ໂຢບ
4 ຄົນບາບຈະເກີດລູກອອກມາເປັນຄົນບໍ່ມີບາບໄດ້ບໍ?+
ເປັນໄປບໍ່ໄດ້ດອກ!
5 ຊ່ວງຊີວິດຂອງມະນຸດຖືກກຳນົດໄວ້ແລ້ວ.
ຈຳນວນເດືອນຕ່າງໆຂອງລາວກໍຢູ່ກັບພະອົງ.
ພະອົງຕັດສິນໄວ້ແລ້ວວ່າຊີວິດຂອງມະນຸດຈະຍືນຍາວເທົ່າໃດ.+
6 ຂໍພະອົງເຊົາຕິດຕາມລາວ ເພື່ອລາວຈະໄດ້ພັກຜ່ອນ
ຈົນກວ່າຈະໝົດເວລາຂອງລາວ ຄືກັບກຳມະກອນທີ່ເຮັດວຽກໝົດມື້ແລ້ວ.+
7 ແມ່ນແຕ່ຕົ້ນໄມ້ກໍຍັງມີຫວັງ
ເຖິງວ່າຈະຖືກຕັດ ແຕ່ມັນກໍຍັງປົ່ງຂຶ້ນມາໃໝ່ໄດ້
ແລະງ່າຂອງມັນກໍຈະແຕກອອກມາເລື້ອຍໆ.
8 ເຖິງວ່າຮາກຂອງມັນຈະແກ່ໃນດິນ
ແລະຕໍຂອງມັນຈະແຫ້ງຕາຍຄາດິນ
9 ແຕ່ເມື່ອມັນໄດ້ນ້ຳພຽງແຕ່ໜ້ອຍດຽວ ມັນກໍປົ່ງຂຶ້ນ
ແລະມັນຈະແຕກໜໍ່ຄືກັບຕົ້ນໃໝ່.
10 ແຕ່ເມື່ອຄົນໜຶ່ງຕາຍໄປ ເຫື່ອແຮງຂອງລາວກໍໝົດ.
ເມື່ອຄົນເຮົາໝົດລົມຫາຍໃຈ ລາວໄປໃສ?+
11 ນ້ຳຫາຍໄປຈາກທະເລ
ແລະນ້ຳໃນແມ່ນ້ຳກໍໄຫຼໄປຈົນແຫ້ງໝົດ.
12 ມະນຸດນອນລົງແລ້ວກໍບໍ່ລຸກຂຶ້ນ.+
ເຖິງວ່າສະຫວັນຈະບໍ່ມີແລ້ວ ເຂົາເຈົ້າກໍຍັງບໍ່ຕື່ນ.
ເຂົາເຈົ້າຈະບໍ່ຕື່ນຈາກການນອນຫຼັບນັ້ນ.+
13 ພະເຈົ້າເອີ້ຍ ຂໍພະອົງເຊື່ອງລູກໄວ້ໃນບ່ອນຝັງສົບ.*+
ຂໍພະອົງເຊື່ອງລູກໄວ້ບ່ອນນັ້ນ ຈົນກວ່າພະອົງຈະເຊົາໃຈຮ້າຍໃຫ້ລູກ.
ຂໍພະອົງກຳນົດເວລາໃຫ້ລູກ ເພື່ອພະອົງຈະຈື່ລູກ.+
14 ຖ້າຄົນໜຶ່ງຕາຍ ລາວຈະມີຊີວິດອີກໄດ້ບໍ?+
15 ພະອົງຈະເອີ້ນແລະລູກຈະຕອບ.+
ຍ້ອນພະອົງເປັນຜູ້ສ້າງລູກຂຶ້ນມາ ພະອົງຈຶ່ງຢາກເຫັນລູກອີກເທື່ອໜຶ່ງແທ້ໆ.*
16 ແຕ່ຕອນນີ້ ພະອົງເຝົ້າຕິດຕາມທຸກສິ່ງທີ່ລູກເຮັດ.
ພະອົງຊອກຫາແຕ່ຄວາມຜິດຂອງລູກ.
17 ພະອົງເອົາຄວາມຜິດຂອງລູກໃສ່ຖົງໄວ້
ແລະເອົາກາວຕິດຖົງນັ້ນໄວ້.
18 ຄືກັບພູທີ່ເຈື່ອນລົງ
ແລະຫີນທີ່ຖືກຍ້າຍອອກຈາກບ່ອນຂອງມັນ
19 ຄືກັບນ້ຳທີ່ເຊາະຫີນ
ແລະພັດເອົາຂີ້ດິນໄປ
ພະອົງກໍທຳລາຍຄວາມຫວັງຂອງມະນຸດຈົນບໍ່ເຫຼືອ.
20 ພະອົງປົກຄອງມະນຸດຈົນຮອດມື້ທີ່ລາວຕາຍ.+
ພະອົງປ່ຽນຮູບຮ່າງຂອງລາວແລະສົ່ງລາວໄປບ່ອນຝັງສົບ.
21 ເມື່ອລູກຂອງລາວໄດ້ຮັບກຽດ ລາວກໍບໍ່ຮູ້.
ເມື່ອລູກຂອງລາວກາຍເປັນຄົນສຳຄັນ ລາວກໍບໍ່ຮູ້ຄືກັນ.+
22 ລາວຮູ້ສຶກເຈັບປວດແລະຮ້ອງຄາງ
ຕອນທີ່ລາວມີຊີວິດຢູ່ເທົ່ານັ້ນ.”