ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 17
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ໂປໂລ​ກັບ​ຊີລາ​ຢູ່​ເມືອງ​ເທຊະໂລນິກ (1-9)

      • ໂປໂລ​ກັບ​ຊີລາ​ຢູ່​ເມືອງ​ເບເຣຍ (10-15)

      • ໂປໂລ​ຢູ່​ເມືອງ​ອາແຖນ (16-22​ກ)

      • ໂປໂລ​ບັນລະຍາຍ​ຢູ່​ໂນນ​ພູ​ອາເຣໂອປາໂຄ (22ຂ-34)

ກິດຈະການ 17:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 2:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 133

ກິດຈະການ 17:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:19, 20; 13:13, 14; 14:1; 18:4
  • +ກຈກ 18:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 134-135

ກິດຈະການ 17:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 22:7; 34:20; 69:21; 118:22; ອຊຢ 50:6; 53:3, 5
  • +ພສ 16:10; ລກ 24:45, 46

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 134-135

ກິດຈະການ 17:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 15:22, 40

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 135

ກິດຈະການ 17:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:45

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 135-136, 139

ກິດຈະການ 17:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:19-21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 135-136

ກິດຈະການ 17:7

ໄຂເງື່ອນ

  • *

    ຫຼື “ຈັກກະພັດ​ໂຣມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 23:1, 2; ຢຮ 19:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 135-136

ກິດຈະການ 17:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 136

ກິດຈະການ 17:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 136-137

ກິດຈະການ 17:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 137-138

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 2

ກິດຈະການ 17:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 14:2, 19

ກິດຈະການ 17:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:23

ກິດຈະການ 17:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:1, 2; 1ທຊ 3:2

ກິດຈະການ 17:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 140

ກິດຈະການ 17:17

ໄຂເງື່ອນ

  • *

    ເດີ່ນ​ສຳລັບ​ຄ້າ​ຂາຍ​ແລະ​ຊຸມນຸມ​ກັນ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 140-141

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 18

ກິດຈະການ 17:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 5:28, 29; 11:25; 1ກຣ 15:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 141-142

ກິດຈະການ 17:19

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2416

ກິດຈະການ 17:21

ໄຂເງື່ອນ

  • *

    ຫຼື “ທີ່​ໄປ”

ກິດຈະການ 17:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:33, 34
  • +ກຈກ 17:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສອນດ້ວຍຮັກ, ບົດຮຽນ 5

    ປະກາດຖີ່ຖ້ວນ ໜ້າ 142-143

ກິດຈະການ 17:23

ໄຂເງື່ອນ

  • *

    ຫຼື “ນະມັດສະການ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສອນດ້ວຍຮັກ, ບົດຮຽນ 5

    ປະກາດຖີ່ຖ້ວນ ໜ້າ 143

ກິດຈະການ 17:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 8:27
  • +ພສ 146:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 143-144

ກິດຈະການ 17:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 50:12
  • +ອຊຢ 42:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 144

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 38

ກິດຈະການ 17:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:28
  • +ປຖກ 5:2
  • +ພບຍ 2:5, 19; 32:8; ພສ 74:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 144-145

ກິດຈະການ 17:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:29; ພສ 145:18; ຣມ 1:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 145

ກິດຈະການ 17:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 145-146

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 38

ກິດຈະການ 17:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:27
  • +ພບຍ 5:8; ອຊຢ 37:19; 40:18-20; 46:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 146

ກິດຈະການ 17:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 4:17, 18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 146

ກິດຈະການ 17:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 96:13; 98:9; ຢຮ 5:22; ກຈກ 10:42
  • +ຢຮ 11:25; ກຈກ 2:24; 13:32, 33

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 147

    ຊີວິດຕະຫຼອດໄປ ໜ້າ 175

ກິດຈະການ 17:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 1:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 147

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 17:11ທຊ 2:1
ກຈກ. 17:2ກຈກ 9:19, 20; 13:13, 14; 14:1; 18:4
ກຈກ. 17:2ກຈກ 18:19
ກຈກ. 17:3ພສ 22:7; 34:20; 69:21; 118:22; ອຊຢ 50:6; 53:3, 5
ກຈກ. 17:3ພສ 16:10; ລກ 24:45, 46
ກຈກ. 17:4ກຈກ 15:22, 40
ກຈກ. 17:5ກຈກ 13:45
ກຈກ. 17:6ກຈກ 16:19-21
ກຈກ. 17:7ລກ 23:1, 2; ຢຮ 19:12
ກຈກ. 17:13ກຈກ 14:2, 19
ກຈກ. 17:14ມທ 10:23
ກຈກ. 17:15ກຈກ 16:1, 2; 1ທຊ 3:2
ກຈກ. 17:18ຢຮ 5:28, 29; 11:25; 1ກຣ 15:12
ກຈກ. 17:22ກຈກ 17:33, 34
ກຈກ. 17:22ກຈກ 17:16
ກຈກ. 17:241ກສ 8:27
ກຈກ. 17:24ພສ 146:6
ກຈກ. 17:25ພສ 50:12
ກຈກ. 17:25ອຊຢ 42:5
ກຈກ. 17:26ປຖກ 1:28
ກຈກ. 17:26ປຖກ 5:2
ກຈກ. 17:26ພບຍ 2:5, 19; 32:8; ພສ 74:17
ກຈກ. 17:27ພບຍ 4:29; ພສ 145:18; ຣມ 1:20
ກຈກ. 17:29ປຖກ 1:27
ກຈກ. 17:29ພບຍ 5:8; ອຊຢ 37:19; 40:18-20; 46:5
ກຈກ. 17:30ອຟຊ 4:17, 18
ກຈກ. 17:31ພສ 96:13; 98:9; ຢຮ 5:22; ກຈກ 10:42
ກຈກ. 17:31ຢຮ 11:25; ກຈກ 2:24; 13:32, 33
ກຈກ. 17:321ກຣ 1:23
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 17:1-34

ກິດຈະການຂອງອັກຄະສາວົກ

17 ໂປໂລ​ກັບ​ພວກ​ໝູ່​ໃຊ້​ທາງ​ທີ່​ຜ່ານ​ເມືອງ​ອຳຟີໂປລີ​ແລະ​ເມືອງ​ອາໂປໂລເນຍ​ເພື່ອ​ໄປ​ເມືອງ​ເທຊະໂລນິກ.+ ໃນ​ເມືອງ​ນີ້​ມີ​ບ່ອນ​ປະຊຸມ​ຂອງ​ຄົນຢິວ​ບ່ອນ​ໜຶ່ງ. 2 ໂປໂລ​ເຂົ້າ​ໄປ​ຫາ​ພວກ​ຢິວ​ຢູ່​ຫັ້ນ​ໃນ​ວັນ​ຊະບາໂຕ​ແບບ​ທີ່​ເຄີຍ​ເຮັດ​ເປັນ​ປະຈຳ.+ ລາວ​ຍົກ​ເຫດຜົນ​ຈາກ​ພະຄຳພີ​ມາ​ລົມ​ກັບ​ພວກ​ນັ້ນໃນ​ວັນ​ຊະບາໂຕ 3 ອາທິດ​ຕໍ່​ກັນ.+ 3 ໂປໂລ​ອະທິບາຍ​ແລະ​ໃຊ້​ຂໍ້​ພະຄຳພີ​ຫຼາຍ​ຂໍ້​ເພື່ອ​ພິສູດ​ວ່າ​ພະຄລິດ​ຕ້ອງ​ທົນທຸກ​ທໍລະມານ+​ແລະ​ຄືນ​ມາ​ຈາກ​ຕາຍ.+ ລາວ​ບອກ​ວ່າ: “ພະຄລິດ​ກໍ​ແມ່ນ​ພະ​ເຢຊູ​ຜູ້​ນີ້​ແຫຼະ​ທີ່​ຂ້ອຍ​ປະກາດ​ໃຫ້​ພວກ​ເຈົ້າ​ຟັງ.” 4 ຄົນ​ຢິວ​ບາງຄົນ​ຈຶ່ງ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ແລະ​ເຂົ້າຮ່ວມ​ກັບ​ໂປໂລ​ແລະ​ຊີລາ.+ ນອກ​ຈາກ​ນັ້ນ ຄົນ​ກຣີກ​ບັກ​ຫຼາຍ​ໆ​ທີ່​ນະມັດສະການ​ພະເຈົ້າ ລວມ​ທັງ​ພວກ​ຜູ້​ຍິງ​ຈຳນວນ​ຫຼາຍ​ທີ່​ເປັນ​ຄົນ​ຊັ້ນ​ສູງ​ກໍ​ເຮັດ​ແບບ​ນັ້ນ​ຄື​ກັນ.

5 ແຕ່​ພວກ​ຢິວ​ຮູ້ສຶກ​ອິດສາ+​ຈຶ່ງ​ລວບລວມ​ພວກ​ນັກເລງ​ທີ່​ບໍ່​ເຮັດ​ວຽກ​ເຊິ່ງ​ຢູ່​ຕາມ​ຕະຫຼາດ. ເມື່ອ​ລວບລວມ​ໄດ້​ແລ້ວ​ກໍ​ສ້າງ​ຄວາມ​ປັ່ນປ່ວນ​ວຸ່ນວາຍ​ໃນ​ເມືອງ. ເຂົາເຈົ້າ​ບຸກ​ເຂົ້າ​ໄປ​ເຮືອນ​ຂອງ​ຢາໂຊນ​ແລະ​ພະຍາຍາມ​ຊອກ​ຫາ​ໂປໂລ​ກັບ​ຊີລາ​ເພື່ອ​ເອົາ​ອອກ​ມາ​ໃຫ້​ຄົນ​ທີ່​ຢູ່​ຫັ້ນ. 6 ເມື່ອ​ບໍ່​ເຫັນ 2 ຄົນ​ນັ້ນ ເຂົາເຈົ້າ​ກໍ​ລາກ​ຢາໂຊນ​ກັບ​ພີ່ນ້ອງ​ບາງຄົນ​ໄປ​ຫາ​ພວກ​ຜູ້​ປົກຄອງ​ເມືອງ​ແລະ​ຮ້ອງ​ສຽງ​ດັງ​ວ່າ: “ພວກ​ທີ່ກໍ່​ຄວາມວຸ່ນວາຍ​ໃນທຸກ​ບ່ອນກໍ​ມາ​ຢູ່​ນີ້​ຄື​ກັນ+ 7 ແລະ​ຢາໂຊນ​ໄດ້​ໃຫ້​ເຂົາເຈົ້າ​ມາ​ພັກ​ຢູ່​ເຮືອນ​ຂອງ​ລາວ. ພວກ​ນີ້​ເຮັດ​ຜິດ​ກົດໝາຍ​ຂອງ​ກາຍຊາ.* ເຂົາເຈົ້າ​ບອກ​ວ່າ​ເຢຊູ​ກໍ​ແມ່ນ​ກະສັດ​ຄື​ກັນ.”+ 8 ເມື່ອ​ປະຊາຊົນ​ກັບ​ພວກ​ຜູ້​ປົກຄອງ​ເມືອງ​ໄດ້​ຍິນ​ກໍ​ພາກັນ​ຕົກໃຈ 9 ແຕ່​ຫຼັງ​ຈາກ​ໃຫ້​ຢາໂຊນ​ກັບ​ຄົນ​ອື່ນ​ໆ​ຈ່າຍ​ຄ່າ​ປະກັນ​ໂຕ​ແລ້ວ ຄົນ​ເຫຼົ່າ​ນັ້ນ​ກໍ​ປ່ອຍເຂົາເຈົ້າ​ໄປ.

10 ເມື່ອ​ຄ່ຳ​ແລ້ວ ພວກ​ພີ່ນ້ອງ​ກໍ​ຟ້າວ​ສົ່ງ​ໂປໂລ​ກັບ​ຊີລາ​ໄປ​ເມືອງ​ເບເຣຍ. ເມື່ອ​ໄປ​ຮອດ ທັງ​ສອງ​ຄົນ​ກໍ​ເຂົ້າ​ໄປ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ. 11 ຄົນ​ໃນ​ເມືອງ​ເບເຣຍ​ເປີດ​ໃຈ​ຟັງ​ຫຼາຍ​ກວ່າ​ຄົນ​ໃນ​ເມືອງ​ເທຊະໂລນິກ. ເຂົາເຈົ້າ​ເຕັມໃຈ​ຮັບ​ເອົາ​ຄຳສອນ​ຂອງ​ພະເຈົ້າ​ແລະ​ຢາກ​ຮຽນຮູ້. ເຂົາເຈົ້າ​ສຶກສາ​ຄົ້ນຄວ້າ​ພະຄຳພີ​ຢ່າງ​ລະອຽດ​ທຸກ​ມື້ ເພື່ອ​ເບິ່ງ​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຍິນ​ຈະ​ກົງ​ກັບ​ພະຄຳພີ​ຫຼື​ບໍ່. 12 ຜົນ​ກໍ​ຄື​ຫຼາຍ​ຄົນ​ໃນ​ເມືອງ​ນີ້​ໄດ້​ເຂົ້າ​ມາ​ເປັນ​ລູກສິດ ລວມ​ທັງ​ຜູ້​ຊາຍ​ແລະ​ຜູ້ຍິງ​ຄົນ​ກຣີກ​ທີ່​ເປັນ​ຄົນ​ຊັ້ນ​ສູງ. 13 ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທຊະໂລນິກ​ຮູ້​ວ່າ​ໂປໂລ​ປະກາດ​ຄຳສອນ​ຂອງ​ພະເຈົ້າ​ໃນ​ເມືອງ​ເບເຣຍ​ນຳ ເຂົາເຈົ້າ​ກໍ​ພາກັນ​ມາ​ປຸກ​ລະ​ດົມ​ຄົນ​ຢູ່​ເມືອງ​ນີ້.+ 14 ພວກ​ພີ່ນ້ອງ​ຈຶ່ງ​ໃຫ້​ໂປໂລໄປ​ແຄມ​ທະເລ​ທັນທີ+ ສ່ວນ​ຊີລາ​ກັບ​ຕີໂມທຽວ​ຍັງ​ຢູ່​ເມືອງ​ເບເຣຍ. 15 ພີ່​ນ້ອງ​ໄປ​ສົ່ງ​ໂປໂລ​ຮອດ​ເມືອງ​ອາແຖນ ແລະ​ຕອນ​ທີ່​ເຂົາເຈົ້າ​ຈະ​ກັບ​ເມືອ ໂປໂລ​ກໍ​ຝາກ​ເຂົາເຈົ້າ​ໃຫ້​ບອກ​ຊີລາ​ກັບ​ຕີໂມທຽວ+​ວ່າ​ໃຫ້​ຟ້າວ​ມາ​ຫາ​ລາວ​ໄວ​ໆ​.

16 ຕອນ​ທີ່​ໂປໂລ​ຍັງ​ຖ້າ​ຊີລາ​ກັບ​ຕີໂມທຽວ​ຢູ່​ເມືອງ​ອາແຖນ ລາວ​ຮູ້ສຶກ​ເຄືອງ​ໃຈ​ທີ່​ເຫັນ​ຮູບ​ບູຊາ​ເຕັມ​ເມືອງ. 17 ໂປໂລ​ໄປ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ແລ້ວ​ຍົກ​ເຫດຜົນ​ມາ​ລົມ​ກັບ​ຄົນ​ຢິວ​ແລະ​ຄົນ​ອື່ນ​ໆ​ທີ່​ນັບຖື​ພະເຈົ້າ. ທຸກ​ໆ​ມື້ ໂປໂລ​ໄດ້​ລົມ​ກັບ​ຄົນ​ທີ່​ລາວ​ເຈິຢູ່ຕະຫຼາດ.* 18 ນັກ​ປັດຊະຍາ​ບາງຄົນ​ທີ່​ເປັນ​ພວກ​ເອປີກູຣຽວ​ແລະ​ພວກ​ຊະໂຕອິກ​ໄດ້​ມາຖຽງກັບ​ໂປໂລ. ບາງຄົນ​ເວົ້າ​ວ່າ: “ຜູ້​ນີ້​ທີ່​ເວົ້າ​ໂລ​ໆ​ເລ​ໆ​ຊິ​ມາ​ສອນ​ຫຍັງ​ພວກ​ເຮົາ?” ບາງຄົນ​ເວົ້າ​ວ່າ: “ເບິ່ງ​ຄື​ວ່າ​ລາວ​ເປັນ​ຄົນ​ມາ​ເຜີຍແຜ່​ພະເຈົ້າ​ຕ່າງ​ຊາດ.” ເຂົາເຈົ້າ​ເວົ້າ​ແບບ​ນີ້​ຍ້ອນ​ໂປໂລ​ປະກາດ​ຂ່າວດີ​ເລື່ອງ​ພະ​ເຢຊູ​ແລະ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.+ 19 ເຂົາເຈົ້າ​ຈຶ່ງ​ເອົາ​ໂປໂລ​ໄປ​ໂນນພູ​ອາເຣໂອປາໂຄ*​ແລະ​ເວົ້າ​ວ່າ: “ບອກ​ພວກ​ເຮົາ​ດຸ​ວ່າ​ຄຳສອນ​ໃໝ່​ທີ່​ເຈົ້າ​ມາ​ສອນ​ນັ້ນ​ເປັນ​ແນວໃດ? 20 ພວກ​ເຮົາ​ບໍ່​ເຄີຍ​ໄດ້​ຍິນ​ເລື່ອງທີ່​ເຈົ້າ​ເວົ້າ ພວກ​ເຮົາ​ຈຶ່ງ​ຢາກ​ຮູ້​ວ່າ​ມັນ​ໝາຍເຖິງ​ຫຍັງ​ແທ້​ໆ​.” 21 ຄົນ​ອາແຖນ​ກັບ​ຄົນ​ຕ່າງ​ຊາດ​ທີ່​ຢູ່*​ຫັ້ນ​ມັກ​ໃຊ້​ເວລາ​ວ່າງ​ເພື່ອ​ເວົ້າ​ແລະ​ຟັງ​ເລື່ອງ​ໃໝ່​ໆ​. 22 ໂປໂລ​ຢືນ​ຢູ່​ກາງ​ໂນນພູ​ອາເຣໂອປາໂຄ+​ແລ້ວ​ເວົ້າ​ວ່າ:

“ຄົນ​ອາແຖນ​ເອີ້ຍ ຂ້ອຍ​ເຫັນ​ວ່າ​ພວກ​ເຈົ້າ​ເບິ່ງ​ຄື​ເປັນ​ຄົນ​ເຄັ່ງ​ສາສະໜາ​ແລະ​ນັບຖື​ພະເຈົ້າ​ຕ່າງ​ໆ​ຫຼາຍ​ກວ່າ​ຄົນອື່ນ.+ 23 ຕອນ​ທີ່​ຍ່າງ​ກາຍ​ມາ ຂ້ອຍ​ສັງເກດ​ວ່າ​ພວກ​ເຈົ້າ​ຂາບໄຫວ້​ບູຊາ*​ຫຼາຍ​ສິ່ງ ແລະ​ຂ້ອຍ​ກໍ​ເຫັນ​ແທ່ນ​ບູຊາ​ແທ່ນ​ໜຶ່ງ​ຂຽນ​ວ່າ ‘ສຳລັບ​ພະເຈົ້າ​ທີ່​ພວກ​ເຮົາ​ບໍ່​ຮູ້ຈັກ.’ ຂ້ອຍ​ກຳລັງ​ເວົ້າ​ເຖິງ​ພະເຈົ້າ​ອົງ​ນັ້ນ​ແຫຼະ​ທີ່​ພວກ​ເຈົ້າ​ຂາບໄຫວ້​ທັງ​ໆ​ທີ່​ບໍ່​ຮູ້ຈັກ. 24 ເພິ່ນ​ເປັນ​ພະເຈົ້າ​ທີ່​ສ້າງ​ໂລກ​ແລະ​ທຸກສິ່ງ​ໃນ​ໂລກ. ເພິ່ນ​ບໍ່​ໄດ້​ຢູ່​ໃນ​ວິຫານ​ທີ່​ມະນຸດ​ສ້າງ​ຂຶ້ນ+​ຍ້ອນ​ເພິ່ນ​ເປັນ​ພະເຈົ້າ​ຂອງ​ສະຫວັນ​ແລະ​ໂລກ.+ 25 ເພິ່ນ​ບໍ່​ຈຳເປັນ​ຕ້ອງ​ເພິ່ງ​ມະນຸດ​ໃຫ້​ມາ​ຮັບໃຊ້​ຄື​ກັບ​ວ່າ​ເພິ່ນຂາດ​ສິ່ງ​ໃດ​ສິ່ງ​ໜຶ່ງ.+ ແຕ່​ເພິ່ນ​ເປັນ​ຜູ້​ທີ່​ໃຫ້​ຊີວິດ ລົມ​ຫາຍໃຈ+ ແລະ​ທຸກສິ່ງ​ທຸກຢ່າງ​ກັບ​ມະນຸດ​ທຸກ​ຄົນ. 26 ເພິ່ນ​ສ້າງ​ຄົນ​ທຸກ​ຊາດ​ໃຫ້​ຢູ່​ທົ່ວ​ໂລກ+​ຈາກ​ຄົນ​ໆ​ດຽວ.+ ເພິ່ນ​ກຳນົດ​ເວລາ​ຂອງ​ສິ່ງ​ຕ່າງ​ໆ​ແລະ​ກຳນົດ​ບ່ອນ​ຢູ່​ໃຫ້​ມະນຸດ+ 27 ເພື່ອ​ເຂົາເຈົ້າ​ຈະ​ຊອກຫາ​ພະເຈົ້າ. ຖ້າ​ເຂົາເຈົ້າ​ພະຍາຍາມ​ຊອກຫາ​ເພິ່ນ​ແທ້​ໆ​+ ເຂົາເຈົ້າ​ຈະ​ຮູ້ຈັກ​ເພິ່ນ ຍ້ອນ​ເພິ່ນ​ບໍ່​ໄດ້​ຢູ່​ໄກ​ຈາກ​ພວກ​ເຮົາ​ແຕ່​ລະ​ຄົນ. 28 ພວກ​ເຮົາ​ມີ​ຊີວິດ​ຢູ່​ແລະ​ເຄື່ອນໄຫວ​ໄປ​ມາ​ໄດ້​ກໍ​ຍ້ອນ​ເພິ່ນ. ຄື​ກັບ​ທີ່​ນັກແຕ່ງ​ກາບກອນ​ບາງຄົນ​ຂອງ​ພວກ​ເຈົ້າ​ບອກ​ໄວ້​ວ່າ ‘ພວກ​ເຮົາ​ກໍ​ເປັນ​ລູກ​ຂອງ​ພະເຈົ້າ​ຄື​ກັນ.’

29 ໃນ​ເມື່ອ​ພວກ​ເຮົາ​ເປັນ​ລູກ​ຂອງ​ພະເຈົ້າ+ ພວກ​ເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພະເຈົ້າ​ເປັນ​ຄື​ກັບ​ຄຳ ເງິນ ກ້ອນ​ຫີນ ຫຼື​ເປັນ​ຄື​ກັບ​ບາງ​ສິ່ງ​ທີ່​ແກະ​ສະຫຼັກ​ຂຶ້ນ​ມາ​ດ້ວຍ​ສີ​ມື​ແລະ​ຄວາມຄິດ​ຂອງ​ມະນຸດ.+ 30 ແຕ່​ກ່ອນ​ພະເຈົ້າ​ບໍ່​ຖື​ສາ​ມະນຸດ​ຍ້ອນ​ເຂົາເຈົ້າ​ຍັງ​ບໍ່​ຮູ້+ ແຕ່​ດຽວ​ນີ້​ເພິ່ນ​ປະກາດ​ໃຫ້​ມະນຸດ​ທຸກ​ຄົນ​ທີ່​ຢູ່​ທຸກ​ບ່ອນ​ຮູ້​ວ່າ​ເຂົາເຈົ້າ​ຕ້ອງ​ກັບໃຈ 31 ຍ້ອນ​ເພິ່ນ​ກຳນົດ​ວັນ​ໜຶ່ງ​ໄວ້​ແລ້ວ​ທີ່​ຈະ​ໃຫ້​ຜູ້​ໜຶ່ງ​ທີ່​ເພິ່ນ​ແຕ່ງຕັ້ງ​ມາ​ຕັດສິນ+​ໂລກ​ດ້ວຍ​ຄວາມ​ຍຸຕິທຳ. ເພິ່ນ​ປຸກ​ຜູ້​ນັ້ນ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ພິສູດ​ກັບ​ທຸກ​ຄົນ​ວ່າ​ວັນ​ນັ້ນ​ຈະ​ຕ້ອງ​ມາ​ແນ່ນອນ.”+

32 ເມື່ອ​ເຂົາເຈົ້າ​ໄດ້​ຍິນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ບາງຄົນ​ກໍ​ເຍາະເຍີ້ຍ+ ແຕ່​ບາງຄົນ​ກໍ​ເວົ້າ​ວ່າ: “ເທື່ອ​ໜ້າ​ພວກ​ເຮົາ​ຈະ​ຟັງ​ເຈົ້າ​ເວົ້າ​ເລື່ອງ​ນີ້​ອີກ.” 33 ໂປໂລ​ຈຶ່ງ​ໄປ​ຈາກ​ບ່ອນ​ນັ້ນ 34 ແຕ່​ມີ​ບາງຄົນ​ໄປ​ນຳ​ໂປໂລ​ແລະ​ເຂົ້າ​ມາ​ເປັນ​ລູກສິດ. ຜູ້​ໜຶ່ງ​ຊື່​ດີໂອນີຊີໂອ​ທີ່​ເປັນ​ຜູ້​ພິພາກສາ​ໃນ​ສານ​ຢູ່​ໂນນພູ​ອາເຣໂອປາໂຄ. ອີກ​ຜູ້​ໜຶ່ງ​ແມ່ນ​ຜູ້ຍິງ​ຊື່​ດາມາຣີ ແລະ​ຍັງ​ມີ​ຄົນ​ອື່ນ​ໆ​ນຳ​ອີກ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌