ເມື່ອສິນລະທຳເສື່ອມລົງຢ່າງໜ້າຕົກໃຈ
ເຈົ້າຄິດວ່າສະພາບທາງດ້ານສິນລະທຳເລີ່ມເສື່ອມລົງຢ່າງໜ້າຕົກໃຈຕອນໃດ? ຕອນຊ່ວງຊີວິດຂອງເຈົ້າ ຫຼືຂອງຍາດພີ່ນ້ອງຫຼືໝູ່ທີ່ມີອາຍຸຫຼາຍກວ່າເຈົ້າບໍ? ບາງຄົນບອກວ່າສົງຄາມໂລກຄັ້ງທີ 1 ເຊິ່ງເກີດຂຶ້ນໃນປີ 1914 ນຳເອົາຄວາມເສື່ອມຊາມທາງດ້ານສິນລະທຳເຂົ້າມາແບບທີ່ບໍ່ເຄີຍເປັນມາກ່ອນ. ສາດສະດາຈານ ດ້ານປະຫວັດສາດ ໂຣເບີດ ໂວນ ຂຽນໃນປຶ້ມ ຄົນຍຸກ 1914 (ພາສາອັງກິດ) ວ່າ “ຄົນທີ່ລອດຜ່ານສົງຄາມນັ້ນມາໄດ້ບໍ່ສາມາດລົບລ້າງຄວາມຄິດທີ່ວ່າໂລກໜຶ່ງໄດ້ສິ້ນສຸດໄປແລ້ວ ແລະ ອີກໂລກໜຶ່ງເລີ່ມຕົ້ນຂຶ້ນໃນເດືອນສິງຫາ ປີ 1914.”
ນັກປະຫວັດສາດຄົນໜຶ່ງທີ່ຊື່ ນໍແມນ ແຄນເທີ ເວົ້າວ່າ: “ຢູ່ທົ່ວທຸກແຫ່ງ ມາດຕະຖານການປະພຶດໂຕໃນສັງຄົມເຊິ່ງກຳລັງເສື່ອມຊາມລົງຢູ່ແລ້ວໄດ້ຖືກທຳລາຍຈົນໝົດສິ້ນ. ຖ້ານັກການເມືອງແລະຄົນທີ່ມີອຳນາດປະຕິບັດຕໍ່ຫຼາຍລ້ານຄົນທີ່ຢູ່ໃນຄວາມເບິ່ງແຍງຂອງໂຕເອງຄືກັບສັດທີ່ຖືກພາໄປຂ້າ ແລ້ວຈະມີຫຼັກການໃດທາງສາສະໜາຫຼືທາງຈາລິຍະທຳທີ່ສາມາດເຮັດໃຫ້ຄົນເຮົາບໍ່ປະຕິບັດຕໍ່ກັນດ້ວຍຄວາມໂຫດຮ້າຍຄືກັບສັດ?...ການຂ້າກັນໃນສົງຄາມໂລກຄັ້ງທີ 1 [1914 -1918] ເຮັດໃຫ້ຊີວິດຂອງມະນຸດເບິ່ງຄືບໍ່ມີຄ່າເລີຍ.”
ໃນງານວິໄຈໜຶ່ງທີ່ລະອຽດຖີ່ຖ້ວນຊື່ ໂຄງຮ່າງຂອງປະຫວັດສາດ (ພາສາອັງກິດ) ນັກປະຫວັດສາດຄົນອັງກິດຊື່ ເອັດຈ໌.ຈີ.ເວວສ໌ ເວົ້າວ່າ ຕັ້ງແຕ່ມີການຍອມຮັບທິດສະດີວິວັດທະນາການ “ການເສື່ອມຊາມທາງດ້ານສິນລະທຳຢ່າງແທ້ຈິງກໍຕາມມາ.” ຍ້ອນຫຍັງ? ບາງຄົນຖືວ່າມະນຸດເປັນພຽງສັດຊັ້ນສູງຊະນິດໜຶ່ງ. ເວວສ໌ເຊິ່ງເປັນນັກວິວັດທະນາການຄືກັນໄດ້ຂຽນໃນປີ 1920 ວ່າ: “ເຂົາເຈົ້າລົງຄວາມເຫັນວ່າ ມະນຸດເປັນສັດສັງຄົມຄືກັນກັບໝາລ່າເນື້ອສາຍພັນອິນເດຍ. . . ດັ່ງນັ້ນ ຈຶ່ງເບິ່ງຄືວ່າເປັນເລື່ອງຖືກຕ້ອງແລ້ວທີ່ໝາໂຕໃຫຍ່ໃນຝູງມະນຸດ ຂົ່ມເຫງແລະເຮັດໃຫ້ໂຕອື່ນໆຍອມຈຳນົນ.”
ເລື່ອງນີ້ເປັນຄືກັບທີ່ແຄນເທີເວົ້າໄວ້ ສົງຄາມໂລກຄັ້ງທີໜຶ່ງສົ່ງຜົນເສຍຫາຍຢ່າງໃຫຍ່ຫຼວງຕໍ່ຄວາມຮູ້ສຶກທາງດ້ານສິນລະທຳຂອງຜູ້ຄົນ. ລາວຊີ້ແຈງວ່າ “ຄົນລຸ້ນເກົ່າຖືກເຮັດໃຫ້ໝົດຄວາມໜ້າເຊື່ອຖືໃນທຸກດ້ານຕັ້ງແຕ່ການເມືອງ ການແຕ່ງໂຕ ແລະມຸມມອງເລື່ອງເພດ.” ຄລິດຕະຈັກເຊິ່ງນຳເອົາຄຳສອນຂອງຄລິດສະຕຽນໄປສະໜັບສະໜູນທິດສະດີວິວັດທະນາການແລະຍຸຍົງໃຫ້ປະເທດຕ່າງໆຕໍ່ສູ້ກັນໄດ້ມີສ່ວນໃນການເຮັດໃຫ້ສິນລະທຳເສື່ອມລົງ. ນາຍພົນຈັດຕະວາຄົນອັງກິດຊື່ ແຟຣັງ ໂຄຣເຊີຂຽນວ່າ: “ຄລິດຕະຈັກຂອງພວກຄລິດສະຕຽນເປັນຕົວການຍຸຍົງໃຫ້ມີເກີດການນອງເລືອດແລະເຮົາໄດ້ໃຊ້ຄລິດຕະຈັກນັ້ນຢ່າງເຕັມທີ.”
ຫຼັກສິນລະທຳຖືກປະຖິ້ມ
ຫຼັງຈາກສົງຄາມໂລກຄັ້ງທີ 1 ເຊິ່ງເອີ້ນກັນວ່າທົດສະວັດ 1920 ເຖິງຈະເປັນຍຸກທີ່ຈະເລີນຮຸ່ງເຮືອງ ແຕ່ຄ່ານິຍົມເກົ່າໆແລະການຮັກສາໂຕເອງທາງດ້ານສິນລະທຳຖືກປ່ອຍປະລະເລີຍແລະຖືກແທນທີ່ດ້ວຍຄວາມຄິດແບບໃດກໍໄດ້. ນັກປະຫວັດສາດ ເຟຣເດິຣິກ ລູອິດ ແອວແລນ ເວົ້າວ່າ: “ໃນຊ່ວງສິບປີຫຼັງຈາກສົງຄາມອາດຖືກເອີ້ນໄດ້ຢ່າງເໝາະສົມວ່າເປັນທົດສະວັດແຫ່ງການບໍ່ມີມາລະຍາດ...ລະບຽບແບບເກົ່າໆໄດ້ສິ້ນສຸດລົງໄປພ້ອມກັບຄ່ານິຍົມທີ່ເຮັດໃຫ້ຊີວິດມີຄວາມໝາຍແລະເພິ່ງພໍໃຈ ແລະມັນກໍບໍ່ງ່າຍທີ່ຈະຫາຄ່ານິຍົມອື່ນເຂົ້າມາແທນທີ່.”
ພາວະເສດຖະກິດຕົກຕ່ຳຄັ້ງໃຫຍ່ໃນທົດສະວັດທີ 1930 ຊ່ວຍໃຫ້ຫຼາຍຄົນໄດ້ສະຕິຍ້ອນເຮັດໃຫ້ເຂົາເຈົ້າພົບກັບຄວາມທຸກຍາກ. ແຕ່ເມື່ອທົດສະວັດນັ້ນຈົບລົງ ໂລກກໍເຂົ້າສູ່ສົງຄາມອີກເທື່ອໜຶ່ງເຊິ່ງຮ້າຍແຮງກວ່າເກົ່າ ນັ້ນຄືສົງຄາມໂລກຄັ້ງທີ 2. ບໍ່ດົນ ຊາດຕ່າງໆກໍສ້າງອາວຸດທຳລາຍລ້າງທີ່ຮ້າຍແຮງຫຼາຍເພື່ອຊ່ວຍໂລກຂຶ້ນມາຈາກພາວະເສດຖະກິດທີ່ຕົກຕ່ຳ ແຕ່ມັນພັດເຮັດໃຫ້ໂລກລົງໄປສູ່ຄວາມທຸກແລະຄວາມຢ້ານເກີນກວ່າທີ່ມະນຸດຈະນຶກພາບອອກໄດ້. ເມື່ອສົງຄາມຈົບລົງ ເມືອງຕ່າງໆຫຼາຍຮ້ອຍເມືອງເຫຼືອແຕ່ຊາກຫັກພັງ. ໃນຍີ່ປຸ່ນມີສອງເມືອງຖືກທຳລາຍຈົນມຸ່ນອັບຍັບໂດຍທີ່ແຕ່ລະເມືອງຖືກລະເບີດປະລະມານູພຽງແຕ່ລູກດຽວ! ຫຼາຍລ້ານຄົນເສຍຊີວິດໃນຄ້າຍກັກຂັງ. ລວມທັງໝົດແລ້ວ ສົງຄາມໃນຄັ້ງນັ້ນເຮັດໃຫ້ ຜູ້ຊາຍ ຜູ້ຍິງ ແລະເດັກນ້ອຍເສຍຊີວິດປະມານ 50 ລ້ານຄົນ.
ຊ່ວງທີ່ເກີດສະພາບການທີ່ເປັນຕາຢ້ານໃນສົງຄາມໂລກຄັ້ງທີ 2 ແທນທີ່ຈະຍຶດໝັ້ນກັບມາດຕະຖານຕາມປະເພນີທີ່ນັບຖືກັນມາດົນໃນເລື່ອງມາລະຍາດ ຄົນສ່ວນຫຼາຍພັດຄິດຄົ້ນກົດເກນດ້ານການກະທຳຂຶ້ນມາເອງ. ປຶ້ມຄວາມຮັກ ເພດ ແລະສົງຄາມ—ຄ່ານິຍົມທີ່ປ່ຽນໄປ 1939-1945 (ພາສາອັງກິດ) ເວົ້າວ່າ: “ເບິ່ງຄືວ່າບໍ່ມີການຢັບຢັ້ງໂຕເອງໃນເລື່ອງເພດໃນຊ່ວງນັ້ນ ຂະນະທີ່ການປະພຶດໂຕແບບທີ່ຢູ່ໃນສະໜາມຮົບໄດ້ແຊກຊຶມເຂົ້າມາສູ່ຜູ້ຄົນໃນເຂດຕ່າງໆ. . . . ບໍ່ດົນຄວາມຮີບດ່ວນແລະຄວາມຕື່ນເຕັ້ນຂອງສົງຄາມໄດ້ທຳລາຍຂໍ້ຈຳກັດດ້ານສິນລະທຳ ແລະຊີວິດຄອບຄົວໃນຫຼາຍໆດ້ານກໍເບິ່ງຄືວ່າບໍ່ມີຄ່າແລະສັ້ນຄືກັບຊີວິດໃນສະໜາມຮົບ.”
ການທີ່ຕ້ອງສ່ຽງກັບຄວາມຕາຍຕະຫຼອດເວລາເຮັດໃຫ້ຜູ້ຄົນຕ້ອງການທີ່ຈະສ້າງຄວາມຜູກພັນທາງດ້ານອາລົມຕໍ່ກັນຫຼາຍຂຶ້ນ ລວມເຖິງຄວາມສຳພັນແບບຊົ່ວຄາວ. ແມ່ບ້ານຄົນອັງກິດຄົນໜຶ່ງເຊິ່ງພະຍາຍາມຈະຫາເຫດຜົນໃນການປ່ອຍໂຕທາງເພດໃນຊ່ວງທີ່ວຸ່ນວາຍນັ້ນເວົ້າວ່າ: “ເຮົາບໍ່ໄດ້ເຮັດຜິດສິນລະທຳແທ້ໆດອກ ຍ້ອນເຮົາກຳລັງຢູ່ໃນຊ່ວງສົງຄາມ.” ທະຫານຄົນອາເມຣິກາຄົນໜຶ່ງຍອມຮັບວ່າ: “ຕາມມາດຕະຖານຂອງຄົນທົ່ວໄປ ເຮົາເປັນຄົນທີ່ບໍ່ມີສິນລະທຳ ແຕ່ຕອນນັ້ນເຮົາອາຍຸຍັງນ້ອຍແລະອາດຈະຕາຍໃນມື້ຕໍ່ໄປກໍໄດ້.”
ຄົນທີ່ລອດຊີວິດຈາກສົງຄາມໃນຄັ້ງນັ້ນຫຼາຍຄົນຕ້ອງທົນທຸກເນື່ອງຈາກສິ່ງທີ່ເປັນຕາຢ້ານທີ່ເຂົາເຈົ້າເຫັນ. ຈົນຮອດທຸກມື້ນີ້ ບາງຄົນລວມທັງຄົນທີ່ຍັງເປັນເດັກນ້ອຍໃນຕອນນັ້ນຕ້ອງເຫັນພາບໃນອະດີດທີ່ກັບມາຫຼອກຫຼອນເຂົາເຈົ້າ ຫຼືມີຄວາມຮູ້ສຶກວ່າເຫດການບໍ່ດີນັ້ນກຳລັງຈະເກີດຂຶ້ນອີກ. ຫຼາຍຄົນສູນເສຍຄວາມເຊື່ອຂອງໂຕເອງໄປພ້ອມໆກັບຄວາມສຳນຶກດ້ານສິນລະທຳ. ໂດຍບໍ່ຍອມຮັບອຳນາດທີ່ກຳນົດວ່າອັນໃດຖືກອັນໃດຜິດ ຜູ້ຄົນເລີ່ມເບິ່ງວ່າທຸກສິ່ງທຸກຢ່າງເປັນເລື່ອງມຸມມອງຂອງແຕ່ລະຄົນ.
ມາດຕະຖານໃໝ່ທາງສັງຄົມ
ຫຼັງສົງຄາມໂລກຄັ້ງທີ 2 ມີການພິມງານວິໄຈກ່ຽວກັບພຶດຕິກຳທາງເພດຂອງມະນຸດ. ງານວິໄຈສະບັບໜຶ່ງຢູ່ສະຫະລັດອາເມຣິກາໃນຊ່ວງທົດສະວັດ 1940 ເປັນລາຍງານຂອງຄິນຊີເຊິ່ງມີຄວາມໜາຫຼາຍກວ່າກວ່າ 800 ໜ້າ. ຜົນທີ່ເກີດຈາກເລື່ອງນີ້ກໍຄື ຫຼາຍຄົນເລີ່ມເວົ້າເຖິງເລື່ອງເພດຢ່າງເປີດເຜີຍ ເຊິ່ງກ່ອນໜ້ານັ້ນບໍ່ໄດ້ມີການເວົ້າກັນທົ່ວໄປ. ເຖິງວ່າຕໍ່ມາຈະມີການຍອມຮັບວ່າໂຕເລກສະຖິຕິຕ່າງໆໃນລາຍງານສະບັບນັ້ນກ່ຽວກັບຄົນທີ່ມີພຶດຕິກຳແບບຮັກເພດດຽວກັນແລະພຶດຕິກຳທາງເພດທີ່ເສື່ອມໂຊມອື່ນໆເປັນໂຕເລກທີ່ເກີນຄວາມເປັນຈິງ ແຕ່ງານວິໄຈນີ້ກໍເປີດເຜີຍເຖິງຄວາມເສື່ອມຊາມທາງດ້ານສິນລະທຳທີ່ໜ້າຕົກໃຈພາຍຫຼັງສົງຄາມ.
ໃນໄລຍະໜຶ່ງ ມີການພະຍາຍາມຮັກສາສິ່ງທີ່ເໝາະສົມເອົາໄວ້. ຕົວຢ່າງເຊັ່ນ: ໃນວິທະຍຸ ໜັງ ແລະໂທລະທັດເຊິ່ງມີເນື້ອຫາທີ່ຜິດສິນລະທຳຈະຖືກຕັດອອກໄປ. ແຕ່ສະພາບການແບບນີ້ກໍມີຢູ່ບໍ່ດົນ. ວິວລຽມ ເບັນເນັດເຊິ່ງເຄີຍເປັນລັດຖະມົນຕີກະຊວງສຶກສາທິການຂອງສະຫະລັດອາເມຣິກາອະທິບາຍວ່າ: “ແນວໃດກໍຕາມ ເມື່ອຮອດທົດສະວັດ 1960 ອາເມຣິກາກໍເລີ່ມຈົມລົງສູ່ສິ່ງທີ່ອາດເວົ້າໄດ້ວ່າການທຳລາຍທາງອາລິຍະທຳ.” ແລະສິ່ງນີ້ສະທ້ອນໃຫ້ເຫັນອີກໃນຫຼາຍແຫ່ງ. ເປັນຫຍັງສິນລະທຳຈຶ່ງເສື່ອມໄວຫຼາຍຂຶ້ນໃນຊ່ວງທົດສະວັດ 1960?
ໃນຊ່ວງທົດສະວັດນັ້ນມີເຫດການສອງຢ່າງທີ່ເກືອບຈະເກີດຂຶ້ນພ້ອມໆກັນຄື ມີຂະບວນການຮຽກຮ້ອງສິດທິຜູ້ຍິງແລະມີການປ່ຽນແປງຄັ້ງໃຫຍ່ໃນມຸມມອງກ່ຽວກັບເລື່ອງເພດພ້ອມກັບສິ່ງທີ່ເອີ້ນກັນວ່າ ສິນລະທຳແບບໃໝ່. ນອກຈາກນັ້ນ ມີການຄິດຄົ້ນຢາຄຸມກຳເນີດທີ່ໄດ້ຜົນ. ໃນເມື່ອສາມາດມີເພດສຳພັນໂດຍທີ່ບໍ່ຕ້ອງຢ້ານວ່າຈະມີລູກ “ຮັກແບບເສລີ” ຫຼື “ເພດສຳພັນທີ່ທັງສອງຝ່າຍບໍ່ມີຂໍ້ຜູກມັດ” ກໍເລີ່ມແຜ່ຫຼາຍຈົນກາຍເປັນເລື່ອງປົກກະຕິ.
ໃນເວລາດຽວກັນ ໜັງສືພິມ ໜັງ ແລະໂທລະທັດກໍຫຼຸດມາດຕະຖານທາງດ້ານສິນລະທຳລົງ. ຕໍ່ມາ ຊະບິກນີເຢບ ເບຣຊິນສະກີ ອະດີດປະທານສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດອາເມຣິກາໄດ້ເວົ້າກ່ຽວກັບຄ່ານິຍົມທີ່ມີການນຳສະເໜີໃນໂທລະທັດວ່າ: “ຄ່ານິຍົມນັ້ນຍົກຍ້ອງການສະໜອງຄວາມປາດຖະໜາຂອງໂຕເອງຢ່າງຈະແຈ້ງ. ມັນເຮັດໃຫ້ຄວາມຮຸນແຮງແລະຄວາມໂຫດຮ້າຍກາຍເປັນເລື່ອງທຳມະດາ [ແລະ] ສົ່ງເສີມໃຫ້ມີເພດສຳພັນຫຼາຍຮູບແບບ.”
ເມື່ອຮອດທົດສະວັດ 1970 ເຄື່ອງຫຼິ້ນວິດີໂອກໍໄດ້ຮັບຄວາມນິຍົມ. ຕອນນີ້ເມື່ອຢູ່ເຮືອນສ່ວນໂຕ ຜູ້ຄົນສາມາດເບິ່ງສິ່ງທີ່ຜິດສິນລະທຳແລະເລື່ອງທີ່ບໍ່ເໝາະສົມທາງເພດ ເຊິ່ງເຂົາເຈົ້າຈະບໍ່ຍອມໃຫ້ຄົນອື່ນເຫັນວ່າເຂົາເຈົ້າຍ່າງເຂົ້າໄປເບິ່ງສິ່ງເຫຼົ່ານັ້ນໃນໂຮງໜັງສາທາລະນະ. ຕໍ່ມາ ສື່ລາມົກທີ່ເປັນຕາຂີ້ດຽດຫຼາຍທີ່ສຸດກໍສາມາດເບິ່ງໄດ້ທົ່ວໂລກໂດຍການໃຊ້ອິນເຕີເນັດ ແລະໃຜກໍຕາມທີ່ມີຄອມພິວເຕີກໍສາມາດເຂົ້າເບິ່ງໄດ້.
ຜົນກະທົບທີ່ຕາມມາໃນຫຼາຍໆດ້ານນັ້ນເປັນຕາຢ້ານ. ຜູ້ຄຸມຄຸກຄົນໜຶ່ງໃນສະຫະລັດອາເມຣິກາເວົ້າເມື່ອບໍ່ດົນມານີ້ວ່າ: “ສິບປີທີ່ແລ້ວ ເມື່ອພວກໄວລຸ້ນມາເຂົ້າຄຸກບ່ອນນີ້ ຂ້ອຍສາມາດເວົ້າກັບເຂົາເຈົ້າໄດ້ວ່າອັນໃດຖືກອັນໃດຜິດ. ແຕ່ພວກໄວລຸ້ນທີ່ມາເຂົ້າຄຸກໃນສະໄໝນີ້ບໍ່ເຂົ້າໃຈເລີຍວ່າຂ້ອຍກຳລັງເວົ້າເລື່ອງຫຍັງ.”
ແລ້ວເຮົາຈະເພິ່ງຫຍັງໄດ້?
ເຮົາບໍ່ສາມາດເພິ່ງຄລິດຕະຈັກຕ່າງໆໃນໂລກເພື່ອຈະໄດ້ຮັບການຊີ້ນຳທາງດ້ານສິນລະທຳ. ແທນທີ່ຈະຍຶດໝັ້ນກັບຫຼັກການທີ່ຖືກຕ້ອງຄືກັບພະເຢຊູແລະຜູ້ຕິດຕາມຂອງເພິ່ນໃນສະຕະວັດທຳອິດ ຄລິດຕະຈັກຕ່າງໆພັດໄດ້ພາໂຕເອງໄປເປັນສ່ວນໜຶ່ງຂອງໂລກແລະຄວາມຊົ່ວໃນໂລກນີ້. ນັກຂຽນຄົນໜຶ່ງຕັ້ງຄຳຖາມວ່າ: “ມີສົງຄາມເທື່ອໃດແດ່ທີ່ແຕ່ລະຝ່າຍບໍ່ໄດ້ອ້າງວ່າພະເຈົ້າຢູ່ຝ່າຍໂຕເອງ?” ໃນເລື່ອງການຍຶດໝັ້ນກັບມາດຕະຖານດ້ານສິນລະທຳຂອງພະເຈົ້າ ນັກເທດຄົນໜຶ່ງໃນນິວຢອກເວົ້າໄວ້ເມື່ອຫຼາຍປີກ່ອນວ່າ “ຄລິດຕະຈັກເປັນອົງກອນດຽວເທົ່ານັ້ນໃນໂລກທີ່ມີຂໍ້ຮຽກຮ້ອງສຳລັບການເຂົ້າເປັນສະມາຊິກໜ້ອຍກວ່າຂໍ້ຮຽກຮ້ອງສຳລັບການຂຶ້ນລົດໂດຍສານ.”
ເຫັນໄດ້ແຈ້ງວ່າ ສິນລະທຳທີ່ເສື່ອມລົງຢ່າງໜ້າຕົກໃຈຂອງໂລກນີ້ຮຽກຮ້ອງໃຫ້ມີການເຮັດຫຍັງບາງຢ່າງ. ແຕ່ແມ່ນຫຍັງ? ຈຳເປັນຕ້ອງມີການປ່ຽນແປງຫຍັງ? ໃຜຈະເຮັດແບບນັ້ນ ແລະຈະເຮັດໄດ້ແນວໃດ?
[ຖ້ອຍຄຳທີ່ຍົກມາ]
“ການຂ້າກັນໃນສົງຄາມໂລກຄັ້ງທີ 1 [1914-1918] ເຮັດໃຫ້ຄຸນຄ່າຊີວິດຂອງມະນຸດເສຍໄປ”
[ຂອບ]
ຄວາມດີກັບຄ່ານິຍົມ
ຄວາມດີເຄີຍເປັນເລື່ອງທີ່ເບິ່ງອອກໄດ້ງ່າຍໆ ເຊັ່ນ: ເບິ່ງວ່າລາວສັດຊື່ ພັກດີ ບໍລິສຸດ ແລະມີສິນລະທຳຫຼືບໍ່. ໃນປັດຈຸບັນນີ້ ຄຳວ່າ “ຄ່ານິຍົມ” ໄດ້ເຂົ້າມາແທນທີ່ຄຳວ່າ “ຄວາມດີ.” ແຕ່ມີບັນຫາຂໍ້ໜຶ່ງ ດັ່ງທີ່ນັກປະຫວັດສາດເກີທຣູດ ຮິມເມວຟາບ ເວົ້າໄວ້ໃນປຶ້ມຊື່ ການເຮັດໃຫ້ສັງຄົມເສື່ອມສິນລະທຳ (ພາສາອັງກິດ) ວ່າ: “ຄົນເຮົາບໍ່ສາມາດເວົ້າເຖິງຄວາມດີຄືກັບເວົ້າເຖິງຄ່ານິຍົມ. . .ໂດຍບອກວ່າທຸກຄົນມີສິດເລືອກຄວາມດີຂອງໂຕເອງ.
ລາວເວົ້າວ່າ ຄ່ານິຍົມ “ອາດເປັນຄວາມສັດທາ, ຄວາມຄິດເຫັນ, ມຸມມອງ, ຄວາມຮູ້ສຶກ, ນິດໄສ, ກົດລະບຽບໃນສັງຄົມ, ຄວາມມັກສ່ວນໂຕ, ອະຄະຕິ, ແມ່ນແຕ່ອຸດົມການ ຫຼືສິ່ງໃດກໍຕາມທີ່ຄົນໃດຄົນໜຶ່ງ ກຸ່ມໃດກຸ່ມໜຶ່ງ ຫຼືສັງຄົມຖືວ່າມີຄ່າ ບໍ່ວ່າເວລາໃດເວລາໜຶ່ງ ແລະບໍ່ວ່າດ້ວຍເຫດຜົນໃດເຫດຜົນໜຶ່ງ.” ໃນສັງຄົມເສລີສະໄໝປັດຈຸບັນຜູ້ຄົນຮູ້ສຶກວ່າເປັນເລື່ອງເໝາະສົມທີ່ຈະເລືອກຄ່ານິຍົມຂອງໂຕເອງ ຄືກັບທີ່ເຂົາເຈົ້າເລືອກຊື້ເຄື່ອງໃນຮ້ານຄ້າ. ແຕ່ເມື່ອເປັນແບບນີ້ ຈະເກີດຫຍັງຂຶ້ນກັບຄວາມດີແລະສິນລະທຳທີ່ແທ້ຈິງ?
[ຮູບພາບ]
ຄວາມບັນເທີງທີ່ເສື່ອມຊາມນັ້ນຫາໄດ້ງ່າຍໆ