ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຟໂຊ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຟໂຊ

      • ຄຳ​ທັກທາຍ (1, 2)

      • ພອນ​ທີ່​ໄດ້​ຮັບ​ຈາກ​ພະເຈົ້າ (3-7)

      • ລວບລວມ​ທຸກ​ສິ່ງ​ໃຫ້​ຢູ່​ໃຕ້​ພະຄລິດ (8-14)

        • “ການ​ບໍລິຫານ​ງານ” ເມື່ອ​ຮອດ​ເວລາ (10)

        • ຈ້ຳກາ​ໃສ່​ດ້ວຍ​ພະລັງ​ຂອງ​ພະເຈົ້າ​ເພື່ອ “ຮັບຮອງ​ລ່ວງ​ໜ້າ” (13, 14)

      • ໂປໂລ​ຂອບໃຈ​ພະເຈົ້າ​ທີ່​ຄົນ​ເອເຟໂຊ​ມີ​ຄວາມ​ເຊື່ອ​ແລະ​ອະທິດຖານ​ເພື່ອ​ເຂົາເຈົ້າ (15-23)

ເອເຟໂຊ 1:1

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 2:1, 3

ເອເຟໂຊ 1:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 2:6

ເອເຟໂຊ 1:4

ໄຂເງື່ອນ

  • *

    ໝາຍເຖິງ​ຕັ້ງແຕ່​ກ່ອນ​ອາດາມ​ກັບ​ເອວາ​ມີ​ລູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 5:25-27

ເອເຟໂຊ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 2:13; 1ປຕ 1:2
  • +ຣມ 8:15, 29; 8:23
  • +ຣມ 8:28

ເອເຟໂຊ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 3:24
  • +ຢຮ 3:35

ເອເຟໂຊ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:28; ຣມ 3:25; ພນມ 5:9
  • +ກຈກ 13:38; ກລຊ 1:14; 2:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2016, ໜ້າ 23-24

ເອເຟໂຊ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 16:25, 26

ເອເຟໂຊ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 2:9, 10; ກລຊ 1:19, 20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 146-147

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    6/2019, ໜ້າ 3

    ນະມັດສະການ ໜ້າ 186-191

ເອເຟໂຊ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:17; ອຟຊ 3:5, 6

ເອເຟໂຊ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:22; ອຟຊ 4:30; ພນມ 7:4

ເອເຟໂຊ 1:14

ໄຂເງື່ອນ

  • *

    ຫຼື “ວາງ​ມັດ​ຈຳ; ຄ້ຳ​ປະກັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 5:5; 1ປຕ 1:3, 4
  • +1ປຕ 2:9
  • +ຣມ 8:23; 1ຕມ 2:5, 6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 15-16

ເອເຟໂຊ 1:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 1:9; 1ຕມ 2:3, 4

ເອເຟໂຊ 1:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 1:3, 4

ເອເຟໂຊ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 13:4

ເອເຟໂຊ 1:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 110:1; ກຈກ 7:55

ເອເຟໂຊ 1:21

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 4:12; ຟລປ 2:9-11

ເອເຟໂຊ 1:22

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫົວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 8:6; 1ກຣ 15:27; ຮຣ 2:8
  • +ມທ 28:18; ອຟຊ 5:23; ກລຊ 1:18

ເອເຟໂຊ 1:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 12:5; ອຟຊ 4:16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຟຊ. 1:1ພນມ 2:1, 3
ອຟຊ. 1:3ອຟຊ 2:6
ອຟຊ. 1:4ອຟຊ 5:25-27
ອຟຊ. 1:52ທຊ 2:13; 1ປຕ 1:2
ອຟຊ. 1:5ຣມ 8:15, 29; 8:23
ອຟຊ. 1:5ຣມ 8:28
ອຟຊ. 1:6ຣມ 3:24
ອຟຊ. 1:6ຢຮ 3:35
ອຟຊ. 1:7ກຈກ 20:28; ຣມ 3:25; ພນມ 5:9
ອຟຊ. 1:7ກຈກ 13:38; ກລຊ 1:14; 2:13
ອຟຊ. 1:9ຣມ 16:25, 26
ອຟຊ. 1:10ຟລປ 2:9, 10; ກລຊ 1:19, 20
ອຟຊ. 1:11ຣມ 8:17; ອຟຊ 3:5, 6
ອຟຊ. 1:132ກຣ 1:22; ອຟຊ 4:30; ພນມ 7:4
ອຟຊ. 1:142ກຣ 5:5; 1ປຕ 1:3, 4
ອຟຊ. 1:141ປຕ 2:9
ອຟຊ. 1:14ຣມ 8:23; 1ຕມ 2:5, 6
ອຟຊ. 1:17ກລຊ 1:9; 1ຕມ 2:3, 4
ອຟຊ. 1:181ປຕ 1:3, 4
ອຟຊ. 1:192ກຣ 13:4
ອຟຊ. 1:20ພສ 110:1; ກຈກ 7:55
ອຟຊ. 1:21ກຈກ 4:12; ຟລປ 2:9-11
ອຟຊ. 1:22ພສ 8:6; 1ກຣ 15:27; ຮຣ 2:8
ອຟຊ. 1:22ມທ 28:18; ອຟຊ 5:23; ກລຊ 1:18
ອຟຊ. 1:23ຣມ 12:5; ອຟຊ 4:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ເອເຟໂຊ 1:1-23

ຈົດໝາຍເຖິງຄລິດສະຕຽນໃນເມືອງເອເຟໂຊ

1 ຂ້ອຍ​ໂປໂລ​ທີ່​ເປັນ​ອັກຄະ​ສາວົກ*​ຂອງ​ພະຄລິດ​ເຢຊູ​ຕາມທີ່​ພະເຈົ້າ​ຕ້ອງ​ການ ຂຽນ​ຫາ​ພວກ​ຜູ້​ບໍລິສຸດ​ໃນ​ເມືອງ​ເອເຟໂຊ+​ເຊິ່ງ​ເປັນ​ລູກສິດ​ທີ່​ສັດຊື່​ຂອງ​ພະຄລິດ​ເຢຊູ.

2 ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແລະ​ສັນຕິສຸກ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ ແລະ​ຈາກ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ.

3 ຂໍ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ. ເພິ່ນ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ພອນ​ທຸກ​ຢ່າງ​ໃນ​ສະຫວັນ​ໂດຍ​ທາງ​ພະລັງ​ຂອງ​ເພິ່ນ​ຍ້ອນ​ພວກ​ເຮົາ​ເປັນ​ລູກສິດ​ຂອງ​ພະຄລິດ.+ 4 ພະເຈົ້າ​ເລືອກ​ພວກ​ເຮົາ​ຕັ້ງແຕ່​ກ່ອນ​ທີ່​ຈະ​ມີ​ໂລກ​ນີ້*​ໃຫ້​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະຄລິດ ເພື່ອ​ພວກ​ເຮົາ​ຈະ​ບໍລິສຸດ ບໍ່​ມີ​ຕຳໜິ+​ໃນ​ສາຍຕາ​ຂອງ​ເພິ່ນ ແລະ​ຮັກ​ເພິ່ນ. 5 ພະເຈົ້າ​ກຳນົດ​ໄວ້​ລ່ວງໜ້າ​ວ່າ​ຈະ​ຮັບ​ພວກ​ເຮົາ+​ເປັນ​ລູກ​ຂອງ​ເພິ່ນ+​ໂດຍ​ທາງ​ພະ​ເຢຊູ​ຄລິດ​ຕາມ​ທີ່​ເພິ່ນ​ພໍໃຈ​ແລະ​ຕັ້ງໃຈ​ໄວ້+ 6 ເພື່ອ​ເພິ່ນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ​ສຳລັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່+​ເຊິ່ງ​ເພິ່ນ​ສະແດງ​ຕໍ່​ພວກ​ເຮົາ​ຜ່ານ​ທາງ​ລູກ​ທີ່​ເພິ່ນ​ຮັກ.+ 7 ຜູ້​ນັ້ນ​ຈ່າຍ​ຄ່າໄຖ່​ດ້ວຍ​ເລືອດ​ຂອງ​ເພິ່ນ​ເພື່ອ​ປົດ​ປ່ອຍ​ພວກ​ເຮົາ+ ຄວາມ​ຜິດ​ຂອງ​ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ຍົກ​ໂທດ.+ ນີ້​ສະແດງ​ວ່າ​ພະເຈົ້າ​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແທ້​ໆ​.

8 ພະເຈົ້າ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ພວກ​ເຮົາ​ຫຼາຍ​ໂດຍ​ໃຫ້​ພວກ​ເຮົາ​ມີ​ສະຕິ​ປັນຍາ​ແລະ​ຄວາມ​ເຂົ້າໃຈ​ທີ່​ດີ. 9 ພະເຈົ້າ​ໃຫ້​ພວກ​ເຮົາ​ຮູ້​ຄວາມລັບ​ສັກສິດ+​ກ່ຽວກັບ​ສິ່ງ​ທີ່​ເພິ່ນ​ຕັ້ງໃຈ​ໄວ້. ຄວາມລັບ​ນັ້ນ​ກ່ຽວຂ້ອງ​ກັບ​ສິ່ງ​ທີ່​ເພິ່ນ​ພໍໃຈ​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ຕ້ອງ​ການ. 10 ຄວາມລັບ​ນັ້ນ​ກ່ຽວຂ້ອງກັບ​ການ​ຈັດ​ໃຫ້​ມີ​ການ​ບໍລິຫານ​ງານ​ເມື່ອ​ຮອດ​ເວລາ​ທີ່​ເພິ່ນ​ກຳນົດ​ໄວ້ ເພື່ອ​ຈະ​ລວບລວມ​ທຸກ​ສິ່ງ​ທັງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ໃຫ້​ຢູ່​ໃຕ້​ພະຄລິດ.+ ແມ່ນ​ແລ້ວ ຢູ່​ໃຕ້​ພະຄລິດ​ຜູ້​ນີ້​ແຫຼະ. 11 ພວກ​ເຮົາ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ເພິ່ນ​ແລະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ມໍລະດົກ​ຮ່ວມ​ກັບ​ເພິ່ນ​ນຳ​ອີກ.+ ພວກ​ເຮົາ​ຖືກ​ກຳນົດ​ໄວ້​ລ່ວງໜ້າ​ແລ້ວ​ຕາມ​ທີ່​ພະເຈົ້າຕ້ອງ​ການ. ເພິ່ນ​ເຮັດ​ທຸກ​ສິ່ງ​ໃຫ້​ສຳເລັດ​ຕາມ​ທີ່​ຕັ້ງໃຈ​ໄວ້​ສະເໝີ 12 ເພື່ອ​ພວກ​ເຮົາ​ທີ່​ເປັນ​ພວກ​ທຳອິດ​ທີ່​ຫວັງ​ເພິ່ງ​ພະຄລິດ​ຈະ​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ. 13 ນອກ​ຈາກ​ນັ້ນ ພວກ​ເຈົ້າ​ຍັງ​ຫວັງ​ເພິ່ງ​ພະຄລິດ​ເມື່ອ​ໄດ້​ຍິນ​ຄວາມ​ຈິງ ເຊິ່ງ​ກໍ​ແມ່ນ​ຂ່າວດີ​ເລື່ອງ​ຄວາມ​ລອດ​ຂອງ​ພວກ​ເຈົ້າ. ເມື່ອ​ພວກ​ເຈົ້າ​ເຊື່ອ​ແລ້ວ ພະເຈົ້າ​ໄດ້​ໃຊ້​ພະຄລິດ​ໃຫ້​ຈ້ຳກາ​ໃສ່​ພວກ​ເຈົ້າ+​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ຕາມ​ທີ່​ສັນຍາ​ໄວ້. 14 ການ​ຈ້ຳກາ​ນັ້ນ​ເປັນ​ການ​ຮັບຮອງ*​ລ່ວງໜ້າ​ວ່າ​ພວກ​ເຮົາ​ຈະ​ໄດ້​ຮັບ​ມໍລະດົກ​ແນ່ນອນ.+ ພະເຈົ້າ​ເຮັດ​ແບບ​ນັ້ນ​ເພື່ອ​ຊື້​ຄົນ​ຂອງ​ເພິ່ນ​ໃຫ້​ເປັນ​ອິດສະຫຼະ+​ດ້ວຍ​ຄ່າໄຖ່+ ແລະ​ນັ້ນ​ຈະ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ.

15 ຕັ້ງແຕ່​ຂ້ອຍ​ໄດ້​ຍິນ​ວ່າ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ຜູ້​ເປັນ​ນາຍ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ບໍລິສຸດ​ທຸກ​ຄົນ 16 ຂ້ອຍ​ກໍ​ຂອບໃຈ​ພະເຈົ້າ​ຕະຫຼອດ​ໃນ​ເລື່ອງ​ພວກ​ເຈົ້າ. ຂ້ອຍ​ເວົ້າ​ເຖິງ​ພວກ​ເຈົ້າ​ໃນ​ຄຳ​ອະທິດຖານ​ສະເໝີ. 17 ຂ້ອຍ​ຂໍ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ມີ​ສະຫງ່າ​ລາສີ​ແລະ​ເປັນ​ພະເຈົ້າ​ຂອງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາຊ່ວຍ​ໃຫ້​ພວກ​ເຈົ້າ​ມີ​ສະຕິ​ປັນຍາ​ແລະ​ຄວາມ​ຮູ້​ທີ່​ຖືກ​ຕ້ອງ​ກ່ຽວກັບ​ເພິ່ນ​ຕາມ​ທີ່​ເພິ່ນ​ເປີດເຜີຍ.+ 18 ພະເຈົ້າ​ເປີດໃຈ​ພວກ​ເຈົ້າ​ໃຫ້​ເຫັນ​ຄວາມ​ຫວັງ​ທີ່​ເພິ່ນ​ໃຫ້​ພວກ​ເຈົ້າ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ມີ​ສິ່ງ​ດີ​ໆ​ຫຼາຍ​ຢ່າງ​ທີ່​ເພິ່ນ​ຈະ​ໃຫ້​ພວກ​ຜູ້​ບໍລິສຸດ​ເປັນ​ມໍລະດົກ.+ 19 ພວກ​ເຮົາ​ຮູ້​ວ່າ​ເພິ່ນ​ໃຊ້​ລິດເດດ​ທີ່​ຍິ່ງໃຫຍ່​ເພື່ອ​ພວກ​ເຮົາ​ທີ່​ເປັນ​ຜູ້​ມີ​ຄວາມ​ເຊື່ອ.+ ພວກ​ເຮົາ​ເຫັນ​ຄວາມ​ຍິ່ງໃຫຍ່​ນີ້​ໄດ້​ຈາກ​ວິທີ​ທີ່​ເພິ່ນ​ໃຊ້​ລິດເດດ 20 ເພື່ອ​ປຸກ​ພະຄລິດ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ໃຫ້​ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ເພິ່ນ+​ໃນ​ສະຫວັນ. 21 ເພິ່ນ​ໃຫ້​ພະຄລິດ​ຢູ່​ເໜືອ​ການ​ປົກຄອງ​ທຸກ​ຮູບແບບ ຢູ່​ເໜືອ​ຜູ້​ມີ​ອຳນາດ ກະສັດ ເຈົ້າ​ນາຍ ແລະ​ຄົນ​ອື່ນ​ໆ​ທີ່​ສຳຄັນ+ ບໍ່​ແມ່ນ​ໃນ​ຍຸກ*​ນີ້​ເທົ່າ​ນັ້ນ ແຕ່​ໃນ​ຍຸກ​ໜ້າ​ນຳ. 22 ພະເຈົ້າ​ຍັງ​ເຮັດ​ໃຫ້​ທຸກ​ສິ່ງ​ຢູ່​ພື້ນຕີນ​ຂອງ​ພະຄລິດ+ ແລະ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ຜູ້​ນຳ*​ຢູ່​ເໜືອ​ທຸກ​ສິ່ງ​ທີ່​ກ່ຽວກັບ​ປະຊາຄົມ.+ 23 ປະຊາຄົມ​ເປັນ​ຮ່າງກາຍ​ຂອງພະຄລິດ+ ແລະ​ເພິ່ນ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ປະຊາຄົມມີ​ຄຸນລັກສະນະ​ແບບ​ເພິ່ນ. ເພິ່ນ​ເຮັດ​ໃຫ້​ທຸກ​ສິ່ງ​ສຳເລັດ​ຄົບຖ້ວນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌