ຄຳເຊີນສຳລັບເຈົ້າ
ພວກເຮົາຍິນດີທີ່ໄດ້ລົມກັບເຈົ້າໂດຍຜ່ານທາງຈຸນລະສານເຫຼັ້ມນີ້. ຫວັງວ່າເຈົ້າຄົງຈະຍິນດີທີ່ໄດ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບພະຍານພະເຢໂຫວາ. ຂໍເຊີນໃຫ້ເຈົ້າມາຢາມເຮົາຢູ່ຫໍປະຊຸມລາຊະອານາຈັກປະຈຳທ້ອງຖິ່ນ ເພື່ອຈະເຫັນວ່າເຮົາຈັດການປະຊຸມແນວໃດ. ແລະເພື່ອຈະເຫັນວິທີທີ່ພວກເຮົາພະຍາຍາມຈະແບ່ງປັນຂ່າວດີເລື່ອງອຸທິຍານເທິງແຜ່ນດິນໂລກພາຍໃຕ້ລາຊະອານາຈັກຂອງພະຄລິດກັບຄົນອື່ນ.
ພະເຈົ້າໄດ້ສັນຍາໄວ້ແລ້ວ. “ຕາມຄຳປະຕິຍານຂອງພະອົງ ເຮົາທັງຫຼາຍຄອຍຖ້າຟ້າອາກາດໃໝ່ແລະແຜ່ນດິນໂລກໃໝ່ ຢູ່ທີ່ນັ້ນຄວາມຊອບທຳຕັ້ງຢູ່.” (2 ເປໂຕ 3:13) ຫຼາຍສະຕະວັດໄດ້ຜ່ານໄປແລ້ວ. ໄລຍະເວລາແຫ່ງການລໍຖ້າກໍເກືອບຈະສິ້ນສຸດແລ້ວ. ສະພາບການຕ່າງໆຂອງໂລກນີ້ບົ່ງບອກໄວ້ຢ່າງນີ້.
ເມື່ອ “ທ່ານທັງຫຼາຍເຫັນວ່າວັນນັ້ນພວມຫຍັບເຂົ້າມາ” ອັກຄະສາວົກໂປໂລໄດ້ກ່າວວ່າ “ຈົ່ງລະວັງຄຶດເຖິງກັນແລະກັນ...ໃຫ້ປົງໃຈຮັກກັນແລະກັນແລະກະທຳການດີ ຢ່າໃຫ້ປະການຊຸມນຸມກັນ.” (ເຫບເລີ 10:24, 25) ພວກເຮົາຂໍເຊີນເຈົ້າໃຫ້ເອົາໃຈໃສ່ຟັງຄຳແນະນຳຂອງໂປໂລ ໂດຍການເຂົ້າຮ່ວມປະຊຸມນຳກັນກັບພວກເຮົາ.