ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລມ ເຊຄາຣີຢາ 1:1-14:21
  • ເຊຄາຣີຢາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຊຄາຣີຢາ
  • ຄຳພີໄບເບິນສະບັບແປໂລກໃໝ່
ຄຳພີໄບເບິນສະບັບແປໂລກໃໝ່
ເຊຄາຣີຢາ

ເຊຄາຣີຢາ

1 ໃນ​ເດືອນ​ທີ 8 ຂອງ​ປີ​ທີ 2 ທີ່​ກະສັດ​ດາຣິອຸດ*​ປົກຄອງ+ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຜູ້ພະຍາກອນ​ເຊຄາຣີຢາ*+​ລູກ​ຊາຍ​ຂອງ​ເບເຣກີຢາ​ຫຼານ​ຊາຍ​ຂອງ​ອິດໂດ​ວ່າ: 2 “ພະ​ເຢໂຫວາ​ໃຈຮ້າຍ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ຫຼາຍ.+

3 ໃຫ້​ເຈົ້າ​ບອກ​ປະຊາຊົນ​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແນວ​ນີ້ “ໃຫ້​ກັບມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ກັບ​ໄປ​ຫາ​ພວກເຈົ້າ.”+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້.

4 ພະ​ເຢໂຫວາ​ເວົ້າ​ວ່າ “ພວກເຈົ້າ​ຢ່າ​ເປັນ​ຄື​ກັບ​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ​ເດີ້. ເຮົາ​ເຄີຍ​ໃຫ້​ຜູ້ພະຍາກອນ​ຄົນ​ກ່ອນ​ໆ​ໄປ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ “ຂໍ​ໃຫ້​ພວກເຈົ້າ​ຖິ້ມ​ແນວ​ທາງ​ທີ່​ບໍ່​ດີ​ແລະ​ເຊົາ​ເຮັດ​ຊົ່ວ ແລ້ວ​ກັບມາ​ຫາ​ເຮົາ.+

ແຕ່​ເຂົາ​ເຈົ້າ​ບໍ່​ຟັງ​ເຮົາ​ແລະ​ບໍ່​ສົນໃຈ​ເຮົາ​ເລີຍ.”’”+

5 ກະແມ່ນ​ຢູ່​ວ່າ​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ​ແລະ​ພວກ​ຜູ້ພະຍາກອນ​ຕາຍ​ໄປ​ໝົດ​ແລ້ວ 6 ແຕ່​ເຮົາ​ກໍ​ເຄີຍ​ໃຫ້​ກົດໝາຍ​ກັບ​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ ແລະ​ເຮົາ​ໄດ້​ສົ່ງ​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາ​ໄປ​ເຕືອນ​ເຂົາ​ເຈົ້າ​ວ່າ​ຖ້າ​ເຂົາ​ເຈົ້າ​ບໍ່​ເຮັດ​ຕາມ​ກົດໝາຍ​ເຫຼົ່າ​ນັ້ນ​ຈະ​ເກີດ​ຫຍັງ​ຂຶ້ນ. ແລ້ວ​ທຸກ​ສິ່ງ​ທີ່​ເຮົາ​ເວົ້າ​ໄວ້​ກໍ​ເກີດ​ຂຶ້ນ​ແທ້​ບໍ່​ແມ່ນ​ບໍ?’+ ເຂົາ​ເຈົ້າ​ຈຶ່ງ​ກັບມາ​ຫາ​ເຮົາ​ແລະ​ເວົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ລົງໂທດ​ພວກເຮົາ​ສົມ​ກັບ​ຄວາມ​ຜິດ​ທີ່​ພວກເຮົາ​ໄດ້​ເຮັດ​ແລ້ວ ຄື​ກັບ​ທີ່​ເພິ່ນ​ໄດ້​ບອກ​ໄວ້.’”+

7 ໃນ​ວັນ​ທີ 24 ຂອງ​ເດືອນ​ທີ 11 ເຊິ່ງ​ແມ່ນ​ເດືອນ​ເຊ​ບັດ*​ຂອງ​ປີ​ທີ 2 ທີ່​ດາຣິອຸດ​ປົກຄອງ+ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຜູ້ພະຍາກອນ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ເບເຣກີຢາ​ຫຼານ​ຊາຍ​ຂອງ​ອິດໂດ. 8 ເຊຄາຣີຢາ​ເວົ້າ​ວ່າ: “ຂ້ອຍ​ໄດ້​ເຫັນ​ນິມິດ​ໜຶ່ງ​ໃນ​ຕອນ​ກາງຄືນ. ໃນ​ນິມິດ​ນັ້ນ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຂີ່​ມ້າ​ສີ​ແດງ​ມາ ແລະ​ມາ​ຢືນ​ຢູ່​ກາງ​ປ່າ​ຕົ້ນໄມ້​ຫອມ​ໃນ​ຮ່ອມພູ. ຢູ່​ທາງ​ຫຼັງ​ຂອງ​ລາວ​ມີ​ມ້າ​ສີ​ແດງ ມ້າ​ສີ​ນ້ຳ​ຕານ​ແດງ ແລະ​ມ້າ​ສີ​ຂາວ.”

9 ຂ້ອຍ​ຈຶ່ງ​ຖາມ​ທູດສະຫວັນ​ທີ່​ເວົ້າ​ນຳ​ຂ້ອຍ​ວ່າ: “ທ່ານ​ເອີ້ຍ ຄົນ​ຂີ່​ມ້າ​ເຫຼົ່ານີ້​ແມ່ນ​ໃຜ?”

ທູດສະຫວັນ​ກໍ​ຕອບ​ຂ້ອຍ​ວ່າ: “ຂ້ອຍ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວ່າ​ເຂົາ​ເຈົ້າ​ແມ່ນ​ໃຜ.”

10 ແລ້ວ​ຄົນ​ທີ່​ຢືນ​ຢູ່​ກາງ​ປ່າ​ຕົ້ນໄມ້​ຫອມ​ກໍ​ເວົ້າ​ວ່າ: “ຄົນ​ເຫຼົ່ານີ້​ແມ່ນ​ຄົນ​ທີ່​ພະ​ເຢໂຫວາ​ສົ່ງ​ມາ​ກວດ​ເບິ່ງ​ແຜ່ນດິນ​ໂລກ.” 11 ແລ້ວ​ເຂົາ​ເຈົ້າ​ກໍ​ເວົ້າ​ກັບ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ທີ່​ຢືນ​ຢູ່​ກາງ​ປ່າ​ຕົ້ນໄມ້​ຫອມ​ວ່າ: “ພວກເຮົາ​ໄປ​ກວດ​ເບິ່ງ​ທົ່ວ​ໂລກ​ແລ້ວ. ພວກເຮົາ​ເຫັນ​ວ່າ​ມີ​ຄວາມ​ສະຫງົບ​ດີ​ແລະ​ບໍ່​ມີ​ຄວາມ​ວຸ່ນວາຍ​ຫຍັງ.”+

12 ແລ້ວ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເອີ້ຍ ເມື່ອ​ໃດ​ພະອົງ​ຈະ​ເມດຕາ​ເຢຣູຊາເລັມ​ແລະ​ເມືອງ​ຕ່າງ​ໆ​ຂອງ​ຢູດາ?+ ພະອົງ​ໃຈຮ້າຍ​ໃຫ້​ເຂົາ​ເຈົ້າ​ມາ​ໄດ້ 70 ປີ​ແລ້ວ.”+

13 ພະ​ເຢໂຫວາ​ໄດ້​ຕອບ​ທູດສະຫວັນ​ທີ່​ເວົ້າ​ນຳ​ຂ້ອຍ. ເພິ່ນ​ເວົ້າ​ແບບ​ນຸ້ມ​ນວນ​ແລະ​ໃຫ້​ກຳລັງໃຈ​ລາວ. 14 ແລ້ວ​ທູດສະຫວັນ​ທີ່​ເວົ້າ​ນຳ​ຂ້ອຍ​ກໍ​ບອກ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ປະກາດ​ອອກ​ໄປ​ແນວ​ນີ້ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ “ເຮົາ​ຈະ​ປົກປ້ອງ​ເຢຣູຊາເລັມ​ແລະ​ຊີໂອນ. ເຮົາ​ຈະ​ປົກປ້ອງ​ເຂົາ​ເຈົ້າ​ສຸດ​ຫົວໃຈ.+ 15 ເຮົາ​ໃຈຮ້າຍ​ແຮງໃຫ້​ຊາດ​ຕ່າງ​ໆ​ທີ່​ຍິ່ງ​ຈອງຫອງ+​ຍ້ອນ​ເຮົາ​ຄິດ​ວ່າ​ຈະ​ລົງໂທດ​ປະຊາຊົນ​ຂອງ​ເຮົາ​ແຕ່​ໜ້ອຍ​ດຽວ+ ແຕ່​ເຂົາ​ເຈົ້າ​ພັດ​ທຳຮ້າຍ​ປະຊາຊົນ​ຂອງ​ເຮົາ​ຫຼາຍ​ກວ່າ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້.”’+

16 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ກັບມາ​ເມດຕາ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ+​ແລະ​ສ້າງ​ວິຫານ​ຂອງ​ເຮົາ​ຂຶ້ນ​ໃໝ່​ຢູ່​ຫັ້ນ.+ ຊ່າງ​ກໍ່ສ້າງ​ຈະ​ເນັ່ງ​ສາຍ​ແທກ​ໄປ​ທົ່ວ​ເມືອງ​ເຢຣູຊາເລັມ.’+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້.

17 ໃຫ້​ປະກາດ​ອີກ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແນວ​ນີ້ “ເມືອງ​ຕ່າງ​ໆ​ຂອງ​ເຮົາ​ຈະ​ເຕັມ​ແຕ່​ສິ່ງ​ດີ​ໆ​ ແລະ​ພະ​ເຢໂຫວາ​ຈະ​ປອບ​ໃຈ​ຊີໂອນ+​ແລະ​ເລືອກ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ.”’”+

18 ຈາກ​ນັ້ນ ຂ້ອຍ​ເງີຍ​ໜ້າ​ຂຶ້ນ ແລ້ວ​ກໍ​ເຫັນ​ເຂົາ​ສັດ 4 ເຂົາ.+ 19 ຂ້ອຍ​ເລີຍ​ຖາມ​ທູດສະຫວັນ​ຜູ້​ທີ່​ເວົ້າ​ນຳ​ຂ້ອຍ​ວ່າ: “ເຂົາ​ສັດ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?” ທູດສະຫວັນ​ຕອບ​ຂ້ອຍ​ວ່າ: “ເຂົາ​ສັດ​ເຫຼົ່ານີ້​ໝາຍເຖິງ​ຕົວແທນ​ຂອງ​ອຳນາດ​ທີ່​ເຮັດ​ໃຫ້​ປະຊາຊົນ​ຂອງ​ຢູດາ+ ອິດສະຣາ​ເອນ+ ແລະ​ເຢຣູຊາເລັມ​ກະຈັດ​ກະຈາຍ​ກັນ​ໄປ.”+

20 ແລ້ວ​ພະ​ເຢໂຫວາ​ກໍ​ໃຫ້​ຂ້ອຍ​ເຫັນ​ຊ່າງ​ທີ່​ມີ​ສີໄມ້​ລາຍມື 4 ຄົນ. 21 ຂ້ອຍ​ຖາມ​ເພິ່ນ​ວ່າ: “ຄົນ​ເຫຼົ່ານີ້​ພາກັນ​ມາ​ເຮັດ​ຫຍັງ?”

ເພິ່ນ​ຕອບ​ຂ້ອຍ​ວ່າ: “ເຂົາ​ສັດ​ເຫຼົ່ານີ້​ໝາຍເຖິງ​ຕົວແທນ​ຂອງ​ອຳນາດ​ທີ່​ເຮັດ​ໃຫ້​ປະຊາຊົນ​ຂອງ​ຢູດາ​ກະຈັດ​ກະຈາຍ​ກັນ​ໄປ​ຈົນ​ບໍ່​ມີ​ຜູ້​ໃດ​ເງີຍ​ໜ້າ​ຂຶ້ນ​ມາ​ໄດ້. ແຕ່​ຊ່າງ​ທີ່​ມີ​ສີໄມ້​ລາຍ​ມື​ຈະ​ເຮັດ​ໃຫ້​ເຂົາ​ສັດ​ເຫຼົ່ານີ້​ຢ້ານ ແລະ​ທຳລາຍ​ເຂົາ​ສັດ​ຂອງ​ຊາດ​ຕ່າງ​ໆ​ທີ່​ມາ​ຕໍ່ສູ້​ຢູດາ ເພື່ອ​ຈະ​ເຮັດ​ໃຫ້​ພວກ​ຢູດາ​ກະຈັດ​ກະຈາຍ​ກັນ​ໄປ.”

2 ຂ້ອຍ​ເງີຍ​ໜ້າ​ຂຶ້ນ​ແລະ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ຖືສາຍ​ແທກ+​ຢູ່​ໃນ​ມື. 2 ຂ້ອຍ​ຖາມ​ລາວ​ວ່າ: “ເຈົ້າ​ຈະ​ໄປ​ໃສ?”

ລາວ​ຕອບ​ວ່າ: “ຈະ​ໄປ​ແທກ​ເມືອງ​ເຢຣູຊາເລັມ​ເບິ່ງ​ວ່າ​ມັນ​ກວ້າງ​ມັນ​ຍາວ​ເທົ່າ​ໃດ?”+

3 ແລ້ວ​ທູດສະຫວັນ​ທີ່​ລົມ​ນຳ​ຂ້ອຍ​ກໍ​ອອກ​ໄປ ແລະ​ທູດສະຫວັນ​ອີກ​ອົງ​ໜຶ່ງ​ກໍ​ມາ​ຫາ​ລາວ. 4 ທູດສະຫວັນ​ອົງ​ນັ້ນ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ແລ່ນ​ໄປ​ບອກ​ຜູ້​ຊາຍ​ຄົນ​ນັ້ນ​ແດ່​ວ່າ ‘“ເມືອງ​ເຢຣູຊາເລັມ​ຈະ​ມີ​ຄົນ​ຢູ່+​ແລະ​ຈະ​ເປັນ​ເມືອງ​ທີ່​ບໍ່​ມີ​ກຳແພງ ຍ້ອນ​ຄົນ​ແລະ​ຝູງ​ສັດ​ທີ່​ອາໄສ​ຢູ່​ຫັ້ນ​ຈະ​ມີ​ຈຳນວນ​ຫຼາຍ​ຂຶ້ນ.”+ 5 ພະ​ເຢໂຫວາ​ເວົ້າ​ວ່າ “ເຮົາ​ຈະ​ເປັນ​ກຳແພງ​ໄຟ​ອ້ອມ​ເມືອງ​ນີ້+ ແລະ​ເຮົາ​ຈະ​ເປັນ​ສະຫງ່າ​ລາສີ​ຂອງ​ເມືອງ​ນີ້.”’”+

6 ພະ​ເຢໂຫວາ​ບອກ​ວ່າ: “ໄວ​ໆ​ ໃຫ້​ຟ້າວ​ມາ! ໃຫ້​ໜີ​ອອກ​ມາ​ຈາກ​ປະເທດ​ທາງ​ທິດເໜືອ.”+

ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ເຄີຍ​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ທຸກ​ທິດ​ທຸກ​ທາງ.+

7 ຄົນ​ເມືອງ​ຊີໂອນ​ເອີ້ຍ ໃຫ້​ພວກເຈົ້າ​ໜີ​ອອກ​ມາ​ຈາກ​ບາບີໂລນ​ເດີ້.+ 8 ຫຼັງ​ຈາກ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ສະແດງ​ຄວາມ​ຍິ່ງໃຫຍ່*​ຂອງ​ເພິ່ນ​ແລ້ວ ເພິ່ນ​ກໍ​ສົ່ງ​ຂ້ອຍ​ໄປ​ຫາ​ພວກ​ຊາດ​ຕ່າງ​ໆ​ທີ່​ເຄີຍ​ປຸ້ນ​ພວກເຈົ້າ​ແລະ​ບອກ​ວ່າ+ ‘ໃຜ​ທີ່​ແຕະ​ຕ້ອງ​ພວກເຈົ້າ​ກໍ​ສ່ຳ​ກັບ​ແຕະ​ຕ້ອງ​ໜ່ວຍ​ຕາ​ຂອງ​ເຮົາ.+ 9 ເຮົາ​ຈະ​ຍົກ​ກຳປັ້ນ*​ໃສ່​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ຈະ​ຖືກ​ພວກ​ທາດ​ຂອງ​ໂຕເອງ​ປຸ້ນ.’+ ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ໄດ້​ສົ່ງ​ຂ້ອຍ​ມາ.”

10 ພະ​ເຢໂຫວາ​ບອກ​ວ່າ: “ຄົນ​ເມືອງ​ຊີໂອນ​ເອີ້ຍ ໃຫ້​ໂຫ່​ຮ້ອງ​ດີໃຈ+​ຍ້ອນ​ເຮົາ​ກຳລັງ​ຈະ​ມາ.+ ເຮົາ​ຈະ​ມາ​ຢູ່​ກັບ​ພວກເຈົ້າ.+ 11 ໃນ​ມື້​ນັ້ນ ຄົນ​ຈາກ​ຫຼາຍ​ໆ​ຊາດ​ຈະ​ມາ​ຫາ​ເຮົາ+​ແລະ​ເຂົາ​ເຈົ້າ​ຈະ​ເປັນ​ຄົນ​ຂອງ​ເຮົາ ແລະ​ເຮົາ​ເຢໂຫວາ​ຈະ​ຢູ່​ນຳ​ພວກເຈົ້າ.” ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ. 12 ພະ​ເຢໂຫວາ​ຈະ​ເອົາ​ຢູດາ​ມາ​ເປັນ​ຊັບ​ສົມບັດ​ຂອງ​ເພິ່ນ​ຢູ່​ບ່ອນ​ບໍລິສຸດ​ແລະ​ເພິ່ນ​ຈະ​ເລືອກ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ.+ 13 ຂໍ​ໃຫ້​ທຸກ​ຄົນ​ມິດ​ຢູ່​ຊື່​ໆ​ເມື່ອ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ເພາະ​ເພິ່ນ​ຈະ​ລົງມື​ເຮັດ​ບາງຢ່າງ​ຈາກ​ບ່ອນ​ບໍລິສຸດ​ຂອງ​ເພິ່ນ.

3 ແລ້ວ​ຂ້ອຍ​ກໍ​ເຫັນ​ປະໂລຫິດ​ໃຫຍ່​ໂຢຊວຍ+​ຢືນ​ຢູ່​ຕໍ່​ໜ້າ​ທູດສະຫວັນ​ຂອງ​ພະ​ເຢໂຫວາ ແລະ​ຊາຕານ+​ກໍ​ຢືນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ໂຢຊວຍ​ເພື່ອ​ຕໍ່ຕ້ານ​ລາວ. 2 ທູດສະຫວັນ​ຂອງ​ພະ​ເຢໂຫວາ​ເວົ້າ​ກັບ​ຊາຕານ​ວ່າ: “ຊາຕານ ຂໍ​ໃຫ້​ພະ​ເຢໂຫວາ​ຕຳໜິ​ເຈົ້າ+ ຂໍ​ໃຫ້​ພະ​ເຢໂຫວາ​ທີ່​ເລືອກ​ເຢຣູຊາເລັມ+​ຕຳໜິ​ເຈົ້າ. ຜູ້​ຊາຍ​ຄົນ​ນີ້​ເປັນ​ຄື​ກັບ​ດົ້ນຟືນ​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ກອງໄຟ​ບໍ່​ແມ່ນ​ບໍ?”

3 ໂຢຊວຍ​ຢືນ​ຢູ່​ຕໍ່​ໜ້າ​ທູດສະຫວັນ​ແລະ​ເຄື່ອງ​ທີ່​ລາວ​ນຸ່ງ​ຢູ່​ກໍ​ເປື້ອນ​ຫຼາຍ. 4 ທູດສະຫວັນ​ກໍ​ເວົ້າ​ກັບ​ຄົນ​ທີ່​ຢືນ​ຢູ່​ຕໍ່​ໜ້າ​ໂຢຊວຍ​ວ່າ: “ແກ້​ເຄື່ອງນຸ່ງ​ທີ່​ເປື້ອນ​ໆ​ຂອງ​ລາວ​ອອກ.” ແລະ​ເວົ້າ​ກັບ​ໂຢຊວຍ​ວ່າ: “ເຮົາ​ເຮັດ​ໃຫ້​ເຈົ້າ​ບໍ່​ມີ​ຄວາມ​ຜິດ​ແລ້ວ ແລະ​ເຈົ້າ​ຈະ​ໄດ້​ນຸ່ງ​ເຄື່ອງ​ດີ​ໆ​ງາມ​ໆ​.”*+

5 ຂ້ອຍ​ເວົ້າ​ວ່າ: “ເອົາ​ຜ້າ​ຄຽນຫົວ​ທີ່​ສະອາດ​ມາ​ຄຽນຫົວ​ໃຫ້​ລາວ​ແດ່.”+ ແລະ​ເຂົາ​ເຈົ້າ​ກໍ​ເອົາ​ຜ້າ​ຄຽນ​ຫົວ​ທີ່​ສະອາດ​ມາ​ຄຽນຫົວ​ໃຫ້​ລາວ​ແລະ​ເອົາ​ເຄື່ອງນຸ່ງ​ມາ​ນຸ່ງ​ໃຫ້​ລາວ. ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ຢືນ​ຢູ່​ໃກ້​ໆ​. 6 ທູດສະຫວັນ​ຂອງ​ພະ​ເຢໂຫວາ​ເວົ້າ​ກັບ​ໂຢຊວຍ​ວ່າ: 7 “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ຖ້າ​ເຈົ້າ​ໃຊ້​ຊີວິດ​ຕາມ​ແນວທາງ​ຂອງ​ເຮົາ​ແລະ​ເຮັດ​ວຽກ​ທີ່​ເຮົາ​ມອບ​ໃຫ້ ເຈົ້າ​ຈະ​ໄດ້​ເປັນ​ຜູ້​ຕັດສິນ​ປະຊາຊົນ​ຢູ່​ວິຫານ​ຂອງ​ເຮົາ+​ແລະ​ເບິ່ງແຍງ*​ເດີ່ນ​ວິຫານ​ຂອງ​ເຮົາ. ເຮົາ​ຈະ​ໃຫ້​ເຈົ້າ​ເຂົ້າ​ອອກ​ໄດ້​ສະດວກ​ຕໍ່​ໜ້າ​ເຮົາ​ຄື​ກັບ​ຄົນ​ທີ່​ຢືນ​ຢູ່​ນີ້.

8 ປະໂລຫິດ​ໃຫຍ່​ໂຢຊວຍ​ເອີ້ຍ ຂໍ​ໃຫ້​ເຈົ້າ​ແລະ​ພວກ​ປະໂລຫິດ​ທີ່​ນັ່ງ​ຢູ່​ຕໍ່​ໜ້າ​ເຈົ້າ​ຕັ້ງໃຈ​ຟັງ​ເດີ້. ພວກເຈົ້າ​ເປັນ​ສັນຍະລັກ​ສະແດງ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ເຮົາ​ຈະ​ພາ​ຜູ້​ຮັບໃຊ້​ຂອງ​ເຮົາ​ມາ.+ ລາວ​ມີ​ຊື່​ວ່າ​ໜໍ່.+ 9 ເບິ່ງ​ຫີນ​ທີ່​ເຮົາ​ຕັ້ງ​ໄວ້​ຕໍ່​ໜ້າ​ໂຢຊວຍ​ແມ້! ຢູ່​ເທິງ​ຫີນ​ກ້ອນ​ນັ້ນ​ມີ​ຕາ 7 ໜ່ວຍ​ແລະ​ເຮົາ​ກຳລັງ​ແກະ​ສະຫຼັກ​ໃສ່​ຫີນ​ນັ້ນ. ເຮົາ​ຈະ​ເອົາ​ຄວາມ​ຜິດ​ຂອງ​ແຜ່ນດິນ​ນັ້ນ​ອອກ​ໄປ​ພາຍ​ໃນ​ມື້​ດຽວ.’+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້.

10 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ໃນ​ມື້​ນັ້ນ ພວກເຈົ້າ​ແຕ່​ລະ​ຄົນ​ຈະ​ຊວນ​ເພື່ອນ​ບ້ານ​ມາ​ນັ່ງ​ຢູ່​ກ້ອງ​ຕົ້ນ​ໝາກ​ລະແຊັງ​ແລະ​ກ້ອງ​ຕົ້ນ​ໝາກເດື່ອ​ຂອງ​ໂຕເອງ.’”+

4 ທູດສະຫວັນ​ທີ່​ເຄີຍ​ເວົ້າ​ກັບ​ຂ້ອຍ​ໄດ້​ກັບມາ​ແລະ​ໄດ້​ປຸກ​ຂ້ອຍ​ໃຫ້​ຕື່ນ​ຄື​ກັບ​ປຸກ​ຄົນ​ທີ່​ນອນ​ຫຼັບ​ຢູ່​ໃຫ້​ຕື່ນ. 2 ແລ້ວ​ລາວ​ກໍ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ເຫັນ​ຫຍັງ?”

ຂ້ອຍ​ຕອບ​ລາວ​ວ່າ: “ຂ້ອຍ​ເຫັນ​ຂາ​ຕະກຽງ​ທີ່​ເປັນ​ຄຳ.+ ມີ​ຕະກຽງ 7 ອັນ​ຢູ່​ເທິງ​ຂາ​ຕະກຽງ​ນັ້ນ+ ມີ​ຊາມ​ໜ່ວຍ​ໜຶ່ງ​ຢູ່​ເທິງ​ຂາ​ຕະກຽງ ແລະ​ມີ​ທໍ່ 7 ທໍ່ທີ່​ຕໍ່​ລົງ​ມາ​ໃສ່​ຕະກຽງ 7 ອັນ. 3 ຢູ່​ທາງ​ຂ້າງ​ຂາ​ຕະກຽງ​ນັ້ນ​ມີ​ຕົ້ນ​ໝາກ​ກອກ 2 ຕົ້ນ.+ ຕົ້ນ​ໜຶ່ງ​ຢູ່​ເບື້ອງ​ຂວາ​ແລະ​ອີກ​ຕົ້ນ​ໜຶ່ງ​ຢູ່​ເບື້ອງ​ຊ້າຍ.”

4 ແລ້ວ​ຂ້ອຍ​ກໍ​ຖາມ​ທູດສະຫວັນ​ອົງ​ນັ້ນ​ວ່າ: “ສິ່ງ​ເຫຼົ່ານີ້​ແມ່ນ​ຫຍັງ?” 5 ລາວ​ກໍ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ສິ່ງ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?”

ຂ້ອຍ​ຕອບ​ລາວ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ບໍ່​ຮູ້.”

6 ລາວ​ຈຶ່ງ​ເວົ້າ​ກັບ​ຂ້ອຍ​ວ່າ: “ພະ​ເຢໂຫວາ​ບອກ​ເຊຣູບາເບນ​ວ່າ ‘“ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້ ບໍ່​ແມ່ນ​ຍ້ອນ​ກຳລັງ​ຂອງ​ທະຫານ​ຫຼື​ກຳລັງ​ຂອງ​ມະນຸດ+ ແຕ່ແມ່ນຍ້ອນ​ພະລັງ​ຂອງ​ເຮົາ.”+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້. 7 ເຖິງ​ວ່າ​ອຸປະສັກ​ທີ່​ຢູ່​ຕໍ່​ໜ້າ​ເຊຣູບາເບນ+​ຈະ​ໃຫຍ່​ຄື​ກັບ​ພູ ແຕ່​ມັນ​ກໍ​ຈະ​ກາຍ​ເປັນ​ດິນ​ພຽງ.+ ລາວ​ຈະ​ເອົາ​ກ້ອນ​ຫີນ​ທີ່​ຢູ່​ເທິງ​ສຸດ​ຂອງ​ວິຫານ​ໄປ​ໃສ່​ໃນ​ບ່ອນ​ຂອງ​ມັນ ແລະ​ຜູ້ຄົນ​ຈະ​ໂຫ່​ຮ້ອງ​ວ່າ: “ຈັ່ງ​ແມ່ນ​ງາມ​ແທ້​ໆ​ ຈັ່ງ​ແມ່ນ​ງາມ​ເອົາ​ແທ້​ເອົາ​ວ່າ!”’”

8 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 9 “ເຊຣູບາເບນ​ເປັນ​ຜູ້​ທີ່​ວາງ​ຮາກ​ຖານ​ຂອງ​ວິຫານ​ຫຼັງ​ນີ້+ ແລະ​ລາວ​ກໍ​ຈະ​ສ້າງ​ຈົນ​ມັນ​ແລ້ວ​ດ້ວຍ​ມື​ຂອງ​ລາວ​ເອງ.+ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ສົ່ງ​ຂ້ອຍ​ມາ​ຫາ​ເຈົ້າ. 10 ໃຜ​ຊິ​ກ້າ​ມາ​ດູຖູກ​ຈຸດ​ເລີ່ມ​ຕົ້ນ​ນ້ອຍ​ໆ​?+ ເຂົາ​ເຈົ້າ​ຈະ​ດີໃຈ​ເມື່ອ​ເຫັນ​ເຊຣູບາເບນ​ຈັບ​ລູກດິ່ງ.* ຕະກຽງ* 7 ອັນ​ນີ້​ແມ່ນ​ຕາ​ຂອງ​ພະ​ເຢໂຫວາ​ທີ່​ກຳລັງ​ເບິ່ງ​ໄປ​ທົ່ວ​ໂລກ.”+

11 ແລ້ວ​ຂ້ອຍ​ຖາມ​ທູດສະຫວັນ​ວ່າ: “ຕົ້ນ​ໝາກກອກ 2 ຕົ້ນ​ທີ່​ຢູ່​ເບື້ອງ​ຂວາ​ແລະ​ເບື້ອງ​ຊ້າຍ​ຂອງ​ຂາ​ຕະກຽງ​ໝາຍເຖິງ​ຫຍັງ?”+ 12 ແລະ​ຂ້ອຍ​ກໍ​ຖາມ​ລາວ​ອີກ​ວ່າ: “ງ່າ*​ຂອງ​ຕົ້ນ​ໝາກກອກ 2 ຕົ້ນ​ທີ່​ມີ​ນ້ຳມັນ​ສີ​ຄຳ​ໄຫຼ​ອອກ​ມາ​ຈາກ​ທໍ່ 2 ທໍ່​ໝາຍເຖິງ​ຫຍັງ?”

13 ລາວ​ກໍ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ສິ່ງ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?”

ຂ້ອຍ​ຕອບ​ລາວ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ບໍ່​ຮູ້.”

14 ລາວ​ບອກ​ຂ້ອຍ​ວ່າ: “ສິ່ງ​ເຫຼົ່ານີ້​ໝາຍເຖິງ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ 2 ຄົນ​ທີ່​ຢືນ​ຢູ່​ທາງ​ຂ້າງ​ພະເຈົ້າ​ທີ່​ປົກ​ຄອງ​ໂລກ​ນີ້​ທັງໝົດ.”+

5 ຂ້ອຍ​ເງີຍ​ໜ້າ​ຂຶ້ນ​ອີກ​ເທື່ອ​ໜຶ່ງ ແລ້ວ​ຂ້ອຍ​ກໍ​ເຫັນ​ມ້ວນ​ໜັງສືບິນ​ຢູ່. 2 ທູດສະຫວັນ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ເຫັນ​ຫຍັງ?”

ຂ້ອຍ​ຕອບ​ລາວ​ວ່າ: “ຂ້ອຍ​ເຫັນ​ມ້ວນ​ໜັງສື​ບິນ​ຢູ່. ມັນ​ຍາວ 20 ສອກ* ແລະ​ກວ້າງ 10 ສອກ.”*

3 ລາວ​ບອກ​ຂ້ອຍ​ວ່າ: “ນີ້​ແມ່ນ​ມ້ວນ​ໜັງສື​ທີ່​ມີ​ຄຳ​ສາບແຊ່ງ​ທີ່​ຖືກ​ສົ່ງ​ໄປ​ທົ່ວ​ໂລກ ຍ້ອນ​ຄົນ​ຂີ້ລັກ+​ຍັງ​ບໍ່​ທັນ​ໄດ້​ຖືກ​ລົງໂທດ​ຕາມ​ທີ່​ຂຽນ​ໄວ້​ໃນ​ມ້ວນ​ໜັງສື​ໃນ​ໜ້າ​ຂ້າງ​ນີ້ ແລະ​ຄົນ​ທີ່​ສາບານ​ຕົວະ+​ຍັງ​ບໍ່​ທັນ​ໄດ້​ຖືກ​ລົງໂທດ​ຕາມ​ທີ່​ຂຽນ​ໄວ້​ໃນ​ໜ້າ​ອີກ​ຂ້າງ​ໜຶ່ງ. 4 ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ໄດ້​ສົ່ງ​ມັນ​ອອກ​ໄປ​ແລ້ວ ແລະ​ມັນ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຂີ້ລັກ​ກັບ​ເຮືອນ​ຂອງ​ຄົນ​ທີ່​ສາບານ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ. ມັນ​ຈະ​ຢູ່​ເຮືອນ​ຂອງ​ເຂົາ​ເຈົ້າ. ມັນ​ຈະ​ທຳລາຍ​ເຮືອນ ໄມ້ ແລະ​ຫີນ​ທີ່​ຢູ່​ໃນ​ເຮືອນ​ຈົນ​ໝົດ.’”

5 ແລ້ວ​ທູດສະຫວັນ​ທີ່​ເຄີຍ​ເວົ້າ​ນຳ​ຂ້ອຍ​ກໍ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ: “ເບິ່ງ​ແມ້ ມີ​ຫຍັງ​ກຳລັງ​ອອກ​ໄປ?”

6 ຂ້ອຍ​ຈຶ່ງ​ຖາມ​ວ່າ: “ມັນ​ແມ່ນ​ຫຍັງ​ຫັ້ນ?”

ລາວ​ຕອບ​ວ່າ: “ມັນ​ແມ່ນ​ຖັງ​ເອຟາ.”* ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ຄົນ​ຊົ່ວ​ໃນ​ໂລກ​ກໍ​ເປັນ​ແນວ​ນີ້​ແຫຼະ.” 7 ແລ້ວ​ຂ້ອຍ​ກໍ​ເຫັນ​ຝາ​ເຫຼັກ​ມົນ​ໆ​ເປີດ​ອອກ​ແລະ​ມີ​ຜູ້ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ໃນ​ຖັງ​ເອຟາ​ນັ້ນ. 8 ລາວ​ບອກ​ຂ້ອຍ​ວ່າ: “ຜູ້ຍິງ​ຄົນ​ນີ້​ແມ່ນ​ຄວາມ​ຊົ່ວ.” ຫຼັງ​ຈາກ​ນັ້ນ ລາວ​ກໍ​ຍູ້​ຜູ້ຍິງ​ຄົນ​ນັ້ນ​ກັບ​ເຂົ້າ​ໄປ​ໃນ​ຖັງ​ເອຟາ. ແລ້ວ​ເອົາ​ຝາ​ເຫຼັກ​ທີ່​ໜັກ​ໆ​ປິດ​ໄວ້​ຄື​ເກົ່າ.

9 ຂ້ອຍ​ເງີຍ​ໜ້າ​ຂຶ້ນ ແລ້ວ​ກໍ​ເຫັນ​ຜູ້ຍິງ​ອີກ 2 ຄົນບິນ​ເວີ່ນ​ມາ​ຕາມ​ສາຍ​ລົມ. ປີກ​ຂອງ​ເຂົາ​ເຈົ້າ​ຄື​ກັບ​ປີກ​ຂອງ​ນົກ​ກະສາ. ແລ້ວ​ເຂົາ​ເຈົ້າ​ກໍ​ຫິ້ວ​ເອົາ​ຖັງ​ນັ້ນ​ຂຶ້ນ​ໄປ​ເທິງ​ຟ້າ.* 10 ຂ້ອຍ​ຈຶ່ງ​ຖາມ​ທູດສະຫວັນ​ທີ່​ລົມ​ນຳ​ຂ້ອຍ​ວ່າ: “ເຂົາ​ເຈົ້າ​ຊິ​ເອົາ​ຖັງ​ເອຟາ​ໄປ​ໃສ?”

11 ລາວ​ຕອບ​ວ່າ: “ເອົາ​ໄປ​ແຜ່ນດິນ​ຊີນາ*+​ເພື່ອ​ສ້າງ​ເຮືອນ​ໃຫ້​ຜູ້ຍິງ​ຄົນ​ນັ້ນ. ເມື່ອ​ສ້າງ​ແລ້ວ​ໆ​ ລາວ​ຈະ​ຕ້ອງ​ຢູ່​ຫັ້ນ​ເພາະ​ເປັນ​ບ່ອນ​ທີ່​ລາວ​ສົມຄວນ​ຢູ່.”

6 ເມື່ອ​ຂ້ອຍ​ເງີຍ​ໜ້າ​ຂຶ້ນ​ອີກ ຂ້ອຍ​ກໍ​ເຫັນ​ລົດ​ຮົບ 4 ຄັນ​ກຳລັງ​ແລ່ນ​ອອກ​ມາ​ຈາກ​ຮ່ອມ​ທີ່​ຢູ່​ລະຫວ່າງ​ພູ 2 ໜ່ວຍ. ພູ 2 ໜ່ວຍ​ນັ້ນ​ເປັນ​ພູ​ທອງແດງ. 2 ລົດ​ຮົບ​ຄັນ​ທຳອິດ​ມີ​ມ້າ​ສີ​ແດງ​ແກ່​ມາ ລົດ​ຮົບ​ຄັນທີ 2 ມີ​ມ້າ​ສີ​ດຳ​ແກ່​ມາ+ 3 ລົດ​ຮົບ​ຄັນທີ 3 ມີ​ມ້າ​ສີ​ຂາວ​ແກ່​ມາ ແລະ​ລົດ​ຮົບ​ຄັນທີ 4 ມີ​ມ້າ​ສີ​ດ່າງ​ແກ່​ມາ.+

4 ຂ້ອຍ​ຖາມ​ທູດສະຫວັນ​ທີ່​ເວົ້າ​ກັບ​ຂ້ອຍ​ວ່າ: “ທ່ານ​ເອີ້ຍ ນີ້​ແມ່ນ​ຫຍັງ?”

5 ລາວ​ຕອບ​ວ່າ: “ນີ້​ແມ່ນ​ກອງ​ກຳລັງ​ຂອງ​ສະຫວັນ 4 ກອງ+​ທີ່​ກຳລັງ​ອອກ​ໄປ​ຫຼັງ​ຈາກ​ເຂົ້າ​ໄປ​ຫາ​ພະເຈົ້າ​ຜູ້​ທີ່​ປົກ​ຄອງ​ໂລກ​ນີ້​ທັງໝົດ.+ 6 ລົດ​ຮົບ​ມ້າ​ສີ​ດຳ​ອອກ​ໄປ​ແຜ່ນດິນ​ທາງ​ທິດເໜືອ+ ລົດ​ຮົບ​ມ້າ​ສີ​ຂາວ​ອອກ​ໄປ​ແຜ່ນດິນ​ທາງ​ທິດຕາເວັນຕົກ* ແລະ​ລົດ​ຮົບ​ມ້າ​ສີ​ດ່າງ​ອອກ​ໄປ​ແຜ່ນດິນ​ທາງ​ທິດໃຕ້. 7 ລົດ​ຮົບ​ມ້າ​ສີ​ດ່າງ​ນັ້ນຫ້າວຫຼາຍ​ແລະ​ຢາກ​ອອກ​ໄປ​ແຜ່ນດິນ​ທີ່​ໄດ້​ຮັບ​ມອບໝາຍ.” ແລ້ວ​ລາວ​ກໍ​ເວົ້າ​ວ່າ: “ໄປ໋ ອອກ​ໄປ​ແຜ່ນດິນ​ນັ້ນ.” ແລ້ວ​ເຂົາ​ເຈົ້າ​ກໍ​ອອກ​ໄປ​ທົ່ວ​ແຜ່ນດິນ​ນັ້ນ.

8 ແລ້ວ​ລາວ​ກໍ​ເອີ້ນ​ຂ້ອຍ​ແລະ​ເວົ້າ​ວ່າ: “ເບິ່ງແມ້ ລົດ​ຮົບ​ທີ່​ອອກ​ໄປ​ທາງ​ທິດເໜືອ​ເຮັດ​ໃຫ້​ພະ​ເຢໂຫວາ​ເຊົາ​ໃຈຮ້າຍ​ໃຫ້​ແຜ່ນດິນ​ນັ້ນ​ແລ້ວ.”

9 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 10 “ເຄື່ອງ​ບໍລິຈາກ​ທີ່​ລວບລວມ​ໄດ້​ຈາກ​ຄົນ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ ໃຫ້​ເຈົ້າ​ໄປ​ເອົາ​ນຳ​ເຮນດາຍ ໂຕບີຢາ ແລະ​ເຢດາຢາ. ເພື່ອ​ຈະ​ເຮັດ​ແນວ​ນັ້ນ ມື້​ນີ້​ໃຫ້​ເຈົ້າ​ໄປ​ຫາ​ເຂົາ​ເຈົ້າ​ຢູ່​ເຮືອນ​ຂອງ​ໂຢສີຢາ​ລູກ​ຊາຍ​ຂອງ​ເຊຟານີຢາ. 11 ໃຫ້​ເຈົ້າ​ເອົາ​ເງິນ​ເອົາ​ຄຳ​ໄປ​ເຮັດ​ມົງກຸດ ແລ້ວ​ເອົາ​ໄປ​ສຸບ​ໃສ່​ຫົວ​ຂອງ​ປະໂລຫິດ​ໃຫຍ່​ໂຢຊວຍ+​ລູກ​ຊາຍ​ຂອງ​ເຢໂຮຊາດັກ. 12 ເຈົ້າ​ຕ້ອງ​ເວົ້າ​ກັບ​ລາວ​ວ່າ

‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ “ຜູ້​ຊາຍ​ຄົນ​ນີ້​ມີ​ຊື່​ວ່າ​ໜໍ່.+ ລາວ​ຈະ​ປົ່ງ​ອອກ​ຈາກ​ບ່ອນ​ຂອງ​ລາວ​ແລະ​ລາວ​ຈະ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ.+ 13 ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ລາວ​ຈະ​ໄດ້​ຮັບ​ກຽດ. ລາວ​ຈະ​ນັ່ງ​ຢູ່​ເທິງ​ບັນລັງ​ເປັນ​ກະສັດ​ປົກ​ຄອງ​ແລະ​ເປັນ​ປະໂລຫິດ​ນຳ.+ ລາວ​ຈະ​ເຮັດ​ທັງ​ສອງ​ຢ່າງ​ນີ້​ເພື່ອ​ເອົາ​ສັນຕິສຸກ​ມາ​ໃຫ້​ປະຊາຊົນ. 14 ມົງກຸດ​ນີ້​ຈະ​ຖືກ​ເອົາ​ໄປ​ເກັບ​ໄວ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ເພື່ອ​ເພິ່ນ​ຈະ​ບໍ່​ລືມ​ສິ່ງ​ທີ່​ເຮເລັມ* ໂຕບີຢາ ເຢດາຢາ+ ແລະ​ເຮັນ*​ລູກ​ຊາຍ​ຂອງ​ເຊຟານີຢາ​ໄດ້​ເຮັດ. 15 ຄົນ​ທີ່​ຢູ່​ໄກ​ໆ​ຈະ​ມາ​ຊ່ວຍ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ.” ສິ່ງ​ເຫຼົ່ານີ້​ຈະ​ເກີດ​ຂຶ້ນ​ແນ່ນອນ ຖ້າ​ເຈົ້າ​ຟັງ​ສຽງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ແລະ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ເຈົ້າ.’”

7 ໃນ​ວັນ​ທີ 4 ຂອງ​ເດືອນ​ທີ 9 ເຊິ່ງ​ແມ່ນ​ເດືອນ​ກິດສະເລັບ*​ຂອງ​ປີ​ທີ 4 ທີ່​ກະສັດ​ດາຣິອຸດ​ປົກ​ຄອງ ພະ​ເຢໂຫວາ​ໄດ້​ມາ​ເວົ້າ​ກັບ​ເຊຄາຣີຢາ.+ 2 ຄົນ​ເບເທນ​ໄດ້​ສົ່ງ​ຊາເຣັດເຊ​ແລະ​ເຣເກມ​ເມເລັກ​ກັບ​ຄົນ​ຂອງ​ລາວ​ໄປ​ຂໍ​ພອນ​ຈາກ​ພະ​ເຢໂຫວາ. 3 ເຂົາ​ເຈົ້າ​ເວົ້າ​ກັບ​ປະໂລຫິດ​ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ແລະ​ພວກ​ຜູ້ພະຍາກອນ​ວ່າ: “ຊິ​ໃຫ້​ພວກເຮົາ​ຮ້ອງໄຫ້​ແລະອົດ​ເຂົ້າ​ໃນ​ເດືອນ​ທີ 5+ ຄື​ກັບ​ທີ່​ພວກເຮົາ​ເຄີຍ​ເຮັດ​ໃນ​ຫຼາຍ​ປີ​ຜ່ານ​ມາ​ບໍ?”

4 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ຂ້ອຍ​ອີກ​ວ່າ: 5 “ໃຫ້​ໄປ​ບອກ​ປະຊາຊົນ​ແລະ​ພວກ​ປະໂລຫິດ​ທຸກ​ຄົນ​ໃນ​ແຜ່ນດິນ​ວ່າ ‘ທີ່​ພວກເຈົ້າ​ອົດ​ເຂົ້າ​ແລະ​ຮ້ອງໄຫ້​ໃນ​ເດືອນ​ທີ 5 ກັບ​ເດືອນ​ທີ 7+ ມາ​ຕະຫຼອດ 70 ປີ​ນັ້ນ+ ພວກເຈົ້າ​ໄດ້​ເຮັດ​ເພື່ອ​ເຮົາ​ແທ້​ໆ​ຊັ້ນ​ບໍ? 6 ທີ່​ພວກເຈົ້າ​ກິນ​ແລະ​ດື່ມ ພວກເຈົ້າ​ກໍ​ເຮັດ​ເພື່ອ​ໂຕເອງ​ບໍ່​ແມ່ນ​ບໍ? 7 ພວກເຈົ້າ​ຄວນ​ຈະ​ເຊື່ອຟັງ​ຄຳສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ບອກ​ຜ່ານ​ທາງ​ພວກ​ຜູ້ພະຍາກອນ​ຕັ້ງແຕ່​ສະໄໝ​ແຕ່ກີ້+ ຕອນ​ທີ່​ເມືອງ​ເຢຣູຊາເລັມ​ກັບ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ຍັງ​ມີ​ຄວາມ​ສະຫງົບສຸກ​ແລະ​ຍັງ​ມີ​ຄົນ​ອາໄສ​ຢູ່ ແລະ​ຕອນ​ທີ່​ເນເກັບ​ກັບ​ເຊເຟລາ​ຍັງ​ມີ​ຄົນ​ອາໄສ​ຢູ່.’”

8 ພະ​ເຢໂຫວາ​ມາ​ເວົ້າ​ກັບ​ເຊຄາຣີຢາ​ອີກ​ວ່າ: 9 “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແນວ​ນີ້ ‘ໃຫ້​ພວກເຈົ້າ​ຕັດສິນ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ.+ ໃຫ້​ຮັກ​ກັນ​ຢ່າງ​ໝັ້ນຄົງ+​ແລະ​ເມດຕາ​ກັນ. 10 ຢ່າ​ໂກງ​ແມ່​ໝ້າຍ ລູກ​ກຳພ້າ​ພໍ່*+ ຄົນ​ຕ່າງ​ຊາດ+​ແລະ​ຄົນ​ທຸກ+ ແລະ​ຢ່າ​ຄິດ​ວາງ​ແຜນ​ທຳຮ້າຍ​ກັນ.’+ 11 ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ສົນໃຈ+ ເປັນ​ຄົນ​ຫົວ​ແຂງ*+ ແລະ​ບໍ່​ຍອມ​ຟັງ​ເພິ່ນ.*+ 12 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ໄດ້​ໃຫ້​ກົດໝາຍ*​ແລະ​ຄຳສັ່ງ​ກັບ​ເຂົາ​ເຈົ້າ​ຜ່ານ​ທາງ​ຜູ້ພະຍາກອນ​ດ້ວຍ​ພະລັງ​ຂອງ​ເພິ່ນ+ ແຕ່​ເຂົາ​ເຈົ້າ​ພັດ​ຫົວ​ແຂງ*+​ແລະ​ບໍ່​ເຊື່ອຟັງ​ເລີຍ. ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈຶ່ງ​ໃຈຮ້າຍ​ຫຼາຍ.+

13 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ຕອນ​ທີ່​ເຮົາ​ບອກ​ຫຍັງ​ກັບ​ເຂົາ​ເຈົ້າ ເຂົາ​ເຈົ້າ​ກໍ​ບໍ່​ຟັງ​ເຮົາ​ເລີຍ.+ ດັ່ງນັ້ນ ຕອນ​ທີ່​ເຂົາ​ເຈົ້າ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ວຍ ເຮົາ​ກໍ​ຈະ​ບໍ່​ຟັງ​ເຂົາ​ເຈົ້າ​ຄື​ກັນ.+ 14 ເຮົາ​ໄດ້​ໃຫ້​ລົມ​ພາຍຸ​ພັດ​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ໄປ​ຢູ່​ປະເທດ​ຕ່າງ​ໆ​ທີ່​ເຂົາ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ.+ ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ຖືກ​ປະ​ໃຫ້​ຮ້າງເປົ່າ ບໍ່​ມີ​ຜູ້​ໃດ​ຜ່ານ​ໄປ​ຜ່ານ​ມາ​ຫຼື​ກັບ​ໄປ​ຢູ່​ຫັ້ນ​ອີກ+ ຍ້ອນ​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ແຜ່ນດິນ​ທີ່​ເປັນ​ຕາ​ຢູ່​ກາຍ​ເປັນ​ແຜ່ນດິນ​ທີ່​ເປັນ​ຕາ​ຢ້ານ.’”

8 ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ບອກ​ຂ້ອຍ​ອີກ​ວ່າ: 2 “ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ບອກ​ວ່າ ‘ເຮົາ​ຈະ​ປົກປ້ອງ​ຊີໂອນ ເຮົາ​ຈະ​ປົກປ້ອງ​ຊີໂອນ​ສຸດ​ຫົວໃຈ.+ ເຮົາ​ໃຈຮ້າຍ​ຫຼາຍ ແລະ​ເຮົາ​ຈະ​ປົກປ້ອງ​ຊີໂອນ​ແທ້​ໆ​.’

3 ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ກັບ​ໄປ​ຊີໂອນ+​ແລະ​ຢູ່​ໃນ​ເຢຣູຊາເລັມ.+ ເຢຣູຊາເລັມ​ຈະ​ຖືກ​ເອີ້ນ​ວ່າ​ເມືອງ​ແຫ່ງ​ຄວາມຈິງ*+ ແລະ​ພູ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈະ​ຖືກ​ເອີ້ນ​ວ່າ​ພູ​ບໍລິສຸດ.’+

4 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ຈະ​ມີ​ຜູ້​ເຖົ້າ​ນັ່ງ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ. ແຕ່​ລະ​ຄົນ​ຈະ​ຖື​ໄມ້ຄ້ອນເທົ້າ​ຂອງ​ໂຕເອງ​ຍ້ອນ​ວ່າ​ເຖົ້າ​ຫຼາຍ​ແລ້ວ+ 5 ແລະ​ຈະ​ມີ​ເດັກນ້ອຍ​ແລ່ນ​ຫຼິ້ນ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ.’+

6 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ເຖິງ​ວ່າ​ປະຊາຊົນ​ໃນ​ສະໄໝ​ນັ້ນ​ຄິດ​ວ່າ​ເລື່ອງ​ນີ້​ເປັນ​ໄປ​ບໍ່​ໄດ້ ແຕ່​ສຳລັບ​ເຮົາ​ມັນ​ບໍ່​ໄດ້​ຍາກ​ເລີຍ.’ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວນີ້.

7 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ເຮົາ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເຮົາ​ໃຫ້​ລອດ​ຈາກ​ປະເທດ​ຕ່າງ​ໆ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ທາງ​ທິດ​ຕາເວັນ​ຕົກ.+ 8 ເຮົາ​ຈະ​ພາ​ເຂົາເຈົ້າ​ມາ​ເຢຣູຊາເລັມ​ແລະ​ໃຫ້​ເຂົາເຈົ້າ​ຢູ່​ຫັ້ນ.+ ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພະ​ເຈົ້າ​ທີ່​ສັດຊື່​ແລະ​ຍຸຕິທຳ​ຂອງ​ເຂົາເຈົ້າ.’+

9 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ໃຫ້​ພວກເຈົ້າ​ກ້າຫານ​ໄວ້​ເດີ້.+ ເລື່ອງ​ທີ່​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກ​ຜູ້​ພະຍາກອນ​ໃນ​ມື້​ນີ້+ ແມ່ນ​ເລື່ອງ​ດຽວ​ກັນ​ກັບ​ເລື່ອງ​ທີ່​ເຄີຍ​ເວົ້າ​ໄວ້​ແລ້ວ​ຕອນ​ທີ່​ມີການ​ວາງ​ຮາກຖານ​ເພື່ອ​ຈະ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. 10 ກ່ອນ​ໜ້າ​ນີ້​ຄົນ​ແລະ​ສັດ​ເຮັດ​ວຽກ​ແຕ່​ກໍ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ.+ ຜູ້​ໃດ​ໄປ​ໃສ​ມາ​ໃສ​ກໍ​ບໍ່​ປອດໄພ​ເພາະ​ມີ​ສັດຕູ ຍ້ອນ​ເຮົາ​ເຮັດ​ໃຫ້​ທຸກ​ຄົນ​ຕໍ່ສູ້​ກັນເອງ.’

11 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ແຕ່​ຕອນນີ້ ເຮົາ​ຈະ​ບໍ່​ເຮັດ​ກັບ​ປະຊາຊົນ​ທີ່​ເຫຼືອ​ຢູ່​ນີ້​ຄື​ກັບ​ແຕ່​ກ່ອນ​ແລ້ວ.+ 12 ເຂົາເຈົ້າ​ຈະ​ຫວ່ານ​ເມັດ​ພືດ​ທີ່​ເຮັດ​ໃຫ້​ເກີດ​ສັນຕິສຸກ. ຕົ້ນ​ໝາກ​ລະແຊັງ​ຈະ​ເກີດ​ໝາກ. ແຜ່ນດິນ​ຈະ​ໃຫ້​ຜົນ​ຜະລິດ​ຫຼາຍ+ ແລະ​ຈະ​ມີ​ນ້ຳ​ຄ້າງ​ຕົກ​ລົງ​ມາ​ຈາກ​ຟ້າ. ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ເຮົາ​ທີ່​ເຫຼືອ​ຢູ່​ນີ້​ໄດ້​ຮັບ​ສິ່ງ​ເຫຼົ່ານີ້​ທັງໝົດ.+ 13 ພວກ​ຢູດາ​ແລະ​ພວກ​ອິດສະຣາ​ເອນ​ເອີ້ຍ ເຖິງ​ວ່າ​ຊາດ​ຕ່າງ​ໆ​ຈະ​ເວົ້າ​ວ່າ​ເຈົ້າ​ເປັນ​ຊາດ​ທີ່​ຖືກ​ສາບແຊ່ງ+ ແຕ່​ເຮົາ​ຈະ​ຊ່ວຍ​ເຈົ້າ. ເຈົ້າ​ຈະ​ເປັນ​ຊາດ​ທີ່​ໄດ້​ຮັບ​ພອນ.+ ບໍ່​ຕ້ອງ​ຢ້ານ.+ ໃຫ້​ເຈົ້າ​ກ້າຫານ​ໄວ້​ເດີ້.’+

14 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ຕອນ​ນັ້ນ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຕັ້ງໃຈ​ຈະ​ທຳລາຍ​ພວກເຈົ້າ ຍ້ອນ​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ​ເຮັດ​ໃຫ້​ເຮົາ​ໃຈຮ້າຍ​ຫຼາຍ​ແລະ​ເຮົາ​ບໍ່​ໄດ້​ປ່ຽນ​ຄວາມຄິດ.*+ 15 ແຕ່​ຕອນນີ້​ບໍ່​ຕ້ອງ​ຢ້ານ​ເດີ້+ ເຮົາ​ຈະ​ເຮັດ​ດີ​ຕໍ່​ຄົນ​ເຢຣູຊາເລັມ​ແລະ​ຄົນ​ຢູດາ.+

16 ພວກເຈົ້າ​ຕ້ອງ​ເວົ້າ​ຄວາມຈິງ​ຕໍ່​ກັນ.+ ຕອນທີ່​ພວກເຈົ້າ​ຕັດສິນ​ຢູ່​ປະຕູ​ເມືອງ ພວກເຈົ້າ​ຕ້ອງ​ຕັດສິນ​ຢ່າງ​ຍຸຕິທຳ​ແລະ​ເຮັດ​ໃຫ້​ເກີດ​ສັນຕິສຸກ.+ 17 ຢ່າ​ຄິດ​ວາງແຜນ​ທຳຮ້າຍ​ກັນ+​ແລະ​ໃຫ້​ເຊົາ​ສາບານ​ຕົວະ*+ ຍ້ອນ​ເຮົາ​ຊັງ​ສິ່ງ​ເຫຼົ່ານີ້​ຫຼາຍ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

18 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 19 “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ການ​ອົດເຂົ້າ​ໃນ​ເດືອນ​ທີ 4+ ໃນ​ເດືອນ​ທີ 5+ ໃນ​ເດືອນ​ທີ 7+ ແລະ​ໃນ​ເດືອນ​ທີ 10+ ຈະ​ເປັນ​ໄລຍະ​ທີ່​ມີ​ແຕ່​ຄວາມ​ມ່ວນ​ຊື່ນ ແລະ​ຈະ​ເປັນ​ເວລາ​ທີ່​ພວກ​ຢູດາ​ມີ​ຄວາມສຸກ​ຄວາມ​ຍິນດີ​ຫຼາຍ.+ ດັ່ງນັ້ນ ໃຫ້​ຮັກ​ຄວາມຈິງ​ແລະ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເກີດ​ສັນຕິສຸກ.’

20 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ຈະ​ມີ​ມື້​ໜຶ່ງ​ທີ່​ຄົນ​ຈາກ​ຊາດ​ຕ່າງ​ໆ​ແລະ​ເມືອງ​ຕ່າງ​ໆ​ຈະ​ມາ​ເມືອງ​ນີ້ 21 ແລະ​ຄົນ​ຈາກ​ເມືອງ​ໜຶ່ງ​ຈະ​ໄປ​ຫາ​ຄົນ​ອີກ​ເມືອງ​ໜຶ່ງ​ແລ້ວ​ເວົ້າ​ວ່າ “ໄປ໋ ໃຫ້​ພວກເຮົາ​ໄປ​ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ແລະ​ໄປ​ຮັບໃຊ້​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. ຂ້ອຍ​ກໍ​ຈະ​ໄປ​ຄື​ກັນ.”+ 22 ຄົນ​ຈາກ​ຊາດ​ຕ່າງ​ໆ​ແລະ​ຈາກ​ປະເທດ​ມະຫາອຳນາດ​ຕ່າງ​ໆ​ຈະ​ພາກັນ​ມາ​ຮັບໃຊ້​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຢູ່​ເມືອງ​ເຢຣູຊາເລັມ+ ແລະ​ມາ​ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ.’

23 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ໃນ​ມື້​ນັ້ນ​ຈະ​ມີ 10 ຄົນ​ຈາກ​ທຸກ​ຊາດ​ທຸກ​ພາສາ+​ມາ​ຈັບ​ຍອຍ​ເສື້ອ​ຂອງ​ຄົນ​ຢິວ*​ຜູ້​ໜຶ່ງ​ໄວ້​ບັກ​ແໜ້ນ​ໆ​ ແລະ​ເວົ້າ​ວ່າ “ພວກເຮົາ​ຢາກ​ໄປ​ນຳ​ເຈົ້າ+ ຍ້ອນ​ພວກເຮົາ​ໄດ້​ຍິນ​ວ່າ​ພະ​ເຈົ້າ​ຢູ່​ນຳ​ພວກເຈົ້າ.”’”+

9 ຕໍ່ໄປ​ນີ້​ແມ່ນ​ຄຳປະກາດ​ຂອງ​ພະ​ເຈົ້າ.

“ຍ້ອນ​ພະ​ເຢໂຫວາ​ເຝົ້າ​ເບິ່ງ​ມະນຸດ+

ແລະ​ເຝົ້າ​ເບິ່ງ​ອິດສະຣາເອນ​ທຸກ​ຕະກູນ

ພະ​ເຢໂຫວາ​ຈຶ່ງ​ສົ່ງ​ຂ່າວ​ເລື່ອງ​ການ​ຕັດສິນ​ຕໍ່​ແຜ່ນດິນ​ຮັດຣັກ

ແລະ​ດາມາເຊ+

 2 ຕໍ່​ຮາມັດ+​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ແຜ່ນດິນ​ນັ້ນ*

ຕໍ່​ຕີເຣ+​ແລະ​ຊີໂດນ+​ທີ່​ຄິດ​ວ່າ​ໂຕເອງ​ສະຫຼາດ​ຫຼາຍ.+

 3 ຕີເຣ​ສ້າງ​ກຳແພງ*​ເພື່ອ​ປົກປ້ອງ​ໂຕເອງ.

ເຂົາ​ເຈົ້າ​ສະສົມ​ເງິນ​ໄວ້​ບັກ​ຫຼາຍ​ໆ​ຄື​ກັບ​ຂີ້ຝຸ່ນ

ແລະ​ລວບລວມ​ຄຳ​ໄວ້​ຫຼາຍ​ແທ້​ຫຼາຍ​ວ່າ​ຄື​ກັບ​ຂີ້ດິນ​ຢູ່​ຕາມ​ຫົນ​ທາງ.+

 4 ພະ​ເຢໂຫວາ​ຈະ​ຍຶດ​ເອົາ​ຊັບ​ສົມບັດ​ຂອງ​ເຂົາ​ເຈົ້າ​ໄປ.

ເພິ່ນ​ຈະ​ທຳລາຍ​ກອງທັບ​ຂອງ​ເຂົາ​ເຈົ້າ​ຢູ່​ທະເລ+

ແລະ​ເມືອງ​ນີ້​ຈະ​ຖືກ​ຈູດ​ຖິ້ມ.+

 5 ອາຊະກາໂລນ​ຈະ​ເຫັນ​ເຫດການ​ນີ້​ແລະ​ຈະ​ຢ້ານ​ຫຼາຍ.

ຄາຊາ​ຈະ​ເຈັບ​ປວດ​ໃຈ​ຫຼາຍ.

ເອັກໂຣນ​ກໍ​ຈະ​ເຈັບ​ປວດ​ໃຈ​ຫຼາຍ​ຄື​ກັນ ຍ້ອນ​ຜູ້​ທີ່​ລາວ​ໝາຍເພິ່ງ​ຖືກ​ເຮັດ​ໃຫ້​ອັບອາຍ​ຂາຍໜ້າ.

ກະສັດ​ຂອງ​ຄາຊາ​ຈະ​ຕາຍ

ແລະ​ຈະ​ບໍ່​ມີ​ໃຜ​ອາ​ໄສ​ຢູ່​ອາຊະກາໂລນ​ຈັກ​ຄົນ.+

 6 ຄົນ​ຕ່າງ​ຊາດ​ຈະ​ມາອາ​ໄສ​ຢູ່​ອາຊະໂດດ

ແລະ​ເຮົາ​ຈະ​ກຳຈັດ​ຄວາມ​ຍິ່ງ​ຂອງ​ຟີລິດສະຕີນ.+

 7 ເຮົາ​ຈະ​ເອົາ​ສິ່ງ​ທີ່​ເປື້ອນ​ເລືອດ​ອອກ​ຈາກ​ປາກ​ເຂົາ​ເຈົ້າ

ແລະ​ເອົາ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຂົາ​ເຈົ້າ​ຄາບ​ຢູ່​ອອກ​ມາ.

ຄົນ​ຂອງ​ເຂົາ​ເຈົ້າ​ທີ່​ຍັງ​ເຫຼືອ​ຢູ່​ຈະ​ເປັນ​ຂອງ​ພະ​ເຈົ້າ.

ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ຫົວ​ໜ້າ​ເຜົ່າ​ໃນ​ຢູດາ.+

ຄົນ​ເອັກໂຣນ​ຈະ​ເປັນ​ຄື​ກັບ​ຄົນ​ເຢບຸດ.+

 8 ເຮົາ​ຈະ​ຕັ້ງຄ້າຍ​ໃຫ້​ເປັນ​ຄື​ກັບ​ຄົນຍາມ*​ປົກປ້ອງ​ວິຫານ​ຂອງ​ເຮົາ+

ເພື່ອ​ຈະ​ບໍ່​ໃຫ້​ໃຜ​ເຂົ້າ​ຫຼື​ອອກ​ໄດ້

ແລະ​ບໍ່​ໃຫ້​ພວກ​ທີ່​ຕໍ່ຕ້ານ​ເຂົ້າ​ມາ​ໄດ້​ອີກ+

ຍ້ອນ​ຕອນນີ້​ເຮົາ​ເຫັນ​ແລ້ວ​ວ່າ​ເກີດ​ຫຍັງ​ຂຶ້ນ​ແດ່.*

 9 ຄົນ​ຊີໂອນ​ເອີ້ຍ ໃຫ້​ດີໃຈ​ເຕັມທີ​ໂລດ.

ຄົນ​ເຢຣູຊາເລັມ​ເອີ້ຍ ໃຫ້​ໂຫ່​ຮ້ອງ​ດ້ວຍ​ຄວາມ​ດີໃຈ.

ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ.+

ລາວ​ເປັນ​ຄົນ​ຍຸຕິທຳ ເປັນ​ຜູ້​ຊ່ວຍ​ໃຫ້​ລອດ*

ເປັນ​ຄົນ​ຖ່ອມ+ ແລະ​ລາວ​ກຳລັງ​ນັ່ງ​ຢູ່​ເທິງ​ຫຼັງ​ລາ

ເຊິ່ງ​ເປັນ​ລາ​ນ້ອຍ​ໂຕ​ຜູ້.+

10 ເຮົາ​ຈະ​ຍຶດ​ເອົາ​ລົດ​ຮົບ​ຂອງ​ເອຟຣາຢິມ

ຈະ​ຍຶດ​ເອົາ​ມ້າ​ຂອງ​ເຢຣູຊາເລັມ

ແລະ​ຈະ​ຍຶດ​ເອົາ​ທະນູ​ຂອງ​ພວກ​ທະຫານ.

ກະສັດ​ຂອງ​ພວກເຈົ້າ​ຈະ​ປະ​ກາດ​ເລື່ອງ​ສັນຕິສຸກ​ຕໍ່​ຊາດ​ຕ່າງ​ໆ​.+

ລາວ​ຈະ​ປົກຄອງ​ຈາກ​ທະເລ​ຟາກ​ນີ້​ໄປ​ຈົນ​ຮອດ​ທະເລ​ຟາກ​ນັ້ນ

ແລະ​ຈາກ​ແມ່​ນ້ຳ​ເອິຟາຣາດ​ໄປ​ຈົນ​ຮອດ​ສຸດ​ຂອບ​ໂລກ.+

11 ຊີໂອນ*​ເອີ້ຍ ເຮົາ​ຈະ​ໃຊ້​ສັນຍາ​ທີ່​ຖືກ​ເຮັດ​ໃຫ້​ມີ​ຜົນ​ບັງຄັບ​ໃຊ້​ດ້ວຍ​ເລືອດ​ເຊິ່ງ​ເຮົາ​ໄດ້​ເຮັດ​ກັບ​ເຈົ້າ

ເພື່ອ​ຊ່ວຍ​ນັກໂທດ​ຂອງ​ເຈົ້າ​ໃຫ້​ອອກ​ມາ​ຈາກ​ຂຸມ​ທີ່​ບໍ່​ມີ​ນ້ຳ.+

12 ພວກ​ນັກໂທດ​ທີ່​ມີ​ຄວາມຫວັງ​ເອີ້ຍ ໃຫ້​ພວກເຈົ້າ​ກັບ​ໄປ​ປ້ອມ​ທີ່​ແຂງແຮງ.+

ມື້​ນີ້​ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ

‘ເຮົາ​ຈະ​ຕອບແທນ ພວກເຈົ້າ​ສອງ​ເທົ່າ.+

13 ເຮົາ​ຈະ​ໃຊ້​ຢູດາ​ເປັນ​ຄັນ​ທະນູ​ຂອງ​ເຮົາ.

ເຮົາ​ຈະ​ໃຫ້​ເອຟຣາຢິມ​ເປັນ​ລູກທະນູ​ທີ່​ວາງ​ໃສ່​ຄັນ​ທະນູ​ຂອງ​ເຮົາ.

ຊີໂອນ​ເອີ້ຍ ເຮົາ​ຈະ​ປຸກ​ພວກ​ລູກ​ຂອງ​ເຈົ້າ

ເພື່ອ​ຕໍ່ສູ້​ກັບ​ພວກ​ລູກ​ຂອງ​ກຣີກ

ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ດາບ​ຂອງ​ທະຫານ.’

14 ພະ​ເຢໂຫວາ​ຈະ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເພິ່ນ​ຢູ່​ກັບ​ປະຊາຊົນ​ຂອງ​ເພິ່ນ

ແລະ​ທະນູ​ຂອງ​ເພິ່ນ​ຈະ​ຍິງ​ອອກ​ໄປ​ຄື​ກັບ​ສາຍ​ຟ້າ.

ພະ​ເຢໂຫວາ​ພະ​ເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ເປົ່າ​ແກ.+

ເພິ່ນ​ຈະ​ບຸກ​ໂຈມຕີ​ສັດຕູ​ຄື​ກັບ​ລົມ​ພາຍຸ​ທີ່​ພັດ​ມາ​ຈາກ​ທາງ​ທິດໃຕ້.

15 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈະ​ປົກປ້ອງ​ປະຊາຊົນ​ຂອງ​ເພິ່ນ.

ສັດຕູ​ຈະ​ໃຊ້​ເຊືອກ​ແກວ່ງ​ກ້ອນ​ຫີນ​ໂຈມຕີ​ເຂົາ​ເຈົ້າ ແຕ່​ເຂົາ​ເຈົ້າ​ຈະ​ຈັດການ​ສັດຕູ​ໄດ້.+

ເຂົາ​ເຈົ້າ​ຈະ​ມ່ວນ​ຊື່ນ​ແລະ​ເຂົາ​ເຈົ້າ​ຈະ​ພາກັນ​ໂຫ່​ຮ້ອງ​ຄື​ກັບ​ໄດ້​ກິນ​ເຫຼົ້າແວງ.

ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ຖ້ວຍ​ທີ່​ມີ​ເຫຼົ້າແວງ​ຢູ່​ເຕັມ

ແລະ​ເປັນ​ຄື​ກັບ​ແຈ​ຂອງ​ແທ່ນ​ບູຊາ​ທີ່​ມີ​ແຕ່​ເລືອດ​ຕິດ​ຢູ່.+

16 ໃນ​ມື້​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ

ຄື​ກັບ​ຜູ້​ລ້ຽງ​ແກະ​ທີ່​ຊ່ວຍ​ຝູງ​ແກະ​ຂອງ​ເພິ່ນ.+

ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ເພັດ​ຢູ່​ມົງກຸດ​ທີ່​ເຫຼື້ອມ​ມາບ​ໆ​ໄປ​ທົ່ວ​ແຜ່ນດິນ​ຂອງ​ເພິ່ນ.+

17 ເພິ່ນ​ດີ​ແທ້​ໆ​.+

ເພິ່ນ​ສະຫງ່າ​ງາມ​ອີ່ຫຼີ.

ເຂົ້າ​ແລະ​ເຫຼົ້າແວງ​ໃໝ່​ຈະ​ເຮັດ​ໃຫ້​ຄົນ​ໜຸ່ມ

ແລະ​ຜູ້ຍິງ​ບໍລິສຸດ​ແຂງແຮງ.”+

10 “ໃຫ້​ຂໍ​ຝົນ​ຈາກ​ພະ​ເຢໂຫວາ​ໃນ​ລະດູ​ໃບ​ໄມ້​ປົ່ງ.

ພະ​ເຢໂຫວາ​ເປັນ​ຜູ້​ເຮັດ​ໃຫ້​ມີ​ຂີ້ເຝື້ອ​ມືດຄຶ້ມ

ເຮັດ​ໃຫ້​ຝົນ​ຕົກ+

ແລະ​ເຮັດ​ໃຫ້​ແຕ່ລະຄົນ​ໄດ້​ຮັບ​ຜົນລະປູກ​ຈາກ​ໄຮ່​ຈາກ​ສວນ​ຂອງ​ໂຕເອງ.

 2 ຮູບ​ພະ​ເທຣາຟີມ*​ເວົ້າ​ຫຼອກລວງ*

ແລະ​ພວກ​ໝໍມໍ​ກໍ​ເຫັນ​ນິມິດ​ປອມ.

ເຂົາເຈົ້າ​ມັກ​ເລົ່າ​ຄວາມ​ຝັນ​ທີ່​ບໍ່​ມີ​ປະໂຫຍດ

ແລະ​ເຂົາເຈົ້າ​ພະຍາຍາມ​ປອບໃຈ​ຄົນອື່ນ ແຕ່​ກໍ​ບໍ່​ມີ​ໃຜ​ໄດ້​ກຳລັງໃຈ​ເລີຍ.

ຍ້ອນ​ແນວ​ນີ້ ຜູ້ຄົນ​ຈະ​ຫຼົງທາງ​ຄື​ກັບ​ແກະ​ທີ່​ຫຼົງທາງ.

ເຂົາເຈົ້າ​ຈະ​ຕົກ​ທຸກ​ໄດ້​ຍາກ​ຍ້ອນ​ບໍ່​ມີ​ຜູ້​ລ້ຽງ.

 3 ‘ເຮົາ​ໃຈຮ້າຍ​ໃຫ້​ພວກ​ຜູ້​ລ້ຽງແກະ​ຫຼາຍ

ແລະ​ເຮົາ​ຈະ​ລົງໂທດ​ພວກ​ຜູ້ນຳ​ທີ່​ກົດຂີ່.’*

ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈະ​ກັບມາ​ສົນໃຈ​ພວກ​ຢູດາ​ເຊິ່ງ​ເປັນ​ແກະ​ຂອງ​ເພິ່ນ+

ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເປັນ​ຄື​ກັບ​ມ້າ​ທີ່​ສະຫງ່າ​ງາມ​ໃນ​ສະໜາມຮົບ.

 4 ຈະ​ມີ​ຜູ້ນຳ*​ຄົນ​ໜຶ່ງ​ມາ​ຈາກ​ເຂົາເຈົ້າ

ຜູ້​ປົກຄອງ​ທີ່​ສະໜັບສະໜູນ*​ຈະ​ມາ​ຈາກ​ເຂົາເຈົ້າ

ທະນູ​ຂອງ​ທະຫານ​ຈະ​ມາ​ຈາກ​ເຂົາ​ເຈົ້າ

ແລະ​ພວກ​ຜູ້​ເບິ່ງແຍງ*​ຈະ​ມາ​ຈາກ​ເຂົາເຈົ້າ​ຄືກັນ. ທັງໝົດ​ນີ້​ຈະ​ອອກ​ມາ​ຈາກ​ເຂົາເຈົ້າ.

 5 ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ທະຫານ

ທີ່​ແລ່ນ​ຜ່ານ​ຂີ້ຕົມ​ໃນ​ສະໜາມຮົບ.

ເຂົາເຈົ້າ​ຈະ​ໄປ​ສູ້ຮົບ​ຍ້ອນ​ພະ​ເຢໂຫວາ​ຢູ່​ນຳ​ເຂົາເຈົ້າ+

ແລະ​ທະຫານ​ມ້າ​ຂອງ​ສັດຕູ​ຈະ​ຕ້ອງ​ອັບອາຍ.+

 6 ‘ເຮົາ​ຈະ​ເຮັດ​ໃຫ້​ພວກ​ຢູດາ​ຍິ່ງໃຫຍ່

ແລະ​ເຮົາ​ຈະ​ຊ່ວຍ​ລູກ​ຫຼານ​ຂອງ​ໂຢເຊັບ​ໃຫ້​ລອດ.+

ເຮົາ​ຈະ​ໃຫ້​ເຂົາເຈົ້າ​ກັບມາ​ຢູ່​ແຜ່ນດິນ​ຂອງ​ເຂົາເຈົ້າ.

ເຮົາ​ຈະ​ເມດຕາ​ເຂົາເຈົ້າ.+

ມັນ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່​ເຄີຍ​ຖິ້ມ​ເຂົາເຈົ້າ​ເລີຍ+

ຍ້ອນ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ.’

 7 ຄົນ​ເອຟຣາຢິມ​ຈະ​ເປັນ​ຄື​ກັບ​ທະຫານ​ທີ່​ເກັ່ງ​ໆ​

ແລະ​ເຂົາເຈົ້າ​ຈະ​ມີ​ຄວາມສຸກ​ຄື​ກັບ​ຄົນ​ທີ່​ໄດ້​ກິນ​ເຫຼົ້າແວງ.+

ລູກ​ຂອງ​ເຂົາເຈົ້າ​ຈະ​ເຫັນ​ເຫດການ​ນີ້​ແລະ​ຈະ​ດີໃຈ​ຄື​ກັນ.

ເຂົາ​ເຈົ້າ​ຈະ​ມີ​ຄວາມ​ຍິນດີ​ຍ້ອນ​ພະ​ເຢໂຫວາ.+

 8 ‘ເຮົາ​ຈະ​ຫວີດປາກ​ເອີ້ນ​ເຂົາເຈົ້າ​ມາ​ແລະ​ໃຫ້​ເຂົາເຈົ້າ​ມາ​ລວມ​ໂຕ​ກັນ

ຍ້ອນ​ເຮົາ​ຈະ​ໄຖ່​ເຂົາເຈົ້າ.+ ເຂົາ​ເຈົ້າ​ຈະ​ມີ​ຫຼາຍ​ຂຶ້ນ

ແລະ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.

 9 ເຖິງວ່າ​ເຮົາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ກະຈັດ​ກະຈາຍ​ກັນ​ຢູ່​ຕາມ​ຊາດ​ຕ່າງ​ໆ​ຄື​ກັບ​ຫວ່ານ​ແນວປູກ

ແຕ່​ເຂົາເຈົ້າ​ຈະ​ຄິດເຖິງ​ເຮົາ​ຕອນ​ທີ່​ເຂົາເຈົ້າ​ຢູ່​ໃນ​ບ່ອນ​ຫ່າງ​ໄກ​ເຫຼົ່າ​ນັ້ນ.

ເຂົາ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ເຂົາເຈົ້າ​ຈະ​ມີ​ເຫື່ອແຮງ​ອີກ​ເທື່ອ​ໜຶ່ງ​ແລະ​ຈະ​ກັບມາ​ຫາ​ເຮົາ.

10 ເຮົາ​ຈະ​ພາ​ເຂົາເຈົ້າ​ກັບມາ​ຈາກ​ແຜ່ນດິນ​ເອຢິບ

ແລະ​ເຮົາ​ຈະ​ລວບລວມ​ເຂົາເຈົ້າ​ມາ​ຈາກ​ອັດຊີເຣຍ.+

ເຮົາ​ຈະ​ພາ​ເຂົາເຈົ້າ​ໄປ​ຢູ່​ແຜ່ນດິນ​ກິລຽດ+​ແລະ​ເລບານອນ

ຈົນ​ບໍ່​ມີ​ບ່ອນ​ພໍ​ທີ່​ຈະ​ໃຫ້​ເຂົາເຈົ້າ​ຢູ່.+

11 ຕອນທີ່​ທະເລ​ຂວາງ​ທາງ​ເຂົາເຈົ້າ

ເຮົາ​ກໍ​ຈະ​ຜ່ານ​ມັນ​ໄປ​ແລະ​ຟາດ​ຄື້ນ​ຂອງ​ມັນ.+

ຕອນທີ່​ແມ່ນ້ຳນິນ​ຂວາງ​ທາງ​ເຂົາ​ເຈົ້າ ເຮົາ​ກໍ​ຈະ​ເຮັດ​ໃຫ້​ນ້ຳນັ້ນ​ແຫ້ງ​ໄປ.

ເຮົາ​ຈະ​ເຮັດ​ໃຫ້​ອັດຊີເຣຍ​ທີ່​ຍິ່ງ​ຈອງຫອງ​ອັບອາຍ​ຂາຍ​ໜ້າ

ແລະ​ຈະ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ເອຢິບ​ເຖິງ​ຈຸດຈົບ.+

12 ເຮົາ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຍິ່ງໃຫຍ່+

ແລະ​ເຂົາເຈົ້າ​ຈະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ນັບຖື​ຊື່​ຂອງ​ເຮົາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

11 “ເລບານອນ​ເອີ້ຍ ເປີດ​ປະຕູ​ຂອງ​ເຈົ້າ​ແມ້!

ເພື່ອ​ໄຟ​ຈະ​ໄດ້​ເຜົາ​ຕົ້ນ​ຊີດ້າ*​ຂອງ​ເຈົ້າ.

 2 ຕົ້ນ​ຈູນິເປີ້*​ເອີ້ຍ ຮ້ອງໄຫ້​ເສຍໃຈ​ແມ້! ຍ້ອນ​ຕົ້ນ​ຊີດ້າ​ຖືກ​ຫຼົກ​ໝົດຮາກ​ໝົດເຫງົ້າ​ແລ້ວ

ແລະ​ຕົ້ນໄມ້​ໃຫຍ່​ໆ​ກໍ​ຖືກ​ໂຄ່ນລົ້ມ​ແລ້ວ.

ຕົ້ນ​ໂອກ​ຢູ່​ບາຊານ​ເອີ້ຍ ຮ້ອງໄຫ້​ແມ້!

ຍ້ອນ​ປ່າ​ຕຶບໜາ​ຖືກ​ທຳລາຍ​ແລ້ວ.

 3 ໃຫ້​ຟັງ​ສຽງ​ພວກ​ລ້ຽງແກະ​ທີ່​ກຳລັງ​ຮ້ອງໄຫ້​ແມ້!

ຍ້ອນ​ກຽດ​ຂອງ​ເຂົາເຈົ້າ​ບໍ່​ເຫຼືອ​ແລ້ວ.

ໃຫ້​ຟັງ​ສຽງ​ຂອງ​ໂຕ​ສິງ​ຮ້ອງ​ແມ້!

ຍ້ອນ​ປ່າ​ທີ່​ຕຶບໜາ​ທີ່​ຢູ່​ແຄມ​ແມ່ນ້ຳ​ຈໍແດນ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ​ແລ້ວ.

4 ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ບອກ​ວ່າ ‘ໃຫ້​ລ້ຽງ​ຄົນ​ເຫຼົ່ານີ້​ເຊິ່ງ​ເປັນ​ຄື​ກັບ​ຝູງ​ແກະ​ທີ່​ຖືກ​ເລືອກ​ໄວ້​ເພື່ອ​ຈະ​ເອົາ​ໄປ​ຂ້າ.+ 5 ຜູ້​ທີ່​ຊື້​ພວກມັນ​ໄປ​ຂ້າ+​ກໍ​ບໍ່​ມີ​ຄວາມ​ຜິດ. ຜູ້​ທີ່​ຂາຍ​ພວກມັນ+​ກໍ​ເວົ້າ​ວ່າ “ຂໍ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ ຍ້ອນ​ຂ້ອຍ​ຈະ​ລວຍ​ແລ້ວ” ແລະ​ຜູ້​ທີ່​ລ້ຽງ​ພວກມັນ​ກໍ​ບໍ່​ອີ່ຕົນ​ພວກມັນ​ເລີຍ.’+

6 ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ຈະ​ບໍ່​ອີ່ຕົນ​ຄົນ​ໃນ​ແຜ່ນດິນ​ນີ້​ອີກ​ຕໍ່ໄປ. ເຮົາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຂົ່ມເຫງ​ກັນເອງ​ແລະ​ກະສັດ​ຂອງ​ເຂົາເຈົ້າ​ຈະ​ກົດຂີ່​ເຂົາເຈົ້າ. ແຜ່ນດິນ​ຈະ​ຖືກ​ທຳລາຍ​ຍ້ອນ​ເຂົາເຈົ້າ​ແລະ​ເຮົາ​ຈະ​ບໍ່​ຊ່ວຍ​ເຂົາເຈົ້າ​ໃຫ້​ລອດ.’”

7 ແລ້ວ​ຂ້ອຍ​ກໍ​ລ້ຽງ​ຝູງແກະ​ນັ້ນ​ທີ່​ຕ້ອງ​ຖືກ​ຂາຍ​ໃຫ້​ຄົນ​ຂ້າ​ສັດ.+ ພວກເຈົ້າ​ທີ່​ເປັນ​ຝູງ​ແກະ​ທີ່​ທຸກຍາກ​ເອີ້ຍ ຂ້ອຍ​ເຮັດ​ແນວ​ນີ້​ກໍ​ເພື່ອ​ປະໂຫຍດ​ຂອງ​ພວກເຈົ້າ. ຂ້ອຍ​ເອົາ​ໄມ້ຄ້ອນເທົ້າ​ມາ 2 ອັນ ແລະ​ຂ້ອຍ​ຕັ້ງ​ຊື່​ໃຫ້​ໄມ້ຄ້ອນເທົ້າ​ອັນໜຶ່ງ​ວ່າ​ຄວາມ​ດີ ແລະ​ຕັ້ງ​ຊື່​ໃຫ້​ອີກ​ອັນໜຶ່ງ​ວ່າ​ອັນໜຶ່ງ​ອັນດຽວ​ກັນ.+ ແລ້ວ​ຂ້ອຍ​ກໍ​ເລີ່ມ​ລ້ຽງ​ແກະ​ຝູງ​ນັ້ນ. 8 ແຕ່​ພາຍ​ໃນ​ເດືອນ​ດຽວ ຂ້ອຍ​ໄດ້​ໄລ່​ຜູ້​ລ້ຽງ​ແກະ 3 ຄົນ​ອອກ ຍ້ອນ​ຂ້ອຍ​ໝົດ​ຄວາມ​ອົດທົນ​ກັບ​ເຂົາເຈົ້າ ແລະ​ເຂົາເຈົ້າ​ກໍ​ຊັງ​ຂ້ອຍ​ຫຼາຍ. 9 ຂ້ອຍ​ເລີຍ​ເວົ້າ​ວ່າ: “ຂ້ອຍ​ຈະ​ບໍ່​ລ້ຽງ​ພວກເຈົ້າ​ອີກ​ຕໍ່ໄປ​ແລ້ວ. ໃຜ​ຊິ​ຕາຍ​ກະຕາຍ​ໂລດ. ໃຜ​ຊິ​ຖືກ​ທຳລາຍ​ກະຢ່າ. ສ່ວນ​ຄົນ​ທີ່​ເຫຼືອ​ຢູ່​ກະ​ໃຫ້​ກິນ​ຊີ້ນ​ກັນເອງ.” 10 ຈາກ​ນັ້ນ ຂ້ອຍ​ໄດ້​ເອົາ​ໄມ້ຄ້ອນເທົ້າ​ທີ່​ຊື່​ຄວາມດີ+​ມາ​ຕັດ​ເປັນ​ທ່ອນ​ໆ​ ເພື່ອ​ໃຫ້​ຮູ້​ວ່າ​ຂ້ອຍ​ໄດ້​ຍົກເລີກ​ສັນຍາ​ທີ່​ຂ້ອຍ​ໄດ້​ເຮັດ​ກັບ​ປະຊາຊົນ​ຂອງ​ຂ້ອຍ​ແລ້ວ. 11 ດັ່ງນັ້ນ ສັນຍາ​ຈຶ່ງ​ຖືກ​ຍົກເລີກ​ໃນ​ມື້​ນັ້ນ ແລະ​ພວກເຈົ້າ​ທີ່​ເປັນ​ຝູງແກະ​ທີ່​ທຸກຍາກ​ເຊິ່ງ​ກຳລັງ​ເບິ່ງ​ຂ້ອຍ​ກໍ​ຈະ​ຮູ້​ວ່າ​ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໄວ້.

12 ຈາກ​ນັ້ນ ຂ້ອຍ​ກໍ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຖ້າ​ພວກເຈົ້າ​ຄິດ​ວ່າ​ມັນ​ເໝາະສົມ​ທີ່​ຈະ​ເຮັດ ກໍ​ໃຫ້​ເອົາ​ຄ່າ​ຈ້າງ​ມາ​ໃຫ້​ຂ້ອຍ. ແຕ່​ຖ້າ​ບໍ່​ເຫັນດີ ກໍ​ບໍ່​ຕ້ອງ​ເອົາ​ໃຫ້.” ແລ້ວ​ເຂົາເຈົ້າ​ກໍ​ຈ່າຍ​ເງິນ 30 ເຊເກນ*​ໃຫ້​ຂ້ອຍ​ເປັນ​ຄ່າ​ຈ້າງ.+

13 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ເຂົາເຈົ້າ​ຄິດ​ວ່າ​ເຮົາ​ມີຄ່າ​ແຕ່​ສ່ຳນີ້​ບໍ? ຄັນຊັ້ນ ໃຫ້​ເຈົ້າ​ໂຍນ​ເງິນ​ເຫຼົ່ານີ້​ເຂົ້າ​ໄປ​ໃນ​ຄັງ​ຊັບສິນ​ໃນ​ວິຫານ​ຂອງ​ເຮົາ.”+ ຂ້ອຍ​ກໍ​ເລີຍ​ໂຍນ​ເງິນ 30 ເຊເກນ​ເຂົ້າ​ໄປ​ໃນ​ຄັງ​ຊັບສິນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+

14 ແລ້ວ​ຂ້ອຍ​ກໍ​ເອົາ​ໄມ້ຄ້ອນເທົ້າ​ອັນ​ທີສອງ​ທີ່​ຊື່​ອັນໜຶ່ງ​ອັນດຽວກັນ​ມາ​ຕັດ​ເປັນ​ທ່ອນ+ ເພື່ອ​ໃຫ້​ຮູ້​ວ່າ​ຢູດາ​ແລະ​ອິດສະຣາເອນ​ຕັດ​ຄວາມ​ເປັນ​ພີ່​ເປັນ​ນ້ອງ​ກັນ​ແລ້ວ.+

15 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ຕອນນີ້ ໃຫ້​ເຈົ້າ​ໄປ​ເອົາ​ເຄື່ອງໃຊ້​ຂອງ​ພວກ​ຜູ້​ລ້ຽງ​ແກະ​ທີ່​ບໍ່​ມີ​ປະໂຫຍດ​ມາ+ 16 ຍ້ອນ​ເຮົາ​ຈະ​ຍອມ​ໃຫ້​ມີ​ຜູ້​ລ້ຽງ​ແກະ​ຄົນ​ໜຶ່ງ​ເບິ່ງແຍງ​ທົ່ວ​ແຜ່ນດິນ. ລາວ​ຈະ​ບໍ່​ເບິ່ງແຍງ​ແກະ​ທີ່​ກຳລັງ​ຈະ​ຕາຍ.+ ລາວ​ຈະ​ບໍ່​ຊອກຫາ​ແກະ​ນ້ອຍ​ທີ່​ຫຼົງ​ທາງ ບໍ່​ປິ່ນປົວ​ແກະ​ທີ່​ບາດເຈັບ+ ແລະ​ບໍ່​ເກືອ​ອາຫານ​ໃຫ້​ແກະ​ທີ່​ຍັງ​ແຂງແຮງ. ແຕ່​ລາວ​ຈະ​ກິນ​ຊີ້ນ​ຂອງ​ແກະ​ໂຕ​ທີ່​ຕຸ້ຍ​ໆ​ຈົນ​ໝົດ+​ແລະ​ຈະ​ຈີກ​ກີບ​ຕີນ​ຂອງ​ມັນ.+

17 ຜູ້​ລ້ຽງ​ແກະ​ທີ່​ບໍ່​ມີ​ປະໂຫຍດ​ທີ່​ປະຖິ້ມ​ຝູງ​ແກະ​ຈະ​ຕ້ອງ​ຈິບຫາຍ.+

ລາວ​ຈະ​ຖືກ​ດາບ​ຟັນ​ແຂນ​ແລະ​ຖືກ​ດາບ​ເຈາະ​ຕາ.

ແຂນ​ຂອງ​ລາວ​ຈະ​ລີບ

ແລະ​ຕາ​ເບື້ອງ​ຂວາ​ຂອງ​ລາວ​ຈະ​ບອດ.”

12 ຕໍ່ໄປ​ນີ້​ແມ່ນ​ຄຳປະກາດ​ຂອງ​ພະເຈົ້າ

ຜູ້​ທີ່​ພື​ທ້ອງ​ຟ້າ​ຄື​ກັບ​ພື​ຜ້າ​ອອກ+

ຜູ້​ທີ່​ວາງ​ຮາກຖານ​ຂອງ​ໂລກ+

ແລະ​ຜູ້​ທີ່​ໃຫ້​ມະນຸດ​ມີ​ຊີວິດ.*

ພະ​ເຢໂຫວາ​ເວົ້າ​ວ່າ: “ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ເຢໂຫວາ​ຈະ​ເວົ້າ​ກ່ຽວກັບ​ຄົນ​ອິດສະຣາເອນ.

2 ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ເປັນ​ຈອກ*​ໃສ່​ເຫຼົ້າແວງ​ທີ່​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເມົາ ແລະ​ພວກ​ສັດຕູ​ຈະ​ມາ​ລ້ອມ​ຢູດາ​ກັບ​ເຢຣູຊາເລັມ.+ 3 ໃນ​ມື້​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ເປັນ​ກ້ອນ​ຫີນ​ທີ່​ໜັກ​ຫຼາຍ*​ສຳລັບ​ຊາດ​ຕ່າງ​ໆ​. ຜູ້​ໃດ​ທີ່​ມາ​ຍົກ​ມັນ​ຈະ​ຕ້ອງ​ເຈັບ​ໜັກ​ແນ່ນອນ+ ແລະ​ທຸກ​ໆ​ຊາດ​ໃນ​ໂລກ​ກໍ​ຈະ​ມາ​ລວມ​ໂຕ​ກັນ​ຕໍ່ສູ້​ເມືອງ​ນັ້ນ.”+ 4 ພະ​ເຢໂຫວາ​ເວົ້າ​ວ່າ: “ໃນ​ມື້​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ມ້າ​ທຸກ​ໂຕ​ຕື່ນ​ຕົກໃຈ ແລະ​ເຮັດ​ໃຫ້​ຄົນ​ຂີ່​ຮູ້ສຶກ​ຢ້ານ. ເຮົາ​ຈະ​ເຝົ້າ​ເບິ່ງ​ພວກ​ຢູດາ​ສະເໝີ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ມ້າ​ຂອງ​ຊາດ​ຕ່າງ​ໆ​ຕາບອດ. 5 ພວກ​ຫົວໜ້າ​ເຜົ່າ​ຂອງ​ຢູດາ​ຈະ​ຄິດ​ໃນ​ໃຈ​ວ່າ ‘ຄົນ​ໃນ​ເຢຣູຊາເລັມ​ເປັນ​ກຳລັງ​ຂອງ​ພວກເຮົາ ຍ້ອນ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ.’+ 6 ໃນ​ມື້ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກ​ຫົວໜ້າ​ເຜົ່າ​ຂອງ​ຢູດາ​ເປັນ​ຄື​ກັບ​ຖ່ານ​ໄຟ​ທີ່​ຮ້ອນ​ໆ​ຢູ່​ກອງຟືນ ແລະ​ເປັນ​ຄື​ກັບ​ກະບອງ​ໄຟ​ຢູ່​ກາງ​ຟ່ອນເຂົ້າ​ທີ່​ລຽນ​ກັນ​ໄວ້.+ ເຂົາເຈົ້າ​ຈະ​ເຜົາ​ໄໝ້​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມຂ້າງ ທັງ​ເບື້ອງ​ຊ້າຍ​ແລະ​ເບື້ອງ​ຂວາ​ຂອງ​ເຂົາເຈົ້າ+ ແລະ​ເຢຣູຊາເລັມ​ຈະ​ມີ​ຄົນ​ອາໄສ​ອີກ​ເທື່ອ​ໜຶ່ງ.*+

7 ເຮົາ​ເຢໂຫວາ​ຈະ​ຊ່ວຍ​ເຕັ້ນ​ຂອງ​ຢູດາ​ກ່ອນໝູ່ ເພື່ອ​ໃນທີ່ສຸດ​ຄົນ​ຂອງ​ດາວິດ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຈະ​ບໍ່​ໄດ້​ຮັບ​ກຽດ​ຫຼາຍ​ໄປ​ກວ່າ​ຄົນ​ອື່ນ​ໆ​ໃນ​ຢູດາ. 8 ໃນ​ມື້ນັ້ນ ເຮົາ​ເຢໂຫວາ​ຈະ​ປົກປ້ອງ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຄື​ກັບ​ໂລ້.+ ໃນ​ມື້ນັ້ນ ຜູ້​ໃດ​ໃນ​ເຂົາເຈົ້າ​ທີ່​ສະດຸດ​ລົ້ມ*​ກໍ​ຈະ​ແຂງແຮງ​ຄື​ກັບ​ດາວິດ ແລະ​ລູກ​ຫຼານ​ຂອງ​ດາວິດ​ຈະ​ນຳໜ້າ​ເຂົາເຈົ້າ​ຄື​ກັບ​ພະເຈົ້າ​ແລະ​ຄື​ກັບ​ທູດສະຫວັນ​ຂອງ​ພະ​ເຢໂຫວາ.+ 9 ແລະ​ໃນ​ມື້ນັ້ນ ເຮົາ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ທັງໝົດ​ທີ່​ມາ​ຕໍ່ສູ້​ເມືອງ​ເຢຣູຊາເລັມ.+

10 ເຮົາ​ຈະ​ເອົາ​ພະລັງ​ບໍລິສຸດ​ຂອງ​ເຮົາ​ໃຫ້​ກັບ​ລູກ​ຫຼານ​ຂອງ​ດາວິດ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ຈະ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ເຮົາ​ແລະ​ເຮົາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ. ເຂົາເຈົ້າ​ຈະ​ແນມ​ເບິ່ງ​ຜູ້​ໜຶ່ງ​ທີ່​ເຂົາເຈົ້າ​ເອົາ​ຫອກ​ແທງ+ ແລ້ວ​ເຂົາເຈົ້າ​ຈະ​ຮ້ອງໄຫ້​ໃຫ້​ລາວ​ຄື​ກັບ​ວ່າ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເຂົາເຈົ້າ​ຕາຍ ແລະ​ຈະ​ຮ້ອງໄຫ້​ໂສກເສົ້າ​ຄື​ກັບ​ວ່າ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ເຂົາເຈົ້າ​ຕາຍ. 11 ໃນ​ມື້ນັ້ນ ສຽງ​ຮ້ອງໄຫ້​ໃນ​ເມືອງ​ເຢຣູຊາເລັມ​ຈະ​ດັງ​ແຮງ​ຫຼາຍ​ຄື​ກັບ​ສຽງ​ຮ້ອງໄຫ້​ຢູ່​ຮາດັດ​ຣິມໂມນ​ທີ່​ຢູ່​ທົ່ງພຽງ​ຂອງ​ເມກິດໂດ+ 12 ແລະ​ຢູ່​ທົ່ວ​ແຜ່ນດິນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້. ແຕ່​ລະ​ຄອບຄົວ​ຈະ​ຮ້ອງໄຫ້​ຕາມ​ຄອບຄົວ​ໃຜ​ຄອບຄົວ​ລາວ. ລູກ​ຫຼານ​ຂອງ​ດາວິດ​ແຕ່​ລະ​ຄົນ​ຈະ​ຮ້ອງໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ. ລູກ​ຫຼານ​ຂອງ​ນາທານ+​ແຕ່​ລະ​ຄົນ​ຈະ​ຮ້ອງໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ. 13 ແຕ່​ລະ​ຄົນ​ໃນ​ຕະກູນ​ຂອງ​ເລວີ+​ຈະ​ຮ້ອງ​ໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ. ແຕ່​ລະ​ຄົນ​ໃນ​ຄອບຄົວ​ຂອງ​ຊິເມອີ+​ຈະ​ຮ້ອງ​ໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ 14 ແລະ​ຄອບຄົວ​ອື່ນ​ໆ​ທີ່​ເຫຼືອ​ຈະ​ຮ້ອງໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ.”

13 “ໃນ​ມື້ນັ້ນ​ຈະ​ມີ​ນ້ຳ​ສ້າງ​ຖືກ​ຂຸດ​ໄວ້​ສຳລັບ​ລູກ​ຫຼານ​ຂອງ​ດາວິດ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ ເພື່ອ​ເຮັດ​ໃຫ້​ເຂົາເຈົ້າ​ສະອາດ​ຈາກ​ບາບ​ແລະ​ຈາກ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຂົາເຈົ້າ​ເຮັດ.+

2 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ໃນ​ມື້​ນັ້ນ ເຮົາ​ຈະ​ທຳລາຍ​ຮູບ​ບູຊາ​ທັງໝົດ​ໃນ​ແຜ່ນດິນ+​ແລະ​ຈະ​ບໍ່​ມີ​ໃຜ​ຈື່​ພະ​ເຫຼົ່ານັ້ນ​ໄດ້​ອີກ. ເຮົາ​ຈະ​ກຳຈັດ​ຜູ້ພະຍາກອນ​ປອມ+​ແລະ​ຄົນ​ທີ່​ສະໜັບ​ສະໜູນ​ສິ່ງ​ທີ່​ເຮົາ​ຖື​ວ່າ​ບໍ່​ສະອາດ​ອອກ​ໄປ​ຈາກ​ແຜ່ນດິນ​ໃຫ້​ໝົດ. 3 ຖ້າ​ຜູ້​ໃດ​ຍັງ​ພະຍາກອນ​ຕົວະ​ຢູ່ ພໍ່​ແມ່​ຜູ້​ທີ່​ເກີດ​ລາວ​ກໍ​ຈະ​ເວົ້າ​ກັບ​ລາວ​ວ່າ “ລູກ​ຊິ​ຕາຍ​ແທ້​ໆ​ບາດນິ ຍ້ອນ​ລູກ​ຕົວະ​ວ່າ​ພະ​ເຢໂຫວາ​ໃຫ້​ລູກ​ເວົ້າ​ແນວ​ນີ້.” ແລ້ວ​ພໍ່​ແມ່​ຜູ້​ທີ່​ເກີດ​ລາວ​ຈະ​ເອົາ​ຫອກ​ແທງ​ລາວ​ຈົນ​ຊອດ​ຍ້ອນ​ລາວ​ພະຍາກອນ​ຕົວະ.+

4 ໃນ​ມື້​ນັ້ນ ຜູ້ພະຍາກອນ​ປອມ​ທຸກ​ຄົນ​ຈະ​ຕ້ອງ​ອັບອາຍ​ຕອນ​ທີ່​ເຂົາເຈົ້າ​ພະຍາກອນ​ຕົວະ​ກ່ຽວກັບ​ນິມິດ​ທີ່​ເຂົາເຈົ້າ​ເຫັນ. ເຂົາເຈົ້າ​ຈະ​ບໍ່​ໄດ້​ນຸ່ງ​ຊຸດ​ຜູ້​ພະຍາກອນ+​ເພື່ອ​ຫຼອກ​ລວງ​ຄົນອື່ນ​ອີກ. 5 ເຂົາເຈົ້າ​ແຕ່ລະຄົນ​ຈະ​ເວົ້າ​ວ່າ “ຂ້ອຍ​ບໍ່​ໄດ້​ເປັນ​ຜູ້ພະຍາກອນ​ເດີ້ ຂ້ອຍ​ເປັນ​ແຕ່​ຊາວໄຮ່​ຊາວນາ*​ຊື່​ໆ​ ຍ້ອນ​ມີ​ຄົນ​ຊື້​ຂ້ອຍ​ມາ​ເປັນ​ທາດ​ຕັ້ງແຕ່​ຂ້ອຍ​ຍັງ​ນ້ອຍ​ໆ​.” 6 ຖ້າ​ມີ​ບາງຄົນ​ຖາມ​ເຂົາເຈົ້າ​ວ່າ “ເປັນຫຍັງ​ຢູ່​ໂຕ*​ເຈົ້າ​ຄື​ມີ​ບາດ?” ເຂົາເຈົ້າ​ກໍ​ຈະ​ຕອບ​ວ່າ “ຂ້ອຍ​ຖືກ​ຕີ​ຢູ່​ເຮືອນ​ໝູ່​ຂອງ​ຂ້ອຍ.”’*

 7 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ຕື່ນ​ເດີ້ ເຈົ້າ​ຜູ້​ທີ່​ມີ​ດາບ​ເອີ້ຍ ໃຫ້​ເອົາ​ດາບ​ໄປ​ຂ້າ​ຜູ້​ລ້ຽງ​ແກະ​ຂອງ​ເຮົາ+

ແລະ​ໄປ​ຂ້າ​ຄົນ​ທີ່​ເປັນ​ໝູ່​ຂອງ​ເຮົາ.

ເຮົາ​ຈະ​ໂຈມຕີ​ຜູ້​ລ້ຽງ​ແກະ+​ແລະ​ເຮັດ​ໃຫ້​ແກະ*​ກະຈັດ​ກະຈາຍ​ໄປ+

ແລະ​ເຮົາ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ສຳຄັນ.’

 8 ພະ​ເຢໂຫວາ​ບອກ​ວ່າ ‘ໃນ​ທົ່ວ​ແຜ່ນດິນ

ຄົນ​ໃນ​ແຜ່ນດິນ 2 ໃນ 3 ຈະ​ຖືກ​ຂ້າ

ແຕ່ 1 ໃນ 3 ທີ່​ຍັງ​ເຫຼືອ​ຈະ​ມີ​ຊີວິດ​ຢູ່.

 9 ເຮົາ​ຈະ​ເອົາ​ຄົນ 1 ໃນ 3 ນັ້ນ​ໃສ່​ໄຟ.

ເຮົາ​ຈະ​ຫຼອມ​ເຂົາເຈົ້າ​ຄື​ກັບ​ຫຼອມ​ເງິນ.

ເຮົາ​ຈະ​ທົດສອບ​ເຂົາເຈົ້າ​ຄື​ກັບ​ທົດສອບ​ຄຳ.+

ເຂົາເຈົ້າ​ຈະ​ເອີ້ນ​ຊື່​ເຮົາ

ແລະ​ເຮົາ​ຈະ​ຕອບ​ເຂົາເຈົ້າ.

ເຮົາ​ຈະ​ເວົ້າ​ວ່າ “ເຂົາເຈົ້າ​ເປັນ​ຄົນ​ຂອງ​ເຮົາ”+

ແລະ​ເຂົາເຈົ້າ​ຈະ​ເວົ້າ​ວ່າ “ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ພວກເຮົາ.”’”

14 “ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ແນ່ນອນ. ໃນ​ຕອນນັ້ນ ພວກ​ສັດຕູ​ຈະ​ມາ​ຍຶດ​ເອົາ​ຊັບ​ສົມບັດ​ຂອງ​ເຈົ້າ*​ແລະ​ແບ່ງກັນ​ຕໍ່​ໜ້າ​ຕໍ່​ຕາ​ເຈົ້າ. 2 ເພິ່ນ​ຈະ​ລວບລວມ​ທຸກ​ຊາດ​ມາ​ຕໍ່ສູ້​ເຢຣູຊາເລັມ. ເຂົາເຈົ້າ​ຈະ​ຍຶດ​ເມືອງ​ນີ້ ປຸ້ນ​ຕາມ​ເຮືອນ​ຕ່າງ​ໆ​ ແລະ​ຂົ່ມຂືນ​ຜູ້ຍິງ. ເຂົາເຈົ້າ​ຈະ​ຈັບ​ຄົນ​ໃນ​ເມືອງ​ເຄິ່ງ​ໜຶ່ງ​ໄປ​ເປັນ​ຊະເລີຍ ແຕ່​ຄົນອື່ນ​ໆ​ທີ່​ເຫຼືອ​ຈະ​ຍັງ​ຢູ່​ໃນ​ເມືອງ.

3 ພະ​ເຢໂຫວາ​ຈະ​ຕໍ່ສູ້​ກັບ​ຊາດ​ເຫຼົ່ານັ້ນ+​ຄື​ກັບ​ທີ່​ເພິ່ນ​ເຄີຍ​ຕໍ່ສູ້​ກັບ​ສັດຕູ​ຂອງ​ເພິ່ນ​ໃນ​ອະດີດ.+ 4 ໃນ​ມື້​ນັ້ນ ເພິ່ນ​ຈະ​ຢືນ​ຢູ່​ເທິງ​ພູ​ໝາກກອກ+​ເຊິ່ງ​ປິ່ນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ອອກ​ຂອງ​ເມືອງ​ເຢຣູຊາເລັມ ແລະ​ພູ​ໝາກກອກ​ຈະ​ຖືກ​ແບ່ງ​ເຄິ່ງ​ຕັ້ງແຕ່​ທິດ​ຕາເວັນ​ອອກ​ໄປ​ຈົນ​ຮອດ​ທິດຕາເວັນຕົກ.* ເຄິ່ງ​ໜຶ່ງ​ຂອງ​ພູ​ຈະ​ຖືກ​ເຄື່ອນ​ໄປ​ທາງ​ທິດເໜືອ​ແລະ​ເຄິ່ງ​ໜຶ່ງ​ຂອງ​ພູ​ຈະ​ຖືກ​ເຄື່ອນ​ໄປ​ທາງ​ທິດໃຕ້ ເຊິ່ງ​ຈະ​ເຮັດ​ໃຫ້​ເກີດ​ຮ່ອມພູ​ທີ່​ກວ້າງ​ໃຫຍ່. 5 ພວກເຈົ້າ​ຈະ​ຕ້ອງ​ໄປ​ລີ້​ຢູ່​ຮ່ອມພູ​ຂອງ​ເພິ່ນ. ຮ່ອມພູ​ນັ້ນ​ຈະ​ມີ​ໄລຍະ​ທາງ​ຍາວ​ໄປ​ຈົນ​ຮອດ​ອາເຊນ. ພວກເຈົ້າ​ຈະ​ຕ້ອງ​ປົບໜີ​ຄື​ກັບ​ປົບໜີ​ແຜ່ນດິນ​ໄຫວ​ໃນ​ສະໄໝ​ຂອງ​ອຸດຊີຢາ​ກະສັດ​ຂອງ​ຢູດາ.+ ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຈະ​ມາ​ຕັດສິນ​ແລະ​ພວກ​ຜູ້​ບໍລິສຸດ​ຈະ​ຢູ່​ກັບ​ເພິ່ນ.+

6 ໃນ​ມື້ນັ້ນ​ຈະ​ບໍ່​ມີ​ແສງ​ສະຫວ່າງ.+ ທຸກ​ສິ່ງ​ຈະ​ເຢັນ​ຈົນ​ແຂງ.* 7 ມື້ນັ້ນ​ຈະ​ເປັນ​ທີ່​ຮູ້ຈັກ​ວ່າ​ເປັນ​ວັນ​ຂອງ​ພະ​ເຢໂຫວາ.+ ມື້ນັ້ນ​ຈະ​ບໍ່​ມີ​ການ​ແຍກ​ກາງເວັນ​ກັບ​ກາງຄືນ. ເຖິງ​ວ່າ​ຈະ​ເປັນ​ຕອນຄ່ຳ​ແລ້ວ ແຕ່​ກໍ​ຈະ​ມີ​ແສງ​ຢູ່. 8 ໃນ​ມື້ນັ້ນ​ຈະ​ມີ​ນ້ຳ​ທີ່​ໃຫ້​ຊີວິດ+​ໄຫຼ​ອອກ​ມາ​ຈາກ​ເຢຣູຊາເລັມ.+ ເຄິ່ງ​ໜຶ່ງ​ຈະ​ໄຫຼ​ໄປ​ທາງ​ທະເລ​ທີ່​ຢູ່​ທິດ​ຕາເວັນ​ອອກ*+ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ໄຫຼ​ໄປ​ທາງ​ທະເລ​ທີ່​ຢູ່​ທິດ​ຕາເວັນຕົກ.*+ ມັນ​ຈະ​ເກີດຂຶ້ນ​ໃນ​ລະດູ​ຮ້ອນ​ແລະ​ໃນ​ລະດູ​ໜາວ. 9 ພະ​ເຢໂຫວາ​ເປັນ​ກະສັດ​ປົກຄອງ​ທົ່ວໂລກ.+ ໃນ​ມື້ນັ້ນ ທຸກ​ຄົນ​ຈະ​ນະມັດສະການ​ແຕ່​ພະ​ເຢໂຫວາ​ເທົ່ານັ້ນ+ ແລະ​ຈະ​ມີ​ແຕ່​ຊື່​ຂອງ​ເພິ່ນ​ທີ່​ໄດ້​ຮັບ​ການ​ສັນລະເສີນ.+

10 ແຜ່ນດິນ​ທັງໝົດ​ຈະ​ກາຍ​ເປັນ​ຄື​ກັບ​ອາຣາບາ+ ເຊິ່ງ​ເລີ່ມ​ຕັ້ງແຕ່​ເມືອງ​ເຄບາ+​ໄປ​ຈົນ​ຮອດ​ເມືອງ​ຣິມໂມນ+​ທີ່​ຢູ່​ທາງ​ທິດໃຕ້​ຂອງ​ເມືອງ​ເຢຣູຊາເລັມ. ເຢຣູຊາເລັມ​ຈະ​ສູງ​ໂດດເດັ່ນ​ແລະ​ຈະ​ມີ​ຄົນ​ອາໄສ​ຢູ່+ ຕັ້ງແຕ່​ປະຕູ​ຂອງ​ເບັນຢາມິນ+​ໄປ​ຈົນ​ຮອດ​ປະຕູ​ທຳອິດ ແລະ​ໄປ​ຈົນ​ຮອດ​ປະຕູແຈ. ຕັ້ງແຕ່​ປ້ອມ​ຮານາເນນ+​ໄປ​ຈົນ​ຮອດ​ອ່າງ​ຢຽບ​ໝາກ​ລະແຊັງ​ຂອງ​ກະສັດ 11 ຈະ​ມີ​ຄົນ​ອາໄສ​ຢູ່​ຫັ້ນ. ເມືອງ​ເຢຣູຊາເລັມ​ຈະ​ບໍ່​ຖືກ​ສາບແຊ່ງ​ອີກ​ຕໍ່ໄປ+​ແລະ​ຄົນ​ໃນ​ເມືອງ​ກໍ​ຈະ​ໃຊ້​ຊີວິດ​ຢ່າງ​ປອດໄພ.+

12 ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ທີ່​ມາ​ໂຈມຕີ​ເຢຣູຊາເລັມ​ເປັນ​ພະຍາດ​ຮ້າຍແຮງ.+ ຊີ້ນ​ຂອງ​ເຂົາເຈົ້າ​ຈະ​ເນົ່າເປື່ອຍ​ໄປ​ທັງ​ໆ​ທີ່​ເຂົາເຈົ້າ​ຢືນ​ຢູ່ ຕາ​ຂອງ​ເຂົາເຈົ້າ​ຈະ​ເນົ່າ​ຄາ​ເບົ້າຕາ ແລະ​ລີ້ນ​ຂອງ​ເຂົາເຈົ້າ​ກໍ​ຈະ​ເນົ່າ​ຄາ​ປາກ.

13 ໃນ​ມື້ນັ້ນ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຕື່ນ​ຕົກໃຈ​ແລະ​ຢ້ານ​ຫຼາຍ. ເຂົາເຈົ້າ​ຈະ​ຕໍ່ສູ້​ແລະ​ທຳຮ້າຍ​ກັນເອງ.+ 14 ຢູດາ​ຈະ​ຮ່ວມ​ມື​ກັນ​ກັບ​ເຢຣູຊາເລັມ​ເພື່ອ​ເຮັດ​ສົງຄາມ. ເຂົາເຈົ້າ​ຈະ​ລວບລວມ​ເອົາ​ຊັບ​ສົມບັດ​ທີ່​ເປັນ​ເງິນ ຄຳ ແລະ​ເຄື່ອງນຸ່ງ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເຂົາເຈົ້າ​ມາ​ຫຼາຍ​ແທ້​ຫຼາຍ​ວ່າ.+

15 ພະຍາດ​ຮ້າຍແຮງ​ຈະ​ເກີດຂຶ້ນ​ກັບ​ໂຕ​ມ້າ ໂຕລໍ* ໂຕອູດ ໂຕລາ ແລະ​ຝູງສັດ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍ​ຂອງ​ພວກ​ສັດຕູ.

16 ທຸກ​ຄົນ​ທີ່​ເຫຼືອ​ລອດ​ຈາກ​ຊາດ​ຕ່າງ​ໆ​ທີ່​ມາ​ຕໍ່ສູ້​ເຢຣູຊາເລັມ​ຈະ​ຕ້ອງ​ມາ​ເຢຣູຊາເລັມ​ທຸກ​ໆ​ປີ+ ເພື່ອ​ນະມັດສະການ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ+​ແລະ​ຜູ້​ເປັນ​ກະສັດ ແລະ​ເພື່ອ​ສະຫຼອງ​ເທດສະການ​ປຸກຕູບ.*+ 17 ຖ້າ​ຊາດ​ໃດ​ບໍ່​ໄດ້​ມາ​ເຢຣູຊາເລັມ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ແລະ​ຜູ້​ເປັນ​ກະສັດ ຝົນ​ຈະ​ບໍ່​ຕົກ​ໃຫ້​ເຂົາເຈົ້າ.+ 18 ຖ້າ​ຄົນ​ເອຢິບ​ບໍ່​ມາ​ແລະ​ບໍ່​ເຂົ້າ​ມາ​ໃນ​ເມືອງ​ເຢຣູຊາເລັມ ຝົນ​ກໍ​ຈະ​ບໍ່​ຕົກ​ໃຫ້​ເຂົາເຈົ້າ​ອີກ​ເລີຍ ແລະ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄົນ​ເອຢິບ​ເປັນ​ພະຍາດ​ຮ້າຍແຮງ ຄື​ກັບ​ທີ່​ເພິ່ນ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ທີ່​ບໍ່​ມາ​ສະຫຼອງ​ເທດສະການ​ປຸກຕູບ​ເປັນ​ພະຍາດ​ຮ້າຍແຮງ. 19 ນີ້​ແມ່ນ​ການ​ລົງໂທດ​ສຳລັບ​ຄວາມ​ຜິດ​ຂອງ​ຄົນ​ເອຢິບ​ແລະ​ຄວາມ​ຜິດ​ຂອງ​ຊາດ​ຕ່າງ​ໆ​ທີ່​ບໍ່​ໄດ້​ມາ​ສະຫຼອງ​ເທດສະການ​ປຸກຕູບ.

20 ໃນ​ມື້ນັ້ນ​ຄຳວ່າ ‘ພະ​ເຢໂຫວາ​ບໍລິສຸດ’+ ຈະ​ຖືກ​ຂຽນ​ໄວ້​ຢູ່​ກະລິ່ງ​ຂອງ​ໂຕມ້າ. ໝໍ້+​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຈະ​ເປັນ​ຄື​ກັບ​ຊາມ+​ທີ່​ຢູ່​ຕໍ່​ໜ້າ​ແທ່ນບູຊາ. 21 ໝໍ້​ທຸກ​ໜ່ວຍ​ທີ່​ຢູ່​ໃນ​ເຢຣູຊາເລັມ​ກັບ​ໃນ​ຢູດາ​ຈະ​ບໍລິສຸດ​ແລະ​ຈະ​ເປັນ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. ທຸກຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ຈະ​ໃຊ້​ໝໍ້​ເຫຼົ່ານີ້​ເພື່ອ​ຕົ້ມ. ໃນ​ມື້ນັ້ນ​ຈະ​ບໍ່​ມີ​ພວກ​ການາອານ*​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ອີກ​ຕໍ່ໄປ.”+

ດາຣິອຸດ​ທີ 1 ຫຼື ດາຣິອຸດ​ຜູ້​ຍິ່ງໃຫຍ່

ແປ​ວ່າ “ພະ​ເຢໂຫວາ​ລະນຶກ​ເຖິງ”

ເບິ່ງ​ພາກ​ຜະໜວກ ຂ15

ແປ​ຕາມ​ໂຕ​ວ່າ “ຫຼັງ​ຈາກ​ໄດ້​ຮັບ​ການ​ຍົກຍ້ອງ”

ແປ​ຕາມ​ໂຕ​ວ່າ “ມື”

ຫຼື “ຊຸດ​ປະຈຳ​ຕຳແໜ່ງ”

ຫຼື “ຍາມ”

ແປ​ຕາມ​ໂຕ​ວ່າ “ກ້ອນ​ຫີນ; ກົ່ວ”

ຫຼື​ອາດ​ແປ​ວ່າ “ຕາ”

ຫຼື “ງ່າ​ທີ່​ມີ​ໝາກ​ດົກ​ຫຼາຍ”

8,9 ແມັດ

4,5 ແມັດ

ແປ​ຕາມ​ໂຕ​ວ່າ “ເອຟາ.” ໃນ​ຂໍ້​ນີ້​ໝາຍເຖິງ​ຖັງ​ຫຼື​ກະຕ່າ​ສຳລັບ​ຜອງ​ເຄື່ອງ​ແຫ້ງ​ປະລິມານ 1 ເອຟາ. 1 ເອຟາ​ເທົ່າ​ກັບ 22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ແປ​ຕາມ​ໂຕ​ວ່າ “ລະຫວ່າງ​ຟ້າ​ກັບ​ດິນ”

ໝາຍເຖິງ​ບາບີໂລນ

ຫຼື “ແຜ່ນດິນ​ທີ່​ກາຍ​ທະເລ​ໄປ”

ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຮນດາຍ​ໃນ​ຂໍ້ 10

ອາດ​ໝາຍເຖິງ​ໂຢສີຢາ​ໃນ​ຂໍ້ 10

ເບິ່ງ​ພາກ​ຜະໜວກ ຂ15

ຫຼື “ລູກ​ກຳພ້າ”

ຫຼື “ປິ່ນ​ຫຼັງ​ໃສ່​ແບບ​ຫົວ​ແຂງ”

ຫຼື “ອັດ​ຫູ​ເພື່ອ​ບໍ່​ໃຫ້​ໄດ້​ຍິນ”

ຫຼື “ຄຳ​ສອນ”

ຫຼື “ເຮັດ​ໃຈ​ແຂງ​ຄື​ກັບ​ເພັດ”

ຫຼື “ຄວາມ​ສັດຊື່”

ຫຼື “ບໍ່​ເສຍໃຈ”

ແປ​ຕາມ​ໂຕ​ວ່າ “ຢ່າ​ຮັກ​ຄຳ​ສາບານ​ຕົວະ”

ແປ​ຕາມ​ໂຕ​ວ່າ “ຜູ້​ຊາຍ​ຄົນ​ຢິວ”

ອາດ​ໝາຍເຖິງ​ແຜ່ນດິນ​ຮັດຣັກ​ຫຼື​ດາມາເຊ

ຫຼື “ປ້ອມ”

ຫຼື “ກອງ​ທະຫານ”

ອາດ​ໝາຍເຖິງ​ຄວາມ​ທຸກ​ຂອງ​ປະຊາຊົນ​ຂອງ​ເພິ່ນ

ຫຼື “ຜູ້​ໄດ້​ໄຊ​ຊະນະ; ຜູ້​ຊ່ວຍ​ເຫຼືອ”

ຫຼື​ອາດ​ແປ​ວ່າ “ເຢຣູຊາເລັມ.” ແປ​ຕາມ​ໂຕ​ວ່າ “ເຈົ້າ.”

ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”

ຫຼື “ເວົ້າ​ເລື່ອງ​ເລິກລັບ”

ແປ​ຕາມ​ໂຕ​ວ່າ “ແບ້​ໂຕ​ຜູ້”

ແປ​ຕາມ​ໂຕ​ວ່າ “ປ້ອມ​ທີ່​ຢູ່​ແຈ” ເຊິ່ງ​ເຮັດ​ໃຫ້​ຄິດ​ເຖິງ​ຜູ້​ຊາຍ​ທີ່​ເປັນ​ຄົນ​ສຳຄັນ​ຫຼື​ຫົວໜ້າ

ແປ​ຕາມ​ໂຕ​ວ່າ “ຕະປູ” ເຊິ່ງ​ເຮັດ​ໃຫ້​ຄິດ​ເຖິງ​ຄົນ​ທີ່​ສະໜັບສະໜູນ​ຫຼື​ຜູ້​ປົກຄອງ

ຫຼື “ພວກ​ຫົວໜ້າ”

ຕົ້ນ​ແປກ​ຊະນິດ​ໜຶ່ງ

ຕົ້ນ​ແປກ​ຊະນິດ​ໜຶ່ງ

342 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຫຼື “ລົມ​ຫາຍໃຈ”

ຫຼື “ຖ້ວຍ”

ຫຼື “ເປັນ​ພາລະ”

ຫຼື “ໃນ​ບ່ອນ​ທີ່​ສົມຄວນ​ຢູ່”

ຫຼື “ທີ່​ອ່ອນ​ທີ່​ສຸດ”

ແປ​ຕາມ​ໂຕ​ວ່າ “ຂ້ອຍ​ເປັນ​ຄົນ​ໄຖ​ນາ”

ແປ​ຕາມ​ໂຕ​ວ່າ “ຢູ່​ລະຫວ່າງ​ມື​ທັງ​ສອງ​ເບື້ອງ​ຂອງ​ເຈົ້າ” ໝາຍເຖິງ​ຢູ່​ເອິກ​ຫຼື​ຢູ່​ຫຼັງ

ຫຼື “ຂອງ​ຄົນ​ທີ່​ຮັກ​ຂ້ອຍ”

ຫຼື “ຝູງ​ແກະ”

ໝາຍເຖິງ​ເຢຣູຊາເລັມ

ແປ​ຕາມ​ໂຕ​ວ່າ “ທະເລ”

ຫຼື “ເໜັງ​ບໍ່​ໄດ້” ຄື​ກັບ​ວ່າ​ເຮັດ​ໃຫ້​ແຂງ​ດ້ວຍ​ຄວາມ​ເຢັນ

ໝາຍເຖິງ​ທະເລ​ຕາຍ

ໝາຍເຖິງ​ທະເລ​ເມດີແຕຣາເນ

ລໍ​ມີ​ພໍ່​ເປັນ​ລາ​ແລະ​ມີ​ແມ່​ເປັນ​ມ້າ

ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ

ຫຼື​ອາດ​ແປ​ວ່າ “ພວກ​ພໍ່​ຄ້າ”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌