ປະຖົມມະການ
15 ຫຼັງຈາກນັ້ນ ພະເຢໂຫວາເວົ້າກັບອັບຣາມຜ່ານທາງນິມິດ*ວ່າ: “ອັບຣາມ ບໍ່ຕ້ອງຢ້ານເດີ້.+ ເຮົາຈະປົກປ້ອງເຈົ້າ*+ ແລະຈະໃຫ້ລາງວັນທີ່ຍິ່ງໃຫຍ່ກັບເຈົ້າ.”+ 2 ອັບຣາມຕອບວ່າ: “ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ພະອົງຈະເອົາຫຍັງໃຫ້ລູກ? ມັນຈະບໍ່ມີປະໂຫຍດຫຍັງດອກ ເພາະລູກເອງກໍຍັງບໍ່ມີລູກເທື່ອ. ຜູ້ທີ່ຈະໄດ້ມູນຂອງລູກແມ່ນເອລີເອເຊຄົນດາມາເຊ.”+ 3 ອັບຣາມເວົ້າຕື່ມວ່າ: “ພະອົງບໍ່ໄດ້ໃຫ້ລູກມີຜູ້ສືບເຊື້ອສາຍ+ ແລະຄົນທີ່ເຮັດວຽກໃຫ້ລູກຈະໄດ້ຮັບສິດນັ້ນແທນ.” 4 ແຕ່ພະເຢໂຫວາບອກລາວວ່າ: “ຜູ້ຊາຍຄົນນັ້ນຈະບໍ່ໄດ້ສືບເຊື້ອສາຍຂອງເຈົ້າ. ແຕ່ລູກແທ້ໆຂອງເຈົ້າຈະໄດ້ຮັບສິດນັ້ນ.”+
5 ພະເຈົ້າພາອັບຣາມອອກມາທາງນອກແລະເວົ້າວ່າ: “ຂໍໃຫ້ເຈົ້າແນມເບິ່ງຟ້າແລະນັບດາວເບິ່ງ. ເຈົ້ານັບໄດ້ບໍ?” ແລ້ວເພິ່ນກໍເວົ້າອີກວ່າ: “ລູກຫຼານຂອງເຈົ້າກໍຈະຫຼາຍຄືກັບດາວເຫຼົ່ານີ້ແຫຼະ.”+ 6 ອັບຣາມເຊື່ອໃນພະເຢໂຫວາ+ ແລະເພິ່ນກໍຖືວ່າອັບຣາມເຮັດສິ່ງທີ່ດີ.+ 7 ເພິ່ນເວົ້າຕື່ມວ່າ: “ເຮົາແມ່ນເຢໂຫວາຜູ້ທີ່ພາເຈົ້າອອກຈາກເມືອງອູເຣຂອງພວກການເດອາ ເພື່ອຈະໃຫ້ເຈົ້າໄດ້ຮັບແຜ່ນດິນນີ້.”+ 8 ລາວຖາມວ່າ: “ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ລູກຈະຮູ້ໄດ້ແນວໃດວ່າລູກຊິໄດ້ແຜ່ນດິນນີ້?” 9 ເພິ່ນຕອບວ່າ: “ໃຫ້ເຈົ້າເອົາງົວໂຕແມ່ອາຍຸ 3 ປີ ແບ້ໂຕແມ່ອາຍຸ 3 ປີ ແກະໂຕຜູ້ອາຍຸ 3 ປີ ນົກເຂົາແລະນົກກາງແກ ທັງໝົດນີ້ແນວລະໂຕມາໃຫ້ເຮົາ.” 10 ອັບຣາມເອົາສັດເຫຼົ່ານັ້ນມາແລະຜ່າເຄິ່ງ ແລ້ວວາງໄວ້ຄົນລະຟາກ. ແຕ່ນົກລາວບໍ່ໄດ້ຜ່າເຄິ່ງ. 11 ຈາກນັ້ນ ພວກນົກທີ່ກິນຊີ້ນກໍມາສັບມາຕອດຊີ້ນສັດທີ່ລາວຂ້າໄວ້. ແຕ່ອັບຣາມເຝົ້າຢູ່ຫັ້ນແລະໄລ່ພວກມັນໜີ.
12 ຫຼັງຈາກຕາເວັນຕົກດິນ ອັບຣາມກໍຫຼັບສະໜິດ ແລ້ວລາວກໍຝັນເຫັນຄວາມມືດທີ່ເປັນຕາຢ້ານ. 13 ຈາກນັ້ນ ພະເຈົ້າເວົ້າກັບອັບຣາມວ່າ: “ລູກຫຼານຂອງເຈົ້າຈະໄປຢູ່ໃນແຜ່ນດິນຂອງຄົນອື່ນ. ເຂົາເຈົ້າຈະເປັນທາດຂອງພວກນັ້ນແລະຖືກກົດຂີ່ເປັນເວລາ 400 ປີ.+ 14 ເຮົາຈະລົງໂທດຊາດທີ່ປົກຄອງເຂົາເຈົ້າ+ ແລະຈາກນັ້ນ ເຂົາເຈົ້າຈະອອກຈາກປະເທດນັ້ນພ້ອມກັບຊັບສົມບັດຈຳນວນຫຼາຍ.+ 15 ເຈົ້າຈະອາຍຸຍືນຍາວຈົນເຖົ້າຈົນແກ່ແລະຕາຍຢ່າງສະຫງົບ ແລ້ວຈະຖືກຝັງຄືກັບປູ່ຍ່າຕານາຍຂອງເຈົ້າ.+ 16 ແຕ່ໃນຊົ່ວອາຍຸທີ 4 ລູກຫຼານຂອງເຈົ້າຈະກັບຄືນມານີ້+ ເພາະຍັງບໍ່ຮອດເວລາທີ່ພວກອາໂມຈະຖືກລົງໂທດເທື່ອ.”*+
17 ຫຼັງຈາກຕາເວັນຕົກດິນແລະມືດແລ້ວ ລາວເຫັນເຕົາໄຟທີ່ມີຄວັນແລະເຫັນກະບອງໄຟຜ່ານລະຫວ່າງຊີ້ນສັດທີ່ຜ່າເຄິ່ງ. 18 ໃນມື້ນັ້ນພະເຢໂຫວາໄດ້ເຮັດສັນຍາກັບອັບຣາມ+ວ່າ: “ເຮົາຈະເອົາແຜ່ນດິນນີ້+ໃຫ້ລູກຫຼານຂອງເຈົ້າຕັ້ງແຕ່ແມ່ນ້ຳເອຢິບຈົນຮອດແມ່ນ້ຳເອິຟາຣາດ+ເຊິ່ງເປັນແມ່ນ້ຳໃຫຍ່. 19 ແຜ່ນດິນທີ່ເຮົາຈະເອົາໃຫ້ມີແຜ່ນດິນຂອງພວກເກນີ+ ພວກເກນິດຊີ ພວກກັດໂມ 20 ພວກເຮດ+ ພວກເປຣິຊີ+ ພວກເຣຟາຢິມ+ 21 ພວກອາໂມ ພວກການາອານ ພວກກີກາຊີ ແລະພວກເຢບຸດ.”+