ຫາ. 14 ຢ່າ​ຖິ້ມ​ຄວາມ​ສາມາດ*​ທີ່​ເຈົ້າ​ໄດ້​ຮັບ​ຕອນ​ທີ່​ຄະນະ​ຜູ້​ເບິ່ງແຍງ​ວາງ​ມື​ເທິງ​ເຈົ້າ​ຕາມ​ຄຳ​ພະຍາກອນ​ກ່ຽວກັບ​ເຈົ້າ.+ 15 ໃຫ້​ເຈົ້າ​ຄິດ​ຕຶກຕອງ​ແລະ​ທຸ່ມເທ​ກັບ​ເລື່ອງ​ເຫຼົ່າ​ນີ້ ເພື່ອ​ຄົນ​ອື່ນ​ຈະ​ເຫັນ​ຄວາມ​ກ້າວໜ້າ​ຂອງ​ເຈົ້າ​ຫຼາຍ​ຂຶ້ນ. 16 ໃຫ້​ເອົາໃຈໃສ່​ໂຕ​ເຈົ້າ​ແລະ​ການ​ສອນ​ຂອງ​ເຈົ້າ​ໃຫ້​ດີ.+ ໃຫ້​ຕັ້ງໃຈ​ເຮັດ​ສິ່ງ​ເຫຼົ່າ​ນີ້​ສະເໝີ ຍ້ອນ​ວ່າ​ຖ້າ​ເຮັດ​ແບບ​ນັ້ນ ເຈົ້າ​ຈະ​ຊ່ວຍ​ທັງ​ໂຕເອງ​ແລະ​ຄົນ​ທີ່​ຟັງ​ເຈົ້າ​ໃຫ້​ລອດ​ໄດ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌