ໂຢບ
2 ຕໍ່ມາ ພວກລູກຂອງພະເຈົ້າທ່ຽງແທ້*+ໄດ້ມາຢູ່ຕໍ່ໜ້າພະເຢໂຫວາ. ເຂົາເຈົ້າຢູ່ປະຈຳບ່ອນຂອງໂຕເອງ+ ແລະຊາຕານກໍໄດ້ເຂົ້າມາຢູ່ບ່ອນຂອງມັນຕໍ່ໜ້າພະເຢໂຫວາຄືກັນ.+
2 ພະເຢໂຫວາຖາມຊາຕານວ່າ: “ເຈົ້າໄປໃສມາ?” ຊາຕານກໍຕອບພະເຢໂຫວາວ່າ: “ໄປເລາະຫຼິ້ນຢູ່ໂລກມາ.”+ 3 ພະເຢໂຫວາເວົ້າກັບຊາຕານອີກວ່າ: “ເຈົ້າໄດ້ສັງເກດເບິ່ງໂຢບຜູ້ຮັບໃຊ້ຂອງເຮົາບໍ? ຢູ່ໃນໂລກບໍ່ມີໃຜຄືກັບລາວ. ລາວເຮັດສິ່ງທີ່ຖືກຕ້ອງແລະສັດຊື່ໃນທຸກເລື່ອງ.*+ ລາວຢ້ານຢຳພະເຈົ້າແລະບໍ່ເຮັດສິ່ງຊົ່ວ. ເຖິງວ່າເຈົ້າຊິພະຍາຍາມໃຫ້ເຮົາທຳຮ້າຍລາວ+ແບບບໍ່ມີເຫດຜົນ ລາວກໍຍັງສັດຊື່ຕໍ່ເຮົາສະເໝີ.”+ 4 ຊາຕານຕອບພະເຢໂຫວາວ່າ: “ມະນຸດສົນໃຈແຕ່ໂຕເອງ* ຄົນໆໜຶ່ງຈະຍອມເສຍທຸກສິ່ງທຸກຢ່າງເພື່ອແລກກັບຊີວິດຂອງໂຕເອງ. 5 ເທື່ອນີ້ ຖ້າພະອົງທຳຮ້າຍໂຕລາວ ລາວກໍຈະສາບແຊ່ງພະອົງໂລດ.”+
6 ແລ້ວພະເຢໂຫວາກໍເວົ້າກັບຊາຕານວ່າ: “ເຮົາອະນຸຍາດໃຫ້ເຈົ້າເຮັດຫຍັງກັບລາວກໍໄດ້* ແຕ່ຢ່າໃຫ້ເຖິງຕາຍເດັດຂາດ!” 7 ຊາຕານກໍໄປຈາກພະເຢໂຫວາ ແລ້ວເຮັດໃຫ້ໂຢບເປັນຝີ*ເຕັມໂຕ+ຕັ້ງແຕ່ຫົວຮອດຕີນ. 8 ໂຢບໄດ້ເອົາປ່ຽງໝໍ້ແຕກມາຂູດຕາມຕົນໂຕແລະນັ່ງຢູ່ເທິງຂີ້ເທົ່າ.+
9 ແລ້ວເມຍຂອງໂຢບກໍເວົ້າກັບລາວວ່າ: “ອ້າຍເອີ້ຍ ເຈົ້າຍັງຊິສັດຊື່ຕໍ່ພະເຈົ້າຕໍ່ໄປອີກບໍ? ເປັນຫຍັງເຈົ້າບໍ່ສາບແຊ່ງພະເຈົ້າແລ້ວກໍຕາຍໂລດ?” 10 ແຕ່ໂຢບຕອບເມຍວ່າ: “ນ້ອງເວົ້າຄືຄົນບໍ່ຮູ້ຈັກຄິດເນາະ. ເຮົາຊິເອົາແຕ່ແນວດີໆຈາກພະເຈົ້າທ່ຽງແທ້ ແລ້ວແນວບໍ່ດີເຮົາຊິບໍ່ເອົາຊັ້ນບໍ?”+ ເຖິງວ່າໂຢບຈະເຈິເລື່ອງທັງໝົດນີ້ ແຕ່ລາວກໍບໍ່ໄດ້ເວົ້າແນວບໍ່ດີອອກມາ.*+
11 ເມື່ອໝູ່ທັງສາມຄົນຂອງໂຢບໄດ້ຍິນວ່າລາວທຸກລຳບາກຫຼາຍ ແຕ່ລະຄົນກໍອອກຈາກເຮືອນຂອງໂຕເອງມາຫາລາວ. ໝູ່ສາມຄົນນັ້ນແມ່ນເອລີຟັດ+ຄົນເຕມານ ບິນດັດ+ຄົນຊູອາ+ ແລະໂຊບຟາ+ຄົນນາອາມາ. ເຂົາເຈົ້ານັດກັນໄປຫາໂຢບເພື່ອສະແດງຄວາມເປັນຫ່ວງແລະປອບໃຈລາວ. 12 ເມື່ອເຫັນໂຢບຕັ້ງແຕ່ໄກ ເຂົາເຈົ້າກໍບໍ່ໄດ້ຄິດວ່າແມ່ນໂຢບ. ເມື່ອຮູ້ວ່າຜູ້ນັ້ນແມ່ນໂຢບ ເຂົາເຈົ້າກໍຮ້ອງໄຫ້ສຽງດັງ ຈີກເສື້ອຂອງໂຕເອງ ແລະເອົາຂີ້ດິນໂຮຍໃສ່ຫົວ.+ 13 ແລ້ວເຂົາເຈົ້າກໍນັ່ງຢູ່ພື້ນກັບລາວ 7 ມື້ 7 ຄືນ. ບໍ່ມີຜູ້ໃດເວົ້າຫຍັງກັບໂຢບຈັກຄຳ ຍ້ອນເຂົາເຈົ້າເຫັນວ່າລາວເຈັບປວດຫຼາຍ.+