ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ໂກຣິນໂທ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ໂກຣິນໂທ

      • ການ​ບໍລິຈາກ​ເພື່ອ​ຄລິດສະຕຽນ​ໃນ​ແຂວງ​ຢູດາຍ (1-15)

      • ຕີໂຕ​ໄປ​ເມືອງ​ໂກຣິນໂທ (16-24)

2 ໂກຣິນໂທ 8:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 15:26

2 ໂກຣິນໂທ 8:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 11:29; 2ກຣ 9:7
  • +ມຣກ 12:43, 44

2 ໂກຣິນໂທ 8:4

ໄຂເງື່ອນ

  • *

    ຫຼື “ແລະ​ການ​ຮັບໃຊ້​ເພື່ອ​ພວກ​ຜູ້​ບໍລິສຸດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 15:25, 26; 1ກຣ 16:1; 2ກຣ 9:1, 2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    5/2019, ໜ້າ 3

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 209-210

2 ໂກຣິນໂທ 8:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 12:18

2 ໂກຣິນໂທ 8:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 6:18

2 ໂກຣິນໂທ 8:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:20; ຟລປ 2:7

2 ໂກຣິນໂທ 8:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:25

2 ໂກຣິນໂທ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:10, 17; ສພສ 3:27, 28

2 ໂກຣິນໂທ 8:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 16:18

2 ໂກຣິນໂທ 8:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 12:18

2 ໂກຣິນໂທ 8:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 16:1

2 ໂກຣິນໂທ 8:21

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 3:4; 1ປຕ 2:12

2 ໂກຣິນໂທ 8:23

ໄຂເງື່ອນ

  • *

    ຫຼື “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ.” ແປ​ຕາມ​ໂຕ​ວ່າ “ອັກຄະສາວົກ.”

2 ໂກຣິນໂທ 8:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 1:22; 2:17

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກຣ. 8:1ຣມ 15:26
2ກຣ. 8:3ກຈກ 11:29; 2ກຣ 9:7
2ກຣ. 8:3ມຣກ 12:43, 44
2ກຣ. 8:4ຣມ 15:25, 26; 1ກຣ 16:1; 2ກຣ 9:1, 2
2ກຣ. 8:62ກຣ 12:18
2ກຣ. 8:71ຕມ 6:18
2ກຣ. 8:9ມທ 8:20; ຟລປ 2:7
2ກຣ. 8:101ກຣ 7:25
2ກຣ. 8:12ພບຍ 16:10, 17; ສພສ 3:27, 28
2ກຣ. 8:15ອພຍ 16:18
2ກຣ. 8:162ກຣ 12:18
2ກຣ. 8:201ກຣ 16:1
2ກຣ. 8:21ສພສ 3:4; 1ປຕ 2:12
2ກຣ. 8:241ປຕ 1:22; 2:17
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
2 ໂກຣິນໂທ 8:1-24

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ

8 ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ເລື່ອງ​ທີ່​ພະເຈົ້າ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ປະຊາຄົມ​ຕ່າງ​ໆ​ໃນ​ແຂວງ​ມາເກໂດເນຍ.+ 2 ຕອນ​ທີ່​ເຂົາເຈົ້າ​ເຈິ​ຄວາມທຸກ​ເຊິ່ງ​ເປັນ​ການ​ທົດສອບ​ຄັ້ງ​ໃຫຍ່ ເຂົາເຈົ້າ​ກໍ​ຍັງ​ມີ​ຄວາມ​ຍິນດີ​ແລະ​ມີ​ນ້ຳໃຈ​ເອື້ອເຟື້ອ​ທັງ​ໆ​ທີ່​ທຸກຍາກ​ຂາດເຂີນ. 3 ເຂົາເຈົ້າ​ໃຫ້​ຕາມ​ຄວາມ​ສາມາດ​ຂອງ​ໂຕເອງ.+ ທີ່ຈິງ ຂ້ອຍ​ບອກ​ໄດ້​ເລີຍ​ວ່າ ເຂົາເຈົ້າ​ໃຫ້​ເກີນ​ຄວາມ​ສາມາດ​ຊ້ຳ.+ 4 ເຂົາເຈົ້າ​ເຖິງຂັ້ນ​ອ້ອນວອນ​ພວກ​ເຮົາ​ເພື່ອ​ໃຫ້​ເຂົາເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ການ​ບໍລິຈາກ​ແລະ​ຊ່ວຍເຫຼືອ​ບັນເທົາ​ທຸກ​ພວກ​ຜູ້​ບໍລິສຸດ.*+ ເຂົາເຈົ້າ​ຖື​ວ່າ​ເປັນ​ກຽດ​ທີ່​ໄດ້​ເຮັດ​ແບບ​ນັ້ນ. 5 ເຂົາເຈົ້າ​ເຮັດ​ຫຼາຍ​ກວ່າ​ທີ່​ພວກ​ເຮົາ​ຄາດໝາຍ​ໄວ້​ຊ້ຳ. ສິ່ງ​ສຳຄັນ​ທີ່ສຸດ​ສຳລັບ​ເຂົາເຈົ້າ​ແມ່ນ ການ​ເຮັດ​ຕາມ​ທີ່​ພະເຈົ້າ​ຕ້ອງການ​ໂດຍ​ທຸ່ມ​ເທ​ໂຕເອງ​ເພື່ອ​ຜູ້​ເປັນ​ນາຍ​ແລະ​ເພື່ອ​ພວກ​ເຮົາ. 6 ດັ່ງນັ້ນ ພວກ​ເຮົາ​ຈຶ່ງ​ບອກ​ຕີໂຕ+​ໃຫ້​ໄປ​ລວບລວມ​ເອົາເຄື່ອງ​ບໍລິຈາກ​ນຳ​ພວກ​ເຈົ້າໃຫ້​ແລ້ວ ຍ້ອນ​ລາວ​ເປັນ​ຄົນ​ເລີ່ມ​ວຽກ​ນີ້. 7 ພວກ​ເຈົ້າ​ມີ​ພ້ອມ​ທຸກ​ຢ່າງ​ຢູ່​ແລ້ວ ທັງ​ຄວາມ​ເຊື່ອ ຄວາມ​ສາມາດ​ໃນ​ການ​ເວົ້າ ຄວາມ​ຮູ້ ຄວາມ​ກະຕືລືລົ້ນ ແລະ​ຄວາມ​ຮັກ​ທີ່​ໄດ້​ຈາກ​ພວກ​ເຮົາ. ດັ່ງນັ້ນ ຂໍ​ໃຫ້​ມີ​ນ້ຳໃຈ​ບໍລິຈາກ​ຢ່າງ​ໃຈກວ້າງ​ນຳ.+

8 ຂ້ອຍ​ເວົ້າ​ແບບ​ນີ້​ບໍ່​ແມ່ນ​ວ່າ​ຈະ​ສັ່ງ​ພວກ​ເຈົ້າ ແຕ່​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ​ຄົນອື່ນ​ມີ​ຄວາມ​ກະຕືລືລົ້ນ​ສ່ຳ​ໃດ ແລະ​ເພື່ອ​ທົດສອບ​ວ່າ​ພວກ​ເຈົ້າ​ມີ​ຄວາມ​ຮັກ​ແທ້​ບໍ. 9 ພວກ​ເຈົ້າ​ກໍ​ຮູ້​ວ່າ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່. ເຖິງ​ວ່າ​ເພິ່ນ​ຮັ່ງ​ຫຼາຍ ແຕ່​ກໍ​ຍອມ​ທຸກຍາກ​ຍ້ອນ​ເຫັນ​ແກ່​ພວກ​ເຈົ້າ+ ເພື່ອ​ຄວາມ​ທຸກຍາກ​ຂອງ​ເພິ່ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຮັ່ງ.

10 ຂ້ອຍ​ຂໍ​ອອກ​ຄວາມ​ເຫັນ​ວ່າ+ ການ​ເຮັດ​ວຽກ​ນີ້​ເປັນ​ປະໂຫຍດ​ຕໍ່​ພວກ​ເຈົ້າ​ເອງ ຍ້ອນ​ໜຶ່ງ​ປີ​ແລ້ວ​ທີ່​ພວກ​ເຈົ້າ​ເລີ່ມ​ເຮັດ​ວຽກ​ນີ້. ພວກ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ເລີ່ມ​ວຽກ​ນີ້​ເທົ່າ​ນັ້ນ ແຕ່​ພວກ​ເຈົ້າ​ຢາກ​ເຮັດ​ແທ້​ໆ​. 11 ດັ່ງນັ້ນ ຕອນນີ້​ຂໍ​ໃຫ້​ພວກ​ເຈົ້າ​ເຮັດສິ່ງ​ທີ່​ໄດ້​ເລີ່ມ​ໄວ້​ນັ້ນ​ໃຫ້​ສຳເລັດ ເພື່ອ​ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ແລ້ວ​ຕາມ​ຄວາມ​ສາມາດ​ຂອງ​ພວກ​ເຈົ້າ​ຄື​ກັບ​ທີ່​ຕັ້ງໃຈ​ໄວ້​ຕັ້ງແຕ່​ຕອນ​ເລີ່ມ​ຕົ້ນ. 12 ຖ້າ​ຜູ້​ໃດ​ມີ​ໃຈ​ພ້ອມ​ຢູ່​ແລ້ວ​ແລະ​ໃຫ້​ຕາມ​ທີ່​ໃຫ້​ໄດ້+ ພະເຈົ້າ​ກໍ​ພໍໃຈ. ເພິ່ນ​ບໍ່​ຄາດໝາຍ​ເກີນ​ກວ່າ​ທີ່​ຈະ​ໃຫ້​ໄດ້. 13 ບໍ່​ແມ່ນ​ວ່າ​ຂ້ອຍ​ຢາກ​ໃຫ້​ຄົນອື່ນ​ສະບາຍ ແລ້ວ​ໃຫ້​ພວກ​ເຈົ້າ​ຕ້ອງ​ລຳບາກ 14 ແຕ່​ຢາກ​ໃຫ້​ສະເລ່ຍ​ກັນ. ສິ່ງ​ທີ່​ພວກ​ເຈົ້າ​ມີ​ເຫຼືອ​ໃນ​ຕອນນີ້​ອາດ​ຊ່ວຍ​ໃຫ້​ເຂົາເຈົ້າ​ໄດ້​ໃນ​ສິ່ງ​ທີ່​ເຂົາເຈົ້າ​ຂາດ​ຢູ່ ແລະ​ສິ່ງ​ທີ່​ເຂົາເຈົ້າ​ມີ​ເຫຼືອ​ອາດ​ຊ່ວຍ​ໃຫ້​ພວກ​ເຈົ້າ​ໄດ້​ໃນ​ສິ່ງ​ທີ່​ພວກ​ເຈົ້າ​ຂາດ​ຢູ່​ຄື​ກັນ. ແບບ​ນີ້​ແຫຼະ​ຈຶ່ງ​ເປັນ​ການ​ສະເລ່ຍ​ກັນ. 15 ຖ້າ​ເຮັດ​ແນວ​ນີ້​ກໍ​ຈະ​ເປັນ​ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ: “ຄົນ​ທີ່​ມີ​ຫຼາຍ​ບໍ່​ໄດ້​ມີ​ຈົນ​ເຫຼືອເຟືອ ສ່ວນ​ຄົນ​ທີ່​ມີ​ໜ້ອຍ​ກໍ​ບໍ່​ໄດ້​ຂາດເຂີນ​ຫຍັງ.”+

16 ຂອບໃຈ​ພະເຈົ້າ​ທີ່​ໃຫ້​ຕີໂຕ​ມີ​ໃຈ​ຄື​ກັບ​ພວກ​ເຮົາ​ທີ່​ກະຕືລືລົ້ນ​ຢາກ​ຊ່ວຍ​ພວກ​ເຈົ້າ.+ 17 ລາວ​ບໍ່​ພຽງ​ແຕ່​ເຮັດ​ຕາມ​ທີ່​ພວກ​ເຮົາ​ບອກ ແຕ່​ລາວ​ເອງ​ກໍ​ກະຕືລືລົ້ນ​ຢາກ​ໄປ​ຫາ​ພວກ​ເຈົ້າ. 18 ພວກ​ເຮົາ​ຍັງ​ໃຫ້​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໄປ​ນຳ​ຕີໂຕ. ລາວ​ໄດ້​ຮັບ​ຄຳ​ຊົມເຊີຍ​ຈາກ​ທຸກ​ປະຊາຄົມ​ຍ້ອນ​ສິ່ງ​ທີ່​ລາວ​ເຮັດ​ເພື່ອ​ຂ່າວດີ. 19 ນອກ​ຈາກ​ນັ້ນ ປະຊາຄົມ​ຕ່າງ​ໆ​ຍັງ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເດີນທາງ​ຮ່ວມ​ກັບ​ພວກ​ເຮົາ​ເພື່ອ​ເບິ່ງແຍງ​ການ​ແຈກຢາຍ​ເຄື່ອງ​ບໍລິຈາກ. ສິ່ງ​ນີ້​ເຮັດ​ໃຫ້​ຜູ້​ເປັນ​ນາຍ​ໄດ້​ຮັບ​ການ​ຍົກຍ້ອງ ແລະ​ສະແດງ​ວ່າ​ພວກ​ເຮົາ​ມີ​ນ້ຳໃຈ​ຢາກ​ຊ່ວຍເຫຼືອ​ຄົນອື່ນ. 20 ພວກ​ເຮົາ​ເຮັດ​ແບບ​ນີ້​ເພື່ອ​ບໍ່​ໃຫ້​ມີ​ຜູ້​ໃດ​ຕຳໜິ​ພວກ​ເຮົາ​ໄດ້​ໃນ​ເລື່ອງ​ການ​ແຈກຢາຍ​ເຄື່ອງ​ບໍລິຈາກ​ຈຳນວນ​ຫຼາຍ​ທີ່​ພວກ​ເຮົາ​ເບິ່ງແຍງ​ຢູ່​ນັ້ນ.+ 21 ພວກ​ເຮົາ ‘ເຮັດ​ທຸກ​ສິ່ງ​ຢ່າງ​ສັດຊື່ ທັງ​ໃນ​ສາຍ​ຕາ​ພະ​ເຢໂຫວາ*​ແລະ​ໃນ​ສາຍ​ຕາ​ມະນຸດ.’+

22 ພວກ​ເຮົາ​ຍັງ​ໃຫ້​ພີ່ນ້ອງ​ຊາຍ​ອີກ​ຄົນ​ໜຶ່ງ​ໄປ​ນຳ​ເຂົາເຈົ້າ. ພວກ​ເຮົາ​ທົດສອບ​ພີ່ນ້ອງ​ຜູ້​ນີ້​ແລ້ວ​ວ່າ​ລາວ​ເປັນ​ຄົນ​ດຸໝັ່ນ ແລະ​ຕອນນີ້​ລາວ​ແຮ່ງ​ດຸໝັ່ນ​ຫຼາຍ​ຂຶ້ນ​ອີກ​ຍ້ອນ​ລາວ​ໝັ້ນໃຈ​ໃນ​ພວກ​ເຈົ້າ​ຫຼາຍ. 23 ແຕ່​ຖ້າ​ມີ​ຜູ້​ໃດ​ສົງໄສ​ໃນ​ໂຕ​ຕີໂຕ ກໍ​ໃຫ້​ຮູ້​ວ່າ​ລາວ​ເປັນ​ໝູ່​ເຮັດ​ວຽກ​ຮັບໃຊ້​ນຳ​ຂ້ອຍ​ແລະ​ເຮັດ​ວຽກ​ເພື່ອ​ປະໂຫຍດ​ຂອງ​ພວກ​ເຈົ້າ ຫຼື​ຖ້າ​ຜູ້​ໃດ​ສົງໄສ​ໃນ​ໂຕ​ພີ່ນ້ອງ​ທີ່​ໄປ​ນຳ​ລາວ ກໍ​ຢ່າ​ລືມ​ວ່າ​ເຂົາເຈົ້າ​ເປັນ​ຕົວແທນ*​ຂອງ​ປະຊາຄົມ​ຕ່າງ​ໆ​ແລະ​ເປັນ​ຄົນ​ທີ່​ຍົກຍ້ອງ​ພະຄລິດ. 24 ດັ່ງນັ້ນ ຂໍ​ໃຫ້​ເຮັດ​ໃຫ້​ເຂົາເຈົ້າ​ເຫັນ​ວ່າ​ພວກ​ເຈົ້າ​ຮັກ​ເຂົາເຈົ້າ​ແທ້​ໆ​+ ແລະ​ເຮັດ​ໃຫ້​ປະຊາຄົມ​ຕ່າງ​ໆ​ຮູ້​ວ່າ​ເປັນຫຍັງ​ພວກ​ເຮົາ​ຈຶ່ງ​ອວດ​ເລື່ອງ​ພວກ​ເຈົ້າ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌