ເພງສັນລະເສີນ
106 ໃຫ້ສັນລະເສີນພະເຢໂຫວາ*
2 ສິ່ງທີ່ຍິ່ງໃຫຍ່ທັງໝົດທີ່ພະເຢໂຫວາໄດ້ເຮັດແລະສິ່ງດີໆທີ່ເພິ່ນໄດ້ເຮັດ
ມີໃຜບໍຈະປະກາດເລື່ອງເຫຼົ່ານີ້ໄດ້ໝົດ?+
3 ຄົນທີ່ເຮັດສິ່ງຕ່າງໆຢ່າງຍຸຕິທຳ
ແລະຄົນທີ່ເຮັດສິ່ງທີ່ຖືກຕ້ອງສະເໝີກໍມີຄວາມສຸກ.+
4 ພະເຢໂຫວາເອີ້ຍ ຂໍພະອົງຢ່າລືມລູກເມື່ອພະອົງສະແດງຄວາມເມດຕາຕໍ່ປະຊາຊົນຂອງພະອົງ.+
ຂໍພະອົງເບິ່ງແຍງລູກແລະຊ່ວຍລູກໃຫ້ລອດ
5 ເພື່ອລູກຈະໄດ້ຮັບສິ່ງດີໆທີ່ພະອົງໃຫ້ກັບຄົນທີ່ພະອົງເລືອກ+
ເພື່ອລູກຈະມີຄວາມສຸກກັບປະຊາຊົນຂອງພະອົງ
ແລະເພື່ອລູກຈະໄດ້ສັນລະເສີນພະອົງດ້ວຍຄວາມພູມໃຈ*ພ້ອມກັບຄົນທີ່ເປັນຂອງພະອົງ.
7 ປູ່ຍ່າຕານາຍຂອງພວກເຮົາທີ່ຢູ່ເອຢິບບໍ່ເຫັນຄ່າ*ສິ່ງທີ່ເປັນຕາງຶດຕ່າງໆທີ່ພະອົງໄດ້ເຮັດ.
ເຂົາເຈົ້າລືມຄວາມຮັກທີ່ໝັ້ນຄົງຂອງພະອົງ
ແລະກະບົດຕໍ່ພະອົງຢູ່ແຄມທະເລແດງ.+
8 ແຕ່ເພິ່ນຊ່ວຍເຂົາເຈົ້າໃຫ້ລອດຍ້ອນເຫັນແກ່ຊື່ຂອງເພິ່ນ+
ແລະເພື່ອເຮັດໃຫ້ຄົນອື່ນຮູ້ວ່າເພິ່ນຍິ່ງໃຫຍ່ຫຼາຍສ່ຳໃດ.+
9 ເພິ່ນສັ່ງທະເລແດງແລະມັນກໍແຫ້ງໄປ.
ເພິ່ນພາເຂົາເຈົ້າຍ່າງຜ່ານທະເລເລິກນັ້ນຄືກັບຍ່າງຜ່ານບ່ອນກັນດານ.*+
10 ເພິ່ນຊ່ວຍເຂົາເຈົ້າໃຫ້ລອດຈາກສັດຕູ+
ແລະເພິ່ນໄຖ່ເຂົາເຈົ້າຈາກພວກທີ່ຊັງເຂົາເຈົ້າ.+
13 ແຕ່ເຂົາເຈົ້າພັດລືມສິ່ງເພິ່ນເຮັດໄວຂະໜາດ.+
ເຂົາເຈົ້າບໍ່ໄດ້ຖ້າຟັງຄຳແນະນຳຂອງເພິ່ນ.
14 ຕອນຢູ່ບ່ອນກັນດານ ເຂົາເຈົ້າມີແຕ່ຄວາມຕ້ອງການທີ່ເຫັນແກ່ໂຕ.+
ເຂົາເຈົ້າທົດສອບພະເຈົ້າຢູ່ບ່ອນກັນດານ.+
15 ເພິ່ນໃຫ້ເຂົາເຈົ້າຕາມທີ່ເຂົາເຈົ້າຂໍ
ແຕ່ຈາກນັ້ນເພິ່ນກໍເຮັດໃຫ້ເຂົາເຈົ້າເປັນພະຍາດຕາຍ.+
16 ຕອນຢູ່ໃນຄ້າຍ ເຂົາເຈົ້າອິດສາໂມເຊແລະອາໂຣນ+
ເຊິ່ງເປັນຄົນທີ່ຖືກແຍກໄວ້ຕ່າງຫາກເພື່ອເຮັດວຽກຮັບໃຊ້ພະເຢໂຫວາ.+
17 ແຜ່ນດິນໄດ້ແຍກອອກແລະກືນດາທານລົງໄປ
ແລະໄດ້ຖົມຄົນທີ່ເປັນພວກຂອງອາບີຣາມ.+
18 ໄຟໄດ້ເຜົາໄໝ້ເຂົາເຈົ້າ.
ໄຟໄດ້ເຜົາໄໝ້ພວກຄົນຊົ່ວ.+
19 ເຂົາເຈົ້າໄດ້ເຮັດຮູບງົວນ້ອຍຢູ່ໂຮເຣັບ
ແລະໄດ້ຂາບໄຫວ້ຮູບບູຊາທີ່ຫຼໍ່ຂຶ້ນມາ.+
20 ເຂົາເຈົ້າເອົາກຽດທີ່ຄວນຈະໃຫ້ພະເຈົ້າ
ໄປໃຫ້ງົວທີ່ກິນຫຍ້າ.+
21 ເຂົາເຈົ້າລືມພະເຈົ້າ+ຜູ້ທີ່ຊ່ວຍເຂົາເຈົ້າໃຫ້ລອດ
ຜູ້ທີ່ເຮັດສິ່ງທີ່ຍິ່ງໃຫຍ່ໃນເອຢິບ+
22 ຜູ້ທີ່ເຮັດສິ່ງທີ່ເປັນຕາງຶດໃນແຜ່ນດິນຂອງຮາມ+
ແລະຜູ້ທີ່ເຮັດການອັດສະຈັນຢູ່ທະເລແດງ.+
23 ເພິ່ນກຳລັງຈະທຳລາຍເຂົາເຈົ້າແລ້ວ
ແຕ່ໂມເຊຜູ້ທີ່ເພິ່ນເລືອກໄດ້ຮ້ອງຂໍເພິ່ນ
ເພື່ອໃຫ້ເພິ່ນເຊົາໃຈຮ້າຍແຮງ.+
26 ເພິ່ນຈຶ່ງຍົກມືຂຶ້ນສາບານກ່ຽວກັບເຂົາເຈົ້າວ່າ
ເພິ່ນຈະເຮັດໃຫ້ເຂົາເຈົ້າຕາຍຢູ່ບ່ອນກັນດານ.+
27 ເພິ່ນຈະເຮັດໃຫ້ລູກຫຼານຂອງເຂົາເຈົ້າຕາຍຢູ່ປະເທດຕ່າງໆ
ແລະເພິ່ນຈະເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປຕາມແຜ່ນດິນຕ່າງໆ.+
30 ແຕ່ເມື່ອຟີເນຮາດລຸກຂຶ້ນແລະຈັດການເລື່ອງນີ້
ພະຍາດກໍເຊົາລະບາດ+
31 ພະເຈົ້າຈຶ່ງຖືວ່າລາວເປັນຄົນເຮັດສິ່ງທີ່ຖືກຕ້ອງ
ຕະຫຼອດທຸກຍຸກທຸກສະໄໝ.+
36 ເຂົາເຈົ້າຍັງຂາບໄຫວ້ຮູບບູຊາຂອງຄົນເຫຼົ່ານັ້ນ+
ແລະສິ່ງເຫຼົ່ານີ້ກາຍເປັນກັບດັກດັກເຂົາເຈົ້າ.+
37 ເຂົາເຈົ້າເອົາລູກຊາຍຂອງໂຕເອງໄປເຜົາເປັນເຄື່ອງບູຊາ
ແລະເອົາລູກສາວຂອງໂຕເອງໄປໃຫ້ພວກປີສາດ.+
38 ເຂົາເຈົ້າເຮັດໃຫ້ເລືອດຂອງຄົນທີ່ບໍ່ມີຄວາມຜິດໄຫຼອອກ+
ລວມທັງເລືອດຂອງລູກຊາຍແລະລູກສາວຂອງເຂົາເຈົ້າ
ທີ່ເຂົາເຈົ້າເອົາໄປບູຊາໃຫ້ຮູບບູຊາຕ່າງໆຂອງພວກການາອານ.+
ແຜ່ນດິນກໍບໍ່ສະອາດຍ້ອນການຂ້າຄົນ.
39 ເຂົາເຈົ້າເປັນຄົນບໍ່ສະອາດຍ້ອນສິ່ງທີ່ເຂົາເຈົ້າເຮັດ.
ເຂົາເຈົ້າຂາຍໂຕໃຫ້ພະເຈົ້າອື່ນ*ໂດຍການກະທຳຂອງເຂົາເຈົ້າ.+
40 ພະເຢໂຫວາຈຶ່ງໃຈຮ້າຍໃຫ້ປະຊາຊົນຂອງເພິ່ນແຮງ
ແລະຊັງຄົນທີ່ເປັນມໍລະດົກຂອງເພິ່ນ.
41 ເພິ່ນມອບເຂົາເຈົ້າໄວ້ໃນມືຂອງຊາດຕ່າງໆເທື່ອແລ້ວເທື່ອອີກ+
ເພື່ອຄົນທີ່ຊັງເຂົາເຈົ້າຈະໄດ້ປົກຄອງເຂົາເຈົ້າ.+
42 ສັດຕູຂອງເຂົາເຈົ້າກົດຂີ່ຂົ່ມເຫງເຂົາເຈົ້າ
ແລະເຂົາເຈົ້າກໍຢູ່ໃຕ້ອຳນາດ*ຂອງສັດຕູ.
43 ເພິ່ນຊ່ວຍເຂົາເຈົ້າບັກຫຼາຍໆເທື່ອ+
ແຕ່ເຂົາເຈົ້າກໍຍັງບໍ່ເຊື່ອຟັງແລະກະບົດອີກ.+
ເຂົາເຈົ້າຕົກຕ່ຳລົງຍ້ອນຄວາມຜິດຂອງເຂົາເຈົ້າເອງ.+
44 ແຕ່ເພິ່ນເຫັນຄວາມທຸກລຳບາກຂອງເຂົາເຈົ້າ+
ແລະໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງເຂົາເຈົ້າ.+
45 ເພິ່ນຄິດເຖິງຄຳສັນຍາຂອງເພິ່ນຍ້ອນເຫັນແກ່ເຂົາເຈົ້າ.
ເພິ່ນຮູ້ສຶກອີ່ຕົນເຂົາເຈົ້າ*ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງຫຼາຍ.+
46 ເພິ່ນເຮັດໃຫ້ຄົນທີ່ຈັບເຂົາເຈົ້າໄປເປັນຊະເລີຍ
ຮູ້ສຶກອີ່ຕົນເຂົາເຈົ້າ.+
47 ພະເຢໂຫວາພະເຈົ້າຂອງພວກເຮົາເອີ້ຍ ຂໍພະອົງຊ່ວຍພວກເຮົາໃຫ້ລອດ+
ແລະລວບລວມພວກເຮົາຈາກຊາດຕ່າງໆ+
ເພື່ອພວກເຮົາຈະໄດ້ສັນລະເສີນຊື່ທີ່ບໍລິສຸດຂອງພະອົງ
ແລະຍົກຍ້ອງສັນລະເສີນພະອົງດ້ວຍຄວາມຍິນດີ.+
48 ຂໍໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນ
ໄດ້ຮັບການສັນລະເສີນຕະຫຼອດໄປ+
ແລະຂໍໃຫ້ປະຊາຊົນທຸກຄົນເວົ້າວ່າ: “ອາແມນ.”*
ຂໍໃຫ້ສັນລະເສີນພະເຢໂຫວາ.*