ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ເອລີຊາ​ເຮັດ​ໃຫ້​ຂວານ​ຟູ​ຂຶ້ນ​ຈາກ​ນ້ຳ (1-​7)

      • ເອລີຊາ​ເຈິ​ກັບ​ພວກ​ຊີເຣຍ (8-​23)

        • ພະເຈົ້າ​ເຮັດ​ໃຫ້​ຄົນ​ຮັບ​ໃຊ້​ຂອງ​ເອລີຊາ​ເຫັນ (16, 17)

        • ພະເຈົ້າ​ເຮັດ​ໃຫ້​ພວກ​ຊີເຣຍ​ຕາ​ບອດ (18, 19)

      • ມີ​ຄວາມ​ອຶດຢາກ​ໃນ​ເມືອງ​ຊາມາເຣຍ​ຍ້ອນ​ຖືກ​ລ້ອມ (24-​33)

2 ກະສັດ 6:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ​ຂອງ​ພວກ​ຜູ້ພະຍາກອນ.” ອາດ​ໝາຍເຖິງ​ໂຮງຮຽນ​ສອນ​ຜູ້ພະຍາກອນ ຫຼື​ສະມາຄົມ​ຂອງ​ພວກ​ຜູ້ພະຍາກອນ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 2:3, 5; 9:1

2 ກະສັດ 6:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 20:1, 34; 22:31

2 ກະສັດ 6:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:24

2 ກະສັດ 6:10

ໄຂເງື່ອນ

  • *

    ຫຼື “ຫຼາຍ​ກວ່າ​ເທື່ອ​ໜຶ່ງ​ຫຼື​ສອງ​ເທື່ອ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 2:12

2 ກະສັດ 6:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 2:22, 28

2 ກະສັດ 6:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:16, 17

2 ກະສັດ 6:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:13; ພສ 3:6
  • +2ຊມ 22:31; 2ຂຄ 32:7; ພສ 18:2; 27:3; 46:7; 55:18; 118:11; ຣມ 8:31

2 ກະສັດ 6:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເປີດ​ຕາ​ລາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:56
  • +2ກສ 2:11; ພສ 68:17; ຊຄຢ 6:1
  • +ພສ 34:7; ມທ 26:53

2 ກະສັດ 6:18

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຊາດ​ນີ້”

  • *

    ເປັນ​ໄປ​ໄດ້​ທີ່​ເຂົາເຈົ້າ​ບໍ່​ໄດ້​ຕາບອດ​ແທ້​ໆ​ ແຕ່​ອາດ​ໝາຍ​ຄວາມ​ວ່າ​ພະເຈົ້າ​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ໂຕເອງ​ເຫັນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:10, 11

2 ກະສັດ 6:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:29

2 ກະສັດ 6:20

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເປີດ​ຕາ​ເຂົາເຈົ້າ”

2 ກະສັດ 6:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 25:21; ຣມ 12:20

2 ກະສັດ 6:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 5:2

2 ກະສັດ 6:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:52; 1ກສ 20:1

2 ກະສັດ 6:25

ໄຂເງື່ອນ

  • *

    912 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    0,3 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    57 ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:26; ພບຍ 28:15, 17
  • +ພບຍ 14:3; ອຊກ 4:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2383

2 ກະສັດ 6:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:29; ພບຍ 28:53-57; ອຊກ 5:10

2 ກະສັດ 6:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 4:10

2 ກະສັດ 6:30

ໄຂເງື່ອນ

  • *

    ຫຼື “ກ້ອງ​ເສື້ອ​ຕິດ​ກັບ​ຜິວ​ໜັງ​ຂອງ​ລາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:29; 1ກສ 21:27

2 ກະສັດ 6:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 38:4

2 ກະສັດ 6:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 18:13; 21:9, 10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 6:12ກສ 2:3, 5; 9:1
2ກສ. 6:81ກສ 20:1, 34; 22:31
2ກສ. 6:91ກສ 17:24
2ກສ. 6:10ມທ 2:12
2ກສ. 6:12ດນອ 2:22, 28
2ກສ. 6:13ປຖກ 37:16, 17
2ກສ. 6:16ອພຍ 14:13; ພສ 3:6
2ກສ. 6:162ຊມ 22:31; 2ຂຄ 32:7; ພສ 18:2; 27:3; 46:7; 55:18; 118:11; ຣມ 8:31
2ກສ. 6:17ກຈກ 7:56
2ກສ. 6:172ກສ 2:11; ພສ 68:17; ຊຄຢ 6:1
2ກສ. 6:17ພສ 34:7; ມທ 26:53
2ກສ. 6:18ປຖກ 19:10, 11
2ກສ. 6:191ກສ 16:29
2ກສ. 6:22ສພສ 25:21; ຣມ 12:20
2ກສ. 6:232ກສ 5:2
2ກສ. 6:24ພບຍ 28:52; 1ກສ 20:1
2ກສ. 6:25ລລວ 26:26; ພບຍ 28:15, 17
2ກສ. 6:25ພບຍ 14:3; ອຊກ 4:14
2ກສ. 6:28ລລວ 26:29; ພບຍ 28:53-57; ອຊກ 5:10
2ກສ. 6:29ສສ 4:10
2ກສ. 6:30ປຖກ 37:29; 1ກສ 21:27
2ກສ. 6:31ຢຣມ 38:4
2ກສ. 6:321ກສ 18:13; 21:9, 10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 6:1-33

ກະສັດ​ສະບັບ​ທີ​ສອງ

6 ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ*+ເວົ້າ​ກັບ​ເອລີຊາ​ວ່າ: “ບ່ອນ​ທີ່​ພວກ​ເຮົາຢູ່​ກັບ​ທ່ານມັນ​ແຄບ​ໂພດ. 2 ພວກ​ເຮົາ​ຂໍ​ໄປ​ແມ່​ນ້ຳ​ຈໍແດນໄດ້​ບໍ່? ພວກ​ເຮົາ​ຈະ​ໄປຕັດ​ຕົ້ນ​ໄມ້ແລະ​ປຸກ​ເຮືອນ​ຢູ່​ຫັ້ນ.” ເອລີຊາ​ຕອບ​ວ່າ: “ໄປທະແມ້.” 3 ຄົນ​ໜຶ່ງ​ທີ່​ເປັນ​ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ​ຖາມ​ວ່າ: “ທ່ານ​ຈະ​ໄປ​ກັບ​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ບໍ?” ລາວ​ຕອບ​ວ່າ: “ຂ້ອຍ​ຈະ​ໄປ​ນຳ.” 4 ເອລີຊາ​ກໍ​ໄປ​ນຳ​ເຂົາ​ເຈົ້າ. ເມື່ອ​ໄປ​ຮອດ​ແມ່​ນ້ຳ​ຈໍແດນ ເຂົາ​ເຈົ້າ​ກໍ​ພາກັນ​ຕັດ​ຕົ້ນ​ໄມ້. 5 ຕອນ​ທີ່​ຜູ້​ໜຶ່ງ​ກຳລັງ​ຕັດ​ຕົ້ນ​ໄມ້ ຂວານ​ໄດ້​ຫຼຸດ​ອອກ​ຈາກ​ດ້າມ​ແລະ​ຕົກ​ລົງ​ນ້ຳ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: “ທ່ານ​ເອີ້ຍ ຕາຍ​ຄັກ​ໆ​! ຂວານ​ນີ້​ແຮ່ງ​ຢືມ​ເຂົາ​ເຈົ້າ​ມາ!” 6 ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ຖາມ​ວ່າ: “ມັນ​ຕົກ​ລົງ​ບ່ອນ​ໃດ?” ລາວ​ກໍ​ຊີ້​ໃຫ້​ເບິ່ງ. ເອລີຊາ​ຈຶ່ງ​ຕັດ​ງ່າ​ໄມ້​ມາ​ງ່າ​ໜຶ່ງ​ແລະ​ໂຍນ​ລົງ​ໄປ​ບ່ອນ​ນັ້ນ ແລ້ວ​ຂວານ​ກໍຟູ​ຂຶ້ນມາ. 7 ເອລີຊາ​ບອກ​ວ່າ: “ຈັບ​ເອົາ​ແມ້.” ລາວ​ກໍ​ເດ່​ມື​ໄປ​ຈັບ​ເອົາ.

8 ຕໍ່ມາ ກະສັດ​ຊີເຣຍ​ໄດ້​ເຮັດ​ສົງຄາມ​ກັບ​ພວກ​ອິດສະຣາເອນ.+ ລາວ​ປຶກສາ​ກັບ​ຄົນ​ຂອງ​ລາວ​ແລະ​ບອກ​ເຂົາ​ເຈົ້າ​ວ່າ​ລາວ​ຈະ​ໄປຕັ້ງ​ຄ້າຍກັບ​ເຂົາ​ເຈົ້າ​ຢູ່​ໃສ. 9 ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​+ໃຫ້​ຄົນ​ໄປ​ບອກ​ກະສັດ​ອິດສະຣາເອນ​ວ່າ: “ທ່ານ​ຢ່າ​ກາຍ​ໄປ​ບ່ອນ​ນັ້ນ ເພາະ​ວ່າ​ພວກ​ຊີເຣຍ​ຈະ​ມາໂຈມຕີທ່ານ​ຢູ່​ຫັ້ນ.” 10 ກະສັດ​ອິດສະຣາເອນ​ຈຶ່ງ​ສົ່ງ​ຂ່າວ​ໄປ​ບອກ​ຄົນ​ຂອງ​ລາວທີ່​ຢູ່​ບ່ອນ​ທີ່​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ເວົ້າ​ເຖິງ. ເອລີຊາ​ໄດ້​ເຕືອນ​ແບບ​ນີ້​ຫຼາຍ​ໆ​ເທື່ອ* ກະສັດ​ຈຶ່ງ​ບໍ່​ໄປ​ບ່ອນ​ເຫຼົ່າ​ນັ້ນ.+

11 ກະສັດ​ຊີເຣຍ​ໃຈ​ຮ້າຍ​ຫຼາຍ​ແລະ​ເອີ້ນ​ຄົນ​ຂອງ​ລາວ​ມາ​ຖາມ​ວ່າ: “ບອກ​ມາ​ດຸ ໃຜ​ເປັນ​ສາຍ​ສືບ​ໃຫ້​ກະສັດ​ອິດສະຣາເອນ!” 12 ມີ​ຜູ້​ໜຶ່ງ​ຕອບ​ກະສັດ​ວ່າ: “ກະສັດ ບໍ່​ມີ​ໃຜ​ກ້າ​ເຮັດ​ດອກ! ຜູ້ພະຍາກອນ​ເອລີຊາ​ໃນ​ອິດສະຣາເອນ​ພຸ້ນ​ເອົາ​ສິ່ງ​ທີ່​ທ່ານ​ເວົ້າ​ຢູ່​ຫ້ອງ​ນອນ​ໄປ​ບອກ​ກະສັດ​ອິດສະຣາເອນ.”+ 13 ກະສັດ​ຊີເຣຍ​ຈຶ່ງ​ບອກ​ວ່າ: “ໄປ​ຊອກ​ເບິ່ງ​ດຸ​ວ່າ​ລາວ​ຢູ່​ໃສ. ຂ້ອຍ​ຈະ​ໃຫ້​ຄົນ​ໄປ​ຈັບ​ລາວ.” ຕໍ່ມາ ມີ​ຄົນ​ມາ​ບອກ​ກະສັດ​ວ່າ​ເອລີຊາ​ຢູ່​ເມືອງ​ໂດທານ.+ 14 ກະສັດ​ຈຶ່ງ​ຟ້າວ​ສົ່ງ​ມ້າ​ກັບ​ລົດ​ຮົບ​ແລະ​ທະຫານ​ກອງ​ທັບ​ໃຫຍ່​ໄປ​ບ່ອນ​ນັ້ນ. ເຂົາ​ເຈົ້າ​ໄປ​ຕອນ​ກາງຄືນ​ແລະ​ລ້ອມ​ເມືອງ​ໄວ້.

15 ເມື່ອ​ຄົນ​ຮັບ​ໃຊ້​ຂອງ​ເອລີຊາ​ຕື່ນ​ແຕ່​ເຊົ້າ​ໆ​ແລະ​ອອກ​ໄປ​ນອກ​ເຮືອນ ລາວ​ກໍ​ເຫັນ​ທະຫານ​ກອງ​ທັບ​ໃຫຍ່​ກັບ​ມ້າ​ແລະ​ລົດ​ຮົບ​ລ້ອມ​ເມືອງ​ໄວ້. ລາວ​ຈຶ່ງ​ຟ້າວ​ໄປ​ບອກ​ເອລີຊາ​ວ່າ: “ນາຍ​ເອີ້ຍ ຕາຍ​ຄັກ​ໆ​! ເຮົາ​ຊິ​ເຮັດ​ແນວ​ໃດ?” 16 ແຕ່​ເອລີຊາ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ!+ ຝ່າຍ​ພວກ​ເຮົາ​ມີ​ຫຼາຍ​ກວ່າ​ເຂົາ​ເຈົ້າ.”+ 17 ແລ້ວ​ເອລີຊາ​ກໍ​ອະທິດຖານ​ວ່າ: “ພະ​ເຢໂຫວາ ຂໍ​ພະອົງເຮັດ​ໃຫ້​ລາວ​ເຫັນ.”*+ ທັນໃດ​ນັ້ນ ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຄົນ​ຮັບ​ໃຊ້​ເຫັນ ແລະ​ລາວ​ກໍ​ເຫັນ​ມ້າ​ກັບ​ລົດ​ຮົບ​ທີ່​ເປັນ​ຄື​ກັບ​ແປວ​ໄຟ+ຢູ່​ເຕັມ​ພູ​ອ້ອມ​ເອລີຊາ​ໄວ້.+

18 ເມື່ອ​ພວກ​ຊີເຣຍ​ຈະ​ມາ​ຈັບ​ເອລີຊາ ເອລີຊາ​ອະທິດຖານ​ຫາ​ພະ​ເຢໂຫວາ​ວ່າ: “ຂໍ​ພະອົງ​ເຮັດ​ໃຫ້ພວກ​ນີ້*ຕາບອດ.”*+ ແລ້ວ​ເພິ່ນ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕາ​ບອດ​ຕາມ​ທີ່​ເອລີຊາ​ຂໍ. 19 ເອລີຊາ​ບອກ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ມາ​ຜິດ​ທາງ​ແລ້ວ ບໍ່​ແມ່ນ​ເມືອງ​ນີ້. ນຳ​ຂ້ອຍ​ມາ ຂ້ອຍ​ຈະ​ພາ​ພວກ​ເຈົ້າ​ໄປ​ຫາ​ຜູ້​ທີ່​ພວກ​ເຈົ້າ​ກຳລັງ​ຊອກ​ຫາ.” ແຕ່​ລາວ​ພາ​ເຂົາ​ເຈົ້າ​ໄປ​ເມືອງ​ຊາມາເຣຍ.+

20 ເມື່ອ​ໄປ​ຮອດ​ເມືອງ​ຊາມາເຣຍ ເອລີຊາ​ກໍ​ອະທິດຖານ​ວ່າ: “ພະ​ເຢໂຫວາ ຂໍ​ພະອົງເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນຮຸ່ງ.”* ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ຮຸ່ງ ເຂົາ​ເຈົ້າ​ຈຶ່ງ​ຮູ້​ວ່າ​ໂຕເອງຢູ່​ເມືອງ​ຊາມາເຣຍ. 21 ເມື່ອ​ກະສັດ​ອິດສະຣາເອນ​ເຫັນ​ເຂົາ​ເຈົ້າ ລາວ​ຈຶ່ງ​ຖາມ​ເອລີຊາ​ວ່າ: “ເຈົ້າ​ຊິ​ໃຫ້​ຂ້ອຍ​ຂ້າ​ພວກ​ນີ້​ເລີຍ​ບໍ?” 22 ແຕ່​ເອລີຊາ​ຕອບ​ວ່າ: “ບໍ່​ຕ້ອງ​ຂ້າ​ເຂົາ​ເຈົ້າ. ທ່ານ​ຈະ​ຂ້າ​ຊະເລີຍ​ທີ່​ຈັບ​ມາ​ໄດ້​ໃນ​ການຕໍ່ສູ້ບໍ? ເອົາ​ເຂົ້າ​ເອົາ​ນ້ຳ​ມາ​ໃຫ້​ເຂົາ​ເຈົ້າ​ກິນ+ ແລະ​ສົ່ງ​ເຂົາ​ເຈົ້າ​ກັບ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ເຂົາ​ເຈົ້າ.” 23 ກະສັດ​ຈຶ່ງ​ຈັດ​ງານ​ລ້ຽງ​ໃຫຍ່ໃຫ້​ພວກ​ຊີເຣຍ. ຫຼັງ​ຈາກ​ກິນ​ລ້ຽງ​ແລ້ວ ກະສັດ​ກໍ​ສົ່ງ​ເຂົາ​ເຈົ້າ​ກັບ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ເຂົາ​ເຈົ້າ. ພວກ​ກຸ່ມ​ໂຈນ​ຊີເຣຍ​+ບໍ່​ໄດ້​ເຂົ້າ​ມາ​ປຸ້ນ​ໃນ​ອິດສະຣາເອນ​ອີກ​ເລີຍ.

24 ຫຼັງ​ຈາກ​ນັ້ນ ເບັນຮາດັດ​ກະສັດ​ຂອງ​ຊີເຣຍ​ໄດ້​ລວບລວມ​ກອງ​ທັບ​ທັງ​ໝົດ​ຂອງ​ລາວ ແລ້ວ​ໄປ​ລ້ອມ​ເມືອງ​ຊາມາເຣຍ.+ 25 ເມືອງ​ຊາມາເຣຍ​ຈຶ່ງ​ມີ​ຄວາມ​ອຶດຢາກ​ໜັກ​ຫຼາຍ.+ ເຂົາ​ເຈົ້າ​ລ້ອມ​ເມືອງ​ນີ້​ດົນ​ຫຼາຍ​ຈົນ​ຫົວ​ລາ+ຫົວ​ໜຶ່ງ​ຂຶ້ນ​ລາຄາ​ເປັນ​ເງິນ​ໜັກ​ຮອດ 80 ເຊເກນ* ແລະ​ຂີ້​ນົກ​ເຂົາ 1 ສ່ວນ 4 ຂາບ* ຂຶ້ນ​ລາຄາ​ເປັນ​ເງິນ​ໜັກ​ຮອດ 5 ເຊເກນ.* 26 ຕອນ​ທີ່​ກະສັດ​ອິດສະຣາເອນ​ຍ່າງ​ຢູ່​ເທິງກຳແພງ​ເມືອງ ມີ​ຜູ້​ຍິງ​ຄົນ​ໜຶ່ງເອີ້ນ​ໃສ່​ລາວວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຊ່ວຍ​ຂ້ອຍ​ແດ່!” 27 ກະສັດ​ຕອບ​ວ່າ: “ຖ້າ​ພະ​ເຢໂຫວາ​ບໍ່​ຊ່ວຍ​ເຈົ້າ ຂ້ອຍ​ຊິ​ຊ່ວຍ​ເຈົ້າ​ໄດ້​ບໍ? ເຈົ້າຄິດວ່າ​ຂ້ອຍ​ຊິ​ມີ​ຂອງກິນ ເຫຼົ້າແວງ ຫຼື​ນ້ຳມັນ​ໝາກກອກ​ໃຫ້​ເຈົ້າ​ບໍ?” 28 ກະສັດ​ຖາມ​ລາວ​ວ່າ: “ເຈົ້າ​ມີ​ເລື່ອງ​ຫຍັງ?” ລາວ​ຕອບ​ວ່າ: “ຜູ້​ຍິງ​ຄົນ​ນີ້​ບອກ​ໃຫ້​ຂ້າ​ລູກ​ຂ້ອຍ​ກິນ​ກ່ອນ ແລ້ວ​ມື້​ອື່ນ​ຈຶ່ງ​ຂ້າ​ລູກ​ຂອງ​ລາວ​ກິນ.+ 29 ພວກ​ເຮົາ​ຈຶ່ງ​ເອົາ​ລູກ​ຊາຍ​ຂ້ອຍ​ມາ​ຕົ້ມ​ກິນ.+ ມື້​ຕໍ່ມາ ຂ້ອຍ​ບອກ​ລາວ​ວ່າ ‘ເອົາ​ລູກ​ຊາຍ​ເຈົ້າ​ມາ​ຂ້າ​ກິນ​ແມ້’ ແຕ່​ລາວ​ພັດ​ເອົາ​ລູກ​ໄປ​ເຊື່ອງ​ໄວ້.”

30 ເມື່ອ​ກະສັດ​ໄດ້​ຍິນ​ແນວ​ນັ້ນ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ.+ ຕອນ​ທີ່​ລາວ​ຍ່າງ​ຢູ່​ເທິງ​ກຳແພງ​ເມືອງ ປະຊາຊົນ​ກໍ​ເຫັນ​ວ່າ​ລາວ​ນຸ່ງ​ຜ້າເນື້ອຫຍາບ​ຢູ່​ທາງ​ໃນ.* 31 ລາວ​ເວົ້າ​ວ່າ: “ຂໍ​ໃຫ້​ພະເຈົ້າ​ລົງໂທດ​ຂ້ອຍ​ໜັກ​ໆ​ໂລດ ຖ້າ​ເອລີຊາ​ລູກ​ຊາຍ​ຂອງ​ຊາຟາດ​ບໍ່​ຖືກຕັດ​ຫົວໃນ​ມື້​ນີ້!”+

32 ຕອນ​ທີ່​ເອລີຊາ​ກຳລັງ​ນັ່ງ​ຢູ່​ໃນ​ເຮືອນ​ຂອງ​ລາວ​ກັບ​ພວກ​ຜູ້​ນຳ ກະສັດ​ໄດ້​ສົ່ງ​ຜູ້​ຊາຍ​ຄົນ​ໜຶ່ງ​ໄປ​ຫາ​ເອລີຊາ​ກ່ອນ ແລ້ວ​ກະສັດ​ກໍ​ມາ​ນຳ​ຫຼັງ. ແຕ່​ຕອນ​ທີ່​ຄົນ​ຂອງ​ກະສັດ​ຍັງ​ມາ​ບໍ່​ຮອດ ເອລີຊາ​ເວົ້າ​ກັບ​ພວກ​ຜູ້​ນຳ​ວ່າ: “ລູກ​ຄາຕະກອນ​+ໄດ້​ສົ່ງ​ຄົນ​ມາ​ຕັດ​ຫົວ​ຂ້ອຍ. ເບິ່ງ​ດີ​ໆ​ເດີ້ ຖ້າ​ລາວ​ມາ​ຮອດ​ໃຫ້​ພວກ​ເຈົ້າປິດ​ປະຕູ​ແລ້ວ​ດັນ​ໄວ້ ຢ່າ​ໃຫ້​ລາວ​ເຂົ້າ​ມາ. ເຈົ້າ​ນາຍ​ຂອງ​ລາວ​ກຳລັງ​ນຳ​ມາ.” 33 ເອລີຊາ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ ຜູ້​ຊາຍ​ຄົນ​ນັ້ນ​ກໍ​ມາ​ຮອດ. ແລ້ວ​ກະສັດ​ກໍ​ມາ​ຮອດແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເຮັດ​ໃຫ້​ເກີດ​ຄວາມ​ຈິບຫາຍ​ນີ້. ເປັນ​ຫຍັງ​ຂ້ອຍ​ຕ້ອງ​ຖ້າ​ໃຫ້​ພະ​ເຢໂຫວາ​ຊ່ວຍ?”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌