ເອຊາຢາ
63 ແມ່ນໃຜທີ່ກຳລັງມາຈາກເອໂດມ+
ມາຈາກເມືອງໂບຊະຣາ+
ແລະຍ່າງມາຄືກັບຄົນທີ່ມີອຳນາດຫຼາຍ?
ແມ່ນໃຜທີ່ໃສ່ເຄື່ອງນຸ່ງສີແຈ້ງໆ*ແລະງາມຫຼາຍ?
“ກໍແມ່ນເຮົານິແຫຼະ. ເຮົາເວົ້າສິ່ງທີ່ຖືກຕ້ອງສະເໝີ
ແລະມີລິດເດດທີ່ຈະຊ່ວຍໃຫ້ລອດ.”
2 ເປັນຫຍັງເຄື່ອງນຸ່ງຂອງພະອົງຈຶ່ງແດງ
ຄືກັບເຄື່ອງນຸ່ງຂອງຄົນທີ່ຢຽບໝາກລະແຊັງຢູ່ໃນອ່າງ?+
3 “ເຮົາຢຽບໝາກລະແຊັງຢູ່ໃນອ່າງຜູ້ດຽວ.
ບໍ່ມີຄົນຊາດໃດຢູ່ນຳເຮົາເລີຍ.
ເຮົາຢຽບສັດຕູຂອງເຮົາບໍ່ຢຸດບໍ່ເຊົາດ້ວຍຄວາມຄຽດ
ແລະຢຽບເຂົາເຈົ້າໄປມາດ້ວຍຄວາມໃຈຮ້າຍ.+
ເຮົາຢຽບເຂົາເຈົ້າຈົນເລືອດຟົ້ງໃສ່ເຄື່ອງນຸ່ງ.
ເຄື່ອງນຸ່ງຂອງເຮົາເປື້ອນແຕ່ເລືອດ.
4 ເຮົາໄດ້ກຳນົດມື້ທີ່ຈະແກ້ແຄ້ນໄວ້ແລ້ວ+
ແລະເວລາທີ່ເຮົາຈະໄຖ່ປະຊາຊົນຂອງເຮົາຄືນມາກໍມາຮອດແລ້ວ.
5 ເຮົາຊອກຫາ ແຕ່ກໍບໍ່ມີໃຜທີ່ຈະຊ່ວຍ.
ເຮົາແປກໃຈທີ່ບໍ່ມີໃຜສະເໜີທີ່ຈະຊ່ວຍເຮົາເລີຍ.
6 ເຮົາຢຽບຊາດຕ່າງໆດ້ວຍຄວາມໃຈຮ້າຍ.
ເຮົາເຮັດໃຫ້ເຂົາເຈົ້າກິນຄວາມໃຈຮ້າຍຂອງເຮົາຈົນເມົາ+
ແລະເຮົາຖອກເລືອດຂອງເຂົາເຈົ້າລົງດິນ.”
7 ຂ້ອຍຈະເວົ້າເຖິງສິ່ງທີ່ພະເຢໂຫວາເຮັດດ້ວຍຄວາມຮັກທີ່ໝັ້ນຄົງຂອງເພິ່ນ
ແລະຈະສັນລະເສີນພະເຢໂຫວາ
ຍ້ອນພະເຢໂຫວາໄດ້ເຮັດທຸກສິ່ງເພື່ອພວກເຮົາ.+
ເພິ່ນເຮັດສິ່ງທີ່ດີຫຼາຍຢ່າງເພື່ອລູກຫຼານຂອງອິດສະຣາເອນ
ຍ້ອນເພິ່ນມີຄວາມເມດຕາແລະມີຄວາມຮັກທີ່ໝັ້ນຄົງທີ່ຍິ່ງໃຫຍ່.
8 ພະເຈົ້າເວົ້າວ່າ: “ເຂົາເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາໝັ້ນໃຈວ່າເຂົາເຈົ້າຈະເປັນລູກທີ່ສັດຊື່ຕໍ່ເຮົາແທ້ໆ.”+
ເພິ່ນຈຶ່ງຊ່ວຍເຂົາເຈົ້າໃຫ້ລອດ.+
9 ຕອນທີ່ເຂົາເຈົ້າທຸກໃຈ ພະເຈົ້າກໍທຸກໃຈນຳ+
ແລະຜູ້ສົ່ງຂ່າວຂອງເພິ່ນ*ໄດ້ຊ່ວຍເຂົາເຈົ້າໃຫ້ລອດ.+
ເພິ່ນໄຖ່ເຂົາເຈົ້າຄືນມາຍ້ອນເພິ່ນຮັກແລະອີ່ຕົນເຂົາເຈົ້າ.+
ເພິ່ນໂຈມເຂົາເຈົ້າຂຶ້ນແລະອູ້ມເຂົາເຈົ້າມາຕະຫຼອດ.+
10 ແຕ່ເຂົາເຈົ້າພັດກະບົດຕໍ່ພະເຈົ້າ+ແລະເຮັດໃຫ້ເພິ່ນເສຍໃຈຫຼາຍ+
11 ເຂົາເຈົ້າໄດ້ຄິດເຖິງອະດີດ
ຄິດເຖິງສະໄໝຂອງໂມເຊຜູ້ຮັບໃຊ້ຂອງພະເຈົ້າແລະເວົ້າວ່າ:
“ພະເຈົ້າທີ່ພາປະຊາຊົນຂອງເພິ່ນກັບພວກທີ່ເບິ່ງແຍງເຂົາເຈົ້າ+ອອກມາຈາກທະເລ ເພິ່ນຢູ່ໃສ?+
ພະເຈົ້າທີ່ເອົາພະລັງບໍລິສຸດຂອງເພິ່ນໃຫ້ໂມເຊ* ຕອນນີ້ຢູ່ໃສແລ້ວ?+
12 ພະເຈົ້າທີ່ຊ່ວຍໂມເຊດ້ວຍລິດເດດທີ່ຍິ່ງໃຫຍ່ຂອງເພິ່ນໄປໃສແລ້ວ?+
ພະເຈົ້າທີ່ແຍກນ້ຳອອກຈາກກັນຕໍ່ໜ້າເຂົາເຈົ້າ+
ເພື່ອໃຫ້ຄົນຈື່ຊື່ເພິ່ນຕະຫຼອດໄປ ເພິ່ນຢູ່ໃສ?+
13 ພະເຈົ້າທີ່ຊ່ວຍເຂົາເຈົ້າໃຫ້ຍ່າງຜ່ານນ້ຳທີ່ເລິກໆ
ເພື່ອເຂົາເຈົ້າຈະຍ່າງໄປໂດຍບໍ່ເຕະສະດຸດ
ຄືກັບມ້າທີ່ແລ່ນຢູ່ທົ່ງພຽງ* ເພິ່ນໄປໃສແລ້ວ?
14 ຄືກັບຝູງສັດທີ່ຍ່າງລົງໄປທົ່ງພຽງເພື່ອພັກຜ່ອນ
ພະລັງຂອງພະເຢໂຫວາກໍພາເຂົາເຈົ້າໄປບ່ອນທີ່ຈະໄດ້ພັກຜ່ອນ.”+
15 ຂໍພະອົງແນມລົງມາຈາກສະຫວັນ
ແນມລົງມາຈາກບ່ອນຢູ່ຂອງພະອົງທີ່ຢູ່ບ່ອນທີ່ສູງໆ ບໍລິສຸດ ແລະງົດງາມ.
ເປັນຫຍັງພະອົງບໍ່ສົນໃຈພວກເຮົາແລ້ວ?
ເປັນຫຍັງພະອົງບໍ່ໃຊ້ລິດເດດຂອງພະອົງອີກ?
ເປັນຫຍັງພະອົງເຊົາສະແດງຄວາມຮັກ+ແລະຄວາມເມດຕາຕໍ່ພວກເຮົາ?+
16 ພະອົງເປັນພໍ່ຂອງພວກເຮົາ.+
ເຖິງວ່າອັບຣາຮາມຈະບໍ່ຮູ້ຈັກພວກເຮົາ
ແລະເຖິງວ່າອິດສະຣາເອນຈະບໍ່ຮູ້ຈັກພວກເຮົາ
ແຕ່ພະເຢໂຫວາ ພະອົງເປັນພໍ່ຂອງພວກເຮົາ
ແລະເປັນຜູ້ໄຖ່ພວກເຮົາຄືນມາຕັ້ງແຕ່ອະດີດ.+
17 ພະເຢໂຫວາເອີ້ຍ ເປັນຫຍັງພະອົງຍອມໃຫ້*ພວກເຮົາອອກຈາກທາງຂອງພະອົງ?
ເປັນຫຍັງພະອົງຍອມໃຫ້ໃຈຂອງພວກເຮົາແຂງກະດ້າງຈົນບໍ່ຢ້ານຢຳພະອົງ?+
ເພື່ອເຫັນແກ່ຜູ້ຮັບໃຊ້ຂອງພະອົງທີ່ເປັນປະຊາຊົນຂອງພະອົງ
ຂໍໃຫ້ພະອົງກັບມາສົນໃຈພວກເຮົາອີກແດ່.+
18 ປະຊາຊົນທີ່ບໍລິສຸດຂອງພະອົງເປັນເຈົ້າຂອງແຜ່ນດິນໄດ້ບໍ່ດົນ
ພວກສັດຕູກໍມາຢຽບບ່ອນນະມັດສະການຂອງພະອົງຈົນເພ.+
19 ຕັ້ງແຕ່ດົນມາແລ້ວ ພວກເຮົາເປັນຄືກັບຄົນທີ່ພະອົງບໍ່ເຄີຍປົກຄອງ
ແລະເປັນຄືກັບຄົນທີ່ບໍ່ເຄີຍຖືກເອີ້ນຕາມຊື່ຂອງພະອົງ.