ຂ່າວດີທີ່ຂຽນໂດຍໂຢຮັນ
16 “ຂ້ອຍບອກເລື່ອງທັງໝົດນີ້ເພື່ອພວກເຈົ້າຈະບໍ່ຖິ້ມຄວາມເຊື່ອ.* 2 ພວກເຈົ້າຈະຖືກໄລ່ອອກຈາກບ່ອນປະຊຸມຂອງຄົນຢິວ.*+ ທີ່ຈິງ ອີກບໍ່ດົນທຸກຄົນທີ່ຂ້າພວກເຈົ້າ+ຈະຄິດວ່າການເຮັດແບບນັ້ນເປັນການຮັບໃຊ້ພະເຈົ້າ.* 3 ເຂົາເຈົ້າຈະເຮັດແບບນັ້ນກໍຍ້ອນເຂົາເຈົ້າບໍ່ຮູ້ຈັກພະເຈົ້າຜູ້ເປັນພໍ່ແລະບໍ່ຮູ້ຈັກຂ້ອຍ.+ 4 ແຕ່ຂ້ອຍບອກເລື່ອງທັງໝົດນີ້ໄວ້ກໍເພື່ອວ່າເມື່ອເຫດການນັ້ນເກີດຂຶ້ນ ພວກເຈົ້າຈະຄິດພໍ້ວ່າຂ້ອຍໄດ້ບອກພວກເຈົ້າແລ້ວ.+
ຂ້ອຍບໍ່ໄດ້ບອກເລື່ອງທັງໝົດນີ້ໃຫ້ພວກເຈົ້າຮູ້ຕັ້ງແຕ່ທຳອິດ ກໍຍ້ອນວ່າຜ່ານມາຂ້ອຍຍັງຢູ່ນຳພວກເຈົ້າ. 5 ຕອນນີ້ ຂ້ອຍຈະໄປຫາຜູ້ທີ່ໃຊ້ຂ້ອຍມາ+ ແຕ່ໃນພວກເຈົ້າກໍບໍ່ມີຜູ້ໃດຖາມຂ້ອຍວ່າ ‘ທ່ານຈະໄປໃສ?’ 6 ຍ້ອນຂ້ອຍບອກພວກເຈົ້າເລື່ອງທັງໝົດນີ້ ພວກເຈົ້າຈຶ່ງທຸກໃຈຫຼາຍ.+ 7 ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ຂ້ອຍໄປກໍເພື່ອປະໂຫຍດຂອງພວກເຈົ້າ. ຖ້າຂ້ອຍບໍ່ໄປ ຜູ້ຊ່ວຍ+ຈະບໍ່ມາຫາພວກເຈົ້າ. ແຕ່ຖ້າຂ້ອຍໄປ ຂ້ອຍກໍຈະສົ່ງຜູ້ຊ່ວຍມາຫາພວກເຈົ້າ. 8 ເມື່ອມາແລ້ວ ຜູ້ຊ່ວຍນັ້ນຈະເຮັດໃຫ້ໂລກເຂົ້າໃຈແຈ້ງໃນເລື່ອງການເຮັດຜິດ ເລື່ອງການເຮັດສິ່ງທີ່ຖືກຕ້ອງ ແລະເລື່ອງການຕັດສິນລົງໂທດຈາກພະເຈົ້າ. 9 ໃນເລື່ອງການເຮັດຜິດນັ້ນ ຜູ້ຊ່ວຍຈະເຮັດໃຫ້ເຫັນແຈ້ງວ່າໂລກນີ້ມີຄວາມຜິດ+ ຍ້ອນໂລກນີ້ບໍ່ໄດ້ສະແດງຄວາມເຊື່ອໃນຂ້ອຍ.+ 10 ໃນເລື່ອງການເຮັດສິ່ງທີ່ຖືກຕ້ອງນັ້ນ ຜູ້ຊ່ວຍຈະເຮັດໃຫ້ໂລກຮູ້ວ່າສິ່ງທີ່ຂ້ອຍເຮັດນັ້ນຖືກຕ້ອງ ຍ້ອນຂ້ອຍກຳລັງຈະໄປຫາພະເຈົ້າຜູ້ເປັນພໍ່ ແລ້ວພວກເຈົ້າຈະບໍ່ເຫັນຂ້ອຍອີກ 11 ແລະໃນເລື່ອງການຕັດສິນລົງໂທດນັ້ນ ຜູ້ຊ່ວຍຈະເຮັດໃຫ້ຮູ້ວ່າພະເຈົ້າຈະຕັດສິນລົງໂທດໃຜ ຍ້ອນເພິ່ນຕັດສິນລົງໂທດຜູ້ປົກຄອງໂລກນີ້ແລ້ວ.+
12 ຂ້ອຍຍັງມີອີກຫຼາຍເລື່ອງທີ່ຈະບອກພວກເຈົ້າ ແຕ່ຖ້າບອກຕອນນີ້ ພວກເຈົ້າກໍຍັງບໍ່ເຂົ້າໃຈ. 13 ແຕ່ເມື່ອຜູ້ຊ່ວຍມາເຊິ່ງແມ່ນພະລັງຂອງພະເຈົ້າທີ່ເຮັດໃຫ້ເຫັນຄວາມຈິງ+ ຜູ້ຊ່ວຍນັ້ນຈະຊ່ວຍພວກເຈົ້າໃຫ້ເຂົ້າໃຈຄວາມຈິງທັງໝົດ. ຜູ້ຊ່ວຍຈະບໍ່ເວົ້າເອງ ແຕ່ຈະເວົ້າຕາມທີ່ໄດ້ຍິນມາແລະຈະບອກໃຫ້ພວກເຈົ້າຮູ້ສິ່ງທີ່ຈະເກີດຂຶ້ນ.+ 14 ຜູ້ຊ່ວຍຈະເຮັດໃຫ້ຂ້ອຍໄດ້ຮັບການຍົກຍ້ອງ+ ຍ້ອນຈະບອກສິ່ງທີ່ໄດ້ຍິນຈາກຂ້ອຍໃຫ້ພວກເຈົ້າຮູ້.+ 15 ພະເຈົ້າຜູ້ເປັນພໍ່ບອກຂ້ອຍທຸກສິ່ງທີ່ເພິ່ນຮູ້+ ຂ້ອຍຈຶ່ງເວົ້າໄດ້ວ່າຜູ້ຊ່ວຍນັ້ນຈະບອກສິ່ງທີ່ໄດ້ຍິນຈາກຂ້ອຍໃຫ້ພວກເຈົ້າຮູ້. 16 ຈັກໜ້ອຍພວກເຈົ້າຈະບໍ່ເຫັນຂ້ອຍ+ ແລ້ວອີກຈັກໜ້ອຍພວກເຈົ້າຈະໄດ້ເຫັນຂ້ອຍ.”
17 ເມື່ອໄດ້ຍິນແບບນັ້ນ ລູກສິດບາງຄົນກໍລົມກັນວ່າ: “ເພິ່ນໝາຍເຖິງຫຍັງທີ່ເວົ້າວ່າ ‘ຈັກໜ້ອຍພວກເຈົ້າຈະບໍ່ເຫັນຂ້ອຍ ແລ້ວອີກຈັກໜ້ອຍພວກເຈົ້າຈະໄດ້ເຫັນຂ້ອຍ’ ແລະທີ່ເພິ່ນເວົ້າວ່າ ‘ຍ້ອນຂ້ອຍກຳລັງຈະໄປຫາພະເຈົ້າຜູ້ເປັນພໍ່’?” 18 ເຂົາເຈົ້າເວົ້າວ່າ: “ທີ່ເພິ່ນບອກວ່າ ‘ອີກຈັກໜ້ອຍ’ ມັນໝາຍເຖິງຫຍັງ? ພວກເຮົາບໍ່ຮູ້ວ່າເພິ່ນເວົ້າເລື່ອງຫຍັງ.” 19 ພະເຢຊູຮູ້ວ່າເຂົາເຈົ້າຢາກຖາມເລື່ອງນີ້ ເພິ່ນຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າລົມກັນກ່ຽວກັບເລື່ອງທີ່ຂ້ອຍເວົ້າແມ່ນບໍ ທີ່ຂ້ອຍບອກວ່າ ‘ຈັກໜ້ອຍພວກເຈົ້າຈະບໍ່ເຫັນຂ້ອຍ ແລ້ວອີກຈັກໜ້ອຍພວກເຈົ້າຈະໄດ້ເຫັນຂ້ອຍ’? 20 ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຈົ້າຈະຮ້ອງໄຫ້ໂສກເສົ້າ ແຕ່ໂລກຈະດີໃຈ. ພວກເຈົ້າຈະມີຄວາມທຸກ ແຕ່ຄວາມທຸກນັ້ນຈະປ່ຽນເປັນຄວາມສຸກ.+ 21 ຜູ້ຍິງມີຄວາມທຸກຕອນເກີດລູກ ແຕ່ເມື່ອເກີດລູກແລ້ວ ລາວກໍລືມຄວາມທຸກທໍລະມານທັງໝົດ ຍ້ອນລາວມີຄວາມສຸກທີ່ໄດ້ເຫັນເດັກນ້ອຍຜູ້ໜຶ່ງເກີດມາໃນໂລກ. 22 ຄືກັບທີ່ຕອນນີ້ພວກເຈົ້າມີຄວາມທຸກ ແຕ່ເຮົາຈະໄດ້ເຈິກັນອີກ ແລ້ວພວກເຈົ້າຈະມີຄວາມສຸກ+ ແລະຈະບໍ່ມີຜູ້ໃດມາຍາດຄວາມສຸກນັ້ນໄປຈາກພວກເຈົ້າໄດ້. 23 ໃນມື້ນັ້ນ ພວກເຈົ້າຈະບໍ່ຖາມຫຍັງຂ້ອຍເລີຍ. ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າຂໍຫຍັງຈາກພະເຈົ້າຜູ້ເປັນພໍ່ໃນນາມຂອງຂ້ອຍ+ ເພິ່ນຈະເອົາສິ່ງນັ້ນໃຫ້ພວກເຈົ້າ.+ 24 ຜ່ານມາພວກເຈົ້າຍັງບໍ່ເຄີຍຂໍຫຍັງໃນນາມຂອງຂ້ອຍ. ຂໍແມ້ ຂໍໃນນາມຂອງຂ້ອຍໂລດ ແລ້ວພວກເຈົ້າຈະໄດ້ຮັບແລະພວກເຈົ້າຈະມີຄວາມສຸກຫຼາຍ.
25 ຂ້ອຍເຄີຍໃຊ້ຕົວຢ່າງປຽບທຽບເມື່ອບອກເລື່ອງຕ່າງໆໃຫ້ພວກເຈົ້າຮູ້. ເມື່ອຮອດເວລາ ຂ້ອຍຈະບໍ່ໃຊ້ຕົວຢ່າງປຽບທຽບອີກ ແຕ່ຂ້ອຍຈະບອກພວກເຈົ້າກົງໆເລື່ອງພະເຈົ້າຜູ້ເປັນພໍ່. 26 ໃນຕອນນັ້ນ ພວກເຈົ້າຈະຂໍຈາກພະເຈົ້າຜູ້ເປັນພໍ່ໃນນາມຂອງຂ້ອຍ ແຕ່ບໍ່ໄດ້ໝາຍຄວາມວ່າຂ້ອຍຈະຂໍແທນພວກເຈົ້າ. 27 ພະເຈົ້າຜູ້ເປັນພໍ່ຮັກພວກເຈົ້າ ຍ້ອນພວກເຈົ້າຮັກຂ້ອຍ+ແລະເຊື່ອວ່າຂ້ອຍເປັນຕົວແທນຂອງເພິ່ນ.+ 28 ຂ້ອຍມາໂລກນີ້ໃນຖານະເປັນຕົວແທນພະເຈົ້າຜູ້ເປັນພໍ່ ແລະຕອນນີ້ຂ້ອຍກຳລັງຈະໄປຈາກໂລກເພື່ອກັບໄປຫາພະເຈົ້າຜູ້ເປັນພໍ່.”+
29 ພວກລູກສິດເວົ້າວ່າ: “ຕອນນີ້ ທ່ານເວົ້າກັບພວກເຮົາກົງໆໂດຍບໍ່ໃຊ້ຕົວຢ່າງປຽບທຽບແລ້ວ. 30 ພວກເຮົາເຫັນແລ້ວວ່າທ່ານຮູ້ທຸກຢ່າງ ແລະທ່ານບໍ່ຕ້ອງຖ້າໃຫ້ຄົນມາຖາມຍ້ອນທ່ານຮູ້ວ່າຜູ້ໃດຄິດຫຍັງຢູ່. ຍ້ອນແນວນີ້ແຫຼະ ພວກເຮົາຈຶ່ງເຊື່ອວ່າທ່ານມາຈາກພະເຈົ້າ.” 31 ພະເຢຊູຖາມເຂົາເຈົ້າວ່າ: “ຕອນນີ້ພວກເຈົ້າເຊື່ອແລ້ວແມ່ນບໍ? 32 ຖ້າເບິ່ງເດີ້! ໃກ້ຈະຮອດເວລາແລ້ວ. ທີ່ຈິງ ຮອດເວລາແລ້ວທີ່ພວກເຈົ້າແຕ່ລະຄົນຈະກະຈັດກະຈາຍກັນເມືອເຮືອນຂອງໂຕເອງ ແລະຖິ້ມຂ້ອຍໄວ້ຜູ້ດຽວ.+ ແຕ່ຂ້ອຍບໍ່ໄດ້ຢູ່ຄົນດຽວ ຍ້ອນພະເຈົ້າຜູ້ເປັນພໍ່ຢູ່ນຳຂ້ອຍ.+ 33 ຂ້ອຍບອກເລື່ອງທັງໝົດນີ້ເພື່ອພວກເຈົ້າຈະມີຄວາມສະຫງົບສຸກຍ້ອນຂ້ອຍ.+ ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ. ແຕ່ຂໍໃຫ້ກ້າຫານ. ຂ້ອຍຊະນະໂລກແລ້ວ!”+