ຈົດເຊັນບັນຊີ
3 ຕໍ່ໄປນີ້ແມ່ນລາຍຊື່ລູກຫຼານ*ຂອງອາໂຣນແລະຂອງໂມເຊ ໃນມື້ທີ່ພະເຢໂຫວາເວົ້າກັບໂມເຊຢູ່ພູຊີນາຍ.+ 2 ລູກຊາຍຂອງອາໂຣນມີຊື່ດັ່ງນີ້: ນາດາບທີ່ເປັນລູກກົກ ອາບີຮູ+ ເອເລອາຊາ+ ແລະອີທາມາ.+ 3 ຄົນເຫຼົ່ານີ້ແມ່ນລູກຊາຍຂອງອາໂຣນທີ່ຖືກເລືອກແລະໄດ້ຮັບການແຕ່ງຕັ້ງ*ໃຫ້ເຮັດວຽກເປັນປະໂລຫິດ.+ 4 ແຕ່ນາດາບກັບອາບີຮູຕາຍຕໍ່ໜ້າພະເຢໂຫວາ ຍ້ອນເຂົາເຈົ້າເອົາເຄື່ອງບູຊາທີ່ບໍ່ໄດ້ຮັບອະນຸຍາດມາເຜົາຕໍ່ໜ້າພະເຢໂຫວາ+ຢູ່ບ່ອນກັນດານຊີນາຍ. ຕອນນັ້ນ ເຂົາເຈົ້າຍັງບໍ່ມີລູກຊາຍ ແຕ່ເອເລອາຊາ+ແລະອີທາມາ+ຍັງເຮັດວຽກປະໂລຫິດກັບອາໂຣນພໍ່ຂອງເຂົາເຈົ້າຕໍ່ໄປ.
5 ຈາກນັ້ນ ພະເຢໂຫວາບອກໂມເຊວ່າ: 6 “ໃຫ້ພວກເລວີ+ອອກມາທາງໜ້າແລະຢືນຢູ່ຕໍ່ໜ້າປະໂລຫິດອາໂຣນ ແລະເຂົາເຈົ້າຈະຊ່ວຍວຽກ+ຂອງລາວ. 7 ພວກເລວີມີໜ້າທີ່ຮັບຜິດຊອບເຮັດວຽກນຳອາໂຣນ ແລະເຮັດວຽກເພື່ອຄົນອິດສະຣາເອນຢູ່ເຕັ້ນສັກສິດ.* ເຂົາເຈົ້າຈະເຮັດວຽກຮັບໃຊ້ທຸກຢ່າງທີ່ກ່ຽວກັບເຕັ້ນນັ້ນ. 8 ເຂົາເຈົ້າຈະເບິ່ງແຍງອຸປະກອນທຸກຢ່າງ+ສຳລັບເຕັ້ນສັກສິດ ແລະເຮັດວຽກເພື່ອຄົນອິດສະຣາເອນ ໂດຍເຮັດວຽກຮັບໃຊ້ທີ່ກ່ຽວກັບເຕັ້ນສັກສິດ.+ 9 ເຈົ້າຕ້ອງຍົກຄົນຕະກູນເລວີໃຫ້ອາໂຣນກັບພວກລູກຊາຍຂອງລາວ. ເຂົາເຈົ້າຖືກເລືອກຈາກຄົນອິດສະຣາເອນ+ໃຫ້ມາຊ່ວຍວຽກຂອງອາໂຣນ. 10 ເຈົ້າຕ້ອງແຕ່ງຕັ້ງອາໂຣນກັບພວກລູກຊາຍຂອງລາວ ແລະເຂົາເຈົ້າຈະເຮັດໜ້າທີ່ເປັນປະໂລຫິດ.+ ຖ້າຄົນທີ່ບໍ່ມີສິດ*ຄົນໃດເຂົ້າໄປໃກ້ບ່ອນບໍລິສຸດ ຄົນນັ້ນຈະຕ້ອງຕາຍ.”+
11 ພະເຢໂຫວາເວົ້າກັບໂມເຊອີກວ່າ: 12 “ເຮົາໄດ້ເລືອກຄົນໃນຕະກູນເລວີຈາກພວກອິດສະຣາເອນໄວ້ສຳລັບເຮົາ ໃຫ້ເປັນຕົວແທນລູກຊາຍຜູ້ທຳອິດທຸກຄົນຂອງພວກອິດສະຣາເອນ+ ແລະຄົນໃນຕະກູນເລວີຈະເປັນຂອງເຮົາ. 13 ລູກຊາຍຜູ້ທຳອິດທຸກຄົນເປັນຂອງເຮົາ.+ ໃນມື້ທີ່ເຮົາຂ້າລູກຊາຍຜູ້ທຳອິດທຸກຄົນໃນແຜ່ນດິນເອຢິບ+ ເຮົາໄດ້ແຍກລູກຊາຍຜູ້ທຳອິດທຸກຄົນຂອງພວກອິດສະຣາເອນ ແລະລູກໂຕຜູ້ໂຕທຳອິດຂອງສັດຕ່າງໆ+ຂອງເຂົາເຈົ້າໄວ້ ແລະຖືວ່າບໍລິສຸດ. ທັງຄົນແລະສັດເປັນຂອງເຮົາ. ເຮົາແມ່ນເຢໂຫວາ.”
14 ພະເຢໂຫວາເວົ້າກັບໂມເຊຢູ່ບ່ອນກັນດານຊີນາຍ+ອີກວ່າ: 15 “ໃຫ້ຈົດທະບຽນຊື່ລູກຫຼານຂອງເລວີຕາມຄອບຄົວຂອງເຂົາເຈົ້າແລະຕາມຈຸ້ມເຈື້ອຂອງເຂົາເຈົ້າ. ເຈົ້າຕ້ອງຈົດຊື່ຜູ້ຊາຍທຸກຄົນທີ່ມີອາຍຸຕັ້ງແຕ່ 1 ເດືອນຂຶ້ນໄປ.”+ 16 ໂມເຊກໍໄດ້ຈົດທະບຽນຊື່ຂອງເຂົາເຈົ້າຕາມທີ່ພະເຢໂຫວາໄດ້ສັ່ງລາວ. 17 ລູກຊາຍຂອງເລວີຊື່ເກໂຊນ ໂກຮາດ ແລະເມຣາຣີ.+
18 ລູກຊາຍຂອງເກໂຊນຊື່ລິບນີ ແລະຊິເມອີ.+ ລູກຫຼານຂອງເຂົາເຈົ້າຕັ້ງຊື່ຕະກູນຕາມຊື່ຂອງເຂົາເຈົ້າ.
19 ລູກຊາຍຂອງໂກຮາດຊື່ອຳຣາມ ອິດຊະຮາ ເຮັບໂຣນ ແລະອຸດຊີເອນ.+ ລູກຫຼານຂອງເຂົາເຈົ້າຕັ້ງຊື່ຕະກູນຕາມຊື່ຂອງເຂົາເຈົ້າ.
20 ລູກຊາຍຂອງເມຣາຣີຊື່ມາລີ+ ແລະມູຊີ.+ ລູກຫຼານຂອງເຂົາເຈົ້າຕັ້ງຊື່ຕະກູນຕາມຊື່ຂອງເຂົາເຈົ້າ.
ຄົນເຫຼົ່ານີ້ແມ່ນເຊື້ອສາຍຂອງເລວີຕາມຄອບຄົວຂອງເຂົາເຈົ້າ.
21 ພວກລິບນີ+ແລະພວກຊິເມອີເປັນລູກຫຼານຂອງເກໂຊນ. ຄົນເຫຼົ່ານີ້ເປັນເຊື້ອສາຍຂອງເກໂຊນ. 22 ຜູ້ຊາຍທຸກຄົນທີ່ເປັນລູກຫຼານຂອງເກໂຊນເຊິ່ງມີອາຍຸຕັ້ງແຕ່ 1 ເດືອນຂຶ້ນໄປທີ່ລົງທະບຽນມີ 7.500 ຄົນ.+ 23 ລູກຫຼານຂອງເກໂຊນຕັ້ງເຕັ້ນຢູ່ທາງຫຼັງຂອງເຕັ້ນສັກສິດ+ເຊິ່ງຢູ່ທາງທິດຕາເວັນຕົກ. 24 ຫົວໜ້າລູກຫຼານຂອງເກໂຊນແມ່ນເອລີຢາສັບລູກຊາຍຂອງລາເອນ. 25 ໜ້າທີ່ຂອງລູກຫຼານເກໂຊນ+ກ່ຽວກັບເຕັ້ນສັກສິດມີຄື: ເບິ່ງແຍງເຕັ້ນສັກສິດ+ ຜ້າປົກເຕັ້ນ+ ຜ້າກັ້ງ+ຢູ່ທາງເຂົ້າເຕັ້ນ 26 ຜ້າກັ້ນເດີ່ນ+ ຜ້າກັ້ງ+ສຳລັບທາງເຂົ້າເດີ່ນ ແທ່ນບູຊາກັບເຊືອກສຳລັບຄຶງເສົາ ແລະເຮັດວຽກທຸກຢ່າງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້.
27 ພວກອຳຣາມ ພວກອິດຊະຮາ ພວກເຮັບໂຣນ ແລະພວກອຸດຊີເອນເປັນລູກຫຼານຂອງໂກຮາດ. ຄົນເຫຼົ່ານີ້ເປັນເຊື້ອສາຍຂອງໂກຮາດ.+ 28 ຜູ້ຊາຍທຸກຄົນທີ່ເປັນລູກຫຼານຂອງໂກຮາດເຊິ່ງມີອາຍຸຕັ້ງແຕ່ 1 ເດືອນຂຶ້ນໄປທີ່ລົງທະບຽນມີ 8.600 ຄົນ. ເຂົາເຈົ້າມີໜ້າທີ່ເບິ່ງແຍງບ່ອນບໍລິສຸດ.+ 29 ລູກຫຼານຂອງໂກຮາດຕັ້ງເຕັ້ນຢູ່ທາງທິດໃຕ້ຂອງເຕັ້ນສັກສິດ.+ 30 ຫົວໜ້າລູກຫຼານຂອງໂກຮາດແມ່ນເອລີຊາຟັນລູກຊາຍຂອງອຸດຊີເອນ.+ 31 ໜ້າທີ່ຂອງເຂົາເຈົ້າມີຄື: ເບິ່ງແຍງຫີບສັນຍາ+ ໂຕະ+ ຂາຕະກຽງ+ ແທ່ນເຜົາເຄື່ອງຫອມ+ ເຄື່ອງໃຊ້ທຸກຢ່າງ+ທີ່ໃຊ້ໃນບ່ອນບໍລິສຸດກັບຜ້າກັ້ງ+ ແລະເຮັດວຽກທຸກຢ່າງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້.+
32 ຫົວໜ້າຂອງພວກຫົວໜ້າຄົນເລວີແມ່ນເອເລອາຊາ+ລູກຊາຍຂອງປະໂລຫິດອາໂຣນ. ລາວມີໜ້າທີ່ເບິ່ງແຍງຄົນທີ່ຮັບຜິດຊອບວຽກຢູ່ບ່ອນບໍລິສຸດ.
33 ພວກມາລີແລະພວກມູຊີເປັນລູກຫຼານຂອງເມຣາຣີ. ຄົນເຫຼົ່ານີ້ເປັນເຊື້ອສາຍຂອງເມຣາຣີ.+ 34 ຜູ້ຊາຍທຸກຄົນທີ່ເປັນລູກຫຼານຂອງເມຣາຣີເຊິ່ງມີອາຍຸຕັ້ງແຕ່ 1 ເດືອນຂຶ້ນໄປທີ່ລົງທະບຽນມີ 6.200 ຄົນ.+ 35 ຫົວໜ້າລູກຫຼານຂອງເມຣາຣີແມ່ນຊູຣີເອນລູກຊາຍຂອງອາບີຮາຍ. ເຂົາເຈົ້າຕັ້ງເຕັ້ນຢູ່ທາງທິດເໜືອຂອງເຕັ້ນສັກສິດ.+ 36 ລູກຫຼານຂອງເມຣາຣີມີໜ້າທີ່ຄື: ເບິ່ງແຍງໂຄງຝາ+ຂອງເຕັ້ນສັກສິດ ໄມ້ຮາວ+ ເສົາ+ ຖານຮອງຕີນເສົາກັບເຄື່ອງໃຊ້ທຸກຢ່າງ+ສຳລັບເຕັ້ນສັກສິດ ແລະເຮັດວຽກທຸກຢ່າງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້+ 37 ລວມທັງເສົາຂອງຜ້າກັ້ນເດີ່ນເຕັ້ນສັກສິດກັບຖານຮອງຕີນເສົາ+ ຫຼິ້ມ*ທີ່ໃຊ້ຍຶດເຕັ້ນສັກສິດ ແລະເຊືອກສຳລັບຄຶງເສົາ.
38 ໂມເຊແລະອາໂຣນກັບພວກລູກຊາຍຂອງລາວຕັ້ງເຕັ້ນຢູ່ທາງໜ້າຂອງເຕັ້ນສັກສິດເຊິ່ງຢູ່ທາງທິດຕາເວັນອອກ. ເຂົາເຈົ້າມີໜ້າທີ່ເບິ່ງແຍງບ່ອນບໍລິສຸດແລະເປັນຕົວແທນຂອງພວກອິດສະຣາເອນ. ຖ້າຄົນທີ່ບໍ່ມີສິດຄົນໃດເຂົ້າໄປໃກ້ບ່ອນບໍລິສຸດ ຄົນນັ້ນຈະຕ້ອງຕາຍ.+
39 ຜູ້ຊາຍທຸກຄົນໃນຕະກູນເລວີທີ່ມີອາຍຸຕັ້ງແຕ່ 1 ເດືອນຂຶ້ນໄປທີ່ໂມເຊກັບອາໂຣນໄດ້ຈົດທະບຽນຕາມຄອບຄົວຂອງເຂົາເຈົ້າຕາມທີ່ພະເຢໂຫວາໄດ້ສັ່ງໄວ້ມີທັງໝົດ 22.000 ຄົນ.
40 ຈາກນັ້ນ ພະເຢໂຫວາເວົ້າກັບໂມເຊວ່າ: “ໃຫ້ຈົດລາຍຊື່ແລະນັບຈຳນວນລູກຊາຍຜູ້ທຳອິດຂອງພວກອິດສະຣາເອນທີ່ມີອາຍຸຕັ້ງແຕ່ 1 ເດືອນຂຶ້ນໄປ.+ 41 ໃຫ້ແຍກຄົນຈາກຕະກູນເລວີໄວ້ສຳລັບເຮົາແທນລູກຊາຍຜູ້ທຳອິດຂອງພວກອິດສະຣາເອນ+ ແລະເອົາລູກສັດຂອງພວກເລວີແທນລູກສັດໂຕທຳອິດຂອງພວກອິດສະຣາເອນ.+ ເຮົາແມ່ນເຢໂຫວາ.” 42 ໂມເຊໄດ້ຈົດລາຍຊື່ລູກຊາຍຜູ້ທຳອິດຂອງພວກອິດສະຣາເອນທັງໝົດ ຕາມທີ່ພະເຢໂຫວາໄດ້ສັ່ງລາວ. 43 ລູກຊາຍຜູ້ທຳອິດທີ່ມີອາຍຸຕັ້ງແຕ່ 1 ເດືອນຂຶ້ນໄປທີ່ໄດ້ລົງທະບຽນມີທັງໝົດ 22.273 ຄົນ.
44 ພະເຢໂຫວາເວົ້າກັບໂມເຊອີກວ່າ: 45 “ໃຫ້ແຍກຄົນຈາກຕະກູນເລວີໄວ້ສຳລັບເຮົາ ແທນລູກຊາຍຜູ້ທຳອິດຂອງພວກອິດສະຣາເອນ ແລະເອົາສັດຂອງພວກເລວີແທນລູກສັດຂອງພວກອິດສະຣາເອນ. ພວກເລວີຕ້ອງເປັນຂອງເຮົາ. ເຮົາແມ່ນເຢໂຫວາ. 46 ສ່ວນລູກຊາຍຜູ້ທຳອິດຂອງຄົນອິດສະຣາເອນທີ່ມີຈຳນວນກາຍຄົນໃນຕະກູນເລວີ+ 273 ຄົນນັ້ນ. ເຂົາເຈົ້າຕ້ອງໄດ້ຈ່າຍເງິນເປັນຄ່າໄຖ່.+ 47 ເຈົ້າຕ້ອງເອົາເງິນນຳເຂົາເຈົ້າຄົນລະ+ 5 ເຊເກນ* ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ.* 1 ເຊເກນເທົ່າກັບ 20 ເກຣາ.*+ 48 ເຈົ້າຕ້ອງເອົາເງິນນັ້ນໃຫ້ອາໂຣນກັບພວກລູກຊາຍຂອງລາວເພື່ອເປັນຄ່າໄຖ່ຂອງຄົນຈຳນວນທີ່ກາຍນັ້ນ.” 49 ແລ້ວໂມເຊກໍເກັບເງິນຄ່າໄຖ່ເພື່ອໄຖ່ຄົນທີ່ມີຈຳນວນກາຍຄົນໃນຕະກູນເລວີ. 50 ລາວເກັບເງິນນຳລູກຊາຍຜູ້ທຳອິດຂອງພວກອິດສະຣາເອນໄດ້ 1.365 ເຊເກນ* ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ. 51 ແລ້ວໂມເຊກໍເອົາເງິນຄ່າໄຖ່ນັ້ນໃຫ້ອາໂຣນກັບພວກລູກຊາຍຂອງລາວຕາມທີ່ພະເຢໂຫວາບອກ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.