ຊາມູເອນສະບັບທີໜຶ່ງ
20 ແລ້ວດາວິດກໍໜີອອກຈາກນາໂຢດໃນເມືອງຣາມາ. ລາວໄປຫາໂຢນາທານແລະຖາມວ່າ: “ຂ້ອຍເຮັດຫຍັງຜິດ?+ ຂ້ອຍເຮັດຫຍັງຜິດຕໍ່ພໍ່ເຈົ້າ ເພິ່ນຈຶ່ງຢາກຂ້າຂ້ອຍ?” 2 ໂຢນາທານຈຶ່ງເວົ້າກັບດາວິດວ່າ: “ເປັນໄປບໍ່ໄດ້!+ ບໍ່ມີໃຜຄິດຢາກຂ້າເຈົ້າດອກ. ບໍ່ວ່າພໍ່ຈະເຮັດຫຍັງ ເລື່ອງນ້ອຍຫຼືເລື່ອງໃຫຍ່ເພິ່ນກໍຈະບອກຂ້ອຍກ່ອນ. ພໍ່ຈະບໍ່ປິດບັງເລື່ອງນີ້ກັບຂ້ອຍ. ເພິ່ນຈະບໍ່ຂ້າເຈົ້າດອກ.” 3 ແຕ່ດາວິດເວົ້າຕໍ່ວ່າ: “ພໍ່ຂອງເຈົ້າຮູ້ວ່າເຈົ້າຮັກຂ້ອຍ+ ເພິ່ນຈຶ່ງຄິດໃນໃຈວ່າ ‘ຂ້ອຍຊິບໍ່ໃຫ້ໂຢນາທານຮູ້ເລື່ອງນີ້ເພາະຢ້ານລາວເສຍໃຈ.’ ແຕ່ຂ້ອຍກ້າເວົ້າຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ແລະຕໍ່ໜ້າເຈົ້າວ່າ ຂ້ອຍຕ້ອງຖືກຂ້າແນ່ນອນ.”+
4 ໂຢນາທານກໍເວົ້າກັບດາວິດວ່າ: “ເຈົ້າຢາກໃຫ້ຂ້ອຍຊ່ວຍຫຍັງກໍບອກຂ້ອຍໂລດ.” 5 ດາວິດບອກໂຢນາທານວ່າ: “ມື້ອື່ນເປັນມື້ເດືອນອອກໃໝ່+ ແລະກະສັດຮູ້ວ່າຂ້ອຍຈະໄປກິນເຂົ້າກັບເພິ່ນແນ່ນອນ. ເຮົາຈະເຮັດແບບນີ້ ເຈົ້າຕ້ອງໃຫ້ຂ້ອຍໄປລີ້ຢູ່ນອກເມືອງຈົນຮອດມື້ຮືຕອນແລງ. 6 ຖ້າພໍ່ເຈົ້າຖາມຫາຂ້ອຍ ໃຫ້ເຈົ້າເວົ້າຈັ່ງຊີ້ ‘ດາວິດຂໍອະນຸຍາດກັບລູກວ່າລາວຟ້າວກັບເມືອເມືອງເບັດເລເຮັມ+ ຍ້ອນວ່າທຸກຄົນໃນຄອບຄົວຕ້ອງເອົາເຄື່ອງບູຊາປະຈຳປີໄປເຜົາໃຫ້ພະເຈົ້າ.’+ 7 ຖ້າພໍ່ຂອງເຈົ້າຕອບວ່າ ‘ບໍ່ເປັນຫຍັງ’ ກໍໝາຍຄວາມວ່າຂ້ອຍຈະປອດໄພ. ແຕ່ຖ້າເພິ່ນໃຈຮ້າຍ ເຈົ້າກໍຮູ້ໂລດວ່າເພິ່ນພະຍາຍາມຈະຂ້າຂ້ອຍ. 8 ຂໍໃຫ້ເຈົ້າສະແດງຄວາມຮັກທີ່ໝັ້ນຄົງຕໍ່ຂ້ອຍ+ ເພາະເຈົ້າໄດ້ສັນຍາກັບຂ້ອຍຕໍ່ໜ້າພະເຢໂຫວາແລ້ວ+ ແຕ່ຖ້າຂ້ອຍເຮັດຜິດ+ກໍໃຫ້ເຈົ້າຂ້າຂ້ອຍໂລດ ບໍ່ຕ້ອງໃຫ້ພໍ່ເຈົ້າມາຂ້າດອກ.”
9 ໂຢນາທານເວົ້າວ່າ: “ບໍ່ຕ້ອງເວົ້າແບບນັ້ນ. ເຈົ້າບໍ່ໄດ້ເຮັດຫຍັງຜິດ. ຖ້າຂ້ອຍຮູ້ວ່າພໍ່ຈະເຮັດຫຍັງໃຫ້ເຈົ້າ ຂ້ອຍຈະບອກເຈົ້າແນ່ນອນ.”+ 10 ດາວິດຖາມໂຢນາທານວ່າ: “ຖ້າພໍ່ເຈົ້າໃຈຮ້າຍໃຫ້ຂ້ອຍ ແມ່ນໃຜຊິເປັນຄົນບອກຂ້ອຍ?” 11 ໂຢນາທານບອກດາວິດວ່າ: “ໄປ໋ ເຮົາອອກໄປນອກເມືອງນຳກັນ.” ແລ້ວທັງສອງຄົນກໍອອກໄປທົ່ງຫຍ້າ. 12 ໂຢນາທານບອກດາວິດວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຂອງອິດສະຣາເອນວ່າ ພາຍໃນມື້ອື່ນມື້ຮືຂ້ອຍຈະລໍ້ຖາມພໍ່ໃຫ້ ຖ້າພໍ່ບໍ່ໄດ້ໃຈຮ້າຍໃຫ້ເຈົ້າ ຂ້ອຍຈະສົ່ງຂ່າວໃຫ້ເຈົ້າຮູ້ແນ່ນອນ. 13 ແຕ່ຖ້າຂ້ອຍຮູ້ວ່າພໍ່ຕັ້ງໃຈຈະເຮັດຫຍັງໃຫ້ເຈົ້າແລະຂ້ອຍບໍ່ໄດ້ເຕືອນເຈົ້າເພື່ອໃຫ້ເຈົ້າໜີໄປໄດ້ກໍຂໍໃຫ້ພະເຢໂຫວາລົງໂທດຂ້ອຍໜັກໆ. ຂໍໃຫ້ພະເຢໂຫວາຢູ່ນຳເຈົ້າ+ຄືກັບທີ່ເພິ່ນເຄີຍຢູ່ນຳພໍ່ຂ້ອຍ.+ 14 ຂໍໃຫ້ຄວາມຮັກທີ່ເຈົ້າມີຕໍ່ຂ້ອຍໝັ້ນຄົງຕະຫຼອດໄປຄືກັບຄວາມຮັກຂອງພະເຢໂຫວາໃນຕອນທີ່ຂ້ອຍມີຊີວິດຢູ່ແລະຕອນທີ່ຂ້ອຍຕາຍແລ້ວ.+ 15 ຂໍໃຫ້ເຈົ້າສະແດງຄວາມຮັກທີ່ໝັ້ນຄົງຕໍ່ຄອບຄົວຂອງຂ້ອຍຕະຫຼອດໄປ+ ແມ່ນແຕ່ຕອນທີ່ພະເຢໂຫວາທຳລາຍສັດຕູຂອງເຈົ້າໃຫ້ໝົດໄປຈາກໂລກນີ້.” 16 ໂຢນາທານໄດ້ເຮັດສັນຍານີ້ກັບດາວິດແລະລູກຫຼານຂອງດາວິດ. ໂຢນາທານຍັງໄດ້ເວົ້າວ່າ: “ພະເຢໂຫວາຈະລົງໂທດສັດຕູທັງໝົດຂອງເຈົ້າ.” 17 ແລ້ວໂຢນາທານກໍໃຫ້ດາວິດສັນຍາອີກເທື່ອໜຶ່ງ ໂດຍເອົາຄວາມຮັກທີ່ດາວິດມີຕໍ່ໂຢນາທານເປັນສິ່ງຢືນຢັນ ເພາະໂຢນາທານຮັກດາວິດຄືກັບຮັກໂຕເອງ.+
18 ໂຢນາທານບອກດາວິດວ່າ: “ມື້ອື່ນເປັນມື້ເດືອນອອກໃໝ່+ ພໍ່ຂ້ອຍຈະຖາມຫາເຈົ້າເພາະບ່ອນນັ່ງຂອງເຈົ້າວ່າງ. 19 ຮອດມື້ຮື ພໍ່ແຮ່ງຈະຖາມຫາເຈົ້າຕື່ມອີກ. ເຈົ້າຕ້ອງມາລີ້ຢູ່ບ່ອນທີ່ເຄີຍລີ້ມື້ກ່ອນນັ້ນແລະຢູ່ໃກ້ໆກ້ອນຫີນນີ້. 20 ຂ້ອຍຈະຍິງທະນູ 3 ລູກໄປໃສ່ບ່ອນໃດບ່ອນໜຶ່ງທີ່ຢູ່ທາງຂ້າງກ້ອນຫີນນີ້. 21 ແລ້ວຂ້ອຍຈະບອກຄົນຮັບໃຊ້ວ່າ: ‘ໄປເກັບລູກທະນູມາໃຫ້ແດ່.’ ຖ້າຂ້ອຍບອກຄົນຮັບໃຊ້ວ່າ: ‘ລູກທະນູຢູ່ທາງຂ້າງເຈົ້າ ເກັບມາໃຫ້ແດ່’ ກໍໝາຍຄວາມວ່າເຈົ້າກັບມາໄດ້ ເພາະຂ້ອຍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ວ່າ ເຈົ້າຈະປອດໄພແລະບໍ່ມີອັນຕະລາຍຫຍັງ. 22 ແຕ່ຖ້າຂ້ອຍບອກຄົນຮັບໃຊ້ວ່າ ‘ລູກທະນູຢູ່ພຸ້ນເດ້’ ກໍໃຫ້ເຈົ້າໜີໄປ ເພາະພະເຢໂຫວາຢາກໃຫ້ເຈົ້າໜີໄປ. 23 ສຳລັບຄຳສັນຍາທີ່ເຈົ້າກັບຂ້ອຍໄດ້ເຮັດຕໍ່ກັນ+ ຂໍໃຫ້ພະເຢໂຫວາເປັນພະຍານໃຫ້ພວກເຮົາຕະຫຼອດໄປ.”+
24 ດາວິດຈຶ່ງໄປລີ້ຢູ່ນອກເມືອງ. ເມື່ອຮອດມື້ເດືອນອອກໃໝ່ ຊາອູນກໍມານັ່ງກິນເຂົ້າຢູ່ໂຕະ.+ 25 ຊາອູນນັ່ງຢູ່ໃກ້ກັບຝາຕາມທີ່ລາວເຄີຍນັ່ງ ແລະອັບເນ+ນັ່ງຢູ່ທາງຂ້າງລາວ. ໂຢນາທານນັ່ງຢູ່ຕໍ່ໜ້າຊາອູນ ແຕ່ບ່ອນນັ່ງຂອງດາວິດວ່າງຢູ່. 26 ມື້ນັ້ນຊາອູນບໍ່ໄດ້ເວົ້າຫຍັງເພາະລາວຄິດວ່າ: ‘ຄືຊິມີບາງຢ່າງເກີດຂຶ້ນກັບດາວິດທີ່ເຮັດໃຫ້ລາວບໍ່ສະອາດ.’+ 27 ມື້ຕໍ່ມາບ່ອນນັ່ງຂອງດາວິດກໍຍັງວ່າງຢູ່ ຊາອູນຈຶ່ງຖາມໂຢນາທານວ່າ: “ເປັນຫຍັງມື້ວານນີ້ກັບມື້ນີ້ລູກຊາຍຂອງເຢຊີ+ຈຶ່ງບໍ່ມາກິນເຂົ້າ?” 28 ໂຢນາທານຕອບວ່າ: “ດາວິດຂໍອະນຸຍາດລູກກັບໄປເມືອງເບັດເລເຮັມ.+ 29 ລາວເວົ້າວ່າ ‘ໃຫ້ຂ້ອຍໄປໄດ້ບໍ່ ຍ້ອນຄອບຄົວຂອງຂ້ອຍຈະເອົາເຄື່ອງບູຊາປະຈຳປີໄປເຜົາໃຫ້ພະເຈົ້ານຳກັນຢູ່ໃນເມືອງ ແລະພວກອ້າຍສັ່ງໃຫ້ຂ້ອຍໄປ. ຖ້າເຈົ້າໃຫ້ຂ້ອຍໄປ ຂ້ອຍກໍຈະຟ້າວໄປຫາພວກອ້າຍ.’ ຍ້ອນແນວນີ້ ລາວຈຶ່ງບໍ່ໄດ້ມາກິນເຂົ້ານຳກະສັດ.” 30 ຊາອູນກໍໃຈຮ້າຍໃຫ້ໂຢນາທານຫຼາຍ ແລະເວົ້າວ່າ: “ລູກຊົ່ວ ເຈົ້າຄິດວ່າຂ້ອຍບໍ່ຮູ້ຫວະວ່າເຈົ້າເລືອກຢູ່ຝ່າຍລູກຊາຍຂອງເຢຊີ? ເຈົ້າເຮັດໃຫ້ໂຕເອງແລະແມ່ຂອງເຈົ້າຂາຍໜ້າ. 31 ຖ້າລູກຊາຍຂອງເຢຊີຍັງມີຊີວິດຢູ່ ເຈົ້າຈະເປັນກະສັດຂອງອິດສະຣາເອນໄດ້ບໍ່ດົນດອກ.+ ໄປຈັບມັນມາດຽວນີ້. ຂ້ອຍຈະຂ້າມັນ.”+
32 ແຕ່ໂຢນາທານຖາມຊາອູນວ່າ: “ພໍ່ຊິຂ້າລາວເຮັດຫຍັງ?+ ລາວເຮັດຫຍັງຜິດ?” 33 ຊາອູນກໍຊັດຫອກໃສ່ໂຢນາທານເພື່ອຈະຂ້າລາວ+ ໂຢນາທານຈຶ່ງຮູ້ວ່າພໍ່ຂອງລາວຕັ້ງໃຈຈະຂ້າດາວິດ.+ 34 ໂຢນາທານຟ້າວລຸກອອກຈາກໂຕະຍ້ອນໃຈຮ້າຍຫຼາຍ ແລະມື້ນັ້ນລາວກໍບໍ່ຍອມກິນເຂົ້າເລີຍ ຍ້ອນອຸກໃຈທີ່ພໍ່ເຮັດໃຫ້ດາວິດຂາຍໜ້າ.+
35 ຕອນເຊົ້າມື້ຕໍ່ມາ ໂຢນາທານກໍອອກໄປນອກເມືອງຕາມທີ່ນັດກັບດາວິດໄວ້ ແລະພາຄົນຮັບໃຊ້ຜູ້ໜຶ່ງໄປນຳ.+ 36 ໂຢນາທານບອກຄົນຮັບໃຊ້ວ່າ: “ແລ່ນໄປເກັບລູກທະນູທີ່ຂ້ອຍຍິງມາໃຫ້ແດ່.” ຄົນຮັບໃຊ້ກໍແລ່ນໄປ ແລະໂຢນາທານກໍຍິງຂ້າມຫົວລາວໄປ. 37 ເມື່ອຄົນຮັບໃຊ້ແລ່ນໄປຮອດບ່ອນທີ່ໂຢນາທານຍິງລູກທະນູຕົກໃສ່ ໂຢນາທານກໍຮ້ອງບອກລາວວ່າ: “ລູກທະນູຢູ່ພຸ້ນເດ້.” 38 ໂຢນາທານຮ້ອງບອກຄົນຮັບໃຊ້ວ່າ: “ຟ້າວເກັບລູກທະນູມາໄວໆ!” ຄົນຮັບໃຊ້ກໍເກັບລູກທະນູມາໃຫ້ໂຢນາທານ. 39 ຄົນຮັບໃຊ້ຂອງໂຢນາທານບໍ່ຮູ້ເລື່ອງຫຍັງ ມີແຕ່ໂຢນາທານກັບດາວິດເທົ່ານັ້ນທີ່ຮູ້. 40 ແລ້ວໂຢນາທານກໍເອົາທະນູກັບລູກທະນູໃຫ້ຄົນຮັບໃຊ້ແລະບອກວ່າ: “ເອົາອັນນີ້ກັບໄປໃນເມືອງ.”
41 ເມື່ອຄົນຮັບໃຊ້ໄປແລ້ວ ດາວິດກໍອອກມາຈາກບ່ອນທີ່ລາວລີ້ຢູ່ໃກ້ໆນັ້ນເຊິ່ງຢູ່ທາງທິດໃຕ້. ຈາກນັ້ນ ລາວກໍຄູ້ເຂົ່າລົງແລະໝູບໜ້າລົງພື້ນ 3 ເທື່ອ. ແລ້ວເຂົາເຈົ້າກໍກອດກັນ*ແລະໄຫ້ ແຕ່ດາວິດໄຫ້ຫຼາຍກວ່າໂຢນາທານ. 42 ໂຢນາທານບອກດາວິດວ່າ: “ຂໍໃຫ້ເຈົ້າໜີໄປຢ່າງປອດໄພເພາະພວກເຮົາ 2 ຄົນໄດ້ສາບານ+ໂດຍອອກຊື່ພະເຢໂຫວາແລ້ວວ່າ ‘ຂໍໃຫ້ພະເຢໂຫວາເປັນພະຍານລະຫວ່າງເຈົ້າກັບຂ້ອຍແລະລະຫວ່າງລູກຫຼານຂອງເຈົ້າກັບລູກຫຼານຂອງຂ້ອຍຕະຫຼອດໄປ.’”+
ດາວິດກໍໜີໄປແລະໂຢນາທານກໍກັບເຂົ້າໄປໃນເມືອງ.