ບົດ 7
ພະເຍຊູແລະພວກໂໜ
ຊາຍກຸ່ມໜຶ່ງມາຈາກທິດຕາເວັນອອກ. ເຂົາເປັນໂໜ ແມ່ນຄົນທີ່ອ້າງວ່າຕີຄວາມຕາມຕຳແໜ່ງຂອງດວງດາວໄດ້. ຂະນະທີ່ພວກເຂົາຢູ່ທີ່ທິດຕາເວັນອອກ ເຂົາໄດ້ເຫັນດາວດວງໃໝ່ ແລະໄດ້ຕິດຕາມດາວດວງນັ້ນຫຼາຍຮ້ອຍກິໂລແມັດຈົນຮອດເມືອງເຢຣຶຊາເລມ.
ເມື່ອໂໜເຫຼົ່ານີ້ມາເຖິງເມືອງເຢຣຶຊາເລມ ເຂົາສືບຖາມວ່າ “ກະສັດແຫ່ງພວກຊາວຢູເດ ຜູ້ໄດ້ເກີດມາແລ້ວຢູ່ໃນທີ່ໃດ ເຫດວ່າຫມູ່ເຮົາໄດ້ເຫັນດາວແຫ່ງພະອົງໃນທິດຕາເວັນອອກ ແລະຫມູ່ເຮົາໄດ້ມາເພື່ອຈະຂາບໄຫວ້ນະມັດສະການພະອົງ.”
ເມື່ອກະສັດເຫໂລດໃນກຸງເຢຣຶຊາເລມໄດ້ຍິນເລື່ອງນີ້ ທ່ານຮູ້ສຶກວຸ່ນວາຍໃຈຫຼາຍ. ດັ່ງນັ້ນທ່ານຈຶ່ງສັ່ງໃຫ້ປະໂລຫິດໃຫຍ່ເຂົ້າເຝົ້າແລະຖາມວ່າ ພະຄລິດຈະມາກຳເນີດຢູ່ໃສ. ປະໂລຫິດຕອບຕາມພະຄຳພີວ່າ “ໃນເມືອງເບດເລເຫມ.” ເມື່ອຮູ້ເຊັ່ນນັ້ນ ເຫໂລດໄດ້ເອີ້ນພວກໂໜມາເຂົ້າເຝົ້າ ແລະສັ່ງເຂົາວ່າ “ຈົ່ງໄປສືບຖາມດ້ວຍເດັກນ້ອຍນັ້ນ ແລະເມື່ອຫາໄດ້ແລ້ວຈົ່ງໃຫ້ແຈ້ງຄວາມແກ່ເຮົາ ເພື່ອເຮົາຈະໄດ້ໄປຂາບໄຫວ້ນະມັດສະການພະອົງດ້ວຍ.” ທີ່ຈິງແລ້ວ ເຫໂລດຕ້ອງການພົບກຸມານເພື່ອຈະຂ້າທ່ານ!
ພາຍຫຼັງພວກໂໜຈາກໄປແລ້ວ ສິ່ງປະຫຼາດໄດ້ເກີດຂຶ້ນ. ດາວດວງທີ່ເຂົາເຫັນເມື່ອຢູ່ທາງທິດຕາເວັນອອກກໍໄດ້ນຳໜ້າເຂົາໄປ. ເຫັນໄດ້ຊັດວ່າ ນັ້ນບໍ່ແມ່ນດາວທຳມະດາ ແຕ່ເປັນດາວທີ່ຈັດໄວ້ພິເສດເພື່ອຊີ້ທາງໃຫ້ເຂົາ. ພວກໂໜຕິດຕາມດາວນັ້ນໄປເລື້ອຍໆ ຈົນມາຢຸດຢູ່ເໜືອເຮືອນທີ່ໂຍເຊບແລະມາລີຢູ່ພໍດີ.
ເມື່ອໂໜເຂົ້າໄປໃນເຮືອນ ພວກເຂົາພົບມາລີກັບກຸມານເຍຊູ. ທັນໃດນັ້ນພວກເຂົາໄດ້ຄູ້ເຂົ່າລົງຂາບໄຫວ້ກຸມານນັ້ນ ແລະເອົາຂອງຂວັນອອກຈາກຖົງ ມີຄຳ, ກຳຍານແລະຢາງໄມ້ຫອມ. ຫຼັງຈາກນັ້ນ ເມື່ອເຂົາພວມຈະລາເມືອໄປບອກເຫໂລດວ່າກຸມານນັ້ນຢູ່ບ່ອນໃດພະເຈົ້າໄດ້ເຕືອນເຂົາໃນຄວາມຝັນບໍ່ໃຫ້ເຮັດເຊັ່ນນັ້ນ. ດັ່ງນັ້ນພວກເຂົາໄດ້ເມືອບ້ານເກີດເມືອງນອນຂອງຕົນໂດຍທາງອີກເສັ້ນໜຶ່ງ.
ເຈົ້າຄິດວ່າໃຜເປັນຜູ້ກຽມດາວດວງນັ້ນທີ່ເຍືອງທາງໃຫ້ພວກໂໜ? ຈື່ໄວ້ວ່າ ດາວນັ້ນບໍ່ໄດ້ພາພວກເຂົາກົງໄປຫາພະເຍຊູໃນເມືອງເບດເລເຫມທັນທີ. ແຕ່ວ່າໄດ້ພາພວກໂໜໄປນະຄອນເຢຣຶຊາເລມກ່ອນ ເຊິ່ງເປັນບ່ອນທີ່ເຂົາໄດ້ພົບກະສັດເຫໂລດ ຜູ້ທີ່ຕ້ອງການຂ້າພະເຍຊູ. ເຫໂລດຄົງໄດ້ຂ້າພະເຍຊູໄປແລ້ວຫາກພະເຈົ້າບໍ່ເຂົ້າແຊກແຊງແລະເຕືອນພວກໂໜບໍ່ໃຫ້ກັບໄປບອກບ່ອນຢູ່ຂອງພະເຍຊູແກ່ເຫໂລດ. ຊາຕານພະຍາມານສັດຕູຂອງພະເຈົ້າຕ້ອງການໃຫ້ເຫໂລດຂ້າພະເຍຊູ ແລະມັນຈຶ່ງໃຊ້ດາວນັ້ນເພື່ອໃຫ້ຈຸດມຸ່ງໝາຍຂອງມັນສຳເລັດ. ມັດທາຽ 2:1-12; ມີເກ 5:2.
▪ ສິ່ງໃດແດ່ສະແດງວ່າດາວທີ່ພວກໂໜໄດ້ເຫັນນັ້ນບໍ່ແມ່ນດາວທຳມະດາ?
▪ ພະເຍຊູຢູ່ໃສເມື່ອພວກໂໜພົບພະອົງ?
▪ ເຮົາຮູ້ວ່າຊາຕານກຽມໃຫ້ດາວນັ້ນນຳພາພວກໂໜຍ້ອນຫຍັງ?