ຂ່າວຄາວສະບັບທີສອງ
36 ປະຊາຊົນໄດ້ແຕ່ງຕັ້ງເຢໂຮອາຮາດ+ລູກຊາຍຂອງໂຢສີຢາເປັນກະສັດປົກຄອງຢູ່ເມືອງເຢຣູຊາເລັມແທນພໍ່ຂອງລາວ.+ 2 ເຢໂຮອາຮາດເປັນກະສັດຕອນອາຍຸ 23 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 3 ເດືອນ. 3 ແຕ່ກະສັດເອຢິບປົດລາວບໍ່ໃຫ້ເປັນກະສັດຢູ່ເມືອງເຢຣູຊາເລັມແລະປັບໄໝຢູດາເປັນເງິນໜັກ 100 ຕະລັນ*ແລະຄຳໜັກ 1 ຕະລັນ.*+ 4 ກະສັດເອຢິບໄດ້ຕັ້ງເອລີຢາກີມອ້າຍຂອງເຢໂຮອາຮາດເປັນກະສັດປົກຄອງຢູດາແລະເຢຣູຊາເລັມ ແລະປ່ຽນຊື່ລາວເປັນເຢໂຮຢາກີມ. ຈາກນັ້ນ ເນໂກ+ກະສັດຂອງເອຢິບໄດ້ຈັບເຢໂຮອາຮາດໄປເອຢິບ.+
5 ເຢໂຮຢາກີມ+ເປັນກະສັດຕອນອາຍຸ 25 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 11 ປີ. ລາວເຮັດສິ່ງທີ່ພະເຢໂຫວາພະເຈົ້າຂອງລາວເບິ່ງວ່າຊົ່ວ.+ 6 ເນບູກາດເນັດຊາ+ກະສັດຂອງບາບີໂລນໄດ້ມາໂຈມຕີເຢໂຮຢາກີມ. ເນບູກາດເນັດຊາໄດ້ເອົາໂສ້ທອງແດງ 2 ເສັ້ນລ່າມລາວ ແລະພາລາວໄປບາບີໂລນ.+ 7 ເນບູກາດເນັດຊາເອົາເຄື່ອງໃຊ້ບາງສ່ວນຢູ່ວິຫານຂອງພະເຢໂຫວາໄປບາບີໂລນ ແລະເອົາໄປໄວ້ໃນວັງຂອງລາວຢູ່ບາບີໂລນ.+ 8 ເລື່ອງຕ່າງໆຂອງເຢໂຮຢາກີມ ສິ່ງຕ່າງໆທີ່ເປັນຕາຂີ້ດຽດທີ່ລາວເຮັດ ແລະຄວາມຊົ່ວທຸກຢ່າງຂອງລາວກໍຂຽນໄວ້ໃນປຶ້ມຂອງພວກກະສັດອິດສະຣາເອນແລະພວກກະສັດຢູດາ. ເຢໂຮຢາກິນລູກຊາຍຂອງລາວກໍເປັນກະສັດແທນ.+
9 ເຢໂຮຢາກິນ+ເປັນກະສັດຕອນອາຍຸ 18 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 3 ເດືອນກັບ 10 ມື້. ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວ.+ 10 ໃນຕອນຕົ້ນປີ* ກະສັດເນບູກາດເນັດຊາໄດ້ໃຫ້ຄົນມາຈັບເຢໂຮຢາກິນໄປບາບີໂລນ+ແລະເອົາເຄື່ອງທີ່ມີຄ່າຕ່າງໆທີ່ຢູ່ໃນວິຫານຂອງພະເຢໂຫວາໄປນຳ.+ ເນບູກາດເນັດຊາໄດ້ແຕ່ງຕັ້ງເຊເດກີຢາອາວຂອງເຢໂຮຢາກິນໃຫ້ເປັນກະສັດປົກຄອງຢູດາແລະເຢຣູຊາເລັມ.+
11 ເຊເດກີຢາ+ເປັນກະສັດຕອນອາຍຸ 21 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 11 ປີ.+ 12 ລາວເຮັດສິ່ງທີ່ພະເຢໂຫວາພະເຈົ້າຂອງລາວເບິ່ງວ່າຊົ່ວ. ລາວບໍ່ໄດ້ຖ່ອມໂຕເມື່ອຜູ້ພະຍາກອນເຢເຣມີຢາ+ເຕືອນລາວຕາມຄຳສັ່ງຂອງພະເຢໂຫວາ. 13 ກະສັດເນບູກາດເນັດຊາເຄີຍບັງຄັບໃຫ້ເຊເດກີຢາສາບານຕໍ່ໜ້າພະເຈົ້າວ່າຈະເຊື່ອຟັງລາວ ແຕ່ຕໍ່ມາເຊເດກີຢາບໍ່ໄດ້ເຮັດຕາມຄຳສາບານແລະກະບົດຕໍ່ເນບູກາດເນັດຊາ.+ ເຊເດກີຢາເປັນຄົນຫົວແຂງ ລາວບໍ່ຍອມກັບມາຫາພະເຢໂຫວາພະເຈົ້າຂອງອິດສະຣາເອນ. 14 ພວກຫົວໜ້າປະໂລຫິດກັບປະຊາຊົນກໍພາກັນບໍ່ສັດຊື່ຫຼາຍຂຶ້ນເລື້ອຍໆ. ເຂົາເຈົ້າເຮັດສິ່ງທີ່ພະເຈົ້າຂີ້ດຽດຄືກັບຊາດອື່ນໆກຳລັງເຮັດ ແລະເຂົາເຈົ້າເຮັດໃຫ້ວິຫານຂອງພະເຢໂຫວາ+ທີ່ເພິ່ນເຮັດໃຫ້ບໍລິສຸດແລ້ວໃນເມືອງເຢຣູຊາເລັມບໍ່ເໝາະສົມກັບການນະມັດສະການ.
15 ພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າໄດ້ໃຫ້ຜູ້ສົ່ງຂ່າວຂອງເພິ່ນມາເຕືອນເຂົາເຈົ້າຫຼາຍເທື່ອ ຍ້ອນເພິ່ນອີ່ຕົນປະຊາຊົນຂອງເພິ່ນແລະບໍ່ຢາກໃຫ້ວິຫານຖືກທຳລາຍ. 16 ແຕ່ເຂົາເຈົ້າເຍາະເຍີ້ຍຜູ້ສົ່ງຂ່າວຂອງພະເຈົ້າທ່ຽງແທ້+ ດູຖູກຄຳເຕືອນຂອງເພິ່ນ+ ແລະດູຖູກຜູ້ພະຍາກອນຂອງເພິ່ນ+ ພະເຢໂຫວາຈຶ່ງໃຈຮ້າຍໃຫ້ເຂົາເຈົ້າຫຼາຍ+ຈົນບໍ່ມີວິທີທີ່ຈະຊ່ວຍເຂົາເຈົ້າໄດ້.
17 ເພິ່ນຈຶ່ງໃຫ້ກະສັດຂອງພວກການເດອາ+ມາຂ້າຄົນໜຸ່ມດ້ວຍດາບ+ໃນວິຫານຂອງເຂົາເຈົ້າ.+ ລາວບໍ່ອີ່ຕົນຜູ້ບ່າວຜູ້ສາວ ຜູ້ເຖົ້າຫຼືຄົນທີ່ເຈັບປ່ວຍ.+ ພະເຈົ້າໄດ້ມອບທຸກສິ່ງທຸກຢ່າງໄວ້ໃນມືກະສັດຂອງພວກການເດອາ.+ 18 ເຄື່ອງໃຊ້ທຸກຢ່າງທັງອັນນ້ອຍອັນໃຫຍ່ທີ່ຢູ່ໃນວິຫານຂອງພະເຈົ້າທ່ຽງແທ້ກັບຊັບສົມບັດທີ່ຢູ່ໃນວິຫານຂອງພະເຢໂຫວາ ແລະຊັບສົມບັດຂອງກະສັດກັບຂອງພວກເຈົ້ານາຍ ລາວໄດ້ເອົາໄປບາບີໂລນຈົນໝົດ.+ 19 ລາວຈູດວິຫານຂອງພະເຈົ້າທ່ຽງແທ້+ ທຳລາຍກຳແພງເມືອງເຢຣູຊາເລັມ+ ຈູດປ້ອມທັງໝົດ ແລະທຳລາຍທຸກສິ່ງທີ່ມີຄ່າ.+ 20 ຄົນທີ່ບໍ່ຖືກຂ້າ+ ລາວກໍຈັບໄປບາບີໂລນເພື່ອຮັບໃຊ້ລາວ+ແລະພວກລູກຫຼານຂອງລາວຈົນຮອດຕອນທີ່ເປີເຊຍເລີ່ມປົກຄອງບາບີໂລນ.+ 21 ເລື່ອງນີ້ເກີດຂຶ້ນແທ້ຕາມທີ່ພະເຢໂຫວາໄດ້ເວົ້າຜ່ານທາງເຢເຣມີຢາ.+ ແຜ່ນດິນຖືກປະໄວ້ໃຫ້ຮ້າງເປົ່າຈົນຄົບຈຳນວນປີທີ່ດິນນັ້ນຄວນພັກຕາມກົດໝາຍເລື່ອງປີຊະບາໂຕ.+ ແຜ່ນດິນນັ້ນໄດ້ພັກຈົນຄົບ 70 ປີ.+
22 ໃນປີທຳອິດ*ທີ່ໄຊຣັດ+ກະສັດຂອງເປີເຊຍປົກຄອງ ພະເຢໂຫວາໄດ້ໃຫ້ສິ່ງທີ່ເພິ່ນເວົ້າໄວ້ຜ່ານທາງເຢເຣມີຢາ+ເກີດຂຶ້ນແທ້. ພະເຢໂຫວາໄດ້ກະຕຸ້ນໃຈໄຊຣັດກະສັດຂອງເປີເຊຍໃຫ້ປະກາດໄປທົ່ວປະເທດແລະໃຫ້ຂຽນຄຳປະກາດນັ້ນໄວ້ນຳ. ຄຳປະກາດນັ້ນຂຽນ+ວ່າ: 23 “ຂ້ອຍໄຊຣັດກະສັດຂອງເປີເຊຍບອກວ່າ ‘ພະເຢໂຫວາພະເຈົ້າທີ່ຢູ່ໃນສະຫວັນໄດ້ມອບທຸກປະເທດໃນໂລກນີ້ໃຫ້ຂ້ອຍ+ ແລະເພິ່ນສັ່ງຂ້ອຍໃຫ້ສ້າງວິຫານໃຫ້ເພິ່ນໃນເມືອງເຢຣູຊາເລັມທີ່ຢູ່ໃນຢູດາ.+ ໃຜກໍຕາມທີ່ເປັນປະຊາຊົນຂອງພະເຢໂຫວາ ຂໍໃຫ້ເພິ່ນຢູ່ກັບລາວແລະໃຫ້ລາວກັບເມືອເມືອງເຢຣູຊາເລັມ.’”+