ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 38
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງສັນລະເສີນ

      • ຄຳ​ອະທິດຖານ​ຂອງ​ຄົນ​ກັບໃຈ​ທີ່​ມີ​ຄວາມ​ທຸກ

        • “ທຸກໃຈ​ແລະ​ເສົ້າໃຈ​ຫຼາຍ” (6)

        • ພະເຢໂຫວາ​ຟັງ​ຄົນ​ທີ່​ລໍ​ຖ້າ​ພະອົງ (15)

        • ‘ລູກ​ອຸກໃຈ​ຫຼາຍ​ຍ້ອນ​ຄວາມ​ຜິດ​ທີ່​ລູກ​ເຮັດ’ (18)

ເພງສັນລະເສີນ 38:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 10:24

ເພງສັນລະເສີນ 38:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 32:4

ເພງສັນລະເສີນ 38:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 6:2; 41:4; 51:8

ເພງສັນລະເສີນ 38:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:6; ພສ 40:12

ເພງສັນລະເສີນ 38:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 38:3

ເພງສັນລະເສີນ 38:8

ໄຂເງື່ອນ

  • *

    ຫຼື “ແຜດ​ສຽງ”

ເພງສັນລະເສີນ 38:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 6:7

ເພງສັນລະເສີນ 38:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:7; ພສ 62:4

ເພງສັນລະເສີນ 38:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:11
  • +ພສ 39:2, 9

ເພງສັນລະເສີນ 38:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:12; ພສ 123:2
  • +ພສ 138:3

ເພງສັນລະເສີນ 38:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 77:2

ເພງສັນລະເສີນ 38:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 32:5
  • +ພສ 51:3

ເພງສັນລະເສີນ 38:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 22:11; 35:22

ເພງສັນລະເສີນ 38:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 27:1; 62:2; ອຊຢ 12:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພສ. 38:1ຢຣມ 10:24
ພສ. 38:2ພສ 32:4
ພສ. 38:3ພສ 6:2; 41:4; 51:8
ພສ. 38:4ອຊຣ 9:6; ພສ 40:12
ພສ. 38:7ພສ 38:3
ພສ. 38:10ພສ 6:7
ພສ. 38:122ຊມ 16:7; ພສ 62:4
ພສ. 38:132ຊມ 16:11
ພສ. 38:13ພສ 39:2, 9
ພສ. 38:152ຊມ 16:12; ພສ 123:2
ພສ. 38:15ພສ 138:3
ພສ. 38:17ພສ 77:2
ພສ. 38:18ພສ 32:5
ພສ. 38:18ພສ 51:3
ພສ. 38:21ພສ 22:11; 35:22
ພສ. 38:22ພສ 27:1; 62:2; ອຊຢ 12:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເພງສັນລະເສີນ 38:1-22

ເພງສັນລະເສີນ

ເພງ​ຂອງ​ດາວິດ​ສຳລັບ​ໃຊ້​ເປັນ​ຂໍ້​ເຕືອນ​ໃຈ.

38 ພະ​ເຢໂຫວາ​ເອີ້ຍ ຂໍ​ຢ່າ​ຕຳໜິ​ລູກ​ດ້ວຍ​ຄວາມ​ໃຈຮ້າຍ

ແລະ​ຂໍ​ຢ່າ​ສັ່ງ​ສອນ​ລູກ​ດ້ວຍ​ຄວາມ​ໃຈຮ້າຍ​ແຮງ+

 2 ຍ້ອນ​ລູກ​ທະນູ​ຂອງ​ພະອົງ​ໄດ້​ສຽບ​ລູກ​ເຂົ້າ​ໄປ​ບັກ​ເລິກ​ໆ​

ແລະ​ຄວາມ​ບໍ່​ພໍໃຈ​ຂອງ​ພະອົງ​ເປັນ​ຄື​ກັບ​ພາລະ​ໜັກ​ຂອງ​ລູກ.+

 3 ລູກ​ເຈັບ​ໝົດຕົນ​ໝົດໂຕ ຍ້ອນ​ພະອົງ​ໃຈຮ້າຍ​ໃຫ້​ລູກ.

ກະດູກ​ຂອງ​ລູກ​ກໍ​ປວດ​ມຸບ​ໆ​ ຍ້ອນ​ຄວາມ​ຜິດ​ທີ່​ລູກ​ເຮັດ.+

 4 ຄວາມ​ຜິດ​ຂອງ​ລູກ​ຖ້ວມ​ຫົວ​ລູກ​ແລ້ວ.+

ມັນ​ເປັນ​ຄື​ກັບ​ພາລະ​ໜັກ​ຫຼາຍ​ໂພດ​ຈົນ​ລູກ​ແບກ​ບໍ່​ໄຫວ.

 5 ບາດແຜ​ຂອງ​ລູກ​ເປື່ອຍ​ແລະ​ມີ​ກິ່ນ​ເໝັນ

ຍ້ອນ​ຄວາມ​ໂງ່​ຂອງ​ລູກ​ເອງ​ນິ​ແຫຼະ.

 6 ລູກ​ທຸກໃຈ​ແລະ​ເສົ້າໃຈ​ຫຼາຍ.

ລູກ​ຍ່າງ​ໄປ​ຍ່າງ​ມາ​ດ້ວຍ​ຄວາມ​ໂສກເສົ້າ​ໝົດ​ມື້.

 7 ໂຕ​ລູກ​ຮ້ອນ​ຫຼາຍ​ຄື​ກັບ​ໄຟ​ໄໝ້​ຢູ່​ທາງ​ໃນ

ແລະ​ລູກ​ກໍ​ປວດ​ໝົດຕົນ​ໝົດໂຕ.+

 8 ລູກ​ທຸກໃຈ​ຫຼາຍ​ຈົນ​ຊາ​ໄປ​ໝົດໂຕ​ແລ້ວ.

ລູກ​ເຈັບ​ປວດ​ໃຈ​ຫຼາຍ​ຈົນ​ຮ້ອງ​ຄາງ*​ອອກ​ມາ.

 9 ພະ​ເຢໂຫວາ​ເອີ້ຍ ພະອົງ​ຮູ້​ໝົດ​ແລ້ວ​ວ່າ​ລູກ​ຕ້ອງການ​ຫຍັງ

ແລະ​ພະອົງ​ກໍ​ໄດ້​ຍິນສຽງ​ຖອນ​ຫາຍໃຈ​ທຸກ​ບາດ​ຂອງ​ລູກ.

10 ຫົວໃຈ​ຂອງ​ລູກ​ກໍ​ເຕັ້ນ​ໄວ​ຍ້ອນ​ວ່າ​ລູກ​ທຸກໃຈ​ຫຼາຍ.

ລູກ​ໝົດ​ແຮງ​ແລ້ວ​ແລະ​ສາຍ​ຕາ​ຂອງ​ລູກ​ກໍ​ມົວ​ແລ້ວ.+

11 ພວກ​ໝູ່​ຂອງ​ລູກ​ຫຼົບ​ໜ້າ​ລູກ​ຍ້ອນ​ວ່າ​ລູກ​ເປັນ​ພະຍາດ.

ແລະ​ສ່ຽວ​ຂອງ​ລູກ​ກໍ​ບໍ່​ຢາກ​ມາ​ໃກ້​ລູກ.

12 ຄົນ​ທີ່​ນຳ​ຂ້າ​ລູກ​ກໍ​ວາງ​ກັບດັກ​ໄວ້​ຈັບ​ລູກ.

ເຂົາເຈົ້າ​ລົມກັນ​ວ່າ​ຈະ​ທຳຮ້າຍ​ລູກ​ແນວໃດ.+

ເຂົາເຈົ້າ​ວາງແຜນ​ໝົດ​ມື້​ເພື່ອ​ຫຼອກ​ລໍ້​ລູກ.

13 ແຕ່​ລູກ​ຈະ​ເຮັດ​ບໍ່​ໄດ້​ຍິນ​ຄື​ກັບ​ຄົນ​ຫູ​ໜວກ.+

ລູກ​ຈະ​ບໍ່​ເວົ້າ​ຫຍັງ​ຄື​ກັບ​ຄົນ​ປາກກືກ.+

14 ລູກ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ໄດ້​ຍິນ​ຫຍັງ

ແລະ​ບໍ່​ຮູ້​ວິທີ​ເວົ້າ​ປົກປ້ອງ​ໂຕເອງ.

15 ພະ​ເຢໂຫວາ​ເອີ້ຍ ຍ້ອນ​ລູກ​ລໍ​ຖ້າ​ພະອົງ+

ແລະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ກໍ​ໄດ້​ຕອບ​ລູກ​ແລ້ວ.+

16 ລູກ​ເວົ້າ​ວ່າ: “ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ເຍາະເຍີ້ຍ​ລູກ

ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ຫົວຂວັນ​ໃສ່​ລູກ​ຕອນ​ທີ່​ລູກ​ມື່ນ​ລົ້ມ”

17 ຍ້ອນ​ລູກ​ໃກ້​ຈະ​ລົ້ມ​ແລ້ວ

ແລະ​ລູກ​ກໍ​ຮູ້ສຶກ​ເຈັບ​ປວດ​ຕະຫຼອດ.+

18 ລູກ​ໄດ້​ສາລະພາບ​ຄວາມ​ຜິດ​ຂອງ​ລູກ+

ແລະ​ລູກ​ກໍ​ອຸກໃຈ​ຫຼາຍ​ຍ້ອນ​ຄວາມ​ຜິດ​ທີ່​ລູກ​ເຮັດ.+

19 ສັດຕູ​ຂອງ​ລູກ​ມີ​ກຳລັງ​ຫຼາຍ

ແລະ​ຄົນ​ທີ່​ຊັງ​ລູກ​ໂດຍ​ບໍ່​ມີ​ເຫດຜົນ​ກໍ​ມີ​ຫຼາຍ​ຂຶ້ນ​ໆ​.

20 ເຂົາເຈົ້າ​ເຮັດ​ຊົ່ວ​ຕອບ​ແທນ​ຄວາມ​ດີ​ຂອງ​ລູກ.

ເຂົາເຈົ້າ​ພະຍາຍາມ​ຂັດ​ຂວາງ​ບໍ່​ໃຫ້​ລູກ​ເຮັດ​ດີ.

21 ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຢ່າ​ປະ​ຢ່າ​ຖິ້ມ​ລູກ.

ຂໍ​ພະອົງ​ຢ່າ​ຢູ່​ໄກ​ຈາກ​ລູກ​ເລີຍ.+

22 ພະ​ເຢໂຫວາ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ລູກ​ເອີ້ຍ

ຂໍ​ພະອົງ​ມາ​ຊ່ວຍ​ລູກ​ໄວ​ໆ​ແດ່​ເດີ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌