ເອຊາຢາ
43 ຢາໂຄບເອີ້ຍ ພະເຢໂຫວາຜູ້ທີ່ສ້າງເຈົ້າ
ອິດສະຣາເອນເອີ້ຍ ພະເຈົ້າຜູ້ທີ່ກໍ່ຕັ້ງເຈົ້າເວົ້າວ່າ:+
“ບໍ່ຕ້ອງຢ້ານ ຍ້ອນເຮົາໄດ້ໄຖ່ເຈົ້າກັບຄືນມາແລ້ວ.+
ເຮົາໄດ້ເອີ້ນຊື່ເຈົ້າ
ແລະເຈົ້າກໍເປັນຂອງເຮົາ.
ເມື່ອເຈົ້າຍ່າງລຸຍໄຟ ໄຟກໍຈະບໍ່ໄໝ້ເຈົ້າ
ແລະຈະບໍ່ເຜົາເຈົ້າ.
3 ເຮົາແມ່ນເຢໂຫວາພະເຈົ້າຂອງເຈົ້າ.
ພະເຈົ້າອົງບໍລິສຸດຂອງອິດສະຣາເອນຜູ້ຊ່ວຍເຈົ້າໃຫ້ລອດ.
ເຮົາໄດ້ເອົາເອຢິບໄປໄຖ່ເຈົ້າ
ແລະໄດ້ເອົາເອທິໂອເປຍກັບເສບາໄປແລກເອົາເຈົ້າມາ.
ເຮົາຈຶ່ງເອົາຄົນແລະຊາດຕ່າງໆ
ໄປແລກກັບຊີວິດເຈົ້າ.
5 ບໍ່ຕ້ອງຢ້ານ ຍ້ອນເຮົາຢູ່ນຳເຈົ້າ.+
ເຮົາຈະພາລູກຫຼານຂອງເຈົ້າມາຈາກທິດຕາເວັນອອກ
ແລະລວບລວມພວກເຈົ້າມາຈາກທິດຕາເວັນຕົກ.+
6 ເຮົາຈະບອກທິດເໜືອວ່າ ‘ປ່ອຍເຂົາເຈົ້າມາ’+
ແລະບອກທິດໃຕ້ວ່າ ‘ບໍ່ຕ້ອງກັກເຂົາເຈົ້າໄວ້.
ໃຫ້ພາພວກລູກຊາຍຂອງເຮົາມາຈາກບ່ອນທີ່ຢູ່ໄກໆແລະພາພວກລູກສາວຂອງເຮົາມາຈາກສຸດຂອບໂລກ.+
7 ເຂົາເຈົ້າທຸກຄົນຖືກເອີ້ນຕາມຊື່ຂອງເຮົາ+
ແລະເປັນຜູ້ທີ່ເຮົາໄດ້ສ້າງຂຶ້ນມາຢ່າງດີ+
ເພື່ອເຮົາຈະໄດ້ຮັບກຽດ.’
8 ໃຫ້ພາປະຊາຊົນອອກມາ. ເຂົາເຈົ້າມີຕາ ແຕ່ເບິ່ງບໍ່ເຫັນ.
ເຂົາເຈົ້າມີຫູ ແຕ່ບໍ່ໄດ້ຍິນ.+
9 ໃຫ້ທຸກປະເທດມາລວມກັນຢູ່ບ່ອນດຽວ
ແລະໃຫ້ທຸກຊາດມາຢູ່ນຳກັນ.+
ບອກເຮົາມາດຸ ມີພະເຈົ້າອົງໃດບໍທີ່ບອກເລື່ອງນີ້ໄດ້
ຫຼືບອກສິ່ງທີ່ຈະເກີດຂຶ້ນໃນອະນາຄົດໃກ້ໆນີ້ໄດ້?+
ໃຫ້ເຂົາເຈົ້າເອົາພະຍານມາພິສູດວ່າເຂົາເຈົ້າເວົ້າຖືກ
ຫຼືໃຫ້ຄົນອື່ນມາຟັງແລະເວົ້າວ່າມັນແມ່ນຄວາມຈິງ.’”+
10 ພະເຢໂຫວາບອກວ່າ:
“ເຈົ້າເປັນພະຍານຂອງເຮົາ.+
ເຈົ້າເປັນຜູ້ຮັບໃຊ້ທີ່ເຮົາໄດ້ເລືອກ+
ເພື່ອເຈົ້າຈະຮູ້ຈັກເຮົາ ເຊື່ອໃນເຮົາ*
ແລະເຂົ້າໃຈວ່າເຮົາແມ່ນພະເຈົ້າທີ່ບໍ່ປ່ຽນແປງ.+
ກ່ອນໜ້າເຮົາບໍ່ມີພະເຈົ້າອື່ນແລະຫຼັງຈາກເຮົາກໍຈະບໍ່ມີຄືກັນ.+
11 ເຮົາແມ່ນເຢໂຫວາ.+ ເຮົາຜູ້ດຽວເທົ່ານັ້ນທີ່ເປັນຜູ້ຊ່ວຍໃຫ້ລອດ.”+
12 ພະເຢໂຫວາບອກວ່າ: “ຕອນທີ່ພວກເຈົ້າບໍ່ມີພະເຈົ້າອື່ນ+
ເຮົາເປັນຜູ້ບອກໃຫ້ຮູ້ວ່າຈະຊ່ວຍພວກເຈົ້າແນວໃດ ເປັນຜູ້ຊ່ວຍພວກເຈົ້າໃຫ້ລອດ ແລະເປັນຜູ້ທີ່ເຮັດໃຫ້ຄົນອື່ນຮູ້ເລື່ອງນັ້ນ.
ພວກເຈົ້າເປັນພະຍານຂອງເຮົາແລະເຮົາເປັນພະເຈົ້າທ່ຽງແທ້.+
ເມື່ອເຮົາລົງມືເຮັດກໍບໍ່ມີໃຜຂັດຂວາງເຮົາໄດ້.”+
14 ພະເຢໂຫວາທີ່ເປັນຜູ້ໄຖ່ເຈົ້າຄືນມາ+ ແລະເປັນພະເຈົ້າອົງບໍລິສຸດຂອງອິດສະຣາເອນເວົ້າວ່າ:+
“ເພື່ອເຫັນແກ່ເຈົ້າ ເຮົາຈະສົ່ງທະຫານກອງໜຶ່ງໄປບາບີໂລນ. ເຂົາເຈົ້າຈະທຳລາຍກອນປະຕູເມືອງທັງໝົດ.+
ພວກການເດອາທີ່ຢູ່ໃນເຮືອຈະຮ້ອງໄຫ້ເສຍໃຈ.+
15 ເຮົາແມ່ນເຢໂຫວາ ເຮົາເປັນພະເຈົ້າທີ່ບໍລິສຸດ+ ເປັນຜູ້ສ້າງອິດສະຣາເອນ+ ແລະເປັນກະສັດຂອງພວກເຈົ້າ.”+
16 ພະເຢໂຫວາຜູ້ທີ່ເຮັດທາງຜ່ານທະເລ
ແລະເຮັດທາງຜ່ານແມ່ນ້ຳທີ່ປັ່ນປ່ວນ+
17 ຜູ້ທີ່ເອົາລົດຮົບກັບມ້າ+
ແລະກອງທັບກັບທະຫານທີ່ເກັ່ງໆອອກມາ ເວົ້າວ່າ:
“ເຂົາເຈົ້າຈະລົ້ມລົງແລະລຸກຂຶ້ນບໍ່ໄດ້.+
ເຂົາເຈົ້າຈະຖືກທຳລາຍຄືກັບໄສ້ຕະກຽງທີ່ໄໝ້ແລ້ວ.”
18 “ໃຫ້ລືມສິ່ງທີ່ເຄີຍເກີດຂຶ້ນ
ແລະບໍ່ຕ້ອງຄິດເຖິງເລື່ອງໃນອະດີດ.
19 ເບິ່ງແມ້ ເຮົາກຳລັງເຮັດສິ່ງໃໝ່.+
ມັນເລີ່ມເກີດຂຶ້ນແລ້ວຕອນນີ້.
ພວກເຈົ້າຈະເຫັນແນ່ນອນ.
20 ສັດປ່າ ໝາໄນ ແລະນົກກະຈອກເທດຈະສັນລະເສີນເຮົາ
ຍ້ອນເຮົາໃຫ້ມີນ້ຳຢູ່ບ່ອນກັນດານ
ແລະໃຫ້ມີແມ່ນ້ຳຢູ່ທະເລຊາຍ+
ເພື່ອປະຊາຊົນທີ່ເຮົາໄດ້ເລືອກ+ຈະມີນ້ຳກິນ.
21 ເຮົາສ້າງປະຊາຊົນເຫຼົ່ານີ້ໃຫ້ເປັນຂອງເຮົາ
ເພື່ອເຂົາເຈົ້າຈະສັນລະເສີນເຮົາ.+
23 ເຈົ້າບໍ່ໄດ້ເອົາແກະມາເຜົາເປັນເຄື່ອງບູຊາເຜົາໃຫ້ເຮົາ
ແລະບໍ່ໄດ້ໃຫ້ກຽດເຮົາດ້ວຍເຄື່ອງບູຊາຕ່າງໆ.
ເຮົາບໍ່ໄດ້ບັງຄັບເຈົ້າໃຫ້ເອົາເຄື່ອງບູຊາມາໃຫ້ເຮົາ
ແລະເຮົາກໍບໍ່ໄດ້ເຮັດໃຫ້ເຈົ້າເບື່ອໜ່າຍໂດຍຮຽກຮ້ອງໃຫ້ເຈົ້າເອົາກຳຍານ*ມາໃຫ້ເຮົາ.+
24 ເຈົ້າບໍ່ໄດ້ເອົາເງິນຂອງເຈົ້າຊື້ໄມ້ອໍ້ຫອມໃຫ້ເຮົາ
ແລະນ້ຳມັນສັດທີ່ເຈົ້າເອົາມາເປັນເຄື່ອງບູຊາໃຫ້ເຮົາ ເຮົາກໍບໍ່ພໍໃຈ.+
ແຕ່ເຈົ້າເຮັດໃຫ້ເຮົາໜັກໃຈ
ແລະເບື່ອໜ່າຍ ຍ້ອນຄວາມຜິດຂອງເຈົ້າ.+
25 ເຮົາເປັນຜູ້ລົບລ້າງຄວາມຜິດ*ຂອງເຈົ້າ+ຍ້ອນເຫັນແກ່ຊື່ຂອງເຮົາ+
ແລະເຮົາຈະບໍ່ຈື່ຄວາມຜິດຂອງເຈົ້າອີກ.+
26 ໃຫ້ເຮົາມາສູ້ຄະດີກັນ ຖ້າມີບາງຢ່າງທີ່ເຮົາລືມເຮັດກໍເວົ້າມາໂລດ.
ເຈົ້າມີຫຍັງກໍເວົ້າມາແລະພິສູດໃຫ້ເຫັນວ່າເຈົ້າເປັນຝ່າຍຖືກ.
27 ປູ່ຍ່າຕານາຍຜູ້ທຳອິດຂອງເຈົ້າ*ໄດ້ເຮັດຜິດຕໍ່ເຮົາ