ຈົດໝາຍສະບັບທຳອິດຂອງໂຢຮັນ
2 ພວກລູກທີ່ຮັກ ຂ້ອຍຂຽນເລື່ອງເຫຼົ່ານີ້ເພື່ອພວກເຈົ້າຈະບໍ່ເຮັດຜິດ ແຕ່ຖ້າຜູ້ໃດເຮັດຜິດ ພວກເຮົາກໍມີຜູ້ຊ່ວຍທີ່ຢູ່ກັບພະເຈົ້າຜູ້ເປັນພໍ່. ຜູ້ຊ່ວຍຜູ້ນີ້ແມ່ນພະເຢຊູຄລິດ+ຜູ້ທີ່ບໍ່ເຄີຍເຮັດຫຍັງຜິດເລີຍ.+ 2 ເພິ່ນເປັນເຄື່ອງບູຊາ+ໄຖ່ບາບຂອງພວກເຮົາ+ເພື່ອໃຫ້ພວກເຮົາຄືນດີກັບພະເຈົ້າ. ບໍ່ແມ່ນແຕ່ບາບຂອງພວກເຮົາເທົ່ານັ້ນ ແຕ່ບາບຂອງໝົດທຸກຄົນໃນໂລກນຳອີກ.+ 3 ຖ້າພວກເຮົາເຮັດຕາມຄຳສັ່ງຂອງພະເຢຊູສະເໝີ ກໍສະແດງວ່າພວກເຮົາໄດ້ຮູ້ຈັກເພິ່ນແທ້ໆ. 4 ຄົນທີ່ບອກວ່າ “ຂ້ອຍຮູ້ຈັກພະເຢຊູ” ແຕ່ບໍ່ໄດ້ເຮັດຕາມຄຳສັ່ງຂອງເພິ່ນ ຜູ້ນັ້ນກໍເວົ້າຕົວະແລະຄວາມຈິງກໍບໍ່ໄດ້ຢູ່ໃນໃຈລາວ. 5 ແຕ່ຖ້າຜູ້ໃດເຮັດຕາມຄຳສອນຂອງເພິ່ນ ກໍສະແດງວ່າລາວຮັກພະເຈົ້າແທ້.+ ເມື່ອພວກເຮົາເຮັດແບບນັ້ນ ກໍສະແດງວ່າພວກເຮົາເປັນອັນໜຶ່ງອັນດຽວກັບເພິ່ນ.+ 6 ຄົນທີ່ບອກວ່າລາວເປັນອັນໜຶ່ງອັນດຽວກັບເພິ່ນ ກໍຕ້ອງໃຊ້ຊີວິດແບບດຽວກັບເພິ່ນ.+
7 ພີ່ນ້ອງທີ່ຮັກ ຂ້ອຍຂຽນມານີ້ບໍ່ແມ່ນກົດໝາຍໃໝ່ ແຕ່ເປັນກົດໝາຍເກົ່າທີ່ພວກເຈົ້າໄດ້ຮັບຕັ້ງແຕ່ຕອນທຳອິດ+ ເຊິ່ງເປັນຄຳສອນທີ່ພວກເຈົ້າເຄີຍໄດ້ຍິນມາແລ້ວ. 8 ແຕ່ທີ່ຂ້ອຍຂຽນມານີ້ກໍຖືວ່າເປັນກົດໝາຍໃໝ່ໄດ້ຄືກັນ ທັງພະເຢຊູແລະພວກເຈົ້າເຮັດຕາມ ຍ້ອນຄວາມສະຫວ່າງແທ້ສ່ອງແສງມາແລ້ວແລະຄວາມມືດກຳລັງຈະຜ່ານພົ້ນໄປ.+
9 ຜູ້ທີ່ບອກວ່າລາວຢູ່ໃນຄວາມສະຫວ່າງແຕ່ຍັງຊັງ+ພີ່ນ້ອງ ຜູ້ນັ້ນກໍຍັງຢູ່ໃນຄວາມມືດ.+ 10 ຄົນທີ່ຮັກພີ່ນ້ອງກໍຢູ່ໃນຄວາມສະຫວ່າງ+ແລະຈະບໍ່ມີສິ່ງໃດເຮັດໃຫ້ລາວຖິ້ມຄວາມເຊື່ອ* 11 ແຕ່ຄົນທີ່ຊັງພີ່ນ້ອງກໍຍັງຢູ່ໃນຄວາມມືດ. ລາວຍ່າງໃນຄວາມມືດ+ແລະບໍ່ຮູ້ວ່າກຳລັງຍ່າງໄປໃສ+ ຍ້ອນຄວາມມືດເຮັດໃຫ້ລາວເປັນຄືກັບຄົນຕາບອດ.
12 ພວກລູກທີ່ຮັກ ຂ້ອຍຂຽນຫາພວກເຈົ້າຍ້ອນພວກເຈົ້າໄດ້ຮັບການຍົກໂທດແລ້ວຍ້ອນຊື່ຂອງພະເຢຊູ.+ 13 ພວກເຈົ້າທີ່ເປັນພໍ່ ຂ້ອຍຂຽນຫາພວກເຈົ້າຍ້ອນພວກເຈົ້າໄດ້ຮູ້ຈັກຜູ້ນັ້ນທີ່ຢູ່ຕັ້ງແຕ່ຕອນທຳອິດ. ພວກເຈົ້າທີ່ເປັນຄົນໜຸ່ມ ຂ້ອຍຂຽນຫາພວກເຈົ້າຍ້ອນພວກເຈົ້າຊະນະຊາຕານໂຕຊົ່ວຮ້າຍແລ້ວ.+ ພວກເຈົ້າທີ່ເປັນລູກ ຂ້ອຍຂຽນຫາພວກເຈົ້າຍ້ອນພວກເຈົ້າໄດ້ຮູ້ຈັກພະເຈົ້າຜູ້ເປັນພໍ່ແລ້ວ.+ 14 ພວກເຈົ້າທີ່ເປັນພໍ່ ຂ້ອຍຂຽນຫາພວກເຈົ້າຍ້ອນພວກເຈົ້າໄດ້ຮູ້ຈັກຜູ້ນັ້ນທີ່ຢູ່ຕັ້ງແຕ່ຕອນທຳອິດ. ພວກເຈົ້າທີ່ເປັນຄົນໜຸ່ມ ຂ້ອຍຂຽນຫາພວກເຈົ້າຍ້ອນພວກເຈົ້າເຂັ້ມແຂງ+ແລະຖ້ອຍຄຳຂອງພະເຈົ້າຢູ່ໃນໃຈພວກເຈົ້າ+ ແລະພວກເຈົ້າຊະນະຊາຕານໂຕຊົ່ວຮ້າຍແລ້ວ.+
15 ຢ່າຮັກໂລກຫຼືສິ່ງຂອງໃນໂລກ.+ ຖ້າຜູ້ໃດຮັກໂລກ ລາວກໍບໍ່ໄດ້ຮັກພະເຈົ້າຜູ້ເປັນພໍ່.+ 16 ທຸກສິ່ງໃນໂລກນີ້ ບໍ່ວ່າຈະເປັນຄວາມຕ້ອງການຂອງຮ່າງກາຍທີ່ມີບາບ+ ຄວາມຕ້ອງການທີ່ເກີດຈາກຕາ+ ຫຼືການໂອ້ອວດຊັບສົມບັດ*ບໍ່ໄດ້ມາຈາກພະເຈົ້າຜູ້ເປັນພໍ່ ແຕ່ມາຈາກໂລກ. 17 ໂລກນີ້ກຳລັງຜ່ານພົ້ນໄປພ້ອມໆກັບຄວາມຕ້ອງການຂອງໂລກ+ ແຕ່ຄົນທີ່ເຮັດຕາມຄວາມຕ້ອງການຂອງພະເຈົ້າຈະຢູ່ຕະຫຼອດໄປ.+
18 ພວກລູກທີ່ຮັກ ຕອນນີ້ເວລາເຫຼືອແຕ່ໜ້ອຍດຽວ. ພວກເຈົ້າເຄີຍໄດ້ຍິນວ່າຜູ້ຕໍ່ຕ້ານພະຄລິດກຳລັງຈະມາ+ ແລະດຽວນີ້ກໍມີຜູ້ຕໍ່ຕ້ານພະຄລິດຢູ່ແລ້ວຫຼາຍຄົນ+ ເຊິ່ງເຮັດໃຫ້ພວກເຮົາຮູ້ວ່າຕອນນີ້ເວລາເຫຼືອໜ້ອຍອີ່ຫຼີ. 19 ເຂົາເຈົ້າເຄີຍຢູ່ກັບພວກເຮົາ ແຕ່ຖິ້ມພວກເຮົາໄປຍ້ອນເຂົາເຈົ້າບໍ່ໄດ້ເປັນພວກດຽວກັບພວກເຮົາ.+ ຖ້າເຂົາເຈົ້າເປັນພວກດຽວກັບພວກເຮົາ ເຂົາເຈົ້າກະຄືຊິຍັງຢູ່ກັບພວກເຮົາ ແຕ່ເຂົາເຈົ້າຖິ້ມພວກເຮົາໄປກໍສະແດງວ່າບໍ່ແມ່ນທຸກຄົນເປັນພວກດຽວກັບພວກເຮົາ.+ 20 ພະເຈົ້າອົງບໍລິສຸດໄດ້ເລືອກພວກເຈົ້າ+ ແລະພວກເຈົ້າທຸກຄົນຮູ້ຈັກຄວາມຈິງ. 21 ຂ້ອຍຂຽນຫາພວກເຈົ້າບໍ່ແມ່ນຍ້ອນພວກເຈົ້າບໍ່ຮູ້ຈັກຄວາມຈິງ+ ແຕ່ຂຽນຍ້ອນພວກເຈົ້າຮູ້ຢູ່ແລ້ວ ແລະຍ້ອນຄຳຕົວະຈະອອກມາຈາກຄວາມຈິງບໍ່ໄດ້.+
22 ແມ່ນຜູ້ໃດທີ່ເວົ້າຕົວະ? ກໍແມ່ນຜູ້ທີ່ປະຕິເສດວ່າພະເຢຊູເປັນພະຄລິດ.+ ຄົນແບບນີ້ແຫຼະເປັນຜູ້ຕໍ່ຕ້ານພະຄລິດ.+ ລາວປະຕິເສດທັງພະເຈົ້າຜູ້ເປັນພໍ່ແລະລູກຂອງເພິ່ນ. 23 ຄົນທີ່ປະຕິເສດລູກຂອງພະເຈົ້າ ພະເຈົ້າຜູ້ເປັນພໍ່ຈະບໍ່ຍອມຮັບລາວ.+ ແຕ່ຄົນທີ່ຍອມຮັບລູກຂອງເພິ່ນ+ ພະເຈົ້າຜູ້ເປັນພໍ່ກໍຈະຍອມຮັບລາວ.+ 24 ພີ່ນ້ອງເອີ້ຍ ໃຫ້ສິ່ງທີ່ພວກເຈົ້າໄດ້ຍິນມາຕັ້ງແຕ່ທຳອິດຢູ່ໃນໃຈພວກເຈົ້າສະເໝີ+ ຍ້ອນວ່າຖ້າສິ່ງທີ່ພວກເຈົ້າໄດ້ຍິນມາຕັ້ງແຕ່ທຳອິດຢູ່ໃນໃຈພວກເຈົ້າ ພວກເຈົ້າກໍຈະເປັນອັນໜຶ່ງອັນດຽວກັບພະເຈົ້າຜູ້ເປັນພໍ່ແລະເປັນອັນໜຶ່ງອັນດຽວກັບລູກຂອງເພິ່ນ. 25 ເພິ່ນສັນຍາກັບພວກເຮົາເລື່ອງຊີວິດຕະຫຼອດໄປ.+
26 ຂ້ອຍຂຽນເລື່ອງເຫຼົ່ານີ້ເພື່ອບອກພວກເຈົ້າກ່ຽວກັບຄົນທີ່ພະຍາຍາມຫຼອກລວງພວກເຈົ້າ. 27 ພີ່ນ້ອງເອີ້ຍ ພະເຈົ້າເລືອກພວກເຈົ້າດ້ວຍພະລັງບໍລິສຸດ+ແລະພະລັງນັ້ນຍັງຢູ່ກັບພວກເຈົ້າ. ດັ່ງນັ້ນ ພວກເຈົ້າບໍ່ຕ້ອງໃຫ້ຜູ້ໃດມາສອນ ແຕ່ພະລັງນັ້ນສອນພວກເຈົ້າທຸກສິ່ງ.+ ການຖືກເລືອກດ້ວຍພະລັງບໍລິສຸດເປັນເລື່ອງແທ້ ບໍ່ແມ່ນເລື່ອງຕົວະ. ຂໍໃຫ້ພວກເຈົ້າເປັນອັນໜຶ່ງອັນດຽວກັບເພິ່ນສະເໝີຕາມທີ່ພະລັງນັ້ນສອນ.+ 28 ພວກລູກທີ່ຮັກ ໃຫ້ພວກເຈົ້າເປັນອັນໜຶ່ງອັນດຽວກັບພະເຢຊູຕໍ່ໄປ ເພື່ອວ່າເມື່ອເພິ່ນມາເປີດເຜີຍໂຕ ພວກເຮົາຈະກ້າເວົ້າ+ແລະບໍ່ຕ້ອງຫຼົບໜ້າເພິ່ນດ້ວຍຄວາມອາຍໃນຕອນທີ່ເພິ່ນມາ.* 29 ຖ້າພວກເຈົ້າຮູ້ວ່າເພິ່ນເຮັດສິ່ງທີ່ຖືກຕ້ອງສະເໝີ ພວກເຈົ້າກໍຕ້ອງຮູ້ວ່າທຸກຄົນທີ່ເຮັດສິ່ງທີ່ຖືກຕ້ອງກໍເປັນລູກຂອງພະເຈົ້າ.+