ວິທີທີ່ເຂົາເຈົ້າແບ່ງປັນຂ່າວດີ
ຄລິດສະຕຽນໄດ້ຮັບບັນຊາໃຫ້ “ກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ” ແຕ່ນັ້ນບໍ່ໄດ້ມີຄວາມໝາຍວ່າເຂົາເຈົ້າຕ້ອງໃຊ້ວິທີທີ່ບີບບັງຄັບຫຼືຝືນໃຈຄົນອື່ນໃຫ້ປ່ຽນຄວາມເຊື່ອ. ວຽກທີ່ພະເຍຊູມອບໝາຍແມ່ນ “ປະກາດຄຳປະເສີດແກ່ຄົນທັງຫຼາຍທີ່ມີໃຈອ່ອນຫວານ” ໃຫ້ “ພະຍາບານຄົນທັງຫຼາຍທີ່ມີໃຈຂາດແລ້ວ” ໃຫ້ “ອອຍໃຈຂອງຄົນທັງປວງທີ່ຮ້ອງໄຫ້ໂສກເສົ້າ.” (ມັດທາຍ 28:19; ເອຊາອີ 61:1, 2; ລືກາ 4:18, 19) ພະຍານພະເຢໂຫວາພະຍາຍາມເຮັດເຊັ່ນນັ້ນໂດຍການປະກາດຂ່າວດີທີ່ມາຈາກຄຳພີໄບເບິນ. ຄືກັບຜູ້ພະຍາກອນເອເຊກຽນໃນສະໄໝບູຮານ ພະຍານພະເຢໂຫວາສະໄໝນີ້ພະຍາຍາມສະແຫວງຫາຜູ້ທີ່ “ທອດຫຸ່ຍແລະຮ້ອງຄາງຍ້ອນການໜ້າກຽດໜ້າຊັງທັງປວງທີ່ເຂົາເຮັດ.”—ເອເຊກຽນ 9: 4
ວິທີທີ່ເປັນທີ່ຮູ້ຈັກກັນດີເຊິ່ງເຂົາເຈົ້າໃຊ້ເພື່ອສະແຫວງຫາຜູ້ທີ່ເປັນທຸກຍ້ອນສະພາບການໃນປັດຈຸບັນແມ່ນການໄປຫາຮອດເຮືອນ. ໂດຍວິທີນີ້ ເຂົາເຈົ້າພະຍາຍາມເຂົ້າເຖິງປະຊາຊົນທົ່ວໄປຄືກັບພະເຍຊູເຄີຍເຮັດເມື່ອ “ເດີນໄປໃນເມືອງແລະບ້ານທັງຫຼາຍຈຶ່ງເທສະໜາປ່າວປະກາດແຜ່ນດິນຂອງພະເຈົ້າ [“ຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ,” ລ.ມ.].” ສາວົກກຸ່ມທຳອິດຂອງພະອົງກໍເຮັດເຊັ່ນນັ້ນ. (ລືກາ 8:1; 9:1-6; 10:1-9) ໃນທຸກມື້ນີ້ ທຸກບ່ອນທີ່ສາມາດເຮັດໄດ້ ພະຍານພະເຢໂຫວາບາກບັ່ນພະຍາຍາມໄປຢາມແຕ່ລະເຮືອນປີລະຫຼາຍໆເທື່ອ ເພື່ອຫາໂອກາດສົນທະນາກັບເຈົ້າຂອງບ້ານຈັກບຶດໜຶ່ງກ່ຽວກັບເລື່ອງທີ່ໜ້າສົນໃຈຫຼືເລື່ອງທີ່ເປັນຕາຫ່ວງກັນໃນເຂດຕ່າງໆແລະໃນໂລກ. ຈະມີການພິຈາລະນາຂໍ້ຄຳພີຈັກໜຶ່ງຫຼືສອງຂໍ້ ແລະຫາກວ່າເຈົ້າຂອງບ້ານສະແດງຄວາມສົນໃຈ ພະຍານຈະກະກຽມການກັບມາຢາມຕາມເວລາທີ່ສະດວກເພື່ອສານຕໍ່ການສົນທະນາ. ຄຳພີໄບເບິນແລະສັບພະໜັງສືທີ່ອະທິບາຍຄຳພີໄບເບິນມີຢູ່ພ້ອມສະເໝີ ແລະຖ້າເຈົ້າຂອງບ້ານຕ້ອງການ ລາວສາມາດສຶກສາຄຳພີໄບເບິນຢູ່ທີ່ເຮືອນໂດຍບໍ່ຕ້ອງເສຍເງິນໄດ້. ມີການນຳການສຶກສາຄຳພີໄບເບິນທີ່ເປັນປະໂຫຍດແບບນີ້ກັບຫຼາຍລ້ານຄົນ ເປັນລາຍບຸກຄົນແລະທັງຄອບຄົວເປັນປະຈຳທົ່ວໂລກ.
ການບອກ “ຂ່າວດີເລື່ອງລາຊະອານາຈັກ” ອີກວິທີໜຶ່ງແມ່ນ ໂດຍທາງການປະຊຸມຕ່າງໆທີ່ຈັດຂຶ້ນຢູ່ທີ່ຫໍປະຊຸມລາຊະອານະຈັກປະຈຳທ້ອງຖິ່ນ. ພະຍານພະເຢໂຫວາຈັດການປະຊຸມຢູ່ຫັ້ນທຸກໆອາທິດ. ການປະຊຸມລາຍການໜຶ່ງແມ່ນຄຳບັນຍາຍສາທາລະນະທີ່ມີຫົວເລື່ອງໜ້າສົນໃຈໃນຂະນະນີ້ ຈາກນັ້ນກໍເປັນການສຶກສາທີ່ມີຫົວເລື່ອງໃດຫົວເລື່ອງໜຶ່ງຫຼືຄຳພະຍາກອນມາຈາກຄຳພີໄບເບິນໂດຍໃຊ້ວາລະສານຫໍສັງເກດການ. ການປະຊຸມອີກລາຍການໜຶ່ງແມ່ນໂຮງຮຽນຝຶກອົບຮົມພະຍານໃຫ້ເປັນຜູ້ປະກາດຂ່າວດີທີ່ຊຳນານຂຶ້ນ ຕໍ່ໄປກໍເປັນສ່ວນທີ່ຈັດໄວ້ສຳລັບພິຈາລະນາການໃຫ້ຄຳພະຍານໃນເຂດທ້ອງຖິ່ນ. ນອກຈາກນັ້ນ ພະຍານຍັງເຕົ້າໂຮມກັນເປັນກຸ່ມນ້ອຍໆເພື່ອສຶກສາຄຳພີໄບເບິນໃນເຮືອນສ່ວນບຸກຄົນອາທິດລະເທື່ອ.
ການປະຊຸມທັງໝົດນີ້ເປີດໂອກາດໃຫ້ຄົນທົ່ວໄປເຂົ້າຮ່ວມນຳ. ບໍ່ມີການແຜ່ເງິນ. ການປະຊຸມແບບນີ້ເປັນປະໂຫຍດຕໍ່ທຸກໆຄົນ. ຄຳພີໄບເບິນບອກວ່າ “ພວກເຮົາຈົ່ງລະວັງຄຶດເຖິງກັນແລະກັນ ເພື່ອຈະໄດ້ເຕືອນໃຈກັນໃຫ້ປົງໃຈຮັກກັນແລະກັນແລະກະທຳການດີ ຢ່າໃຫ້ປະການຊຸມນຸມກັນນັ້ນເໝືອນດັ່ງຜູ້ລາງຄົນເຄີຍປະ ແຕ່ວ່າຈົ່ງເຕືອນສະຕິກັນແລະກັນ ແລະມາກກວ່ານັ້ນອີກເພາະທ່ານທັງຫຼາຍເຫັນວ່າວັນນັ້ນພວມຫຍັບເຂົ້າມາ.” ການສຶກສາແລະຄົ້ນຄວ້າສ່ວນຕົວມີຄວາມຈຳເປັນ ແຕ່ການປະຊຸມຮ່ວມກັນກັບຜູ້ອື່ນເປັນການສົ່ງເສີມກັນ ດັ່ງຄຳສຸພາສິດທີ່ວ່າ “ເຫຼັກປ່າຍເຫຼັກໃຫ້ຄົມໄດ້. ແລະຄົນຜູ້ໜຶ່ງໃຫ້ໜ້າຜາກຂອງສ່ຽວແຫ່ງຕົນຊື່ນບານໄດ້.”—ເຫບເລີ 10:24, 25; ສຸພາສິດ 27:17.
ນອກຈາກນັ້ນ ພະຍານຍັງຫາໂອກາດເພື່ອເວົ້າເລື່ອງຂ່າວດີເມື່ອມີການຕິດຕໍ່ພົວພັນກັບຄົນອື່ນໃນຊີວິດປະຈຳວັນນຳອີກ. ອາດຈະເຮັດໄດ້ໂດຍລົມກັນກັບເພື່ອນບ້ານຈັກສອງສາມຄຳຫຼືກັບຜູ້ຮ່ວມລົດໂດຍສານຫຼືກັບຜູ້ທີ່ຂຶ້ນຍົນລຳດຽວກັນ ການສົນທະນາຈະດົນກວ່າເມື່ອເວົ້າກັບຫມູ່ຫຼືຍາດພີ່ນ້ອງ ຫຼືເວົ້າກັບເພື່ອນທີ່ເຮັດວຽກນຳກັນລະຫວ່າງກິນເຂົ້າສວາຍ. ເມື່ອພະເຍຊູຢູ່ເທິງໂລກນີ້ການໃຫ້ຄຳພະຍານສ່ວນຫຼາຍແມ່ນຕອນທີ່ພະອົງຍ່າງຕາມແຄມທະເລ, ນັ່ງຢູ່ເນີນພູ, ກິນເຂົ້ານຳຄົນອື່ນ, ໃນງານດອງ ຫຼືເດີນທາງໄປກັບເຮືອຫາປາຢູ່ທະເລຄາລິເລ. ພະອົງສອນຢູ່ໂຮງທຳແລະທີ່ວິຫານໃນເມືອງເຢຣຶຊາເລມ. ບໍ່ວ່າພະອົງຢູ່ບ່ອນໃດ ພະອົງກໍຫາໂອກາດເວົ້າເລື່ອງລາຊະອານາຈັກຂອງພະເຈົ້າ. ພະຍານພະເຢໂຫວາພະຍາຍາມຕິດຕາມຕົວຢ່າງຂອງພະເຍຊູໃນເລື່ອງນີ້ຄືກັນ.—1 ເປໂຕ 2:21.
ການປະກາດໂດຍທາງຕົວຢ່າງ
ການບອກຂ່າວດີດ້ວຍວິທີເຫຼົ່ານີ້ຈະບໍ່ມີຄວາມໝາຍຕໍ່ຄົນອື່ນເລີຍ ຫາກວ່າຜູ້ທີ່ບອກຂ່າວດີແກ່ຄົນອື່ນບໍ່ປະຕິບັດຕາມສິ່ງທີ່ຕົວເອງສອນ. ການເວົ້າຢ່າງໜຶ່ງແຕ່ເຮັດອີກຢ່າງໜຶ່ງນັ້ນເປັນການໜ້າຊື່ໃຈຄົດ ແລະຄວາມໜ້າຊື່ໃຈຄົດທາງສາສະໜາໄດ້ເຮັດໃຫ້ຫຼາຍລ້ານຄົນບໍ່ສົນໃຈໃນຄຳພີໄບເບິນ. ບໍ່ຄວນໂທດຄຳພີໄບເບິນ. ພວກສະໝຽນແລະຟາລິຊຽນມີພະຄຳພີພາກພາສາເຫບເລີ ແຕ່ພະເຍຊູປະນາມເຂົາເຈົ້າວ່າເປັນພວກໜ້າຊື່ໃຈຄົດ. ພະອົງເວົ້າເຖິງບັນຍັດຂອງໂມເຊທີ່ເຂົາເຈົ້າອ່ານໃຫ້ປະຊາຊົນຟັງ ແລ້ວພະອົງຈຶ່ງກ່າວກັບສາວົກຕໍ່ອີກວ່າ “ສັບພະທຸກສິ່ງທີ່ເຂົາຈະສັ່ງທ່ານທັງຫຼາຍໃຫ້ກະທຳ ຈົ່ງກະທຳແລະຂັບຕາມເຖີ້ນ ແຕ່ວ່າຢ່າໄດ້ກະທຳຕາມກິດຈະການຂອງເຂົາເພາະເຂົາສັ່ງແລະບໍ່ຂັບຕາມ.” (ມັດທາຍ 23:3) ຕົວຢ່າງໃນການດຳເນີນຊີວິດທີ່ຖືກຕ້ອງຂອງຄລິດສະຕຽນເປັນຕາເຊື່ອຖືຫຼາຍກວ່າການເທດຕັ້ງຫຼາຍຊົ່ວໂມງ. ມີການແນະນຳໃຫ້ເມຍຄລິດສະຕຽນເຊິ່ງມີຜົວທີ່ບໍ່ໄດ້ເປັນຜູ້ເຊື່ອຖືວ່າ “ກິດຈະການແຫ່ງເມຍຈະໄດ້ເອົາໃຈຜົວໄດ້ປາສະຈາກພະຄຳ ເມື່ອຜົວຈະໄດ້ຈອບເຫັນເມຍໄດ້ກະທຳຕາມທຳນຽມອັນບໍລິສຸດດ້ວຍໃຈຢ້ານຢຳ.”—1 ເປໂຕ 3:1, 2.
ດ້ວຍເຫດນີ້ ພະຍານພະເຢໂຫວາຈຶ່ງພະຍາຍາມແນະນຳຂ່າວດີແກ່ຄົນອື່ນດ້ວຍວິທີນີ້ຄືກັນ ກໍໂດຍການເປັນຕົວຢ່າງໃນເລື່ອງການປະພຶດແບບຄລິດສະຕຽນທີ່ເຂົາເຈົ້າແນະນຳໃຫ້ແກ່ຄົນອື່ນໆ. ເມື່ອຢາກໃຫ້ຄົນອື່ນກະທຳສິ່ງໃດກັບຕົນ ເຂົາເຈົ້າຈຶ່ງພະຍາຍາມ “ກະທຳສິ່ງນັ້ນສຳລັບເຂົາທຸກປະການເໝືອນກັນດ້ວຍ.” (ມັດທາຍ 7:12) ເຂົາເຈົ້າພະຍາຍາມເຮັດແນວນີ້ຕໍ່ທຸກຄົນ ບໍ່ແມ່ນກັບແຕ່ເພື່ອນພະຍານ, ກັບຫມູ່, ກັບເພື່ອນບ້ານ, ຫຼືຍາດພີ່ນ້ອງເທົ່ານັ້ນ. ເນື່ອງຈາກເປັນມະນຸດທີ່ບໍ່ສົມບູນແບບ ເຂົາເຈົ້າຈຶ່ງມີຂໍ້ຂາດຕົກບົກພ່ອງຢູ່ແດ່. ແຕ່ເຂົາເຈົ້າມີຄວາມປາຖະໜາໃນໃຈຢູ່ແລ້ວທີ່ຈະເຮັດດີຕໍ່ທຸກຄົນ ບໍ່ພຽງໄດ້ແຕ່ບອກຂ່າວດີເລື່ອງລາຊະອານາຈັກ ແຕ່ຍັງໃຫ້ຄວາມຊ່ວຍເຫຼືອເມື່ອໃດກໍໄດ້ທີ່ເຂົາເຈົ້າເຮັດໄດ້.—ຢາໂກໂບ 2:14-17.
[ຮູບພາບໜ້າ 19]
ຮາວາຍ
[ຮູບພາບໜ້າ 19]
ເວເນຊູເອລາ
[ຮູບພາບໜ້າ 19]
ຢູໂກສະລາວີ
[ຮູບພາບໜ້າ 20]
ຫໍປະຊຸມລາຊະອານາຈັກທີ່ມີການອອກ ແບບຢ່າງເໝາະສົມໃຫ້ເປັນສະຖານ ທີ່ສຳລັບການພິຈາລະນາຄຳພີໄບເບິນ
[ຮູບພາບໜ້າ 21]
ທັງໃນຊີວິດຄອບຄົວແລະຕອນທີ່ຕິດຕໍ່ກັບຄົນອື່ນ ດ້ວຍຄວາມຈິງໃຈພະຍານພະຍາຍາມເຮັດ ສິ່ງທີ່ເຂົາເຈົ້າສອນຄົນອື່ນ