ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດຜູ້ຮັບໃຊ້ຂອງພະເຢໂຫວາ.
36 ການເຮັດຜິດຍົວະຫົວໃຈຂອງຄົນຊົ່ວ.
ລາວບໍ່ຢ້ານພະເຈົ້າເລີຍ.+
2 ລາວຍ້ອງຍໍໂຕເອງເອົາແທ້ເອົາວ່າຈົນບໍ່ເຫັນແລະບໍ່ຊັງຄວາມຜິດຂອງໂຕເອງ.+
3 ລາວມັກເວົ້າຕົວະແລະມັກເວົ້າໃຫ້ຄົນອື່ນເຈັບໃຈ.
ລາວບໍ່ມີຄວາມເຂົ້າໃຈວ່າການເຮັດດີເຮັດແນວໃດ.
4 ແມ່ນແຕ່ຕອນທີ່ນອນຢູ່ ລາວກໍຄິດວາງແຜນຮ້າຍ.
ລາວຕັ້ງໃຈໄປໃນທາງທີ່ບໍ່ດີ
ແລະບໍ່ປະຕິເສດສິ່ງຊົ່ວ.
5 ພະເຢໂຫວາເອີ້ຍ ຄວາມຮັກທີ່ໝັ້ນຄົງຂອງພະອົງມີຫຼາຍຈົນສູງຮອດຟ້າ.+
ຄວາມສັດຊື່ຂອງພະອົງກໍມີຫຼາຍຈົນຈຳຂີ້ເຝື້ອ.
6 ຄວາມຍຸຕິທຳຂອງພະອົງເປັນຄືກັບພູທີ່ໃຫຍ່ໆສູງໆ.*+
ການຕັດສິນຂອງພະອົງກໍເປັນຄືກັບນ້ຳທີ່ເລິກໆແລະກວ້າງໃຫຍ່.+
ພະເຢໂຫວາເອີ້ຍ ພະອົງຊ່ວຍໃຫ້ຄົນແລະສັດມີຊີວິດຢູ່ຕໍ່ໄປໄດ້.+
7 ພະເຈົ້າເອີ້ຍ ຄວາມຮັກທີ່ໝັ້ນຄົງຂອງພະອົງມີຄ່າຫຼາຍແທ້ໆ.+
ມະນຸດພາກັນມາຫຼົບໄພຢູ່ກ້ອງປີກ*ຂອງພະອົງ.+
8 ເຂົາເຈົ້າໄດ້ກິນອາຫານທີ່ດີທີ່ສຸດ*ຈົນໜຳໃຈຢູ່ເຮືອນຂອງພະອົງ.+
ພະອົງໃຫ້ສິ່ງດີໆຫຼາຍຢ່າງກັບເຂົາເຈົ້າຄືກັບວ່າເຮັດໃຫ້ເຂົາເຈົ້າໄດ້ດື່ມນ້ຳຈາກແມ່ນ້ຳ.+
10 ຂໍພະອົງສະແດງຄວາມຮັກທີ່ໝັ້ນຄົງຕໍ່ຄົນທີ່ຮູ້ຈັກພະອົງຕໍ່ໆໄປ+
ແລະຂໍພະອົງໃຫ້ຄວາມຍຸຕິທຳຕໍ່ຄົນທີ່ມີໃຈສັດຊື່ຕໍ່ໆໄປ.+
11 ຂໍຢ່າໃຫ້ຕີນຂອງຄົນທີ່ຈອງຫອງຢຽບລູກ
ແລະຂໍຢ່າໃຫ້ມືຂອງຄົນຊົ່ວໄລ່ລູກໜີ.
12 ຄົນທີ່ເຮັດຜິດລົ້ມລົງແລ້ວ.
ເຂົາເຈົ້ານອນຢູ່ຫັ້ນແລະລຸກຂຶ້ນອີກບໍ່ໄດ້.+