ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 1 ໜ້າ 4-13
  • ເອກະພາບໃນການນະມັດສະການໃນສະໄໝຂອງເຮົາໝາຍຄວາມຢ່າງໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເອກະພາບໃນການນະມັດສະການໃນສະໄໝຂອງເຮົາໝາຍຄວາມຢ່າງໃດ?
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ທີ່​ຈິງ​ແລ້ວ​ສິ່ງ​ນີ້​ໝາຍ​ຄວາມ​ຢ່າງ​ໃດ?
  • ວິທີ​ບັນລຸ​ຄວາມ​ເປັນ​ເອກະພາບ​ໃນ​ການ​ນະມັດສະການ
  • ມີ​ປັດໄຈ​ໃດ​ແດ່​ທີ່​ສົ່ງເສີມ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ?
  • ຫຼີກ​ລ້ຽງ​ອິດທິພົນ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ແຕກ​ແຍກ
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 1 ໜ້າ 4-13

ບົດ​ໜຶ່ງ

ເອກະພາບ​ໃນ​ການ​ນະມັດສະການ​ໃນ​ສະໄໝ​ຂອງ​ເຮົາ​ໝາຍ​ຄວາມ​ຢ່າງ​ໃດ?

1, 2. (ກ) ໃນ​ສະໄໝ​ຂອງ​ເຮົາ​ກຳລັງ​ມີ​ການ​ດຳເນີນ​ການ​ອັນ​ໃດ​ທີ່​ໜ້າ​ຕື່ນ​ເຕັ້ນ? (ຂ) ຄົນ​ສັດ​ຊື່​ສຸດ​ຈະ​ລິດ​ມີ​ຄວາມ​ຫວັງ​ຫຍັງ​ທີ່​ດີ​ເລີດ?

ທົ່ວ​ໂລກ​ມີ​ການ​ດຳເນີນ​ການ​ທີ່​ໜ້າ​ຕື່ນ​ເຕັ້ນ​ເພື່ອ​ການ​ນະມັດສະການ​ທີ່​ມີ​ຄວາມ​ເປັນ​ເອກະພາບ. ນັ້ນ​ແມ່ນ​ການ​ໂຮມ​ເອົາ​ຫຼາຍ​ລ້ານ​ຄົນ​ຈາກ​ທຸກ​ຊາດ, ທຸກ​ຊົນ​ເຜົ່າ ແລະ​ທຸກ​ພາສາ. ໃນ​ແຕ່​ລະ​ປີ​ມີ​ຈຳນວນ​ຄົນ​ເພີ່ມ​ຂຶ້ນ. ຄຳພີ​ໄບເບິນ​ໄດ້​ລະບຸ​ຕົວ​ຄົນ​ເຫຼົ່າ​ນີ້​ວ່າ “ພິຍານ” ຂອງ​ພະ​ເຢໂຫວາ ແລະ​ເອີ້ນ​ເຂົາ​ເຈົ້າ​ວ່າ “ຝູງ​ຄົນ​ເປັນ​ອັນ​ມາກ.” ເຂົາ​ເຈົ້າ “ບົວລະບັດ​ພະອົງ​ໃນ​ວິຫານ​ຂອງ​ພະອົງ​ທັງ​ກາງເວັນ​ທັງ​ກາງຄືນ.” (ເອຊາອີ 43:10-12; ຄຳປາກົດ 7:9-15) ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນ​ນີ້? ເປັນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ມາ​ຮູ້​ຈັກ​ພະ​ເຢໂຫວາ​ໃນ​ຖານະ​ພະເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ. ສິ່ງ​ນີ້​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ນຳ​ຊີວິດ​ຂອງ​ຕົນ​ເຂົ້າ​ມາ​ປະສານ​ກັບ​ມາດຕະຖານ​ທີ່​ຊອບທຳ​ຂອງ​ພະອົງ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ເຂົາ​ເຈົ້າ​ກຳລັງ​ມີ​ຊີວິດ​ຢູ່​ໃນ “ເວລາ​ວັນ​ທັງ​ຫຼາຍ​ທີ່​ສຸດ” ຫຼື​ສະໄໝ​ສຸດ​ທ້າຍ​ແຫ່ງ​ໂລກ​ຊົ່ວ​ນີ້, ຮູ້​ວ່າ​ພະເຈົ້າ​ຈະ​ທຳລາຍ​ໂລກ​ນີ້​ໃນ​ອີກ​ບໍ່​ດົນ, ແລະ​ຮູ້​ວ່າ​ພະອົງ​ຈະ​ນຳ​ເອົາ​ໂລກ​ໃໝ່​ທີ່​ເປັນ​ອຸທິຍານ​ເຂົ້າ​ມາ​ແທນ.—2 ຕີໂມເຕ 3:1-5, 13; 2 ເປໂຕ 3:10-13.

2 ພະ​ຄຳ​ຂອງ​ພະເຈົ້າ​ສັນຍາ​ວ່າ “ຍັງ​ສັກ​ເວລາ​ໜ້ອຍ​ແລະ​ຄົນ​ຮ້າຍ​ຈະ​ບໍ່​ຢູ່​ຕໍ່​ໄປ . . . ແລະ​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ [“ຜູ້​ຖ່ອມ​ຕົວ,” ທ.ປ.] ຈະ​ມີ​ແຜ່ນດິນ​ໄວ້ ແລະ​ມີ​ຄວາມ​ສະຫນຸກ​ດ້ວຍ​ຄວາມ​ສຸກ​ສຳລານ​ອັນ​ບໍລິບູນ.” (ຄຳເພງ 37:10, 11) “ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.” (ຄຳເພງ 37:29) “ພະເຈົ້າ​ຈະ​ເຊັດ​ນ້ຳ​ຕາ​ທັງ​ຫຼາຍ​ຈາກ​ຕາ​ຂອງ​ເຂົາ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ຕໍ່​ໄປ ແລະ​ຄວາມ​ທຸກ​ໂສກ​ແລະ​ຮ້ອງໄຫ້​ແລະ​ເຈັບ​ປວດ​ຈະ​ບໍ່​ມີ​ຕໍ່​ໄປ ເຫດ​ວ່າ​ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ເມື່ອ​ກ່ອນ​ນັ້ນ​ກໍ​ລ່ວງ​ໄປ​ແລ້ວ.”—ຄຳປາກົດ 21:4.

3. ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການ​ນະມັດສະການ​ເກີດ​ຂຶ້ນ​ຢ່າງ​ໃດ?

3 ຄົນ​ເຫຼົ່າ​ນັ້ນ​ທີ່​ເຂົ້າ​ມາ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການ​ນະມັດສະການ​ແທ້ ໃນ​ເວລາ​ນີ້ ປະກອບ​ກັນ​ເປັນ​ປະຊາກອນ​ໝວດ​ທຳອິດ​ຂອງ​ໂລກ​ໃໝ່. ເຂົາ​ເຈົ້າ​ຮຽນ​ຮູ້​ສິ່ງ​ທີ່​ເປັນ​ພະ​ປະສົງ​ຂອງ​ພະເຈົ້າ​ແລ້ວ​ປະຕິບັດ​ຕາມ​ຢ່າງ​ສຸດ​ຄວາມ​ສາມາດ. ເພື່ອ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ເລື່ອງ​ນີ້ ພະ​ເຍຊູ​ກ່າວ​ວ່າ “ນີ້​ແຫຼະ​ໝາຍ​ເຖິງ​ຊີວິດ​ຕະຫຼອດ​ໄປ ຄື​ການ​ທີ່​ເຂົາ​ຮັບ​ເອົາ​ຄວາມ​ຮູ້​ຕໍ່​ໄປ​ກ່ຽວ​ກັບ​ພະອົງ ຜູ້​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ ແລະ​ກ່ຽວ​ກັບ​ຜູ້​ທີ່​ພະອົງ​ໃຊ້​ມາ ຄື​ພະ​ເຍຊູ​ຄລິດ.” (ໂຢຮັນ 17:3) ອັກຄະສາວົກ​ໂຢຮັນ​ຂຽນ​ໄວ້​ວ່າ “ໂລກ​ນີ້ ກັບ​ຄວາມ​ຄຶດ​ຢາກ​ໄດ້​ຂອງ​ໂລກ​ພວມ​ໄປ​ເສຍ ແຕ່​ວ່າ​ຜູ້​ທີ່​ກະທຳ​ຕາມ​ນ້ຳໃຈ​ແຫ່ງ​ພະເຈົ້າ​ກໍ​ຕັ້ງ​ຢູ່​ໄປ​ເປັນ​ນິດ.”—1 ໂຢຮັນ 2:17.

ທີ່​ຈິງ​ແລ້ວ​ສິ່ງ​ນີ້​ໝາຍ​ຄວາມ​ຢ່າງ​ໃດ?

4. (ກ) ໃນ​ສະໄໝ​ຂອງ​ເຮົາ​ການ​ໂຮມ​ເອົາ​ຄົນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ມາ​ນະມັດສະການ​ຢ່າງ​ເປັນ​ເອກະພາບ ແທ້​ຈິງ​ແລ້ວ​ໝາຍ​ຄວາມ​ຢ່າງ​ໃດ? (ຂ) ຄຳພີ​ໄບເບິນ​ພັນລະນາ​ເຖິງ​ການ​ເຕົ້າ​ໂຮມ​ກັນ​ນີ້​ຢ່າງ​ໃດ?

4 ການ​ໂຮມ​ເອົາ​ຄົນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ມາ​ຮ່ວມ​ກັນ​ນະມັດສະການ​ຢ່າງ​ເປັນ​ເອກະພາບ​ໃນ​ສະໄໝ​ຂອງ​ເຮົາ ທີ່​ຈິງ​ແລ້ວ​ໝາຍ​ຄວາມ​ຢ່າງ​ໃດ? ນັ້ນ​ເປັນ​ຫຼັກຖານ​ຊັດເຈນ​ວ່າ​ເຮົາ​ຢູ່​ໃກ້​ອະວະສານ​ຂອງ​ໂລກ​ຊົ່ວ​ນີ້​ຫຼາຍ​ແລ້ວ ຫຼັງ​ຈາກ​ນັ້ນ ໂລກ​ໃໝ່​ຂອງ​ພະເຈົ້າ​ຈະ​ເລີ່ມ​ຕົ້ນ​ທັນທີ. ເຮົາ​ເປັນ​ປະຈັກ​ພິຍານ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ຕ່າງໆໃນ​ຄຳພີ​ໄບເບິນ ເຊິ່ງ​ບອກ​ລ່ວງ​ໜ້າ​ເຖິງ​ການ​ເຕົ້າ​ໂຮມ​ຄັ້ງ​ສຳຄັນ​ນີ້. ຄຳ​ພະຍາກອນ​ຂໍ້​ໜຶ່ງ​ບອກ​ວ່າ “ຢູ່​ມາ​ໃນ​ຄາວ​ທີ່​ສຸດ [ໃນ​ສະໄໝ​ສຸດ​ທ້າຍ​ນີ້] ພູ​ແຫ່ງ​ວິຫານ​ຂອງ​ພະ​ເຢໂຫວາ [ການ​ນະມັດສະການ​ແທ້​ຂອງ​ພະອົງ​ທີ່​ໄດ້​ຮັບ​ການ​ຍົກ​ຊູ​ຂຶ້ນ] ຈະ​ຕັ້ງ​ຢູ່​ເທິງ​ຍອດ​ພູ​ທັງ​ຫຼາຍ [ສູງ​ກວ່າ​ການ​ນະມັດສະການ​ອື່ນໆ] . . . ແລະ​ຊາວ​ປະເທດ​ທັງ​ຫຼາຍ​ຈະ​ໂຮມ​ໄປ​ທີ່​ນັ້ນ. ແລະ​ພວກ​ຕ່າງ​ປະເທດ​ທັງ​ຫຼາຍ​ຈະ​ໄປ​ແລະ​ກ່າວ​ວ່າ ຈົ່ງ​ມາ​ແລະ​ຈົ່ງ​ພາ​ກັນ​ຂຶ້ນ​ໄປ​ພູ​ແຫ່ງ​ພະ​ເຢໂຫວາ​ແລະ​ໄປ​ວິຫານ​ແຫ່ງ​ພະເຈົ້າ​ຂອງ​ຢາໂຄບ ແລະ​ພະອົງ​ຈະ​ສັ່ງ​ສອນ​ພວກ​ເຮົາ​ໃຫ້​ຮູ້​ຈັກ​ຮີດຄອງ​ທັງ​ຫຼາຍ​ຂອງ​ພະອົງ ແລະ​ພວກ​ເຮົາ​ຈະ​ທຽວ​ໄປ​ໃນ​ທາງ​ທັງ​ຫຼາຍ​ຂອງ​ພະອົງ.”—ມີເກ 4:1, 2; ຄຳເພງ 37:34.

5, 6. (ກ) ທີ່​ຈິງ​ແລ້ວ​ຊາດ​ຕ່າງໆຫັນ​ເຂົ້າ​ຫາ​ພະ​ເຢໂຫວາ​ຢ່າງ​ໃດ? (ຂ) ເຮົາ​ຄວນ​ຈະ​ຖາມ​ຕົວ​ເອງ​ແນວ​ໃດ?

5 ເຖິງ​ແມ່ນ​ວ່າ​ບໍ່​ແມ່ນ​ໝົດ​ທຸກ​ຄົນ​ຈາກ​ຊາດ​ຕ່າງໆເຂົ້າ​ມາ​ນະມັດສະການ​ທີ່​ວິຫານ​ຝ່າຍ​ວິນຍານ​ຂອງ​ພະ​ເຢໂຫວາ ແຕ່​ກໍ​ມີ​ຫຼາຍ​ລ້ານ​ຄົນ​ຈາກ​ເຊື້ອ​ຊາດ​ຕ່າງໆກຳລັງ​ເຮັດ​ເຊັ່ນ​ນັ້ນ​ຢູ່. ເມື່ອ​ເຂົາ​ເຈົ້າ​ຮຽນ​ຮູ້​ເລື່ອງ​ພະ​ປະສົງ​ທີ່​ປ່ຽມ​ໄປ​ດ້ວຍ​ຄວາມ​ຮັກ ແລະ​ບຸກຄະລິກພາບ​ທີ່​ໜ້າ​ດຶງ​ດູດ​ໃຈ​ຂອງ​ພະ​ເຢໂຫວາ​ພະເຈົ້າ ຫົວໃຈ​ຂອງ​ເຂົາ​ເຈົ້າ​ຖືກ​ກະຕຸ້ນ​ຢ່າງ​ສຸດ​ຊຶ້ງ. ເຂົາ​ເຈົ້າ​ພະຍາຍາມ​ຮຽນ​ຮູ້​ເຖິງ​ສິ່ງ​ທີ່​ພະເຈົ້າ​ຮຽກ​ຮ້ອງ​ຈາກ​ເຂົາ​ເຈົ້າ​ຢ່າງ​ຖ່ອມ​ໃຈ. ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ​ຄື​ກັບ​ຄຳ​ອະທິດຖານ​ຂອງ​ທ່ານ​ຜູ້​ຂຽນ​ຄຳເພງ​ທີ່​ໄດ້​ກ່າວ​ໄວ້​ວ່າ “ຂໍ​ໂຜດ​ສັ່ງ​ສອນ​ຂ້າ​ນ້ອຍ​ໃຫ້​ເຮັດ​ການ​ທີ່​ຊອບ​ໃຈ​ພະອົງ ເຫດ​ວ່າ​ພະອົງ​ແມ່ນ​ພະເຈົ້າ​ຂອງ​ຂ້າ​ນ້ອຍ.”—ຄຳເພງ 143:10.

6 ທ່ານ​ນຶກ​ພາບ​ວ່າ​ຕົນ​ເອງ​ຢູ່​ໃນ​ທ່າມກາງ​ຝູງ​ຄົນ​ເປັນ​ອັນ​ມາກ​ເຊິ່ງ​ພະ​ເຢໂຫວາ​ກຳລັງ​ເຕົ້າ​ໂຮມ​ເຂົ້າ​ສູ່​ການ​ນະມັດສະການ​ທີ່​ເປັນ​ເອກະພາບ​ບໍ? ການ​ຮັບ​ເອົາ​ຄຳ​ສອນ​ທີ່​ມາ​ຈາກ​ພະ​ຄຳ​ຂອງ​ພະອົງ​ສະແດງ​ວ່າ​ທ່ານ​ເອງ​ຮູ້​ຄ່າ​ຢ່າງ​ແທ້​ຈິງ​ວ່າ​ພະ​ເຢໂຫວາ​ເປັນ​ບໍ່​ເກີດ​ແຫ່ງ​ຄຳ​ສອນ​ນັ້ນ​ບໍ? ທ່ານ​ຈະ “ທຽວ​ໄປ​ໃນ​ທາງ​ທັງ​ຫຼາຍ​ຂອງ​ພະອົງ” ເຖິງ​ຂັ້ນ​ໃດ?

ວິທີ​ບັນລຸ​ຄວາມ​ເປັນ​ເອກະພາບ​ໃນ​ການ​ນະມັດສະການ

7. (ກ) ໃນ​ທີ່​ສຸດ ການ​ນະມັດສະການ​ຢ່າງ​ເປັນ​ເອກະພາບ​ຈະ​ບັນລຸ​ຜົນ​ເຖິງ​ຂັ້ນ​ໃດ? (ຂ) ເປັນ​ຫຍັງ​ຈຶ່ງ​ນັບ​ວ່າ​ເປັນ​ເລື່ອງ​ຮີບ​ດ່ວນ​ທີ່​ຈະ​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ແຕ່​ບັດ​ນີ້​ໄປ ແລະ​ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ຢ່າງ​ນັ້ນ​ໄດ້​ຢ່າງ​ໃດ?

7 ພະ​ປະສົງ​ຂອງ​ພະ​ເຢໂຫວາ​ແມ່ນ​ໃຫ້​ສັບພະ​ສິ່ງ​ທີ່​ສ້າງ​ຂຶ້ນ​ມາ​ເຊິ່ງ​ມີ​ຄວາມ​ຮູ້ສຶກ​ນຶກ​ຄິດ​ຮ່ວມ​ກັນ​ໃນ​ການ​ນະມັດສະການ​ແທ້​ຢ່າງ​ເປັນ​ເອກະພາບ. ເຮົາ​ປາຖະໜາ​ຫຼາຍ​ສ່ຳ​ໃດ​ທີ່​ຈະ​ເຫັນ ເມື່ອ​ທຸກ​ຄົນ​ເຊິ່ງ​ມີ​ຊີວິດ​ຢູ່​ຈະ​ນະມັດສະການ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ​ເທົ່າ​ນັ້ນ! (ຄຳເພງ 103:19-22) ເຖິງ​ແນວ​ນັ້ນ​ກໍ​ຕາມ ກ່ອນ​ຈະ​ເປັນ​ເຊັ່ນ​ນັ້ນ ພະ​ເຢໂຫວາ​ຕ້ອງ​ກຳຈັດ​ທຸກ​ຄົນ​ທີ່​ບໍ່​ຍອມ​ເຮັດ​ຕາມ​ພະໄທ​ປະສົງ​ອັນ​ຊອບທຳ​ຂອງ​ພະອົງ. ດ້ວຍ​ຄວາມ​ເມດຕາ ພະອົງ​ແຈ້ງ​ໃຫ້​ຮູ້​ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່​ພະອົງ​ຈະ​ກະທຳ​ເພື່ອ​ຄົນ​ຈາກ​ທຸກ​ຫົນ​ທຸກ​ແຫ່ງ​ຈະ​ມີ​ໂອກາດ​ປ່ຽນ​ແປງ​ແນວ​ທາງ​ການ​ປະພຶດ​ຂອງ​ຕົນ. (ເອຊາອີ 55:6, 7) ສະນັ້ນ ໃນ​ສະໄໝ​ຂອງ​ເຮົາ​ຈຶ່ງ​ມີ​ການ​ໃຫ້​ຄຳ​ເຊື້ອ​ເຊີນ​ອັນ​ຮີບ​ເຮ່ງ “ແກ່​ທຸກ​ປະເທດ​ແລະ​ກະກູນ​ແລະ​ພາສາ​ແລະ​ຊາດ” ດັ່ງ​ນີ້: “ຈົ່ງ​ຢ້ານຢຳ​ພະເຈົ້າ ແລະ​ຖວາຍ​ລັດສະໝີ​ແກ່​ພະອົງ ເພາະ​ວ່າ​ເວລາ​ໂມງ​ທີ່​ພະອົງ​ຈະ​ຕັດສິນ​ມາ​ເຖິງ​ແລ້ວ ແລະ​ຈົ່ງ​ຂາບ​ໄຫວ້​ນະມັດສະການ​ພະອົງ​ຜູ້​ໄດ້​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ແລະ​ນ້ຳ​ທະເລ​ແລະ​ນ້ຳ​ພຸ​ທັງ​ຫຼາຍ.” (ຄຳປາກົດ 14:6, 7) ເຮົາ​ເອງ​ໄດ້​ຮັບ​ເອົາ​ຄຳ​ເຊີນ​ນັ້ນ​ແລ້ວ​ບໍ? ຖ້າ​ວ່າ​ຮັບ​ເອົາ​ຄຳ​ເຊີນ​ນັ້ນ​ແລ້ວ ເຮົາ​ກໍ​ມີ​ສິດທິ​ພິເສດ​ທີ່​ຈະ​ເຊີນ​ຄົນ​ອື່ນໆໃຫ້​ມາ​ຮູ້​ຈັກ ແລະ​ນະມັດສະການ​ພະເຈົ້າ​ອົງ​ທ່ຽງ​ແທ້.

8. ຫຼັງ​ຈາກ​ຮຽນ​ຮູ້​ຄຳ​ສອນ​ພື້ນ​ຖານ​ຂອງ​ຄຳພີ​ໄບເບິນ​ແລ້ວ ເຮົາ​ຄວນ​ພະຍາຍາມ​ຢ່າງ​ຈິງ​ຈັງ​ທີ່​ຈະ​ກ້າວ​ໜ້າ​ຕໍ່​ໄປ​ຢ່າງ​ໃດ?

8 ພະ​ເຢໂຫວາ​ບໍ່​ປະສົງ​ການ​ນະມັດສະການ​ຈາກ​ຄົນ​ທີ່​ບອກ​ວ່າ​ເຊື່ອ​ໃນ​ພະອົງ ແຕ່​ຍັງ​ຄົງ​ມົວ​ມຸ່ງ​ຕິດ​ຕາມ​ຜົນ​ປະໂຫຍດ​ຂອງ​ຕົນ​ເອງ​ຕໍ່​ໄປ. ພະເຈົ້າ​ຕ້ອງການ​ໃຫ້​ຄົນ​ເຮົາ​ບັນລຸ​ເຖິງ “ຄວາມ​ຮູ້​ຖ້ອງ​ແທ້​ເລື່ອງ​ພະ​ປະສົງ​ຂອງ​ພະອົງ” ແລະ​ສະທ້ອນ​ອອກ​ມາ​ໃນ​ຊີວິດ​ຂອງ​ຕົນ. (ໂກໂລດ 1:9, 10, ລ.ມ.) ເພາະ​ເຫດ​ນີ້ ຄົນ​ທີ່​ມີ​ໃຈ​ຮູ້​ຄຸນຄ່າ​ເຊິ່ງ​ໄດ້​ຮຽນ​ຮູ້​ຄຳ​ສອນ​ພື້ນ​ຖານ​ຂອງ​ຄຳພີ​ໄບເບິນ​ຈຶ່ງ​ຕ້ອງການ​ມຸ່ງ​ສູ່​ຄວາມ​ອາວຸໂສ​ຝ່າຍ​ຄລິດສະຕຽນ. ເຂົາ​ເຈົ້າ​ປາຖະໜາ​ທີ່​ຈະ​ຮູ້​ຈັກ​ພະ​ເຢໂຫວາ​ໃກ້​ຊິດ​ຂຶ້ນ, ເຂົ້າ​ໃຈ​ພະ​ຄຳ​ຂອງ​ພະອົງ​ເພີ່ມ​ຂຶ້ນ​ແລະ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ, ແລ້ວ​ເອົາ​ຄວາມ​ຮູ້​ນັ້ນ​ໄປ​ໃຊ້​ໃນ​ຊີວິດ​ຢ່າງ​ຄົບ​ຖ້ວນ​ຂຶ້ນ. ເຂົາ​ເຈົ້າ​ພະຍາຍາມ​ສະທ້ອນ​ຄຸນ​ລັກສະນະ​ຂອງ​ພະ​ບິດາ​ທາງ​ພາກ​ສະຫວັນ ແລະ​ມີ​ທັດສະນະ​ຕໍ່​ສິ່ງ​ຕ່າງໆຄື​ກັບ​ພະອົງ. ສິ່ງ​ເຫຼົ່າ​ນີ້​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ພະຍາຍາມ​ຫາ​ວິທີ​ເພື່ອ​ຈະ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ຊ່ວຍ​ຊີວິດ​ທີ່​ພະເຈົ້າ​ບັນຊາ​ໃຫ້​ກະທຳ​ເທິງ​ແຜ່ນດິນ​ໂລກ​ໃນ​ສະໄໝ​ຂອງ​ເຮົາ. ເຮົາ​ເອງ​ຕ້ອງການ​ເຮັດ​ເຊັ່ນ​ນັ້ນ​ຄື​ກັນ​ບໍ?—ມາລະໂກ 13:10; ເຫບເລີ 5:12–6:3.

9. ໃນ​ຂະນະ​ນີ້​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແທ້​ເປັນ​ໄປ​ໄດ້​ຢ່າງ​ໃດ?

9 ຄຳພີ​ໄບເບິນ​ສະແດງ​ວ່າ​ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ຕ້ອງ​ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. (ເອເຟດ 4:1-3) ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ນີ້​ຕ້ອງ​ມີ​ຈິງ​ໃນ​ຕອນ​ນີ້ ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຢູ່​ໃນ​ໂລກ​ທີ່​ແບ່ງ​ແຍກ ແລະ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ບໍ່​ສົມບູນ​ຂອງ​ເຮົາ​ເອງ. ພະ​ເຍຊູ​ອະທິດຖານ​ຢ່າງ​ຈິງ​ຈັງ​ເພື່ອ​ສາວົກ​ຂອງ​ພະອົງ​ທຸກ​ຄົນ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ຄື​ມີ​ເອກະພາບ​ແທ້ໆ. ສິ່ງ​ນັ້ນ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ? ປະການ​ທຳອິດ ເຂົາ​ເຈົ້າ​ຈະ​ຕ້ອງ​ມີ​ສຳພັນທະພາບ​ອັນ​ດີ​ກັບ​ພະ​ເຢໂຫວາ​ແລະ​ພະ​ບຸດ​ຂອງ​ພະອົງ. ປະການ​ທີ​ສອງ ເຂົາ​ເຈົ້າ​ຈະ​ຕ້ອງ​ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. (ໂຢຮັນ 17:20, 21) ເພື່ອ​ບັນລຸ​ເປົ້າ​ໝາຍ​ນັ້ນ ພະ​ເຢໂຫວາ​ສອນ​ໄພ່​ພົນ​ຂອງ​ພະອົງ​ໂດຍ​ທາງ​ປະຊາຄົມ​ຄລິດສະຕຽນ​ທີ່​ມີ​ຖານະ​ເປັນ​ອົງການ.

ມີ​ປັດໄຈ​ໃດ​ແດ່​ທີ່​ສົ່ງເສີມ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ?

10. (ກ) ເມື່ອ​ເຮົາ​ໃຊ້​ຄຳພີ​ໄບເບິນ​ຫາ​ຄຳຕອບ​ສຳລັບ​ຄຳຖາມ​ຕ່າງໆທີ່​ມີ​ຜົນ​ກະທົບ​ຕໍ່​ເຮົາ ຈະ​ຊ່ວຍ​ໃຫ້​ເຮົາ​ພັດທະນາ​ສິ່ງ​ໃດ? (ຂ) ຈົ່ງ​ວິເຄາະ​ປັດໄຈ​ທີ່​ເຮັດ​ໃຫ້​ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຝ່າຍ​ຄລິດສະຕຽນ ໂດຍ​ຕອບ​ຄຳຖາມ​ທີ່​ໃຫ້​ໄວ້​ໃນ​ວັກ​ນີ້.

10 ປັດໄຈ​ສຳຄັນ​ເຈັດ​ຢ່າງ​ເຊິ່ງ​ສົ່ງເສີມ​ໃຫ້​ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການ​ນະມັດສະການ​ມີ​ຢູ່​ຕໍ່​ຈາກ​ວັກ​ນີ້. ຕອນ​ທີ່​ເຮົາ​ຕອບ​ຄຳຖາມ​ທ້າຍ​ວັກ ໃຫ້​ພິຈາລະນາ​ເຖິງ​ວິທີ​ທີ່​ແຕ່​ລະ​ຈຸດ​ມີ​ຜົນ​ກະທົບ​ຕໍ່​ສຳພັນທະພາບ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແລະ​ເພື່ອນ​ຄລິດສະຕຽນ. ການ​ຫາ​ເຫດຜົນ​ໃນ​ຈຸດ​ຕ່າງໆເຫຼົ່າ​ນີ້ ແລະ​ການ​ເປີດ​ເບິ່ງ​ຂໍ້​ພະ​ຄຳພີ​ທີ່​ອ້າງ​ເຖິງ​ແຕ່​ບໍ່​ໄດ້​ຍົກ​ຂຶ້ນ​ມາ ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຄວາມ​ກ້າວ​ໜ້າ​ດ້ານ​ສະຕິ​ປັນຍາ, ຄວາມ​ສາມາດ​ໃນ​ການ​ຄິດ, ແລະ​ການ​ສັງເກດ​ເຂົ້າ​ໃຈ​ໃນ​ແນວ​ທາງ​ຂອງ​ພະເຈົ້າ ເຊິ່ງ​ເປັນ​ຄຸນ​ລັກສະນະ​ທີ່​ເຮົາ​ທຸກ​ຄົນ​ຈຳຕ້ອງ​ມີ. (ສຸພາສິດ 5:1, 2; ຟີລິບ 1:9-11) ຂໍ​ໃຫ້​ພິຈາລະນາ​ປັດໄຈ​ເຫຼົ່າ​ນີ້​ເທື່ອ​ລະ​ຈຸດ.

(1) ເຮົາ​ຍອມ​ຮັບ​ສິດ​ຂອງ​ພະ​ເຢໂຫວາ​ໃນ​ການ​ຕັ້ງ​ມາດຕະຖານ​ເລື່ອງ​ຄວາມ​ດີ​ແລະ​ຄວາມ​ຊົ່ວ. “ຈົ່ງ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ດ້ວຍ​ສຸດ​ຈິດ ແລະ​ຢ່າ​ວາງໃຈ​ໃນ​ສະຕິ​ປັນຍາ​ຂອງ​ເຈົ້າ. ໃນ​ຮີດຄອງ​ທັງ​ຫຼາຍ​ຂອງ​ເຈົ້າ​ຈົ່ງ​ຍອມ​ຮູ້​ຈັກ​ພະເຈົ້າ ແລະ​ພະອົງ​ຈະ​ນຳ​ໜ້າ​ເຈົ້າ​ໄປ​ໃນ​ຫົນ​ທາງ​ທັງ​ຫຼາຍ​ຂອງ​ເຈົ້າ.”—ສຸພາສິດ 3:5, 6.

ເມື່ອ​ເຮົາ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆ ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ສະແຫວງ​ຫາ​ຄຳ​ແນະນຳ ແລະ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ? (ຄຳເພງ 146:3-5; ເອຊາອີ 48:17)

(2) ເຮົາ​ໃຫ້​ພະ​ຄຳ​ຂອງ​ພະເຈົ້າ​ຊີ້​ນຳ​ທາງ. “ເມື່ອ​ທ່ານ​ທັງ​ຫຼາຍ​ໄດ້​ຮັບ​ເອົາ​ພະ​ຄຳ​ທີ່​ໄດ້​ຍິນ​ແຕ່​ພວກ​ເຮົາ ທ່ານ​ທັງ​ຫຼາຍ​ໄດ້​ຮັບ​ແຕ່​ພະເຈົ້າ ບໍ່​ໃຊ່​ຖ້ອຍ​ຄຳ​ແຫ່ງ​ມະນຸດ ແຕ່​ວ່າ​ເໝືອນ​ເປັນ​ອີ່ຫຼີ​ພະ​ຄຳ​ແຫ່ງ​ພະເຈົ້າ ແລະ​ພະ​ຄຳ​ນັ້ນ​ກະທຳ​ການ​ໃນ​ທ່ານ​ທັງ​ຫຼາຍ​ທີ່​ເຊື່ອ.”—1 ເທຊະໂລນີກ 2:13.

ຫາກ​ເຮົາ​ກະທຳ​ແຕ່​ສິ່ງ​ທີ່​ຕົນ “ຮູ້ສຶກ” ວ່າ​ຖືກ​ເທົ່າ​ນັ້ນ​ຈະ​ມີ​ອັນຕະລາຍ​ຫຍັງ? (ສຸພາສິດ 14:12; ເຢເຣມີ 10:23, 24; 17:9)

ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ຖ້າ​ເຮົາ​ບໍ່​ຮູ້​ເຖິງ​ສິ່ງ​ທີ່​ຄຳພີ​ໄບເບິນ​ແນະນຳ​ໄວ້ ເຮົາ​ຄວນ​ຈະ​ເຮັດ​ຫຍັງ? (ສຸພາສິດ 2:3-5; 2 ຕີໂມເຕ 3:16, 17)

(3) ເຮົາ​ທຸກ​ຄົນ​ໄດ້​ປະໂຫຍດ​ຈາກ​ໂຄງການ​ລ້ຽງ​ດູ​ທາງ​ຝ່າຍ​ວິນຍານ​ຢ່າງ​ດຽວ​ກັນ. “ລູກ​ຊາຍ​ທັງ​ປວງ​ຂອງ​ເຈົ້າ​ຈະ​ສຶກສາ​ດ້ວຍ​ພະ​ເຢໂຫວາ.” (ເອຊາອີ 54:13) “ພວກ​ເຮົາ​ຈົ່ງ​ລະວັງ​ຄຶດ​ເຖິງ​ກັນ​ແລະ​ກັນ ເພື່ອ​ຈະ​ໄດ້​ເຕືອນ​ໃຈ​ກັນ ໃຫ້​ປົງ​ໃຈ​ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ. ຢ່າ​ໃຫ້​ປະການ​ຊຸມນຸມ​ກັນ​ນັ້ນ ເໝືອນ​ດັ່ງ​ຜູ້​ລາງ​ຄົນ​ເຄີຍ​ປະ ແຕ່​ວ່າ​ຈົ່ງ​ເຕືອນ​ສະຕິ​ກັນ​ແລະ​ກັນ ແລະ​ມາກ​ກວ່າ​ນັ້ນ​ອີກ ເພາະ​ທ່ານ​ທັງ​ຫຼາຍ​ເຫັນ​ວ່າ ວັນ [ແຫ່ງ​ການ​ທຳລາຍ​ລ້າງ] ນັ້ນ​ພວມ​ຫຍັບ​ເຂົ້າ​ມາ.”—ເຫບເລີ 10:24, 25.

ຄົນ​ເຫຼົ່າ​ນັ້ນ​ທີ່​ສວຍ​ເອົາ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ການ​ຈັດ​ຕຽມ​ເພື່ອ​ການ​ລ້ຽງ​ດູ​ຝ່າຍ​ວິນຍານ​ຂອງ​ພະ​ເຢໂຫວາ​ໄດ້​ຜົນ​ດີ​ຫຍັງ​ແດ່? (ເອຊາອີ 65:13, 14)

(4) ພະ​ເຍຊູ​ຄລິດ​ເປັນ​ຜູ້​ນຳ​ຂອງ​ເຮົາ ບໍ່​ແມ່ນ​ມະນຸດ​ຄົນ​ໃດ​ຄົນ​ໜຶ່ງ. “ຝ່າຍ​ທ່ານ​ທັງ​ຫຼາຍ ຢ່າ​ເປັນ​ທີ່​ເອີ້ນ​ຊື່​ວ່າ ອາຈານ​ເຈົ້າ​ຂ້າ ເພາະ​ວ່າ​ຜູ້​ໜຶ່ງ​ຜູ້​ດຽວ​ເປັນ​ພະ​ອາຈານ​ຂອງ​ທ່ານ​ທັງ​ຫຼາຍ ແມ່ນ​ພະ​ຄລິດ ແລະ​ທ່ານ​ທັງ​ຫຼາຍ​ເປັນ​ພີ່​ນ້ອງ​ກັນ​ທຸກ​ຄົນ. ແລະ​ຢ່າຊູ​ເອີ້ນ​ຊື່​ຜູ້​ໃດ​ວ່າ ພໍ່​ໃນ​ແຜ່ນດິນ​ໂລກ ເພາະ​ວ່າ​ຜູ້​ໜຶ່ງ​ຜູ້​ດຽວ​ເປັນ​ພະ​ບິດາ​ຂອງ​ທ່ານ​ທັງ​ຫຼາຍ ແມ່ນ​ຜູ້​ຢູ່​ໃນ​ສະຫວັນ. ຢ່າ​ໃຫ້​ຜູ້​ໃດ​ເອີ້ນ​ຊື່​ທ່ານ​ທັງ​ຫຼາຍ​ວ່າ ເຈົ້ານາຍ [“ຜູ້​ນຳ,” ລ.ມ.] ເພາະ​ວ່າ​ຜູ້​ໜຶ່ງ​ຜູ້​ດຽວ​ເປັນ​ເຈົ້ານາຍ [“ຜູ້​ນຳ,” ລ.ມ.] ຂອງ​ທ່ານ​ທັງ​ຫຼາຍ ແມ່ນ​ພະ​ຄລິດ.”—ມັດທາຍ 23:8-10.

ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ພວກ​ເຮົາ​ຈະ​ຖື​ວ່າ​ຕົນ​ເໜືອ​ກວ່າ​ຄົນ​ອື່ນ​ນັ້ນ​ເໝາະ​ສົມ​ບໍ? (ໂລມ 3:23, 24; 12:3)

(5) ເຮົາ​ໝາຍ​ເພິ່ງ​ລັດຖະບານ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຄວາມ​ຫວັງ​ອັນ​ດຽວ​ທໍ່​ນັ້ນ​ສຳລັບ​ມະນຸດ. “ທ່ານ​ທັງ​ຫຼາຍ​ຈົ່ງ​ອ້ອນ​ວອນ​ຕາມ​ຢ່າງ​ນີ້​ວ່າ ພະ​ບິດາ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ​ຜູ້​ຢູ່​ໃນ​ສະຫວັນ. ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. ຂໍ​ໃຫ້​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ພະອົງ​ມາ​ຕັ້ງ​ຢູ່ ນ້ຳໃຈ​ຂອງ​ພະອົງ​ສຳເລັດ​ແລ້ວ​ໃນ​ສະຫວັນ​ຢ່າງ​ໃດ ຂໍ​ໃຫ້​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຢ່າງ​ນັ້ນ. ຈົ່ງ​ຊອກ​ຫາ​ແຜ່ນດິນ​ແຫ່ງ​ພະເຈົ້າ​ແລະ​ຄວາມ​ຊອບທຳ​ແຫ່ງ​ພະອົງ​ກ່ອນ.”—ມັດທາຍ 6:9, 10, 33.

ການ ‘ຊອກ​ຫາ​ລາຊະອານາຈັກ​ກ່ອນ’ ຊ່ວຍ​ຮັກສາ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ເຮົາ​ໄດ້​ຢ່າງ​ໃດ? (ມີເກ 4:3; 1 ໂຢຮັນ 3:10-12)

(6) ພະ​ວິນຍານ​ບໍລິສຸດ​ເຮັດ​ໃຫ້​ຜູ້​ນະມັດສະການ​ພະ​ເຢໂຫວາ​ມີ​ຄຸນ​ລັກສະນະ​ຕ່າງໆທີ່​ຈຳເປັນ​ທີ່​ສຸດ​ຕໍ່​ເອກະພາບ​ຂອງ​ຄລິດສະຕຽນ. “ໝາກ​ແຫ່ງ​ພະ​ວິນຍານ​ນັ້ນ​ຄື ຄວາມ​ຮັກ, ຄວາມ​ຍິນດີ, ສັນຕິສຸກ, ຄວາມ​ອົດ​ກັ້ນ​ດົນ​ນານ, ຄວາມ​ກະລຸນາ, ຄວາມ​ດີ, ຄວາມ​ເຊື່ອ, ຄວາມ​ອ່ອນ​ໂຍນ, ການ​ຮູ້​ຈັກ​ບັງຄັບ​ຕົນ.”—ຄາລາຊີ 5:22, 23, ລ.ມ.

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ໃຫ້​ພະ​ວິນຍານ​ຂອງ​ພະເຈົ້າ​ເກີດ​ໝາກ​ໃນ​ຕົວ​ເຮົາ? (ກິດຈະການ 5:32)

ການ​ມີ​ພະ​ວິນຍານ​ຂອງ​ພະເຈົ້າ​ຈະ​ສົ່ງ​ຜົນ​ຕໍ່​ສຳພັນທະພາບ​ຂອງ​ເຮົາ​ກັບ​ເພື່ອນ​ຄລິດສະຕຽນ​ຢ່າງ​ໃດ? (ໂຢຮັນ 13:35; 1 ໂຢຮັນ 4:8, 20, 21)

(7) ຜູ້​ນະມັດສະການ​ແທ້​ຂອງ​ພະເຈົ້າ​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະອົງ “ຄຳ​ປະເສີດ​ນີ້​ແຫ່ງ​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ພະເຈົ້າ​ຈະ​ເປັນ​ທີ່​ເທສະໜາ​ປ່າວ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ ເພື່ອ​ຈະ​ເປັນ​ພິຍານ​ແກ່​ພວກ​ຕ່າງ​ປະເທດ​ທັງ​ປວງ ແລະ​ເມື່ອ​ນັ້ນ​ທີ່​ສຸດ​ຈະ​ມາ​ເຖິງ.”—ມັດທາຍ 24:14.

ສິ່ງ​ໃດ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ​ໃນ​ງານ​ປະກາດ​ນີ້? (ມັດທາຍ 22:37-39; ໂລມ 10:10)

11. ເມື່ອ​ນຳ​ເອົາ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ມາ​ໃຊ້​ໃນ​ຊີວິດ​ຂອງ​ເຮົາ ຈະ​ມີ​ຜົນ​ຢ່າງ​ໃດ?

11 ການ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ເປັນ​ເອກະພາບ​ດຶງ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ພະອົງ​ຫຼາຍ​ຂຶ້ນ ແລະ​ເຮັດ​ໃຫ້​ເຮົາ​ຊື່ນຊົມ​ຍິນດີ​ໃນ​ການ​ຄົບ​ຫາ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ຄຳເພງ 133:1 ບອກ​ວ່າ “ດັ່ງ​ນີ້​ເມື່ອ​ພີ່​ນ້ອງ​ທັງ​ຫຼາຍ​ຕັ້ງ​ຢູ່​ນຳ​ກັນ​ຕິດ​ພັນ​ຢູ່​ນຳ​ກັນ​ເປັນ​ການ​ດີ​ການ​ຊອບ​ໃຈ​ຫຼາຍ​ແທ້ໆ.” ເປັນ​ຕາ​ໜ້າ​ຊື່ນຊົມ​ຫຼາຍ​ແທ້ໆທີ່​ໄດ້​ຢູ່​ຫ່າງ​ໄກ​ຈາກ​ໂລກ​ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ເຫັນ​ແກ່​ຕົວ, ການ​ຜິດ​ສິນລະທຳ, ແລະ​ຄວາມ​ຮຸນແຮງ ແລ້ວ​ເຂົ້າ​ມາ​ສົມທົບ​ກັບ​ຜູ້​ທີ່​ຮັກ​ພະ​ເຢໂຫວາ ແລະ​ປະຕິບັດ​ຕາມ​ກົດໝາຍ​ຂອງ​ພະອົງ​ຢ່າງ​ແທ້​ຈິງ!

ຫຼີກ​ລ້ຽງ​ອິດທິພົນ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ແຕກ​ແຍກ

12. ເປັນ​ຫຍັງ​ເຮົາ​ຕ້ອງ​ຫຼີກ​ລ້ຽງ​ຈາກ​ນ້ຳໃຈ​ທີ່​ບໍ່​ຍອມ​ຂຶ້ນ​ກັບ​ຄົນ​ອື່ນ?

12 ເພື່ອ​ບໍ່​ໃຫ້​ເອກະພາບ​ທົ່ວ​ໂລກ​ທີ່​ມີ​ຄ່າ​ຂອງ​ເຮົາ​ຖືກ​ທຳລາຍ ເຮົາ​ຕ້ອງ​ຫຼີກ​ລ້ຽງ​ອິດທິພົນ​ທີ່​ເຮັດ​ໃຫ້​ແຕກ​ແຍກ. ສິ່ງ​ໜຶ່ງ​ແມ່ນ​ນ້ຳໃຈ​ທີ່​ບໍ່​ຍອມ​ຂຶ້ນ​ກັບ​ພະເຈົ້າ​ແລະ​ກົດໝາຍ​ຂອງ​ພະອົງ. ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ້ຽງ​ຈາກ​ນ້ຳໃຈ​ເຊັ່ນ​ນີ້ ໂດຍ​ການ​ເປີດ​ເຜີຍ​ຕົວ​ການ​ຕົ້ນ​ເຫດ ກໍ​ແມ່ນ​ຊາຕານ​ພະຍາມານ​ນັ້ນ​ແຫຼະ. (2 ໂກລິນໂທ 4:4; ຄຳປາກົດ 12:9) ຊາຕານ​ເປັນ​ຜູ້​ຊັກ​ຈູງ​ອາດາມ​ກັບ​ເອວາ​ໃຫ້​ລະເລີຍ​ຄຳ​ສັ່ງ​ຂອງ​ພະເຈົ້າ ແລະ​ຕັດສິນ​ໃຈ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ພະ​ປະສົງ​ຂອງ​ພະເຈົ້າ. ຜົນ​ທີ່​ຕາມ​ມາ​ແມ່ນ​ຄວາມ​ຫາຍະນະ​ສຳລັບ​ເຂົາ​ເຈົ້າ​ທັງ​ສອງ​ແລະ​ພວກ​ເຮົາ. (ຕົ້ນເດີມ 3:1-6, 17-19) ໂລກ​ນີ້​ເຕັມ​ໄປ​ດ້ວຍ​ນ້ຳໃຈ​ທີ່​ບໍ່​ຍອມ​ຂຶ້ນ​ກັບ​ພະເຈົ້າ​ແລະ​ກົດໝາຍ​ຂອງ​ພະອົງ. ສະນັ້ນ ເຮົາ​ຈະ​ຕ້ອງ​ຕ້ານ​ທານ​ນ້ຳໃຈ​ແບບ​ນັ້ນ​ທີ່​ຢູ່​ໃນ​ຕົວ​ເຮົາ.

13. ສິ່ງ​ໃດ​ຈະ​ສະແດງ​ວ່າ​ເຮົາ​ຕຽມ​ຕົວຢ່າງ​ແທ້​ຈິງ​ເພື່ອ​ຈະ​ມີ​ຊີວິດ​ໃນ​ໂລກ​ໃໝ່​ທີ່​ຊອບທຳ​ຂອງ​ພະເຈົ້າ?

13 ຕົວຢ່າງ​ເຊັ່ນ ຈົ່ງ​ພິຈາລະນາ​ຄຳ​ສັນຍາ​ອັນ​ໜ້າ​ຕື່ນ​ເຕັ້ນ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ນຳ​ເອົາ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່​ເຊິ່ງ “ຄວາມ​ຊອບທຳ​ຕັ້ງ​ຢູ່” ມາ​ແທນ​ທີ່​ໂລກ​ຊົ່ວ​ນີ້. (2 ເປໂຕ 3:13) ສິ່ງ​ນັ້ນ​ຈະ​ບໍ່​ກະຕຸ້ນ​ເຮົາ​ໃຫ້​ຕຽມ​ພ້ອມ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊອບທຳ​ບໍ? ນັ້ນ​ໝາຍ​ຄວາມ​ເຖິງ​ການ​ເອົາໃຈໃສ່​ຄຳ​ເຕືອນ​ກົງໆທີ່​ມາ​ຈາກ​ຄຳພີ​ໄບເບິນ​ວ່າ “ຢ່າ​ຮັກ​ໂລກ​ກໍ​ດີ ກັບ​ສິ່ງ​ຂອງ​ທັງ​ຫຼາຍ​ທີ່​ຢູ່​ໃນ​ໂລກ​ກໍ​ດີ ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ຮັກ​ໂລກ ຄວາມ​ຮັກ​ແຫ່ງ​ພະ​ບິດາ​ບໍ່​ຢູ່​ໃນ​ຄົນ​ນັ້ນ.” (1 ໂຢຮັນ 2:15) ສະນັ້ນ ເຮົາ​ຈຶ່ງ​ຫຼີກ​ລ້ຽງ​ຈາກ​ນ້ຳໃຈ​ຂອງ​ໂລກ​ເຊິ່ງ​ແມ່ນ​ທັດສະນະ​ບໍ່​ຍອມ​ຂຶ້ນ​ກັບ​ໃຜ, ການ​ຄິດ​ເຖິງ​ແຕ່​ຕົວ​ເອງ​ຫຼາຍ​ເກີນ​ໄປ, ການ​ຜິດ​ສິນລະທຳ​ແລະ​ຄວາມ​ຮຸນແຮງ. ໃຫ້​ເຮົາ​ເຮັດ​ເປັນ​ນິດໄສ​ທີ່​ຈະ​ຮັບ​ຟັງ ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ​ຈາກ​ຫົວໃຈ​ຂອງ​ເຮົາ​ເຖິງ​ວ່າ​ເນື້ອ​ໜັງ​ທີ່​ບໍ່​ສົມບູນ​ຂອງ​ເຮົາ​ໂອນ​ອຽງ​ໄປ​ອີກ​ທາງ​ໜຶ່ງ​ກໍ​ຕາມ. ແນວ​ທາງ​ຊີວິດ​ທັງ​ໝົດ​ຂອງ​ເຮົາ​ຄວນ​ເປັນ​ຫຼັກຖານ​ທີ່​ສະແດງ​ວ່າ ຄວາມ​ຄິດ​ແລະ​ເຈຕະຄະຕິ​ຂອງ​ເຮົາ​ມຸ່ງ​ໄປ​ສູ່​ການ​ກະທຳ​ຕາມ​ພະ​ປະສົງ​ຂອງ​ພະເຈົ້າ.—ຄຳເພງ 40:8.

14. (ກ) ເປັນ​ຫຍັງ​ການ​ສວຍ​ເອົາ​ໂອກາດ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ແລະ​ດຳເນີນ​ຕາມ​ຕັ້ງ​ແຕ່​ດຽວ​ນີ້​ຈຶ່ງ​ສຳຄັນ? (ຂ) ຂໍ້​ຄຳພີ​ທີ່​ອ້າງ​ເຖິງ​ໃນ​ຂໍ້​ນີ້​ມີ​ຄວາມ​ໝາຍ​ຢ່າງ​ໃດ​ຕໍ່​ຕົວ​ເຮົາ​ເອງ?

14 ເມື່ອ​ເຖິງ​ເວລາ​ກຳນົດ ພະ​ເຢໂຫວາ​ຈະ​ທຳລາຍ​ລະບົບ​ຊົ່ວ​ນີ້​ພ້ອມ​ກັບ​ທຸກໆຄົນ​ທີ່​ມັກ​ແນວ​ທາງ​ຊີວິດ​ແບບ​ໂລກ​ນີ້ ພະອົງ​ຈະ​ບໍ່​ລ່າ​ຊ້າ. ພະອົງ​ຈະ​ບໍ່​ເລື່ອນ​ເວລາ ຫຼື​ປ່ຽນ​ມາດຕະຖານ​ຂອງ​ພະອົງ​ເພື່ອ​ເຫັນ​ແກ່​ບຸກຄົນ​ທີ່​ຍັງ​ພະຍາຍາມ​ຍຶດ​ຕິດ​ຢູ່​ກັບ​ໂລກ​ນີ້ ໃນ​ຂະນະ​ດຽວ​ກັນ​ກໍ​ຮຽນ​ຮູ້​ພະ​ປະສົງ​ຂອງ​ພະເຈົ້າ​ແລະ​ປະຕິບັດ​ຕາມ​ຢ່າງ​ບໍ່​ຄ່ອຍ​ເຕັມ​ໃຈ. ບັດ​ນີ້​ເຖິງ​ເວລາ​ແລ້ວ​ທີ່​ຕ້ອງ​ລົງ​ມື​ປະຕິບັດ! (ລືກາ 13:23, 24; 17:32; 21:34-36) ດັ່ງ​ນັ້ນ ຈັ່ງ​ແມ່ນ​ອົບອຸ່ນ​ໃຈ​ແທ້ໆທີ່​ເຫັນ​ຝູງ​ຄົນ​ເປັນ​ອັນ​ມາກ​ກຳລັງ​ສວຍ​ເອົາ​ໂອກາດ​ທີ່​ມີ​ຄ່າ​ອັນ​ນີ້ ຫ້າວ​ຫັນ​ໃນ​ການ​ຊອກ​ຫາ​ຄຳ​ແນະນຳ​ສັ່ງ​ສອນ​ເຊິ່ງ​ພະ​ເຢໂຫວາ​ຈັດ​ໃຫ້​ຜ່ານ​ທາງ​ພະ​ຄຳ ແລະ​ອົງການ​ເຊິ່ງ​ດຳເນີນ​ການ​ຢ່າງ​ເປັນ​ເອກະພາບ​ຕາມ​ວິທີ​ຂອງ​ພະອົງ​ໄປ​ສູ່​ໂລກ​ໃໝ່! ແຮ່ງ​ເຮົາ​ຮຽນ​ຮູ້​ເຖິງ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ແຮ່ງ​ຈະ​ຮັກ​ພະອົງ​ແລະ​ຕ້ອງການ​ຈະ​ຮັບໃຊ້​ພະອົງ​ຫຼາຍ​ຂຶ້ນ​ສ່ຳ​ນັ້ນ.

ການ​ພິຈາລະນາ​ທົບ​ທວນ

• ພະ​ປະສົງ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ນະມັດສະການ​ແມ່ນ​ຫຍັງ?

• ຫຼັງ​ຈາກ​ໄດ້​ຮຽນ​ຮູ້​ຄຳ​ສອນ​ພື້ນ​ຖານ​ຈາກ​ຄຳພີ​ໄບເບິນ​ແລ້ວ ເຮົາ​ຄວນ​ພະຍາຍາມ​ຢ່າງ​ຈິງ​ຈັງ​ທີ່​ຈະ​ກ້າວ​ໜ້າ​ຕໍ່​ໄປ​ຢ່າງ​ໃດ?

• ເຮົາ​ແຕ່​ລະ​ຄົນ​ສາມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ມີ​ຄວາມ​ເປັນ​ເອກະພາບ​ກັບ​ຄົນ​ອື່ນໆທີ່​ນະມັດສະການ​ພະ​ເຢໂຫວາ?

[ຮູບ​ພາບ​ໜ້າ 4]

“ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ​ຈະ​ມີ​ແຜ່ນດິນ​ໄວ້ ແລະ​ມີ​ຄວາມ​ສະຫນຸກ​ດ້ວຍ​ຄວາມ​ສຸກ​ສຳລານ​ອັນ​ບໍລິບູນ”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌