ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ
11 ຄັນຊັ້ນ ຂ້ອຍຂໍຖາມແດ່ວ່າ ພະເຈົ້າປະຖິ້ມປະຊາຊົນຂອງເພິ່ນແລ້ວບໍ?+ ບໍ່ແມ່ນ! ຂ້ອຍກໍເປັນຄົນອິດສະຣາເອນ ເປັນລູກຫຼານຂອງອັບຣາຮາມ ແລະຢູ່ໃນຕະກູນເບັນຢາມິນ. 2 ພະເຈົ້າບໍ່ໄດ້ປະຖິ້ມປະຊາຊົນຂອງເພິ່ນທີ່ເປັນກຸ່ມທຳອິດທີ່ເພິ່ນຍອມຮັບ.+ ພວກເຈົ້າຮູ້ຢູ່ແລ້ວແມ່ນບໍວ່າພະຄຳພີບອກແນວໃດກ່ຽວກັບເອລີຢາຕອນທີ່ລາວຟ້ອງພະເຈົ້າເລື່ອງພວກອິດສະຣາເອນ? ພະຄຳພີບອກວ່າ: 3 “ພະເຢໂຫວາ* ເຂົາເຈົ້າຂ້າພວກຜູ້ພະຍາກອນຂອງພະອົງ. ເຂົາເຈົ້າຮື້ແທ່ນບູຊາຂອງພະອົງ. ຕອນນີ້ເຫຼືອແຕ່ລູກຄົນດຽວແລະເຂົາເຈົ້າກໍພະຍາຍາມຈະຂ້າລູກ.”+ 4 ແຕ່ພະເຈົ້າຕອບລາວແນວໃດ? ເພິ່ນບອກວ່າ: “ເຮົາຍັງມີຄົນອີກ 7.000 ຄົນທີ່ບໍ່ໄດ້ຄູ້ເຂົ່າລົງນະມັດສະການພະບາອານ.”+ 5 ຕອນນີ້ກໍຄືກັນ ຍັງມີຄົນອິດສະຣາເອນກຸ່ມນ້ອຍໆກຸ່ມໜຶ່ງທີ່ເຫຼືອຢູ່+ເຊິ່ງພະເຈົ້າເລືອກໄວ້ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງເພິ່ນ. 6 ຖ້າພະເຈົ້າເລືອກພວກເຮົາຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່+ ສະແດງວ່າເພິ່ນບໍ່ໄດ້ເລືອກຍ້ອນສິ່ງທີ່ພວກເຮົາເຮັດ.+ ຖ້າເປັນຍ້ອນສິ່ງທີ່ພວກເຮົາເຮັດ ມັນກໍບໍ່ແມ່ນຄວາມກະລຸນາທີ່ຍິ່ງໃຫຍ່.
7 ຄັນຊັ້ນຊິເວົ້າແນວໃດ? ສິ່ງທີ່ພວກອິດສະຣາເອນຢາກໄດ້ຫຼາຍ ບໍ່ແມ່ນທຸກຄົນຈະໄດ້ ມີແຕ່ຄົນທີ່ພະເຈົ້າເລືອກເທົ່ານັ້ນທີ່ຈະໄດ້.+ ພວກທີ່ບໍ່ຖືກເລືອກແມ່ນພວກທີ່ມີໃຈແຂງກະດ້າງ.+ 8 ພະຄຳພີບອກໄວ້ວ່າ: “ພະເຈົ້າໄດ້ເຮັດໃຫ້ເຂົາເຈົ້ານອນຫຼັບແຈບ+ ເຮັດໃຫ້ຕາເຂົາເຈົ້າເບິ່ງບໍ່ເຫັນ ແລະເຮັດໃຫ້ຫູເຂົາເຈົ້າບໍ່ໄດ້ຍິນຈົນຮອດທຸກມື້ນີ້.”+ 9 ດາວິດກໍເວົ້າຄືກັນວ່າ: “ຂໍພະອົງເຮັດໃຫ້ໂຕະຂອງເຂົາເຈົ້າເປັນແຮ້ວແລະກັບດັກ ແລະເປັນຕົ້ນເຫດພາໃຫ້ເຂົາເຈົ້າເຮັດຜິດແລະຖືກລົງໂທດ. 10 ຂໍໃຫ້ຕາຂອງເຂົາເຈົ້າມົວຈົນເບິ່ງບໍ່ເຫັນ ແລະຂໍໃຫ້ຫຼັງຂອງເຂົາເຈົ້າກົ່ງຢູ່ຕະຫຼອດຍ້ອນແບກເຄື່ອງໜັກ.”+
11 ຂ້ອຍຂໍຖາມແດ່ວ່າພວກອິດສະຣາເອນສະດຸດລົ້ມຈົນລຸກບໍ່ໄດ້ເລີຍບໍ? ບໍ່ແມ່ນ! ແຕ່ຍ້ອນເຂົາເຈົ້າເຮັດຜິດ ຄົນຕ່າງຊາດຈຶ່ງໄດ້ຮັບໂອກາດທີ່ຈະລອດແລະພວກອິດສະຣາເອນກໍຮູ້ສຶກອິດສາ.+ 12 ຖ້າພວກອິດສະຣາເອນເຮັດຜິດແລ້ວເຮັດໃຫ້ໂລກໄດ້ພອນ ແລະຖ້າເຂົາເຈົ້າມີຄົນໜ້ອຍລົງແລ້ວເຮັດໃຫ້ຄົນຕ່າງຊາດໄດ້ພອນ+ ລອງຄິດເບິ່ງແມ້ຊິມີພອນຫຼາຍສ່ຳໃດ ເມື່ອພວກອິດສະຣາເອນກັບຄົນຕ່າງຊາດທີ່ຖືກເລືອກຖືກລວບລວມຈົນຄົບຈຳນວນແລ້ວ?
13 ຕອນນີ້ ຂ້ອຍຂໍເວົ້າກັບພວກເຈົ້າທີ່ເປັນຄົນຕ່າງຊາດ. ທີ່ຈິງ ຂ້ອຍເປັນອັກຄະສາວົກ*ທີ່ຖືກສົ່ງໄປຫາຄົນຕ່າງຊາດ+ ແລະຂ້ອຍເຫັນຄ່າວຽກນີ້ທີ່ຂ້ອຍເຮັດໃຫ້ພະເຈົ້າ.+ 14 ເມື່ອເຮັດວຽກນີ້ ຂ້ອຍຫວັງວ່າຄົນອິດສະຣາເອນຈະອິດສາຄົນຕ່າງຊາດ ແລ້ວຂ້ອຍຈະໄດ້ຊ່ວຍເຂົາເຈົ້າບາງຄົນໃຫ້ລອດໄດ້. 15 ຖ້າພະເຈົ້າປະຖິ້ມເຂົາເຈົ້າ+ ແລ້ວຍັງເຮັດໃຫ້ຄົນອື່ນມີໂອກາດຄືນດີກັບເພິ່ນໄດ້. ຄັນຊັ້ນຈະເປັນແນວໃດຖ້າເພິ່ນຍອມຮັບເຂົາເຈົ້າກັບມາ? ກໍຈະເປັນຄືກັບວ່າເຂົາເຈົ້າຕາຍແລ້ວ ແລະໄດ້ກັບມາມີຊີວິດອີກ. 16 ຖ້າແປ້ງສ່ວນທີ່ແບ່ງອອກມາໃຫ້ພະເຈົ້າຈາກຜົນລະປູກຊຸດທຳອິດເປັນແປ້ງທີ່ບໍລິສຸດ ແປ້ງໝົດກ້ອນກໍບໍລິສຸດ ຫຼືຖ້າຮາກຂອງຕົ້ນໄມ້ບໍລິສຸດ ງ່າຂອງມັນກໍບໍລິສຸດຄືກັນ.
17 ແຕ່ຖ້າບາງງ່າຖືກຫັກຖິ້ມ ແລ້ວພວກເຈົ້າທີ່ເປັນງ່າໝາກກອກປ່າຖືກຕໍ່ໃສ່ແທນ ແລະຮາກຂອງຕົ້ນໝາກກອກນັ້ນໄດ້ລ້ຽງພວກເຈົ້າ 18 ກໍຢ່າດູຖູກງ່າທີ່ຖືກຫັກຖິ້ມ.+ ຢ່າລືມວ່າ ພວກເຈົ້າທີ່ເປັນງ່າບໍ່ໄດ້ລ້ຽງຮາກ ແຕ່ແມ່ນຮາກທີ່ລ້ຽງພວກເຈົ້າ. 19 ພວກເຈົ້າອາດຈະເວົ້າວ່າ: “ງ່າເຫຼົ່ານັ້ນຖືກຫັກຖິ້ມເພື່ອຂ້ອຍຈະຖືກຕໍ່ໃສ່ແທນ.”+ 20 ກະແມ່ນຢູ່ວ່າເຂົາເຈົ້າຖືກຫັກຖິ້ມຍ້ອນຂາດຄວາມເຊື່ອ+ ແຕ່ພວກເຈົ້າກໍຕ້ອງມີຄວາມເຊື່ອເພື່ອຈະຢູ່ຕໍ່ໄປໄດ້.+ ດັ່ງນັ້ນ ຢ່າຊູ່ຈອງຫອງ ແຕ່ລະວັງໂຕໃຫ້ດີ. 21 ຂະໜາດວ່າງ່າຂອງຕົ້ນມັນແທ້ໆພະເຈົ້າກໍຍັງຕັດຖິ້ມ ພວກເຈົ້າຄິດວ່າເພິ່ນຈະບໍ່ຕັດພວກເຈົ້າຖິ້ມຄືກັນບໍຖ້າພວກເຈົ້າເຮັດຄືເຂົາເຈົ້າ? 22 ຢ່າລືມວ່າພະເຈົ້າທັງເມດຕາ+ແລະເດັດຂາດ. ເພິ່ນເດັດຂາດກັບຄົນທີ່ຖິ້ມຄວາມເຊື່ອ+ ແຕ່ເພິ່ນຈະເມດຕາຖ້າພວກເຈົ້າເຮັດສິ່ງທີ່ເພິ່ນຕ້ອງການສະເໝີ. ຖ້າພວກເຈົ້າບໍ່ເຮັດຕາມທີ່ເພິ່ນຕ້ອງການ ເພິ່ນກໍຈະຕັດພວກເຈົ້າອອກຈາກຕົ້ນຄືກັນ. 23 ສ່ວນຄົນຢິວ ຖ້າກັບມາເຊື່ອອີກ ເຂົາເຈົ້າກໍຈະຖືກຕໍ່ໃສ່ຕົ້ນອີກເທື່ອໜຶ່ງ+ຍ້ອນພະເຈົ້າຕໍ່ເຂົາເຈົ້າໃສ່ຄືນໃໝ່ໄດ້. 24 ຖ້າພວກເຈົ້າຖືກຕັດອອກຈາກຕົ້ນໝາກກອກປ່າ ແລ້ວຍັງເອົາມາຕໍ່ໃສ່ຕົ້ນໝາກກອກບ້ານໄດ້ທັງໆທີ່ມັນບໍ່ເປັນຕາມທຳມະຊາດ ການເອົາຄົນທີ່ເປັນງ່າໝາກກອກບ້ານຢູ່ແລ້ວທີ່ຖືກຕັດຖິ້ມ ແລະເອົາມາຕໍ່ໃສ່ຕົ້ນເກົ່າຂອງມັນກໍແຮ່ງຊິງ່າຍກວ່ານັ້ນອີກຕົ໋ວ.
25 ພີ່ນ້ອງເອີ້ຍ ຂ້ອຍຢາກໃຫ້ພວກເຈົ້າຮູ້ຄວາມລັບສັກສິດ+ເພື່ອພວກເຈົ້າຈະບໍ່ຫຼົງໂຕເອງ. ຄວາມລັບນີ້ແມ່ນເລື່ອງທີ່ພວກອິດສະຣາເອນບາງຄົນມີໃຈແຂງກະດ້າງເຊິ່ງເຮັດໃຫ້ຄົນຕ່າງຊາດຖືກເລືອກຈົນຄົບຈຳນວນ. 26 ໂດຍວິທີນີ້ ອິດສະຣາເອນທີ່ຄົບຕາມຈຳນວນ+ຈະໄດ້ຮັບການຊ່ວຍໃຫ້ລອດ. ມັນຈະເປັນຄືກັບທີ່ພະຄຳພີບອກໄວ້ວ່າ: “ຜູ້ຊ່ວຍໃຫ້ລອດຈະມາຈາກຊີໂອນ+ແລະຈະກຳຈັດຄວາມຊົ່ວໃຫ້ໝົດໄປຈາກຢາໂຄບ. 27 ເຮົາຈະເຮັດສັນຍາກັບເຂົາເຈົ້າ+ເມື່ອເຮົາຍົກໂທດຄວາມຜິດໃຫ້ເຂົາເຈົ້າ.”+ 28 ແມ່ນຢູ່ ເຂົາເຈົ້າເປັນສັດຕູກັບພະເຈົ້າຍ້ອນເຂົາເຈົ້າປະຕິເສດຂ່າວດີເຊິ່ງເຮັດໃຫ້ພວກເຈົ້າໄດ້ປະໂຫຍດ ແຕ່ເພິ່ນເຄີຍເລືອກເຂົາເຈົ້າແລະຮັກເຂົາເຈົ້າຍ້ອນຄຳສັນຍາທີ່ເພິ່ນເຮັດກັບປູ່ຍ່າຕານາຍຂອງເຂົາເຈົ້າ.+ 29 ເມື່ອພະເຈົ້າເອົາຫຍັງໃຫ້ຜູ້ໃດຫຼືເລືອກຜູ້ໃດແລ້ວ ເພິ່ນຈະບໍ່ເສຍໃຈເລີຍ. 30 ແຕ່ກີ້ພວກເຈົ້າບໍ່ເຊື່ອຟັງພະເຈົ້າ+ ແຕ່ດຽວນີ້ພວກເຈົ້າໄດ້ຮັບຄວາມເມດຕາ+ຍ້ອນພວກຢິວບໍ່ເຊື່ອຟັງ.+ 31 ຍ້ອນເຂົາເຈົ້າບໍ່ເຊື່ອຟັງ ພະເຈົ້າຈຶ່ງເມດຕາພວກເຈົ້າ. ແຕ່ຕອນນີ້ ເຂົາເຈົ້າກໍໄດ້ຮັບຄວາມເມດຕາຄືກັບທີ່ພວກເຈົ້າໄດ້ຮັບ. 32 ພະເຈົ້າຍອມໃຫ້ທຸກຄົນເປັນຄືກັບນັກໂທດທີ່ຖືກຂັງໄວ້ຍ້ອນການບໍ່ເຊື່ອຟັງ+ ເພື່ອເພິ່ນຈະໄດ້ສະແດງຄວາມເມດຕາຕໍ່ທຸກຄົນ.+
33 ພອນຈາກພະເຈົ້າມີຫຼາຍອີ່ຫຼີ! ເພິ່ນມີສະຕິປັນຍາຫຼາຍແລະຄວາມຮູ້ຂອງເພິ່ນກໍເລິກເຊິ່ງແທ້ໆ! ເພິ່ນຈະຕັດສິນໃຈແນວໃດ ຫຼືເພິ່ນຈະເຮັດຫຍັງຕໍ່ໄປ ບໍ່ມີຜູ້ໃດຈະເຂົ້າໃຈໄດ້ທັງໝົດ. 34 “ຜູ້ໃດຈະຮູ້ໃຈພະເຢໂຫວາ* ຫຼືຜູ້ໃດຈະແນະນຳສັ່ງສອນເພິ່ນໄດ້?”+ 35 ຫຼື “ມີຜູ້ໃດເອົາຫຍັງໃຫ້ເພິ່ນກ່ອນບໍ ເພິ່ນຈຶ່ງຕ້ອງຕອບແທນຜູ້ນັ້ນ?”+ 36 ທຸກສິ່ງມາຈາກເພິ່ນ ມາໂດຍທາງເພິ່ນ ແລະມີຢູ່ເພື່ອເພິ່ນ. ຂໍໃຫ້ເພິ່ນໄດ້ຮັບການຍົກຍ້ອງຕະຫຼອດໄປ. ອາແມນ.*