ເຈົ້າຄວນຈະເຮັດຫຍັງ?
50 ເຈົ້າຕ້ອງການຢູ່ຕະຫຼອດໄປໃນອຸທິຍານອັນງົດງາມນັ້ນບໍ?
ຖ້າເຊັ່ນນັ້ນຈົ່ງຮຽນຮູ້ຄຳຕັດຂອງພະເຈົ້າ ແລະອ່ານຄຳພີໄບເບິນຫຼາຍຂຶ້ນ.—ໂຍຮັນ 17:3; ຄຳປາກົດ 1:3
51 ຈົ່ງຮຽນຮູ້ເລື່ອງພະເຍຊູຫຼາຍຂຶ້ນ.—ພະບັນຍັດຕິທີ2 18:18, 19; ໂຍຮັນ 3:16; ກິດຈະການ 3:19-23
52 ຈົ່ງພະຍາຍາມເຮັດສະເພາະສິ່ງດີ ແລະເຊື່ອຟັງພະເຢໂຫວາ.—ໂລມ 6:17, 18, 22
53 ຈົ່ງຈື່ໄວ້ວ່າ ພະເຢໂຫວາຕັດວ່າ ເຮົາຕ້ອງບໍ່ຂ້າຄົນ.—ອຸປະຍົກໜີ 20:13; 1 ໂຍຮັນ 3:11, 12
54 ເຮົາຕ້ອງບໍ່ເອົາເຄື່ອງຂອງຂອງຄົນອື່ນ.—ອຸປະຍົກໜີ 20:15; ເອເຟດ 4:28
55 ຜູ້ຊາຍບໍ່ຄວນຢູ່ຫຼືນອນນຳຜູ້ຍິງ ເວັ້ນແຕ່ລາວແມ່ນພັນລະຍາຂອງໂຕເອງ.—ອຸປະຍົກໜີ 20:14, 17; 1 ເທຊະໂລນີກ 4:3
56 ເຈົ້າຈື່ໄດ້ບໍວ່າ ພະເຈົ້າອະນຸຍາດໃຫ້ສາມີມີພັນລະຍາຈັກຄົນ? ສາມີຄວນຈະຢູ່ນຳ ພັນລະຍານານເທົ່າໃດ?—ຕົ້ນເດິມ 2:22, 24; ມັດທາຽ 19:5, 6; 1 ໂກລິນໂທ 7:2, 10, 11
57 ຈົ່ງຈື່ໄວ້ເຊັ່ນກັນວ່າ ເຮົາຕ້ອງນະມັດສະການສະເພາະພະເຢໂຫວາເທົ່ານັ້ນ.—ມັດທາຽ 4:10; 1 ໂກລິນໂທ 8:6
58 ຮູບພະແລະຮູບປັ້ນບໍ່ສາມາດຊ່ວຍເຮົາໄດ້. ເປັນຫຍັງແດ່?—1 ໂກລິນໂທ 8:4
ດີບໍທີ່ເຮົາຈະມີຮູບພະ?—ພະບັນຍັດຕິທີ2 27:15; 1 ໂຍຮັນ 5:21
59 ເປັນຫຍັງການມີເຄື່ອງໂຊກລາງບໍ່ດີ?—ພະບັນຍັດຕິທີ2 18:10-13; ຄຳປາກົດ 21:8
60 ທູດສະຫວັນທີ່ບໍ່ດີຫຼືພູດຜີສາດກະບົດຕໍ່ພະເຈົ້າ. ພວກມັນໃຊ້ໝໍດູລໍ້ລວງມະນຸດ.—ກິດຈະການ 16:16
61 ເຮົາຕ້ອງອະທິດຖານເຖິງພະເຈົ້າ. ການອະທິດຖານໝາຍເຖິງການເວົ້ານຳພະເຈົ້າ ບອກພະອົງວ່າເຮົາຕ້ອງການຈະຮັບໃຊ້ພະອົງແລະຂໍຄວາມຊ່ວຍເຫຼືອຈາກພະອົງ.—ຟີລິບ 4:6, 7
62 ເຮົາຕ້ອງເຊື່ອຟັງພະເຍຊູແລະໄວ້ວາງໃຈໃນພະອົງ.—ເຫບເລິ 5:9; ໂຍຮັນ 3:16
63 ຈົ່ງຈື່ໄວ້ວ່າ ພະອົງຕາຍເພື່ອຊ່ວຍເຮົາ.—ໂລມ 5:8
64 ຈົ່ງຈື່ໄວ້ວ່າ ພະເຍຊູແມ່ນກະສັດຂອງເຮົາທີ່ເຮົາເບິ່ງບໍ່ເຫັນ. ເຮົາຄວນເຊື່ອຟັງພະອົງ.—ຟີລິບ 2:9-11; ຄຳປາກົດ 19:16
65 ພະເຍຊູຕັດວ່າ ເຈົ້າຄວນບອກຄົນອື່ນໆ ເຖິງເລື່ອງດີໆ ທີ່ເຈົ້າພວມຮຽນຢູ່ ແລະຜູ້ທີ່ຕ້ອງການຈະຮັບໃຊ້ພະເຈົ້າຄວນຮັບບັບເຕມາ.—ມັດທາຽ 28:19, 20; ໂຍຮັນ 4:7-15
66 ດັ່ງນັ້ນ ເຈົ້າອາດຈະເວົ້ານຳເພື່ອນເຈົ້າເຖິງເລື່ອງດີໆ ເຫຼົ່ານີ້.—ມັດທາຽ 10:32
67 ຖ້າເຈົ້າຮຽນອ່ານໄດ້ຄັກແນ່ ເຈົ້າກສາມາດຮຽນອີກຫຼາຍຢ່າງ ແລະຈະສາມາດຊ່ວຍຄົນອື່ນໄດ້ດີຂຶ້ນ.—2 ຕີໂມເຕ 2:15
68 ພະເຍຊູສອນເດັກນ້ອຍໃຫ້ເຊື່ອຟັງພະເຈົ້າດ້ວຍ. ພະອົງບໍ່ເຄີຍມີວຽກຫຼາຍຈົນບໍ່ມີເວລາເວົ້ານຳພວກເຂົາ.—ມັດທາຽ 19:13-15
69 ພໍ່ແມ່ຄວນສອນລູກຂອງຕົນສະເໝີ ໃຫ້ເຊື່ອຟັງພະເຈົ້າແລະຮັກພະອົງ.—ພະບັນຍັດຕິທີ2 6:6, 7; ສຸພາສິດ 6:20-22; ເອເຟດ 6:4
70 ມີຫຼັກຄຳສອນຕ່າງໆ ຫຼາຍຢ່າງ. ຫຼັກຄຳສອນຫຼາຍຂໍ້ບໍ່ໄດ້ມາຈາກຄຳພີໄບເບິນ. ພະເຢໂຫວາບອກເຮົາໃຫ້ຖິ້ມຫຼັກຄຳສອນທີ່ບໍ່ແທ້ເສຍ.—ຄຳປາກົດ 18:4; ໂຍຮັນ 4:23, 24
71 ພະເຢໂຫວາມີປະຊາຊົນເທິງແຜ່ນດິນໂລກຊຶ່ງສາມາດສອນເຈົ້າຫຼາຍຂຶ້ນກ່ຽວກັບພະອົງ. ເຈົ້າຮູ້ບໍວ່າເຂົາແມ່ນໃຜ?—ກິດຈະການ 15:14; ໂລມ 10:14, 15
72 ເຂົາແມ່ນພະຍານພະເຢໂຫວາ. ເຂົາມີສັນຕິລະຫວ່າງກັນ. ເຈົ້າຮູ້ບໍວ່າເພາະເຫດໃດ? ເພາະພວກເຂົາຮັກແພງກັນ.—ເອຊາອີ 43:10-12; ໂຍຮັນ 13:34, 35
73 ເພາະວ່າເຂົາຮັກພະເຢໂຫວາເຊັ່ນກັນ ເຂົາຮັບບັບເຕມາແລ້ວ. ອັນນີ້ແມ່ນວິທີທີ່ເຂົາສະແດງຢ່າງເປີດເຜີຍວ່າ ເຂົາເຊົາຈາກທາງຊີວິດທີ່ບໍ່ດີ ແລະຕ້ອງການຈະໃຊ້ຊີວິດຮັບໃຊ້ພະເຈົ້າ.—ກິດຈະການ 2:41
74 ພະຍານພະເຢໂຫວາຫວັງທີ່ຈະຢູ່ໃນອຸທິຍານໃໝ່ອັນງົດງາມ.—ຄຳເພງ 37:9-11, 29
75 ເຈົ້າອາດຈະເຮັດຫຍັງແດ່ ເພື່ອຈະຢູ່ນຳພວກເຂົາໃນບ່ອນນັ້ນ?—ຍາໂກໂບ 1:22, 25; 2:20-26
ຮ່ວມຮຽນນຳພວກເຂົາເຖິງວິທີຮັບໃຊ້ພະເຢໂຫວາ. ພວກເຂົາຮັກແລະເຊື່ອຟັງພະເຢໂຫວາ ແລະພະເຍຊູຄລິດ. ເຈົ້າຮັກທັງສອງພະອົງບໍ? ເຈົ້າຢາກຈະຊ່ວຍຄົນອື່ນໃຫ້ຮູ້ຈັກພະເຈົ້າບໍ?—ໂຍຮັນ 6:45-47
76 ພະເຢໂຫວາແລະພະເຍຊູຄລິດຮັກເຈົ້າ ແລະຕ້ອງການຈະໃຫ້ເຈົ້າຢູ່ຕະຫຼອດໄປໃນອຸທິຍານ.—ໂຍຮັນ 3:16
ທີ່ເຈົ້າຮຽນຮູ້ຈາກການພິຈາລະນາຮູບພາບແລະເລື່ອງຕ່າງໆ ທີ່ຢູ່ໃນປຶ້ມຫົວນີ້ ຄົງຈະເຮັດໃຫ້ເຈົ້າຢາກຈະເພີດເພີນນຳຊີວິດເທິງແຜ່ນດິນໂລກຕະຫຼອດໄປ. ຖ້າເຈົ້າຢາກຈະຮຽນຮູ້ຫຼາຍຂຶ້ນກ່ຽວກັບເລື່ອງນີ້ ເຮົາແນະນຳໃຫ້ເວົ້ານຳພະຍານພະເຢໂຫວາໃນບ່ອນທີ່ເຈົ້າຢູ່. ຫຼືເຈົ້າອາດຈະຂຽນຫຼືຂໍໃຫ້ໃຜຂຽນແທນເຈົ້າໄປເຖິງສຳນັກງານຢູ່ມໍ່ໆ ບ່ອນຢູ່ຂອງເຈົ້າຫຼາຍທີ່ສຸດຕາມທີ່ສະແດງໄວ້ໃນລາຍການບ່ອນທີ່ຢູ່ທີ່ໜ້າສອງຂອງປຶ້ມນີ້.