ບົດທີ 18
ລູກບໍ່ລືມທີ່ຈະເວົ້າວ່າຂອບໃຈແມ່ນບໍ?
ມື້ນີ້ລູກກິນເຂົ້າແລ້ວບໍ?— ລູກຮູ້ບໍວ່າໃຜເຮັດອາຫານ?— ອາດຈະແມ່ນແມ່ຫຼືຄົນອື່ນກໍໄດ້ທີ່ເຮັດອາຫານ ແຕ່ເປັນຫຍັງເຮົາຈຶ່ງຂອບໃຈພະເຈົ້າສຳລັບອາຫານ?— ເພາະວ່າພະເຈົ້າເປັນຜູ້ທີ່ເຮັດໃຫ້ອາຫານເກີດຂຶ້ນ. ແນວໃດກໍຕາມ ເຮົາຄວນຈະຂອບໃຈຄົນທີ່ເຮັດອາຫານຫຼືຄົນທີ່ຍົກອາຫານມາໃຫ້ເຮົາກິນນຳຄືກັນ.
ເມື່ອຄົນອື່ນເຮັດສິ່ງທີ່ກະລຸນາຕໍ່ເຮົາ ບາງເທື່ອເຮົາກໍລືມບອກວ່າຂອບໃຈແມ່ນບໍ? ເມື່ອຄູຜູ້ຍິ່ງໃຫຍ່ຢູ່ເທິງແຜ່ນດິນໂລກ ມີຄົນຂີ້ທູດບາງຄົນທີ່ລືມບອກວ່າຂອບໃຈ.
ລູກຮູ້ບໍວ່າຄົນຂີ້ທູດເປັນແນວໃດ?— ຄົນຂີ້ທູດແມ່ນຜູ້ທີ່ເປັນພະຍາດຂີ້ທູດ. ພະຍາດແບບນີ້ເຮັດໃຫ້ເນື້ອໜັງຂອງຄົນເປື່ອຍໂຢດອອກ. ຕອນທີ່ພະເຍຊູຢູ່ເທິງແຜ່ນດິນໂລກ ຄົນຂີ້ທູດຕ້ອງແຍກຢູ່ຕ່າງຫາກຈາກຄົນອື່ນ. ແລະຖ້າຄົນຂີ້ທູດເຫັນຄົນອື່ນຍ່າງເຂົ້າມາ ລາວຕ້ອງຮ້ອງເຕືອນຄົນທີ່ເຂົ້າມານັ້ນໃຫ້ຢູ່ຫ່າງໆ. ທີ່ເຮັດແບບນີ້ກໍເພື່ອຜູ້ອື່ນຈະບໍ່ເຂົ້າໃກ້ເກີນໄປເຊິ່ງອາດຈະຕິດພະຍາດຂີ້ທູດໄດ້.
ພະເຍຊູມີຄວາມກະລຸນາຫຼາຍຕໍ່ຄົນຂີ້ທູດ. ມື້ໜຶ່ງຕອນທີ່ພະອົງເດີນທາງໄປທີ່ເມືອງເຢຣຶຊາເລມ ພະເຍຊູຕ້ອງຜ່ານເມືອງນ້ອຍໆເມືອງໜຶ່ງ. ເມື່ອພະອົງໃກ້ຈະເຖິງເມືອງນັ້ນ ຄົນຂີ້ທູດສິບຄົນໄດ້ອອກມາຫາພະອົງ. ເຂົາເຈົ້າໄດ້ຍິນວ່າພະເຍຊູໄດ້ຮັບລິດເດດຈາກພະເຈົ້າເພື່ອປິ່ນປົວຄວາມເຈັບປ່ວຍທຸກຊະນິດ.
ຄົນຂີ້ທູດບໍ່ໄດ້ເຂົ້າໃກ້ພະເຍຊູ. ເຂົາເຈົ້າຢືນຢູ່ຫ່າງໆ. ແຕ່ເຂົາເຈົ້າເຊື່ອວ່າພະເຍຊູປົວພະຍາດຂີ້ທູດຂອງເຂົາເຈົ້າໄດ້. ດັ່ງນັ້ນ ເມື່ອຄົນຂີ້ທູດເຫັນຄູຜູ້ຍິ່ງໃຫຍ່ ເຂົາເຈົ້າຈຶ່ງຮ້ອງພະອົງດ້ວຍສຽງດັງໆວ່າ ‘ພະເຍຊູ ອາຈານເຈົ້າຂ້າ ຊ່ອຍພວກຂ້ານ້ອຍແດ່!’
ລູກຮູ້ສຶກອີ່ຕົນຄົນທີ່ເຈັບປ່ວຍບໍ?— ພະເຍຊູອີ່ຕົນເຂົາເຈົ້າ. ພະອົງຮູ້ວ່າຄົນທີ່ເປັນຂີ້ທູດນັ້ນເສົ້າໃຈສ່ຳໃດ. ດັ່ງນັ້ນ ພະອົງຈຶ່ງຕອບເຂົາເຈົ້າວ່າ: “ຫມູ່ເຈົ້າຈົ່ງໄປສຳແດງຕົວໃຫ້ພວກປະໂລຫິດເຫັນ.”—ລືກາ 17:11-14.
ພະເຍຊູກຳລັງບອກຄົນຂີ້ທູດເຫຼົ່ານີ້ໃຫ້ເຮັດຫຍັງ?
ເປັນຫຍັງພະເຍຊູຈຶ່ງບອກເຂົາເຈົ້າໃຫ້ເຮັດແບບນີ້? ກໍເພາະກົດໝາຍທີ່ພະເຢໂຫວາໄດ້ໃຫ້ກັບປະຊາຊົນຂອງພະອົງກ່ຽວກັບຄົນຂີ້ທູດ. ກົດໝາຍນີ້ບອກວ່າປະໂລຫິດຂອງພະເຈົ້າຕ້ອງກວດເບິ່ງເນື້ອໜັງຂອງຄົນທີ່ເປັນພະຍາດຂີ້ທູດ. ປະໂລຫິດຈະບອກຄົນຂີ້ທູດວ່າເມື່ອໃດລາວເຊົາເປັນຂີ້ທູດ. ເມື່ອລາວເຊົາເປັນຂີ້ທູດແລ້ວລາວຈຶ່ງຈະມາຢູ່ຮ່ວມນຳຄົນທີ່ສຸຂະພາບດີໄດ້ອີກ.—ພວກເລວີ 13:16, 17.
ແຕ່ພະຍາດຂອງຄົນຂີ້ທູດເຫຼົ່ານີ້ຍັງບໍ່ເຊົາເທື່ອ. ດັ່ງນັ້ນ ເຂົາເຈົ້າຈະໄປຫາປະໂລຫິດຕາມທີ່ພະເຍຊູໄດ້ບອກເຂົາເຈົ້າບໍ?— ແມ່ນແລ້ວ ເຂົາເຈົ້າໄປທັນທີເລີຍ. ຄົນເຫຼົ່ານີ້ຄົງຕ້ອງເຊື່ອວ່າພະເຍຊູຈະສາມາດເຮັດໃຫ້ເຂົາເຈົ້າເຊົາປ່ວຍໄດ້. ແລ້ວເກີດຫຍັງຂຶ້ນ?
ເອົາລະ ຂະນະທີ່ເຂົາເຈົ້າເດີນທາງໄປຫາປະໂລຫິດ ພະຍາດຂອງເຂົາເຈົ້າກໍເຊົາ. ເນື້ອໜັງຂອງເຂົາເຈົ້າດີຄືນ. ເຂົາເຈົ້າເປັນປົກກະຕິແລ້ວ! ການທີ່ເຂົາເຈົ້າເຊື່ອໃນລິດເດດຂອງພະເຍຊູໃຫ້ບຳເໜັດແກ່ເຂົາເຈົ້າ. ເຂົາເຈົ້າດີອົກດີໃຈຫຼາຍແທ້ໆ! ແຕ່ຕອນນີ້ ເຂົາເຈົ້າຄວນຈະເຮັດແນວໃດເພື່ອສະແດງຄວາມຮູ້ບຸນຄຸນ? ຖ້າເປັນລູກ ລູກຈະເຮັດແນວໃດ?—
ຄົນນີ້ທີ່ເຄີຍເປັນຂີ້ທູດບໍ່ລືມທີ່ຈະເຮັດຫຍັງ?
ຄົນດີພະຍາດຄົນໜຶ່ງກັບມາຫາພະເຍຊູ. ລາວເລີ່ມຖວາຍກຽດແກ່ພະເຢໂຫວາ ໂດຍການກ່າວສັນລະເສີນພະເຈົ້າ. ການເຮັດແບບນັ້ນເປັນສິ່ງທີ່ຖືກຕ້ອງເພາະລິດເດດທີ່ໃຫ້ລາວດີພະຍາດນັ້ນມາຈາກພະເຈົ້າ. ນອກຈາກນັ້ນ ຊາຍຄົນນັ້ນໄດ້ກົ້ມລົງຂາບທີ່ຕີນຂອງຄູຜູ້ຍິ່ງໃຫຍ່ແລະຂອບໃຈພະອົງ. ລາວຮູ້ສຶກຂອບໃຈຫຼາຍຕໍ່ສິ່ງທີ່ພະເຍຊູໄດ້ເຮັດ.
ແລ້ວອີກເກົ້າຄົນເດ? ພະເຍຊູຖາມວ່າ: ‘ມີສິບຄົນທີ່ເຊົາເປັນຂີ້ທູດແມ່ນບໍ? ອີກເກົ້າຄົນຢູ່ໃສ? ມີແຕ່ຄົນດຽວກັບມາຖວາຍກຽດແກ່ພະເຈົ້າເທົ່ານັ້ນບໍ?’
ແມ່ນແລ້ວ ນັ້ນເປັນຄວາມຈິງ ມີແຕ່ໜຶ່ງໃນສິບຄົນເທົ່ານັ້ນທີ່ຖວາຍກຽດຫຼືສັນລະເສີນພະເຈົ້າ ແລະກັບມາຂອບໃຈພະເຍຊູ. ແລະຜູ້ນັ້ນແມ່ນຊາວສະມາລີເຊິ່ງເປັນຄົນມາຈາກປະເທດອື່ນ. ອີກເກົ້າຄົນບໍ່ໄດ້ຂອບໃຈພະເຈົ້າແລະກໍບໍ່ຂອບໃຈພະເຍຊູ.—ລືກາ 17:15-19.
ລູກເປັນຄືຜູ້ໃດໃນບັນດາຄົນເຫຼົ່ານີ້? ເຮົາຢາກເປັນຄືຊາຍຄົນສະມາລີແມ່ນບໍ?— ດັ່ງນັ້ນ ເມື່ອບາງຄົນເຮັດສິ່ງທີ່ກະລຸນາຕໍ່ເຮົາ ເຮົາຕ້ອງບໍ່ລືມທີ່ຈະເຮັດຫຍັງ?— ເຮົາຄວນສະແດງຄວາມຂອບໃຈ. ຜູ້ຄົນມັກຈະລືມເວົ້າຂອບໃຈ. ແຕ່ເປັນສິ່ງທີ່ດີທີ່ຈະເວົ້າວ່າຂອບໃຈ. ເມື່ອເຮົາເວົ້າເຊັ່ນນັ້ນ ພະເຈົ້າເຢໂຫວາແລະພະເຍຊູລູກຂອງພະອົງຈະພໍໃຈ.
ລູກຈະຮຽນແບບຄົນຂີ້ທູດຄົນນັ້ນແນວໃດທີ່ລາວໄດ້ກັບມາຫາພະເຍຊູ?
ຖ້າລູກຄິດເຖິງເລື່ອງນີ້ ລູກກໍຈະຄິດໄດ້ວ່າຜູ້ຄົນເຮັດຫຼາຍໆສິ່ງໃຫ້ກັບລູກ. ເຊັ່ນວ່າ ລູກເຄີຍບໍ່ສະບາຍບໍ?— ລູກອາດຈະບໍ່ໄດ້ປ່ວຍໜັກສ່ຳກັນກັບຄົນຂີ້ທູດສິບຄົນນັ້ນ ແຕ່ລູກຄົງຈະເຄີຍເປັນໄຂ້ຫວັດຫຼືເຈັບທ້ອງ. ມີໃຜເບິ່ງແຍງລູກບໍ?— ເຂົາເຈົ້າອາດຈະເອົາຢາແລະເຮັດສິ່ງຕ່າງໆໃຫ້ລູກ. ລູກດີໃຈບໍທີ່ເຂົາເຈົ້າຊ່ອຍລູກຈົນອາການດີຂຶ້ນ?—
ຊາຍຊາວສະມາລີຂອບໃຈພະເຍຊູທີ່ໄດ້ເຮັດໃຫ້ລາວເຊົາເປັນຂີ້ທູດ ນັ້ນຈຶ່ງເຮັດໃຫ້ພະເຍຊູຍິນດີ. ຖ້າລູກເວົ້າວ່າຂອບໃຈເມື່ອພໍ່ຫຼືແມ່ເຮັດສິ່ງຕ່າງໆເພື່ອລູກ ລູກຄິດວ່າພໍ່ແມ່ຈະດີໃຈບໍ?— ແມ່ນແລ້ວ ພໍ່ແມ່ຈະດີໃຈ.
ເປັນຫຍັງການທີ່ເຮົາບໍ່ລືມທີ່ຈະເວົ້າຂອບໃຈຈຶ່ງເປັນເລື່ອງສຳຄັນ?
ບາງຄົນອາດຈະເຮັດສິ່ງຕ່າງໆໃຫ້ກັບລູກທຸກມື້ຫຼືທຸກອາທິດ. ນັ້ນອາດຈະເປັນວຽກທີ່ເຂົາເຈົ້າຕ້ອງເຮັດຢູ່ແລ້ວ. ເຂົາເຈົ້າອາດຈະມີຄວາມສຸກທີ່ໄດ້ເຮັດວຽກນັ້ນ. ແຕ່ລູກອາດຈະລືມຂອບໃຈເຂົາເຈົ້າ. ນາຍຄູຂອງລູກເຮັດວຽກໜັກເພື່ອຊ່ອຍລູກໃນການຮຽນ. ນັ້ນແມ່ນໜ້າທີ່ຂອງລາວ. ແຕ່ນາຍຄູຈະດີໃຈຖ້າລູກເວົ້າວ່າຂອບໃຈທີ່ນາຍຄູໄດ້ຊ່ອຍໃນການຮຽນຂອງລູກ.
ບາງເທື່ອລາງຄົນເຮັດແຕ່ສິ່ງເລັກໆນ້ອຍໆໃຫ້ກັບລູກ. ມີຄົນເປີດປະຕູດຶງໄວ້ເພື່ອໃຫ້ລູກເຂົ້າບໍ? ຫຼືມີຄົນຍື່ນຈານອາຫານໃຫ້ລູກຢູ່ໂຕະອາຫານບໍ? ເຖິງວ່າຈະເປັນເລື່ອງທີ່ເລັກໆນ້ອຍໆກໍເປັນການດີທີ່ຈະເວົ້າວ່າຂອບໃຈ.
ຖ້າເຮົາບໍ່ລືມເວົ້າວ່າຂອບໃຈກັບຄົນທີ່ຢູ່ເທິງແຜ່ນດິນໂລກ ແລ້ວເຮົາກໍແຮ່ງບໍ່ຄວນຈະລືມເວົ້າຂອບໃຈພໍ່ທີ່ຢູ່ໃນສະຫວັນ. ແລະມີຫຼາຍສິ່ງເຫຼືອເກີນທີ່ຈະຂອບໃຈພະເຢໂຫວາ! ພະອົງໃຫ້ຊີວິດແລະໃຫ້ຂອງດີທຸກຢ່າງທີ່ເຮັດໃຫ້ຊີວິດຂອງເຮົາເພີດເພີນ. ດັ່ງນັ້ນ ແຕ່ລະມື້ເຮົາຈຶ່ງມີເຫດຜົນທຸກປະການທີ່ຈະຖວາຍກຽດແລະກ່າວສິ່ງທີ່ດີງາມມາກມາຍກ່ຽວກັບພະເຈົ້າ.
ກ່ຽວກັບການສະແດງຄວາມຂອບໃຈ ເຊີນອ່ານພະທຳຄຳເພງ 92:1; ເອເຟດ 5:20; ໂກໂລດ 3:17; ແລະ 1 ເທຊະໂລນີກ 5:18.