ອົບພະຍົບ
13 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: 2 “ລູກຊາຍຜູ້ທຳອິດຂອງຄົນອິດສະຣາເອນທຸກຄົນ ແລະລູກສັດໂຕຜູ້ໂຕທຳອິດທຸກໂຕເປັນຂອງເຮົາ. ພວກເຈົ້າຕ້ອງແຍກລູກຊາຍຜູ້ທຳອິດແລະລູກສັດໂຕຜູ້ໂຕທຳອິດໄວ້ຕ່າງຫາກເພື່ອເອົາໃຫ້ເຮົາ.”+
3 ແລ້ວໂມເຊກໍບອກກັບພວກອິດສະຣາເອນວ່າ: “ຂໍໃຫ້ພວກເຈົ້າຈື່ມື້ນີ້ໄວ້ ເພາະເປັນມື້ທີ່ພະເຢໂຫວາໃຊ້ລິດເດດຂອງເພິ່ນ+ຊ່ວຍພວກເຈົ້າອອກຈາກເອຢິບ+ ແລະພວກເຈົ້າບໍ່ຕ້ອງເປັນທາດອີກຕໍ່ໄປ. ສະນັ້ນ ຫ້າມພວກເຈົ້າກິນເຂົ້າຈີ່ທີ່ມີເຊື້ອ. 4 ພວກເຈົ້າໄດ້ອອກມາໃນມື້ນີ້ຂອງເດືອນອາບິບ.*+ 5 ເມື່ອພະເຢໂຫວາພາພວກເຈົ້າເຂົ້າໄປໃນແຜ່ນດິນຂອງຄົນການາອານ ຄົນເຮດ ຄົນອາໂມ ຄົນຮີວີ ແລະຄົນເຢບຸດ+ ເຊິ່ງເປັນແຜ່ນດິນທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍ+ ແລະເປັນແຜ່ນດິນທີ່ເພິ່ນໄດ້ສັນຍາກັບປູ່ຍ່າຕານາຍຂອງພວກເຈົ້າວ່າຈະໃຫ້ພວກເຈົ້າ+ ພວກເຈົ້າຈະຕ້ອງຈັດການສະຫຼອງນີ້ໃນເດືອນນີ້. 6 ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອ 7 ມື້+ ແລະໃນມື້ທີ 7 ພວກເຈົ້າຕ້ອງຈັດການສະຫຼອງໃຫ້ພະເຢໂຫວາ. 7 ໃຫ້ພວກເຈົ້າກິນເຂົ້າຈີ່ບໍ່ມີເຊື້ອ 7 ມື້+ ແລະຫ້າມກິນເຂົ້າຈີ່ທີ່ມີເຊື້ອເດັດຂາດ.+ ແມ່ນແຕ່ແປ້ງສຳລັບເຮັດເຂົ້າຈີ່ທີ່ໃສ່ເຊື້ອແລ້ວກໍຢ່າໃຫ້ມີໃນເຂດຂອງພວກເຈົ້າ. 8 ໃນມື້ນັ້ນ ພວກເຈົ້າຕ້ອງບອກລູກຊາຍວ່າ ‘ພໍ່ເຮັດແນວນີ້ກໍຍ້ອນສິ່ງທີ່ພະເຢໂຫວາເຮັດໃຫ້ພໍ່ ຕອນທີ່ເພິ່ນຊ່ວຍພໍ່ອອກມາຈາກເອຢິບ.’+ 9 ການເຮັດແບບນີ້ຈະເປັນຄືກັບເຄື່ອງໝາຍຢູ່ມືຂອງພວກເຈົ້າ ແລະເປັນຄືກັບຂໍ້ເຕືອນໃຈຢູ່ເທິງໜ້າຜາກຂອງພວກເຈົ້າ+ ເພື່ອພວກເຈົ້າຈະໄດ້ເວົ້າເຖິງກົດໝາຍຂອງພະເຢໂຫວາ ເພາະພະເຢໂຫວາໄດ້ໃຊ້ລິດເດດຂອງເພິ່ນຊ່ວຍພວກເຈົ້າອອກມາຈາກເອຢິບ. 10 ພວກເຈົ້າຕ້ອງເຮັດຕາມກົດໝາຍນີ້ທຸກໆປີຕາມເວລາທີ່ກຳນົດໄວ້.+
11 ຕອນທີ່ພະເຢໂຫວາພາພວກເຈົ້າເຂົ້າໄປໃນແຜ່ນດິນຂອງຄົນການາອານ ເຊິ່ງເພິ່ນໄດ້ສັນຍາກັບພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າວ່າຈະເອົາໃຫ້ພວກເຈົ້າ+ 12 ພວກເຈົ້າຕ້ອງເອົາລູກຊາຍຜູ້ທຳອິດຂອງທຸກຄົນ ແລະລູກສັດໂຕຜູ້ໂຕທຳອິດທຸກໂຕໃຫ້ກັບພະເຢໂຫວາ. ຄົນແລະສັດເຫຼົ່ານີ້ເປັນຂອງພະເຢໂຫວາ.+ 13 ພວກເຈົ້າຕ້ອງໄຖ່ລູກໂຕຜູ້ໂຕທຳອິດຂອງລາດ້ວຍແກະ ຖ້າບໍ່ໄຖ່ກໍຕ້ອງຫັກຄໍພວກມັນ ແລະພວກເຈົ້າຕ້ອງໄຖ່ລູກຊາຍຜູ້ທຳອິດຂອງພວກເຈົ້າຄືກັນ.+
14 ຖ້າລູກຊາຍຂອງພວກເຈົ້າຖາມວ່າ ‘ເປັນຫຍັງພວກເຮົາຄືເຮັດແນວນີ້?’ ພວກເຈົ້າກໍຕ້ອງຕອບວ່າ ‘ຍ້ອນພະເຢໂຫວາໃຊ້ລິດເດດຂອງເພິ່ນຊ່ວຍພວກເຮົາອອກຈາກເອຢິບ ແລະເຮັດໃຫ້ພວກເຮົາບໍ່ຕ້ອງເປັນທາດໃນເອຢິບອີກຕໍ່ໄປ.+ 15 ຕອນທີ່ຟາໂຣ*ບໍ່ຍອມປ່ອຍພວກເຮົາມາ+ ພະເຢໂຫວາໄດ້ຂ້າລູກຊາຍຜູ້ທຳອິດຂອງທຸກຄົນໃນແຜ່ນດິນເອຢິບ ແລະຂ້າລູກໂຕຜູ້ໂຕທຳອິດຂອງສັດຕ່າງໆ.+ ພວກເຮົາກໍເລີຍເອົາລູກສັດໂຕຜູ້ໂຕທຳອິດມາເປັນເຄື່ອງບູຊາໃຫ້ພະເຢໂຫວາ ແລະພວກເຮົາຕ້ອງໄຖ່ລູກຊາຍຜູ້ທຳອິດຂອງພວກເຮົາທຸກຄົນ.’ 16 ການເຮັດແບບນີ້ຈະເປັນຄືກັບເຄື່ອງໝາຍຢູ່ມືຂອງພວກເຈົ້າ ແລະເປັນຄືກັບຜ້າຄຽນຫົວຂອງພວກເຈົ້າ+ ເພື່ອພວກເຈົ້າຊິຈື່ໄດ້ວ່າພະເຢໂຫວາໃຊ້ລິດເດດຂອງເພິ່ນຊ່ວຍພວກເຮົາອອກມາຈາກເອຢິບ.”
17 ຕອນທີ່ຟາໂຣປ່ອຍພວກອິດສະຣາເອນອອກຈາກເອຢິບ ພະເຈົ້າບໍ່ໄດ້ພາເຂົາເຈົ້າໄປທາງແຜ່ນດິນຂອງພວກຟີລິດສະຕີນ ເຖິງວ່າທາງນັ້ນຈະໃກ້ກວ່າ ເພາະພະເຈົ້າບອກວ່າ: “ຖ້າພວກອິດສະຣາເອນຕ້ອງໄດ້ຕໍ່ສູ້ກັບພວກຟີລິດສະຕີນ ເຂົາເຈົ້າອາດຈະປ່ຽນໃຈແລະຢາກກັບໄປເອຢິບ.” 18 ດັ່ງນັ້ນ ພະເຈົ້າຈຶ່ງພາພວກອິດສະຣາເອນອ້ອມໄປທາງບ່ອນກັນດານຂອງທະເລແດງ.+ ເຂົາເຈົ້າອອກໄປຈາກເອຢິບຢ່າງເປັນລະບົບລະບຽບຄືກັບກອງທັບທະຫານ. 19 ໂມເຊໄດ້ເອົາກະດູກຂອງໂຢເຊັບໄປນຳ ຍ້ອນໂຢເຊັບໄດ້ໃຫ້ພວກລູກຫຼານອິດສະຣາເອນສາບານກັບລາວ. ຕອນນັ້ນ ໂຢເຊັບເວົ້າວ່າ: “ພະເຈົ້າຊິຊ່ວຍພວກເຈົ້າຕໍ່ໄປ ແຕ່ຕອນທີ່ພວກເຈົ້າອອກຈາກເອຢິບຕ້ອງເອົາກະດູກຂອງຂ້ອຍໄປນຳ.”+ 20 ເຂົາເຈົ້າເດີນທາງອອກຈາກສຸກໂກດ ແລະໄປຕັ້ງຄ້າຍຢູ່ເອທາມ ເຊິ່ງຢູ່ແຄມເຂດແດນບ່ອນກັນດານ.
21 ພະເຢໂຫວາໃຫ້ມີເສົາຂີ້ເຝື້ອນຳທາງເຂົາເຈົ້າໃນຕອນກາງເວັນ+ ແລະເມື່ອຮອດຕອນກາງຄືນ ເສົານັ້ນຈະກາຍເປັນເສົາໄຟເພື່ອໃຫ້ແສງສະຫວ່າງກັບເຂົາເຈົ້າ. ຍ້ອນແນວນີ້ພວກອິດສະຣາເອນຈຶ່ງເດີນທາງໄດ້ທັງກາງເວັນແລະກາງຄືນ.+ 22 ບໍ່ວ່າເຂົາເຈົ້າຈະໄປໃສ ເສົານັ້ນກໍຊິເປັນເສົາຂີ້ເຝື້ອຢູ່ທາງໜ້າຂອງເຂົາເຈົ້າໃນຕອນກາງເວັນ ແລະຊິກາຍເປັນເສົາໄຟໃນຕອນກາງຄືນ.+