ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 25
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ປະຊາຊົນ​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ທີ່​ດີໆຫຼາຍ​ຢ່າງ (1-​12)

        • ງານ​ລ້ຽງ​ຂອງ​ພະ​ເຢໂຫວາ​ມີ​ເຫຼົ້າແວງ​ທີ່​ດີ​ທີ່​ສຸດ (6)

        • ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່ໄປ (8)

ເອຊາຢາ 25:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 40:5; 98:1; 107:8; 145:1, 4
  • +ພສ 33:11
  • +ພບຍ 32:4; ນຮຢ 9:33

ເອຊາຢາ 25:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 46:10; 66:3; ອຊກ 38:23

ເອຊາຢາ 25:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 46:1; ນຮ 1:7; ຊຟຢ 3:12
  • +ພສ 91:1; 121:5-7; ອຊຢ 49:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2019, ໜ້າ 7

ເອຊາຢາ 25:6

ໄຂເງື່ອນ

  • *

    ຫຼື “ຂອງກິນ​ທີ່​ດີ​ທີ່​ສຸດ​ເຊິ່ງ​ມີ​ແຕ່​ນ້ຳມັນ​ໃນ​ກະດູກ”

  • *

    ຫຼື “ເຫຼົ້າແວງ​ທີ່​ເອົາ​ໄວ້​ດົນ​ຈົນ​ຕົກ​ຕະກອນ​ແລ້ວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 11:9; 65:25
  • +ພສ 72:16; 85:11, 12; ຢຣມ 31:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    1/2017, ໜ້າ 2

ເອຊາຢາ 25:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ກືນ”

ເອຊາຢາ 25:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 13:14; 1ກຣ 15:54; 2ຕມ 1:10; ພນມ 20:14
  • +ອຊຢ 35:10; ພນມ 7:17; 21:4

ເອຊາຢາ 25:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 25:1
  • +ພສ 37:34; 146:5
  • +ມກ 7:7
  • +ພສ 20:5; ຊຟຢ 3:14, 15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 15

ເອຊາຢາ 25:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 132:13, 14; ອຊຢ 12:6
  • +ອຊຢ 15:1; ຊຟຢ 2:9

ເອຊາຢາ 25:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 48:29; ຢກບ 4:6

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 25:1ພສ 40:5; 98:1; 107:8; 145:1, 4
ອຊຢ. 25:1ພສ 33:11
ອຊຢ. 25:1ພບຍ 32:4; ນຮຢ 9:33
ອຊຢ. 25:3ພສ 46:10; 66:3; ອຊກ 38:23
ອຊຢ. 25:4ພສ 46:1; ນຮ 1:7; ຊຟຢ 3:12
ອຊຢ. 25:4ພສ 91:1; 121:5-7; ອຊຢ 49:10
ອຊຢ. 25:6ອຊຢ 11:9; 65:25
ອຊຢ. 25:6ພສ 72:16; 85:11, 12; ຢຣມ 31:12
ອຊຢ. 25:8ຮຊອ 13:14; 1ກຣ 15:54; 2ຕມ 1:10; ພນມ 20:14
ອຊຢ. 25:8ອຊຢ 35:10; ພນມ 7:17; 21:4
ອຊຢ. 25:9ອຊຢ 25:1
ອຊຢ. 25:9ພສ 37:34; 146:5
ອຊຢ. 25:9ມກ 7:7
ອຊຢ. 25:9ພສ 20:5; ຊຟຢ 3:14, 15
ອຊຢ. 25:10ພສ 132:13, 14; ອຊຢ 12:6
ອຊຢ. 25:10ອຊຢ 15:1; ຊຟຢ 2:9
ອຊຢ. 25:11ຢຣມ 48:29; ຢກບ 4:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 25:1-12

ເອຊາຢາ

25 ພະ​ເຢໂຫວາ ພະອົງ​ເປັນ​ພະເຈົ້າ​ຂອງ​ລູກ.

ລູກ​ຂໍ​ຍົກຍ້ອງ​ແລະ​ສັນລະເສີນ​ຊື່​ຂອງ​ພະອົງ

ຍ້ອນ​ພະອົງ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ງຶດ​ຫຼາຍ​ຢ່າງ.+

ພະອົງ​ຕັ້ງໃຈ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຕັ້ງ​ແຕ່​ດົນ​ແລ້ວ.+

ພະອົງ​ເຮັດ​ຕາມ​ທີ່​ເວົ້າ​ໄວ້​ແລະ​ເຮັດ​ໃຫ້​ເຫັນ​ວ່າ​ພະອົງ​ໄວ້ໃຈ​ໄດ້.+

 2 ພະອົງ​ເຮັດ​ໃຫ້​ເມືອງ​ໜຶ່ງ​ກາຍ​ເປັນ​ກອງ​ຫີນ

ແລະ​ເຮັດ​ໃຫ້​ເມືອງ​ທີ່​ມີ​ກຳແພງ​ອ້ອມ​ກາຍ​ເປັນ​ຊາກ​ຫັກ​ພັງ.

ພະອົງ​ເຮັດ​ໃຫ້​ປ້ອມ​ທີ່​ເປັນ​ບ່ອນ​ຢູ່​ຂອງ​ຄົນ​ຕ່າງ​ຊາດ​ບໍ່​ມີ​ອີກ​ຕໍ່ໄປ

ແລະ​ເມືອງ​ນັ້ນ​ຈະ​ບໍ່​ຖືກ​ສ້າງ​ຂຶ້ນ​ມາ​ອີກ​ເລີຍ.

 3 ຍ້ອນ​ແນວ​ນີ້ ຊາດ​ໜຶ່ງ​ທີ່​ເຂັ້ມແຂງ​ຈະ​ສັນລະເສີນ​ພະອົງ

ແລະ​ເມືອງ​ຂອງ​ຊາດ​ຕ່າງ​ໆ​ທີ່​ມັກ​ກົດຂີ່​ຈະ​ຢ້ານ​ພະອົງ.+

 4 ພະອົງ​ເປັນ​ປ້ອມ​ໃຫ້​ຄົນ​ທີ່​ຕ່ຳຕ້ອຍ

ແລະ​ເປັນ​ປ້ອມ​ໃຫ້​ຄົນ​ທີ່​ທຸກໃຈ.+

ພະອົງ​ເປັນ​ບ່ອນ​ປົກປ້ອງ​ຈາກ​ພາຍຸ​ຝົນ

ແລະ​ເປັນ​ຮົ່ມ​ບັງ​ແສງ​ແດດ​ທີ່​ຮ້ອນ​ໆ​.+

ເມື່ອ​ການ​ຕໍ່ຕ້ານ​ຂອງ​ສັດຕູ​ເປັນ​ຄື​ກັບ​ພາຍຸ​ຝົນ​ທີ່​ຊັດ​ໃສ່​ກຳແພງ

 5 ແລະ​ເປັນ​ຄື​ກັບ​ແດດ​ຮ້ອນ​ໆ​ທີ່​ຢູ່​ບ່ອນ​ກັນດານ

ພະອົງ​ກໍ​ເຮັດ​ໃຫ້​ເຂົາເຈົ້າ​ເຊົາ​ຕໍ່ຕ້ານ.

ພະອົງ​ເຮັດ​ໃຫ້​ພວກ​ສັດຕູ​ມິດ​ຢູ່

ຄື​ກັບ​ຂີ້ເຝື້ອ​ບັງ​ແດດ​ທີ່​ຮ້ອນ​ໆ​ໄວ້.

 6 ຢູ່​ພູ​ໜ່ວຍ​ນີ້+ ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ

ຈະ​ຈັດ​ງານ​ລ້ຽງ​ໃຫຍ່​ສຳລັບ​ຄົນ​ທຸກ​ຊາດ.+

ຢູ່​ງານ​ລ້ຽງ​ນີ້​ຈະ​ມີ​ຂອງກິນ​ທີ່​ດີ​ທີ່ສຸດ​ເຊິ່ງ​ມີ​ແຕ່​ຊີ້ນ​ດີ​ໆ​*

ມີ​ເຫຼົ້າແວງ​ທີ່​ດີ​ທີ່​ສຸດ

ແລະ​ເຫຼົ້າແວງ​ທີ່​ຕອງ​ດີ​ແລ້ວ.*

 7 ຢູ່​ພູ​ໜ່ວຍ​ນີ້ ເພິ່ນ​ຈະ​ທຳລາຍ*​ຜ້າ​ທີ່​ປົກ​ທຸກ​ຄົນ​ໄວ້

ແລະ​ເພິ່ນ​ກໍ​ຈະ​ທຳລາຍ​ຜ້າ​ທີ່​ຕ່ຳ​ເອົາ​ທີ່​ປົກ​ທຸກ​ຊາດ​ໄວ້​ຄື​ກັນ.

 8 ເພິ່ນ​ຈະ​ທຳລາຍ​ຄວາມ​ຕາຍ​ໃຫ້​ດັບສູນ​ຕະຫຼອດ​ໄປ.+

ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ເຊັດ​ນ້ຳຕາ​ໃຫ້​ທຸກ​ຄົນ.+

ເພິ່ນ​ຈະ​ກຳຈັດ​ຄຳ​ຕຳໜິ​ທີ່​ເວົ້າ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້.

ພະ​ເຢໂຫວາ​ເວົ້າ​ຈັ່ງ​ຊີ້.

 9 ໃນ​ມື້​ນັ້ນ ເຂົາເຈົ້າ​ຈະ​ເວົ້າ​ວ່າ:

“ນີ້​ແມ່ນ​ພະເຈົ້າ​ຂອງ​ພວກ​ເຮົາ.+

ພວກ​ເຮົາ​ໄວ້​ວາງໃຈ​ເພິ່ນ+

ແລະ​ເພິ່ນ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ.+

ນີ້​ແມ່ນ​ພະ​ເຢໂຫວາ.

ພວກ​ເຮົາ​ໄວ້​ວາງໃຈ​ເພິ່ນ.

ໃຫ້​ພວກ​ເຮົາ​ດີໃຈ​ແລະ​ມີ​ຄວາມສຸກ​ຍ້ອນ​ເພິ່ນ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ.”+

10 ພະ​ເຢໂຫວາ​ຈະ​ໃຊ້​ມື​ຂອງ​ເພິ່ນ​ປົກປ້ອງ​ພູ​ທີ່​ບໍລິສຸດ​ນີ້.+

ໂມອາບ​ຈະ​ຖືກ​ຢຽບ​ຈົນ​ແປ​ໃນ​ແຜ່ນ​ດິນ​ຂອງ​ໂຕເອງ+

ຄື​ກັບ​ເຟືອງ​ທີ່​ຖືກ​ຢຽບ​ຢູ່​ກອງ​ຂີ້​ສັດ.

11 ເພິ່ນ​ຈະ​ເດ່​ມື​ອອກ​ຟາດ​ໂມອາບ

ຄື​ກັບ​ຄົນ​ລອຍ​ນ້ຳ​ເດ່​ມື​ອອກ​ຟາດ​ນ້ຳ​ຕອນ​ທີ່​ລອຍ​ຢູ່

ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ໂມອາບ​ເຊົາ​ຍິ່ງ​ຈອງຫອງ+

ໂດຍ​ໃຊ້​ມື​ຟາດ​ເຂົາເຈົ້າ.

12 ເພິ່ນ​ຈະ​ທຳລາຍ

ເມືອງ​ທີ່​ມີ​ກຳແພງ​ສູງ​ໆ​ອ້ອມ​ໄວ້​ປ້ອງກັນ

ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ກຳແພງ​ນັ້ນ​ມຸ່ນ​ຢູ່​ພື້ນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌