ພາກ 2
ໃຜຈະບອກເຮົາໄດ້?
1, 2. ວິທີດີທີ່ສຸດເພື່ອຄົ້ນຫາຈຸດມຸ່ງໝາຍຂອງບາງສິ່ງບາງຢ່າງຊຶ່ງຖືກອອກແບບຂຶ້ນນັ້ນຄືຢ່າງໃດ?
1 ໃຜຈະບອກເຮົາໄດ້ວ່າ ຈຸດມຸ່ງໝາຍທີ່ແທ້ຈິງຂອງຊີວິດຄືຫຍັງ? ຖ້າທ່ານໄປຢາມນັກອອກແບບເຄື່ອງກົນຈັກຄົນນຶ່ງແລ້ວເບິ່ງລາວເຮັດວຽກກັບຊິ້ນສ່ວນທີ່ຊັບຊ້ອນຂອງເຄື່ອງກົນຈັກຊິ້ນນຶ່ງຊຶ່ງທ່ານບໍ່ຮູ້ຈັກ ທ່ານຈະຮູ້ໄດ້ຢ່າງໃດວ່າຊິ້ນສ່ວນນັ້ນແມ່ນສຳລັບຫຍັງ? ວິທີດີທີ່ສຸດສຳລັບທ່ານກໍ່ຄືການຖາມຜູ້ອອກແບບນັ້ນເອງ.
2 ແຕ່ແລ້ວຈະເວົ້າຢ່າງໃດກ່ຽວກັບການອອກແບບອັນຍອດຢ້ຽມທີ່ເຮົາເຫັນຢູ່ອ້ອມຮອບໂຕເຮົາເອງເທິງແຜ່ນດິນໂລກ ເຊັ່ນ ໃນບັນດາສິ່ງມີຊີວິດຕ່າງໆ ໄປຈົນເຖິງຈຸລັງຊີວິດທີ່ນ້ອຍທີ່ສຸດ? ແມ່ນແຕ່ໂມເລກູນແລະປະລະມານູທີ່ນ້ອຍກວ່ານັ້ນຫຼາຍໃນຈຸລັງກໍ່ຖືກອອກແບບຢ່າງດີຢ້ຽມແລະເປັນລະບຽບ. ເຊັ່ນດຽວກັນຈະເວົ້າຢ່າງໃດກ່ຽວກັບຈິດໃຈມະນຸດຊຶ່ງມີການອອກແບບຢ່າງອັດສະຈັນ? ແລະລະບົບສຸລິຍະຈັກກະວານຂອງເຮົາ, ກາແລັກຊີທາງຊ້າງເຜືອກຂອງເຮົາ ແລະເອກະພົບເປັນຢ່າງໃດ? ການອອກແບບອັນໜ້າເກງຂາມທັງປວງນີ້ຍ່ອມຕ້ອງມີຜູ້ອອກແບບບໍ່ແມ່ນບໍ? ຢ່າງແນ່ແທ້ ພະອົງສາມາດບອກເຮົາວ່າເພາະເຫດໃດພະອົງຈຶ່ງໄດ້ອອກແບບສິ່ງເຫຼົ່ານັ້ນຂຶ້ນມາ.
ຊີວິດເກີດຂຶ້ນໂດຍບັງເອີນບໍ?
3, 4. ມີທາງເປັນໄປໄດ້ພຽງໃດທີ່ຊີວິດຈະເກີດຂຶ້ນໂດຍບັງເອີນ?
3 ສາລານຸກົມອາເມລິການາ ໃຫ້ຂໍ້ສັງເກດເຖິງ “ລະດັບຄວາມສະລັບຊັບຊ້ອນແລະຄວາມເປັນລະບຽບໃນສິ່ງມີຊີວິດ” ແລະກ່າວວ່າ: “ການກວດສອບຢ່າງລະອຽດໃນດອກໄມ້, ແມງໄມ້, ຫຼືສັດລ້ຽງລູກດ້ວຍນົມ ເຜີຍໃຫ້ເຫັນເຖິງການຈັດອົງປະກອບຕ່າງໆ ທີ່ແນ່ນອນຈົນບໍ່ໜ້າເຊື່ອ.” ເຊີ ເບີນາດ ໂລເອນ ນັກດາລາສາດຊາວອັງກິດ ເມື່ອກ່າວເຖິງອົງປະກອບທາງເຄມີຂອງສິ່ງມີຊີວິດໄດ້ຂຽນວ່າ: “ຄວາມເປັນໄປໄດ້ທີ່. . .ເຫດບັງເອີນ ນຳໄປສູ່ການປະກອບກັນຂຶ້ນຂອງໂມເລກູນໂປຣຕີນຂະໜາດນ້ອຍທີ່ສຸດນັ້ນມີນ້ອຍຈົນບໍ່ອາດຈະຄຶດພາບອອກໄດ້. . . .ແທ້ຈິງແລ້ວຄວາມເປັນໄປໄດ້ນັ້ນຄືສູນ.”
4 ໂດຍທຳນອງດຽວກັນ ເຟຣດ ຮອຍລ໌ ນັກດາລາສາດກ່າວວ່າ: “ໂຄງສ້າງທັງໝົດຂອງຊີວະວິທະຍາແຕ່ເດີມຍັງຖືວ່າຊີວິດເກີດຂຶ້ນໂດຍບັງເອີນ. ເຖິງຢ່າງນັ້ນກໍ່ດີ ຂະນະທີ່ນັກຊີວະເຄມີຄົ້ນພົບຄວາມຊັບຊ້ອນອັນໜ້າເກງຂາມຂອງຊີວິດຫຼາຍຂຶ້ນເລື້ອຍໆ ກໍ່ປາກົດຊັດເຈນວ່າ ໂອກາດຕ່າງໆ ທີ່ຊີວິດຈະເກີດຂຶ້ນໂດຍບັງເອີນນັ້ນມີນ້ອຍຫຼາຍຈົນເຮົາສາມາດຕັດອອກໄປໄດ້ເລີຍ. ຊີວິດເກີດຂຶ້ນໂດຍບັງເອີນບໍ່ໄດ້.”
5-7. ວິຊາຊີວະວິທະຍາທາງໂມເລກູນພິສູດຢືນຢັນຢ່າງໃດວ່າຊີວິດບໍ່ອາດຈະເກີດຂຶ້ນໄດ້ໂດຍບັງເອີນ?
5 ຊີວະວຶທະຍາທາງໂມເລກູນ ນຶ່ງໃນສາຂາວິຊາໃໝ່ໆ ທາງວິທະຍາສາດ ເປັນການສຶກສາກ່ຽວກັບສິ່ງມີຊີວິດໃນລະດັບຂອງຈີນຫຼືຈຸລັງ (ໜ່ວຍຖ່າຍສືບພັນ), ໂມເລກູນ, ແລະປະລະມານູ. ໄໝເກີນ ເດນຕັນ ນັກຊີວະວຶທະຍາໂມເລກູນຊີ້ແຈງກ່ຽວກັບສິ່ງທີ່ມີການຄົ້ນພົບວ່າ: “ຄວາມສະລັບຊັບຊ້ອນຂອງຈຸລັງທີ່ລຽບງ່າຍທີ່ສຸດເທົ່າທີ່ຮູ້ຈັກກັນນັ້ນມີຫຼາຍຈົນບໍ່ສາມາດຍອມຮັບໄດ້ວ່າສິ່ງນີ້ໄດ້ຮວມຕົວກັນເອງຢ່າງກະທັນຫັນໄດ້ໂດຍເຫດການພິລຶກພິໂລຊຶ່ງບໍ່ໜ້າຈະເກີດຂຶ້ນໄດ້ເລີຍ.” “ແຕ່ບໍ່ແມ່ນພຽງຄວາມສະລັບຊັບຊ້ອນຂອງລະບົບຂອງສິ່ງມີຊີວິດເທົ່ານັ້ນຊຶ່ງເປັນສິ່ງທີ່ທ້າທາຍຢ່າງຍິ່ງ ຍັງມີຄວາມປະນີດລະອຽດອ່ອນຈົນເຫຼືອເຊື່ອອີກດ້ວຍຊຶ່ງປາກົດໃຫ້ເຫັນເລື້ອຍໆ ໃນການອອກແບບສິ່ງເຫຼົ່ານັ້ນ.” “ໃນລະດັບຂອງໂມເລກູນນັ້ນເອງຊຶ່ງ . . . ຄວາມສະຫຼາດຫຼັກແຫຼມແຫ່ງການອອກແບບດ້ານຊີວະວຶທະຍາແລະຄວາມສົມບູນພ້ອມແຫ່ງເປົ້າໝາຍທີ່ບັນລຸຜົນສຳເລັດໄດ້ປາກົດຢ່າງເດັ່ນຊັດ.”
6 ເດນຕັນກ່າວຕໍ່ໄປວ່າ: “ທຸກທີ່ທຸກບ່ອນທີ່ເຮົາເບິ່ງ ບໍ່ວ່າຈະເລິກທໍ່ໃດກໍ່ຕາມເຮົາພົບຄວາມງົດງາມແລະຄວາມປານີດລະອຽດອ່ອນແຫ່ງຄຸນລັກສະນະອັນລ້ຳເລີດສົມບູນ ຊຶ່ງເຮັດໃຫ້ແນວຄວາມຄຶດໃນເລື່ອງຄວາມບັງເອີນອ່ອນໄປ. ເປັນເລື່ອງທີ່ເຊື່ອຖືໄດ້ແທ້ບໍທີ່ວ່າ ຂັ້ນຕອນໂດຍບັງເອີນຕ່າງໆ ໄດ້ສາມາດສ້າງສິ່ງທີ່ເປັນຈິງຂຶ້ນມາ ຊຶ່ງສ່ວນປະກອບນ້ອຍທີ່ສຸດ—ໂປຣຕີນຫຼືຈີນ (ໜ່ວຍຖ່າຍສືບພັນ) ທີ່ໃຊ້ວຽກໄດ້—ສະລັບຊັບຊ້ອນເກີນຄວາມສາມາດຂອງເຮົາໃນການສ້າງຂຶ້ນ ຄວາມເປັນຈິງຊຶ່ງກົງກັນຂ້າມກັບຄວາມບັງເອີນຢ່າງຫຼວງຫຼາຍ ຊຶ່ງເໜືອກວ່າສິ່ງໃດໆ ທີ່ສ້າງຂຶ້ນໂດຍສະຕິປັນຍາຂອງມະນຸດໃນທຸກດ້ານ?” ທ່ານຍັງກ່າວອີກວ່າ: “ລະຫວ່າງຈຸລັງທີ່ມີຊີວິດກັບລະບົບທີ່ມີລະບຽບສູງສຸດທີ່ບໍ່ແມ່ນທາງຊີວະວິທະຍາເຊັ່ນສະເກັດແກ້ວໃສຫຼືເກັດຫິມະມີຊ່ອງວ່າງທີ່ກວ້າງໃຫຍ່ເຫຼືອເກີນເທົ່າທີ່ຈະຄຶດອອກໄດ້.” ແລະເຊດເຣໂມ ສາດສະດາຈານດ້ານຟິສິກກ່າວວ່າ: “ຂ້ອຍຮູ້ສຶກປະທັບໃຈຫຼາຍ . . . ເບິ່ງຄືວ່າທຸກໆ ໂມເລກູນຖືກອອກແບບໄວ້ສຳລັບວຽກຂອງມັນ.”
7 ເດນຕັນ ນັກຊີວະວິທະຍາດ້ານໂມເລກູນລົງຄວາມເຫັນວ່າ “ຄົນທີ່ຍັງຄົງດື້ດັ້ນສະໜັບສະຫນູນວ່າ ສິ່ງເປັນຈິງໃໝ່ໆ ທັງໝົດນີ້ເປັນຜົນຈາກຄວາມບັງເອີນແທ້ໆ” ນັ້ນພວມເຊື່ອເລື່ອງເທບນິຍາຍ. ທີ່ຈິງ ທ່ານເອີ້ນຄວາມເຊື່ອໃນທິດສະດີຂອງດາຣ໌ວິນອັນກ່ຽວກັບເລື່ອງສິ່ງມີຊີວິດທີ່ເກີດຂຶ້ນໂດຍບັງເອີນວ່າເປັນ “ເທບນິຍາຍທີ່ຍິ່ງໃຫຍ່ແຫ່ງສະຕະວັດທີ່ຊາວເລື່ອງການກຳເນີດຂອງຈັກກະວານ.”
ແບບຕ້ອງມີຜູ້ອອກແບບ
8, 9. ຈົ່ງຍົກຕົວຢ່າງທີ່ສະແດງວ່າທຸກສິ່ງຊຶ່ງມີແບບແຜນຍ່ອມຕ້ອງມີຜູ້ອອກແບບ.
8 ແນວຄວາມຄຶດທີ່ວ່າ ວັດຖຸທີ່ບໍ່ມີຊີວິດອາດກາຍເປັນສິ່ງມີຊີວິດຂຶ້ນໄດ້ໂດຍບັງເອີນໂດຍອຸບັດເຫດບາງຢ່າງນັ້ນເປັນເລື່ອງທີ່ບໍ່ມີທາງເປັນໄປໄດ້ເລີຍ. ບໍ່ມີສິ່ງມີຊີວິດອັນໃດເທິງແຜ່ນດິນໂລກຊຶ່ງຖືກອອກແບບຢ່າງຍອດຢ້ຽມສາມາດເກີດຂຶ້ນໄດ້ໂດຍບັງເອີນ ເນື່ອງຈາກທຸກສິ່ງທີ່ຖືກອອກແບບຍ່ອມຕ້ອງມີຜູ້ອອກແບບ. ທ່ານຮູ້ຈັກບາງສິ່ງທີ່ເປັນກໍລະນີຍົກເວັ້ນບໍ? ບໍ່ມີ. ແລະຍິ່ງທີ່ແບບຊັບຊ້ອນຜູ້ອອກແບບກໍ່ຍິ່ງຕ້ອງມີຄວາມສາມາດຫຼາຍ.
9 ເຮົາອາດຈະຍົກຕົວຢ່າງປະກອບເພື່ອອະທິບາຍເລື່ອງນັ້ນໄດ້ຢ່າງນີ້: ເມື່ອເຮົາເຫັນຮູບແຕ້ມ ເຮົາຍອມຮັບວ່າມັນເປັນຫຼັກຖານວ່າມີຜູ້ແຕ້ມ. ເມື່ອເຮົາອ່ານໜັງສື ເຮົາກໍ່ຍອມຮັບວ່າມີຜູ້ປະພັນ. ເມື່ອເຮົາເຫັນເຮືອນ ເຮົາຍອມຮັບວ່າມີຜູ້ສ້າງເຮືອນນັ້ນ. ເມື່ອເຮົາເຫັນໄຟຈະລາຈອນ ເຮົາຮູ້ວ່າມີສະພານິຕິບັນຍັດ. ສິ່ງທັງປວງນັ້ນຖືກສ້າງຂຶ້ນພ້ອມດ້ວຍວັດຖຸປະສົງໂດຍຜູ້ທີ່ສ້າງມັນຂຶ້ນມາ. ແລະເຖິງແມ່ນວ່າເຮົາອາດຈະບໍ່ເຂົ້າໃຈທຸກສິ່ງກ່ຽວກັບຜູ້ຄົນທີ່ອອກແບບສິ່ງເຫຼົ່ານັ້ນ ເຮົາກໍ່ບໍ່ສົງໄສວ່າມີຜູ້ຄົນເຫຼົ່ານັ້ນ.
10. ເຮົາຈະສາມາດເຫັນພະຍານຫຼັກຖານອັນໃດໄດ້ແດ່ກ່ຽວກັບຜູ້ອອກແບບອົງສູງສຸດ?
10 ໃນທຳນອງດຽວກັນ ພະຍານຫຼັກຖານຂອງການດຳລົງຢູ່ຂອງຜູ້ອອກແບບອົງສູງສຸດກໍ່ສາມາດເຫັນໄດ້ໃນແບບ ລະບຽບ ແລະຄວາມສະລັບຊັບຊ້ອນຂອງສິ່ງມີຊີວິດເທິງແຜ່ນດິນໂລກ. ສິ່ງເຫຼົ່ານັ້ນລ້ວນບົ່ງຊີ້ວ່າມີຜູ້ຊົງເຊົາປັນຍາອັນລ້ຳເລີດ. ເລື່ອງນີ້ກໍ່ເປັນຄວາມຈິງດ້ວຍກ່ຽວກັບແບບ ລະບຽບ ແລະຄວາມສະລັບຊັບຊ້ອນຂອງເອກະພົບຊຶ່ງມີຫຼາຍພັນລ້ານກາແລັກຊີ ແຕ່ລະກາແລັກຊີມີດວງດາວຫຼາຍພັນລ້ານດວງ. ດວງດາວຕ່າງໆ, ດາວພະເຄາະແລະສິ່ງອື່ນໆ ໃນທ້ອງຟ້າທັງໝົດຖືກຄວບຄຸມໂດຍກົດອັນແມ່ນຢຳ ເຊັ່ນ ກົດກ່ຽວກັບການເຄື່ອນໄຫວ ຄວາມຮ້ອນ, ແສງ, ສຽງ, ແມ່ເຫຼັກໄຟຟ້າ ແລະຄວາມດຶງດູດ. ຈະມີກົດໂດຍບໍ່ມີຜູ້ຕັ້ງກົດໄດ້ບໍ? ນັກວິທະຍາສາດດ້ານຈະຫຼວດ ດຣ. ເວີເນີ ຟອນ ບຣາວນ໌ ກ່າວວ່າ: “ກົດທຳມະຊາດຂອງເອກະພົບມີຄວາມແນ່ນອນຫຼາຍຈົນເຮົາບໍ່ມີຄວາມຫຍຸ້ງຍາກໃນການສ້າງເຮືອບິນອະວະກາດໃຫ້ບິນສູ່ດວງເດືອນແລະສາມາດກຳນົດເວລາການບິນດ້ວຍຄວາມແມ່ນຢຳເຖິງສ່ວນນ້ອຍຂອງວິນາທີ. ກົດເຫຼົ່ານີ້ຕ້ອງມີຜູ້ໃດຜູ້ນຶ່ງຕັ້ງຂຶ້ນ.”
11. ເປັນຫຍັງເຮົາບໍ່ຄວນປະຕິເສດການດຳລົງຢູ່ຂອງຜູ້ອອກແບບອົງສູງສຸດພຽງແຕ່ເພາະເຮົາບໍ່ສາມາດເຫັນພະອົງ?
11 ເຮົາບໍ່ສາມາດເຫັນຜູ້ອອກແບບແລະຜູ້ປະທານກົດອົງສູງສຸດດ້ວຍຕາຂອງເຮົາໄດ້. ແຕ່ເຮົາປະຕິເສດການມີຢູ່ຂອງສິ່ງຕ່າງໆ ບໍ່ພຽງແຕ່ເພາະວ່າເຮົາບໍ່ສາມາດເຫັນສິ່ງເຫຼົ່ານັ້ນໄດ້ ເຊັ່ນ ຄວາມດຶງດູດ, ອຳນາດແມ່ເຫຼັກ, ກະແສໄຟຟ້າ, ຫຼືຄື້ນວິທະຍຸ? ບໍ່ ເຮົາບໍ່ປະຕິເສດ ເພາະເຮົາສັງເກດເຫັນຜົນຂອງສິ່ງເຫຼົ່ານັ້ນໄດ້. ຖ້າເຊັ່ນນັ້ນ ເປັນຫຍັງເຮົາຈະປະຕິເສດການດຳລົງຢູ່ຂອງຜູ້ອອກແບບແລະຜູ້ປະທານກົດອົງສູງສຸດເພາະເຮົາເບິ່ງເຫັນພະອົງບໍ່ໄດ້ ໃນເມື່ອເຮົາສາມາດສັງເກດເຫັນຜົນຕ່າງໆ ແຫ່ງສີມືອັນໜ້າອັດສະຈັນຂອງພະອົງ?
12, 13. ພະຍານຫຼັກຖານບອກຢ່າງໃດເຖິງການດຳລົງຢູ່ຂອງພະຜູ້ສ້າງ?
12 ພອລ ເດວີສ໌ ສາດສະດາຈານດ້ານຟິສິກລົງຄວາມເຫັນວ່າ ການດຳລົງຢູ່ຂອງມະນຸດບໍ່ແມ່ນເປັນພຽງປາກົດການປະຫຼາດ. ທ່ານກ່າວວ່າ: “ເຮົາຖືກກະກຽມໄວ້ໃຫ້ຢູ່ທີ່ນີ້ຢ່າງແທ້ຈິງ.” ແລະທ່ານເວົ້າເຖິງເອກະພົບວ່າ: “ໂດຍວຽກງານທາງວິທະຍາສາດຂອງຂ້ອຍໆ ໄດ້ມາເຊື່ອຢ່າງໜຽວແໜ້ນຂຶ້ນເລື້ອຍໆ ວ່າ ເອກະພົບທີ່ປະກອບດ້ວຍວັດຖຸທຳມະຊາດນັ້ນຖືກເອົາເຂົ້າມາປະກອບຮວມກັນດ້ວຍຄວາມລະອຽດອ່ອນໜ້າປະຫຼາດໃຈຫຼາຍ ຈົນຂ້ອຍບໍ່ອາດຈະຍອມຮັບໄດ້ວ່າ ມັນເປັນພຽງຂໍ້ເທດຈິງທີ່ບໍ່ໄດ້ເກີດຂຶ້ນດ້ວຍເຫດດ້ວຍຜົນ. ຂ້ອຍຮູ້ສຶກວ່າ ຈະຕ້ອງມີຄຳອະທິບາຍທີ່ເລິກເຊິ່ງກວ່ານັ້ນ.”
13 ດ້ວຍເຫດນີ້ ພະຍານຫຼັກຖານບອກເຮົາວ່າ ເອກະພົບ ແຜ່ນດິນໂລກ ແລະສິ່ງມີຊີວິດເທິງແຜ່ນດິນໂລກ ບໍ່ອາດເກີດຂຶ້ນພຽງໂດຍບັງເອີນ. ສິ່ງເຫຼົ່ານັ້ນທັງໝົດໃຫ້ຫຼັກຖານໂດຍບໍ່ຕ້ອງອອກສຽງເຖິງພະຜູ້ສ້າງທີ່ມີອຳນາດແລະເຊົາປັນຍາອັນສູງສົ່ງ.
ສິ່ງທີ່ຄຳພີໄບເບິນບອກໄວ້
14. ຄຳພີໄບເບິນລົງຄວາມເຫັນຢ່າງໃດໃນເລື່ອງພະຜູ້ສ້າງ?
14 ຄຳພີໄບເບິນ ໜັງສືເກົ່າແກ່ທີ່ສຸດຂອງມະນຸດຊາດໃຫ້ຂໍ້ສະຫລຸບຢ່າງດຽວກັນ. ຍົກຕົວຢ່າງ ໃນພະທຳເຫບເລິຊຶ່ງອັກຄະສາວົກໂປໂລເປັນຜູ້ຈາລຶກບອກເຮົາວ່າ: “ແນ່ນອນ ເຮືອນທຸກຫຼັງຍ່ອມມີຄົນສ້າງ ແຕ່ຜູ້ທີ່ໄດ້ສ້າງສັບພະສິ່ງທັງປວງຄືພະເຈົ້າ.” (ເຫບເລິ 3:4, ລ.ມ.) ພະທຳເຫຼັ້ມສຸດທ້າຍໃນຄຳພີໄບເບິນຊຶ່ງຈາລຶກໂດຍອັກຄະສາວົກໂຍຮັນກໍ່ກ່າວຄືກັນວ່າ: “ພະເຢໂຫວາ ພະເຈົ້າຂອງຂ້າພະເຈົ້າທັງຫຼາຍພະອົງສົມຄວນຈະໄດ້ຮັບສະຫງ່າລາສີແລະກຽດຕິຍົດແລະລິດເດດ ເພາະພະອົງໄດ້ສ້າງສິ່ງທັງປວງ ແລະເນື່ອງດ້ວຍພະໄທປະສົງຂອງພະອົງ ສິ່ງເຫຼົ່ານັ້ນໄດ້ດຳລົງຢູ່ແລະຖືກສ້າງຂຶ້ນ.”—ຄຳປາກົດ 4:11, ລ.ມ.
15. ເຮົາຈະສັງເກດຄຸນລັກສະນະບາງຢ່າງຂອງພະເຈົ້າໄດ້ຢ່າງໃດ?
15 ຄຳພີໄບເບິນສະແດງວ່າເຖິງແມ່ນເຮົາບໍ່ອາດຈະເຫັນພະເຈົ້າໄດ້ ການທີ່ພະອົງເປັນພະເຈົ້າຊະນິດໃດກໍ່ສາມາດສັງເກດເຫັນໄດ້ໂດຍສິ່ງທີ່ພະອົງໄດ້ສ້າງໄວ້. ມີກ່າວວ່າ: “ຄຸນລັກສະນະອັນບໍ່ປະຈັກແກ່ຕາ (ຂອງພະຜູ້ສ້າງ) ນັ້ນຄືລິດທານຸພາບອັນຕະຫຼອດໄປ ແລະຄວາມເປັນພະເຈົ້າຂອງພະອົງນັ້ນກໍ່ປາກົດຊັດແກ່ຕາແຫ່ງເຫດຜົນໃນສັບພະສິ່ງທີ່ພະອົງໄດ້ສ້າງຂຶ້ນນັ້ນ.”—ໂລມ 1:20 ເດິ ນິວ ອິງລິດ ໄບເບິນ.
16. ເພາະເຫດໃດເຮົາຈຶ່ງຕ້ອງຍິນດີທີ່ມະນຸດບໍ່ສາມາດເຫັນພະເຈົ້າໄດ້?
16 ດັ່ງນັ້ນ ຄຳພີໄບເບິນຈຶ່ງນຳເຮົາຈາກຜົນໄປຫາເຫດ. ຜົນ—ຄືສິ່ງໜ້າເກງຂາມທີ່ຖືກສ້າງຂຶ້ນ—ເປັນພະຍານຫຼັກຖານແຫ່ງຕົ້ນເຫດທີ່ມີລິດອຳນາດແລະເຊົາປັນຍາ ພະເຈົ້າ. ນອກຈາກນັ້ນ ເຮົາຄວນຈະຂອບໃຈທີ່ພະອົງບໍ່ປາກົດແກ່ຕາເພາະວ່າເປັນພະຜູ້ສ້າງເອກະພົບທັງສິ້ນ ຈຶ່ງເປັນທີ່ແນ່ນອນວ່າ ພະອົງມີລິດອຳນາດຍິ່ງໃຫຍ່ຈົນມະນຸດທີ່ປະກອບດ້ວຍເນື້ອໜັງແລະເລືອດບໍ່ອາດຄາດຄຶດວ່າຈະເຫັນພະອົງແລ້ວມີຊີວິດລອດຢູ່ໄດ້. ແລະອັນນັ້ນຄືສິ່ງທີ່ຄຳພີໄບເບິນກ່າວໄວ້: “ເຈົ້າຈະເຫັນໜ້າເຮົາ (ພະເຈົ້າ) ກໍ່ບໍ່ໄດ້ ເຫດວ່າມະນຸດເຫັນໜ້າເຮົາແລະມີຊີວິດຢູ່ກໍ່ບໍ່ໄດ້.”—ອຸປະຍົກໜີ 33:20.
17, 18. ເປັນຫຍັງແນວຄຶດໃນເລື່ອງພະຜູ້ສ້າງຈຶ່ງຕ້ອງສຳຄັນຕໍ່ເຮົາ?
17 ແນວຄຶດໃນເລື່ອງຜູ້ອອກແບບອົງຍິ່ງໃຫຍ່ຜູ້ເປັນອົງສູງສຸດນັ້ນ ຄືພະເຈົ້າ ຄວນເປັນເລື່ອງສຳຄັນຫຼາຍແກ່ເຮົາ. ຖ້າວ່າເຮົາຖືກສ້າງຂຶ້ນໂດຍພະຜູ້ສ້າງເຊັ່ນນັ້ນແລ້ວ ພະອົງກໍ່ຍ່ອມຕ້ອງມີເຫດຜົນ ມີວັດຖຸປະສົງໃນການສ້າງເຮົາຂຶ້ນມາຢ່າງແນ່ນອນ. ຖ້າວ່າເຮົາຖືກສ້າງໃຫ້ມີຈຸດມຸ່ງໝາຍໃນຊີວິດເຊັ່ນນັ້ນກໍ່ມີເຫດຜົນທີ່ຈະຫວັງວ່າສິ່ງຕ່າງໆ ຄົງຈະດີຂຶ້ນສຳລັບເຮົາໃນອະນາຄົດ. ບໍ່ດັ່ງນັ້ນ ເຮົາກໍ່ຄົງໄດ້ແຕ່ມີຊີວິດແລ້ວກໍ່ຕາຍໂດຍບໍ່ມີຄວາມຫວັງອັນໃດ. ດັ່ງນັ້ນ ເປັນສິ່ງສຳຄັນຫຼາຍທີ່ເຮົາຈະຄົ້ນຫາພະປະສົງທີ່ພະເຈົ້າມີສຳລັບເຮົາ. ຄັນແລ້ວເຮົາກໍ່ສາມາດເລືອກໄດ້ວ່າເຮົາປາຖະໜາຈະດຳເນີນຊີວິດສອດຄ່ອງກັບພະປະສົງນັ້ນຫຼືບໍ.
18 ອີກປະການນຶ່ງ ຄຳພີໄບເບິນຖະແຫຼງວ່າພະຜູ້ສ້າງເປັນພະເຈົ້າທີ່ເຕັມໄປດ້ວຍຄວາມຮັກຊຶ່ງເບິ່ງແຍງພວກເຮົາຫຼາຍ. ອັກຄະສາວົກເປໂຕກ່າວວ່າ: “ພະອົງເບິ່ງແຍງທ່ານທັງຫຼາຍ.” (1 ເປໂຕ 5:7, ລ.ມ.; ເບິ່ງໂຍຮັນ 3:16 ກັບ 1 ໂຍຮັນ 4:8, 16 ດ້ວຍ.) ທາງນຶ່ງທີ່ເຮົາສາມາດເຫັນໄດ້ວ່າພະເຈົ້າເບິ່ງແຍງເຮົາຫຼາຍປານໃດກໍ່ໂດຍການພິຈາລະນາວິທີການອັນໜ້າພິດສະຫວົງທີ່ພະອົງໄດ້ສ້າງເຮົາທັງດ້ານຈິດໃຈແລະຮ່າງກາຍ.
“ຖືກສ້າງຢ່າງໜ້າພິດສະຫວົງ”
19. ຄວາມຈິງເລື່ອງອັນໃດທີ່ດາວິດຜູ້ປະພັນຄຳເພງຮຽກຮ້ອງໃຫ້ເຮົາເອົາໃຈໃສ່?
19 ໃນຄຳພີໄບເບິນ ດາວິດຜູ້ປະພັນຄຳເພງຍອມຮັບວ່າ: “ຂ້າພະເຈົ້າຖືກສ້າງຢ່າງໜ້າພິດສະຫວົງໃນວິທີທີ່ໜ້າເກງຂາມ” (ຄຳເພງ 139:14, ລ.ມ.) ອັນນັ້ນຄືຄວາມຈິງແທ້ແນ່ນອນ ເພາະສະໝອງແລະຮ່າງກາຍມະນຸດຖືກອອກແບບຂຶ້ນຢ່າງມະຫັດສະຈັນໂດຍຜູ້ອອກແບບອົງສູງສຸດ.
20. ສາລານຸກົມເຫຼັ້ມນຶ່ງພັນລະນາເຖິງສະໝອງຄົນເຮົາຢ່າງໃດ?
20 ຕົວຢ່າງເຊັ່ນ ສະໝອງຂອງທ່ານມີຄວາມສະລັບຊັບຊ້ອນຫຼາຍກວ່າຄອມພິວເຕີທຸກແນວ. ສາລານຸກົມ ນິວ ບຣິແທນນິກາ ອະທິບາຍວ່າ: “ການສົ່ງຜ່ານຂໍ້ມູນພາຍໃນລະບົບເສັ້ນປະສາດມີຄວາມສະລັບຊັບຊ້ອນຫຼາຍກວ່າເຄືອຂ່າຍໂທລະສັບທີ່ໃຫຍ່ທີ່ສຸດອີກຊ້ຳ ການແກ້ບັນຫາໂດຍສະໝອງມະນຸດນັ້ນເໜືອກວ່າສະມັດຖະພາບຂອງຄອມພິວເຕີທີ່ມີປະສິດທິພາບທີ່ສຸດຫຼາຍເທົ່າ.”
21. ເມື່ອເຮົາເຫັນສິ່ງທີ່ສະໝອງເຮັດ ເຮົາຄວນຈະລົງຄວາມເຫັນຢ່າງໃດ?
21 ຂໍ້ເທດຈິງແລະຈິນຕະພາບຫຼາຍຮ້ອຍລ້ານເລື່ອງຖືກສະສົມໄວ້ໃນສະໝອງຂອງທ່ານ ແຕ່ສະໝອງບໍ່ແມ່ນເປັນພຽງແຕ່ສາງເກັບຂໍ້ມູນຄວາມຈິງຕ່າງໆ ທໍ່ນັ້ນ. ດ້ວຍສະໝອງຂອງທ່ານ ທ່ານສາມາດຮຽນວິທີຜິວປາກ ເຮັດເຂົ້າຈີ່ ເວົ້າພາສາຕ່າງປະເທດ ໃຊ້ຄອມພິວເຕີ ຫຼືຂັບເຮືອບິນ. ທ່ານສາມາດຈິນຕະນາການວ່າການພັກແລ້ງຈະເປັນຢ່າງໃດຫຼືໝາກໄມ້ຈະມີລົດແຊບປານໃດ. ທ່ານສາມາດວິເຄາະແລະປະດິດສິ່ງຕ່າງໆ ໄດ້. ນອກຈາກນີ້ ທ່ານຍັງສາມາດວາງແຜນ ຢັ່ງຮູ້ຄ່າ ຮັກ ແລະຄຶດເຖິງເລື່ອງໃນອະດີດ ປັດຈຸບັນແລະອະນາຄົດ. ເນື່ອງຈາກວ່າເຮົາຊຶ່ງເປັນມະນຸດບໍ່ສາມາດອອກແບບສິ່ງຂອງທີ່ເປັນເໝືອນສະໝອງອັນໜ້າພິດສະຫວົງນັ້ນໄດ້ ສະນັ້ນຈຶ່ງປາກົດວ່າພະອົງຜູ້ອອກແບບສະໝອງນັ້ນມີພະສະຕິປັນຍາແລະຄວາມຮອບຮູ້ສາມາດອັນຍິ່ງໃຫຍ່ເກີນກວ່າມະນຸດຕັ້ງຫຼາຍເທົ່າ.
22. ພວກນັກວິທະຍາສາດຍອມຮັບອັນໃດກ່ຽວກັບສະໝອງຄົນເຮົາ?
22 ກ່ຽວກັບສະໝອງ ພວກນັກວິທະຍາສາດໃຜໆ ກໍ່ຍອມຮັບວ່າ: “ການທີ່ເຄື່ອງຈັກຊິ້ນນີ້ຊຶ່ງສະລັບຊັບຊ້ອນມາກຫຼາຍເປັນລະບຽບ ແລະໄດ້ຮັບການອອກແບບຢ່າງດີຢ້ຽມປະຕິບັດງານເຫຼົ່ານີ້ຢ່າງໃດນັ້ນ ຍັງບໍ່ທັນເຂົ້າໃຈໄດ້ເທື່ອ . . . ມະນຸດເຮົາອາດຈະບໍ່ມີມື້ທີ່ຈະແກ້ປິດສະໜາອັນຊັບຊ້ອນແຕ່ລະອັນກ່ຽວກັບສະໝອງໄດ້ທັງໝົດ.” (ໄຊເຍນຕິຟິກ ອາເມລິກັນ ) ແລະເຣຍ໌ໂມ ສາດສະດາຈານສາຂາຟິສິກກ່າວວ່າ: “ຖ້າເວົ້າກັນຕາມຄວາມຈິງແລ້ວ ເຮົາຍັງບໍ່ຮູ້ອັນໃດຫຼາຍກ່ຽວກັບວິທີທີ່ສະໝອງມະນຸດເກັບສະສົມຄວາມຮູ້ ຫຼືວິທີທີ່ສະໝອງສາມາດຄຶດອອກໄດ້ເຖິງສິ່ງທີ່ຈື່ໄວ້ເມື່ອຕ້ອງການ . . . ມີຈຸລັງປະສາດຫຼາຍເຖິງແສນລ້ານເຊລລ໌ຫຼືຈຸລັງໃນສະໝອງມະນຸດ. ແຕ່ລະຈຸລັງຢູ່ໃນເຄືອຂ່າຍການສື່ສານກັບຈຸລັງອື່ນໆ ຫຼາຍພັນຈຸລັງໂດຍທາງກິ່ງກ້ານສາຂາຂອງຈຸດເຊື່ອມຕໍ່ລັກສະນະຕົ້ນໄມ້. ຄວາມເປັນໄປໄດ້ຂອງການເຊື່ອມຕໍ່ກັນພາຍໃນນັ້ນກໍ່ສະລັບຊັບຊ້ອນຈົນຕົກຕະລຶງ.”
23, 24. ຈົ່ງບອກຊື່ອະໄວຍະວະບາງສ່ວນຂອງຮ່າງກາຍຊຶ່ງມີການອອກແບບຢ່າງໜ້າພິດສະຫວົງ ແລະວິສະວະກອນຄົນນຶ່ງໃຫ້ຄວາມເຫັນຢ່າງໃດ?
23 ຕາຂອງທ່ານເຮັດວຽກຢ່າງລະອຽດແມ່ນຢຳແລະດັດແປງໄດ້ດີຍິ່ງກວ່າກ້ອງຖ່າຍຮູບໃດໆ; ແທ້ຈິງ ຕາເປັນຄືກ້ອງຖ່າຍຮູບເງົາສີທີ່ປັບຄວາມຊັດເຈນເອງແບບອັດຕະໂນມັດທັງໝົດ. ຫູຂອງທ່ານສາມາດກວດຟັງສຽງໄດ້ຫຼາຍຫຼາກ ແລະເຮັດໃຫ້ທ່ານຮູ້ທິດທາງແລະດຸນຍະພາກ. ຫົວໃຈຂອງທ່ານເປັນເຄື່ອງສູບຊຶ່ງມີສະມັດຖະພາບທີ່ນັກວິສະວະກອນຊຶ່ງຊ່ຽວຊານທີ່ສຸດບໍ່ເຄີຍຮຽນແບບໄດ້. ນອກຈາກນັ້ນ ຍັງມີສ່ວນອື່ນໆ ຂອງຮ່າງກາຍ ເຊັ່ນ ດັງ ລີ້ນ ແລະມື ແລະຍັງມີລະບົບຫມຸນວຽນຂອງເລືອດແລະລະບົບຍ່ອຍອາຫານດ້ວຍກໍ່ຍອດຢ້ຽມຄືກັນ ອັນນີ້ເປັນພຽງບາງສ່ວນທໍ່ນັ້ນ.
24 ດັ່ງນັ້ນ ນັກວິສະວະກອນຄົນນຶ່ງຊຶ່ງຖືກຈ້າງໃຫ້ອອກແບບແລະສ້າງເຄື່ອງຄອມພິວເຕີຂະໜາດໃຫຍ່ຊີ້ແຈງດັ່ງນີ້: “ຖ້າຄອມພິວເຕີຂອງຂ້ອຍຕ້ອງມີຜູ້ອອກແບບຈະຍິ່ງກວ່ານັ້ນອີກເທົ່າໃດທີ່ເຄື່ອງຈັກຊຶ່ງປະກອບດ້ວຍກົນໄກທາງຊີວະ ເຄມີ ຟິສິກ ຄືຮ່າງກາຍຂອງຂ້ອຍ—ຊຶ່ງເປັນພຽງແຕ່ສ່ວນເລັກນ້ອຍທໍ່ນັ້ນແຫ່ງເອກະພົບອັນເກືອບບໍ່ມີທີ່ສິ້ນສຸດ ຍ່ອມຕ້ອງມີຜູ້ອອກແບບຄືກັນ.”
25, 26. ຜູ້ອອກແບບອົງຍິ່ງໃຫຍ່ຄວນຈະບອກອັນໃດແກ່ເຮົາໄດ້?
25 ຄົນເຮົາມີຈຸດມຸ່ງໝາຍຢູ່ໃນໃຈເມື່ອເຂົາສ້າງເຮືອບິນ ຄອມພິວເຕີ ລົດຖີບ ແລະສິ່ງປະດິດອື່ນໆ ສັນໃດ ພະອົງຜູ້ໄດ້ອອກແບບສະໝອງແລະຮ່າງກາຍມະນຸດກໍ່ຍ່ອມມີຈຸດມຸ່ງໝາຍໃນການອອກແບບຕົວເຮົາຄືກັນສັນນັ້ນ. ແລະຜູ້ອອກແບບອົງນີ້ຍ່ອມຕ້ອງມີສະຕິປັນຍາສູງສົ່ງກວ່າມະນຸດ ເນື່ອງຈາກວ່າບໍ່ມີຈັກຄົນໃນພວກເຮົາສາມາດເຮັດຮຽນແບບຂອງພະອົງໄດ້. ສະນັ້ນ ຈຶ່ງເປັນເລື່ອງມີເຫດຜົນທີ່ວ່າພະອົງເປັນຜູ້ດຽວຊຶ່ງຈະບອກເຮົາໄດ້ວ່າ ເປັນຫຍັງພະອົງຈຶ່ງໄດ້ອອກແບບພວກເຮົາ ເປັນຫຍັງພະອົງໃຫ້ເຮົາຢູ່ເທິງແຜ່ນດິນໂລກ ແລະເຮົາຈະມຸ່ງໄປສູ່ທີ່ໃດ.
26 ເມື່ອເຮົາຮຽນຮູ້ສິ່ງເຫຼົ່ານີ້ ເຮົາກໍ່ຈະໃຊ້ສະໝອງແລະຮ່າງກາຍອັນຍອດຢ້ຽມທີ່ພະເຈົ້າປະທານໃຫ້ເຮົານັ້ນໄດ້ໃນການເຮັດໃຫ້ຈຸດມຸ່ງໝາຍໃນຊີວິດຂອງເຮົາສຳເລັດບໍລິບູນ. ແຕ່ເຮົາຈະຮຽນຮູ້ເຖິງຈຸດມຸ່ງໝາຍຂອງພະອົງໄດ້ບ່ອນໃດ? ພະອົງປະທານຄວາມຮູ້ເຊັ່ນນັ້ນແກ່ເຮົາຢູ່ບ່ອນໃດ?
[ຮູບພາບໜ້າ 7]
ວິທີດີທີ່ສຸດເພື່ອຈະຮູ້ວ່າເປັນຫຍັງສິ່ງໃດສິ່ງນຶ່ງຈຶ່ງຖືກອອກແບບ ຂຶ້ນມາຄືຖາມຜູ້ອອກແບບ
[ຮູບພາບໜ້າ 8]
ຄວາມສະລັບຊັບຊ້ອນແລະແບບຂອງສິ່ງມີຊີວິດເຫັນໄດ້ໃນໂມເລກູນດີເອນເອ
[ຮູບພາບໜ້າ 9]
“ການແກ້ບັນຫາໂດຍສະໝອງມະນຸດເໜືອກວ່າ ສະມັດຖະພາບຂອງຄອມພິວເຕີທີ່ມີປະສິດທິພາບສູງສຸດນັ້ນຫຼາຍແທ້ໆ”