ຈົດໝາຍຂອງຢາໂກໂບ
2 ພີ່ນ້ອງເອີ້ຍ ພວກເຈົ້າເຊື່ອໃນພະເຢຊູຄລິດຜູ້ເປັນນາຍທີ່ພວກເຮົາໃຫ້ກຽດ ແຕ່ພວກເຈົ້າພັດເປັນຄົນລຳອຽງບໍ?+ 2 ຖ້າມີຜູ້ໜຶ່ງໃສ່ແຫວນຄຳແລະນຸ່ງເຄື່ອງທີ່ງາມໆມາປະຊຸມກັບພວກເຈົ້າ ແລະມີອີກຜູ້ໜຶ່ງເປັນຄົນທຸກທີ່ນຸ່ງເຄື່ອງເປື້ອນໆມາປະຊຸມຄືກັນ ພວກເຈົ້າຈະເຮັດແນວໃດ? 3 ພວກເຈົ້າຈະສົນໃຈຄົນທີ່ນຸ່ງເຄື່ອງງາມໆແລະບອກລາວວ່າ: “ເຊີນມາທາງນີ້ ມີບ່ອນນັ່ງດີໆສຳລັບເຈົ້າ” ແຕ່ເວົ້າກັບຄົນທຸກວ່າ: “ເຈົ້າຢືນເອົາເດີ້” ຫຼືບໍ່ຊັ້ນ “ເຈົ້າໄປນັ່ງຢູ່ພື້ນພຸ້ນ.” ພວກເຈົ້າຈະເຮັດແບບນັ້ນບໍ?+ 4 ຖ້າເຮັດ ພວກເຈົ້າກໍແບ່ງຊົນຊັ້ນ+ແລະຕັດສິນແບບບໍ່ຍຸຕິທຳ*ແມ່ນບໍ?+
5 ພີ່ນ້ອງທີ່ຮັກ ໃຫ້ຕັ້ງໃຈຟັງດີໆ. ພະເຈົ້າເລືອກຄົນທຸກໃນໂລກນີ້ໃຫ້ມາເປັນຄົນຮັ່ງໃນຄວາມເຊື່ອ+ແລະມີສ່ວນຮ່ວມໃນການປົກຄອງທີ່ເພິ່ນສັນຍາໄວ້ກັບຜູ້ທີ່ຮັກເພິ່ນບໍ່ແມ່ນບໍ?+ 6 ແຕ່ເປັນຫຍັງພວກເຈົ້າຈຶ່ງດູຖູກຄົນທຸກ ທັງໆທີ່ຄົນຮັ່ງຫັ້ນແຫຼະທີ່ກົດຂີ່+ແລະລາກພວກເຈົ້າໄປຂຶ້ນສານ? 7 ພວກນັ້ນຕົ໋ວທີ່ດູຖູກຊື່ທີ່ມີກຽດທີ່ພວກເຈົ້າໄດ້ຮັບ. 8 ຖ້າພວກເຈົ້າເຮັດຕາມກົດໝາຍທີ່ສຳຄັນ*ທີ່ຂຽນໄວ້ໃນພະຄຳພີທີ່ວ່າ: “ເຈົ້າຕ້ອງຮັກເພື່ອນບ້ານຄືກັບຮັກໂຕເອງ”+ ພວກເຈົ້າກໍເຮັດດີແລ້ວ. 9 ແຕ່ຖ້າພວກເຈົ້າຍັງລຳອຽງ+ ພວກເຈົ້າກໍເຮັດຜິດແລະບໍ່ໄດ້ເຮັດຕາມກົດໝາຍ.+
10 ຖ້າຜູ້ໃດເຊື່ອຟັງກົດໝາຍຂອງໂມເຊທຸກຂໍ້ ແຕ່ເຮັດຜິດຂໍ້ໜຶ່ງ ກໍຖືວ່າລາວເຮັດຜິດກົດໝາຍທຸກຂໍ້.+ 11 ພະເຈົ້າບອກວ່າ: “ຢ່າຫຼິ້ນຊູ້”+ ແລະເພິ່ນກໍບອກຄືກັນວ່າ: “ຢ່າຂ້າຄົນ.”+ ດັ່ງນັ້ນ ຖ້າພວກເຈົ້າບໍ່ຫຼິ້ນຊູ້ ແຕ່ຂ້າຄົນ ພວກເຈົ້າກໍເຮັດຜິດກົດໝາຍຄືກັນ. 12 ໃຫ້ພວກເຈົ້າເວົ້າແລະເຮັດຕາມກົດໝາຍທີ່ເຮັດໃຫ້ຄົນເປັນອິດສະຫຼະ ຍ້ອນພະເຈົ້າຈະຕັດສິນພວກເຈົ້າຕາມກົດໝາຍນັ້ນ.+ 13 ຄົນທີ່ບໍ່ອີ່ຕົນຄົນອື່ນຈະຖືກຕັດສິນແບບບໍ່ໄດ້ຮັບຄວາມອີ່ຕົນ.+ ແຕ່ຄົນທີ່ອີ່ຕົນຄົນອື່ນ ເມື່ອຖືກຕັດສິນ ລາວຈະບໍ່ຖືກລົງໂທດ.
14 ພີ່ນ້ອງເອີ້ຍ ຖ້າຜູ້ໃດເວົ້າວ່າລາວມີຄວາມເຊື່ອ ແຕ່ບໍ່ໄດ້ເຮັດຕາມທີ່ລາວເຊື່ອ ມັນຈະມີປະໂຫຍດຫຍັງ?+ ຄວາມເຊື່ອແບບນັ້ນຈະຊ່ວຍລາວໃຫ້ລອດບໍ່ໄດ້.+ 15 ຖ້າພີ່ນ້ອງບາງຄົນບໍ່ມີເຄື່ອງນຸ່ງໃສ່ແລະບໍ່ມີເຂົ້າພໍກິນ 16 ແລ້ວພວກເຈົ້າບອກລາວວ່າ: “ຂໍໃຫ້ຢູ່ດີມີແຮງແລະກິນອີ່ມນຸ່ງອຸ່ນເດີ້” ແຕ່ພັດບໍ່ໄດ້ເອົາສິ່ງຈຳເປັນໃຫ້ລາວ. ມັນຊິມີປະໂຫຍດຫຍັງ?+ 17 ດັ່ງນັ້ນ ຖ້າມີຄວາມເຊື່ອ ແຕ່ບໍ່ໄດ້ເຮັດຕາມ ຄວາມເຊື່ອນັ້ນກໍຕາຍແລ້ວ.+
18 ບາງຄົນອາດຈະເວົ້າວ່າ: “ເຈົ້າມີຄວາມເຊື່ອ ສ່ວນຂ້ອຍເປັນຄົນທີ່ເຮັດດີ.” ພວກເຈົ້າຈະສະແດງຄວາມເຊື່ອໃຫ້ຂ້ອຍເຫັນໄດ້ແນວໃດຖ້າພວກເຈົ້າບໍ່ໄດ້ເຮັດດີ? ແຕ່ຂ້ອຍຈະເຮັດໃຫ້ເຫັນວ່າຂ້ອຍມີຄວາມເຊື່ອຈາກສິ່ງທີ່ຂ້ອຍເຮັດ. 19 ພວກເຈົ້າເຊື່ອວ່າມີພະເຈົ້າອົງດຽວແມ່ນບໍ? ຖ້າພວກເຈົ້າເຊື່ອແບບນັ້ນກໍດີແລ້ວ ແຕ່ພວກປີສາດກໍເຊື່ອຄືກັນແລະຢ້ານຈົນໂຕສັ່ນ.+ 20 ຄົນບໍ່ຮູ້ຈັກຄິດ ພວກເຈົ້າຢາກໃຫ້ພິສູດບໍວ່າ ຖ້າມີຄວາມເຊື່ອ ແຕ່ບໍ່ໄດ້ເຮັດຕາມ ມັນກໍບໍ່ມີປະໂຫຍດຫຍັງ? 21 ພວກເຈົ້າຮູ້ແມ່ນບໍວ່າພະເຈົ້າຍອມຮັບອັບຣາຮາມພໍ່ຂອງພວກເຮົາຍ້ອນລາວເຮັດຕາມຄວາມເຊື່ອໂດຍເອົາອີຊາກລູກຊາຍຂອງລາວໄປເປັນເຄື່ອງບູຊາຢູ່ເທິງແທ່ນບູຊາ?+ 22 ພວກເຈົ້າເຫັນແຈ້ງແລ້ວແມ່ນບໍວ່າສິ່ງທີ່ອັບຣາຮາມເຮັດພິສູດວ່າລາວມີຄວາມເຊື່ອ. ຍ້ອນແນວນີ້ ຄວາມເຊື່ອຂອງລາວຈຶ່ງສົມບູນບໍ່ມີບ່ອນຕິ.+ 23 ສິ່ງທີ່ຂຽນໄວ້ໃນພະຄຳພີຈຶ່ງເປັນຈິງທີ່ວ່າ “ອັບຣາຮາມເຊື່ອໃນພະເຢໂຫວາ* ເພິ່ນຈຶ່ງຖືວ່າລາວເຮັດສິ່ງທີ່ດີ”+ ແລະລາວຖືກເອີ້ນວ່າເປັນໝູ່ຂອງພະເຢໂຫວາ.*+
24 ຕອນນີ້ ພວກເຈົ້າກໍເຫັນແລ້ວວ່າສິ່ງທີ່ເຮັດໃຫ້ພະເຈົ້າຍອມຮັບຄົນເຮົາບໍ່ໄດ້ມີແຕ່ຄວາມເຊື່ອຢ່າງດຽວ ແຕ່ຍັງລວມເຖິງສິ່ງທີ່ພວກເຮົາເຮັດນຳ. 25 ຣາຮາບທີ່ເປັນໂສເພນີກໍຄືກັນ ພະເຈົ້າຍອມຮັບລາວຍ້ອນສິ່ງທີ່ລາວເຮັດຕອນທີ່ລາວເຊື່ອງຄົນສອດແນມແລະຊ່ວຍເຂົາເຈົ້າໃຫ້ໜີໄປທາງອື່ນ.+ 26 ຮ່າງກາຍທີ່ບໍ່ມີລົມຫາຍໃຈກໍຕາຍແລ້ວ+ ຄວາມເຊື່ອທີ່ບໍ່ໄດ້ສະແດງອອກມາກໍຕາຍແລ້ວຄືກັນ.+