ເອຊາຢາ
2 ເຂົາເຈົ້າທຸກຄົນຈະເປັນຄືກັບບ່ອນທີ່ບັງລົມ
ເປັນຄືກັບບ່ອນທີ່ປົກປ້ອງ*ຈາກພາຍຸຝົນ
ເປັນຄືກັບແມ່ນ້ຳໃນແຜ່ນດິນທີ່ບໍ່ມີນ້ຳ+
ແລະເປັນຄືກັບເງົາຂອງຫີນຜາໃຫຍ່ໃນແຜ່ນດິນທີ່ແຫ້ງແລ້ງ.
3 ໃນຕອນນັ້ນ ຄົນທີ່ຕາມົວຈະເຫັນແຈ້ງ
ແລະເຂົາເຈົ້າກໍຈະໄດ້ຍິນແຈ້ງຄືກັນ.
4 ຄົນທີ່ຕັດສິນໃຈໄວໂພດຈະຄິດຄັກໆກ່ອນ
ແລະຄົນທີ່ເວົ້າກະຕຸກກະຕັກກໍຈະເວົ້າລ່ຽນໄຫຼແລະຈະແຈ້ງ.+
5 ຄົນທີ່ບໍ່ນັບຖືພະເຈົ້າຈະບໍ່ຖືກເອີ້ນວ່າຄົນໃຈກວ້າງອີກຕໍ່ໄປ
ແລະຄົນທີ່ບໍ່ສັດຊື່ຈະບໍ່ໄດ້ຮັບຄວາມນັບຖືອີກຕໍ່ໄປ.
6 ຄົນໂງ່ຈະເວົ້າແຕ່ເລື່ອງທີ່ໂງ່ໆ.
ໃຈຂອງລາວຈະຄິດແຕ່ແນວທີ່ບໍ່ດີ.+
ລາວສະໜັບສະໜູນຄົນອື່ນໃຫ້ທໍລະຍົດພະເຈົ້າ*ແລະເວົ້າຕໍ່ຕ້ານພະເຢໂຫວາ.
ລາວເຮັດໃຫ້ຄົນທີ່ຫິວເຂົ້າບໍ່ໄດ້ກິນເຂົ້າ
ແລະເຮັດໃຫ້ຄົນທີ່ຫິວນ້ຳບໍ່ໄດ້ກິນນ້ຳ.
7 ຄົນທີ່ບໍ່ສັດຊື່ມັກຄິດແຜນການທີ່ຊົ່ວໆ.+
ລາວສະໜັບສະໜູນຄົນອື່ນໃຫ້ເຮັດສິ່ງທີ່ເປັນຕາໜ້າອາຍ.
ລາວເວົ້າຕົວະແລະທຳຮ້າຍຄົນທຸກ+
ເຖິງວ່າຄົນນັ້ນຈະເວົ້າສິ່ງທີ່ຖືກຕ້ອງ.
8 ຄົນທີ່ໃຈກວ້າງມັກເອົາໃຫ້ຄົນອື່ນ
ແລະລາວກໍເຮັດແບບນີ້ຕໍ່ໆໄປ.
9 “ພວກຜູ້ຍິງທີ່ບໍ່ເດືອດບໍ່ຮ້ອນຫຍັງ ລຸກຂຶ້ນມາຟັງຂ້ອຍເວົ້າແມ້!
ພວກລູກສາວທີ່ບໍ່ສົນໃຈຫຍັງ+ ຕັ້ງໃຈຟັງສິ່ງທີ່ຂ້ອຍເວົ້າເດີ້!
10 ອີກປີປາຍ ພວກເຈົ້າທີ່ບໍ່ເດືອດບໍ່ຮ້ອນຫຍັງຈະຕ້ອງຢ້ານຈົນໂຕສັ່ນ
ຍ້ອນວ່າເຖິງຈະກາຍຍາມເກັບກ່ຽວໝາກລະແຊັງແລ້ວ ແຕ່ກໍຈະບໍ່ມີໝາກໄມ້ຊະນິດອື່ນໃຫ້ພວກເຈົ້າເກັບກ່ຽວ.+
11 ພວກເຈົ້າຜູ້ຍິງທີ່ບໍ່ເດືອດບໍ່ຮ້ອນແລະບໍ່ສົນໃຈຫຍັງ!
ພວກເຈົ້າຈະຕ້ອງຢ້ານຈົນໂຕສັ່ນ!
ແກ້ເຄື່ອງນຸ່ງຂອງພວກເຈົ້າອອກສະ
ແລະນຸ່ງຜ້າເນື້ອຫຍາບແທນ.+
12 ໃຫ້ພວກເຈົ້າຮ້ອງໄຫ້ເສຍໃຈ*
ຍ້ອນສິ່ງທີ່ເກີດຂຶ້ນກັບສວນໝາກໄມ້ແລະສວນໝາກລະແຊັງ.
13 ແຜ່ນດິນທີ່ເປັນຂອງປະຊາຊົນຂອງເຮົາຈະມີແຕ່ຟຸ່ມໄມ້ທີ່ມີໜາມ.
ມັນຈະປົກຄຸມເຮືອນທຸກຫຼັງທີ່ເຄີຍມີຄວາມສຸກ
ແລະປົກຄຸມເມືອງທີ່ເຄີຍມີຄວາມມ່ວນຊື່ນ.+
14 ປ້ອມທີ່ແຂງແຮງຖືກປະຖິ້ມໄວ້
ແລະເມືອງທີ່ເຄີຍມີສຽງຄຶກຄື້ນກໍຮ້າງເປົ່າ.+
ໂອເຟນ*+ແລະປ້ອມຍາມສູງໆກໍຖືກປະໄວ້ແລະເຫຼືອແຕ່ຊາກຫັກພັງ.
ມັນກາຍເປັນບ່ອນຢູ່ຂອງລາປ່າ
ແລະເປັນທົ່ງຫຍ້າສຳລັບແກະ.+
15 ມັນຈະເປັນແບບນັ້ນຈົນກວ່າພະເຈົ້າຈະເອົາ*ພະລັງຂອງເພິ່ນໃຫ້ພວກເຮົາ.+
ບ່ອນກັນດານຈະກາຍເປັນສວນໝາກໄມ້
ແລະສວນໝາກໄມ້ຈະເປັນຄືກັບປ່າ.+
16 ຢູ່ບ່ອນກັນດານແລະສວນໝາກໄມ້
ຈະມີແຕ່ຄວາມຍຸຕິທຳ.+
17 ຄວາມຖືກຕ້ອງທີ່ແທ້ຈິງຈະເຮັດໃຫ້ເກີດຄວາມສະຫງົບສຸກ+
ແລະຄວາມຖືກຕ້ອງທີ່ແທ້ຈິງຈະເຮັດໃຫ້ເກີດສັນຕິສຸກແລະຄວາມປອດໄພຕະຫຼອດໄປ.+
18 ປະຊາຊົນຂອງເຮົາຈະຢູ່ໃນແຜ່ນດິນທີ່ສະຫງົບສຸກ
ໃນບ່ອນທີ່ປອດໄພແລະງຽບສະຫງົບ.+
19 ແຕ່ປ່າຈະຖືກທຳລາຍຍ້ອນໝາກເຫັບຕົກໃສ່
ແລະເມືອງຈະຖືກທຳລາຍຈົນບໍ່ເຫຼືອຫຍັງ.
20 ພວກເຈົ້າທີ່ຫວ່ານເມັດພືດຕາມແຄມນ້ຳ
ແລະປ່ອຍງົວກັບລາໃຫ້ຢູ່ທົ່ງຫຍ້າກໍມີຄວາມສຸກ.”+