ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 16
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຊາມູເອນ​ເລືອກ​ດາວິດ​ໃຫ້​ເປັນ​ກະສັດ​ຄົນ​ຕໍ່​ໄປ (1-​13)

        • “ພະ​ເຢໂຫວາ​ເບິ່ງ​ຫົວໃຈ” (7)

      • ພະລັງ​ຂອງ​ພະເຈົ້າ​ບໍ່​ໄດ້​ຢູ່​ກັບ​ຊາອູນ (14-​17)

      • ດາວິດ​ເປັນ​ຄົນ​ດີດ​ພິນ​ໃຫ້​ຊາອູນ (18-​23)

1 ຊາມູເອນ 16:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 15:35
  • +1ຊມ 15:23, 26
  • +1ກສ 1:39
  • +ນຣ 4:17; 1ຂຄ 2:12
  • +ປຖກ 49:10; 1ຊມ 13:14; ພສ 78:70; ກຈກ 13:22

1 ຊາມູເອນ 16:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:17

1 ຊາມູເອນ 16:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 89:20

1 ຊາມູເອນ 16:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:11; 1ຊມ 20:6

1 ຊາມູເອນ 16:5

ໄຂເງື່ອນ

  • *

    ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

1 ຊາມູເອນ 16:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:28; 1ຂຄ 2:13

1 ຊາມູເອນ 16:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:21, 23
  • +1ກສ 8:39; 1ຂຄ 28:9; ພສ 7:9; ສພສ 24:12; ຢຣມ 17:10; ກຈກ 1:24

1 ຊາມູເອນ 16:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:13; 1ຂຄ 2:13

1 ຊາມູເອນ 16:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 13:3

1 ຊາມູເອນ 16:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:14
  • +2ຊມ 7:8; ພສ 78:70

1 ຊາມູເອນ 16:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:42
  • +1ຊມ 13:14; ພສ 89:20; ກຈກ 13:22

1 ຊາມູເອນ 16:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:1; 1ກສ 1:39
  • +ຈຊບ 11:17; ຜຕສ 3:9, 10; 1ຊມ 10:6; 2ຊມ 23:2
  • +1ຊມ 1:1, 19

1 ຊາມູເອນ 16:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:12; 28:15
  • +1ຊມ 18:10; 19:9

1 ຊາມູເອນ 16:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 22:29

1 ຊາມູເອນ 16:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:32, 36, 45, 46
  • +1ຊມ 16:12
  • +1ຊມ 18:12

1 ຊາມູເອນ 16:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:15

1 ຊາມູເອນ 16:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 22:29

1 ຊາມູເອນ 16:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:14; 18:10; 19:9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 16:11ຊມ 15:35
1ຊມ. 16:11ຊມ 15:23, 26
1ຊມ. 16:11ກສ 1:39
1ຊມ. 16:1ນຣ 4:17; 1ຂຄ 2:12
1ຊມ. 16:1ປຖກ 49:10; 1ຊມ 13:14; ພສ 78:70; ກຈກ 13:22
1ຊມ. 16:21ຊມ 22:17
1ຊມ. 16:3ພສ 89:20
1ຊມ. 16:4ນຣ 4:11; 1ຊມ 20:6
1ຊມ. 16:61ຊມ 17:28; 1ຂຄ 2:13
1ຊມ. 16:71ຊມ 10:21, 23
1ຊມ. 16:71ກສ 8:39; 1ຂຄ 28:9; ພສ 7:9; ສພສ 24:12; ຢຣມ 17:10; ກຈກ 1:24
1ຊມ. 16:81ຊມ 17:13; 1ຂຄ 2:13
1ຊມ. 16:92ຊມ 13:3
1ຊມ. 16:111ຊມ 17:14
1ຊມ. 16:112ຊມ 7:8; ພສ 78:70
1ຊມ. 16:121ຊມ 17:42
1ຊມ. 16:121ຊມ 13:14; ພສ 89:20; ກຈກ 13:22
1ຊມ. 16:131ຊມ 16:1; 1ກສ 1:39
1ຊມ. 16:13ຈຊບ 11:17; ຜຕສ 3:9, 10; 1ຊມ 10:6; 2ຊມ 23:2
1ຊມ. 16:131ຊມ 1:1, 19
1ຊມ. 16:141ຊມ 18:12; 28:15
1ຊມ. 16:141ຊມ 18:10; 19:9
1ຊມ. 16:16ສພສ 22:29
1ຊມ. 16:181ຊມ 17:32, 36, 45, 46
1ຊມ. 16:181ຊມ 16:12
1ຊມ. 16:181ຊມ 18:12
1ຊມ. 16:191ຊມ 17:15
1ຊມ. 16:21ສພສ 22:29
1ຊມ. 16:231ຊມ 16:14; 18:10; 19:9
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 16:1-23

ຊາມູເອນ​ສະບັບ​ທີ​ໜຶ່ງ

16 ຕໍ່ມາ ພະ​ເຢໂຫວາ​ເວົ້າ​ກັບ​ຊາມູເອນ​ວ່າ: “ເຈົ້າ​ຈະ​ເສຍໃຈເລື່ອງ​ຊາອູນ​ອີກ​ດົນ​ປານ​ໃດ?+ ຕອນ​ນີ້ ເຮົາ​ໄດ້​ປົດ​ລາວ​ບໍ່​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ແລ້ວ.+ ເອົາ​ນ້ຳມັນ​ໃສ່​ເຂົາ​ສັດ​ຂອງ​ເຈົ້າ​ໃຫ້​ເຕັມ+ ແລ້ວ​ເຮົາ​ຈະ​ໃຫ້​ເຈົ້າ​ໄປ​ຫາ​ເຢຊີ+ຄົນ​ເບັດເລເຮັມ ເພາະ​ເຮົາ​ໄດ້​ເລືອກ​ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ລາວ​ໃຫ້​ເປັນກະສັດ.”+ 2 ແຕ່​ຊາມູເອນ​ຖາມ​ວ່າ: “ລູກ​ຈະ​ໄປ​ໄດ້​ຈັ່ງ​ໃດ? ຖ້າ​ຊາອູນ​ຮູ້​ເລື່ອງ​ນີ້ ລາວ​ຕ້ອງ​ຂ້າ​ລູກ​ແທ້​ໆ​.”+ ພະ​ເຢໂຫວາ​ຕອບ​ວ່າ: “ໃຫ້​ເຈົ້າ​ເອົາ​ງົວ​ນ້ອຍ​ໄປ​ນຳ​ໂຕ​ໜຶ່ງ​ແລະ​ເວົ້າ​ວ່າ ‘ຂ້ອຍ​ເອົາ​ເຄື່ອງ​ບູຊາ​ມາ​ເຜົາ​ໃຫ້​ພະ​ເຢໂຫວາ.’ 3 ໃຫ້​ເຈົ້າ​ຊວນ​ເຢຊີ​ມາ​ເຜົາ​ເຄື່ອງ​ບູຊາ​ນຳ​ເຈົ້າ ແລ້ວ​ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ວ່າ​ຕ້ອງ​ເຮັດ​ຫຍັງ. ເຈົ້າ​ຕ້ອງ​ແຕ່ງຕັ້ງ​ຜູ້​ທີ່​ເຮົາ​ເລືອກ.”+

4 ຊາມູເອນ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ແລະ​ໄປ​ເມືອງ​ເບັດເລເຮັມ.+ ເມື່ອ​ພວກ​ຜູ້​ນຳ​ຂອງ​ເມືອງ​ເຫັນ​ລາວ​ກໍ​ພາກັນ​ຢ້ານ​ຫຼາຍ ແລະ​ຖາມ​ລາວ​ວ່າ: “ມີ​ຫຍັງບໍ?” 5 ຊາມູເອນ​ຕອບ​ວ່າ: “ບໍ່​ມີ​ຫຍັງ. ຂ້ອຍ​ມາ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. ໃຫ້​ພວກ​ເຈົ້າ​ເຮັດ​ໃຫ້​ໂຕ​ເອງສະອາດ*ແລະ​ມາ​ເຜົາ​ເຄື່ອງ​ບູຊາ​ນຳ​ຂ້ອຍ.” ຫຼັງ​ຈາກ​ທີ່​ຊາມູເອນ​ເຮັດໃຫ້ເຢຊີ​ກັບ​ພວກ​ລູກ​ຊາຍ​ສະອາດ​ແລ້ວ ລາວ​ກໍ​ຊວນ​ເຂົາ​ເຈົ້າ​ມາ​ເຜົາ​ເຄື່ອງ​ບູຊາ​ນຳ​ກັນ. 6 ເມື່ອ​ເຂົາ​ເຈົ້າ​ເຂົ້າ​ມາ ຊາມູເອນ​ກໍ​ແນມເບິ່ງເອລີອາບ.+ ລາວ​ເວົ້າ​ວ່າ: “ຕ້ອງ​ແມ່ນ​ຜູ້​ນີ້​ແຫຼະ​ທີ່​ພະ​ເຢໂຫວາ​ຈະ​ເລືອກ.” 7 ແຕ່​ພະ​ເຢໂຫວາ​ບອກ​ຊາມູເອນ​ວ່າ: “ຢ່າ​ເບິ່ງ​ຮູບ​ຮ່າງ​ໜ້າ​ຕາ​ແລະ​ຄວາມສູງຂອງ​ລາວ.+ ເຮົາ​ບໍ່​ໄດ້​ເລືອກ​ລາວ ເພາະເຮົາບໍ່​ໄດ້​ເບິ່ງ​ຄື​ກັບ​ທີ່​ມະນຸດ​ເບິ່ງ. ມະນຸດ​ເບິ່ງ​ໜ້າ​ຕາ​ພາຍ​ນອກ ແຕ່​ພະ​ເຢໂຫວາເບິ່ງ​ຫົວໃຈ.”+ 8 ເຢຊີ​ຈຶ່ງ​ເອີ້ນ​ອາບີນາດາບ+ໃຫ້​ມາ​ຫາ​ຊາມູເອນ ແຕ່​ຊາມູເອນ​ບອກ​ວ່າ: “ພະ​ເຢໂຫວາ​ກໍ​ບໍ່​ໄດ້​ເລືອກ​ຜູ້​ນີ້​ຄື​ກັນ.” 9 ເຢຊີ​ຈຶ່ງ​ໃຫ້​ຊາມມາ+ເຂົ້າ​ມາ ແຕ່​ຊາມູເອນ​ກໍ​ບອກ​ວ່າ: “ພະ​ເຢໂຫວາ​ກໍ​ບໍ່​ໄດ້​ເລືອກ​ຜູ້​ນີ້​ຄື​ກັນ.” 10 ເຢຊີ​ໃຫ້​ລູກ​ຊາຍ​ທັງ 7 ຄົນ​ເຂົ້າ​ມາ​ຫາ​ຊາມູເອນ ແຕ່​ຊາມູເອນ​ບອກ​ເຢຊີ​ວ່າ: “ພະ​ເຢໂຫວາ​ບໍ່​ໄດ້​ເລືອກ​ເຂົາ​ເຈົ້າ.”

11 ຊາມູເອນ​ຖາມ​ເຢຊີ​ວ່າ: “ລູກຊາຍເຈົ້າ​ມີ​ແຕ່​ເທົ່ານີ້​ບໍ?” ເຢຊີ​ຕອບ​ວ່າ: “ຍັງ​ເຫຼືອ​ລູກ​ຊາຍ​ຫຼ້າ+ ລາວ​ໄປ​ລ້ຽງ​ແກະ.”+ ຊາມູເອນ​ຈຶ່ງ​ບອກ​ເຢຊີ​ວ່າ: “ໃຫ້​ຄົນ​ໄປ​ເອີ້ນ​ລາວ​ມາ ເພາະ​ພວກ​ເຮົາ​ຈະ​ບໍ່​ກິນ​ເຂົ້າ​ຈົນ​ກວ່າ​ລາວ​ຈະ​ມາ.” 12 ເຢຊີ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ລູກ​ຊາຍ​ຫຼ້າ​ມາ. ລາວເບິ່ງແຂງແຮງ ຕາ​ງາມ​ແລະ​ຫຼໍ່​ຫຼາຍ.+ ແລ້ວ​ພະ​ເຢໂຫວາ​ກໍ​ບອກ​ຊາມູເອນ​ວ່າ: “ເຮົາ​ເລືອກ​ຜູ້ນີ້ແຫຼະ!”+ 13 ຊາມູເອນ​ຈຶ່ງ​ເອົາ​ນ້ຳມັນ​ທີ່​ຢູ່​ໃນ​ເຂົາ​ສັດ+ແຕ່ງຕັ້ງ​ລາວ​ຕໍ່​ໜ້າ​ພວກ​ອ້າຍ. ນັບ​ຕັ້ງ​ແຕ່​ມື້​ນັ້ນ ດາວິດ​ກໍ​ໄດ້​ຮັບ​ພະລັງ​ຂອງ​ພະ​ເຢໂຫວາ.+ ຫຼັງ​ຈາກ​ນັ້ນ ຊາມູເອນ​ກໍ​ກັບ​ໄປ​ເມືອງ​ຣາມາ.+

14 ຕອນ​ນີ້ ພະລັງ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້ຢູ່ກັບ​ຊາອູນ+ແລ້ວ ແລະພະ​ເຢໂຫວາປ່ອຍໃຫ້​ລາວ​ກະວົນກະວາຍ​ໃຈ​ຈົນ​ຊິ​ເປັນ​ບ້າ.+ 15 ພວກ​ຄົນ​ຮັບ​ໃຊ້​ເວົ້າ​ກັບ​ຊາອູນ​ວ່າ: “ກະສັດ​ກໍ​ເຫັນ​ແລ້ວ​ວ່າ​ພະເຈົ້າ​ປ່ອຍ​ໃຫ້​ທ່ານ​ກະວົນກະວາຍ​ໃຈ​ຈົນ​ຊິ​ເປັນ​ບ້າ. 16 ດັ່ງນັ້ນ ຂໍ​ໃຫ້​ທ່ານ​ສົ່ງ​ຄົນ​ຮັບ​ໃຊ້​ໄປ​ຊອກ​ຄົນ​ດີດ​ພິນ​ເກັ່ງ​ໆ​ມາ​ຜູ້​ໜຶ່ງ+ ຍາມ​ໃດ​ທີ່​ພະເຈົ້າ​ປ່ອຍ​ໃຫ້​ທ່ານ​ກະວົນກະວາຍ​ໃຈກໍ​ໃຫ້​ລາວ​ດີດ​ພິນ​ໃຫ້​ຟັງ ແລ້ວ​ທ່ານ​ຈະ​ຮູ້ສຶກ​ດີ​ຂຶ້ນ.” 17 ຊາອູນ​ຈຶ່ງ​ບອກ​ພວກ​ຄົນ​ຮັບ​ໃຊ້​ວ່າ: “ໄປ​ຊອກ​ຄົນ​ດີດ​ພິນ​ເກັ່ງ​ໆ​ມາ​ໃຫ້​ຂ້ອຍ.”

18 ຄົນ​ຮັບ​ໃຊ້​ຜູ້​ໜຶ່ງ​ເວົ້າ​ວ່າ: “ຂ້ອຍ​ເຄີຍ​ເຫັນ​ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ເຢຊີ​ຄົນ​ເບັດເລເຮັມ​ດີດ​ພິນ​ເກັ່ງ​ຫຼາຍ ແລະ​ເປັນ​ທະຫານ​ທີ່​ກ້າຫານ.+ ລາວ​ເປັນ​ຄົນ​ເວົ້າ​ລ່ຽນ​ໄຫຼ ຫຼໍ່+ແລະ​ພະ​ເຢໂຫວາ​ກໍ​ຢູ່​ກັບ​ລາວ.”+ 19 ຊາອູນ​ຈຶ່ງ​ໃຊ້ຄົນໄປ​ບອກ​ເຢຊີ​ວ່າ: “ສົ່ງ​ດາວິດ​ລູກ​ຊາຍ​ຂອງ​ເຈົ້າ​ທີ່​ເປັນ​ຜູ້​ລ້ຽງ​ແກະ​ມາ​ຫາ​ຂ້ອຍ.”+ 20 ເຢຊີ​ຈຶ່ງ​ສົ່ງ​ດາວິດ​ໄປ​ຫາ​ຊາອູນ. ເຢຊີ​ເອົາ​ເຂົ້າຈີ່ ຖົງໜັງ​ທີ່​ມີ​ເຫຼົ້າແວງ ແລະ​ແບ້​ນ້ອຍ​ໂຕ​ໜຶ່ງ​ໃສ່ຫຼັງ​ລາ ແລ້ວ​ໃຫ້​ດາວິດ​ເອົາ​ໄປ​ເປັນ​ຂອງຂວັນ​ໃຫ້​ຊາອູນ. 21 ດາວິດ​ກໍ​ມາ​ຫາ​ຊາອູນ​ແລະ​ເລີ່ມ​ເຮັດ​ວຽກ​ໃຫ້​ລາວ.+ ຊາອູນ​ຮັກ​ດາວິດ​ຫຼາຍ​ແລະ​ໃຫ້​ລາວ​ເປັນ​ຜູ້​ຖື​ອາວຸດ​ໃຫ້. 22 ຊາອູນ​ໃຊ້​ຄົນ​ໄປ​ບອກ​ເຢຊີ​ວ່າ: “ຂໍ​ໃຫ້​ດາວິດ​ເຮັດ​ວຽກ​ໃຫ້​ຂ້ອຍ​ຕໍ່​ໄປ ເພາະ​ລາວ​ຖືກ​ໃຈ​ຂ້ອຍ​ຫຼາຍ.” 23 ຍາມ​ໃດ​ທີ່​ພະເຈົ້າ​ປ່ອຍ​ໃຫ້​ຊາອູນ​ກະວົນກະວາຍ​ໃຈ ດາວິດ​ຈະ​ດີດ​ພິນ​ໃຫ້​ລາວ​ຟັງ ແລ້ວ​ຊາອູນ​ກໍ​ຮູ້ສຶກ​ຜ່ອນຄາຍ​ແລະ​ສະບາຍ​ໃຈ​ຂຶ້ນ ແລະ​ບໍ່​ກະວົນກະວາຍ​ໃຈ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌