ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ເຢໂຮອາດ​ເປັນ​ກະສັດ​ປົກຄອງ​ຢູດາ (1-​3)

      • ເຢໂຮອາດ​ແປງ​ວິຫານ (4-​16)

      • ພວກ​ຊີເຣຍ​ໂຈມຕີ (17, 18)

      • ເຢໂຮອາດ​ຖືກ​ຂ້າ (19-​21)

2 ກະສັດ 12:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:16; 2ກສ 10:30
  • +2ກສ 11:2; 1ຂຄ 3:10, 11
  • +2ຂຄ 24:1, 2

2 ກະສັດ 12:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 33:52

2 ກະສັດ 12:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 31:12
  • +ອພຍ 30:13; 2ຂຄ 24:9
  • +ອພຍ 25:2; 35:21

2 ກະສັດ 12:5

ໄຂເງື່ອນ

  • *

    ຫຼື “ຄົນ​ທີ່​ເຂົາເຈົ້າ​ຮູ້ຈັກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 24:7

2 ກະສັດ 12:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 24:5

2 ກະສັດ 12:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 11:4; 2ຂຄ 23:1; 24:15
  • +2ຂຄ 24:6

2 ກະສັດ 12:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 24:8; ມຣກ 12:41; ລກ 21:1
  • +2ຂຄ 24:10

2 ກະສັດ 12:10

ໄຂເງື່ອນ

  • *

    ຫຼື “ເອົາ​ໃສ່​ໄວ້​ໃນ​ຖົງ.” ແປ​ຕາມ​ໂຕ​ວ່າ “ມັດ.”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 24:11

2 ກະສັດ 12:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:4-6; 2ຂຄ 24:12

2 ກະສັດ 12:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 10:2; 2ຂຄ 5:12
  • +2ຂຄ 24:14

2 ກະສັດ 12:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:7

2 ກະສັດ 12:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 5:15
  • +ລລວ 7:7; ຈຊບ 18:8

2 ກະສັດ 12:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:15; 2ກສ 8:13; 10:32
  • +1ຂຄ 18:1
  • +2ຂຄ 24:23

2 ກະສັດ 12:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 15:18; 2ກສ 16:8; 18:15

2 ກະສັດ 12:20

ໄຂເງື່ອນ

  • *

    ຫຼື “ຢູ່​ເບັດມິໂລ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 24:25, 26; 25:27
  • +2ຊມ 5:9; 1ກສ 9:15, 24; 2ຂຄ 32:5

2 ກະສັດ 12:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 14:1, 5
  • +2ຂຄ 24:27

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 12:11ກສ 19:16; 2ກສ 10:30
2ກສ. 12:12ກສ 11:2; 1ຂຄ 3:10, 11
2ກສ. 12:12ຂຄ 24:1, 2
2ກສ. 12:3ຈຊບ 33:52
2ກສ. 12:42ຂຄ 31:12
2ກສ. 12:4ອພຍ 30:13; 2ຂຄ 24:9
2ກສ. 12:4ອພຍ 25:2; 35:21
2ກສ. 12:52ຂຄ 24:7
2ກສ. 12:62ຂຄ 24:5
2ກສ. 12:72ກສ 11:4; 2ຂຄ 23:1; 24:15
2ກສ. 12:72ຂຄ 24:6
2ກສ. 12:92ຂຄ 24:8; ມຣກ 12:41; ລກ 21:1
2ກສ. 12:92ຂຄ 24:10
2ກສ. 12:102ຂຄ 24:11
2ກສ. 12:112ກສ 22:4-6; 2ຂຄ 24:12
2ກສ. 12:13ຈຊບ 10:2; 2ຂຄ 5:12
2ກສ. 12:132ຂຄ 24:14
2ກສ. 12:152ກສ 22:7
2ກສ. 12:16ລລວ 5:15
2ກສ. 12:16ລລວ 7:7; ຈຊບ 18:8
2ກສ. 12:171ກສ 19:15; 2ກສ 8:13; 10:32
2ກສ. 12:171ຂຄ 18:1
2ກສ. 12:172ຂຄ 24:23
2ກສ. 12:181ກສ 15:18; 2ກສ 16:8; 18:15
2ກສ. 12:202ຂຄ 24:25, 26; 25:27
2ກສ. 12:202ຊມ 5:9; 1ກສ 9:15, 24; 2ຂຄ 32:5
2ກສ. 12:212ກສ 14:1, 5
2ກສ. 12:212ຂຄ 24:27
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 12:1-21

ກະສັດ​ສະບັບ​ທີ​ສອງ

12 ໃນ​ປີ​ທີ 7 ທີ່​ເຢຮູ+ເປັນ​ກະສັດ​ປົກຄອງ ເຢໂຮອາດ​+ກໍ​ເປັນ​ກະສັດ. ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 40 ປີ. ແມ່​ຂອງ​ລາວ​ຊື່​ຊີບີຢາ​ຄົນ​ເບເອເຊບາ.+ 2 ເຢໂຮອາດ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ຕະຫຼອດ​ໄລຍະ​ທີ່​ປະໂລຫິດ​ເຢໂຮຢາດາ​ເປັນ​ທີ່​ປຶກສາ​ໃຫ້​ລາວ. 3 ແຕ່​ລາວ​ບໍ່​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ພະເຈົ້າ​ປອມ+ແລະ​ປະຊາຊົນ​ຍັງ​ໄປ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຢູ່​ບ່ອນ​ນະມັດສະການ​ເຫຼົ່າ​ນັ້ນ.

4 ເຢໂຮອາດ​ເວົ້າ​ກັບ​ພວກ​ປະໂລຫິດ​ວ່າ: “ໃຫ້​ລວບລວມ​ເງິນ​ທັງ​ໝົດ​ທີ່​ປະຊາຊົນ​ເອົາ​ມາ​ໃຫ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ+ ເຊິ່ງ​ແມ່ນ​ເງິນພາສີ+ ເງິນ​ຄ່າສາບານ ແລະ​ເງິນ​ທີ່​ປະຊາຊົນ​ບໍລິຈາກ​ໃຫ້​ວິຫານ​ຂອງ​ພະ​ເຢໂຫວາ​ດ້ວຍ​ຄວາມ​ສະໝັກ​ໃຈ.+ 5 ພວກ​ປະໂລຫິດ​ຈະ​ເປັນ​ຜູ້​ເກັບ​ເງິນ​ຈາກ​ຄົນ​ທີ່​ເອົາ​ມາ​ໃຫ້* ແລະ​ໃຊ້​ເງິນ​ນັ້ນ​ເພື່ອ​ແປງ​ວິຫານບ່ອນ​ທີ່​ເພ.”+

6 ແຕ່ຈົນ​ຮອດ​ປີ​ທີ 23 ທີ່​ກະສັດ​ເຢໂຮອາດ​ປົກຄອງ ພວກ​ປະໂລຫິດ​ກໍ​ຍັງ​ບໍ່​ໄດ້​ເອົາ​ເງິນ​ນັ້ນ​ໄປ​ແປງ​ວິຫານ.+ 7 ກະສັດ​ເຢໂຮອາດ​ຈຶ່ງ​ເອີ້ນ​ປະໂລຫິດ​ເຢໂຮຢາດາ+​ແລະ​ປະໂລຫິດ​ຄົນ​ອື່ນ​ໆ​ມາ​ຖາມ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ຍັງ​ບໍ່​ແປງ​ວິຫານ​ປານ​ນີ້? ຖ້າ​ບໍ່​ເອົາ​ເງິນ​ໄປ​ແປງ​ວິຫານ​ກໍ​ບໍ່​ຕ້ອງເກັບ​ເງິນອີກ.”+ 8 ພວກ​ປະໂລຫິດ​ຈຶ່ງ​ເຫັນ​ດີ​ວ່າ​ຈະ​ບໍ່​ເກັບ​ເງິນ​ນຳ​ປະຊາຊົນ​ແລ້ວ ແລະ​ຈະ​ບໍ່​ຮັບຜິດຊອບ​ໃນ​ການ​ແປງ​ວິຫານ.

9 ປະໂລຫິດ​ເຢໂຮຢາດາ​ໄດ້​ເອົາ​ກ່ອງ​ມາ​ອັນ​ໜຶ່ງ.+ ລາວ​ເຈາະ​ຮູ​ຢູ່​ຝາ​ກ່ອງ ແລ້ວ​ເອົາ​ໄປ​ວາງ​ໄວ້​ຂ້າງ​ແທ່ນ​ບູຊາ​ຢູ່​ທາງ​ເບື້ອງ​ຂວາ​ບ່ອນ​ທີ່​ຄົນ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ພວກ​ປະໂລຫິດ​ທີ່​ຍາມ​ປະຕູ​ຈະ​ເອົາ​ເງິນ​ທັງ​ໝົດ​ທີ່​ປະຊາຊົນ​ເອົາ​ມາ​ໃຫ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໃສ່​ໃນ​ກ່ອງ​ນັ້ນ.+ 10 ເມື່ອ​ເງິນ​ຢູ່​ກ່ອງ​ມີ​ຫຼາຍ​ແລ້ວ ເລຂາ​ຂອງ​ກະສັດ​ແລະ​ປະໂລຫິດ​ໃຫຍ່​ຈະ​ມາ​ເອົາ​ເງິນ*ແລະ​ນັບ​ເງິນ​ທີ່​ປະຊາຊົນ​ເອົາ​ມາ​ໃຫ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.+ 11 ເຂົາ​ເຈົ້າ​ຈະ​ເອົາ​ເງິນ​ທີ່​ນັບ​ແລ້ວ​ໄປ​ໃຫ້​ພວກ​ທີ່​ຮັບຜິດຊອບ​ເບິ່ງ​ແຍງ​ວຽກ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ. ແລ້ວ​ຄົນ​ເຫຼົ່າ​ນັ້ນ​ຈະ​ເອົາ​ເງິນ​ໄປ​ຈ່າຍ​ໃຫ້​ພວກ​ຊ່າງ​ໄມ້​ແລະ​ຊ່າງ​ກໍ່​ທີ່​ແປງ​ວິຫານ​ຂອງ​ພະ​ເຢໂຫວາ+ 12 ແລະ​ຈ່າຍ​ໃຫ້​ຊ່າງ​ກໍ່​ຫີນ​ກັບ​ຊ່າງ​ຕັດ​ຫີນ​ນຳ. ເຂົາ​ເຈົ້າ​ຍັງ​ເອົາ​ເງິນ​ນັ້ນ​ໄປ​ຊື້​ໄມ້​ກັບ​ຫີນ​ທີ່​ຕັດ​ເປັນ​ກ້ອນ​ແລ້ວ​ເພື່ອ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ​ບ່ອນ​ທີ່​ເພ ແລະ​ຍັງ​ໃຊ້​ເງິນ​ນັ້ນ​ສຳລັບ​ຄ່າ​ໃຊ້​ຈ່າຍ​ອື່ນ​ໆ​ໃນ​ການ​ແປງ​ວິຫານ.

13 ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ເອົາ​ເງິນ​ທີ່​ປະຊາຊົນ​ເອົາ​ມາ​ໃຫ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ເຮັດ​ອ່າງ​ເງິນ ມີດ​ຕັດ​ສຳລັບ​ຕັດ​ໄສ້ຕະກຽງ ຖ້ວຍ ແກ+ ຫຼື​ເຄື່ອງໃຊ້​ທີ່​ເປັນ​ເງິນ​ເປັນ​ຄຳ​ສຳລັບ​ວິຫານ​ຂອງ​ພະ​ເຢໂຫວາ.+ 14 ເຂົາ​ເຈົ້າ​ເອົາ​ເງິນ​ນັ້ນ​ໃຫ້​ພວກ​ທີ່​ຮັບຜິດຊອບ​ເບິ່ງ​ແຍງ​ວຽກ​ເພື່ອ​ໃຊ້​ໃນ​ການ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ. 15 ພວກ​ທີ່​ເບິ່ງ​ແຍງ​ວຽກຈ່າຍ​ເງິນນັ້ນ​ໃຫ້​ຄົນ​ທີ່​ເຮັດ​ວຽກ​ໂດຍ​ບໍ່​ໄດ້​ຈົດ​ການ​ໃຊ້​ຈ່າຍ​ເພາະ​ວ່າ​ເຂົາ​ເຈົ້າ​ເຊື່ອໃຈ​ໄດ້.+ 16 ແຕ່​ເງິນ​ທີ່​ປະຊາຊົນ​ເອົາ​ມາ​ໃຫ້​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​+ແລະ​ເຄື່ອງ​ບູຊາ​ໄຖ່​ບາບ ເຂົາ​ເຈົ້າ​ບໍ່​ໄດ້​ເອົາ​ໄປ​ໃຊ້​ເພື່ອ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ. ເງິນສ່ວນ​ນັ້ນ​ເປັນ​ຂອງ​ພວກ​ປະໂລຫິດ.+

17 ຮາຊາເອນ​+ກະສັດ​ຂອງ​ຊີເຣຍ​ໄປ​ໂຈມຕີ​ເມືອງ​ກັດ+ແລະ​ຍຶດ​ເມືອງ​ນັ້ນ​ໄດ້. ຈາກ​ນັ້ນ ລາວ​ກໍ​ຕັດສິນ​ໃຈ​ວ່າ​ຈະ​ໄປ​ໂຈມຕີ​ເມືອງ​ເຢຣູຊາເລັມ.+ 18 ເຢໂຮອາດ​ກະສັດ​ຂອງ​ຢູດາ​ຈຶ່ງ​ກຽມ​ເງິນ​ກັບ​ຄຳ​ສົ່ງ​ໄປ​ໃຫ້​ຮາຊາເອນ​ກະສັດ​ຂອງ​ຊີເຣຍ. ສິ່ງ​ເຫຼົ່ານີ້​ໄດ້​ມາ​ຈາກ​ເງິນ​ທີ່​ປະຊາຊົນ​ເອົາ​ມາ​ໃຫ້​ຢູ່​ວິຫານ​ໃນ​ສະໄໝ​ຂອງ​ລາວ​ແລະ​ໃນ​ສະໄໝ​ຂອງ​ກະສັດ​ເຢໂຮຊາຟັດ ເຢໂຮຣາມ ແລະ​ອາຮາຊີຢາ​ທີ່​ເຂົາ​ເຈົ້າ​ແຍກ​ໄວ້​ຕ່າງ​ຫາກ. ລາວ​ຍັງ​ໄດ້​ເອົາ​ຄຳ​ທັງ​ໝົດ​ໃນ​ຄັງ​ຊັບສິນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ໃນ​ຄັງ​ຊັບສິນ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ສົ່ງ​ໄປ​ໃຫ້​ຮາຊາເອນ​ກະສັດ​ຂອງ​ຊີເຣຍ.+ ເມື່ອ​ຮາຊາເອນ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້​ແລ້ວ ລາວ​ກໍ​ຖອຍ​ກອງ​ທັບ​ອອກ​ຈາກ​ເມືອງ​ເຢຣູຊາເລັມ.

19 ເລື່ອງ​ຕ່າງ​ໆ​ຂອງ​ເຢໂຮອາດ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 20 ຄົນ​ທີ່​ຮັບ​ໃຊ້​ເຢໂຮອາດ​ໄດ້​ວາງ​ແຜນ​ຂ້າ​ລາວ.+ ລາວ​ຖືກ​ຂ້າ​ຢູ່ປ້ອມຫຼັງ​ໜຶ່ງ​ທີ່​ຕັ້ງ​ຢູ່​ໂນນ*+ທາງ​ໄປ​ສິນລາ. 21 ພວກ​ຄົນ​ຮັບ​ໃຊ້​ທີ່​ຂ້າ​ລາວ​ແມ່ນ​ໂຢຊາກາ​ລູກ​ຊາຍ​ຂອງ​ຊິເມອາດ ແລະ​ເຢໂຮຊາບັດ​ລູກ​ຊາຍ​ຂອງ​ໂຊເມເລ.+ ເຂົາ​ເຈົ້າ​ຝັງ​ເຢໂຮອາດ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ຢູ່​ເມືອງ​ຂອງ​ດາວິດ. ອາມາຊີຢາ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌