ບົດ 8
ປົບໜີຜູ້ກົດຂີ່
ໂຍເຊບປຸກມາລີໃຫ້ຕື່ນຂຶ້ນເພື່ອບອກຂ່າວດ່ວນ. ທູດຂອງພະເຢໂຫວາຫາກໍ່ປາກົດແກ່ເຂົາແລະບອກວ່າ “ຈົ່ງລຸກຂຶ້ນແລະເອົາເດັກນ້ອຍກັບແມ່ແຫ່ງຕົນ ແລະປົບໜີໄປໃນແຜ່ນດິນເອຄີບໂຕ ແລະອາໄສຢູ່ທີ່ນັ້ນ ຈົນເຖິງເຮົາຈະບອກທ່ານເພາະວ່າກະສັດເຫໂລດຈະຊອກຫາເດັກນ້ອຍນັ້ນເພື່ອຈະໃຫ້ພະອົງຕາຍ.”
ເຂົາທັງສາມຟ້າວປົບໜີ. ທັນເວລາພໍດີເພາະວ່າເຫໂລດຮູ້ວ່າໂໜເຫຼົ່ານັ້ນໄດ້ຫຼອກເຂົາແລະອອກຈາກປະເທດແລ້ວ. ເຈົ້າຄົງຈື່ໄດ້ວ່າ ເຫໂລດສັ່ງພວກໂໜໃຫ້ກັບມາຫາເຂົາເມື່ອເຂົາພໍ້ພະເຍຊູ. ເຫໂລດໂມໂຫຫຼາຍ. ດັ່ງນັ້ນດ້ວຍຄວາມພະຍາຍາມທີ່ຈະປະຫານພະເຍຊູ ເຂົາຈຶ່ງສັ່ງໃຫ້ຂ້າເດັກຊາຍທຸກຄົນທີ່ມີອາຍຸສອງຂວບແລະຕ່ຳກວ່າໃນເມືອງເບດເລເຫມແລະເຂດໃກ້ຄຽງ. ເຂົາຄາດຄິດເອົາເດັກອາຍຸສ່ຳນັ້ນເນື່ອງຈາກຂໍ້ມູນເຊິ່ງໄດ້ຈາກພວກໂໜທີ່ມາແຕ່ຕາເວັນອອກກ່ອນໜ້ານີ້.
ການຂ້າເດັກຊາຍທຸກຄົນເປັນພາບທີ່ໜ້າສະຫຍົດສະຫຍອງ! ທະຫານຂອງເຫໂລດບຸກເຂົ້າເຮືອນຫຼັງໜຶ່ງແລ້ວຕໍ່ອີກຫຼັງໜຶ່ງ. ເມື່ອພໍ້ເດັກຊາຍ ເຂົາກໍຈະຄວ້າເດັກນັ້ນຈາກອ້ອມແຂນຂອງແມ່. ເຮົາບໍ່ຮູ້ວ່າເດັກຖືກປະຫານໄປຫຼາຍປານໃດ ແຕ່ສຽງຮ້ອງໄຫ້ແລະຄ່ຳຄວນຂອງແມ່ເຫຼົ່ານັ້ນເຮັດໃຫ້ ຄຳພະຍາກອນໃນຄຳພີໄບເບິນທີ່ຜູ້ທຳນວາຍເຢເຣມີໄດ້ກ່າວໄວ້ສຳເລັດສົມຈິງ.
ຕອນນັ້ນໂຍເຊບແລະຄອບຄົວຂອງທ່ານໜີໄປເອຢີບຢ່າງປອດໄພ ແລະອາໄສຢູ່ທີ່ນັ້ນ. ແຕ່ແລ້ວຄືນໜຶ່ງ ທູດສະຫວັນຂອງພະເຢໂຫວາໄດ້ປາກົດຕໍ່ໂຍເຊບໃນຄວາມຝັນອີກ. ທູດນັ້ນວ່າ “ຈົ່ງລຸກຂຶ້ນແລະເອົາເດັກນ້ອຍນັ້ນກັບແມ່ແຫ່ງຕົນແລະໄປໃນແຜ່ນດິນຍິດສະລາເອນ ເພາະວ່າ ຄົນທັງຫຼາຍທີ່ຊອກຫາຈະຕັດຊີວິດແຫ່ງເດັກນ້ອຍນັ້ນກໍຕາຍແລ້ວ.” ດັ່ງນັ້ນຄຳພະຍາກອນໃນຄຳພີໄບເບິນອີກຂໍ້ໜຶ່ງໄດ້ສຳເລັດສົມຈິງທີ່ວ່າ ພະບຸດຂອງພະເຈົ້າຈະຖືກຮຽກຈາກເອຢີບ ແລ້ວຄອບຄົວນີ້ກໍເມືອບ້ານເກີດ.
ປາກົດວ່າໂຍເຊບຕັ້ງໃຈຈະຕັ້ງຖິ່ນຖານຢູ່ໃນຢູເດ ເມືອງເບດເລເຫມບ່ອນທີ່ເຂົາເຄີຍຢູ່ກ່ອນໜີໄປເອຢີບ. ແຕ່ເຂົາໄດ້ມາຮູ້ວ່າຕອນນີ້ອາເກລາອຶດບຸດຊົ່ວຂອງເຫໂລດເປັນກະສັດປົກຄອງແຂວງຢູເດ ແລະອີກເທື່ອໜຶ່ງພະເຢໂຫວາໄດ້ເຕືອນເຂົາເຖິງອັນຕະລາຍໂດຍຄວາມຝັນ. ດັ່ງນັ້ນ ໂຍເຊບແລະຄອບຄົວຂອງເຂົາຈຶ່ງໄປທາງເໜືອແລະຕັ້ງບ້ານເຮືອນທີ່ເມືອງນາຊາເລດໃນຄາລິເລ. ພະເຍຊູຈຶ່ງໄດ້ເຕີບໂຕຂຶ້ນໃນຊຸມຊົນນີ້ຫ່າງຈາກສູນກາງການດຳເນີນຊີວິດທາງສາສະໜາຢິວ. ມັດທາຽ 2:13-23; ເຢເຣມີ 31:15; ໂອເຊ 11:1.
▪ ເມື່ອພວກໂໜບໍ່ກັບມາລາຍງານ ກະສັດເຫໂລດໄດ້ເຮັດສິ່ງທີ່ໜ້າສະຫຍົດສະຫຍອງເຊັ່ນໃດ ແຕ່ພະເຍຊູໄດ້ຮັບການຄຸ້ມຄອງຢ່າງໃດ?
▪ ຕອນກັບຈາກເອຢີບແລ້ວ ເປັນຫຍັງໂຍເຊບຈຶ່ງບໍ່ຢູ່ໃນເມືອງເບດເລເຫມອີກ?
▪ ໃນຄຳພະຍາກອນຈາກຄຳພີໄບເບິນຂໍ້ໃດແດ່ໄດ້ສຳເລັດສົມຈິງໃນໄລຍະນັ້ນ?