ບົດ 25
ຄວາມສົງສານຕໍ່ຄົນຂີ້ທູດ
ຂະນະທີ່ພະເຍຊູກັບສາວົກສີ່ຄົນຂອງພະອົງເດີນທາງໄປຢາມເມືອງຕ່າງໆ ໃນແຂວງຄາລິເລ ຂ່າວການອັດສະຈັນຫຼາຍຢ່າງທີ່ພະອົງເຮັດໄດ້ແພ່ໄປທົ່ວເຂດນັ້ນ. ຂ່າວນັ້ນໄດ້ລືໄປເຖິງເມືອງໜຶ່ງເຊິ່ງມີຊາຍຂີ້ທູດຜູ້ໜຶ່ງ. ນາຍແພດລຶກາພັນລະນາເຖິງເຂົາວ່າ “ເປັນຂີ້ທູດເຕັມຕົວ.” ເມື່ອຢູ່ໃນຂັ້ນຮ້າຍແຮງ ພະຍາດຮ້າຍນີ້ຈະຄ່ອຍໆ ເຮັດໃຫ້ສ່ວນຕ່າງໆ ຂອງຮ່າງກາຍດ້ວນໄປ. ດັ່ງນັ້ນຄົນຂີ້ທູດຜູ້ນີ້ຢູ່ໃນສະພາບໜ້າສົງສານ.
ເມື່ອພະເຍຊູສະເດັດມາເຖິງເມືອງນັ້ນ ຄົນຂີ້ທູດເຂົ້າມາຫາພະອົງ. ຕາມພະບັນຍັດຂອງພະເຈົ້າ ຄົນຂີ້ທູດຕ້ອງຮ້ອງດັງໆວ່າ “ຖ່ອຍຮ້າຍ ຖ່ອຍຮ້າຍ.” ເພື່ອເຕືອນຄົນອື່ນບໍ່ໃຫ້ເຂົ້າໃກ້ຢ້ານວ່າອາດຈະຕິດພະຍາດ. ຄົນຂີ້ທູດຫມູບລົງດິນແລະອ້ອນວອນພະເຍຊູວ່າ “ຖ້າພະອົງມີນ້ຳໃຈ ພະອົງອາດກະທຳໃຫ້ຂ້າພະເຈົ້າດີສະອາດໄດ້.”
ຊາຍຄົນນີ້ມີຄວາມເຊື່ອໃນພະເຍຊູຫຼາຍສ່ຳໃດ! ເຖິງຢ່າງນັ້ນກໍດີ ພະຍາດນັ້ນຄົງເຮັດໃຫ້ເຂົາເບິ່ງເປັນຕາໜ້າສົງສານ! ພະເຍຊູຈະເຮັດຢ່າງໃດ? ເຈົ້າເດ ຈະເຮັດຢ່າງໃດ? ດ້ວຍໃຈຮູ້ສຶກສັງເວດ ພະເຍຊູຍື່ນມືແຕະຊາຍຄົນນັ້ນແລ້ວກ່າວວ່າ “ເຮົາມີນ້ຳໃຈ ໃຫ້ເຈົ້າດີສະອາດເທີ້ນ.” ທັນໃດນັ້ນ ໂລກຂີ້ທູດກໍຫາຍໄປ.
ເຈົ້າຢາກໄດ້ຄົນທີ່ມີໃຈຮູ້ສຶກສົງສານແບບນີ້ມາເປັນກະສັດຂອງເຈົ້າບໍ? ວິທີທີ່ພະເຍຊູປະຕິບັດກັບຄົນຂີ້ທູດນີ້ເຮັດໃຫ້ເຮົາໝັ້ນໃຈວ່າ ເມື່ອພະອົງປົກຄອງ ຄຳພະຍາກອນໃນຄຳພີໄບເບິນຈະສຳເລັດທີ່ວ່າ “ພະອົງຈະອີດູຄົນທຸກຍາກກັບຄົນຈົນແລະຊ່ອຍຈິດໃຈຂອງຄົນຈົນທັງຫຼາຍ.” ແມ່ນແລ້ວ ຕອນນັ້ນພະເຍຊູຈະກະທຳຕາມພະປະສົງເພື່ອຊ່ວຍທຸກຄົນ ທີ່ທຸກຮ້ອນ.
ແມ່ນແຕ່ກ່ອນປົວຄົນຂີ້ທູດ ງານສັ່ງສອນຂອງພະເຍຊູໄດ້ກໍ່ຄວາມຕື່ນເຕັ້ນມາກຫຼາຍທ່າມກາງປະຊາຊົນ. ເປັນຈິງຕາມຄຳພະຍາກອນຂອງທ່ານເອຊາອີ ບັດນີ້ ພະເຍຊູສັ່ງຊາຍທີ່ເຊົາຂີ້ທູດແລ້ວວ່າ “ຢ່າເວົ້າສິ່ງໃດແກ່ຜູ້ໃດສັກຄຳດຽວ.” ແລ້ວພະອົງແນະນຳເຂົາວ່າ “ຈົ່ງໄປສຳແດງຕົວໃຫ້ປະໂລຫິດເບິ່ງເຈົ້າ ແລະຈົ່ງເອົາເຄື່ອງບູຊາຖວາຍໃຫ້ຊຳລະລ້າງຕົວ ຕາມທີ່ທ່ານໂມເຊໄດ້ສັ່ງໄວ້ ເພື່ອຈະເປັນຄວາມພິຍານສຳລັບເຂົາເທີ້ນ.”
ແຕ່ຊາຍຄົນນັ້ນດີໃຈຫຼາຍຈົນເກັບເລື່ອງການອັດສະຈັນໄວ້ບໍ່ໄດ້. ເຂົາອອກໄປແລະເລີ່ມກະຈາຍຂ່າວນັ້ນໄປທຸກຫົນທຸກແຫ່ງ. ເຮັດໃຫ້ຄົນເກີດຄວາມສົນໃຈແລະຢາກຮູ້ຢາກເຫັນຫຼາຍຈົນພະເຍຊູເຂົ້າໄປໃນເມືອງໃດຢ່າງເປີດເຜີຍບໍ່ໄດ້. ດັ່ງນັ້ນ ພະເຍຊູຈຶ່ງຢູ່ບ່ອນງຽບສະຫງັດທີ່ບໍ່ມີຜູ້ຄົນ ແລະຄົນຈາກບ່ອນຕ່າງໆ ພາກັນມາຟັງຄຳສອນຂອງພະອົງແລະເພື່ອຮັບການປິ່ນປົວພະຍາດ. ລຶກາ 5:12-16; ມາລະໂກ 1:40-45; ມັດທາຽ 8:2-4; ພວກເລວີ 13:45; 14:10-13; ຄຳເພງ 72:13; ເອຊາອີ 42:1, 2.
▪ ພະຍາດຂີ້ທູດອາດມີອາການແນວໃດແດ່ ແລະຄົນຂີ້ທູດຕ້ອງຮ້ອງເຕືອນຢ່າງໃດ?
▪ ຄົນຂີ້ທູດຜູ້ໜຶ່ງໄດ້ອ້ອນວອນແນວໃດຕໍ່ພະເຍຊູ ແລະເຮົາຮຽນຮູ້ສິ່ງໃດຈາກການຕອບສະໜອງຂອງພະເຍຊູ?
▪ ຊາຍທີ່ເຊົາຈາກພະຍາດບໍ່ເຊື່ອຟັງພະເຍຊູຢ່າງໃດ ແລະຜົນເປັນຢ່າງໃດ?