ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ຢາໂກໂບ​ຖືກ​ຂ້າ; ເປໂຕ​ຖືກ​ຂັງ​ຢູ່​ຄຸກ (1-5)

      • ເປໂຕ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ຢ່າງ​ອັດສະຈັນ (6-19)

      • ທູດສະຫວັນ​ລົງໂທດ​ເຮໂຣດ (20-25)

ກິດຈະການ 12:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 15:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 77-78

ກິດຈະການ 12:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:21; 20:20-23; ລກ 11:49

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 78

ກິດຈະການ 12:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:15; 23:15; ລລວ 23:6

ກິດຈະການ 12:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 21:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 77-78

ກິດຈະການ 12:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 78-79

ກິດຈະການ 12:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 77, 79-80

ກິດຈະການ 12:7

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 34:7; ຮຣ 1:7, 14
  • +ກຈກ 5:18, 19

ກິດຈະການ 12:8

ໄຂເງື່ອນ

  • *

    ຫຼື “ເອົາ​ຜ້າ​ມັດ​ແອວ”

ກິດຈະການ 12:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 83

ກິດຈະການ 12:11

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ປຕ 2:9

ກິດຈະການ 12:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:5; 15:37, 38; ກລຊ 4:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 18, 80, 118

ກິດຈະການ 12:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 80-81

ກິດຈະການ 12:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 80-81

ກິດຈະການ 12:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 80-81

ກິດຈະການ 12:17

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:55; ກຈກ 15:13; 21:18; 1ກຣ 15:7; ຄລຕ 1:19; 2:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 81, 112

ກິດຈະການ 12:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 81

ກິດຈະການ 12:21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 81-82

ກິດຈະການ 12:23

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 82

ກິດຈະການ 12:24

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 6:7; 19:20; ກລຊ 1:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 82

ກິດຈະການ 12:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 4:36, 37
  • +ກຈກ 11:29, 30
  • +ກຈກ 13:5; 15:37, 38

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 118

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 12:1ຢຮ 15:20
ກຈກ. 12:2ມທ 4:21; 20:20-23; ລກ 11:49
ກຈກ. 12:3ອພຍ 12:15; 23:15; ລລວ 23:6
ກຈກ. 12:4ລກ 21:12
ກຈກ. 12:52ກຣ 1:11
ກຈກ. 12:7ພສ 34:7; ຮຣ 1:7, 14
ກຈກ. 12:7ກຈກ 5:18, 19
ກຈກ. 12:112ປຕ 2:9
ກຈກ. 12:12ກຈກ 13:5; 15:37, 38; ກລຊ 4:10
ກຈກ. 12:17ມທ 13:55; ກຈກ 15:13; 21:18; 1ກຣ 15:7; ຄລຕ 1:19; 2:9
ກຈກ. 12:19ກຈກ 16:27
ກຈກ. 12:24ກຈກ 6:7; 19:20; ກລຊ 1:6
ກຈກ. 12:25ກຈກ 4:36, 37
ກຈກ. 12:25ກຈກ 11:29, 30
ກຈກ. 12:25ກຈກ 13:5; 15:37, 38
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 12:1-25

ກິດຈະການຂອງອັກຄະສາວົກ

12 ຕອນ​ນັ້ນ ກະສັດ​ເຮໂຣດ​ເລີ່ມ​ທຳຮ້າຍ​ບາງຄົນ​ໃນ​ປະຊາຄົມ.+ 2 ລາວ​ສັ່ງ​ທະຫານ​ໃຫ້​ເອົາ​ດາບ​ຂ້າ​ຢາໂກໂບ​ທີ່​ເປັນອ້າຍນ້ອງ​ກັບ​ໂຢຮັນ.+ 3 ເມື່ອ​ເຫັນ​ວ່າ​ພວກ​ຢິວ​ພໍໃຈ ລາວ​ຈຶ່ງ​ຈັບ​ເປໂຕ​ນຳ. (ຕອນ​ນັ້ນ​ເປັນ​ຍາມ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ.)+ 4 ເມື່ອ​ລາວ​ຈັບ​ເປໂຕ​ໄດ້​ແລ້ວ​ກໍ​ຂັງ​ໄວ້​ໃນ​ຄຸກ+ ແລະ​ໃຫ້​ມີ​ທະຫານ​ຄຸມ​ມື້​ລະ 4 ກະ ກະ​ລະ 4 ຄົນ ແລະ​ຕັ້ງໃຈ​ວ່າ​ຫຼັງ​ຈາກ​ເທດສະການ​ປັດສະຄາ​ຈະ​ເອົາ​ເປໂຕ​ອອກ​ມາ​ຕັດສິນ​ຕໍ່​ໜ້າ​ປະຊາຊົນ. 5 ເປໂຕ​ຈຶ່ງ​ຕ້ອງ​ຢູ່​ໃນ​ຄຸກ ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ກໍ​ອະທິດຖານ​ເຖິງ​ພະເຈົ້າ​ເພື່ອ​ເປໂຕ​ຢ່າງ​ຈິງຈັງ.+

6 ໃນ​ຄືນ​ກ່ອນ​ທີ່​ເຮໂຣດ​ຈະ​ເອົາ​ເປໂຕ​ອອກ​ມາ​ຕັດສິນ​ຕໍ່​ໜ້າ​ປະຊາຊົນ ເປໂຕ​ກຳລັງ​ນອນ​ຫຼັບ​ຢູ່. ມີ​ໂສ້ 2 ເສັ້ນ​ລ່າມ​ລາວ​ໄວ້​ກັບ​ທະຫານ​ເບື້ອງ​ລະ​ຄົນ ແລະ​ມີ​ຄົນຍາມ​ເຝົ້າ​ຢູ່​ໜ້າ​ປະຕູ​ຄຸກ. 7 ທັນໃດ​ນັ້ນ​ກໍ​ມີ​ທູດສະຫວັນ​ຂອງ​ພະ​ເຢໂຫວາ*​ມາ​ຢືນ​ຢູ່​ຫັ້ນ+ ແລະ​ມີແສງ​ສະຫວ່າງ​ເຈີດຈ້າ​ສ່ອງ​ໄປ​ທົ່ວ​ຄຸກ. ທູດສະຫວັນ​ອົງ​ນັ້ນ​ຕົບ​ຂ້າງ​ເປໂຕ​ໃຫ້​ຕື່ນ​ແລະ​ບອກ​ວ່າ: “ຟ້າວ​ລຸກ​ຂຶ້ນ​ໄວ​ໆ​!” ແລ້ວ​ໂສ້​ກໍຫຼຸດ​ອອກຈາກ​ມື​ເປໂຕ.+ 8 ທູດສະຫວັນ​ບອກ​ເປໂຕ​ວ່າ: “ນຸ່ງ​ເຄື່ອງ*​ແລະ​ໃສ່​ເກີບ” ເປໂຕ​ກໍ​ເຮັດ​ຕາມ ແລ້ວ​ທູດສະຫວັນ​ບອກ​ວ່າ: “ໃສ່​ເສື້ອ​ຄຸມ​ແລ້ວ​ນຳ​ຫຼັງ​ຂ້ອຍ​ມາ​ໄວ​ໆ​.” 9 ເປໂຕ​ກໍ​ນຳ​ຫຼັງ​ທູດສະຫວັນ​ອອກ​ໄປ ແຕ່​ລາວ​ບໍ່​ຮູ້​ວ່າ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ນັ້ນ​ເປັນ​ເລື່ອງ​ຈິງ. ລາວຄິດ​ວ່າ​ກຳລັງ​ເຫັນ​ນິມິດ. 10 ເມື່ອ​ຜ່ານ​ທະຫານ​ຍາມ​ຊັ້ນ​ທີ 1 ແລະ​ຊັ້ນ​ທີ 2 ເຂົາເຈົ້າ​ກໍ​ມາ​ຮອດ​ປະຕູ​ເຫຼັກ​ທີ່​ເປັນ​ທາງເຂົ້າ​ໄປ​ໃນ​ເມືອງ ແລ້ວ​ປະຕູ​ນັ້ນ​ກໍເປີດ​ເອງ. ເມື່ອ​ອອກ​ໄປ​ແລ້ວ​ທັງ​ສອງ​ຄົນ​ກໍ​ໄປຫົນ​ທາງເສັ້ນ​ໜຶ່ງ ແລະ​ທັນໃດ​ນັ້ນ​ທູດສະຫວັນ​ກໍ​ຫາຍ​ໂຕໄປ. 11 ເມື່ອ​ເປໂຕ​ຮູ້​ເມື່ອ​ກໍ​ເວົ້າ​ວ່າ: “ຕອນ​ນີ້ ຂ້ອຍ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ*​ໃຊ້​ທູດສະຫວັນ​ຂອງ​ເພິ່ນ​ມາ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ຈາກ​ເຮໂຣດ​ແລະ​ຈາກ​ທຸກ​ສິ່ງ​ທີ່​ພວກ​ຢິວ​ຢາກ​ໃຫ້​ເກີດ​ຂຶ້ນ​ກັບ​ຂ້ອຍ.”+

12 ເມື່ອ​ເປໂຕ​ຄິດ​ກ່ຽວກັບ​ເລື່ອງ​ທີ່​ເກີດ​ຂຶ້ນ ລາວ​ກໍ​ໄປ​ເຮືອນ​ຂອງ​ມາຣິອາ​ທີ່​ເປັນ​ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ.+ ຢູ່​ຫັ້ນ​ມີ​ຫຼາຍ​ຄົນ​ມາ​ລວມ​ກັນ​ແລະ​ອະທິດຖານ. 13 ເປໂຕ​ເຄາະ​ປະຕູ​ຮົ້ວ ແລ້ວ​ສາວໃຊ້​ຊື່​ໂຣເດ​ກໍ​ມາ​ເບິ່ງ​ວ່າ​ແມ່ນ​ໃຜ​ເຄາະ. 14 ເມື່ອ​ຈື່​ໄດ້​ວ່າ​ເປັນ​ສຽງ​ເປໂຕ ລາວ​ກໍ​ດີໃຈ​ຫຼາຍ​ຈົນ​ລືມ​ເປີດ​ປະຕູໃຫ້ ແຕ່​ພັດ​ແລ່ນ​ເຂົ້າ​ໄປ​ບອກ​ຄົນ​ໃນ​ເຮືອນ​ວ່າ​ເປໂຕ​ຢືນ​ຢູ່​ໜ້າ​ປະຕູ​ຮົ້ວ. 15 ຄົນ​ໃນ​ເຮືອນ​ເວົ້າ​ກັບ​ໂຣເດ​ວ່າ: “ເຈົ້າ​ເປັນ​ບ້າ​ລະ​ຕີ້” ແຕ່​ລາວ​ຢືນຢັນ​ວ່າ​ແມ່ນ​ເປໂຕ​ແທ້​ໆ​. ເຂົາເຈົ້າ​ຈຶ່ງ​ບອກ​ວ່າ: “ຄື​ຊິ​ແມ່ນ​ທູດສະຫວັນ​ປະຈຳ​ໂຕ​ເປໂຕ​ຕີ້.” 16 ເປໂຕ​ຍັງ​ຢືນ​ເຄາະ​ປະຕູ​ຢູ່​ຫັ້ນ​ຈົນ​ເຂົາເຈົ້າ​ມາ​ເປີດ​ປະຕູ​ແລະ​ເຫັນ​ລາວ. ເມື່ອ​ເຂົາເຈົ້າ​ເຫັນ​ລາວ​ກໍ​ພາກັນ​ແປກໃຈ​ຫຼາຍ. 17 ເປໂຕ​ຍົກ​ມື​ຂຶ້ນ​ບອກ​ໃຫ້​ເຂົາເຈົ້າ​ມິດ ແລ້ວ​ເລົ່າ​ໃຫ້​ເຂົາເຈົ້າ​ຟັງ​ຢ່າງ​ລະອຽດ​ວ່າ​ພະ​ເຢໂຫວາ*​ຊ່ວຍ​ລາວ​ອອກ​ມາ​ຈາກ​ຄຸກ​ໄດ້​ແນວໃດ ແລະ​ເວົ້າ​ວ່າ: “ໄປ​ບອກ​ເລື່ອງ​ນີ້​ໃຫ້​ຢາໂກໂບ+​ແລະ​ພວກ​ພີ່ນ້ອງ​ຮູ້​ເດີ້.” ແລ້ວ​ເປໂຕ​ກໍ​ເດີນທາງ​ໄປ​ບ່ອນ​ອື່ນ.

18 ເມື່ອ​ຮອດ​ຕອນ​ເຊົ້າ​ກໍ​ມີ​ຄວາມ​ສັບສົນ​ວຸ່ນວາຍ​ຫຼາຍ​ໃນ​ພວກ​ທະຫານ. ເຂົາເຈົ້າ​ພາກັນ​ສົງໄສ​ວ່າ​ເປໂຕ​ໄປ​ໃສ. 19 ເຮໂຣດ​ພະຍາຍາມ​ຊອກຫາ​ເປໂຕ​ຢູ່​ທຸກ​ບ່ອນ ແຕ່​ກໍບໍ່​ເຫັນ. ລາວ​ຈຶ່ງ​ສອບສວນ​ພວກ​ທະຫານ​ຍາມ​ແລະ​ສັ່ງ​ໃຫ້​ລົງໂທດ​ເຂົາເຈົ້າ.+ ແລ້ວ​ເຮໂຣດ​ກໍ​ອອກ​ຈາກ​ແຂວງ​ຢູດາຍ​ໄປ​ຢູ່​ເມືອງ​ກາຍຊາເຣຍ​ໄລຍະ​ໜຶ່ງ.

20 ຕອນ​ນັ້ນ ເຮໂຣດ​ກຳລັງ​ໃຈຮ້າຍ​ໃຫ້​ຄົນ​ໃນ​ເມືອງ​ຕີເຣ​ແລະ​ຊີໂດນ. ຄົນ​ຈາກ 2 ເມືອງ​ນັ້ນ​ຈຶ່ງ​ພາກັນ​ມາ​ຫາ​ເຮໂຣດ. ເຂົາເຈົ້າ​ໂນ້ມນ້າວ​ລາຊະໂຕ​ທີ່​ເປັນ​ຜູ້​ເບິ່ງແຍງ​ວັງ​ໃຫ້ຊ່ວຍ ແລະ​ເຂົາເຈົ້າ​ໄດ້​ໄປ​ຂໍ​ຄືນດີ​ກັບ​ເຮໂຣດ ຍ້ອນ​ເມືອງ​ຂອງ​ເຂົາເຈົ້າ​ຕ້ອງ​ເພິ່ງ​ຂອງຢູ່​ຂອງກິນ​ຈາກ​ແຜ່ນດິນ​ຂອງ​ກະສັດ​ເຮໂຣດ. 21 ເມື່ອ​ຮອດ​ມື້​ສຳຄັນ ເຮໂຣດ​ແຕ່ງ​ຊຸດ​ກະສັດ​ເຕັມ​ຍົດ​ແລະ​ນັ່ງ​ເທິງ​ບັນລັງ​ຕັດສິນ​ແລ້ວ​ເວົ້າ​ຕໍ່​ໜ້າ​ປະຊາຊົນ. 22 ຄົນ​ທີ່​ມາ​ລວມ​ກັນ​ກໍ​ຮ້ອງ​ຂຶ້ນ​ວ່າ: “ນີ້​ແມ່ນ​ສຽງ​ພະເຈົ້າ ບໍ່​ແມ່ນ​ສຽງ​ມະນຸດ!” 23 ທັນໃດ​ນັ້ນ ທູດສະຫວັນ​ຂອງ​ພະ​ເຢໂຫວາ*​ກໍ​ລົງໂທດ​ເຮໂຣດ​ຍ້ອນ​ລາວ​ບໍ່​ໄດ້​ໃຫ້​ກຽດ​ພະເຈົ້າ ລາວ​ຈຶ່ງ​ເຈັບ​ປ່ວຍ​ແລະ​ຖືກ​ໜອນ​ກັດ​ກິນ​ຈົນ​ຕາຍ.

24 ຄຳສອນ​ຂອງ​ພະ​ເຢໂຫວາ*​ກໍແພ່​ອອກ​ໄປແລະ​ຄົນ​ກໍ​ເຂົ້າ​ມາ​ເຊື່ອ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.+

25 ເມື່ອ​ບາຣະນາບາ+​ກັບ​ໂຊໂລ​ເຮັດ​ວຽກ​ຊ່ວຍເຫຼືອ​ພີ່ນ້ອງ​ໃນ​ເມືອງ​ເຢຣູຊາເລັມ​ແລ້ວ​ໆ​+ ເຂົາເຈົ້າ​ກໍ​ກັບ​ໄປ​ແລະ​ພາ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ​ໄປ​ນຳ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌