ມີກາ
6 ຂໍໃຫ້ຟັງສິ່ງທີ່ພະເຢໂຫວາເວົ້າ.
ໃຫ້ລຸກຂຶ້ນແລະມາສະເໜີຄະດີຂອງພວກເຈົ້າຕໍ່ໜ້າພູຕ່າງໆ
ແລະໃຫ້ໂນນພູຕ່າງໆໄດ້ຍິນນຳ.+
2 ພູທັງຫຼາຍໃຫ້ຟັງຄະດີຂອງພະເຢໂຫວາ
ແລະໃຫ້ຮາກຖານທີ່ໝັ້ນຄົງຂອງໂລກຟັງນຳ.+
ພະເຢໂຫວາມີຄະດີກັບປະຊາຊົນຂອງເພິ່ນ
ເພິ່ນຮ້ອງຟ້ອງພວກອິດສະຣາເອນວ່າ:+
3 “ປະຊາຊົນຂອງເຮົາ ເຮົາໄດ້ເຮັດຫຍັງໃຫ້ພວກເຈົ້າບໍ?
ເຮົາເຮັດໃຫ້ພວກເຈົ້າເມື່ອຍໂພດບໍ?+
ໃຫ້ພວກເຈົ້າເວົ້າມາເບິ່ງດຸ.
4 ເຮົານິຕົ໋ວທີ່ພາພວກເຈົ້າອອກມາຈາກເອຢິບ+
ແລະໄຖ່ພວກເຈົ້າອອກມາຈາກການເປັນທາດ.+
ເຮົານິແຫຼະທີ່ສົ່ງໂມເຊ ອາໂຣນ ແລະມີຣີອາມໄປຊ່ວຍພວກເຈົ້າ.+
5 ປະຊາຊົນຂອງເຮົາ ຂໍຢ່າລືມແຜນຮ້າຍຂອງບາລາກກະສັດຂອງໂມອາບ+
ຢ່າລືມຄຳເວົ້າຂອງບາລາອາມລູກຊາຍຂອງເບໂອ+
ແລະຢ່າລືມສິ່ງທີ່ເກີດຂຶ້ນຕັ້ງແຕ່ຊິດຕີມ+ຈົນຮອດກິນການ+
ເພື່ອພວກເຈົ້າຈະເຫັນວ່າ ເຮົາເຢໂຫວາໄດ້ເຮັດສິ່ງທີ່ດີເພື່ອພວກເຈົ້າມາຕະຫຼອດ.”
6 ຂ້ອຍຄວນເອົາຫຍັງມາໃຫ້ພະເຢໂຫວາ?
ຂ້ອຍຄວນເອົາຫຍັງມາໃຫ້ພະເຈົ້າທີ່ຢູ່ໃນສະຫວັນຕອນທີ່ຂ້ອຍມາກົ້ມກາບເພິ່ນ?
ຂ້ອຍຄວນເອົາງົວນ້ອຍອາຍຸໜຶ່ງປີ
ມາເປັນເຄື່ອງບູຊາເຜົາໃຫ້ເພິ່ນບໍ?+
7 ພະເຢໂຫວາຈະພໍໃຈບໍຖ້າຂ້ອຍເອົາແກະໂຕຜູ້ຫຼາຍພັນໂຕ
ກັບນ້ຳມັນໝາກກອກຫຼາຍສິບພັນລິດໄປໃຫ້ເພິ່ນ?+
ຂ້ອຍຄວນເອົາລູກຊາຍຜູ້ທຳອິດຂອງໂຕເອງໄປໃຫ້ເພິ່ນເພື່ອໄຖ່ຄວາມຜິດຂອງຂ້ອຍບໍ?
ຫຼືຄວນເອົາລູກຄີງໆໄປໃຫ້ເພິ່ນເພື່ອໄຖ່ບາບຂອງຂ້ອຍບໍ?+
8 ພະເຢໂຫວາໄດ້ບອກພວກເຈົ້າແລ້ວວ່າອັນໃດດີ
ແລະບອກພວກເຈົ້າແລ້ວວ່າເພິ່ນຕ້ອງການຫຍັງຈາກພວກເຈົ້າ.*
9 ພະເຢໂຫວາເວົ້າດັງໆກັບຄົນທີ່ຢູ່ໃນເມືອງນັ້ນ.
ຄົນທີ່ມີສະຕິປັນຍາຈະຢ້ານຊື່ຂອງເພິ່ນ.*
ໃຫ້ພວກເຈົ້າໃສ່ໃຈການລົງໂທດທີ່ກຳລັງຈະເກີດຂຶ້ນ* ແລະສົນໃຈຜູ້ທີ່ຈະລົງໂທດນັ້ນ.+
10 ໃນເຮືອນຂອງຄົນຊົ່ວຍັງມີຊັບສົມບັດທີ່ໄດ້ມາຈາກການເຮັດຊົ່ວບໍ?
ແລະຍັງໃຊ້ແນວຜອງເອຟາ*ທີ່ບໍ່ຖືກຕ້ອງທີ່ພະເຈົ້າກຽດຊັງຢູ່ບໍ?
13 ຍ້ອນແນວນີ້ ເຮົາຈະລົງໂທດເຈົ້າໜັກໆ+
ແລະເຮັດໃຫ້ເຈົ້າບໍ່ເຫຼືອຫຍັງ ຍ້ອນເຈົ້າເຮັດຜິດຫຼາຍເທື່ອ.
14 ເຈົ້າຈະກິນ ແຕ່ບໍ່ອີ່ມ.
ມັນຈະເປັນຄືກັບບໍ່ມີຫຍັງຢູ່ທ້ອງ.+
ເຈົ້າຈະຂົນຊັບສົມບັດໄປ ແຕ່ຈະເກັບໄວ້ບໍ່ໄດ້
ແລະເຖິງວ່າເຈົ້າຂົນໄປໄດ້ ເຮົາກໍຈະໃຫ້ພວກສັດຕູມາທຳລາຍຊັບສົມບັດເຫຼົ່ານັ້ນ.
15 ພວກເຈົ້າຈະຫວ່ານເມັດພືດ ແຕ່ຈະບໍ່ໄດ້ເກັບກ່ຽວ.
ພວກເຈົ້າຈະອິ້ວເອົານ້ຳມັນຈາກໝາກກອກ ແຕ່ຈະບໍ່ໄດ້ໃຊ້.
ພວກເຈົ້າຈະເຮັດເຫຼົ້າແວງໃໝ່ ແຕ່ຈະບໍ່ໄດ້ກິນ.+
16 ພວກເຈົ້າເຮັດຕາມກົດໝາຍຂອງອົມຣີ ແລະເຮັດຕາມຕົວຢ່າງຄົນໃນຄອບຄົວຂອງອາຮາບ+
ພວກເຈົ້າເຮັດຕາມທີ່ເຂົາເຈົ້າບອກ.