ເອຊາຢາ
61 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອົາພະລັງຂອງເພິ່ນໃຫ້ຂ້ອຍ.+
ພະເຢໂຫວາແຕ່ງຕັ້ງຂ້ອຍໃຫ້ປະກາດຂ່າວດີກັບຄົນຖ່ອມ.+
ເພິ່ນໃຫ້ຂ້ອຍປິ່ນປົວຄົນທີ່ຫົວໃຈແຕກສະຫຼາຍ
ໃຫ້ປະກາດເລື່ອງການປົດປ່ອຍກັບພວກຊະເລີຍ
ແລະໃຫ້ປະກາດວ່າພວກນັກໂທດຈະເຫັນຮຸ່ງອີກເທື່ອໜຶ່ງ.+
2 ເພິ່ນໃຫ້ຂ້ອຍປະກາດວ່າເວລາທີ່ພະເຢໂຫວາຈະສະແດງຄວາມເມດຕາ*ຕໍ່ຄົນຖ່ອມ
ແລະເວລາທີ່ພະເຈົ້າຈະແກ້ແຄ້ນສັດຕູຂອງເພິ່ນມາຮອດແລ້ວ.+
ເພິ່ນໃຫ້ຂ້ອຍປອບໂຍນຄົນທີ່ໂສກເສົ້າ+
3 ແລະໃຫ້ເບິ່ງແຍງຄົນທີ່ໂສກເສົ້າເສຍໃຈໃນສິ່ງທີ່ເກີດຂຶ້ນກັບຊີໂອນ.
ເພິ່ນໃຫ້ຂ້ອຍເອົາຄວາມສຸກທີ່ເປັນຄືກັບຜ້າຄຽນຫົວມາແທນຂີ້ເທົ່າ
ໃຫ້ເອົາຄວາມຍິນດີທີ່ເປັນຄືກັບນ້ຳມັນມາແທນຄວາມໂສກເສົ້າ
ແລະໃຫ້ເອົາຄຳຊົມເຊີຍທີ່ເປັນຄືກັບເຄື່ອງນຸ່ງມາແທນຄວາມທໍ້ໃຈ.
ເຂົາເຈົ້າຈະຖືກເອີ້ນວ່າຕົ້ນໄມ້ໃຫຍ່ທີ່ດີ
ເປັນຕົ້ນໄມ້ທີ່ພະເຢໂຫວາປູກເພື່ອໃຫ້ເພິ່ນໄດ້ຮັບກຽດ.*+
4 ເຂົາເຈົ້າຈະສ້າງເມືອງທີ່ເປັນຊາກຫັກພັງເກົ່າແກ່ຄືນໃໝ່.
ເຂົາເຈົ້າຈະສ້າງບ່ອນທີ່ຮ້າງໆແຕ່ກີ້ຄືນອີກ+
ແລະຟື້ນຟູເມືອງຕ່າງໆທີ່ຖືກທຳລາຍ.+
ບ່ອນເຫຼົ່ານີ້ຖືກປະຖິ້ມໄວ້ໃຫ້ຮ້າງດົນແລ້ວ.+
5 “ຄົນຕ່າງຖິ່ນຈະລ້ຽງຝູງແກະໃຫ້ເຈົ້າ
ແລະຄົນຕ່າງຊາດ+ຈະເຮັດໄຮ່ເຮັດນາແລະເຮັດສວນໝາກລະແຊັງໃຫ້ເຈົ້າ.+
6 ຄົນຈະເອີ້ນເຈົ້າວ່າປະໂລຫິດຂອງພະເຢໂຫວາ+
ແລະຈະເອີ້ນເຈົ້າວ່າຜູ້ຮັບໃຊ້ຂອງພະເຈົ້ານຳ.
ເຈົ້າຈະໃຊ້ຊັບສົມບັດຂອງຊາດຕ່າງໆ+
ແລະອວດກ່ຽວກັບຄວາມຮັ່ງມີຂອງເຂົາເຈົ້າ.
7 ປະຊາຊົນຂອງເຮົາເຄີຍອັບອາຍ ແຕ່ຕອນນີ້ເຂົາເຈົ້າຈະໄດ້ສ່ວນແບ່ງ 2 ເທົ່າ
ແລະແທນທີ່ຈະຂາຍໜ້າ ເຂົາເຈົ້າຈະຮ້ອງຢ່າງມີຄວາມສຸກທີ່ໄດ້ສ່ວນແບ່ງນັ້ນ.
ເຂົາເຈົ້າຈະໄດ້ສ່ວນແບ່ງ 2 ເທົ່າໃນແຜ່ນດິນຂອງໂຕເອງ+
ແລະເຂົາເຈົ້າຈະມີຄວາມສຸກຕະຫຼອດໄປ.+
ເຮົາຈະຕອບແທນເຂົາເຈົ້າຢ່າງຍຸຕິທຳ
ແລະຈະເຮັດສັນຍາທີ່ຢູ່ຕະຫຼອດໄປກັບເຂົາເຈົ້າ.+
9 ຊາດຕ່າງໆຈະຮູ້ຈັກລູກຫຼານຂອງເຂົາເຈົ້າ+
ແລະທຸກຄົນກໍຈະຮູ້ເລື່ອງລູກຫຼານຂອງເຂົາເຈົ້າ.
ໃຜກໍຕາມທີ່ເຫັນເຂົາເຈົ້າກໍຈະຈື່ໄດ້ວ່າ
ເຂົາເຈົ້າເປັນລູກຫຼານທີ່ພະເຢໂຫວາອວຍພອນ.”+
10 ຂ້ອຍຈະຮ້ອງດ້ວຍຄວາມຍິນດີໃນສິ່ງທີ່ພະເຢໂຫວາໄດ້ເຮັດ.
ຂ້ອຍຈະມີຄວາມສຸກຫຼາຍຍ້ອນພະເຈົ້າຂອງຂ້ອຍ.+