ໂຢບ
12 ຈາກນັ້ນ ໂຢບກໍຕອບວ່າ:
2 “ມັນກໍແມ່ນທີ່ພວກເຈົ້າມີຄວາມຮູ້ຫຼາຍ
ແຕ່ເມື່ອພວກເຈົ້າຕາຍ ສະຕິປັນຍາຂອງພວກເຈົ້າກໍບໍ່ເຫຼືອ!
3 ຂ້ອຍກໍມີຄວາມເຂົ້າໃຈຄືກັນ.
ຂ້ອຍບໍ່ໄດ້ຮູ້ໜ້ອຍໄປກວ່າພວກເຈົ້າດອກ.
ສິ່ງທີ່ພວກເຈົ້າເວົ້າມາ ແມ່ນໃຜກໍຮູ້.
ຄົນທີ່ເຮັດສິ່ງທີ່ຖືກຕ້ອງແລະບໍ່ມີບ່ອນຕິຄືກັບຂ້ອຍ ກໍຈະຖືກຫົວຂວັນໃສ່ແບບນີ້ແຫຼະ.
5 ຄົນທີ່ຢູ່ສຸກສະບາຍປະໝາດຄວາມທຸກລຳບາກ.
ລາວຄິດວ່າສິ່ງທີ່ບໍ່ດີເກີດຂຶ້ນກັບຄົນທີ່ເຈິບັນຫາຢູ່ແລ້ວເທົ່ານັ້ນ.
6 ພວກຂີ້ລັກຢູ່ໃນເຮືອນຂອງເຂົາເຈົ້າຢ່າງສະຫງົບສຸກ.+
ຄົນທີ່ເຮັດໃຫ້ພະເຈົ້າໃຈຮ້າຍ
ແລະຖືຮູບບູຊາພະເຈົ້າຂອງເຂົາເຈົ້າຢູ່ໃນມືກໍຢູ່ຢ່າງປອດໄພ.+
7 ຂໍໃຫ້ໄປຖາມພວກສັດເບິ່ງແລະພວກມັນຈະສອນເຈົ້າ
ໄປຖາມນົກຢູ່ເທິງຟ້າແມ້ແລະພວກມັນຈະບອກເຈົ້າ.
8 ເບິ່ງໂລກແມ້ແລະມັນຈະສອນເຈົ້າ
ແລະພວກປາໃນທະເລກໍຈະໃຫ້ຄວາມຮູ້ກັບເຈົ້າ.
9 ຈາກສິ່ງທັງໝົດນີ້ ມີຫຍັງບໍທີ່ບໍ່ຮູ້ວ່າ
ພະເຢໂຫວາສ້າງພວກມັນດ້ວຍມືຂອງເພິ່ນ?
10 ຊີວິດຂອງທຸກສິ່ງແລະຂອງທຸກຄົນ+
ກໍຢູ່ໃນມືຂອງເພິ່ນ.
11 ຫູມີໄວ້ຟັງໃຫ້ດີໆເພື່ອໃຫ້ແຍກໄດ້ວ່າອັນໃດດີອັນໃດຊົ່ວ
ຄືກັບລີ້ນທີ່ມີໄວ້ຊີມອາຫານ.+
12 ຄົນທີ່ອາຍຸຫຼາຍກໍມີສະຕິປັນຍາຫຼາຍ+
ແລະຄົນທີ່ມີອາຍຸຫຼາຍຂຶ້ນກໍມີຄວາມເຂົ້າໃຈຫຼາຍຂຶ້ນບໍ່ແມ່ນບໍ?
13 ພະເຈົ້າມີສະຕິປັນຍາແລະມີລິດເດດ.+
ເພິ່ນມີຄວາມເຂົ້າໃຈ+ແລະເພິ່ນຈະເຮັດໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້.
14 ເມື່ອເພິ່ນມ້າງຫຍັງລົງກໍບໍ່ມີຜູ້ໃດສ້າງຄືນໃໝ່ໄດ້.+
ເມື່ອເພິ່ນປິດຫຍັງໄວ້ກໍບໍ່ມີຜູ້ໃດເປີດໄດ້.
16 ເພິ່ນມີກຳລັງແລະສະຕິປັນຍາ.+
ເພິ່ນມີອຳນາດເໜືອຄົນທີ່ຖືກພາໄປເຮັດຜິດແລະຄົນທີ່ພາໄປເຮັດຜິດ.
17 ເພິ່ນເຮັດໃຫ້ພວກທີ່ປຶກສາຍ່າງຕີນເປົ່າ*
ແລະເຮັດໃຫ້ພວກຜູ້ຕັດສິນເປັນຄົນໂງ່.+
18 ເພິ່ນປົດພວກກະສັດອອກຈາກຕຳແໜ່ງ+
ແລະໃຫ້ເຂົາເຈົ້າໄປເປັນທາດ.
19 ເພິ່ນເຮັດໃຫ້ພວກປະໂລຫິດຍ່າງຕີນເປົ່າ+
ແລະປົດພວກຜູ້ທີ່ມີຕຳແໜ່ງໝັ້ນຄົງອອກ.+
20 ເພິ່ນເຮັດໃຫ້ຄຳເວົ້າຂອງພວກທີ່ປຶກສາເຊື່ອຖືບໍ່ໄດ້
ແລະເຮັດໃຫ້ພວກຜູ້ເຖົ້າ*ທີ່ມີສະຕິປັນຍາກາຍເປັນຄົນບໍ່ມີເຫດຜົນ.
21 ເພິ່ນເຮັດໃຫ້ພວກຜູ້ປົກຄອງອັບອາຍ+
ແລະເຮັດໃຫ້ຄົນທີ່ມີເຫື່ອມີແຮງອ່ອນແອ.*
22 ເພິ່ນເປີດເຜີຍສິ່ງທີ່ຖືກເຊື່ອງຢູ່ໃນບ່ອນມືດ+
ແລະໃຫ້ແສງສະຫວ່າງສ່ອງໃສ່ບ່ອນທີ່ມືດທຶບ.
23 ເພິ່ນເຮັດໃຫ້ຊາດຕ່າງໆຈະເລີນຂຶ້ນເພື່ອຈະທຳລາຍເຂົາເຈົ້າ.
ເພິ່ນເຮັດໃຫ້ເຂດແດນຂອງຊາດຕ່າງໆກວ້າງອອກເພື່ອຈະພາເຂົາເຈົ້າໄປເປັນຊະເລີຍ.