ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 35
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງສັນລະເສີນ

      • ອະທິດຖານ​ຂໍ​ຊ່ວຍ​ໃຫ້​ລອດ​ຈາກ​ສັດຕູ

        • ພວກ​ສັດຕູ​ຈະ​ຖືກ​ໄລ່​ໜີ (5)

        • ສັນລະເສີນ​ພະເຈົ້າ​ຢູ່​ບ່ອນ​ທີ່​ມີ​ຄົນ​ຫຼາຍໆ (18)

        • ຖືກ​ຊັງ​ແບບ​ບໍ່​ມີ​ເຫດຜົນ (19)

ເພງສັນລະເສີນ 35:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:15
  • +ພສ 3:7

ເພງສັນລະເສີນ 35:2

ໄຂເງື່ອນ

  • *

    ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:3
  • +ອຊຢ 42:13

ເພງສັນລະເສີນ 35:3

ໄຂເງື່ອນ

  • *

    ຫຼື “ຂວານ​ສອງ​ຄົມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 23:26
  • +ອຊຢ 12:2

ເພງສັນລະເສີນ 35:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 17:18

ເພງສັນລະເສີນ 35:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:19, 20; ອຊຢ 37:36

ເພງສັນລະເສີນ 35:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 57:6; 141:10

ເພງສັນລະເສີນ 35:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 18:17
  • +ພສ 40:17; ສພສ 22:22, 23

ເພງສັນລະເສີນ 35:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 27:12; ມທ 26:59

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 146

ເພງສັນລະເສີນ 35:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 19:4, 5; 20:33; ຢຣມ 18:20

ເພງສັນລະເສີນ 35:13

ໄຂເງື່ອນ

  • *

    ຫຼື “ກັບມາ​ຢູ່​ເອິກ​ຂອງ​ລູກ”

ເພງສັນລະເສີນ 35:16

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຍາະເຍີ້ຍ​ເພື່ອ​ຈະ​ໄດ້​ເຂົ້າຈີ່​ປ່ຽງ​ໜຶ່ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:12

ເພງສັນລະເສີນ 35:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮບກ 1:13
  • +ພສ 142:6
  • +ພສ 22:20; 57:4

ເພງສັນລະເສີນ 35:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 22:22

ເພງສັນລະເສີນ 35:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 69:4; ຢຮ 15:24, 25
  • +ສພສ 6:12, 13

ເພງສັນລະເສີນ 35:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 31:13; ຢຣມ 11:19; ມທ 26:4

ເພງສັນລະເສີນ 35:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 28:1
  • +ພສ 10:1; 71:12

ເພງສັນລະເສີນ 35:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 26:1; 96:13

ເພງສັນລະເສີນ 35:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 41:1, 2

ເພງສັນລະເສີນ 35:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 84:11; 149:4

ເພງສັນລະເສີນ 35:28

ໄຂເງື່ອນ

  • *

    ຫຼື “ຄິດຕຶກຕອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 71:24
  • +ພສ 51:14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພສ. 35:11ຊມ 24:15
ພສ. 35:1ພສ 3:7
ພສ. 35:2ອພຍ 15:3
ພສ. 35:2ອຊຢ 42:13
ພສ. 35:31ຊມ 23:26
ພສ. 35:3ອຊຢ 12:2
ພສ. 35:4ຢຣມ 17:18
ພສ. 35:5ອພຍ 14:19, 20; ອຊຢ 37:36
ພສ. 35:8ພສ 57:6; 141:10
ພສ. 35:10ພສ 18:17
ພສ. 35:10ພສ 40:17; ສພສ 22:22, 23
ພສ. 35:11ພສ 27:12; ມທ 26:59
ພສ. 35:121ຊມ 19:4, 5; 20:33; ຢຣມ 18:20
ພສ. 35:16ພສ 37:12
ພສ. 35:17ຮບກ 1:13
ພສ. 35:17ພສ 142:6
ພສ. 35:17ພສ 22:20; 57:4
ພສ. 35:18ພສ 22:22
ພສ. 35:19ພສ 69:4; ຢຮ 15:24, 25
ພສ. 35:19ສພສ 6:12, 13
ພສ. 35:20ພສ 31:13; ຢຣມ 11:19; ມທ 26:4
ພສ. 35:22ພສ 28:1
ພສ. 35:22ພສ 10:1; 71:12
ພສ. 35:24ພສ 26:1; 96:13
ພສ. 35:25ພສ 41:1, 2
ພສ. 35:27ພສ 84:11; 149:4
ພສ. 35:28ພສ 71:24
ພສ. 35:28ພສ 51:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ເພງສັນລະເສີນ 35:1-28

ເພງສັນລະເສີນ

ເພງ​ຂອງ​ດາວິດ.

35 ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ເວົ້າ​ປົກປ້ອງ​ລູກ​ຈາກ​ຄົນ​ທີ່​ຕໍ່ຕ້ານ​ລູກ.+

ຂໍ​ພະອົງ​ຕໍ່ສູ້​ກັບ​ຄົນ​ທີ່​ຕໍ່ສູ້​ລູກ.+

 2 ຂໍ​ພະອົງ​ຈັບ​ໂລ້​ນ້ອຍ*​ກັບ​ໂລ້​ໃຫຍ່​ຂອງ​ພະອົງ+

ແລະ​ລຸກ​ຂຶ້ນ​ມາ​ປົກປ້ອງ​ລູກ.+

 3 ຂໍ​ພະອົງ​ຈັບ​ຫອກ​ແລະ​ຂວານ*​ຂຶ້ນ​ມາ​ຕໍ່ສູ້​ຜູ້​ທີ່​ໄລ່ລ່າ​ລູກ.+

ຂໍ​ພະອົງ​ເວົ້າ​ກັບ​ລູກ​ວ່າ: “ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ.”+

 4 ຂໍ​ໃຫ້​ຄົນ​ທີ່​ໄລ່ລ່າ​ເອົາ​ຊີວິດ​ລູກ​ອັບອາຍ​ຂາຍ​ໜ້າ.+

ຂໍ​ໃຫ້​ຄົນ​ທີ່​ວາງ​ແຜນ​ຈະ​ທຳລາຍ​ລູກ​ຖອຍ​ກັບ​ໄປ​ແບບ​ເສຍ​ສັກສີ.

 5 ຂໍ​ໃຫ້​ເຂົາເຈົ້າ​ເປັນ​ຄື​ກັບ​ຂີ້​ແກບ​ທີ່​ຖືກ​ລົມ​ພັດ​ໄປ.

ຂໍ​ໃຫ້​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ໄລ່​ເຂົາເຈົ້າ​ໜີ.+

 6 ຕອນ​ທີ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ໄລ່​ນຳ​ເຂົາເຈົ້າ

ຂໍ​ໃຫ້​ທາງ​ຂອງ​ຄົນ​ເຫຼົ່ານັ້ນ​ມືດ​ແລະ​ມື່ນ.

 7 ຍ້ອນ​ເຂົາເຈົ້າ​ເຊື່ອງ​ຕານ່າງ​ໄວ້​ຈັບ​ລູກ​ໂດຍ​ບໍ່​ມີ​ເຫດຜົນ

ເຂົາເຈົ້າ​ຂຸດ​ຂຸມ​ໄວ້​ດັກ​ລູກ​ທັງ​ໆ​ທີ່​ລູກ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ

 8 ຂໍ​ໃຫ້​ເຂົາເຈົ້າ​ເຈິ​ຄວາມ​ຈິບຫາຍ​ແບບ​ບໍ່​ທັນ​ຕັ້ງ​ໂຕ.

ຂໍ​ໃຫ້​ເຂົາເຈົ້າ​ຕິດ​ກັບດັກ​ຕານ່າງ​ທີ່​ເຂົາເຈົ້າ​ເຊື່ອງ​ໄວ້.

ຂໍ​ໃຫ້​ເຂົາເຈົ້າ​ຕິດ​ຢູ່​ຫັ້ນ​ແລະ​ຖືກ​ທຳລາຍ.+

 9 ແຕ່​ລູກ​ຈະ​ມີ​ຄວາມສຸກ​ຍ້ອນ​ພະ​ເຢໂຫວາ.

ລູກ​ຈະ​ດີໃຈ​ຍ້ອນ​ພະອົງ​ຊ່ວຍ​ລູກ​ໃຫ້​ລອດ.

10 ຂໍ​ໃຫ້​ລູກ​ໄດ້​ເວົ້າ​ຈາກ​ໃຈ​ວ່າ:

“ພະ​ເຢໂຫວາ​ເອີ້ຍ ບໍ່​ມີ​ໃຜ​ຄື​ພະອົງ.

ພະອົງ​ຊ່ວຍ​ຄົນ​ທີ່​ບໍ່​ມີ​ບ່ອນ​ເພິ່ງ​ໃຫ້​ລອດ​ຈາກ​ຄົນ​ທີ່​ແຂງແຮງ​ກວ່າ​ເຂົາເຈົ້າ+

ແລະ​ຊ່ວຍ​ຄົນ​ທີ່​ບໍ່​ມີ​ບ່ອນ​ເພິ່ງ​ກັບ​ຄົນ​ທຸກ​ໃຫ້​ລອດ​ຈາກ​ຄົນ​ທີ່​ປຸ້ນ​ເຂົາເຈົ້າ.”+

11 ຄົນ​ຊົ່ວ​ມາ​ເປັນ​ພະຍານ​ຕໍ່ສູ້​ລູກ.+

ເຂົາເຈົ້າ​ກ່າວ​ຫາ​ລູກ​ໃນ​ເລື່ອງ​ທີ່​ລູກ​ບໍ່​ຮູ້ຈັກ.

12 ເຂົາເຈົ້າ​ເຮັດ​ຊົ່ວ​ຕອບ​ແທນ​ຄວາມ​ດີ​ຂອງ​ລູກ+

ເຊິ່ງ​ເຮັດ​ໃຫ້​ລູກ​ເສຍໃຈ​ຫຼາຍ.

13 ແຕ່​ເມື່ອ​ເຂົາເຈົ້າ​ເຈັບ​ປ່ວຍ ລູກ​ກໍ​ນຸ່ງ​ຜ້າ​ເນື້ອຫຍາບ.

ລູກ​ຖ່ອມ​ໂຕ​ລົງ​ໂດຍ​ການ​ອົດ​ເຂົ້າ

ແລະ​ເມື່ອ​ຄຳ​ອະທິດຖານ​ຂອງ​ລູກ​ບໍ່​ໄດ້​ຮັບ​ຄຳຕອບ*

14 ລູກ​ກໍ​ຍ່າງ​ໄປ​ຍ່າງ​ມາ​ດ້ວຍ​ຄວາມ​ໂສກເສົ້າ​ຄື​ກັບ​ວ່າ​ໝູ່​ຫຼື​ອ້າຍ​ນ້ອງ​ຂອງ​ລູກ​ຕາຍ​ໄປ.

ລູກ​ໝູບ​ໜ້າ​ລົງ​ດ້ວຍ​ຄວາມ​ທຸກ​ໃຈ​ຄື​ກັບ​ຄົນ​ທີ່​ໄວ້ທຸກ​ໃຫ້​ແມ່.

15 ແຕ່​ເມື່ອ​ລູກ​ລົ້ມ​ລົງ ເຂົາເຈົ້າ​ພັດ​ດີໃຈ​ແລະ​ມາ​ລວມ​ໂຕ​ກັນ.

ເຂົາເຈົ້າ​ພາກັນ​ມາ​ລັດ​ຕີ​ລູກ.

ເຂົາເຈົ້າ​ໃສ່​ຮ້າຍ​ລູກ​ບໍ່​ເຊົາ​ຄື​ກັບ​ວ່າ​ກຳລັງ​ຈີກ​ລູກ​ເປັນ​ຕ່ອນ​ໆ​.

16 ຄົນ​ທີ່​ບໍ່​ນັບຖື​ພະເຈົ້າ​ເຍາະເຍີ້ຍ​ແລະ​ດູຖູກ​ລູກ.*

ເຂົາເຈົ້າ​ກັດ​ແຂ້ວ​ໃສ່​ລູກ.+

17 ພະ​ເຢໂຫວາ​ເອີ້ຍ ພະອົງ​ຈະ​ແນມ​ເບິ່ງ​ຊື່​ໆ​ອີກ​ດົນ​ປານ​ໃດ?+

ຂໍ​ພະອົງ​ຊ່ວຍ​ລູກ​ຈາກ​ການ​ໂຈມຕີ​ຂອງ​ເຂົາເຈົ້າ.+

ຂໍ​ພະອົງ​ຊ່ວຍ​ຊີວິດ​ທີ່​ມີຄ່າ​ຂອງ​ລູກ​ຈາກ​ໂຕ​ສິງ.+

18 ແລ້ວ​ລູກ​ຈະ​ຂອບໃຈ​ພະອົງ​ຢູ່​ບ່ອນ​ປະຊຸມ​ໃຫຍ່.+

ລູກ​ຈະ​ສັນລະເສີນ​ພະອົງ​ຢູ່​ບ່ອນ​ທີ່​ມີ​ຄົນ​ຫຼາຍ​ໆ​.

19 ຂໍ​ຢ່າ​ໃຫ້​ຄົນ​ທີ່​ເປັນ​ສັດຕູ​ກັບ​ລູກ​ແບບ​ບໍ່​ມີ​ເຫດຜົນ​ເວົ້າ​ອວດ​ໃສ່​ລູກ.

ຂໍ​ຢ່າ​ໃຫ້​ຄົນ​ທີ່​ຊັງ​ລູກ​ແບບ​ບໍ່​ມີ​ເຫດຜົນ+​ເຍາະເຍີ້ຍ​ລູກ.+

20 ເຂົາເຈົ້າ​ບໍ່​ໄດ້​ເວົ້າ​ແນວ​ດີ​ໆ​ທີ່​ເຮັດ​ໃຫ້​ເກີດ​ສັນຕິສຸກ

ແຕ່​ເຂົາເຈົ້າ​ໃຊ້​ເລ່ລ່ຽມ​ເພື່ອ​ວາງແຜນ​ຮ້າຍ​ໃສ່​ຄົນ​ທີ່​ມັກ​ຄວາມ​ສະຫງົບສຸກ.+

21 ເຂົາເຈົ້າ​ອ້າ​ປາກ​ກວ້າງ​ເພື່ອ​ຮ້ອງ​ໃສ່​ລູກ.

ເຂົາເຈົ້າ​ເວົ້າ​ໃສ່​ລູກ​ວ່າ: “ສົມ​ນ້ຳ​ໜ້າ! ພວກ​ເຮົາ​ໄດ້​ເຫັນ​ກັບ​ຕາ​ແລ້ວ.”

22 ພະ​ເຢໂຫວາ​ເອີ້ຍ ພະອົງ​ກໍ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ແລ້ວ ຂໍ​ພະອົງ​ຢ່າ​ມິດ​ຢູ່.+

ພະ​ເຢໂຫວາ ຂໍ​ພະອົງ​ຢ່າ​ຢູ່​ໄກ​ຈາກ​ລູກ.+

23 ຂໍ​ພະອົງ​ສົນໃຈ​ແລະ​ລຸກ​ຂຶ້ນ​ມາ​ປົກປ້ອງ​ລູກ.

ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ເອີ້ຍ ຂໍ​ພະອົງ​ສູ້​ຄະດີ​ໃຫ້​ລູກ.

24 ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ເອີ້ຍ ເມື່ອ​ພະອົງ​ຕັດສິນ​ລູກ ຂໍ​ພະອົງ​ເຮັດ​ໃຫ້​ເຫັນ​ວ່າ​ພະອົງ​ຍຸຕິທຳ.+

ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ຫົວຂວັນ​ໃສ່​ລູກ.

25 ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ເວົ້າ​ນຳ​ກັນ​ວ່າ: “ມັນ​ເປັນ​ໄປ​ຕາມ​ທີ່​ພວກ​ເຮົາ​ຕ້ອງການ​ແລ້ວ.”

ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ລົມກັນ​ວ່າ: “ພວກ​ເຮົາ​ທຳລາຍ​ມັນ​ໄດ້​ແລ້ວ.”+

26 ຂໍ​ໃຫ້​ທຸກ​ຄົນ​ທີ່​ດີໃຈ​ທີ່​ເຫັນ​ລູກ​ຈິບຫາຍ​ຕ້ອງ​ອັບອາຍ​ຂາຍ​ໜ້າ.

ຂໍ​ໃຫ້​ຄົນ​ທີ່​ຄິດ​ວ່າ​ໂຕເອງ​ດີ​ກວ່າ​ລູກ​ຕ້ອງ​ເສຍ​ກຽດ.

27 ແຕ່​ຂໍ​ໃຫ້​ຄົນ​ທີ່​ດີໃຈ​ຍ້ອນ​ລູກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໂຫ່​ຮ້ອງ​ຢ່າງ​ມີ​ຄວາມສຸກ.

ຂໍ​ໃຫ້​ເຂົາເຈົ້າ​ເວົ້າ​ບໍ່​ເຊົາ​ວ່າ:

“ຂໍ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ. ເພິ່ນ​ດີໃຈ​ເມື່ອ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ມີ​ຄວາມ​ສະຫງົບສຸກ.”+

28 ແລ້ວ​ລູກ​ຈະ​ເລົ່າ​ຄືນ*​ເລື່ອງ​ຄວາມ​ຍຸຕິທຳ​ຂອງ​ພະອົງ+

ແລະ​ສັນລະເສີນ​ພະອົງ​ສະເໝີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌