ໂຢບ
7 “ຄົນເຮົາຖືກບັງຄັບໃຫ້ເຮັດວຽກໜັກຕະຫຼອດຊີວິດ
ແລະເປັນຄືກັບກຳມະກອນ.+
2 ເປັນຄືກັບທາດທີ່ຢາກໃຫ້ໝົດມື້ໄວໆ
ແລະເປັນຄືກັບຄົນຮັບຈ້າງທີ່ຖ້າເອົາຄ່າຈ້າງ.+
3 ຂ້ອຍຈຶ່ງຢູ່ແບບບໍ່ມີຄ່າມາຫຼາຍເດືອນແລ້ວ
ແລະມີຫຼາຍຄືນທີ່ຂ້ອຍຕ້ອງທຸກທໍລະມານ.+
4 ຕອນນອນ ຂ້ອຍກໍເວົ້າວ່າ ‘ປານໃດມັນຊິແຈ້ງ?’+
ແລະໃນຕອນກາງຄືນທີ່ຍາວນານ ຂ້ອຍກໍນອນພິກໄປພິກມາຈົນຮອດແຈ້ງ.
8 ຕາຂອງພະອົງທີ່ເຫັນລູກໃນຕອນນີ້ຈະບໍ່ເຫັນລູກອີກແລ້ວ.
ພະອົງຈະຊອກຫາລູກ ແຕ່ລູກຈະບໍ່ຢູ່ແລ້ວ.+
10 ລາວຈະບໍ່ກັບມາເຮືອນຂອງໂຕເອງ.
ຄົນໃນເຮືອນຂອງລາວກໍຈະບໍ່ຈື່ລາວແລ້ວ.+
11 ສະນັ້ນ ລູກຈະບໍ່ມິດຢູ່ຊື່ໆ.
ລູກຈະເວົ້າ ຍ້ອນລູກເຈັບປວດໃຈຫຼາຍ.
ລູກຈະຈົ່ມ ຍ້ອນຄວາມຂົມຂື່ນ!+
12 ລູກເປັນທະເລຫຼືສັດໂຕໃຫຍ່ໃນທະເລບໍ
ທີ່ພະອົງຈະຕ້ອງມາເຝົ້າເບິ່ງ?
13 ເມື່ອລູກເວົ້າວ່າ ‘ຖ້າລູກໄດ້ນອນລົງ ລູກກໍຈະສະບາຍໃຈຂຶ້ນ
ຕຽງຂອງລູກຈະເຮັດໃຫ້ລູກຜ່ອນຄາຍຄວາມທຸກ’
14 ພະອົງກໍເຮັດໃຫ້ລູກຢ້ານດ້ວຍຄວາມຝັນ
ແລະເຮັດໃຫ້ລູກຢ້ານໂດຍທາງນິມິດ.
15 ໃຫ້ຄົນມາຮັດຄໍລູກໃຫ້ຕາຍເລີຍກໍຈະດີກວ່າ.
ໃຫ້ລູກຕາຍກໍຍັງຈະດີກວ່າມີຊີວິດຢູ່ແບບນີ້.+
16 ລູກຊັງຊີວິດຂອງລູກ.+ ລູກບໍ່ຢາກຢູ່ຕໍ່ໄປແລ້ວ.
ປ່ອຍລູກໃຫ້ຢູ່ຄົນດຽວໂລດ ເພາະຊີວິດຂອງລູກກໍບໍ່ຕ່າງຫຍັງກັບການຫາຍໃຈບາດດຽວ.+
17 ມະນຸດບໍ່ມີຄ່າພໍທີ່ຈະໃຫ້ພະອົງເປັນຫ່ວງດອກ.
ເປັນຫຍັງພະອົງຈຶ່ງຈະມາສົນໃຈມະນຸດເຮົາ?+
18 ເປັນຫຍັງພະອົງຕ້ອງມາກວດສອບເບິ່ງມະນຸດທຸກໆເຊົ້າ
ແລະມາທົດສອບມະນຸດຢູ່ຕະຫຼອດເວລາ?+
19 ພະອົງຈະປິ່ນໜ້າໜີຈາກລູກ
ແລະປ່ອຍໃຫ້ລູກຢູ່ຄົນດຽວຈັກບຶດໜຶ່ງບໍ່ໄດ້ບໍ?+
20 ພະອົງເປັນຜູ້ສັງເກດເບິ່ງມະນຸດ.+ ຖ້າລູກເຮັດຜິດກໍບໍ່ມີຜົນກະທົບຕໍ່ພະອົງດອກ.
ເປັນຫຍັງພະອົງຈຶ່ງເລັງເປົ້າມາໃສ່ລູກ?
ລູກເປັນພາລະຂອງພະອົງບໍ?
21 ເປັນຫຍັງພະອົງບໍ່ຍົກໂທດ
ແລະບໍ່ໃຫ້ອະໄພຄວາມຜິດຂອງລູກ?
ອີກບໍ່ດົນລູກກໍຈະລົງໄປນອນໃນດິນແລ້ວ.+
ພະອົງຈະຊອກຫາລູກ ແຕ່ລູກກໍຈະບໍ່ຢູ່ແລ້ວ.”