ຊາມູເອນສະບັບທີໜຶ່ງ
16 ຕໍ່ມາ ພະເຢໂຫວາເວົ້າກັບຊາມູເອນວ່າ: “ເຈົ້າຈະເສຍໃຈເລື່ອງຊາອູນອີກດົນປານໃດ?+ ຕອນນີ້ ເຮົາໄດ້ປົດລາວບໍ່ໃຫ້ເປັນກະສັດປົກຄອງອິດສະຣາເອນແລ້ວ.+ ເອົານ້ຳມັນໃສ່ເຂົາສັດຂອງເຈົ້າໃຫ້ເຕັມ+ ແລ້ວເຮົາຈະໃຫ້ເຈົ້າໄປຫາເຢຊີ+ຄົນເບັດເລເຮັມ ເພາະເຮົາໄດ້ເລືອກລູກຊາຍຜູ້ໜຶ່ງຂອງລາວໃຫ້ເປັນກະສັດ.”+ 2 ແຕ່ຊາມູເອນຖາມວ່າ: “ລູກຈະໄປໄດ້ຈັ່ງໃດ? ຖ້າຊາອູນຮູ້ເລື່ອງນີ້ ລາວຕ້ອງຂ້າລູກແທ້ໆ.”+ ພະເຢໂຫວາຕອບວ່າ: “ໃຫ້ເຈົ້າເອົາງົວນ້ອຍໄປນຳໂຕໜຶ່ງແລະເວົ້າວ່າ ‘ຂ້ອຍເອົາເຄື່ອງບູຊາມາເຜົາໃຫ້ພະເຢໂຫວາ.’ 3 ໃຫ້ເຈົ້າຊວນເຢຊີມາເຜົາເຄື່ອງບູຊານຳເຈົ້າ ແລ້ວເຮົາຈະບອກໃຫ້ເຈົ້າຮູ້ວ່າຕ້ອງເຮັດຫຍັງ. ເຈົ້າຕ້ອງແຕ່ງຕັ້ງຜູ້ທີ່ເຮົາເລືອກ.”+
4 ຊາມູເອນກໍເຮັດຕາມທີ່ພະເຢໂຫວາບອກແລະໄປເມືອງເບັດເລເຮັມ.+ ເມື່ອພວກຜູ້ນຳຂອງເມືອງເຫັນລາວກໍພາກັນຢ້ານຫຼາຍ ແລະຖາມລາວວ່າ: “ມີຫຍັງບໍ?” 5 ຊາມູເອນຕອບວ່າ: “ບໍ່ມີຫຍັງ. ຂ້ອຍມາເຜົາເຄື່ອງບູຊາໃຫ້ພະເຢໂຫວາ. ໃຫ້ພວກເຈົ້າເຮັດໃຫ້ໂຕເອງສະອາດ*ແລະມາເຜົາເຄື່ອງບູຊານຳຂ້ອຍ.” ຫຼັງຈາກທີ່ຊາມູເອນເຮັດໃຫ້ເຢຊີກັບພວກລູກຊາຍສະອາດແລ້ວ ລາວກໍຊວນເຂົາເຈົ້າມາເຜົາເຄື່ອງບູຊານຳກັນ. 6 ເມື່ອເຂົາເຈົ້າເຂົ້າມາ ຊາມູເອນກໍແນມເບິ່ງເອລີອາບ.+ ລາວເວົ້າວ່າ: “ຕ້ອງແມ່ນຜູ້ນີ້ແຫຼະທີ່ພະເຢໂຫວາຈະເລືອກ.” 7 ແຕ່ພະເຢໂຫວາບອກຊາມູເອນວ່າ: “ຢ່າເບິ່ງຮູບຮ່າງໜ້າຕາແລະຄວາມສູງຂອງລາວ.+ ເຮົາບໍ່ໄດ້ເລືອກລາວ ເພາະເຮົາບໍ່ໄດ້ເບິ່ງຄືກັບທີ່ມະນຸດເບິ່ງ. ມະນຸດເບິ່ງໜ້າຕາພາຍນອກ ແຕ່ພະເຢໂຫວາເບິ່ງຫົວໃຈ.”+ 8 ເຢຊີຈຶ່ງເອີ້ນອາບີນາດາບ+ໃຫ້ມາຫາຊາມູເອນ ແຕ່ຊາມູເອນບອກວ່າ: “ພະເຢໂຫວາກໍບໍ່ໄດ້ເລືອກຜູ້ນີ້ຄືກັນ.” 9 ເຢຊີຈຶ່ງໃຫ້ຊາມມາ+ເຂົ້າມາ ແຕ່ຊາມູເອນກໍບອກວ່າ: “ພະເຢໂຫວາກໍບໍ່ໄດ້ເລືອກຜູ້ນີ້ຄືກັນ.” 10 ເຢຊີໃຫ້ລູກຊາຍທັງ 7 ຄົນເຂົ້າມາຫາຊາມູເອນ ແຕ່ຊາມູເອນບອກເຢຊີວ່າ: “ພະເຢໂຫວາບໍ່ໄດ້ເລືອກເຂົາເຈົ້າ.”
11 ຊາມູເອນຖາມເຢຊີວ່າ: “ລູກຊາຍເຈົ້າມີແຕ່ເທົ່ານີ້ບໍ?” ເຢຊີຕອບວ່າ: “ຍັງເຫຼືອລູກຊາຍຫຼ້າ+ ລາວໄປລ້ຽງແກະ.”+ ຊາມູເອນຈຶ່ງບອກເຢຊີວ່າ: “ໃຫ້ຄົນໄປເອີ້ນລາວມາ ເພາະພວກເຮົາຈະບໍ່ກິນເຂົ້າຈົນກວ່າລາວຈະມາ.” 12 ເຢຊີຈຶ່ງໃຫ້ຄົນໄປເອີ້ນລູກຊາຍຫຼ້າມາ. ລາວເບິ່ງແຂງແຮງ ຕາງາມແລະຫຼໍ່ຫຼາຍ.+ ແລ້ວພະເຢໂຫວາກໍບອກຊາມູເອນວ່າ: “ເຮົາເລືອກຜູ້ນີ້ແຫຼະ!”+ 13 ຊາມູເອນຈຶ່ງເອົານ້ຳມັນທີ່ຢູ່ໃນເຂົາສັດ+ແຕ່ງຕັ້ງລາວຕໍ່ໜ້າພວກອ້າຍ. ນັບຕັ້ງແຕ່ມື້ນັ້ນ ດາວິດກໍໄດ້ຮັບພະລັງຂອງພະເຢໂຫວາ.+ ຫຼັງຈາກນັ້ນ ຊາມູເອນກໍກັບໄປເມືອງຣາມາ.+
14 ຕອນນີ້ ພະລັງຂອງພະເຢໂຫວາບໍ່ໄດ້ຢູ່ກັບຊາອູນ+ແລ້ວ ແລະພະເຢໂຫວາປ່ອຍໃຫ້ລາວກະວົນກະວາຍໃຈຈົນຊິເປັນບ້າ.+ 15 ພວກຄົນຮັບໃຊ້ເວົ້າກັບຊາອູນວ່າ: “ກະສັດກໍເຫັນແລ້ວວ່າພະເຈົ້າປ່ອຍໃຫ້ທ່ານກະວົນກະວາຍໃຈຈົນຊິເປັນບ້າ. 16 ດັ່ງນັ້ນ ຂໍໃຫ້ທ່ານສົ່ງຄົນຮັບໃຊ້ໄປຊອກຄົນດີດພິນເກັ່ງໆມາຜູ້ໜຶ່ງ+ ຍາມໃດທີ່ພະເຈົ້າປ່ອຍໃຫ້ທ່ານກະວົນກະວາຍໃຈກໍໃຫ້ລາວດີດພິນໃຫ້ຟັງ ແລ້ວທ່ານຈະຮູ້ສຶກດີຂຶ້ນ.” 17 ຊາອູນຈຶ່ງບອກພວກຄົນຮັບໃຊ້ວ່າ: “ໄປຊອກຄົນດີດພິນເກັ່ງໆມາໃຫ້ຂ້ອຍ.”
18 ຄົນຮັບໃຊ້ຜູ້ໜຶ່ງເວົ້າວ່າ: “ຂ້ອຍເຄີຍເຫັນລູກຊາຍຜູ້ໜຶ່ງຂອງເຢຊີຄົນເບັດເລເຮັມດີດພິນເກັ່ງຫຼາຍ ແລະເປັນທະຫານທີ່ກ້າຫານ.+ ລາວເປັນຄົນເວົ້າລ່ຽນໄຫຼ ຫຼໍ່+ແລະພະເຢໂຫວາກໍຢູ່ກັບລາວ.”+ 19 ຊາອູນຈຶ່ງໃຊ້ຄົນໄປບອກເຢຊີວ່າ: “ສົ່ງດາວິດລູກຊາຍຂອງເຈົ້າທີ່ເປັນຜູ້ລ້ຽງແກະມາຫາຂ້ອຍ.”+ 20 ເຢຊີຈຶ່ງສົ່ງດາວິດໄປຫາຊາອູນ. ເຢຊີເອົາເຂົ້າຈີ່ ຖົງໜັງທີ່ມີເຫຼົ້າແວງ ແລະແບ້ນ້ອຍໂຕໜຶ່ງໃສ່ຫຼັງລາ ແລ້ວໃຫ້ດາວິດເອົາໄປເປັນຂອງຂວັນໃຫ້ຊາອູນ. 21 ດາວິດກໍມາຫາຊາອູນແລະເລີ່ມເຮັດວຽກໃຫ້ລາວ.+ ຊາອູນຮັກດາວິດຫຼາຍແລະໃຫ້ລາວເປັນຜູ້ຖືອາວຸດໃຫ້. 22 ຊາອູນໃຊ້ຄົນໄປບອກເຢຊີວ່າ: “ຂໍໃຫ້ດາວິດເຮັດວຽກໃຫ້ຂ້ອຍຕໍ່ໄປ ເພາະລາວຖືກໃຈຂ້ອຍຫຼາຍ.” 23 ຍາມໃດທີ່ພະເຈົ້າປ່ອຍໃຫ້ຊາອູນກະວົນກະວາຍໃຈ ດາວິດຈະດີດພິນໃຫ້ລາວຟັງ ແລ້ວຊາອູນກໍຮູ້ສຶກຜ່ອນຄາຍແລະສະບາຍໃຈຂຶ້ນ ແລະບໍ່ກະວົນກະວາຍໃຈ.+