ໂຣມ
11 ຖ້າເປັນແນວນັ້ນ ຂ້ອຍຂໍຖາມວ່າ ພະເຈົ້າປະຖິ້ມປະຊາຊົນຂອງພະອົງແລ້ວບໍ? ບໍ່ແມ່ນແນວນັ້ນ! ຂ້ອຍກໍເປັນຄົນອິດສະຣາເອນ ເປັນລູກຫຼານຂອງອັບຣາຮາມ ຢູ່ໃນຕະກູນເບັນຢາມິນ. 2 ພະເຈົ້າບໍ່ໄດ້ປະຖິ້ມປະຊາຊົນຂອງພະອົງ ເຊິ່ງພວກເຂົາເປັນກຸ່ມຄົນທີ່ພະອົງຍອມຮັບເປັນພວກທຳອິດ. ເຈົ້າບໍ່ຮູ້ບໍວ່າພະຄຳພີບອກແນວໃດກ່ຽວກັບເອລີຢາເມື່ອລາວຟ້ອງພະເຈົ້າເລື່ອງພວກອິດສະຣາເອນວ່າ 3 “ພະເຢໂຫວາ ພວກເຂົາຂ້າພວກຜູ້ພະຍາກອນຂອງພະອົງ ພວກເຂົາຮື້ແທ່ນບູຊາຂອງພະອົງ ຕອນນີ້ເຫຼືອຂ້ອຍຄົນດຽວ ແລະພວກເຂົາກໍພະຍາຍາມຈະຂ້າຂ້ອຍ.” 4 ແຕ່ພະເຈົ້າຕອບລາວວ່າແນວໃດ? “ເຮົາຍັງມີຄົນຂອງເຮົາອີກ 7.000 ຄົນທີ່ບໍ່ໄດ້ຄູ້ເຂົ່ານະມັດສະການບາອານ.” 5 ຕອນນີ້ກໍຄືກັນ ຍັງມີຄົນອິດສະຣາເອນກຸ່ມໜຶ່ງເຫຼືອຢູ່ທີ່ພະເຈົ້າເລືອກໄວ້ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະອົງ. 6 ຖ້າພະເຈົ້າເລືອກຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ ສະແດງວ່າພະອົງບໍ່ໄດ້ເລືອກຍ້ອນສິ່ງທີ່ລາວເຮັດ ເພາະຖ້າເປັນແນວນັ້ນຈະເອີ້ນວ່າເປັນຄວາມກະລຸນາທີ່ຍິ່ງໃຫຍ່ໄດ້ຈັ່ງໃດ.
7 ຖ້າເປັນແນວນັ້ນຈະວ່າແນວໃດ? ສິ່ງທີ່ພວກອິດສະຣາເອນຢາກໄດ້ຫຼາຍ ບໍ່ແມ່ນທຸກຄົນໄດ້ຮັບ ສະເພາະຄົນທີ່ຖືກເລືອກເທົ່ານັ້ນຈຶ່ງຈະໄດ້ຮັບ. ສ່ວນຄົນທີ່ເຫຼືອນັ້ນພວກເຂົາມີໃຈແຂງກະດ້າງ 8 ຄືກັບທີ່ພະຄຳພີບອກໄວ້ວ່າ: “ພະເຈົ້າເຮັດໃຫ້ຈິດໃຈຂອງພວກເຂົາຫຼັບໄປ ຕາຈຶ່ງເບິ່ງບໍ່ເຫັນແລະຫູຈຶ່ງບໍ່ໄດ້ຍິນຈົນເຖິງທຸກມື້ນີ້.” 9 ດາວິດກໍບອກຄືກັນວ່າ: “ຂໍໃຫ້ໂຕະຂອງພວກເຂົາກາຍເປັນແຮ້ວແລະກັບດັກ ແລະເປັນຕົ້ນເຫດໃຫ້ພວກເຂົາຫຼົງເຮັດຜິດແລະໄດ້ຮັບໂທດ. 10 ຂໍໃຫ້ຕາຂອງພວກເຂົາມືດໄປຈຶ່ງເບິ່ງບໍ່ເຫັນ ແລະຂໍໃຫ້ພວກເຂົາຫຼັງງໍຢູ່ຕະຫຼອດຍ້ອນແບກເຄື່ອງໜັກ.”
11 ຂ້ອຍຂໍຖາມວ່າພວກອິດສະຣາເອນສະດຸດຈົນລຸກບໍ່ຂຶ້ນເລີຍບໍ? ບໍ່ແມ່ນແນ່ນອນ! ແຕ່ເນື່ອງຈາກພວກເຂົາເຮັດບາບ ຄົນຕ່າງຊາດຈຶ່ງໄດ້ຮັບໂອກາດທີ່ຈະລອດໄດ້ ແລະສິ່ງນີ້ເຮັດໃຫ້ພວກອິດສະຣາເອນອິດສາ. 12 ຖ້າການທີ່ພວກເຂົາເຮັດບາບເຮັດໃຫ້ໂລກໄດ້ພອນ ແລະຖ້າການທີ່ພວກເຂົາຫຼຸດໜ້ອຍລົງເຮັດໃຫ້ຄົນຕ່າງຊາດໄດ້ພອນ ຈະມີພອນຫຼາຍກວ່ານັ້ນອີກເທົ່າໃດເມື່ອພວກເຂົາມີຈຳນວນຄົບຖ້ວນ!
13 ຕອນນີ້ ຂ້ອຍຂໍເວົ້າກັບພວກເຈົ້າທີ່ເປັນຄົນຕ່າງຊາດ ເພາະທີ່ຈິງຂ້ອຍເປັນອັກຄະສາວົກທີ່ຖືກສົ່ງໄປຫາຄົນຕ່າງຊາດ ແລະຂ້ອຍຍົກຍ້ອງວຽກຮັບໃຊ້ຂອງຂ້ອຍຫຼາຍ 14 ເພື່ອວ່າຄົນຢິວຈະເກີດຄວາມອິດສາ ແລະຂ້ອຍຈະຊ່ວຍພວກເຂົາບາງຄົນໃຫ້ລອດໄດ້. 15 ເພາະຖ້າພະເຈົ້າປະຖິ້ມພວກເຂົາ ແລ້ວຍັງເຮັດໃຫ້ຄົນອື່ນໃນໂລກມີໂອກາດຄືນດີກັບພະອົງໄດ້ ຈະເປັນແນວໃດຖ້າພະອົງຍອມຮັບພວກເຂົາກັບມາ? ກໍຈະເປັນຄືກັບວ່າພວກເຂົາຕາຍແລ້ວກັບມາມີຊີວິດອີກ. 16 ຖ້າແປ້ງສ່ວນທີ່ແບ່ງອອກມາຖວາຍເປັນໝາກຜົນທຳອິດເປັນແປ້ງທີ່ບໍລິສຸດ ແປ້ງໝົດກ້ອນກໍບໍລິສຸດ ແລະຖ້າຮາກບໍລິສຸດ ງ່າຕ່າງໆກໍບໍລິສຸດນຳ.
17 ແຕ່ຖ້າບາງງ່າຖືກຫັກຖິ້ມ ແລ້ວພວກເຈົ້າທີ່ເປັນງ່າໝາກກອກປ່າຖືກຕໍ່ໃສ່ແທນແລະໄດ້ຮັບການຫຼໍ່ລ້ຽງຈາກຮາກຕົ້ນໝາກກອກ 18 ຢ່າດູຖູກ*ງ່າທີ່ຖືກຫັກຖິ້ມ. ຢ່າລືມວ່າ ເຈົ້າທີ່ເປັນງ່າບໍ່ໄດ້ຫຼໍ່ລ້ຽງຮາກ ແຕ່ແມ່ນຮາກທີ່ຫຼໍ່ລ້ຽງເຈົ້າ. 19 ເຈົ້າອາດຈະບອກວ່າ: “ງ່າເຫຼົ່ານັ້ນຖືກຫັກຖິ້ມເພື່ອຂ້ອຍຈະຖືກຕໍ່ໃສ່ແທນ.” 20 ກໍແມ່ນ ພວກເຂົາຖືກຫັກຖິ້ມຍ້ອນພວກເຂົາຂາດຄວາມເຊື່ອ ແຕ່ເຈົ້າຍັງຢູ່ໄດ້ຍ້ອນເຈົ້າມີຄວາມເຊື່ອ. ດັ່ງນັ້ນ ຢ່າຊູ່ຈອງຫອງ ແຕ່ລະວັງຕົວໃຫ້ດີ. 21 ເພາະຖ້າພະເຈົ້າບໍ່ຍົກເວັ້ນໂທດງ່າເກົ່າ ພະອົງກໍຈະບໍ່ຍົກເວັ້ນໂທດເຈົ້າຄືກັນຖ້າເຈົ້າເຮັດແບບດຽວກັບພວກເຂົາ. 22 ດັ່ງນັ້ນ ຢ່າລືມວ່າພະເຈົ້າທັງກະລຸນາແລະເດັດຂາດ. ພະອົງເດັດຂາດກັບຄົນທີ່ຖິ້ມຄວາມເຊື່ອ ແຕ່ພະອົງກະລຸນາຖ້າເຈົ້າເຮັດສິ່ງທີ່ພະອົງຕ້ອງການສະເໝີ ຖ້າບໍ່ແມ່ນແນວນັ້ນເຈົ້າກໍຈະຖືກຕັດອອກຈາກຕົ້ນຄືກັນ. 23 ສ່ວນພວກຢິວ ຖ້າພວກເຂົາກັບມາເຊື່ອອີກ ກໍຈະຖືກຕໍ່ໃສ່ຕົ້ນອີກເທື່ອໜຶ່ງ ຍ້ອນພະເຈົ້າຕໍ່ພວກເຂົາໃສ່ຄືນໃໝ່ໄດ້. 24 ຖ້າເຈົ້າຖືກຕັດອອກຈາກຕົ້ນໝາກກອກປ່າ ແລ້ວຖືກຕໍ່ໃສ່ຕົ້ນໝາກກອກບ້ານໄດ້ທັງໆທີ່ຂັດກັບທຳມະຊາດ ຈະງ່າຍກວ່ານັ້ນຫຼາຍເທົ່າໃດຖ້າຈະເອົາຄົນທີ່ເປັນຄືງ່າໝາກກອກບ້ານເຊິ່ງຖືກຕັດຖິ້ມແລ້ວມາຕໍ່ໃສ່ຕົ້ນເກົ່າຂອງມັນ!
25 ພີ່ນ້ອງເອີຍ ຂ້ອຍຢາກໃຫ້ພວກເຈົ້າຮູ້ຄວາມລັບອັນສັກສິດເພື່ອພວກເຈົ້າຈະບໍ່ຫຼົງຕົວເອງ ຄວາມລັບນີ້ແມ່ນເລື່ອງທີ່ພວກອິດສະຣາເອນບາງຄົນມີໃຈແຂງກະດ້າງ ເຊິ່ງເຮັດໃຫ້ຄົນຕ່າງຊາດຖືກເລືອກມາຈົນຄົບຈຳນວນ 26 ດ້ວຍວິທີນີ້ ທຸກຄົນທີ່ເປັນອິດສະຣາເອນຈະໄດ້ຮັບການຊ່ວຍໃຫ້ລອດ. ຄືກັບທີ່ພະຄຳພີບອກໄວ້ວ່າ: “ຜູ້ຊ່ວຍໃຫ້ລອດຈະມາຈາກຊີໂອນແລະຈະກຳຈັດຄວາມຊົ່ວໃຫ້ໝົດໄປຈາກຢາໂຄບ. 27 ແລະເຮົາຈະເຮັດສັນຍາກັບພວກເຂົາເມື່ອເຮົາກຳຈັດບາບຂອງພວກເຂົາ.” 28 ແມ່ນຢູ່ ພວກເຂົາເປັນສັດຕູກັບພະເຈົ້າຍ້ອນພວກເຂົາປະຕິເສດຂ່າວດີເຊິ່ງກໍເປັນຜົນດີແກ່ພວກເຈົ້າ ແຕ່ພະອົງເລືອກພວກເຂົາບາງຄົນໃຫ້ເປັນທີ່ຮັກຂອງພະອົງຍ້ອນຄຳສັນຍາທີ່ພະອົງໃຫ້ໄວ້ກັບບັນພະບຸລຸດຂອງພວກເຂົາ. 29 ເພາະເມື່ອພະເຈົ້າໃຫ້ຂອງຂວັນຜູ້ໃດຫຼືເອີ້ນຜູ້ໃດແລ້ວ ພະອົງຈະບໍ່ປ່ຽນໃຈ. 30 ແຕ່ກ່ອນພວກເຈົ້າບໍ່ເຊື່ອຟັງພະເຈົ້າ ແຕ່ດຽວນີ້ພວກເຈົ້າໄດ້ຮັບຄວາມເມດຕາຍ້ອນພວກຢິວບໍ່ເຊື່ອຟັງ 31 ການທີ່ພວກເຂົາບໍ່ເຊື່ອຟັງເຮັດໃຫ້ພະອົງເມດຕາພວກເຈົ້າໄດ້ ແລະຕອນນີ້ພະອົງກໍເມດຕາພວກເຂົາຄືກັນ. 32 ພະເຈົ້າຍອມໃຫ້ທຸກຄົນຢູ່ໃນສະພາບຄືກັບຖືກກັກຂັງຍ້ອນການບໍ່ເຊື່ອຟັງ ເພື່ອພະອົງຈະໄດ້ສະແດງຄວາມເມດຕາຕໍ່ທຸກຄົນ.
33 ພອນຈາກພະເຈົ້າມີຢ່າງຫຼວງຫຼາຍ ສະຕິປັນຍາແລະຄວາມຮູ້ຂອງພະອົງກໍເລິກເຊິ່ງແທ້ໆ! ຜູ້ໃດຈະຮູ້ໄດ້ໝົດວ່າພະອົງຈະຕັດສິນໃຈແນວໃດ ແລະຜູ້ໃດຈະຄາດເດົາໄດ້ໝົດວ່າພະອົງຈະເຮັດຫຍັງຕໍ່ໄປ! 34 “ຜູ້ໃດຈະຮູ້ໃຈພະເຢໂຫວາ ຫຼືຜູ້ໃດຈະມາແນະນຳສັ່ງສອນພະອົງໄດ້?” 35 ຫຼື “ມີຜູ້ໃດໄດ້ໃຫ້ສິ່ງໜຶ່ງສິ່ງໃດແກ່ພະອົງກ່ອນບໍ ພະອົງຈຶ່ງຕ້ອງຕອບແທນຜູ້ນັ້ນ?” 36 ຍ້ອນທຸກສິ່ງມາຈາກພະອົງ ມາທາງພະອົງ ແລະມີຢູ່ເພື່ອພະອົງ. ຂໍໃຫ້ພະອົງໄດ້ຮັບການຍົກຍ້ອງຕະຫຼອດການ. ອາແມນ.