ຄຸນຄ່າຂອງຂ່າວດີທີ່ໃຊ້ການໄດ້ຢ່າງແທ້ຈິງຕໍ່ຊຸມຊົນຂອງເຈົ້າ
ໃນໂລກທຸກມື້ນີ້ເຮົາມັກຈະໄດ້ຍິນຄວາມຄິດເຫັນທີ່ວ່າ “ຫຼັກການຂອງສາສະໜາຄລິດໃຊ້ການບໍ່ໄດ້. ເອົາຫຼັກການແບບນີ້ມາໃຊ້ກັບສັງຄົມທີ່ສະຫຼັບຊັບຊ້ອນໃນສະໄໝນີ້ຈະບໍ່ໄດ້ຜົນ.” ແນວໃດກໍຕາມ ລາຍງານການສົນທະນາລະຫວ່າງມະຫາຕະມະ ເຄ. ຄານທີ ຜູ້ນຳຊາວອິນດູກັບຂຸນນາງເອີວິນ ອະດີດອຸປະຮາດຊາວອັງກິດທີ່ປະຈຳຢູ່ປະເທດອິນເດຍ ໄດ້ສະແດງໃຫ້ເຫັນທັດສະນະທີ່ຕ່າງກັນຫຼາຍ. ເຊິ່ງຂຸນນາງເອີວິນໄດ້ຖາມຄານທີເຖິງສິ່ງທີ່ທ່ານຄິດວ່າຈະແກ້ໄຂບັນຫາລະຫວ່າງອັງກິດກັບອິນເດຍໄດ້. ຄານທີຈັບເອົາຄຳພີໄບເບິນຂຶ້ນມາແລ້ວເປີດໄປທີ່ມັດທາຍບົດຫ້າ ແລະກ່າວວ່າ “ເມື່ອໃດທີ່ປະເທດຂອງທ່ານແລະຂອງຂ້າພະເຈົ້າຕົກລົງຕາມຄຳສອນທີ່ພະຄລິດບັນຍັດໄວ້ໃນຄຳເທດເທິງພູເຂົາ ພວກເຮົາຈະແກ້ໄຂບັນຫາບໍ່ພຽງແຕ່ຂອງປະເທດເຮົາທັງສອງເທົ່ານັ້ນ ແຕ່ຈະແກ້ບັນຫາທັງໝົດຂອງໂລກໄດ້.”
ຄຳເທດນັ້ນກ່າວເຖິງການສະແຫວງຫາສິ່ງຝ່າຍວິນຍານ ແລະການເປັນຄົນທີ່ມີຈິດໃຈອ່ອນໂຍນ, ມັກສັນຕິ, ມີຄວາມເມດຕາ, ເປັນຄົນຮັກຄວາມເປັນທຳ. ແລະບໍ່ພຽງແຕ່ຕິຕຽນການຂ້າຄົນ ແຕ່ຍັງຕິຕຽນການເປັນຄົນຄຽດແຄ້ນຄົນອື່ນນຳອີກ, ບໍ່ພຽງແຕ່ຕຳໜິການຫຼິ້ນຊູ້ເທົ່ານັ້ນ ແຕ່ຍັງຕຳໜິການໝົກມຸ້ນໃນເລື່ອງລາຄະຕັນຫາຊ້ຳ. ຄຳເທດນັ້ນຕໍ່ຕ້ານການຢ່າຮ້າງທີ່ຂາດຄວາມຮັບຜິດຊອບເຊິ່ງເຮັດໃຫ້ຄອບຄົວແຕກແຍກແລະເຮັດໃຫ້ເກີດຜົນຮ້າຍຕໍ່ລູກ. ຄຳເທດນັ້ນຍັງບອກວ່າ ‘ໃຫ້ຮັກແມ່ນແຕ່ຜູ້ທີ່ບໍ່ມັກເຈົ້າ, ໃຫ້ທານແກ່ຄົນທີ່ທຸກຍາກ, ເຊົາພິພາກສາຄົນອື່ນແບບຂາດຄວາມເມດຕາ, ໃຫ້ປະຕິບັດກັບຜູ້ອື່ນແບບທີ່ເຈົ້າຢາກໃຫ້ເຂົາປະຕິບັດກັບເຈົ້າ.’ ຖ້ານຳໃຊ້ຫຼັກການທັງໝົດນີ້ກໍຈະເກີດຜົນປະໂຫຍດຢ່າງໃຫຍ່ຫຼວງ. ຄົນໃນຊຸມຊົນຂອງເຈົ້າແຮ່ງນຳໃຊ້ຫຼັກການນັ້ນຫຼາຍສ່ຳໃດ ຊຸມຊົນກໍແຮ່ງໄດ້ຜົນດີຫຼາຍສ່ຳນັ້ນ!
ພະຍານພະເຢໂຫວາເປັນພະລັງຊັກຈູງໃຫ້ປະຕິບັດຕາມແນວຊີ້ນຳນີ້. ຄຳພີໄບເບິນສອນເຂົາເຈົ້າໃຫ້ນັບຖືສາຍສົມລົດ. ເຂົາເຈົ້າອົບຮົມສັ່ງສອນລູກຕາມຫຼັກການທີ່ຖືກຕ້ອງ. ມີການເນັ້ນເຖິງຄວາມສຳຄັນຂອງຊີວິດຄອບຄົວ. ຄອບຄົວທີ່ເປັນເອກະພາບກໍ່ຜົນດີຕໍ່ຊຸມຊົນຂອງເຈົ້າ ແລະຍັງມີຜົນຕໍ່ປະເທດຊາດນຳອີກ. ປະຫວັດສາດເຕັມໄປດ້ວຍຕົວຢ່າງຂອງມະຫາອຳນາດໂລກທີ່ຫຼົ້ມສະຫຼາຍຍ້ອນສາຍສຳພັນໃນຄອບຄົວອ່ອນແອແລະການຜິດສິນລະທຳເພີ່ມຂຶ້ນ. ຍິ່ງພະຍານພະເຢໂຫວາໂນ້ມນ້າວຜູ້ຄົນແລະຄອບຄົວໃຫ້ດຳເນີນຊີວິດຕາມຫຼັກການຄລິດສະຕຽນຫຼາຍສ່ຳໃດ ການຜິດກົດໝາຍ, ການຜິດສິນລະທຳແລະອາດຊະຍາກຳໃນຊຸມຊົນຂອງເຈົ້າກໍຍິ່ງຈະລົດໜ້ອຍລົງສ່ຳນັ້ນ.
ບັນຫາໃຫຍ່ທີ່ສ້າງຄວາມເດືອດຮ້ອນໃຫ້ກັບຊຸມຊົນແລະຊາດຕ່າງໆຢ່າງໜຶ່ງແມ່ນເລື່ອງອະຄະຕິທາງດ້ານເຊື້ອຊາດ. ໃນທາງກົງກັນຂ້າມ ອັກຄະສາວົກເປໂຕກ່າວວ່າ “ເຮົາກໍເຂົ້າໃຈເປັນແທ້ວ່າພະເຈົ້າບໍ່ເລືອກໜ້າຄົນ ແຕ່ວ່າໃນທຸກປະເທດຜູ້ໜຶ່ງຜູ້ໃດທີ່ຢ້ານຢຳພະເຈົ້າແລະກະທຳການຊອບທຳກໍເປັນທີ່ຊອບໃຈແກ່ພະອົງ.” ແລະໂປໂລຂຽນວ່າ “ຊາວຢູເດຫຼືຊາວເຫເລນກໍບໍ່ມີ ຄົນທາດຫຼືບໍ່ໃຊ່ທາດກໍບໍ່ມີ ຜູ້ຊາຍແລະຜູ້ຍິງກໍບໍ່ມີ ເຫດວ່າທ່ານທັງປວງເປັນອັນໜຶ່ງອັນດຽວໃນພະຄລິດເຍຊູ.” (ກິດຈະການ 10:34, 35; ຄາລາຊີ 3:28) ພະຍານພະເຢໂຫວາຍອມຮັບໃນເລື່ອງນີ້. ຄົນຈາກທຸກເຊື້ອຊາດແລະທຸກສີຜິວດຳລົງຊີວິດແລະເຮັດວຽກຮ່ວມກັນທີ່ສຳນັກງານໃຫຍ່, ສຳນັກງານສາຂາ, ແລະໃນປະຊາຄົມຕ່າງໆຂອງເຂົາເຈົ້າໄດ້.
ຢູ່ແຖບອາຝຼິກກາ ບາງຊົນເຜົ່າຖ້າຢູ່ນຳກັນກໍຈະເກີດການປະທະກັນ. ເຖິງຢ່າງນັ້ນກໍຕາມ ຢູ່ການປະຊຸມພາກຂອງພະຍານພະເຢໂຫວາໃນແຖບນີ້ ຜູ້ຄົນຈາກຫຼາຍຊົນເຜົ່າໄດ້ກິນ, ນອນ, ແລະນະມັດສະການນຳກັນຢ່າງປອງດອງກັນພ້ອມກັບມີມິດຕະພາບອັນອົບອຸ່ນ. ເມື່ອເຈົ້າໜ້າທີ່ບ້ານເມືອງເຫັນແນວນັ້ນ ເຂົາເຈົ້າກໍແປກໃຈ. ໃນໜັງສືພິມອຳສະເຕີຣດຳ ນິວສ໌ ແຫ່ງນິວຢອກ ສະບັບວັນທີ 2 ເດືອນສິງຫາ ປີ 1958 ກ່າວເຖິງຕົວຢ່າງກ່ຽວກັບຫຼັກການຄລິດສະຕຽນແທ້ທີ່ກໍ່ໃຫ້ເກີດເອກະພາບ. ຄວາມຄິດເຫັນນີ້ເກີດຈາກການສັງເກດເບິ່ງການປະຊຸມນານາຊາດທີ່ໄດ້ກ່າວເຖິງກ່ອນໜ້ານີ້ ເຊິ່ງມີພະຍານພະເຢໂຫວາຫຼາຍກວ່າສອງແສນຫ້າໝື່ນຄົນເຂົ້າຮ່ວມປະຊຸມນຳກັນໃນນະຄອນນິວຢອກ.
“ມີຄົນຜິວດຳ, ຜິວຂາວແລະຜິວເຫຼືອງມາຈາກທຸກສະຖານະພາບໃນສັງຄົມແລະຈາກທຸກພາກສ່ວນຂອງໂລກຢູ່ນຳກັນຢ່າງເບີກບານ ມ່ວນຊື່ນແລະເປັນກັນເອງ . . . ຜູ້ນະມັດສະການທີ່ເປັນພະຍານພະເຢໂຫວາຈາກ 120 ດິນແດນໄດ້ມາຢູ່ແລະນະມັດສະການຮ່ວມກັນຢ່າງສະຫງົບສຸກ ເຊິ່ງສະແດງໃຫ້ຄົນອາເມຣິກາເຫັນວ່າການເຮັດແນວນັ້ນເປັນເລື່ອງງ່າຍໆ. . . ການປະຊຸມໃຫຍ່ນີ້ເປັນຕົວຢ່າງທີ່ເດັ່ນຊັດເຊິ່ງສະແດງວ່າຄົນເຮົາສາມາດເຮັດວຽກຮ່ວມກັນແລະຢູ່ນຳກັນໄດ້.”
ຫຼາຍຄົນບອກວ່າຫຼັກການຄລິດສະຕຽນໃຊ້ການບໍ່ໄດ້ໃນໂລກສະໄໝໃໝ່ນີ້. ແນວໃດກໍຕາມ ມີຫຼັກການອື່ນອີກບໍທີ່ໃຊ້ໄດ້ຜົນແລ້ວຫຼືຈະໃຊ້ການໄດ້? ຫຼັກການຄລິດສະຕຽນຈະມີຄຸນຄ່າຢ່າງແທ້ຈິງຖ້ານຳເອົາໄປໃຊ້ກັບຊຸມຊົນຂອງເຈົ້າຕັ້ງແຕ່ດຽວນີ້ ແລະຫຼັກການເຫຼົ່ານີ້ຈະເປັນພື້ນຖານສຳລັບຄວາມເປັນເອກະພາບຂອງ ‘ທຸກປະເທດ ທຸກກະກູນ ແລະທຸກຊາດ’ ທີ່ຢູ່ທົ່ວແຜ່ນດິນໂລກພາຍໃຕ້ລາຊະອານາຈັກຂອງພະເຈົ້າທີ່ປົກຄອງມະນຸດຊາດ.—ຄຳປາກົດ 7:9, 10.
[ຖ້ອຍຄຳທີ່ຍົກມາໜ້າ 23]
ທຸກຊົນຊາດແລະທຸກສີຜິວເຮັດວຽກນຳກັນ
[ຖ້ອຍຄຳທີ່ຍົກມາໜ້າ 24]
ຫຼັກການຄລິດສະຕຽນໃຊ້ການໄດ້ແທ້. ມີຫຼັກການອື່ນອີກບໍທີ່ໃຊ້ໄດ້ຜົນ?