ຄຳຖາມທີ່ຄົນສົນໃຈມັກຈະຖາມ
ຖ້າພະເຈົ້າເປັນຄວາມຮັກເປັນຫຍັງພະອົງຈຶ່ງຍອມໃຫ້ມີຄວາມຊົ່ວ?
ພະເຈົ້າຍອມໃຫ້ມີຄວາມຊົ່ວ ແລະຫຼາຍລ້ານຄົນທີ່ຢູ່ເທິງແຜ່ນດິນໂລກຕັ້ງໃຈປະຕິບັດຊົ່ວເປັນປະຈຳ. ຕົວຢ່າງເຊັ່ນ ປະກາດເຮັດສົງຄາມ, ຖິ້ມລະເບີດໃສ່ເດັກນ້ອຍ, ທຳລາຍແຜ່ນດິນໂລກ, ແລະເຮັດໃຫ້ເກີດຄວາມອຶດຢາກ. ຫຼາຍລ້ານຄົນສູບຢາແລ້ວເປັນໂລກມະເຮັງປອດ, ການຜິດສິນລະທຳເຮັດໃຫ້ຕິດພະຍາດຈາກການສຳພັນທາງເພດ, ດື່ມເຫຼົ້າເກີນກຳນົດກໍ່ໃຫ້ເກີດໂລກຕັບແຂງ ແລະບັນຫາອື່ນໆອີກ. ຄົນພວກນີ້ບໍ່ຕ້ອງການໃຫ້ຄວາມຊົ່ວໝົດໄປຢ່າງແທ້ຈິງ. ເຂົາເຈົ້າຢາກໃຫ້ກຳຈັດຜົນຮັບຂອງການເຮັດຜິດເທົ່ານັ້ນ. ເມື່ອເຂົາເຈົ້າເກັບກ່ຽວສິ່ງທີ່ເຂົາເຈົ້າຫວ່ານ ເຂົາເຈົ້າກໍຈະຮ້ອງຄາງວ່າ “ເປັນຫຍັງຂ້ອຍຈຶ່ງຕ້ອງເປັນແນວນີ້?” ແລ້ວເຂົາເຈົ້າກໍໂທດພະເຈົ້າ ຄືກັບສຸພາສິດ 19:3 ກ່າວວ່າ “ຄວາມບ້າຂອງຄົນໃຫ້ທາງຂອງຕົນຊົ່ວຮ້າຍໄປແລະມັນເຄືອງໃຈຕໍ່ສູ້ພະເຢໂຫວາ.” ຫາກພະເຈົ້າຫ້າມບໍ່ໃຫ້ເຂົາເຮັດຊົ່ວ ເຂົາກໍຈະບໍ່ພໍໃຈທີ່ຕົນບໍ່ມີອິດສະຫຼະໃນການເຮັດສິ່ງນັ້ນ!
ຕົ້ນເຫດສຳຄັນທີ່ພະເຢໂຫວາຍອມໃຫ້ມີຄວາມຊົ່ວກໍເພື່ອຈະຕອບການທ້າທາຍຂອງຊາຕານ. ຊາຕານພະຍາມານກ່າວວ່າ ພະເຈົ້າບໍ່ສາມາດເຮັດໃຫ້ມີມະນຸດເທິງແຜ່ນດິນໂລກທີ່ເປັນຜູ້ສັດຊື່ຕໍ່ພະອົງໄດ້ຫາກເຂົາຖືກການທົດລອງ. (ໂຢບ 1:6-12; 2:1-10) ພະເຢໂຫວາປ່ອຍໃຫ້ຊາຕານມີຊີວິດຢູ່ເພື່ອມັນຈະມີໂອກາດພິສູດການທ້າທາຍຂອງມັນ. (ອົບພະຍົບ 9:16) ທຸກມື້ນີ້ ຂະນະທີ່ຊາຕານພະຍາຍາມພິສູດການທ້າທາຍຂອງມັນຢູ່ ມັນກໍຍັງເຮັດໃຫ້ເກີດໄພພິບັດຕ່າງໆເພື່ອມະນຸດຈະໄດ້ຕໍ່ຕ້ານພະເຈົ້າ. (ຄຳປາກົດ 12:12) ແນວໃດກໍຕາມ ທ່ານໂຢບຍັງຮັກສາຄວາມຊື່ສັດໝັ້ນຄົງ. ພະເຍຊູກໍຄືກັນ. ຄລິດສະຕຽນແທ້ທັງຫຼາຍກໍກຳລັງພັກດີຢູ່ເຊັ່ນດຽວກັນ.—ໂຢບ 27:5; 31:6; ມັດທາຍ 4:1-11; 1 ເປໂຕ 1:6, 7.
ຂ້ອຍຢາກເຊື່ອເລື່ອງອຸທິຍານເທິງແຜ່ນດິນໂລກທີ່ມີຄົນຢູ່ຕະຫຼອດໄປ ແຕ່ເລື່ອງນີ້ດີເກີນຄວາມເປັນຈິງແມ່ນບໍ?
ຕາມຄຳພີໄບເບິນແລ້ວເປັນໄປໄດ້. ເບິ່ງຄືວ່າເລື່ອງນັ້ນເກີນຄວາມເປັນຈິງເນື່ອງຈາກມະນຸດຊາດປະສົບກັບສິ່ງຊົ່ວຮ້າຍມາດົນຫຼາຍ. ພະເຢໂຫວາສ້າງແຜ່ນດິນໂລກແລະບອກມະນຸດໃຫ້ອອກແມ່ແພ່ລູກໃຫ້ແຜ່ນດິນໂລກເຕັມໄປດ້ວຍລູກຫຼານຊາຍຍິງທີ່ຊອບທຳ ເຊິ່ງຈະເບິ່ງແຍງຕົ້ນໄມ້ແລະສັດ ລວມທັງຄຸ້ມຄອງຮັກສາແຜ່ນດິນໂລກໃຫ້ສວຍງາມບໍ່ແມ່ນທຳລາຍມັນ. (ເບິ່ງໜ້າ 12 ແລະ 17.) ແທນທີ່ຈະເວົ້າວ່າເລື່ອງອຸທິຍານທີ່ໄດ້ສັນຍາໄວ້ດີຈົນເຫຼືອເຊື່ອ ສະພາບອັນໂສກເສົ້າໃນປັດຈຸບັນນີ້ຕ່າງຫາກທີ່ຮ້າຍແຮງຈົນບໍ່ເປັນຕາປ່ອຍເອົາໄວ້ອີກ. ອຸທິຍານຈະເຂົ້າມາແທນສະພາບການນັ້ນ.
ຂ້ອຍຈະຕອບຄົນທີ່ເວົ້າໃສ່ແລະບອກວ່າຄຳພີໄບເບິນເປັນນິທານແລະບໍ່ເປັນໄປຕາມຫຼັກວິທະຍາສາດໄດ້ແນວໃດ?
ຄວາມເຊື່ອໃນເລື່ອງຄຳສັນຍານີ້ບໍ່ແມ່ນເລື່ອງງົມງວາຍ. “ຄວາມເຊື່ອເກີດຂຶ້ນເພາະໄດ້ຍິນຟັງ.” ໂດຍການສຶກສາພະຄຳຂອງພະເຈົ້າ ສະຕິປັນຍາທີ່ຢູ່ໃນພະຄຳນັ້ນກໍເຫັນໄດ້ຊັດແລະຄວາມເຊື່ອກໍຈະເຕີບໂຕຂຶ້ນ.—ໂລມ 10:17; ເຫບເລີ 11:1.
ບູຮານຄະດີທາງດ້ານຄຳພີໄບເບິນຢືນຢັນດ້ານປະຫວັດສາດວ່າຂໍ້ຄວາມໃນຄຳພີໄບເບິນຫຼາຍໆຂໍ້ແມ່ນຖືກຕ້ອງ. ວິທະຍາສາດແທ້ປະສານລົງຮອຍກັບຄຳພີໄບເບິນ. ຄວາມຈິງຕໍ່ໄປນີ້ຢູ່ໃນຄຳພີໄບເບິນດົນນານກ່ອນທີ່ຜູ້ຊ່ຽວຊານຝ່າຍໂລກໄດ້ຄົ້ນພົບ: ລຳດັບແລະຂັ້ນຕອນຄວາມເປັນມາຂອງໂລກທີ່ພັດທະນາຂຶ້ນເທື່ອລະຂັ້ນ, ຮູບຊົງຂອງໂລກເປັນວົງກົມ, ໂລກລອຍຢູ່ໃນວ່າງອະວະກາດໂດຍບໍ່ຕິດກັບສິ່ງໃດ, ນົກຍົກຍ້າຍຖິ່ນຖານຕາມລະດູການ.—ຕົ້ນເດີມ ບົດ 1; ເອຊາອີ 40:22; ໂຢບ 26:7; ເຢເຣມີ 8:7.
ການທີ່ຄຳພີໄບເບິນຂຽນຂຶ້ນໂດຍການດົນໃຈນັ້ນເຫັນໄດ້ຈາກຄຳພະຍາກອນທີ່ສຳເລັດເປັນຈິງ. ດານຽນໄດ້ບອກລ່ວງໜ້າເລື່ອງການເກີດແລະຫຼົ້ມຈົມຂອງມະຫາອຳນາດໂລກ, ລວມທັງໄດ້ບອກເວລາທີ່ພະເມຊີຈະສະເດັດມາແລະຖືກປະຫານ. (ດານຽນ ບົດ 2, 8; 9:24-27) ທຸກມື້ນີ້ຍັງມີຄຳພະຍາກອນອື່ນໆທີ່ກຳລັງສຳເລັດເປັນຈິງຢູ່ເຊິ່ງບົ່ງບອກວ່າເວລານີ້ເປັນ “ຍຸກສຸດທ້າຍ.” (2 ຕີໂມເຕ 3:1-5, ທ.ປ.; ມັດທາຍ ບົດ 24) ມະນຸດບໍ່ສາມາດຮູ້ລ່ວງໜ້າແບບນີ້. (ເອຊາອີ 41:23) ເພື່ອຈະໄດ້ຄຳຢືນຢັນເພີ່ມຂຶ້ນ ເຊີນເບິ່ງໜັງສືຄຳພີໄບເບິນ—ພະຄຳຂອງພະເຈົ້າຫຼືຂອງມະນຸດ? (ພາສາອັງກິດ) ແລະພະຜູ້ສ້າງຜູ້ສົນໃຈໃນຕົວເຈົ້າມີບໍ? (ພາສາໄທ) ຈັດພິມໂດຍພະຍານພະເຢໂຫວາ.
ຂ້ອຍຈະຮຽນຮູ້ວິທີຕອບຄຳຖາມຕ່າງໆກ່ຽວກັບຄຳພີໄບເບິນໄດ້ແນວໃດ?
ເຈົ້າຄວນສຶກສາຄຳພີໄບເບິນແລະຄຶດຕຶກຕອງເບິ່ງ ໃນຂະນະດຽວກັນກໍຂໍການຊີ້ນຳຈາກພະວິນຍານຂອງພະເຈົ້າ. (ສຸພາສິດ 15:28; ລືກາ 11:9-13) ຄຳພີໄບເບິນກ່າວວ່າ “ຖ້າຜູ້ໃດໃນພວກທ່ານຂັດສົນຄວາມປັນຍາ ໃຫ້ຜູ້ນັ້ນຂໍແຕ່ພະເຈົ້າຜູ້ໂຜດປະທານໃຫ້ແກ່ຄົນທັງປວງເປັນບໍລິບູນ ແລະບໍ່ຕິຕຽນ ແລະຄວາມປັນຍາຈະເປັນທີ່ປະທານໃຫ້ແກ່ເພິ່ນ.” (ຢາໂກໂບ 1: 5) ນອກຈາກນັ້ນຍັງມີຄູ່ມືຊ່ວຍສຶກສາຄຳພີໄບເບິນທີ່ໃຫ້ຄຳແນະນຳທີ່ມີຄ່າ. ຕາມປົກກະຕິ ເຮົາຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກຄົນອື່ນ ຄືກັບຟີລິບທີ່ໄດ້ນຳການສຶກສາກັບຊາວເອທິໂອປີ. (ກິດຈະການ 8:26-35) ພະຍານພະເຢໂຫວານຳການສຶກສາຄຳພີໄບເບິນຢູ່ເຮືອນຂອງຜູ້ສົນໃຈໂດຍບໍ່ຄິດຄ່າ. ບໍ່ຕ້ອງເກງໃຈ ເຈົ້າຂໍໃຫ້ມີການສຶກສາແບບນີ້ໄດ້.
ເປັນຫຍັງຫຼາຍຄົນຕໍ່ຕ້ານພະຍານພະເຢໂຫວາແລະບອກຂ້ອຍວ່າຢ່າສຶກສາກັບເຂົາເຈົ້າ?
ມີການຕໍ່ຕ້ານການປະກາດຂອງພະເຍຊູ ແລະພະອົງກ່າວວ່າສາວົກຂອງພະອົງກໍຈະຖືກຕໍ່ຕ້ານຄືກັນ. ເມື່ອມີບາງຄົນຮູ້ສຶກປະທັບໃຈໃນຫຼັກຄຳສອນຂອງພະເຍຊູ ຜູ້ຕໍ່ຕ້ານທາງສາສະໜາໂຕ້ກັບວ່າ “ຝ່າຍຫມູ່ເຈົ້າທັງມວນໄດ້ຖືກລໍ້ລວງຫຼື? ແຕ່ພວກຜູ້ຄຸ້ມຄອງຫຼືແຕ່ພວກຟາລິຊຽນມີຜູ້ໜຶ່ງຜູ້ໃດທີ່ໄດ້ເຊື່ອໃນທ່ານນັ້ນຫຼື?” (ໂຢຮັນ 7:46-48; 15:20) ຫຼາຍຄົນທີ່ແນະນຳເຈົ້າບໍ່ໃຫ້ສຶກສາກັບພະຍານພະເຢໂຫວາ ອາດຈະໄດ້ຂໍ້ມູນທີ່ບໍ່ຖືກຕ້ອງຫຼືອາດຈະມີອະຄະຕິ. ລອງສຶກສາກັບພະຍານພະເຢໂຫວາແລະເບິ່ງດ້ວຍຕົນເອງວ່າຄວາມເຂົ້າໃຈກ່ຽວກັບຄຳພີໄບເບິນຈະເພີ່ມຂຶ້ນຫຼືບໍ່.—ມັດທາຍ 7:17-20.
ເປັນຫຍັງພະຍານຈຶ່ງໄປຢາມຄົນທີ່ມີສາສະໜາຢູ່ແລ້ວ?
ເຂົາເຈົ້າເຮັດເຊັ່ນນີ້ ເປັນການຕິດຕາມຕົວຢ່າງຂອງພະເຍຊູ. ພະອົງໄປຫາຊາວຢິວ. ຊາວຢິວມີສາສະໜາຂອງຕົນຢູ່ແລ້ວ ແຕ່ວ່າໃນຫຼາຍໆດ້ານ ສາສະໜານັ້ນໄດ້ຫັນຫຼັງໃຫ້ພະຄຳຂອງພະເຈົ້າ. (ມັດທາຍ 15:1-9) ທຸກຊາດຕ່າງກໍມີສາສະໜາແນວໃດແນວໜຶ່ງຢູ່ແລ້ວ ບໍ່ວ່າຈະເປັນສາສະໜາຄລິດສະຕຽນຫຼືບໍ່ແມ່ນຄລິດສະຕຽນກໍຕາມ. ຈຶ່ງເປັນເລື່ອງສຳຄັນຍິ່ງທີ່ຈະມີຄວາມເຊື່ອແບບທີ່ປະສານລົງຮອຍກັບພະຄຳຂອງພະເຈົ້າ ແລະພະຍານພະເຢໂຫວາພະຍາຍາມຊ່ວຍເຂົາເຈົ້າໃຫ້ທຳເຊັ່ນນັ້ນຈຶ່ງເປັນຫຼັກຖານທີ່ສະແດງເຖິງຄວາມຮັກທີ່ມີຕໍ່ເພື່ອນບ້ານ.
ພະຍານພະເຢໂຫວາເຊື່ອວ່າ ສາສະໜາຂອງຕົນເປັນສາສະໜາທີ່ຖືກຕ້ອງແຕ່ສາສະໜາດຽວທໍ່ນັ້ນບໍ?
ໃຜກໍຕາມທີ່ເອົາຈິງເອົາຈັງກັບສາສະໜາຂອງຕົນກໍຄວນຈະຄິດວ່າສາສະໜາທີ່ຕົນນັບຖືຢູ່ນັ້ນຖືກຕ້ອງ. ຖ້າບໍ່ເປັນເຊັ່ນນັ້ນ ເຂົາເຈົ້າຈະນັບຖືສາສະໜານັ້ນໄປເຮັດຫຍັງ? ຄລິດສະຕຽນໄດ້ຮັບຄຳເຕືອນວ່າ “ຈົ່ງລອງເບິ່ງສິ່ງທັງປວງ ສິ່ງອັນດີຈົ່ງເອົາຖືໄວ້.” (1 ເທຊະໂລນີກ 5:21) ເຮົາຄວນກວດເບິ່ງໃຫ້ຄັກແນ່ວ່າ ຄວາມເຊື່ອຂອງເຮົາແມ່ນເປັນຕາມຫຼັກພະຄຳພີ ເພາະວ່າຄວາມເຊື່ອແທ້ມີແຕ່ແນວດຽວ. ເອເຟດ 4:5 ຢືນຢັນວ່າ “ມີພະອົງເຈົ້າອົງດຽວ ຄວາມເຊື່ອອັນດຽວ ສິນບັບເຕມາອັນດຽວ.” ພະເຍຊູບໍ່ເຫັນພ້ອມກັບທັດສະນະແນວໃໝ່ແບບບໍ່ເອົາຈິງເອົາຈັງທີ່ວ່າ ສາສະໜາຕ່າງໆຄືກັບຫົນທາງຫຼາຍເສັ້ນ ເຊິ່ງທຸກສາສະໜາຈະນຳໄປສູ່ຄວາມລອດ. ແທນທີ່ຈະເປັນຢ່າງນັ້ນ ພະອົງກ່າວວ່າ “ປະຕູກໍຮອມແລະທາງກໍແຄບທີ່ນຳໄປເຖິງຊີວິດ ແລະຜູ້ທີ່ພົບທາງນັ້ນບໍ່ມີຫຼາຍຄົນ.” ພະຍານພະເຢໂຫວາເຊື່ອວ່າເຂົາເຈົ້າພໍ້ທາງເສັ້ນນັ້ນແລ້ວ. ຖ້າບໍ່ດັ່ງນັ້ນ ເຂົາເຈົ້າກໍຄົງຈະຊອກຫາສາສະໜາອື່ນອີກ.—ມັດທາຍ 7:14.
ພະຍານພະເຢໂຫວາເຊື່ອວ່າເຂົາເຈົ້າພວກດຽວທໍ່ນັ້ນທີ່ຈະໄດ້ລອດບໍ?
ບໍ່ແມ່ນ. ຫຼາຍລ້ານຄົນທີ່ບໍ່ແມ່ນພະຍານພະເຢໂຫວາເຊິ່ງເຄີຍມີຊີວິດຕະຫຼອດຫຼາຍສະຕະວັດມາແລ້ວຈະຟື້ນຂຶ້ນມາຈາກຕາຍແລະມີໂອກາດຈະມີຊີວິດອີກ. ອີກຫຼາຍຄົນທີ່ມີຊີວິດຢູ່ໃນເວລານີ້ອາດຈະເຂົ້າມາຢູ່ຝ່າຍຄວາມຈິງແລະຄວາມຊອບທຳກ່ອນ “ຄວາມທຸກທໍລະມານຢ່າງໜັກ” ຈະເກີດຂຶ້ນແລະເຂົາເຈົ້າຈະມີໂອກາດທີ່ຈະລອດ. ຍິ່ງກວ່ານັ້ນ ພະເຍຊູກ່າວວ່າເຮົາບໍ່ຄວນຕັດສິນກັນ. ພວກເຮົາເບິ່ງແຕ່ສິ່ງທີ່ຢູ່ພາຍນອກ; ແຕ່ພະເຈົ້າເບິ່ງທີ່ຫົວໃຈ. ພະອົງເບິ່ງບໍ່ຜິດແລະຕັດສິນດ້ວຍຄວາມເມດຕາກະລຸນາ. ພະອົງມອບການຕັດສິນໃຫ້ກັບພະເຍຊູ ບໍ່ແມ່ນພວກເຮົາ.—ມັດທາຍ 7:1-5; 24:21; 25:31.
ຜູ້ທີ່ເຂົ້າຮ່ວມການປະຊຸມກັບພະຍານພະເຢໂຫວາຕ້ອງບໍລິຈາກເງິນບໍ?
ເລື່ອງການບໍລິຈາກເງິນ ອັກຄະສາວົກໂປໂລກ່າວວ່າ “ທ່ານທຸກຄົນຈົ່ງປະທານໃຫ້ຕາມທີ່ໄດ້ຄຶດໝາຍໄວ້ໃນໃຈ ບໍ່ໃຊ່ດ້ວຍຄຶດເສຍດາຍ ບໍ່ໃຊ່ດ້ວຍຂືນໃຈໃຫ້ ເຫດວ່າພະເຈົ້າຮັກຄົນທີ່ໃຫ້ດ້ວຍໃຈຍິນດີ.” (2 ໂກລິນໂທ 9:7) ຢູ່ທີ່ຫໍປະຊຸມແລະສະຖານທີ່ຈັດການປະຊຸມໃຫຍ່ຂອງພະຍານພະເຢໂຫວາບໍ່ມີການແຜ່ເງິນ. ມີການວາງກ່ອງໄວ້ເພື່ອຄວາມສະດວກຂອງຜູ້ທີ່ຢາກບໍລິຈາກ. ບໍ່ມີໃຜຮູ້ວ່າຄົນອື່ນໃຫ້ທໍ່ໃດແລະໄດ້ໃຫ້ຫຼືບໍ່ໃຫ້. ລາງຄົນໃຫ້ຫຼາຍກວ່າຄົນອື່ນໄດ້; ລາງຄົນອາດບໍ່ມີຈະໃຫ້ເລີຍ. ພະເຍຊູສະແດງທັດສະນະທີ່ຖືກຕ້ອງເມື່ອພະອົງກ່າວເຖິງຕູ້ເກັບເງິນຖວາຍໃນວິຫານຢູ່ເມືອງເຢຣຶຊາເລມແລະຄົນເຫຼົ່ານັ້ນທີ່ບໍລິຈາກ: ເລື່ອງນັ້ນຂຶ້ນກັບຄວາມສາມາດຂອງຜູ້ໃຫ້ແລະນ້ຳໃຈຂອງການໃຫ້ ບໍ່ກ່ຽວກັບຈຳນວນເງິນ.—ລືກາ 21:1-4.
ຖ້າວ່າຂ້ອຍເປັນພະຍານພະເຢໂຫວາແລ້ວ ຂ້ອຍຈະຕ້ອງອອກປະກາດຄືກັບເຂົາເຈົ້າບໍ?
ເມື່ອຄົນເຮົາມີຄວາມຮູ້ເລື່ອງອຸທິຍານເທິງແຜ່ນດິນໂລກຕາມຄຳສັນຍາພາຍໃຕ້ລາຊະອານາຈັກຂອງພະຄລິດ ເຮົາກໍຢາກຈະແບ່ງປັນຄວາມຮູ້ນີ້ກັບຄົນອື່ນ. ເຈົ້າກໍຈະເຮັດແບບດຽວກັນ. ເພາະວ່ານັ້ນເປັນຂ່າວດີ!—ກິດຈະການ 5:41, 42.
ການເຮັດແບບນີ້ເປັນວິທີທີ່ສຳຄັນທີ່ສະແດງວ່າເຮົາເປັນສາວົກຂອງພະເຍຊູຄລິດ. ໃນຄຳພີໄບເບິນມີການເອີ້ນພະເຍຊູວ່າ “ພິຍານອົງສັດຊື່ແລະຈິງ.” ເມື່ອຢູ່ເທິງແຜ່ນດິນໂລກ ພະອົງປະກາດວ່າ “ແຜ່ນດິນສະຫວັນໄດ້ຫຍັບເຂົ້າມາໃກ້ແລ້ວ” ແລະພະອົງໄດ້ສົ່ງສາວົກອອກໄປປະກາດໃນແບບດຽວກັນ. (ຄຳປາກົດ 3:14; ມັດທາຍ 4:17; 10:7) ຕໍ່ຈາກນັ້ນ ພະເຍຊູຊີ້ນຳຜູ້ຕິດຕາມພະອົງວ່າ “ເຫດສັນນີ້ . . . ຈົ່ງໄປແລະກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ . . . ຈົ່ງສັ່ງສອນເຂົາ.” ພະອົງຍັງບອກລ່ວງໜ້າວ່າ ກ່ອນອະວະສານຈະມາເຖິງ “ຄຳປະເສີດນີ້ແຫ່ງແຜ່ນດິນຂອງພະເຈົ້າຈະເປັນທີ່ເທສະໜາປ່າວປະກາດໄປທົ່ວແຜ່ນດິນໂລກ ເພື່ອຈະເປັນພິຍານແກ່ພວກຕ່າງປະເທດທັງປວງ.”—ມັດທາຍ 24:14; ມັດທາຍ 28:19, 20.
ມີຫຼາຍວິທີທີ່ຈະປະກາດຂ່າວດີ. ເມື່ອເຮົາລົມກັນກັບຫມູ່ເພື່ອນແລະຄົນທີ່ຮູ້ຈັກກັນກໍມັກຈະມີໂອກາດປະກາດຂ່າວດີ. ບາງຄົນຂຽນຈົດໝາຍຫຼືໃຊ້ໂທລະສັບ. ຄົນອື່ນໆກໍສົ່ງສັບພະໜັງສືທີ່ມີເລື່ອງເຊິ່ງເຂົາຄິດວ່າຄົນທີ່ເຂົາຮູ້ຈັກອາດຈະສົນໃຈເປັນພິເສດ. ເພື່ອຈະບໍ່ໃຫ້ຜູ້ໃດພາດຈາກຂ່າວດີ ພະຍານພະເຢໂຫວາໄປຕາມບ້ານເຮືອນເພື່ອຈະປະກາດຂ່າວສານນີ້.
ຄຳພີໄບເບິນມີຄຳເຊີນຊວນຢ່າງອົບອຸ່ນແບບນີ້: “ພະວິນຍານແລະເຈົ້າສາວກໍກ່າວວ່າ ‘ເຊີນມາ.’ ແລະຜູ້ທີ່ຍິນຄຳນັ້ນຈົ່ງກ່າວວ່າ ‘ເຊີນມາ.’ ແລະຜູ້ທີ່ຢາກກິນນ້ຳໃຫ້ເພິ່ນມາ ແລະຜູ້ທີ່ມີນ້ຳໃຈຈະຮັບ ໃຫ້ເພິ່ນມາຮັບນ້ຳແຫ່ງຊີວິດບໍ່ຕ້ອງເສຍສິ່ງໃດ.” (ຄຳປາກົດ 22:17) ການບອກຄົນອື່ນເລື່ອງອຸທິຍານເທິງແຜ່ນດິນໂລກແລະຄວາມພອນຕ່າງໆທີ່ຢູ່ໃນອຸທິຍານນັ້ນເປັນສິ່ງທີ່ເຮັດດ້ວຍຄວາມເຕັມໃຈ ແລະອອກມາຈາກຫົວໃຈທີ່ປາຖະໜາຢາກແບ່ງປັນຂ່າວດີນີ້.
ພວກເຮົາແນ່ໃຈວ່າ ເຈົ້າຍັງມີຄຳຖາມອື່ນໆກ່ຽວກັບພະຍານພະເຢໂຫວາແລະຄວາມເຊື່ອຂອງເຂົາເຈົ້າ. ບາງປະເດັນຂ້ອນຂ້າງຈະເປັນເລື່ອງທີ່ໂຕ້ແຍ່ງຢູ່ແລ້ວ. ພວກເຮົາຍິນດີຕອບຄຳຖາມຂອງເຈົ້າ. ເນື້ອທີ່ໃນຈຸນລະສານນີ້ບໍ່ຫຼາຍ ດັ່ງນັ້ນ ພວກເຮົາຈຶ່ງເຊີນເຈົ້າໃຫ້ສອບຖາມພະຍານທີ່ຢູ່ໃກ້ເຈົ້າບໍ່ວ່າທີ່ຫໍປະຊຸມຫຼືເມື່ອເຂົາເຈົ້າມາຢາມເຈົ້າຢູ່ເຮືອນ. ຫຼືສົ່ງຄຳຖາມຂອງເຈົ້າເຖິງພະຍານພະເຢໂຫວາ (Jehovah’s Witnesses) ຕາມທີ່ຢູ່ທາງລຸ່ມນີ້ກໍໄດ້.