ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງຂອງໂຊໂລໂມນ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງຂອງໂຊໂລໂມນ

    • ສາວ​ເມືອງ​ຊູເລມ​ໃນ​ຄ້າຍ​ຂອງ​ກະສັດ​ໂຊໂລໂມນ (1:1–3:5)

        • ເພງ​ທີ່​ມ່ວນ​ທີ່ສຸດ (1)

        • ສາວ​ເມືອງ​ຊູເລມ (2-​7)

        • ຜູ້ຍິງ​ເມືອງ​ເຢຣູຊາເລັມ (8)

        • ກະສັດ (9-​11)

          • ‘ພວກ​ເຮົາ​ຈະ​ເຮັດ​ຜ້າ​ມັດ​ຫົວ​ທີ່​ເປັນ​ຄຳ​ໃຫ້​ເຈົ້າ’ (11)

        • ສາວ​ເມືອງ​ຊູເລມ (12-​14)

          • “ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ຖົງ​ມົດຍອບ​ທີ່​ຫອມ​ໆ​” (13)

        • ຄົນ​ລ້ຽງ​ແກະ (15)

          • “ທີ່​ຮັກ​ຂອງ​ອ້າຍ ນ້ອງ​ເປັນ​ຄົນ​ງາມ​ຫຼາຍ”

        • ສາວ​ເມືອງ​ຊູເລມ (16, 17)

          • ‘ທີ່​ຮັກ​ຂອງ​ນ້ອງ ອ້າຍ​ເປັນ​ຄົນ​ຫຼໍ່​ຫຼາຍ’ (16)

ເພງຂອງໂຊໂລໂມນ 1:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 4:29, 32

ເພງຂອງໂຊໂລໂມນ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 4:10

ເພງຂອງໂຊໂລໂມນ 1:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 27:9; ປຍຈ 9:8; ພຊມ 5:5
  • +ປຍຈ 7:1

ເພງຂອງໂຊໂລໂມນ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 120:5; ອຊກ 27:21
  • +ອພຍ 36:14

ເພງຂອງໂຊໂລໂມນ 1:7

ໄຂເງື່ອນ

  • *

    ຫຼື “ເອົາ​ຜ້າ​ປົກ​ໜ້າ​ໄວ້ທຸກ​ມາ​ໃສ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 6:3

ເພງຂອງໂຊໂລໂມນ 1:9

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 10:28; 2ຂຄ 1:16, 17; ພຊມ 6:4

ເພງຂອງໂຊໂລໂມນ 1:10

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ທ່າມກາງ​ຜົມ​ທີ່​ເປຍ”

ເພງຂອງໂຊໂລໂມນ 1:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 4:13, 14

ເພງຂອງໂຊໂລໂມນ 1:13

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:23, 25; ອສທ 2:12; ພສ 45:8; ພຊມ 4:6; 5:13

ເພງຂອງໂຊໂລໂມນ 1:14

ໄຂເງື່ອນ

  • *

    ພືດ​ຊະນິດ​ໜຶ່ງ​ທີ່​ມີ​ດອກ​ຫອມ​ແລະ​ໃບ​ຂອງ​ມັນ​ໃຊ້​ເຮັດ​ສີ​ຍ້ອມ​ສີ​ນ້ຳ​ຕານ​ແດງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 4:13
  • +ຢຊ 15:20, 62; 1ຊມ 23:29; 2ຂຄ 20:2

ເພງຂອງໂຊໂລໂມນ 1:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 4:1; 5:2

ເພງຂອງໂຊໂລໂມນ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 5:10

ເພງຂອງໂຊໂລໂມນ 1:17

ໄຂເງື່ອນ

  • *

    ໄມ້​ແປກ​ຊະນິດ​ໜຶ່ງ

  • *

    ໄມ້​ແປກ​ຊະນິດ​ໜຶ່ງ

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພຊມ. 1:11ກສ 4:29, 32
ພຊມ. 1:2ພຊມ 4:10
ພຊມ. 1:3ສພສ 27:9; ປຍຈ 9:8; ພຊມ 5:5
ພຊມ. 1:3ປຍຈ 7:1
ພຊມ. 1:5ພສ 120:5; ອຊກ 27:21
ພຊມ. 1:5ອພຍ 36:14
ພຊມ. 1:7ພຊມ 6:3
ພຊມ. 1:91ກສ 10:28; 2ຂຄ 1:16, 17; ພຊມ 6:4
ພຊມ. 1:12ພຊມ 4:13, 14
ພຊມ. 1:13ອພຍ 30:23, 25; ອສທ 2:12; ພສ 45:8; ພຊມ 4:6; 5:13
ພຊມ. 1:14ພຊມ 4:13
ພຊມ. 1:14ຢຊ 15:20, 62; 1ຊມ 23:29; 2ຂຄ 20:2
ພຊມ. 1:15ພຊມ 4:1; 5:2
ພຊມ. 1:16ພຊມ 5:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ເພງຂອງໂຊໂລໂມນ 1:1-17

ເພງຂອງໂຊໂລໂມນ

1 ນີ້​ແມ່ນ​ເພງ​ທີ່​ມ່ວນ​ທີ່ສຸດ​ທີ່​ໂຊໂລໂມນ​ແຕ່ງ.+

 2 “ຈູບ​ນ້ອງ​ແມ້ ເອົາ​ປາກ​ຂອງ​ອ້າຍ​ມາ​ຈູບ​ນ້ອງ​ແມ້.

ຄວາມ​ຮັກ​ທີ່​ອ້າຍ​ມີ​ຕໍ່​ນ້ອງ​ນັ້ນ​ດີ​ກວ່າ​ເຫຼົ້າແວງ​ອີກ.+

 3 ກິ່ນ​ນ້ຳມັນ​ຫອມ​ຂອງ​ອ້າຍ​ເຮັດ​ໃຫ້​ສົດ​ຊື່ນ.+

ຊື່​ຂອງ​ອ້າຍ​ເປັນ​ຄື​ກັບ​ນ້ຳມັນ​ຫອມ​ທີ່​ຖືກ​ເທ​ໃສ່​ຫົວ.+

ສົມ​ພໍ​ພວກ​ຜູ້​ສາວ​ຈຶ່ງ​ມັກ​ອ້າຍ​ຫຼາຍ.

 4 ກະສັດ​ໄດ້​ພາ​ນ້ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ລາວ​ແລ້ວ.

ໃຫ້​ອ້າຍ​ມາ​ພາ​ນ້ອງ​ໜີ​ໄປ.

ໃຫ້​ພວກ​ເຮົາ​ໄປ​ມີ​ຄວາມສຸກ​ນຳ​ກັນ

ແລະ​ເວົ້າ​ເຖິງ​ຄວາມ​ຮັກ​ທີ່​ອ້າຍ​ມີ​ຕໍ່​ນ້ອງ​ເຊິ່ງ​ເຮັດ​ໃຫ້​ສົດ​ຊື່ນ​ຫຼາຍ​ກວ່າ​ໄດ້​ກິນ​ເຫຼົ້າແວງ.

ຍ້ອນ​ແນວ​ນີ້ ພວກ​ຜູ້​ສາວ​ຈຶ່ງ​ມັກ​ອ້າຍ​ຫຼາຍ.

 5 ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ ເຖິງ​ວ່າ​ຂ້ອຍ​ຈະ​ດຳ​ແຕ່​ຂ້ອຍ​ກໍ​ງາມ.

ຂ້ອຍ​ງາມ​ຄື​ກັບ​ເຕັ້ນ​ຂອງ​ຄົນ​ເກດາ+​ແລະ​ງາມ​ຄື​ກັບ​ຜ້າ​ເຕັ້ນ+​ຂອງ​ໂຊໂລໂມນ.

 6 ຢ່າ​ແນມ​ເບິ່ງ​ຂ້ອຍ​ຍ້ອນ​ວ່າ​ຂ້ອຍ​ດຳ.

ຂ້ອຍ​ດຳ​ກໍ​ຍ້ອນ​ຕາກ​ແດດ.

ພວກ​ອ້າຍ​ຂອງ​ຂ້ອຍ​ໃຈຮ້າຍ​ໃຫ້​ຂ້ອຍ

ເຂົາເຈົ້າ​ຈຶ່ງ​ໃຫ້​ຂ້ອຍ​ໄປເບິ່ງແຍງສວນ​ໝາກ​ລະແຊັງ

ແຕ່​ສວນ​ໝາກ​ລະແຊັງ​ຂອງ​ຂ້ອຍ ຂ້ອຍ​ພັດ​ບໍ່​ໄດ້​ເບິ່ງແຍງ.

 7 ສຸດ​ທີ່​ຮັກ​ຂອງ​ນ້ອງ ບອກ​ນ້ອງ​ແດ່​ວ່າ

ອ້າຍ​ພາ​ຝູງ​ແກະ​ໄປ​ກິນ​ຫຍ້າ​ຢູ່​ໃສ?+

ຕອນ​ສວາຍ​ອ້າຍ​ໃຫ້​ພວກ​ມັນ​ໄປ​ນອນ​ຢູ່​ໃສ?

ເປັນຫຍັງ​ນ້ອງ​ຕ້ອງ​ເປັນ​ຄື​ກັບ​ຜູ້ຍິງ​ທີ່​ເອົາ​ຜ້າ​ປົກ​ໜ້າ*

ທີ່​ຍ່າງ​ຢູ່​ທ່າມກາງ​ຝູງ​ແກະ​ຂອງ​ໝູ່​ອ້າຍ?”

 8 “ຜູ້ຍິງ​ທີ່​ງາມ​ທີ່ສຸດ​ເອີ້ຍ

ຖ້າ​ເຈົ້າ​ບໍ່​ຮູ້ ໃຫ້​ເຈົ້າ​ຍ່າງ​ນຳ​ຮອຍ​ຕີນ​ຝູງ​ແກະ​ໄປ

ແລະ​ເອົາ​ແບ້​ນ້ອຍ​ຂອງ​ເຈົ້າ​ໄປ​ກິນ​ຫຍ້າ​ຢູ່​ໃກ້​ໆ​ເຕັ້ນ​ຂອງ​ຄົນ​ລ້ຽງ​ແກະ​ແມ້.”

 9 “ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ເປັນ​ຄື​ກັບ​ມ້າງາມ​ໆ​ໃນ​ທ່າມກາງ​ມ້າທີ່ແກ່​ລົດ​ຮົບ​ຂອງ​ຟາໂຣ.*+

10 ແກ້ມ​ຂອງ​ເຈົ້າ​ງາມ​ດ້ວຍ​ເຄື່ອງ​ປະດັບ*

ແລະ​ຄໍ​ຂອງ​ເຈົ້າ​ງາມ​ດ້ວຍ​ສາຍ​ຄໍ​ໝາກ​ຕຸ້ມ.

11 ພວກ​ເຮົາ​ຈະ​ເຮັດ​ຜ້າ​ມັດ​ຫົວ​ທີ່​ເປັນ​ຄຳ

ເຊິ່ງ​ປະດັບ​ດ້ວຍ​ໝາກ​ຕຸ້ມ​ເງິນ​ໃຫ້​ເຈົ້າ.”

12 “ເຖິງ​ວ່າ​ຂ້ອຍ​ຈະ​ນັ່ງ​ຢູ່​ໂຕະ​ນຳ​ກະສັດ

ແຕ່​ກິ່ນ​ນ້ຳ​ຫອມ​ຂອງ​ຂ້ອຍ+​ກໍ​ແມ່ນ​ສຳລັບ​ຄົນ​ທີ່​ຂ້ອຍ​ຮັກ.

13 ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ຖົງ​ມົດຍອບ*​ທີ່​ຫອມ​ໆ​+

ທີ່​ວາງ​ໄວ້​ຢູ່​ເທິງ​ເອິກ​ຂ້ອຍ​ໝົດ​ຄືນ.

14 ຄົນ​ຮັກ​ຂອງ​ຂ້ອຍ​ຫອມ​ຄື​ກັບ​ຕົ້ນ​ເຮນນາ*+

ເຊິ່ງ​ຢູ່​ກາງ​ສວນ​ໝາກ​ລະແຊັງ​ໃນ​ເມືອງ​ເອັນເກດີ.”+

15 “ທີ່​ຮັກ​ຂອງ​ອ້າຍ ນ້ອງ​ເປັນ​ຄົນ​ງາມ​ຫຼາຍ.

ນ້ອງ​ງາມ​ແທ້​ໆ​ ຕາ​ຂອງ​ນ້ອງ​ຄື​ກັບ​ຕາ​ຂອງ​ນົກ​ເຂົາ.”+

16 “ທີ່​ຮັກ​ຂອງ​ນ້ອງ ອ້າຍ​ເປັນ​ຄົນ​ຫຼໍ່​ແລະ​ມີ​ສະເໜ່​ຫຼາຍ.+

ຫຍ້າ​ສີ​ຂຽວ​ເປັນ​ບ່ອນ​ນອນ​ຂອງ​ພວກ​ເຮົາ.

17 ໄມ້​ຊີດ້າ*​ເປັນ​ຄື​ເຮືອນ​ຂອງ​ພວກ​ເຮົາ

ແລະ​ໄມ້​ຈູນິເປີ້*​ເປັນ​ເພດານ​ເຮືອນ​ຂອງ​ພວກ​ເຮົາ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌