ເພງສັນລະເສີນ
71 ພະເຢໂຫວາເອີ້ຍ ລູກໝັ້ນໃຈວ່າພະອົງຈະປົກປ້ອງລູກ.
ຂໍຢ່າໃຫ້ລູກຕ້ອງອັບອາຍ.+
2 ຂໍພະອົງຊ່ວຍລູກໃຫ້ລອດຍ້ອນພະອົງຍຸຕິທຳ.
ຂໍພະອົງກົ້ມລົງມາຟັງລູກ*ແລະຊ່ວຍລູກແດ່.+
3 ຂໍພະອົງເປັນຫີນຜາທີ່ປົກປ້ອງລູກ
ທີ່ລູກຈະເຂົ້າໄປລີ້ຕອນໃດກະໄດ້.
ຂໍພະອົງອອກຄຳສັ່ງເພື່ອຊ່ວຍລູກໃຫ້ລອດ
ຍ້ອນພະອົງເປັນຫີນຜາແລະເປັນປ້ອມສູງໆຂອງລູກ.+
4 ພະເຈົ້າຂອງລູກເອີ້ຍ ຂໍພະອົງຊ່ວຍລູກໃຫ້ລອດຈາກມືຂອງຄົນຊົ່ວ+
ແລະຈາກກຳມືຂອງຜູ້ກົດຂີ່ທີ່ບໍ່ຍຸຕິທຳ.
5 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ພະອົງເປັນຄວາມຫວັງຂອງລູກ.
6 ລູກເພິ່ງພະອົງຕັ້ງແຕ່ເກີດ.
ພະອົງເປັນຜູ້ພາລູກອອກມາຈາກທ້ອງແມ່.+
ລູກສັນລະເສີນພະອົງສະເໝີ.
7 ຫຼາຍຄົນຮູ້ສຶກງຶດຫຼາຍຕອນທີ່ເຂົາເຈົ້າເຫັນວ່າເກີດຫຍັງຂຶ້ນກັບລູກ
ແຕ່ລູກຮູ້ດີວ່າພະອົງເປັນບ່ອນລີ້ທີ່ປອດໄພຂອງລູກ.
8 ລູກສັນລະເສີນພະອົງເລື້ອຍໆ+
ແລະລູກເວົ້າກ່ຽວກັບຄວາມດີຂອງພະອົງທຸກໆມື້.
9 ຂໍພະອົງຢ່າຖິ້ມລູກຕອນທີ່ລູກເຖົ້າແລ້ວ.+
ຂໍພະອົງຢ່າປະລູກຕອນທີ່ລູກບໍ່ມີເຫື່ອບໍ່ມີແຮງ.+
10 ພວກສັດຕູຂອງລູກໄດ້ເວົ້າໃຫ້ລູກ
ແລະຄົນທີ່ຢາກຂ້າລູກກໍພາກັນວາງແຜນຮ້າຍ.+
11 ເຂົາເຈົ້າເວົ້າວ່າ: “ພະເຈົ້າຖິ້ມມັນແລ້ວ.
ໃຫ້ພວກເຮົາໄປໄລ່ລ່າແລະຈັບມັນເພາະຈະບໍ່ມີຜູ້ໃດຊ່ວຍມັນໄດ້ດອກ!”+
12 ພະເຈົ້າເອີ້ຍ ຂໍພະອົງຢ່າຢູ່ໄກຈາກລູກ.
ພະເຈົ້າຂອງລູກເອີ້ຍ ຂໍພະອົງມາຊ່ວຍລູກໄວໆແດ່.+
13 ຂໍໃຫ້ຄົນທີ່ຕໍ່ຕ້ານລູກ
ອັບອາຍແລະຈິບຫາຍ.+
ຂໍໃຫ້ຄົນທີ່ຊອກຫາວິທີກຳຈັດລູກ
ຂາຍໜ້າແລະເສຍກຽດ.+
14 ແຕ່ສຳລັບລູກ ລູກຈະລໍຖ້າພະອົງຕໍ່ໆໄປ.
ລູກຈະສັນລະເສີນພະອົງໃຫ້ຫຼາຍຂຶ້ນອີກ.
15 ລູກຈະເວົ້າກ່ຽວກັບຄວາມຍຸຕິທຳຂອງພະອົງ.+
ທຸກໆມື້ ລູກຈະເວົ້າເຖິງວິທີທີ່ພະອົງຊ່ວຍໃຫ້ລອດ
16 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ
ລູກຈະເວົ້າເຖິງສິ່ງທີ່ຍິ່ງໃຫຍ່ທີ່ພະອົງໄດ້ເຮັດ.
ລູກຈະບໍ່ເວົ້າເຖິງຄວາມຍຸຕິທຳຂອງໃຜເລີຍ ນອກຈາກຂອງພະອົງຜູ້ດຽວ.
17 ພະເຈົ້າເອີ້ຍ ພະອົງສອນລູກຕັ້ງແຕ່ລູກຍັງນ້ອຍໆ+
ແລະຈົນຮອດຕອນນີ້ ລູກກໍຍັງປະກາດເລື່ອງຜົນງານທີ່ໜ້າງຶດງໍ້ຂອງພະອົງ.+
18 ພະເຈົ້າເອີ້ຍ ເຖິງວ່າລູກຈະເຖົ້າແລະຜົມຫງອກແລ້ວ ກໍຂໍພະອົງຢ່າປະຖິ້ມລູກເດີ້.+
ຂໍໃຫ້ລູກໄດ້ເລົ່າເລື່ອງລິດເດດ*ຂອງພະອົງໃຫ້ຄົນລຸ້ນຕໍ່ໄປຟັງ
ແລະໄດ້ເວົ້າເຖິງຄວາມຍິ່ງໃຫຍ່ຂອງພະອົງໃຫ້ຄົນທີ່ຈະເກີດມາຟັງ.+
19 ພະເຈົ້າເອີ້ຍ ຄວາມຍຸຕິທຳຂອງພະອົງຍິ່ງໃຫຍ່ຫຼາຍແທ້ໆ.+
ພະອົງເຮັດສິ່ງທີ່ຍິ່ງໃຫຍ່ຫຼາຍຢ່າງ.
ພະເຈົ້າເອີ້ຍ ໃຜຈະຄືກັບພະອົງ?+
20 ເຖິງວ່າພະອົງເຮັດໃຫ້ລູກເຈິຄວາມທຸກລຳບາກແລະຄວາມຈິບຫາຍ+
ກໍຂໍພະອົງເຮັດໃຫ້ລູກກັບມາມີເຫື່ອແຮງອີກເທື່ອໜຶ່ງ.
21 ຂໍພະອົງກູ້ສັກສີຂອງລູກ.
ຂໍພະອົງປົກປ້ອງແລະປອບໃຈລູກ.
22 ພະເຈົ້າຂອງລູກເອີ້ຍ ລູກຈະຫຼິ້ນເຄື່ອງດົນຕີທີ່ມີສາຍສັນລະເສີນພະອົງ
ຍ້ອນພະອົງສັດຊື່.+
ພະເຈົ້າອົງບໍລິສຸດຂອງອິດສະຣາເອນເອີ້ຍ
ລູກຈະດີດພິນແລະຮ້ອງເພງ*ສັນລະເສີນພະອົງ.