ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 49
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ວຽກ​ທີ່​ພະ​ເຢໂຫວາ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເຮັດ (1-​12)

        • ແສງ​ສະຫວ່າງ​ຂອງ​ຊາດ​ຕ່າງໆ (6)

      • ອິດສະຣາເອນ​ໄດ້​ຮັບ​ການ​ປອບ​ໂຍນ (13-​26)

ເອຊາຢາ 49:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:4
  • +ອຊຢ 44:2; 46:3

ເອຊາຢາ 49:2

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ປາກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 51:16

ເອຊາຢາ 49:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 43:10
  • +ອຊຢ 44:23

ເອຊາຢາ 49:4

ໄຂເງື່ອນ

  • *

    ຫຼື “ພະ​ເຢໂຫວາ​ຈະ​ໃຫ້​ຄວາມ​ຍຸຕິທຳ​ກັບ​ຂ້ອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:10

ເອຊາຢາ 49:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 56:8

ເອຊາຢາ 49:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 42:6; ມທ 12:18; ລກ 2:30, 32
  • +ພສ 98:2; ອຊຢ 11:10; 52:10; ກຈກ 13:47

ເອຊາຢາ 49:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 43:14
  • +ອຊຢ 53:3
  • +ພບຍ 7:9
  • +ອຊຢ 42:1

ເອຊາຢາ 49:8

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ສັນຍາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 69:13
  • +ລກ 1:69; 22:43; 2ກຣ 6:2; ຮຣ 5:7
  • +ອຊຢ 42:6, 7
  • +ອຊຢ 54:3

ເອຊາຢາ 49:9

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ໂນນ​ພູ​ຫົວ​ໂລ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 102:19, 20
  • +ພສ 112:4; ອຊຢ 9:2; ລກ 1:68, 79

ເອຊາຢາ 49:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:1; 65:13
  • +ອຊຢ 32:2
  • +ອຊກ 34:23
  • +ພສ 23:1, 2; ຢຣມ 31:9; ພນມ 7:16, 17

ເອຊາຢາ 49:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 107:6, 7; ອຊຢ 11:16; 40:3, 4

ເອຊາຢາ 49:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:4
  • +ອຊຢ 43:5, 6

ເອຊາຢາ 49:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 42:10
  • +ອຊຢ 55:12
  • +ອຊຢ 12:1; 40:1; 66:13
  • +ອຊຢ 44:23; 61:3; ຢຣມ 31:13

ເອຊາຢາ 49:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 54:7
  • +ສສ 5:20

ເອຊາຢາ 49:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 44:21; ຢຣມ 31:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 250-251

    ຫໍສັງເກດການ (ສຶກສາ)

    7/2021, ໜ້າ 25

    ຫໍສັງເກດການ (ສຶກສາ)

    6/2020, ໜ້າ 18

ເອຊາຢາ 49:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 43:5, 6; 60:4

ເອຊາຢາ 49:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 51:3
  • +ຢຣມ 30:18, 19
  • +ຢຣມ 51:34
  • +ຢຣມ 30:16

ເອຊາຢາ 49:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 54:1, 2

ເອຊາຢາ 49:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 43:5; ຢຣມ 31:17
  • +ສສ 1:1
  • +ອຊຢ 62:4

ເອຊາຢາ 49:22

ໄຂເງື່ອນ

  • *

    ຫຼື “ເສົາ​ໃຫ້​ສັນຍານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 1:3; ອຊຢ 11:10, 12; 62:10
  • +ອຊຢ 60:4; 66:20

ເອຊາຢາ 49:23

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເລຍ​ຂີ້ຝຸ່ນ​ຢູ່​ຕີນ​ເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:10, 16
  • +ອຊຢ 60:14
  • +ມກ 7:16, 17
  • +ອຊຢ 25:9

ເອຊາຢາ 49:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:14; 46:27; ຮຊອ 6:11; ຢອ 3:1
  • +ອຊຢ 52:2; ຢຣມ 29:10; 50:34; ຊຄຢ 9:11
  • +ອຊຢ 54:17

ເອຊາຢາ 49:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 39:28
  • +1ຕມ 1:1
  • +ອຊຢ 41:14; 48:20
  • +ອຊຢ 60:16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 49:1ອຊຢ 55:4
ອຊຢ. 49:1ອຊຢ 44:2; 46:3
ອຊຢ. 49:2ອຊຢ 51:16
ອຊຢ. 49:3ອຊຢ 43:10
ອຊຢ. 49:3ອຊຢ 44:23
ອຊຢ. 49:4ອຊຢ 40:10
ອຊຢ. 49:5ອຊຢ 56:8
ອຊຢ. 49:6ອຊຢ 42:6; ມທ 12:18; ລກ 2:30, 32
ອຊຢ. 49:6ພສ 98:2; ອຊຢ 11:10; 52:10; ກຈກ 13:47
ອຊຢ. 49:7ອຊຢ 43:14
ອຊຢ. 49:7ອຊຢ 53:3
ອຊຢ. 49:7ພບຍ 7:9
ອຊຢ. 49:7ອຊຢ 42:1
ອຊຢ. 49:8ພສ 69:13
ອຊຢ. 49:8ລກ 1:69; 22:43; 2ກຣ 6:2; ຮຣ 5:7
ອຊຢ. 49:8ອຊຢ 42:6, 7
ອຊຢ. 49:8ອຊຢ 54:3
ອຊຢ. 49:9ພສ 102:19, 20
ອຊຢ. 49:9ພສ 112:4; ອຊຢ 9:2; ລກ 1:68, 79
ອຊຢ. 49:10ອຊຢ 55:1; 65:13
ອຊຢ. 49:10ອຊຢ 32:2
ອຊຢ. 49:10ອຊກ 34:23
ອຊຢ. 49:10ພສ 23:1, 2; ຢຣມ 31:9; ພນມ 7:16, 17
ອຊຢ. 49:11ພສ 107:6, 7; ອຊຢ 11:16; 40:3, 4
ອຊຢ. 49:12ພບຍ 30:4
ອຊຢ. 49:12ອຊຢ 43:5, 6
ອຊຢ. 49:13ອຊຢ 42:10
ອຊຢ. 49:13ອຊຢ 55:12
ອຊຢ. 49:13ອຊຢ 12:1; 40:1; 66:13
ອຊຢ. 49:13ອຊຢ 44:23; 61:3; ຢຣມ 31:13
ອຊຢ. 49:14ອຊຢ 54:7
ອຊຢ. 49:14ສສ 5:20
ອຊຢ. 49:15ອຊຢ 44:21; ຢຣມ 31:20
ອຊຢ. 49:18ອຊຢ 43:5, 6; 60:4
ອຊຢ. 49:19ອຊຢ 51:3
ອຊຢ. 49:19ຢຣມ 30:18, 19
ອຊຢ. 49:19ຢຣມ 51:34
ອຊຢ. 49:19ຢຣມ 30:16
ອຊຢ. 49:20ອຊຢ 54:1, 2
ອຊຢ. 49:21ອຊຢ 43:5; ຢຣມ 31:17
ອຊຢ. 49:21ສສ 1:1
ອຊຢ. 49:21ອຊຢ 62:4
ອຊຢ. 49:22ອຊຣ 1:3; ອຊຢ 11:10, 12; 62:10
ອຊຢ. 49:22ອຊຢ 60:4; 66:20
ອຊຢ. 49:23ອຊຢ 60:10, 16
ອຊຢ. 49:23ອຊຢ 60:14
ອຊຢ. 49:23ມກ 7:16, 17
ອຊຢ. 49:23ອຊຢ 25:9
ອຊຢ. 49:25ຢຣມ 29:14; 46:27; ຮຊອ 6:11; ຢອ 3:1
ອຊຢ. 49:25ອຊຢ 52:2; ຢຣມ 29:10; 50:34; ຊຄຢ 9:11
ອຊຢ. 49:25ອຊຢ 54:17
ອຊຢ. 49:26ອຊກ 39:28
ອຊຢ. 49:261ຕມ 1:1
ອຊຢ. 49:26ອຊຢ 41:14; 48:20
ອຊຢ. 49:26ອຊຢ 60:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 49:1-26

ເອຊາຢາ

49 ເກາະ​ຕ່າງ​ໆ​ ໃຫ້​ຟັງ​ຂ້ອຍ.

ຊາດ​ຕ່າງ​ໆ​ທີ່​ຢູ່​ໄກ​ໆ​ ໃຫ້​ຟັງ​ເດີ້.+

ຕັ້ງ​ແຕ່​ຂ້ອຍ​ຍັງ​ບໍ່​ໄດ້​ເກີດ ພະ​ເຢໂຫວາ​ໄດ້​ເອີ້ນ​ຂ້ອຍ.+

ຕັ້ງ​ແຕ່​ຂ້ອຍ​ຍັງ​ຢູ່​ໃນ​ທ້ອງ​ແມ່ ເພິ່ນ​ໄດ້​ເວົ້າ​ເຖິງ​ຊື່​ຂ້ອຍ.

 2 ເພິ່ນ​ເຮັດ​ໃຫ້​ລີ້ນ*​ຂ້ອຍ​ຄົມ​ຄື​ດາບ.

ເພິ່ນ​ເອົາ​ມື​ປົກປ້ອງ​ຂ້ອຍ​ໄວ້.+

ເພິ່ນ​ເຮັດ​ໃຫ້​ຂ້ອຍ​ເປັນ​ຄື​ກັບ​ລູກ​ທະນູ​ທີ່​ຝົນ​ແລ້ວ

ແລະ​ເພິ່ນ​ເອົາ​ຂ້ອຍ​ໄວ້​ໃນ​ບັ້ງ​ລູກ​ທະນູ​ຂອງ​ເພິ່ນ.

 3 ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ອິດສະຣາເອນ ເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາ.+

ຄົນ​ຈະ​ເຫັນ​ຄວາມ​ສະຫງ່າ​ງາມ​ຂອງ​ເຮົາ​ໂດຍ​ທາງ​ເຈົ້າ.”+

 4 ແຕ່​ຂ້ອຍ​ເວົ້າ​ວ່າ: “ຂ້ອຍ​ເຮັດ​ວຽກ​ເມື່ອຍ​ລ້າ​ໆ​.

ຂ້ອຍ​ເສຍ​ແຮງ​ໄປ​ລ້າ​ໆ​ແລະ​ບໍ່​ໄດ້​ປະໂຫຍດ​ຫຍັງ.

ແຕ່​ທີ່​ຈິງ​ແລ້ວ ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ​ຂ້ອຍ*

ແລະ​ເພິ່ນ​ເປັນ​ຜູ້​ໃຫ້​ລາງວັນ​ຂ້ອຍ.”+

 5 ຕອນນີ້ ພະ​ເຢໂຫວາ​ຜູ້​ທີ່​ໃຫ້​ຂ້ອຍ​ເປັນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຕັ້ງແຕ່​ຍັງ​ຢູ່​ໃນ​ທ້ອງ​ແມ່

ໄດ້​ບອກ​ຂ້ອຍ​ໃຫ້​ພາ​ຢາໂຄບ​ກັບ​ມາ​ຫາ​ເພິ່ນ

ເພື່ອ​ອິດສະຣາເອນ​ຈະ​ຖືກ​ລວບລວມ​ໃຫ້​ມາ​ຢູ່​ນຳ​ເພິ່ນ.+

ພະ​ເຢໂຫວາ​ຈະ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ມີ​ກຽດ

ແລະ​ເພິ່ນ​ຈະ​ເປັນ​ກຳລັງ​ຂອງ​ຂ້ອຍ.

 6 ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ເຮົາ​ໃຫ້​ເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາ

ເປັນ​ຜູ້​ຟື້ນຟູ​ຕະກູນ​ຕ່າງ​ໆ​ຂອງ​ຢາໂຄບ​ຂຶ້ນ​ໃໝ່

ແລະ​ເປັນ​ຜູ້​ພາ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຢູ່​ໃຫ້​ກັບຄືນມາ.

ແຕ່​ເທົ່າ​ນີ້​ຍັງ​ບໍ່​ພໍ ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ຂອງ​ຊາດ​ຕ່າງ​ໆ​ນຳ​ອີກ+

ເພື່ອ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຈະ​ໄປ​ຮອດ​ສຸດ​ຂອບ​ໂລກ.”+

7 ພະ​ເຢໂຫວາ​ຜູ້​ທີ່​ໄຖ່​ອິດສະຣາເອນ​ຄືນ​ມາ ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ+​ເວົ້າ​ກັບ​ຜູ້​ໜຶ່ງ​ທີ່​ຖືກ​ດູຖູກ+ ທີ່​ຖືກ​ຊາດ​ໜຶ່ງ​ລັງກຽດ ແລະ​ເປັນ​ຄົນ​ຮັບໃຊ້​ຂອງ​ພວກ​ຜູ້​ປົກຄອງ​ວ່າ:

“ພວກ​ກະສັດ​ຈະ​ລຸກ​ຂຶ້ນ​ຍ້ອນ​ສິ່ງ​ທີ່​ເຂົາເຈົ້າ​ເຫັນ

ແລະ​ພວກ​ເຈົ້ານາຍ​ກໍ​ຈະ​ກົ້ມ​ລົງ​ສະແດງ​ຄວາມ​ນັບຖື

ຍ້ອນ​ເຂົາເຈົ້າ​ນັບຖື​ພະ​ເຢໂຫວາ​ຜູ້​ທີ່​ສັດຊື່.+

ເພິ່ນ​ເປັນ​ພະເຈົ້າ​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ແລະ​ເປັນ​ຜູ້​ທີ່​ໄດ້​ເລືອກ​ເຈົ້າ.”+

 8 ພະ​ເຢໂຫວາ​ເວົ້າ​ວ່າ:

“ໃນ​ຕອນ​ທີ່​ເຮົາ​ພໍໃຈ​ເຈົ້າ ເຮົາ​ໄດ້​ຟັງ​ແລະ​ຕອບ​ເຈົ້າ.+

ໃນ​ມື້​ທີ່​ຊ່ວຍ​ໃຫ້​ລອດ ເຮົາ​ໄດ້​ຊ່ວຍ​ເຈົ້າ.+

ເຮົາ​ໄດ້​ປົກປ້ອງ​ເຈົ້າ​ຕະຫຼອດ​ເພື່ອ​ເຈົ້າ​ຈະ​ເປັນ​ແນວ​ຄ້ຳ​ປະກັນ*​ລະຫວ່າງ​ເຮົາ​ກັບ​ທຸກ​ຄົນ+

ເພື່ອ​ໃຫ້​ເຈົ້າ​ຟື້ນຟູ​ແຜ່ນດິນ

ເພື່ອ​ໃຫ້​ເຈົ້າ​ຊ່ວຍ​ປະຊາຊົນ​ໃຫ້​ໄດ້​ຮັບ​ມູນ​ມໍລະດົກ​ທີ່​ຖືກ​ປະຖິ້ມ​ໄວ້+

 9 ເພື່ອ​ເວົ້າ​ກັບ​ພວກ​ນັກໂທດ​ທີ່​ຢູ່​ໃນ​ຄຸກ​ວ່າ ‘ອອກ​ມາ​ໂລດ!’+

ແລະ​ເພື່ອ​ເວົ້າ​ກັບ​ຄົນ​ທີ່​ຢູ່​ບ່ອນ​ມືດ​ໆ​+​ວ່າ ‘ອອກ​ມາ​ໃຫ້​ຄົນອື່ນ​ເຫັນ​ແມ້!’

ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ແກະ​ທີ່​ກິນ​ຫຍ້າ​ຢູ່​ຕາມ​ຫົນ​ທາງ.

ຫົນ​ທາງ​ທີ່​ມີ​ຄົນ​ທຽວ​ໄປ​ທຽວ​ມາ*​ຈະ​ເປັນ​ຄື​ກັບ​ທົ່ງ​ຫຍ້າ​ສຳລັບ​ເຂົາເຈົ້າ.

10 ເຂົາເຈົ້າ​ຈະ​ບໍ່​ຫິວ​ເຂົ້າ​ບໍ່​ຫິວ​ນ້ຳ.+

ຄວາມ​ຮ້ອນ​ແລະ​ແສງ​ແດດ​ຈະ​ບໍ່​ໄໝ້​ເຂົາເຈົ້າ.+

ຍ້ອນ​ພະເຈົ້າ​ຜູ້​ທີ່​ອີ່ຕົນ​ເຂົາເຈົ້າ​ຈະ​ນຳ​ໜ້າ​ເຂົາເຈົ້າ+

ແລະ​ເພິ່ນ​ຈະ​ພາ​ເຂົາເຈົ້າ​ໄປ​ບ່ອນ​ທີ່​ມີ​ນ້ຳ​ອອກ​ບໍ່.+

11 ເຮົາ​ຈະ​ເຮັດ​ໃຫ້​ພູ​ທັງ​ໝົດ​ຂອງ​ເຮົາ​ເປັນ​ຫົນ​ທາງ.

ເຮົາ​ຈະ​ເຮັດ​ໃຫ້​ເສັ້ນ​ທາງ​ຫຼັກ​ຂອງ​ເຮົາ​ພຽງ​ແລະ​ຍົກ​ມັນ​ໃຫ້​ສູງ​ຂຶ້ນ.+

12 ເບິ່ງ​ແມ້! ມີ​ຄົນ​ກຳລັງ​ມາ​ຈາກ​ບ່ອນ​ທີ່​ໄກ​ໆ​.+

ບາງ​ຄົນ​ມາ​ຈາກ​ທິດເໜືອ ບາງ​ຄົນ​ມາ​ຈາກ​ທິດ​ຕາເວັນຕົກ

ແລະ​ຄົນອື່ນ​ໆ​ກໍ​ມາ​ຈາກ​ແຜ່ນດິນ​ສີນີມ.”+

13 ໃຫ້​ທ້ອງຟ້າ​ຮ້ອງ​ດ້ວຍ​ຄວາມ​ດີໃຈ ແລະ​ໃຫ້​ແຜ່ນດິນ​ເບີກບານ​ມ່ວນຊື່ນ.+

ໃຫ້​ພູ​ຕ່າງ​ໆ​ຮ້ອງ​ຢ່າງ​ມີ​ຄວາມ​ສຸກ.+

ຍ້ອນ​ພະ​ເຢໂຫວາ​ໄດ້​ປອບໂຍນ​ປະຊາຊົນ​ຂອງ​ເພິ່ນ​ແລ້ວ+

ແລະ​ເພິ່ນ​ໄດ້​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ທີ່​ທຸກຍາກ​ລຳບາກ​ຫຼາຍ.+

14 ແຕ່​ຊີໂອນ​ເວົ້າ​ຕະຫຼອດ​ວ່າ:

“ພະ​ເຢໂຫວາ​ປະຖິ້ມ​ຂ້ອຍ​ແລ້ວ.+ ພະ​ເຢໂຫວາ​ລືມ​ຂ້ອຍ​ແລ້ວ.”+

15 ແມ່​ຈະ​ລືມ​ລູກ​ທີ່​ຍັງ​ກິນ​ນົມ​ຢູ່​ບໍ

ແລະ​ຈະ​ບໍ່​ອີ່ຕົນ​ລູກ​ທີ່​ລາວ​ເກີດ​ອອກ​ມາ​ບໍ?

ເຖິງ​ວ່າ​ແມ່​ຈະ​ລືມ​ລູກ​ໄດ້ ແຕ່​ເຮົາ​ຈະ​ບໍ່​ມີ​ທາງ​ລືມ​ເຈົ້າ.+

16 ເບິ່ງ​ແມ້! ເຮົາ​ໄດ້​ຂຽນ​ຊື່​ຂອງ​ເຈົ້າ​ໄວ້​ຢູ່​ຝາມື​ຂອງ​ເຮົາ.

ກຳແພງ​ເມືອງ​ຂອງ​ເຈົ້າ​ຢູ່​ຕໍ່​ໜ້າ​ເຮົາ​ສະເໝີ.

17 ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໄດ້​ພາກັນ​ກັບ​ມາ​ໄວ​ໆ​

ແລະ​ຄົນ​ທີ່​ທຳລາຍ​ເຈົ້າ​ກໍ​ຈະ​ໜີ​ໄປ​ຈາກ​ເຈົ້າ.

18 ໃຫ້​ເງີຍ​ໜ້າ​ຂຶ້ນ​ແລະ​ແນມ​ເບິ່ງ​ອ້ອມ​ຂ້າງ​ເຈົ້າ​ແມ້.

ເຂົາເຈົ້າ​ທັງ​ໝົດ​ມາ​ລວມ​ກັນ​ແລ້ວ+

ແລະ​ກຳລັງ​ມາ​ຫາ​ເຈົ້າ.

ພະ​ເຢໂຫວາ​ບອກ​ວ່າ: “ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່

ເຈົ້າ​ຈະ​ເອົາ​ເຂົາເຈົ້າ​ມາ​ໃສ່​ເປັນ​ເຄື່ອງ​ປະດັບ

ແລະ​ເຈົ້າ​ຈະ​ໃສ່​ເຂົາເຈົ້າ​ຄື​ກັບ​ເຈົ້າ​ສາວ​ໃສ່​ສາຍ​ຄໍ.

19 ເຖິງ​ວ່າ​ບ່ອນ​ຢູ່​ຂອງ​ເຈົ້າ​ຖືກ​ທຳລາຍ​ແລະ​ຖືກ​ປະຖິ້ມ​ໄວ້​ໃຫ້​ຮ້າງ​ເປົ່າ ແລະ​ແຜ່ນດິນ​ຂອງ​ເຈົ້າ​ເຫຼືອ​ແຕ່​ຊາກ​ຫັກ​ພັງ+

ແຕ່​ຕອນ​ນີ້ ມັນ​ຈະ​ແຄບ​ໂພດ​ສຳລັບ​ຄົນ​ທີ່​ຢູ່​ຫັ້ນ+

ແລະ​ພວກ​ທີ່​ທຳລາຍ​ເຈົ້າ+​ກໍ​ຈະ​ຢູ່​ໄກ​ໆ​.+

20 ຫຼັງ​ຈາກ​ທີ່​ລູກ​ເຈົ້າ​ຕາຍ​ແລ້ວ ພວກ​ລູກ​ທີ່​ເກີດ​ມາ​ນຳ​ຫຼັງ​ຈະ​ເວົ້າ​ວ່າ

‘ບ່ອນ​ນີ້​ແຄບ​ໂພດ​ສຳລັບ​ພວກ​ລູກ.

ຈັດ​ບ່ອນ​ຢູ່​ກວ້າງ​ໆ​ໃຫ້​ພວກ​ລູກ​ແດ່.’+

21 ເຈົ້າ​ຈະ​ຄິດ​ໃນ​ໃຈ​ວ່າ

‘ເອົາ​ລູກ​ໃຜ​ມາ​ໃຫ້​ຂ້ອຍ?

ລູກ​ຂ້ອຍ​ກໍ​ຕາຍ​ແລ້ວ ແລະ​ຂ້ອຍ​ກໍ​ມີ​ລູກ​ບໍ່​ໄດ້​ອີກ​ແລ້ວ.

ຂ້ອຍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ແລະ​ກໍ​ເປັນ​ນັກໂທດ.

ໃຜ​ລ້ຽງ​ເດັກນ້ອຍ​ເຫຼົ່ານີ້?+

ຂ້ອຍ​ຖືກ​ຖິ້ມ​ໃຫ້​ຢູ່​ຜູ້​ດຽວ​ຕົ໋ວ.+

ຄັນຊັ້ນ ເດັກນ້ອຍ​ເຫຼົ່ານີ້​ມາ​ແຕ່​ໃສ?’”+

22 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ:

“ເຮົາ​ຈະ​ຍົກ​ມື​ຂຶ້ນ​ໃຫ້​ຊາດ​ຕ່າງ​ໆ​ເຫັນ

ແລະ​ຈະ​ຍົກທຸງ*​ໃຫ້​ເຂົາເຈົ້າ​ເຫັນ​ຄື​ກັນ.+

ເຂົາເຈົ້າ​ຈະ​ອູ້ມ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ມາ

ແລະ​ຈະ​ໃຫ້​ພວກ​ລູກສາວ​ຂອງ​ເຈົ້າ​ຂີ່​ຄໍ​ມາ.+

23 ພວກ​ກະສັດ​ຈະ​ຮັບໃຊ້​ເຈົ້າ+

ແລະ​ພວກ​ລູກສາວ​ຂອງ​ເຂົາເຈົ້າ​ຈະ​ເບິ່ງແຍງ​ເຈົ້າ.

ເຂົາເຈົ້າ​ຈະ​ໝູບ​ໜ້າ​ລົງ​ພື້ນ​ເພື່ອ​ສະແດງ​ຄວາມ​ນັບຖື​ເຈົ້າ+

ແລະ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ເຈົ້າ.*+

ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.

ຜູ້​ທີ່​ເພິ່ງ​ເຮົາ​ຈະ​ບໍ່​ອັບອາຍ.”+

24 ຄົນ​ທີ່​ຖືກ​ຄົນ​ມີ​ອຳນາດ​ຈັບ​ໄປ​ຈະ​ໜີ​ໄດ້​ບໍ?

ຫຼື​ຊະເລີຍ​ທີ່​ຖືກ​ຈັບ​ໂຕ​ໄປ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ບໍ?

25 ແຕ່​ພະ​ເຢໂຫວາ​ເວົ້າ​ວ່າ:

“ຜູ້​ທີ່​ຖືກ​ຄົນ​ມີ​ອຳນາດ​ຈັບ​ໄປ​ຈະ​ໜີ​ໄປ​ໄດ້+

ແລະ​ຜູ້​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກໍ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ.+

ເຮົາ​ຈະ​ຕໍ່ຕ້ານ​ຜູ້​ທີ່​ຕໍ່ຕ້ານ​ເຈົ້າ+

ແລະ​ເຮົາ​ຈະ​ຊ່ວຍ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໃຫ້​ລອດ.

26 ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ຂົ່ມເຫງ​ເຈົ້າ​ກິນ​ຊີ້ນ​ຂອງ​ໂຕເອງ.

ເຂົາເຈົ້າ​ຈະ​ເມົາ​ເລືອດ​ຂອງ​ໂຕເອງ​ຄື​ກັບ​ເມົາ​ເຫຼົ້າແວງ​ທີ່​ຫວານ​ໆ​.

ທຸກ​ຄົນ​ຈະ​ຕ້ອງ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+

ເຮົາ​ເປັນ​ຜູ້​ຊ່ວຍ​ເຈົ້າ​ໃຫ້​ລອດ+ ເປັນ​ຜູ້​ໄຖ່​ເຈົ້າ​ຄືນ​ມາ+

ແລະ​ເປັນ​ພະເຈົ້າ​ຜູ້​ມີ​ລິດເດດ​ຂອງ​ຢາໂຄບ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌